xtgmf]k; 6 09/10/2023 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d dko0= vto5 pkfvvdxh kp \kdw,h -toy f.f lk,kfs]5 fdy j oxkdwfh L -u ;y f{;a fmtotme rtmkflu 37f8t[v',= ]tfq d 16 j 7P'76 j da [-k;]k; * ໃນກໍລະນີ ບຸກຄົນ, ນິຕິບຸກ ຄົນ ຫລື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງຂໍອະນຸ ຍາດອອກ ປ້າຍ ຕ້ອງຍື່ນຄໍາຮ້ອງ ພ້ອມດ້ວຍເນື້ອໃນ, ຮູບແບບຂອງ ປ້າຍ ແລະ ເອກະສານທີ່ກ່ຽວຂ້ອງ ຕໍ່ຂະແໜງການຖະແຫລງຂ່າວ, ວັດ ທະນະທໍາ ແລະ ທ່ອງທ່ຽວ. ຫລັງ ຈາກນັ້ນ, ຂະແໜງການຖະແຫລງ ຂ່າວ, ວັດທະນະທໍາແລະທ່ອງທ່ຽວ ຕ້ອງກວດຜ່ານ ນື້ອໃນ, ຮູບແບບ, ປ້າຍ, ເອກະສານທີ່ກ່ຽວຂ້ອງ ແລະ ພິຈາລະນາອະນຸຍາດໃຫ້ອອກປ້າຍ ພາຍໃນເວລາແປດວັນລັດຖະການ ນັບແຕ່ວັນໄດ້ຮັບຄໍາຮ້ອງເປັນຕົ້ນ ໄປ. ສໍາລັບປ້າຍບົ່ງບອກແມ່ນອອກ ອະນຸຍາດຄັ້ງດຽວຕະຫລອດການ ໃຊ້ງານ. ພາຍຫລັງທີ່ໄດ້ຮັບອະນຸຍາດ ແລ້ວ ເຈົ້າຂອງປ້າຍ ຕ້ອງມີຄວາມ ຮັບຜິດຊອບ ດັ່ງນີ້: ຕິດຕັ້ງປ້າຍມີ ຄວາມເໝາະສົມກັບສະຖານທີ່, ບໍ່ ລົບກວນຊຸມຊົນ, ບໍ່ບັງທັດສະນີຍະ ພາບ, ບໍ່ສ້າງຄວາມເສຍຫາຍຕໍ່ສິ່ງ ກໍ່ສ້າງອື່ນ ແລະ ຖືກຕ້ອງຕາມການ ອະນຸຍາດຂອງຂະແໜງການຖະ ແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ຂະແໜງການ ອື່ນ ທີ່ກ່ຽວຂ້ອງ; ຕ້ອງປະຕິບັດຕາມ ຫລັກການ, ມາດຕະຖານ, ຄຸນນະ ພາບການປະກອບແລະການຕິດຕັ້ງ ປ້າຍ, ຄວາມປອດໄພ, ບໍ່ເປັນອຸປະ ສັກ ຫລື ບໍ່ກີດຂວາງການຈະລາ ຈອນ ແລະ ຮັບປະກັນຄວາມສວຍ ງາມ; ຮັກສາປ້າຍຂອງຕົນໃຫ້ຈົບ ງາມ, ບໍ່ໃຫ້ສີກຂາດ ແລະ ເປ່ເພ, ສ້ອມແປງປ້າຍໃຫ້ຢູ່ໃນສະພາບດີ; ຕ້ອງຮື້ຖອນປ້າຍ ໃນເມື່ອສິ້ນສຸດສັນ ຍາຂອງການໂຄສະນາ ແລະ ໃນກໍ ລະນີເກີດເຫດຕ່າງໆ; ໃຊ້ແທນຄ່າ ເສຍຫາຍທີ່ເກີດຈາກການຕິດຕັ້ງ, ຮື້ຖອນ ຫລື ຜົນກະທົບອື່ນ ຍ້ອນ ຄວາມຜິດພາດທາງດ້ານເຕັກນິກ ຫລື ຄຸນນະພາບຈາກການຜະລິດ ແລະ ການຕິດຕັ້ງປ້າຍຂອງຕົນ ແລະ ມີຄວາມຮັບຜິດຊອບອື່ນຕາມ ກົດໝາຍ. ພາບປະກອບ ພາບປະກອບ * ຂະແໜງທ່ອງທ່ຽວ, ພະແນກ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ແຂວງຄຳມ່ວນ ໃຫ້ຮູ້ວ່າ: ພະທາດສີໂຄດຕະບອງ ຕັ້ງຢູ່ແຄມແມ່ນໍ້າຂອງ ຫ່າງຈາກ ຕົວເມືອງທ່າແຂກ ແຂວງຄຳມ່ວນ ອອກໄປທາງທິດໃຕ້ປະມານ 6 ກິ ໂລແມັດ, ລັກສະນະຂອງພະທາດ ກໍ່ດ້ວຍດິນຈີ່, ທາປູນ, ທາດເປັນ ຮູບສີ່ຫລ່ຽມຫັກມຸມ, ຍອດແຫລມ, ສ່ວນເທິງຂອງພະທາດມີລັກສະນະ ເປັນສີ່ຫລ່ຽມແບບດວງປີ. ໂຄງສ້າງຢູ່ໃນສະໄໝດຽວກັນ ກັບພະທາດພະນົມ(ປະເທດໄທ), ພະທາດອີງຮັງ (ແຂວງສະຫວັນ ນະເຂດ), ພະທາດບັງພວນ, ພະ ທາດຫລວງວຽງຈັນ ເຊິ່ງເປັນສະ ກຸນຊ່າງສິລະປະກໍ່ສ້າງຂອງລາວ ລ້ານຊ້າງ, ຖ້ານແຕ່ລະດ້ານຍາວ 14,33 ຊັງຕີແມັດ, ສູງ 28-29 ຊັງຕີແມັດ, ຍອດປະດັບດ້ວຍເສດ ຕະສັດ 7 ຊັ້ນ, ໃນແກນເປັນເລັກ, ເສດຕະສັດເຮັດດ້ວຍເງິນ ແລະ ຄໍາ, ປາຍເສດຕະສັດມີໂຄມແກ້ວ, ສະເພາະເສດຕະສັດສູງ 2 ແມັດ, ບໍລິເວນຕີນພະທາດກວ້າງດ້ານລະ 25 ແມັດ, ສູງ 30 ແມັດ, ມີພະທາດ ນ້ອຍຂອງພະອໍລະຫັນ ທັງຫ້າ ຕັ້ງ ຢູ່ທາງດ້ານຕາເວັນຕົກ 3 ໜ່ວຍ ແລະ ຕາເວັນອອກ 2 ໜ່ວຍ (ປັດ ຈຸບັນເປ່ເພຕາມການເວລາ). ພະທາດສີໂຄດຕະບອງ ສ້າງ ຂຶ້ນໃນສະໄໝອານາຈັກສີໂຄດຕະ ບອງ(ສະຕະວັດທີ6-8), ເປັນບ່ອນ ເກັບມ້ຽນອັດຖິຂອງພະພຸດທະເຈົ້າ; ພະເຈົ້າຊີວິດ ໂພທິສາລາດ ເຊິ່ງເປັນ ກະສັດລາວອົງໜຶ່ງໃນສະໄໝນັ້ນ ໄດ້ ປະຕິສັງຂອນພະທາດນີ້ ແລະ ຕິດຮູບດອກບົວໃສ່ຈອມທາດ ໃນ ສະຕະວັດທີ 16, ຕໍ່ມາພະເຈົ້າໄຊຍະ ເສດຖາທິລາດ ກໍໄດ້ປະຕິຮູບຊົງ ທາດ ໃຫ້ເປັນຮູບທີ່ເຫັນໃນ ປັດຈຸ ບັນ, ສ່ວນອື່ນໆແມ່ນສ້າງຂຶ້ນໃນ ຊຸມປີ 1950 ແລະ ປີ 1970 ກໍໄດ້ ມີການກໍ່ສ້າງເພີ່ມເຕີມ, ປີ 2009 ພັກ ແລະ ລັດຖະບານ ກໍຄືປະຊາຊົນ ແຂວງຄຳມ່ວນ ໄດ້ທຳການຫລໍ່ຮູບ ປັ້ນພະຍາສີໂຄດຕະບອງ ເພື່ອປະ ດິດສະຖານໄວ້ຢູ່ບໍລິເວນເດີ່ນພະ ທາດ, ພ້ອມປັບປຸງ ແລະ ຕົບແຕ່ງ ເດີ່ນໃຫ້ມີຄວາມຈົບງາມຂຶ້ນຕື່ມ ເປັນແຕ່ລະໄລຍະ. ນອກຈາກນັ້ນ, ຍັງມີຮູບປັ້ນ ຂອງພະຍາສີໂຄດຕະບອງ ຢືນຢ່າງ ສະຫງ່າລາສີ ເຊິ່ງຄຳວ່າ “ສີໂຄດ ຕະບອງ” ມີຄວາມໝາຍມາຈາກ ພາສາບາລີວ່າ: “ເມືອງທີ່ມີຄວາມ ສວຍງາມ ແລະ ຈະເລີນຮຸ່ງເຮືອງ ໄປດ້ວຍສິນທຳ”. ດ້ວຍເຫດນັ້ນຮູບ ປັ້ນຂອງພະຍາສີໂຄດຕະບອງ ຈຶ່ງ ປຽບເໜືອນທວນໄຟເຍືອງທາງໃຫ້ ແສງສະຫວ່າງແກ່ຄົນຮຸ່ນຕໍ່ໄປແລະ ກໍເປັນສູນລວມແຫ່ງຈິດໃຈຂອງປະ ຊາຊົນພາຍໃນ ແຂວງຄໍາມ່ວນ ມາ ຈົນເທົ່າທຸກວັນນີ້. ພາບປະກອບ ພາບປະກອບ ພາບປະກອບ ພາບປະກອບ * ກິ່ນປາກ” ເປັນສິ່ງທີ່ຫລາຍ ຄົນບໍ່ປາຖະໜາ ທັງຜູ້ທີ່ເປັນເອງ ແລະ ຜູ້ທີ່ຢູ່ອ້ອມຂ້າງ, ດັ່ງນັ້ນ ຜູ້ທີ່ ມີກິ່ນປາກ ຈຶ່ງພະຍາຍາມຫາທາງ ອອກທຸກວິທີທາງ ເພື່ອທີ່ແກ້ໄຂ ບັນຫາ, ກິ່ນປາກທີ່ເກີດມາຈາກອາ ຫານທີ່ເຮົາກິນ ແລ້ວໄປສະສົມ ເມື່ອບໍ່ໄດ້ຮັບການທຳຄວາມສະອາດ ທີ່ພຽງພໍ ກໍຈະເຮັດໃຫ້ມີບັນຫາກິ່ນ ປາກຕາມມາ. ດັ່ງນີ້ມື້ນີ້ ເຮົາມາຮູ້ ຈັກນໍາກັນວ່າໝາກໄມ້ຊະນິດໃດກິນ ແລ້ວຫລຸດບັນຫາກິ່ນປາກ: ໝາກ ນາວ: ເພາະກົດຊີຕຣິກໃນໝາກນາວ ມີຄຸນສົມບັດສາມາດຂ້າເຊື້ອແບັກ ທີເລຍໃນຜົ້ງປາກໄດ້ ແລະ ເພີ່ມປະ ລິມານນໍ້າລາຍ ຊ່ວຍລ້າງແບັກທີ ເລຍ ດ້ວຍການກິນນໍ້າໝາກນາວ ແລະ ສາມາດເອົາເປືອກມາຫຍໍ້າຈະ ຊ່ວຍໃຫ້ແບັກທີເລຍທີ່ເຮັດໃຫ້ມີ ກິ່ນປາກຫລຸດລົງໄດ້. ໝາກອຶ: ເປັນ ອາຫານທີ່ມີທາດສັງກະສີ ຊ່ວຍ ເຮັດໃຫ້ຮ່າງກາຍມີຄວາມສາມາດ ໃນການຕໍ່ສູ້ຕ້ານແບັກທີເລຍ, ຍັງ ຊ່ວຍລະບົບໄຫລວຽນຂອງເລືອດ ໂດຍ: ມາລີດາ ແລະ ປ້ອງກັນພະຍາດກະດູກຜ່ອຍ ໄດ້ອີກ. ໝາກແຕງໂມ: ເປັນໝາກ ໄມ້ທີ່ຊ່ວຍລ້າງສິ່ງເສດເຫລືອໄດ້ດີ ໂດຍສະເພາະສິ່ງເສດເຫລືອຈາກ ໝາກໄຂ່ຫລັງ ແລະ ກະເພາະນໍ້າປັດ ສະວະ, ທາງເດີນປັດສະວະ, ຊ່ວຍ ບຳລຸງຜິວ, ຫລຸດຄວາມດັນເລືອດ ສູງ ແລະ ຫລຸດບັນຫາກິ່ນປາກ. ໝາກນັດ: ຊ່ວຍຕ້ານການອັກເສບ ແລະເພີ່ມພະລັງງານ, ອຸດົມດ້ວຍ ໂບຣເມລິນ, ມີວິຕາມິນບີ, ກົດໂຟ ລິກ, ໂພແທັດຊຽມ,ໂຊດຽມ ແລະ ແມກນີຊຽມ, ເປັນສານອາຫານທີ່ ສຳຄັນຂອງຮ່າງກາຍ. ໝາກແອັບ ເປິ່ນ: ອຸດົມດ້ວຍໂພແທັດຊຽມ, ເຫລັກ, ແມກນີຊຽມວີຕາມິນບີ 1, ບີ 2 ແລະ ບີ 6 ຊ່ວຍລ້າງສານພິດ ອອກຈາກຕັບ ແລະ ໝາກໄຂ່ຫລັງ, ຍັງມີສານຕ້ານອະນຸມູນອິດສະລະ, ກົດຢູລິກ, ກົດແທນນິກ ແລະ ເສັ້ນ ໃຍເພັກຕິນ ຊ່ວຍລ້າງກະເພາະອາ ຫານ ແລະ ລຳໄສ້. ໃບສີດາ: ມີສານ ຄໍໂລຟິນ ຈະຊ່ວຍດັບກິ່ນປາກໄດ້ດີ, ໂດຍການເອົາໃບສີດາ 2-3 ໃບມາ ຫຍໍ້າແລະຄາຍຖິ້ມຈະເຮັດໃຫ້ຫລຸດ ກິ່ນປາກໄດ້ດີ. ໝາກກ້ຽງ: ນອກ ຈາກອຸດົມດ້ວຍວິຕາມິນຊີແລ້ວ ຍັງ ຊ່ວຍຫລຸດການອັກເສບ, ປ້ອງກັນ ເຊື້ອແບັກທີເລຍ, ຊ່ວຍຮັກສາຄວາມ ສົມດູນແບັກທີເລຍໃນລຳໄສ້ ແລະ ຫລຸດອາການທ້ອງອືດ ເຊິ່ງເປັນສາ ເຫດຂອງກິ່ນປາກ. ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==