xtgmf]k; 6 16/10/2023 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d -u ;y f{;a fmtotme ໂດຍ: ມາລີດາ 0t|kf c]t dko8y f8A 'xh kp muj 4n d8h v' ປະຕິບັດຕາມລະບຽບການທີ່ຂະ ແໜງການໂຍທາທິການ ແລະ ຂົນ ສົ່ງວາງອອກໃນແຕ່ລະໄລຍະ. ບຸກຄົນ, ນິຕິບຸກຄົນ ຫລື ການ ຈັດຕັ້ງທີ່ມີຈຸດປະສົງຂໍຕິດຕັ້ງປ້າຍ ທຸກປະເພດພາຍຫລັງໄດ້ຮັບອະນຸ ຍາດ ຜ່ານເນື້ອໃນຈາກຂະແໜງ ການຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລ້ວຕ້ອງຍື່ນຄໍາ ຮ້ອງຂໍອະນຸຍາດຕິດຕັ້ງນໍາຂະແໜງ ການໂຍທາທິການ ແລະ ຂົນສົ່ງ ຕາມການແບ່ງຂັ້ນຄຸ້ມຄອງ. ສ່ວນກໍານົດເວລາໃນການນໍາ ໃຊ້ປ້າຍໃຫ້ປະຕິບັດ ດັ່ງນີ້: ປ້າຍຄໍາ ຂວັນ, ຮູບແຕ້ມ, ຮູບຖ່າຍ ທີ່ຕິດຕັ້ງ ຂ້າມທາງ ແລະ ສະຖານທີ່ຕ່າງໆ ເພື່ອສະເຫລີມສະຫລອງປຸກລະດົມ ຂະບວນການ, ເທສະການ, ບຸນ, ກອງປະຊຸມ, ການຢ້ຽມຢາມທາງ ລັດຖະການພາຍຫລັງສໍາເລັດງານ ດັ່ງກ່າວ ແລ້ວເຈົ້າຂອງປ້າຍຕ້ອງ ເກັບກູ້ໃຫ້ສໍາເລັດ ພາຍໃນເວລາ ເຈັດວັນ ນັບແຕ່ວັນໄດ້ຮັບອະນຸ ຍາດ. ປ້າຍໂຄສະນາຜະລິດຕະພັນ ສິນຄ້າ ແລະ ການບໍລິການສາມາດ ນໍາໃຊ້ ໄດ້ຈົນສິ້ນສຸດສັນຍາ, ຫາກ ມີການປ່ຽນແປງເນື້ອໃນ ແລະ ສະ ຖານທີ່ ຈຶ່ງຂໍອະນຸຍາດນໍາຂະແໜງ ການທີ່ກ່ຽວຂ້ອງຄືນໃໝ່. * ໃນກົດໝາຍວ່າດ້ວຍປ້າຍ ສະບັບປີ 2018 ໄດ້ກຳນົດວ່າ: ຂະ ໜາດຂອງປ້າຍຕ້ອງສົມສ່ວນກັບ ເນື້ອໃນຂອງປ້າຍ ແລະ ມີຄວາມ ເໝາະສົມກັບສະຖານທີ່ຕິດຕັ້ງ ປ້າຍ, ບໍ່ສ້າງຜົນກະທົບຕໍ່ທິວທັດ ທໍາມະຊາດ, ສິ່ງແວດລ້ອມອ້ອມ ຂ້າງ ຫລື ສ້າງອຸປະສັກແກ່ການຈະ ລາຈອນ. ການຕິດຕັ້ງປ້າຍຕ້ອງ ຕິດຕັ້ງໃນສະຖານທີ່ເໝາະສົມ, ຖືກ ຕ້ອງຕາມມາດຕະຖານເຕັກນິກ, ໂຄງສ້າງຕ້ອງຮັບປະກັນຄວາມ ປອດໄພຕໍ່ຊີວິດ, ຊັບສິນ, ສັງຄົມ ແລະ ບໍ່ບັງທັດສະນີຍະພາບ, ທິວທັດ ທໍາມະຊາດ, ສິ່ງແວດລ້ອມອ້ອມ ຂ້າງ ຫລື ກີດຂວາງການຈະລາ ຈອນ. ຂະໜາດ, ເຕັກນິກ ແລະ ມາດຕະຖານການຕິດຕັ້ງປ້າຍໃຫ້ ພາບປະກອບ ພາບປະກອບ ]kpzh k[vdg]q j k;a fmtotme 0v'-q ogzqj kdb ,,5 ໂດຍ: ມາລີດາ ;y mu xy j oxq ;rtpkf xkdgxnj vp]q 'g]a [ * ພະຍາດປາກເປື່ອຍລົງເລັບ ແມ່ນພະຍາດຕິດແປດທີ່ຮ້າຍແຮງ ມັກເກີດຂຶ້ນກັບສັດທີ່ມີເລັບຄູ່ທຸກ ຊະນິດ ເຊິ່ງຈະແຜ່ລະບາດຂະຫຍາຍ ເປັນວົງກວ້າງໄວ ເຮັດໃຫ້ສັດປາກ ສັດມີຕຸ່ມເປື່ອຍ ແລະ ກົກເລັບເປື່ອຍ ລວມເຖິງອາການອື່ນໆ ໂດຍພະ ຍາດນີ້ ເກີດເຊື້ອໄວຣັດ 7 ຊະນິດ ຄື: ຊະນິດ C, 0, A, A1, SAT1, SAT2, SAT3 ເຊິ່ງເຊື້ອໄວຣັດ ຈໍາພວກນີ້ ມີຄວາມທົນຕໍ່ອາກາດ ໜາວໄດ້ດີ ໂດຍອຸນນະພູມ 15 °C ຈະຢູ່ໄດ້ເຖິງ13 ເດືອນ, ຢູ່ໃນເຟືອງ, ຫຍ້າແຫ້ງ 100 ວັນ, ຕີນລົດ, ເກີບ 102 ວັນ, ທົ່ງຫຍ້າ ຍາມໜາວ 30 ວັນ ແລະ ຍາມແລ້ງ 3 ວັນ. ການຕິດເຊື້ອຄື: ສັດທີ່ເປັນພະ ຍາດນີ້ ຈະລະບາຍພະຍາດອອກ ທາງນໍ້າຢາງເຫລືອງ, ຈາກຕຸ່ມຕີນ, ນໍ້າລາຍ, ອາຈົມ ແລະ ຍ່ຽວ, ລະ ບາຍອອກທາງນໍ້ານົມ. ທາງລະບົບ ຫາຍໃຈ ແລະ ມີ ໄລຍະພັກເຊື້ອ 2-7 ວັນ ເຊິ່ງພະຍາດເຂົ້າຮ່າງກາຍສັດ ທາງລະບົບຫາຍໃຈ, ທາງອາຫານ ແລະ ບາດແຜ ທີ່ສໍາຜັດກັບພະຍາດ, ເຊື້ອພະຍາດສາມາດຜ່ານສາຍແຮ່ ເຂົ້າໄປຫາລູກ. ສ່ວນອາການສະ ແດງອອກກັບສັດ ໄຂ້ສູງ 40-41 ອົງສາ 1-2 ວັນ, ສັດຫຍໍ້າປາກມີ ນໍ້າລາຍເປັນຝອດສີຂາວ, ສັດຈະ ຄັນດັງ ແລະ ມີຕຸ່ມໃສໆຢູ່ດັງ, ລີ້ນ ແລະ ເຟັນແຂ້ວເປັນຕຸ່ມໂພງ, ແຕກ ແລະ ລອກອອກ, ສັດຈະຖົກຕີນ, ບໍລິເວນກົກເລັບ, ບ່ອນຕໍ່ເລັບ ແລະ ໜັງຈະມີຕຸ່ມນ້ອຍໆໃສໆແຕກເປັນ ບາດ,ຂ້ວນນົມເປັນຕຸ່ມແລະກົກເລັບ ເປັນບາດເຮັດໃຫ້ເລັບລ່ອນ, ເມື່ອ ສັດຕິດພະຍາດນີ້ແລ້ວ ກໍອາດຕາຍ ໄດ້ຍ້ອນພະຍາດອື່ນ ແຊກຊ້ອນ, ກິນ ອາຫານບໍ່ໄດ້ຍ້ອນເຈັບປາກ ແລະ ໄປຫາກິນບໍ່ໄດ້ເພາະເຈັບປວດຕີນ ຍ້ອນເລັບລ່ອນ. ການປິ່ນປົວແມ່ນການນໍາໃຊ້ ສະເປ Bleu Methylene, Oxytetracycline bleu ສີດໃສ່ບາດ ແຜ ຫລື ໃສ່ປາກສັດ, ສັກຢາຕ້ານ ເຊື້ອຕ້ານການແຊກຊ້ອນຂອງແບັກ ເຕີເລຍ, ໃຊ້ຢາຂ້າໜອນໃສ່ບາດກັນ ແມງວັນ, ລ້າງບາດໂດຍນໍາໃຊ້ ສ່ວນປະສົມຂອງນໍ້າຢາລ້າງບາດ ແຜ ແລະ ປາກສັດຄື ຫີນສົມ100 ກຣາມ, ນໍ້າສ ະອາດ 10 ລິດ, ອາຊິດ ອາເຊຕິກ 750 ມິນລີລິດ ຢາຕ້ານ ເຊື້ອ 1 ເມັດ ມາປ ະສົມເຂົ້າກັນແ ລ້ວ ນໍາມາລ້າງບາດແຜ ແລະ ປາກສັດ ເຊົ້າ-ແລງ, ແຍກສັດອອກຈາກໝູ່, ບໍ່ໃຫ້ສັດເຄື່ອນໄຫວຫລາຍ, ໃຫ້ອາ ຫານອ່ອນ ແລະ ມີຄຸນນະພາບໃຫ້ ສັດກິນ. ພາບປະກອບ ພາບປະກອບ * ລວດລາຍຜ້າ ຂອງຊົນເຜົ່າ ກຶມມຸ ແມ່ນການຕັດກັນລະຫວ່າງ ສີຂອງເຄືອ ແລະ ເສັ້ນຕໍ່າ ເຮັດໃຫ້ ເກີດມີສີສັນ, ລວດລາຍແບບຕ່າງໆ ຂຶ້ນ ດ້ວຍຈິນຕະນາການ ໂດຍການ ຕ່ຳຂີດ ເນື່ອງຈາກການຕ່ຳຂີດຈະ ເຮັດໃຫ້ຜ້າໄດ້ແຖວລະສີ ແລະ ຍັງມີ ການຕ່ຳ ທີ່ເປັນເອກະລັກ ໂດຍການ ໃຊ້ລູກປັດຫລືເມັດຕະກົ່ວຮ້ອຍແຊກ ລະຫວ່າງການຕ່ຳ ເພື່ອສ້າງລວດ ລາຍທີ່ປາກົດໃນຜືນຜ້າ, ລາຍຜ້າ ສ່ວນໃຫຍ່ ຈະສື່ເຖິງການດຳລົງຊີ ວິດໃນດ້ານຮິດຄອງປະເພນີ, ພິທີ ກຳ ແລະ ຄວາມເຊື່ອ, ຊົນເຜົ່າກຶມມຸ ນິຍົມຕ່ຳຜ້າ 3 ລວດລາຍຄື: ລາຍ ພື້ນຖານ, ລາຍພືດ ແລະ ລາຍສັດ. ໂດຍສ່ວນໃຫຍ່ແລ້ວ ຜ້າ ສາມ ລາຍນີ້ ຈະເປັນລາຍທີ່ຊົນເຜົ່າກຶມ ມຸ ນິຍົມປັກແຊວຫລາຍເພາະມັນ ສ່ອງແ ສງເຖິງສິ ລະປ ະ, ວັດທະນະ ທໍາຂອງຊົນເຜົ່າ ທີ່ມີຄວາມໝາຍ ຕ່າງກັ ນ ໂ ດຍລາຍພື້ນຖານ: ຈະໃຊ້ ການຕໍ່າດ້ວຍເສັ້ນໃຍແລະ ເກັບລາຍ ໃຫ້ເປັນດອກນ້ອຍໆ, ໃຊ້ລວດລາຍ ດອກໃນແຕ່ລະແຖວ ໃຫ້ມີຂະໜາດ ແລະ ສີສະຫລັບກັນໄປ, ລວດລາຍ ສ່ວນໃຫຍ່ໃນຜືນຜ້າ ຈຶ່ງເປັນລວດ ລາຍທີ່ມີພື້ນຖານມາຈາກຮູບຊົງ ເລຂາຄະນິດ ເປັນລີ້ວໆ ແລະ ຈະມີ ແຊກຢູ່ບາງສ່ວນ, ການຕັ້ງຊື່ລາຍ ຜ້າຂອງຊົນເຜົ່າກຶມມຸ ຈະຂຶ້ນກັບ ແນວຄິດ, ແຮງບັນດານໃຈຂອງແຕ່ ລະກຸ່ມ ໂດຍຊື່ລາຍຈະມາຈາກສິ່ງ ແວດລ້ອມ ໃກ້ຕົວເຊັ່ນ: ລາຍນົກ ເຂົາ, ດວງດາວ ເປັນຕົ້ນ.ລາຍພືດ: ຊົນເຜົ່າກຶມມຸ ຈະນຳເອົາສີ່ງທີ່ມີຢູ່ ອ້ອມຕົວ ມາເປັນລາຍຂອງຜ້າບໍ່ ວ່າຈະເປັນດອກໄມ້ປ່າ, ດອກໄມ້ທ່ີ ມີຕາມບ້ານ, ພືດທີ່ເກີດຂຶ້ນ ຕາມທຳ ມະຊາດ ແລະ ດອກຜັກທີ່ປູກຂຶ້ນ ເອງມາເປັນລວດລາຍຂອງຜ້າ ເພື່ອ ໃຫ້ຜ້າທີ່ຕ່ຳ ໄດ້ມີລວດລາຍທີ່ຕິດ ພັນກັບທຳມະຊາດ. ລາຍສັດ: ລາຍສັດສ່ວນຫລາຍ ຈະເປັນສັດທີ່ລ້ຽງເອງ ຫລື ເປັນ ລາຍສັດທີ່ໃຊ້ໃນພິທີກໍາ ເຊັ່ນ: ງົວ, ຄວາຍ, ໄກ່ ແລະ ໝາ ນອກຈາກນັ້ນ ຍັງມີລາຍສັດປ່າແລະລາຍສັດທີ່ພົບ ເຫັນໃນສິ່ງແວດລ້ອມ ເຊັ່ນ: ກົບ, ກະຕ່າຍ, ງູ ລວມທັງລາຍຄົນ, ເຊິ່ງລາຍເຫລົ່ານີ້ມີທີ່ມາ, ມີຄວາມ ເຊື່ອ ຕາມຮີດຄອງປະເພນີ ຂອງຊົນ ເຜົ່າກືມມຸ ໂດຍມີການເຊື່ອມໂຍງ ຄວາມເຊື່ອກັບສິ່ງເໜືອທຳມະຊາດ, ເຊັ່ນ: ລາຍກົບ ເປັນສັນຍະລັກແຫ່ງ ຄວາມອຸດົມສົມບູນ, ສ່ວນລາຍຄົນ ມາຈາກການນັບຖືຜີບັນພະບູລຸດ ເປັນຕົ້ນ. ລວດລາຍທັງໝົດທີ່ພົບໃນ ຜືນຜ້າຂອງຊົນເຜົ່າກຶມມຸ ມັນໄດ້ສະ ແດງໃຫ້ເຫັນເຖິງວິຖີຊີວິດ, ຄວາມ ຕິດພັນລະຫວ່າງຄົນ ແລະ ທຳມະ ຊາດໃນຊຸມຊົນ ເຊິ່ງໃນປັດຈຸບັນຊົນ ເຜົ່າກຶມມຸ ກໍຍັງຄົງຮັກສາລວດ ລາຍດັ່ງກ່າວໄວ້ໃຫ້ໄດ້ເຫັນກັນຢູ່ ເຖິງວ່າຈະມີການປັບປ່ຽນຮູບແບບ ການຕັດຫຍິບ ໃຫ້ເບິ່ງທັນສະໄໝ ຂຶ້ນກໍຕາມ. ພາບປະກອບ ພາບປະກອບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==