xtgmf]k; 3 09/10/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ພັດ ລໍວັນໄຊ vk-u [8u gs]a d-j ;p.sh 7v[7q ;,u -u ;y ffu 0B o 76 7n z6h .sh c]t glplt]t grnj vlh k'-a [rtpkdvo,to5 f (ເນື່ອງໃນໂອກາດວັນຄູແຫ່ງຊາດ ຄົບຮອບ 29 ປີ ວັນທີ 07/10/1994-07/10/2023) * ໃນໂອກາດວັນຄູແຫ່ງຊາດ ທີ່ຈະໝູນວຽນມາຄົບຮອບ 29 ປີ (ວັນທີ 7 ຕຸລາ 1994 - ວັນທີ 7 ຕຸລາ 2023), ຕົນເອງ (ຜູ້ຂຽນ) ຂໍສະແດງຄວາມຮູ້ບຸນຄຸນຕໍ່ຄູທຸກໆ ທ່ານທີ່ໄດ້ເສຍສະລະຕົນເອງ ໃນ ການປະກອບສ່ວນສ້າງຊັບພະຍາ ກອນມະນຸດໃຫ້ມີຄວາມຮູ້, ຄວາມ ສາມາດ ສົມແລ້ວທີ່ຄູໄດ້ຮັບສົມ ຍານາມວ່າເປັນແມ່ພິມຂອງຊາດ ເພາະບົດບາດຂອງຄູ ໄດ້ຕິດພັນກັບ ວິວັດທະນາການຂອງການພັດທະ ນາປະເທດຊາດ, ຊັບພະຍາກອນ ມະນຸດໃຫ້ຄົນມີຄວາມຮູ້ຄວາມສາ ມາດ, ຮັກຮີດຄອງປະເພນີ, ຂະນົບ ທໍານຽມ, ຮູ້ຈັກການອອກແຮງງານ ລ້ວນແຕ່ແມ່ນຄູເປັນຜູ້ຖ່າຍຄວາມຮູ້ ແລະ ປະສົບການໃຫ້. ສະນັ້ນ, ເພື່ອ ຈາລຶກເຖິງບຸນຄຸນຄູມື້ນີ້ຜູ້ຂຽນຂໍນຳ ສະເໜີບາງຄວາມຮູ້ສຶກ, ຄວາມຄິດ ເຫັນກ່ຽວກັບການພັດທະນາລະ ບົບການສຶກສາຢູ່ປະເທດເຮົາຈາກ ສັງຄົມໃຫ້ໄດ້ຮັບຮູ້ ແລະ ແລກປ່ຽນ ນຳກັນ. ທ່ານນາງ ນົກນ້ອຍ ພົມມະຫາ ໄຊ ໄດ້ສະແດງທັດສະນາຂອງຕົນ ວ່າ: ໃນນາມຜູ້ປົກຄອງຄິດວ່າອາ ຊີບຄູສອນບໍ່ແມ່ນເລື່ອງງ່າຍ, ຄູ່ ປຽບເໝືອນພໍ່ແມ່ ຜູ້ທີສອງຂອງ ເດັກດັ່ງນັ້ນກ່ອນທີ່ຈະເປັນຄູຕ້ອງມີ ຄວາມມັກຮັກພາກພູມໃຈ ແລະ ຮັກ ອາຊີບຄູແທ້ໆ, ຮັກເດັກນ້ອຍດ້ວຍ ຄວາມຈິງໃຈແທ້ໆ ແລະ ມີລະບຽບ ວິໄນ ຈຶ່ງສາມາດເປັນຄູໄດ້. ໃນເມື່ອ ເປັນຄູແລ້ວ ເຮົາຕ້ອງກໍາຈຸດພິເສດ ຂອງນັກຮຽນແຕ່ລະຄົນໃຫ້ໄດ້ ຈຶ່ງ ສົ່ງເສີມເຂົາເຈົ້າ. ນອກຈາກນັ້ນ, ກໍ ສ້າງຈິດສໍານຶກໃຫ້ແກ່ເຂົາມີຄວາມ ຮູ້ຄວາມສາມາດ ຫລື ວ່າມີຄວາມ ສາມັກຄີຮັກແພງຢູ່ພາຍໃນຫ້ອງ ກໍຄືໂຮງຮຽນ ຈຶ່ງສ້າງຄວາມສົນ ໃຈໃຫ້ກັບນັກຮຽນຢາກສົນໃຈຮຽນ ນໍາຄູ. ພ້ອມນີ້, ທ່ານ ສອນໄຊ ໃບຍະ ວົງ ໃຫ້ທັດສະນະວ່າ: ຕາມທັດສະ ນະຂອງຕົນເອງຄໍາວ່າຄູດີເດັ່ນສາ ມາດແຍກອອກເປັນສອງດ້ານຄື: ດ້ານດີ ຄູແມ່ນສາມາດປະຕິບັດ ດ້ວຍຕົນເອງກໍຄືຄຸນສົມບັດດີກິລິ ຍາມາລະຍາດດີ ຮູ້ຮັກອາຊີບແພງ ເດັກ, ມີຈິດໃຈໂອບອ້ອມອາລີຕໍ່ນັກ ຮຽນ, ພ້ອມມີຄວາມສາມັກຄີຮັກ ແພງກັບພະນັກງານໃນອົງກອນ ຂອງຕົນ ແລະ ຄໍາວ່າເດັ່ນແມ່ນສະ ໄດ້ຕາມຄາດໝາຍ ແລະ ໄດ້ຮັບ ຄວາມຍົກຍ້ອງຈາກອົງການຈັດ ຕັ້ງ, ຈາກຜູ້ປົກຄອງ ແລະ ນ້ອງນັກ ຮຽນ. ບ່ອນທີ່ທຸລະກັນດານຫ່າງ ໄກສອກຫລີກ ຈົ່ງພ້ອມພາກັນເອົາ ໃຈໃສ່ຕໍ່ລູກ-ຫລານໃນການຕັ້ງໃຈ ສຶກສາຮໍ່າຮຽນ ເພາະປັດຈຸບັນນີ້ ເຕັກໂນໂລຊີ ກໍທັນສະໄໝຫລາຍຢູ່ ເຂດຊົນນະບົດບາງພື້ນທີ່ກໍສາມາດ ຮຽນທາງອອນລາຍໄດ້ແລ້ວ, ຄູສາ ມາດຊອກຮູ້ບົດຮຽນໃໝ່ໆ ເພື່ອນໍາ ໄປສິດສອນນັກຮຽນໃຫ້ມີຄວາມ ຫ້າວຫັນໃນການພັດທະນາຕົນເອງ ຢູ່ສະເໝີ, ຄູທຸກຄົນຈົ່ງມີສຸຂະພາບ ເຂັ້ມແຂງ ເຖິງວ່າຈະມີບັນຫາຫຍຸ້ງ ຍາກ ກໍຕ້ອງໄດ້ສູ້ຊົນຜ່ານຜ່າໃຫ້ໄດ້ ຮູ້ນຳໃຊ້ຫລາຍຮູບແບບ, ຫລາຍວິທີ ສອນເຊັ່ນ: ສອນທາງອອນລາຍ, ບໍ່ ວ່າຈະເປັນທາງກູໂກມິດ(Google meet), ກູໂກຊູມ (Google zoom)ແລະອື່ນໆທີ່ຄູແຕ່ລະທ່ານ ສາມາດເລືອກເອົາສິ່ງທີ່ຕົນຖະນັດ ເພື່ອສະດວກ ນໍາໃຊ້ເຂົ້າໃນການ ສອນແລະ ໃຫ້ນັກຮຽນໄດ້ຮຽນເປັນ ປົກກະຕິ. ບັນດາທັດສະນະຈາກສັງຄົມ ລ້ວນແຕ່ເປັນການປະກອບສ່ວນ ເພື່ອພັດທະນາຄູ ກໍຄືລະບົບການ ຮຽນ-ການສອນຂອງຄູໃຫ້ມີຄຸນນະ ພາບຍິ່ງໆຂຶ້ນ ເພື່ອຕອບສະໜອງ ກັບການພັດທະນາປະເທດຊາດໃນ ໄລຍະໃໝ່. ເຖິງຢ່າງໃດກໍຕາມໃນ ໂອກາດວັນຄູແຫ່ງຊາດ ທີ່ໝູນວຽນ ມາບັນຈົບຄົບຮອບອີກວາລະໜຶ່ງນີ້ ຂໍອວຍໄຊໃຫ້ພອນຄູທຸກຄົນໃນຂອບ ເຂດທົ່ວປະເທດຈົ່ງມີສຸຂະພາບເຂັ້ມ ແຂງ, ພ້ອມກັນປະຕິບັດໜ້າທີ່ອັນ ມີກຽດສະຫງ່າດ້ວຍຜົນສຳເລັດ ຍິ່ງໆຂຶ້ນ. ສາມາດຮູ້ວ່າເດັກນ້ອຍຜູ້ນີ້ມີຄວາມ ສາມາດດ້ານໃດ ເຮົາຈຶ່ງສາມາດ ແດງອອກໃນດ້ານຜົນງານເປັນ ຮູບປະທໍາ ກໍຄືຜົນງານທີ່ສາມາດ ສ້າງນັກຮຽນໃຫ້ເປັນຄົນເກັ່ງ, ເສັງ ບົດສະເໜີ ໂດຍ: ໄໝຄຳຍ້ອມສິນ * ຄົນເຮົາຈະເຮັດວຽກຫຍັງ ກໍດີ, ຖ້າຫາກມີຄວາມມຸ່ງໝັ້ນ, ກ້າ ຄິດ, ກ້າລົງມືເຮັດ ແນ່ນອນຕ້ອງມີ ຄວາມສຳເລັດບໍ່ໜ້ອຍກໍຫລາຍ, ການຜະລິດເປັນສິນຄ້າແມ່ນທາງ ເລືອກໜຶ່ງຂອງການສ້າງເສດຖະ ກິດຊຶ່ງຈະຊ່ວຍນຳພາຄອບຄົວກ້າວ ໄປສູ່ຄວາມຢູ່ດີກິນດີ ແລະ ຮັ່ງມີ ດັ່ງ ຄອບຄົວຂອງ ທ່ານ ບຸນປັນ ພິມພິ ລາວົງ ທີ່ຢຶດຖືອາຊີບຕີເຫລັກ ເພື່ອ ສ້າງລາຍຮັບໃຫ້ຄອບຄົວ. ທ່ານ ບຸນປັນ ພິມພິລາສົງ ເວົ້າສູ່ ຟັງວ່າວ່າ: ຄອບຄົວມີສະມາຊິກ ທັງໝົດ 6 ຄົນ ຍິງ 4 ຄົນ, ແຮງງານ ສຳຮອງ 2 ຄົນ ກ່ອນຈະເຮັດອາ ຊີບຫັດຖະກຳຕີເຫລັກຂາຍເປັນສິນ ຄ້າຄອບຄົວມີອາຊີບເຮັດນາເປັນ ຫລັກ, ບາງປີກໍໄດ້ຜົນຜະລິດຫລາຍ, ແຕ່ບາງປີກໍໄດ້ຜົນຜະລິດໜ້ອຍ ຂຶ້ນກັບສະພາບດິນຟ້າອາກາດ ຊຶ່ງ ເຮັດໃຫ້ຄອບຄົວມີລາຍ ຮັບໜ້ອຍ, ບໍ່ກຸ້ມກິນ ຈຶ່ງຫາເວລາວ່າງຈາກ ການເຮັດນາ ມາເປັນກຳມະກອນ ຕີເຫລັກ ແລະ ຮຽນຮູ້ມາເລື້ອຍໆ ຈົນມາຮອດໄລຍະໜຶ່ງ ຈຶ່ງຕັດສິນ ໃຈມາເຮັດດ້ວຍຕົນເອງ ແລະ ເຫັນ ໄດ້ວ່າມີລາຍຮັບ ແລະ ມີລູກຄ້າມາ ສັ່ງຕີເຫລັກຈໍານວນຫລາຍຈົນເມື່ອ ປີ 1992 ຈຶ່ງຕັດສິນໃຈລົງທຶນໄປ ຊື້ເຫລັກເສດ, ເຫລັກແໜບລົດເກົ່າ ທີ່ນຳມາຕີເປັນຈົກ, ສຽມ, ຊ້ວນ, ຂວານ, ພ້າ, ມີດ ແລະ ອື່ນໆ, ລາ ຄາເລີ່ມຕົ້ນ 85 ພັນກີບ, 120.000 ກີບ, 150.000ກີບ, 180.000ກີບ ແລະ 350.000 ກີບ, ປັດຈຸບັນໄດ້ ຈ້າງຊ່າງພິເສດ 2 ຄົນເຂົ້າມາຊ່ວຍ ວຽກໄລ່ສະເລ່ຍມື້ 60 ພັນກີບ ອີງຕາມຕີໄດ້ໜ້ອຍໄດ້ຫລາຍບວກ ໃສ່ແຮງງານຄອບຄົວ ປັດຈຸບັນສາ ມາດສ້າງລາຍຮັບເຂົ້າສູ່ຄອບຄົວ 50 ກວ່າລ້ານກີບຕໍ່່ປີ. ທ່ານ ບຸນປັນໃຫ້ຮູ້ຕື່ມວ່າ: ຜ່ານ ການສູ້ຊົນສ້າງເສດຖະກິດຄອບ ຄົວ ມາຮອດປັດຈຸບັນຊີວິດການ ເປັນຢູ່ ຂອງຄອບຄົວໄດ້ຮັບການ ພັດທະນາດີຂຶ້ນເປັນກ້າວໆ ແລະ ມີລາຍຮັບທີ່ໝັ້ນຄົງ ກໍຍ້ອນຄອບ ຄົວມີຄວາມສາມັກຄີ, ມີຄວາມດຸ ໝັ່ນ, ເປັນຈິດໜຶ່ງໃຈດຽວພ້ອມ ກັນເຮັດພ້ອມກັນສ້າງ ຈຶ່ງໄດ້ຮັບ ຜົນສຳເລັດ, ປັດຈຸບັນມີເຮືອນຢູ່ຖາ ວອນ 2 ຫລັງ, ລົດໃຫຍ່ 2 ຄັນ, ລົດຈັກ 4 ຄັນ ແລະ ມີທຶນໝູນວຽນ ພາຍໃນຄອບຄົວ ແລະ ກາຍເປັນ ຄອບຄອບຕົວແບບ ໃນປີ 2017 ຫລຸດພົ້ນອອກຈາກຄວາມທຸກຍາກ ໄດ້ຢ່າງສົມບູນ. ສຳລັບທິດທາງແຜນການໃນ ຕໍ່ໜ້າຈະສືບຕໍ່ປັບປຸງຜະລິດຕະພັນ ໃຫ້ໄດ້ຫລາຍຮູບແບບແລະມີຄຸນນະ ພາບດີຂຶ້ນເລື້ອຍໆ, ໃຫ້ເປັນທີ່ຍອມ ຮັບຂອງລູກຄ້າ, ນັ້ນຄືເປົ້າໝາຍ ຫລັກຂອງກິດຈະການພວກເຮົາ. ທ່ານ ສອນສັກ ວໍລະລາດ ນາຍ ບ້ານ ບ້ານດົງກະເລົາ ຍັງໄດ້ຢັ້ງ ຢືນວ່າ: ຄອບຄົວ ຂອງທ່ານ ບຸນປັນ ເປັນຄອບຄົວໜຶ່ງທີ່ເປັນແບບຢ່າງ ໃນການຜະລິດເປັນສິນຄ້າ ດ້ວຍ ຫັດຖະກຳຕີເຫລັກ ເພື່ອສ້າງລາຍ ຮັບເຂົ້າສູ່ຄອບຄົວ. ຄວາມສຳເລັດ ດັ່ງກ່າວ ກໍຍ້ອນພາຍໃນຄອບຄົວມີ ຄວາມດຸໝັ່ນ, ຂະຫຍັນພຽນ, ຄວາມ ເປັນເຈົ້າການຊອກຮູ້ຮ່ຳຮຽນເອົາ ສິ່ງໃໝ່ໆ ແລະ ຮູ້ໝູນໃຊ້ທ່າແຮງບົ່ມ ຊ້ອນທີ່ຕົນເອງມີ ຊຶ່ງສາມາດເຮັດ ໃຫ້ຄອບຄົວປະສົບຜົນສຳເລັດໄດ້ ທັງເປັນແບບຢ່າງທີ່ດີໃຫ້ແກ່ປະຊາ ຊົນ ບ້ານດົງກະເລົາ ເມືອງສີໂຄດ ຕະບອງ ນະຄອນຫລວງວຽງຈັນ ຂອງພວກເຮົາ.
RkJQdWJsaXNoZXIy MTc3MTYxMQ==