gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 09/10/2023 xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ອ່ານຕໍ່ສະບັບໜ້າ *** dkod+ lh k' c]t glu ,0tspkp0v'ra dcI''kogdq ks]u *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** ຂປລ. ໃນວັນທີ 10 ຕຸລາ ປີ 1945, 78 ປີ ກ່ອນໜ້ານີ້, ສະຫາຍ ກິມອິນ ຊຸງ, ຜູ້ນຳທີ່ຍິ່ງໃຫຍ່ຂອງປະ ຊາຊົນເກົາຫລີ ໄດ້ປະກາດສ້າງຕັ້ງ ພັກແຮງງານເກົາຫລີ, ກອງກຳລັງ ນຳພາ ຂອງຊົນຊັ້ນກຳມະກອນ ເກົາຫລີ ທີ່ແທ້ຈິງ. ດ້ວຍຄວາມເຂົ້າໃຈອັນເລິກເຊິ່ງ ເຖິງບົດບາດນຳພາຂອງພັກ ໃນ ການປະຕິວັດ ແລະ ການກໍ່ສ້າງ, ສະ ຫາຍ ກິມ ອິນ ຊຸງ ທີ່ຍິ່ງໃຫຍ່ ໄດ້ສ້າງ ຕັ້ງພັກແຮງງານເກົາຫລີ ຢ່າງທັນ ການ ພາຍຫລັງການປົດປ່ອຍປະ ເທດຊາດເກົາຫລີ ຈຶ່ງໄດ້ສ້າງອົງ ການນຳພາການເມືອງ ທີ່ເຂັ້ມແຂງ ເພື່ອນຳພາພາລະກິດກໍ່ສ້າງລັດ ແລະ ກອງທັບ ແລະ ການປະຕິວັດປະຊາ ທິປະໄຕ ຕ້ານຈັກກະພັດ, ຕ້ານສັກດີ ນາໃຫ້ສຳເລັດຜົນ. ພາຍໃຕ້ການຊີ້ນຳນຳພາອັນປີ ຊາສາມາດ ຂອງ ສະຫາຍ ກິມ ອິນ ຊຸງ, ພັກແຮງງານເກົາຫລີ ໄດ້ນຳພາ ການປະຕິວັດ ປະຊາທິປະໄຕ ຕ້ານ ຈັກກະພັດ, ຕ້ານສັກດີນາ, ສົງຄາມ ປົດປ່ອຍປິຕິພູມເກົາຫລີ, ພາລະກິດ ຟື້ນຟູປະເທດຊາດຫລັງສົງຄາມ, ການປະຕິວັດສັງຄົມນິຍົມໄປສູ່ໄຊ ຊະນະ. ພັກແຮງງານເກົາຫລີ ໄດ້ຂຶ້ນ ກ່າວສູ່ສັງກາດໃໝ່ຂອງການເຕີບ ໃຫຍ່ຂອງຕົນ ໂດຍນັບຖືຢ່າງສູງສະ ຫາຍ ກິມ ເຈິງ ອິນ ທີ່ຍິ່ງໃຫຍ່ເປັນ ຜູ້ສືບທອດຂອງພາລະກິດການປະ ຕິວັດ ແລະ ຜູ້ນຳ ຂອງພັກ; ພັກແຮງ ງານເກົາຫລີ ໄດ້ນຳໃຊ້ແນວຄິດ ແລະ ທິດສະດີກໍ່ສ້າງພັກຂອງສະ (ເນື່ອງໃນໂອກາດວັນສ້າງຕັ້ງພັກແຮງງານເກົາຫລີ ຄົບຮອບ 78 ປີ 10/10/1945-10/10/2023) ຈົ່ງມີສະຕິ... ເຜີຍແຜ່ດຳລັດການຄຸ້ມຄອງ... ສສກ ສະຫລອງວັນຄູ... ບໍລິຄຳໄຊ... ຄົນທີ່ເຄື່ອນໄຫວໂຄສະນາລະດົມ ເງິນຝາກຜ່ານທາງສື່ສັງຄົມອອນ ລາຍໂດຍບໍ່ໄດ້ຮັບອະນຸຍາດຈາກທະ ນາຄານແຫ່ງ ສປປ ລາວ. ໃນປັດຈຸບັນໄດ້ມີບຸກຄົນເຄື່ອນ ໄຫວລະດົມເງິນຝາກຜ່ານທາງສື່ ສັງຄົມອອນລາຍ (Facebook) ໂດຍບໍ່ໄດ້ຮັບອະນຸຍາດຈາກທະນາ ຄານແຫ່ງ ສປປ ລາວ ຊຶ່ງມີການ ກ່າວອ້າງ ແລະ ໂຄສະນາໃຫ້ຜົນ ຕອບແທນດອກເບ້ຍທີ່ສູງກວ່າເກນ ປົກກະຕິ ເມື່ອສົມທຽບກັບທະນາ ຄານທຸລະກິດ ແລະ ສະຖາບັນການ ເງິນອື່ນໆ ຊຶ່ງການເຄື່ອນໄຫວດັ່ງ ກ່າວອາດນຳໄປສູ່ການສ້າງຄວາມ ເສຍຫາຍຕໍ່ຊັບສິນຂອງປະຊາຊົນ ໃນສັງຄົມ ດັ່ງເຫດການທີ່ເກີດຂຶ້ນ ແລ້ວໃນໄລຍະຜ່ານມາ. ສະນັ້ນ, ທະນາຄານແຫ່ງ ສປປ ລາວ ຈຶ່ງແຈ້ງມາຍັງທ່ານຈົ່ງມີສະ ຕິລະວັງຕົວ ກ່ອນການຕັດສິນໃຈ ລົງທຶນຫລືຝາກເງິນຕາມການເຄື່ອນ ໄຫວໂຄສະນາໃນລັກສະນະດັ່ງ ກ່າວດ້ວຍ. ສຶກສາທິການ ແລະ ກິລາ, ມີອະດີດ ການນໍາກະຊວງສຶກສາທິການ ແລະ ກິລາ, ພະນັກງານອາວຸໂສບໍານານ, ຮອງລັດຖະມົນຕີ, ຄະນະນໍາຈາກ ພາກສ່ວນຕ່າງໆ, ຜູ້ບໍລິຫານການ ສຶກສາ ແລະ ແນະນຳ-ນໍາພາປະຊາ ຊົນສ້າງຂະບວນການເຮັດອະນາໄມ ທຳລາຍແຫລ່ງແພ່ພັນຂອງຍຸງລາຍ ໃນບ້ານທີ່ມີການລະບາດໃນທົ່ວ ແຂວງ. ພ້ອມນີ້, ກໍຍັງໄດ້ລົງສຸຂະສຶກ ສາເຄື່ອນທີ່ໂດຍນຳໃຊ້ລົດຕິດໂທ ລະໂຄ່ງເລາະຕາມບ້ານທີ່ມີການ ລະບາດ, ຕິດປ້າຍໂຄສະນາທີ່ມີການ ປຸກລະດົມຊຸມຊົນໃຫ້ຮູ້ວິທີປ້ອງກັນ ພະຍາດ ໄຂ້ຍຸງລາຍຕາມສະຖານ ທີ່ຕ່າງໆເຊັ່ນ: ຕະຫລາດ, ຄິວລົດ ແລະ ໂຮງໝໍ, ລົງພົ່ນຢາໃນບ້ານທີ່ມີ ການລະບາດຮ້າຍແຮງ. ສຳລັບທິດທາງແຜນການໃນ ຕໍ່ໜ້າ ແຂວງບໍລິຄຳໄຊ ຈະສືບຕໍ່ເຝົ້າ ລະວັງ ແລະ ລາຍງານກໍລະນີເກີດ ພະຍາດທຸກໆວັນເປັນປົກກະຕິ, ຈະ ສືບຕໍ່ລົງສຳຫລວດໜອນນໍ້າ ໃນ ບ້ານເປົ້າໝາຍ ຫລື ບ້ານທີ່ມີຄວາມ ສ່ຽງ ຈະມີການລະບາດໃຫ້ເປັນປົກ ກະຕິທຸກໆເດືອນ, ພ້ອມດຽວກັນນັ້ນ ຈະສືບຕໍ່ລົງສົມທົບບ້ານເພື່ອສ້າງ ຂະບວນການທຳລາຍແຫລ່ງແພ່ພັນ ຂອງຍຸງລາຍ,ພົ່ນຢາບ້ານທີ່ມີຄວາມ ສ່ຽງສູງກໍລະນີເພີ່ມຂຶ້ນຫລາຍ, ສືບ ຕໍ່ເຮັດສຸຂະສຶກສາແບບເຄື່ອນທີ່, ໂທ ລະໂຄ່ງບ້ານ, ໂທລະພາບ, ໃນວຽກ ງານປ້ອງກັນໄຂ້ຍຸງລາຍ ໃຫ້ເປັນ ປົກກະຕິ ແລະ ຕໍ່ເນື່ອງ. ທ່ານ ນາງ ສີສຸພັນ ພູນສະຫວັດ ຍັງໃຫ້ຮູ້ຕື່ມອີກວ່າ: ສປປ ລາວ ຈັດຢູ່ໃນປະເທດເຂດຮ້ອນ ເຮັດໃຫ້ ຍຸງລາຍທີ່ເປັນໂຕນຳເຊື້ອ, ແຜ່ເຊື້ອ ໄດ້ຢ່າງໄວວາ ແລະ ກວ້າງຂວາງ ໂດຍສະເພາະແມ່ນລະດູຝົນ. ສະນັ້ນ, ນອກຈາກໜ່ວຍງານເຝົ້າລະວັງ ແລະ ໂຕ້ຕອບຕໍ່ການລະບາດຂອງ ພະຍາດທຸກຂັ້ນ ທີ່ມີໜ້າທີ່ປະຕິບັດ ໃນການເຝົ້າລະວັງ ແລະ ໂຕ້ຕອບ ແລ້ວ ທຸກພາກສ່ວນ, ທຸກຄົນ ໃນສັງ ຄົມຕ້ອງມີສ່ວນຮ່ວມນຳກັນໂດຍສະ ເພາະ ແມ່ນປະຕິບັດ 5 ປ ທີ່ທາກະ ຊວງສາທາລະນະສຸກວາງອອກໃຫ້ ເຂັ້ມງວດ ເພື່ອບໍ່ໃຫ້ເປັນຊ່ອງວ່າງ ຂອງການນຳເຊື້ອຂອງຍຸງລາຍແຜ່ ອອກສູ່ວົງກວ້າງ. ຂ່າວ-ພາບ: ກິດຕາ ສຶກສາ, ວິທະຍາສາດ ແລະ ກິລາທຸກ ຂັ້ນທົ່ວປະເທດ, ບັນດາພະນັກງານ, ຄູອາຈານ ແລະ ພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມທາງເຊິ່ງໜ້າ ແລະ ອອນລາຍ. ໃນພິທີ, ທ່ານ ພຸດ ສິມມາລາວົງ ໄດ້ກ່າວວ່າ: ນັບແຕ່ປີ 1994 ເປັນ ຕົ້ນມາເມື່ອຮອດວັນທີ 7 ຕຸລາ ໃນ ແຕ່ລະປີທົ່ວປະເທດເຮົາໄດ້ມີການ ຈັດຕັ້ງສະເຫລີມສະຫລອງວັນຄູ ແຫ່ງຊາດທຸກໆປີ ເພື່ອປຸກລະດົມ ຈິດໃຈໃຫ້ທົ່ວສັງຄົມໄດ້ສະແດງ ອອກເຖິງການສົ່ງເສີມ, ເຊີດຊູບົດ ບາດ, ກຽດສັກສີຂອງຄູອາຈານໃຫ້ ສູງຂຶ້ນ, ຖືໂອກາດນີ້ ເປັນການໂຄສະ ນາເຜີຍແຜ່ຜົນງານການປະດິດຄິດ ແຕ່ງ ແລະ ເສຍສະລະເຫື່ອແຮງ ສະຕິປັນຍາຂອງຄູ-ອາຈານໃຫ້ທຸກ ຄົນໃນສັງຄົມໄດ້ຮັບຮູ້ເຖິງຜົນງານ ຂອງຄູ, ພ້ອມທັງສະແດງອອກເຖິງ ຄວາມກະຕັນຍູກະຕະເວທີ, ຮູ້ບຸນ ຄຸນຕໍ່ຄູ-ອາຈານ ທີ່ໄດ້ສິດສອນໃຫ້ ຄວາມຮູ້ແກ່ຕົນ ນັບແຕ່ອະດີດ ກໍຄື ປັດຈຸບັນ. ຕະຫລອດໄລຍະທີ່ຜ່ານ ມາບໍ່ວ່າຢູ່ໃນໄລຍະການປະຕິວັດ ຊາດ ປະຊາທິປະໄຕ ກໍຄື ໄລຍະການ ປົກປັກຮັກສາ ແລະ ສ້າງສາປະເທດ ຊາດ, ກະຊວງສຶກສາທິການ ແລະ ກິລາ, ອົງການປົກຄອງທ້ອງຖິ່ນ, ຜູ້ບໍລິຫານການສຶກສາແຕ່ລະຂັ້ນ ທັງພາກລັດ ແລະ ເອກະຊົນ ໄດ້ມີ ຄວາມພະຍາຍາມສູງໃນການເອົາ ໃຈໃສ່ພັດທະນາການສຶກສາ, ທັງ ທາງດ້ານປະລິມານ ແລະ ຄຸນນະ ພາບ, ໄດ້ຂະຫຍາຍຕາໜ່າງການສຶກ ສາໄປໃນທົ່ວທຸກທ້ອງຖິ່ນລວມທັງ ເຂດພູດອຍຫ່າງໄກສອກຫລີກ, ປະ ຊາຊົນໄດ້ມີລະດັບຄວາມຮູ້ຈົບປະ ຖົມ ແລະ ມັດທະຍົມສຶກສາຕອນ ຕົ້ນບຳລຸງໂດຍທົ່ວໄປກວມຈຳນວນ ປະຊາກອນສ່ວນຫລາຍ, ຄຸນນະ ພາບຂອງການສຶກສາກໍໄດ້ຮັບການ ພັດທະນາດີຂຶ້ນເທື່ອລະກ້າວ. ທັງໝົດນັ້ນ, ແມ່ນຍ້ອນການປະ ກອບສ່ວນເປັນກຳລັງແຮງສຳຄັນ ຕົ້ນຕໍມາຈາກພະນັກງານຄູ-ອາຈານ ຂອງພວກເຮົາ ທີ່ໄດ້ທຸ້ມເທເຫື່ອແຮງ ແລະ ສະຕິປັນຍາຂອງຕົນຢ່າງບໍ່ ຮູ້ອິດຮູ້ເມື່ອຍເຂົ້າໃນວຽກງານດັ່ງ ກ່າວຢ່າງສຸດຄວາມສາມາດ. ໃນ ສົກຮຽນຜ່ານມາ ເຖິງແມ່ນວ່າຈະມີ ຄວາມຫຍຸ້ງຍາກ ແລະ ສິ່ງທາທາຍ ຫລາຍຢ່າງກໍຕາມ, ແຕ່ຄູອາຈານ ຍັງໄດ້ພ້ອມກັນອົດທົນຜ່ານຜ່າບັນ ດາອຸປະສັກຕ່າງໆ ນັບແຕ່ການສຶກ ສາກ່ອນໄວຮຽນ, ປະຖົມ ແລະ ມັດ ທະຍົມສຶກສາ, ການສຶກສານອກ ໂຮງຮຽນ, ອາຊີວະສຶກສາ ແລະ ການສຶກສາຊັ້ນສູງທັງພາກລັດແລະ ເອກະຊົນ, ທັງໃນຕົວເມືອງ ແລະ ຊົນນະບົດເຂດຫ່າງໄກສອກຫລີກ, ຄູໄດ້ເອົາໃຈໃສ່ສິດສອນລູກຫລານ ຂອງປະຊາຊົນບັນດາເຜົ່າຢ່າງບໍ່ ຮູ້ອິດເມື່ອຍ, ເອົາໃຈໃສ່ຂຶ້ນຫ້ອງສິດ ສອນ, ຕິດຕາມ ແລະ ຊຸກຍູ້ຜູ້ຮຽນ, ນຳພານັກສຶກສາເຮັດການຄົ້ນຄວ້າວິໄຈ, ໃຫ້ບໍລິການວິຊາການໃຫ້ແກ່ ສັງຄົມ, ລົງໃກ້ຊິດກັບຊຸມຊົນ, ນຳພາ ພັດທະນາພື້ນຖານໂຄງລ່າງ ສະຖານການສຶກສາຂອງຕົນ, ພັດ ທະນາວິຊາຊີບຄູແບບຕໍ່ເນື່່ອງ ແລະ ອີກຫລາຍຢ່າງບໍ່ສາມາດກ່າວໄດ້ ໝົດໃນທີ່ນີ້. ຕໍ່ຜົນງານ ແລະ ການ ປະກອບສ່ວນຢ່າງຫລວງຫລາຍດັ່ງ ກ່າວ ໄດ້ເຮັດໃຫ້ການສຶກສາພາຍ ຫລັງການລະບາດຂອງພະຍາດໂຄ ວິດ-19 ມີ ທ່ວງທ່າດີຂຶ້ນທັງດ້ານ ປະລິມານ ແລະ ຄຸນນະພາບ. ພ້ອມກັນນັ້ນ, ທ່ານລັດຖະມົນຕີ *** ຕໍ່ຈາກໜ້າ 1 *** ກະຊວງ ສສກ ຍັງໄດ້ຕາງໜ້າໃຫ້ ຄະນະນຳຂອງກະຊວງສະແດງ ຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນ ຢ່າງສູງມາຍັງຄູ-ອາຈານທຸກທ່ານ ທີ່ໄດ້ທຸ່ມເທເຫື່ອແຮງ, ສະຕິປັນຍາ ແລະຄວາມເອົາໃຈໃສ່ແກ່ລູກຫລານ ປະຊາຊົນບັນດາເຜົ່າໃຫ້ໄດ້ຮັບ ການສຶກສາຢ່າງເທົ່າທຽມ ແລະ ມີ ຄຸນນະພາບ, ຂໍຈົດຈຳຄຸນງາມຄວາມ ດີຂອງບັນດາທ່ານ, ຈະຄົ້ນຄວ້າທຸກ ທ່າແຮງເພື່ອສືບຕໍ່ສ້າງຄວາມເຂັ້ມ ແຂງ ໃຫ້ແກ່ເພື່ອນຄູ, ຍົກສູງຊີວິດ ການເປັນຢູ່ຂອງຄູລາວໃຫ້ດີຂຶ້ນ ເທື່ອລະກ້າວ. ອວຍພອນແດ່ການ ນຳທຸກທ່ານ, ພະນັກງານບຳນານ ອາວຸໂສຕະຫລອດຮອດບັນດາຄູ- ອາຈານໃນຂອບເຂດທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ, ພ້ອມກັນ ສືບຕໍ່ປະກອບສ່ວນເຂົ້າໃນການກໍ່ ສ້າງຊັບພະຍາກອນມະນຸດຂອງ ຊາດໃຫ້ມີຄຸນນະພາບສູງ, ສືບຕໍ່ປະຕິ ບັດໜ້າທີ່ທີ່ຊາດມອບໝາຍໃຫ້ດ້ວຍ ຄວາມຮັບຜິດຊອບ ແລະ ມີຜົນສຳ ເລັດສູງ. ເຖິງຢ່າງໄດ້ກໍຕາມ, ໃນສະ ພາບປັດຈຸບັນ ແລະ ຕໍ່ໜ້າ, ພວກເຮົາ ຍັງຈະສືບຕໍ່ມີສິ່ງທາທາຍ ແລະ ຄວາມຫຍຸ້ງຍາກຫລາຍຢ່າງທີ່ຄູ ຂອງພວກເຮົາຈະຜະເຊີນໜ້າ, ຂໍໃຫ້ ພວກເຮົາຈົ່ງພ້ອມກັນອົດທົນຜ່ານ ຜ່າ, ເພີ່ມທະວີຄວາມສາມັກຄີກັນໃນ ເພື່ອນອາຊີບຄູ, ພ້ອມກັນຝຶກຝົນ ຫລໍ່ຫລອມຕົນເອງທາງດ້ານວິຊາ ສະເພາະ, ການນຳໃຊ້ເຕັກໂນໂລຊີ ເຂົ້າໃນການສິດສອນ, ເອົາໃຈໃສ່ສຶກ ສາອົບຮົມການເມືອງແນວຄິດລູກ ຫລານປະຊາຊົນບັນດາເຜົ່າ ໃຫ້ມີ ຄຸນທາດການເມືອງໜັກແໜ້ນ, ຮັກ ປະເທດຊາດ ຮັກບ້ານເກີດເມືອງ ນອນທີ່ແສນຮັກຂອງພວກເຮົາ ແລະ ມີຄວາມເປັນເລີດທາງດ້ານວິ ຊາການ. ນອກຈາກນັ້ນ, ໃນພິທີ ຍັງໄດ້ຮັບ ຟັງສາ ນອວຍພອນວັນຄູຂອງທ່ານ ນາຍົກລັດຖະມົນຕີ, ການປະກອບ ຄຳເຫັນຂອງຕົວແທນຄູໃນຂອບ ເຂດທົ່ວປະເທດ ແລະ ບົດອວຍພອນ ວັນຄູ ອີກດ້ວຍ. ຂ່າວ-ພາບ: ໜັງສືພິມສຶກສາ-ກິລາ ທ່ານ ນາງ ສີສຸພັນ ພູນສະຫວັດ ວິຊາການຮັບຜິດຊອບເຝົ້າລະວັງ ແລະ ໂຕ້ຕອບການລະບາດຂອງພະ ຍາດ ຂະແໜງຄວບຄຸມພະຍາດຕິດ ຕໍ່ພະແນກສາທາລະນະສຸກແຂວງ ບໍລິຄຳໄຊ ໄດ້ໃຫ້ສຳພາດ ເມື່ອບໍ່ດົນ ນີ້ວ່າ: ເພື່ອສະກັດກັ້ນການແພ່ລະ ບາດຂອງພະຍາດໄຂ້ຍຸງລາຍທີ່ກຳ ລັງແພ່ລະບາດໃນປັດຈຸບັນແຂວງ ບໍລິຄຳໄຊ ກໍຄືພະແນກສາທາລະ ນະສຸກ ໄດ້ຕັ້ງກຸ່ມເຝົ້າລະວັງ ນັບ ແຕ່ຂັ້ນສູນກາງລົງຮອດຂັ້ນໂຮງໝໍ ນ້ອຍ ແລະ ມີການລາຍງານທຸກໆມື້ ໂດຍການໃຊ້ກຸ່ມວອດແອັບ ເຊິ່ງໄດ້ ລາຍງານຂໍ້ມູນດ້ານການເຄື່ອນ ໄຫວວຽກງານຕ່າງໆ ໃຫ້ພະແນກ ແລະ ສູນກາງໄດ້ຮັບຊາບເປັນປະ ຈຳ. ນອກຈາກນີ້, ກໍໄດ້ລົງສອບ ສວນກໍລະນີຕິດເຊື້ອໃນບ້ານທີ່ມີ ການລະບາດ ໂດຍທີມງາມແຂວງ ແລະ ເມືອງ, ໄດ້ສຳຫລວດຄວາມ ໜ້າແໜ້ນຂອງໜອນນໍ້າ-ຍຸງລາຍ ໃນບ້ານເປົ້າໝາຍທຸກເດືອນ ແລະ ບ້ານໂຄງການທຸກໆອາທິດນອກ ຈາກນີ້, ໃນແຕ່ລະເມືອງກໍລົງສຸຂະ ຫາຍ ກິມ ເຈິງ ອິນ ເຂົ້າໃນການເສີມ ຂະຫຍາຍພັກແຮງງານເກົາຫລີ ໃຫ້ ເປັນພັກຂອງຜູ້ນຳ, ພັກ ການປະຕິ ວັດຈຸດເຊ. ຕະຫລອດໄລຍະແຫ່ງ ການນຳພາພັກແຮງງານເກົາຫລີສະ ຫາຍກິມເຈິງອິນໄດ້ຖືເອົາການເສີມ ສ້າງພັກຂອງປະທານ ກິມອິນ ຊຸງ ລວມທັງຊື່ ແລະ ຄວາມເປັນຈິງ ເປັນພາລະກິດຕົ້ນຕໍ ແລະ ດຳເນີນ ການຈັດຕັ້ງປະຕິບັດຢ່າງມີໝາກ ຜົນ; ສະຫາຍໄດ້ພັດທະນາແນວ ຄິດປະຕິວັດ, ແນວຄິດຈຸດເຊ ທີ່ປະ ທານ ກິມ ອິນ ຊຸງ ສ້າງຕັ້ງຂຶ້ນໃຫ້ ເປັນຮູບປະທຳ ແລະ ເປັນແນວຄິດ ຊີ້ນຳພຽງໜຶ່ງດຽວຂອງພັກແຮງ ງານເກົາຫລີ, ທັງໄດ້ຖືເອົາແນວຄິດ ດັ່ງກ່າວນີ້ເປັນຕົວແບບກໍຄືໂຄງ ການອັນສູງສຸດໃນທົ່ວສັງຄົມ. ຍ້ອນ ການຊີ້ນຳ-ນຳພາຂອງສະຫາຍ, ພັກແຮງງານເກົາຫລີໄດ້ຮັບການພັດ ທະນາໃຫ້ເປັນອົງການຈັດຕັ້ງທີ່ມີ ຄວາມປອດໃສ, ເຂັ້ມແຂງແລະ ເປັນ ເອກະພາບໃນການກະທຳຕົວຈິງ, ເປັນອົງການຈັດຕັ້ງທີ່ມີລະບົບແນວ ຄິດທີ່ເປັນໜຶ່ງດຽວ ແລະ ສ້າງຕັ້ງລະ ບົບການນຳພາທີ່ເປັນໜຶ່ງດຽວຂອງ ຜູ້ນຳຢ່າງເຄັ່ງຄັດ. ເມື່ອຫວນຄືນໄປເບິ່ງໄລຍະນັ້ນ, ເນື່ອງຈາກການຜົນກຳທົບຂອງລັດ ທິແກ້ທັນສະໄໝ, ສິດອຳນາດໃນ ການນຳພາຂອງຜູ້ນຳໃນພັກກຳອຳ ນາດບາງປະເທດສັງຄົມນິຍົມໄດ້ ຖືກທຳລາຍ ແລະ ຂະບວນການສັງ ຄົມນິຍົມຂອງໂລກ ໄດ້ຖືກປະຊັນ ໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງ ທ້າທາຍ. ເຖິງຢ່າງໃດກໍຕາມ, ພັກ ແຮງງານເກົາຫລີ ໄດ້ໂຮມພະລັງ ມວນຊົນ ໃຫ້ແຂງແກ່ນຄືດັ່ງຫີນ ສິລາ, ມີການຈັດຕັ້ງ ແລະ ມີແນວ ຄິດທີ່ເປັນເອກະພາບ ຍຶດໝັ້ນຄຳ ສັ່ງສອນປະທານ ກິມອິນຊຸງ ເປັນ ຫລັກເພື່ອໝູນໃຊ້ເຂົ້າກັບສະພາບ ຄວາມເປັນຈິງໃນການກໍ່ສ້າງພັກ. ນີ້ແມ່ນໝາກຜົນອັນລ້ຳຄ່າທີ່ມີລັກ ສະນະລະອຽດອ່ອນຕໍ່ຜູ້ນຳຂອງ ສະຫາຍ ກິມ ເຈິງ ອິນ ທີ່ເຂົ້າໃຈບັນ ຫາເລິກເຊິ່ງຢ່າງຫາອັນປຽບບໍ່ໄດ້, ເພິ່ນໄດ້ນຳພາຢ່າງປີຊາສາມາດໃນ ການຕັດສິນໃຈວາງຫລັກການ ແລະ ວາງມະຕິທາງດ້ານການເມືອງທີ່ ສະຫລາດສ່ອງໃສ. ສະຫາຍ ກິມ ເຈິງ ອິນ ໄດ້ສ້າງ ພັກແຮງງານເກົາຫລີ ໃຫ້ເປັນພັກທີ່ ຮັບໃຊ້ມວນຊົນ, ມີຄວາມຮັບຜິດ ຊອບຢ່າງເຕັມສ່ວນຕໍ່ຈຸດໝາຍ ແລະ ອຸດົມການຂອງປະຊາຊົນ ທັງຮັບ ໃຊ້ປະຊາຊົນດ້ວຍຄວາມຊື່ສັດບໍລິ ສຸດຢ່າງແທ້ຈິງ. ການເຊີດຊູເສີມ ຂະຫຍາຍສາຍກ່ຽວພັນແບບກາຍະ ອິນຊີ ລະຫວ່າງພັກແຮງງານເກົາ ຫລີ ແລະ ປະຊາຊົນລວມທັງຄວາມ ເປັນປຶກແຜ່ນແໜ້ນໜາຂອງຮາກ ຖານມວນຊົນຂອງພັກເປັນຫລັກ ການທີ່ສຳຄັນ ໃນການກໍ່ສ້າງພັກກໍຄື ການຄົງຕົວແລະ ຂະຫຍາຍຕົວຂອງ ພັກ; ສະຫາຍໄດ້ເຫັນແຈ້ງວ່າທຸກ ການຈັດຕັ້ງ ແລະ ພະນັກງານລ້ວນ ແຕ່ຕ້ອງດຳເນີນການຈັດຕັ້ງປະຕິ ບັດ ເພື່ອຜົນປະໂຫຍດຂອງມະຫາ ຊົນດຳລົງຊີວິດຕິດແທດກັບມະຫາ ຊົນ ແລະ ເປັນຜູ້ຮັບໃຊ້ມະຫາຊົນ. ຍ້ອນມີແນວທາງການເມືອງທີ່ ຮັບໃຊ້ສິດຜົນປະໂຫຍດຂອງທົ່ວ ປວງຊົນ, ພັກແຮງງານເກົາຫລີ ຈຶ່ງ ໄດ້ບັນລຸຜົນສຳເລັດ ໃນການເຕົ້າ ໂຮມຄວາມເປັນເອກະພາບຈິດໜຶ່ງ ໃຈດຽວຂອງຜູ້ນຳ ກໍຄື ຂອງພັກ ແລະ ຂອງມວນຊົນເປັນເທື່ອທຳອິດ ໃນປະຫວັດສາດທ່າມກາງຄວາມ ຜັນຜວນທາງການເມືອງຂອງໂລກ, ນຳພາສັງຄົມເກົາຫລີ ໃຫ້ເປັນຄອບ ຄົວສັງຄົມນິຍົມທີ່ເປັນປຶກແຜ່ນ ແລະ ສະແດງໃຫ້ເຫັນຄວາມເກັ່ງກ້າ ສາມາດຂອງພັກທີ່ບໍ່ມີສັດຕູໂຕໃດຕີ ເອົາຊະນະໄດ້ ເຊິ່ງໄດ້ນຳພາປວງຊົນ ທັງຊາດເດັດດ່ຽວຍາດເອົາໄຊຊະ ນະໃນການສ້າງສັງຄົມນິຍົມທີ່ໄດ້ ຮັບການສະໜັບສະໜູນ ແລະ ເຊື່ອ ໝັ້ນຢ່າງຕາຍໃຈຂອງປວງຊົນຕະ ຫລອດມາ. ສັນຕິພາບ ພົມວິຫານ ລັດຖະມົນຕີກະ ຊວງການເງິນ, ມີຫົວໜ້າຫ້ອງການ, ບັນດາຫົວໜ້າກົມ-ຮອງຫົວໜ້າກົມ, ຫົວໜ້າພະແນກ-ຮອງພະແນກອ້ອມ ຂ້າງກະຊວງການເງິນ, ກະຊວງອ້ອມ ຂ້າງ, ພາກສ່ວນກ່ຽວຂ້ອງຕ່າງໆຈາກ ພາກລັດ, ເອກະຊົນ ແລະ ບັນດາຫົວ ໜ່ວຍທຸລະກິດ ເຂົ້າຮ່ວມ. ທ່ານ ສັນຕິພາບ ພົມວິຫານ ໄດ້ມີ ຄຳເຫັນວ່າ: ເພື່ອຮັບປະກັນໃນການຊຸກ ຍູ້, ສົ່ງເສີມການດໍາເນີນທຸລະກິດຂອງ ຜູ້ປະກອບການໃຫ້ຂະຫຍາຍຕົວຢ່າງ ຕໍ່ເນື່ອງ ແລະ ຍືນຍົງບົນພື້ນຖານກົດ ໝາຍ ແລະ ລະບຽບການ, ທັງເປັນການ ປະຕິບັດພັນທະອາກອນໃຫ້ຖືກຕ້ອງ, ຄົບຖ້ວນຕາມກົດໝາຍ, ໃບເກັບເງິນ ແມ່ນໜຶ່ງໃນປັດໄຈຕົ້ນຕໍ ແລະ ສຳຄັນທີ່ ເຮັດໜ້າທີ່ໃນການຢັ້ງຢືນການຊື້-ຂາຍ ສິນຄ້າ ແລະ ການບໍລິການ, ເປັນເອກະ ສານຫລັກຖານໃນການລົງບັນຊີລາຍ ຮັບ,ລາຍຈ່າຍ,ການຫັກ,ການຂໍຄືນເງິນ ອາກອນຂອງບັນດາຫົວໜ່ວຍທຸລະ ກິດ. ສຳລັບບັນດາຂະແໜງການຂອງ ລັດໃບເກັບເງິນກໍມີບົດບາດສໍາຄັນໃນ ການຄຸ້ມຄອງ, ຕິດຕາມການເກັບຄ່າທຳ ນຽມ ແລະ ຄ່າບໍລິ ການເຂົ້າງົບປະມານ ແລະ ເປັນຢັ້ງຢືນລາຍຮັບ, ລາຍຈ່າຍ ທີ່ຕິດພັນກັບຮ່ວງເງິນບໍລິຫານ. ສະນັ້ນ, ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດມີ ຄວາມເປັນເອກະພາບໃນຂອບເຂດທົ່ວ ປະເທດ, ລັດຖະບານ ຈຶ່ງມອບໃຫ້ກະ ຊວງການເງິນ ກໍຄື ກົມສ່ວຍສາອາ ກອນຄົ້ນຄວ້າປັບປຸງດຳລັດວ່າດ້ວຍ ການຄຸ້ມຄອງໃບເກັບເງິນ ເພື່ອເປັນ ເຄື່ອງມືໃນການຄຸ້ມຄອງ, ຕິດຕາມ, ກວດກາວຽກງານໃບເກັບເງິນ, ໂດຍ ອີງຕາມມາດຕາ 53 ວັກ 3 ຂອງກົດ ໝາຍວ່າດ້ວຍການຄຸ້ມຄອງສ່ວຍສາ ອາກອນ ສະບັບເລກທີ 66/ສພຊ, ໄດ້ກໍານົດໃບເກັບເງິນມີພຽງ 3 ປະເພດ (ໃບເກັບເງິນເປັນເຈ້ຍ ແລະ ໃບເກັບ ເງິນເອເລັກໂຕຣນິກ). ໃນນີ້, ໃບເກັບ ເງິນເປັນເຈ້ຍ ກໍມີພຽງ 3 ແບບຄື: ໃບ ເກັບເງິນອາກອນມູນຄ່າເພີ່ມ,ໃບເກັບ ເງິນຈຸນລະວິ ສາຫະກິດ ແລະ ໃບເກັບ ເງິນຄ່າທຳນຽມ, ຄ່າບໍລິການ ຊຶ່ງໄດ້ ກໍານົດໃບເກັບເງິນແຕກຕ່າງຈາກດຳ ລັດໃບເກັບເງິນ ເລກທີ 12/ນຍ ປີ 2006 ແລະ ໄດ້ກໍານົດມາດຕະການຕໍ່ ຜູ້ລະເມີດຢູ່ໃນດຳລັດໃບເກັບເງິນ ເລກທີ 297/ລບ ນີ້ແມ່ນໜັກໜ່ວງ ພໍສົມຄວນ, ຖ້າພາກສ່ວນໃດລະເມີດ (ບໍ່ວ່າຈະແມ່ນເຈົ້າໜ້າທີ່ສ່ວຍສາອາ ກອນ, ຂະແໜງການຂອງລັດທີ່ເກັບ ຄ່າທຳນຽມ, ຄ່າບໍລິການ ແລະ ຫົວ ໜ່ວຍທຸລະກິດຈະຖືກປະຕິບັດມາດຕະ ການ ເຊັ່ນ: ສຶກສາອົບຮົມ, ລົງວິໄນ, ປັບໃໝ ແລະ ດຳເນີນຄະດີທາງອາຍາ ຕາມແຕ່ລະກໍລະນີ). ສະນັ້ນ, ໃນໄລຍະນີ້ ໃຫ້ພາກສ່ວນ ກ່ຽວຂ້ອງໄດ້ກະກຽມ, ກວດກາ, ທ້ອນ ໂຮມ ແລະ ທຳລາຍບັນດາໃບເກັບເງິນ ທີ່ບໍ່ຖືກຕ້ອງ, ທີ່ມີການພິມ, ຈໍາໜ່າຍ ແລະ ນໍາໃຊ້ໂດຍບໍ່ໄດ້ຮັບອະນຸຍາດຈາກ ຂະແໜງສ່ວຍສາອາກອນໃນໄລຍະ ຜ່ານມາ, ກະຊວງການເງິນ, ຈຶ່ງໄດ້ ອອກຄຳສັ່ງ ສະບັບເລກທີ 2804/ກງ, ລົງວັນທີ 15 ກັນຍາ 2023 ວ່າດ້ວຍ ການຫ້າມພິມ, ຈໍາໜ່າຍ ແລະ ນໍາໃຊ້ໃບ ເກັບເງິນທີ່ບໍ່ໄດ້ຮັບອະນຸຍາດຈາກຂະ ແໜງສ່ວຍສາອາກອນ, ຈຸດປະສົງ ເພື່ອ ລົບລ້າງໃບເກັບເງິນທີ່ພິມ, ຈໍາໜ່າຍ ແລະ ນໍາໃຊ້ໂດຍບໍ່ຖືກຕ້ອງ ແລະ ຫັນ ມານຳໃຊ້ໃບເກັບເງິນທ່ີຖືກຕ້ອງຕາມ ທີ່ໄດ້ກຳນົດໄວ້ ໃນດໍາລັດວ່າດ້ວຍການ ຄຸ້ມຄອງໃບເກັບເງິນ ເລກທີ 297/ລບ. ທັງນີ້, ກໍເພື່ອຮັບປະກັນຜົນປະໂຫຍດ ຂອງພາກລັດ ແລະ ຫົວໜ່ວຍທຸລະກິດ, ເພາະໃບເກັບເງິນ ຈະເປັນຕົວຢັ້ງຢືນ ຄວາມເປັນຈິງຂອງການຊື້-ຂາຍສິນຄ້າ ແລະ ການບໍລິການ ແລະ ການຄຸ້ມຄອງ ເກັບລາຍຮັບເຂົ້າງົບປະມານແຫ່ງລັດ ໃຫ້ຖືກຕ້ອງ, ຄົບຖ້ວນຕາມກົດໝາຍ. ສຳລັບເລກປະຈຳຕົວຜູ້ເສຍອາ ກອນ ກໍແມ່ນເລກລະຫັດທີ່ອອກ ໃຫ້ແກ້ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຜູ້ ທີ່ມີພັນທະເສຍອາກອນຢູ່ໃນດິນແດນ ສປປ ລາວ ຊຶ່ງເປົ້າໝາຍຜູ້ທີ່ຕ້ອງມີ ເລກປະຈາຕົວຜູ້ຍອາກອນ ແມ່ນພົນລະ ເມືອງລາວ, ຄົນຕ່າງດ້າວ, ຄົນບໍ່ມີສັນ ຊາດ, ຄົນຕ່າງປະເທດ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ດຳເນີນທຸລະກິດ ຫລື ເຄື່ອນໄຫວອື່ນທີ່ມີລາຍໄດ້ ຊຶ່ງມີພັນທະ ຕ້ອງເສຍອາກອນ. ເລກປະຈຳຕົວຜູ້ເສຍອາກອນແມ່ນ ລະຫັດບັນຈຸຂໍ້ມູນດ້ານຕ່າງໆຂອງຜູ້ ເສຍອາກອນ ຊຶ່ງເຈົ້າໜ້າທີ່ສ່ວຍສາ ອາກອນກໍສາມາດມາໃຊ້ເປັນເຄື່ອງມື ໃນການຄຸ້ມຄອງ, ຕິດຕາມ, ກວດກາ ການແຈ້ງ-ການມອບອາກອນຂອງຜູ້ ເສຍອາກອນ. ພ້ອມນີ້, ເລກປະຈຳຕົວ ຜູ້ເສຍອາກອນ ຍັງແມ່ນລະຫັດອຳນວຍ ຄວາມສະດວກໃຫ້ແກ່ຜູ້ເສຍອາກອນ ສາມາດແຈ້ງ-ເສຍອາກອນຜ່ານລະ ບົບແທັກຣິສ (Tax RIS), ຖ້າຫາກ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ໃດ ບໍ່ມີເລກປະຈຳຕົວຜູ້ເສຍອາກອນ ກໍຈະບໍ່ສາມາດເຂົ້າເຖິງລະບົບແທັກ ຣິສ Tax RIS ຂອງອາກອນໄດ້ ແລະ ເພື່ອເຮັດໃຫ້ການຄຸ້ມຄອງ, ການຈັດຕັ້ງ ປະຕິບັດເລກປະຈຳຕົວຜູ້ເສຍອາກອນ ມີຄວາມເປັນເອກະພາບລວມສູນກະ ຊວງການເງິນ ຖືກຕາມກຳນົດຫລັກ ການ, ລະບຽບການ, ມາດຕະການໃນ ການຄຸ້ມຄອງການອອກ ແລະ ນໍາໃຊ້ ເລກປະຈຳຕົວຜູ້ເສຍອາກອນໃຫ້ຖືກ ຕ້ອງ, ສອດຄ່ອງຕາມກົດໝາຍ. ເອກະສານທີ່ນໍາມາເຜີຍແຜ່ຄັ້ງນີ້, ປະກອບມີ: ດຳລັດວ່າດ້ວຍການຄຸ້ມ ຄອງໃບເກັບເງິນ ສະບັບເລກທີ 297/ ລບ, ລົງວັນທີ 20 ສິງຫາ 2022; ດຳລັດວ່າດ້ວຍເລກປະຈຳຕົວຜູ້ເສຍ ອາກອນ ສະບັບເລກທີ 213/ລບ, ລົງ ວັນທີ 2 ມິຖຸນາ 2023; ຄຳສັ່ງ ສະບັບ ເລກທີ 2804/ກງ, ລົງວັນທີ 15 ກັນຍາ 2023 ແລະ ນິຕິກໍາຕ່າງໆກ່ຽວຂ້ອງ ຈຳນວນໜຶ່ງ.
RkJQdWJsaXNoZXIy MTc3MTYxMQ==