g,n v'xkdv6 g]aj 'xt8y [a f 8q ;-U ;a ffh kolkmk]totl5 d xtgmf]k; 3 29/09/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ສາວບ້ານໂນນ ບົດສະເໜີ ໂດຍ:ສຸພາສະຫວັນ ໂດຍ: ຢ່າຕົ່ງ 9qj 'Ia dlk7;k,ltvkf-j ;pda o rh v,da oxtdv[lj ;o-N ra omt[a f -j ;pcdh w0;y dy fglf4tdy f * ຫ້ອງການສາທາລະນະສຸກ ເມືອງປາກອູ ແຂວງຫລວງພະບາງ ພວມຊຸກຍູ້ໃຫ້ແພດໝໍຢູ່ໃນບັນດາ ໂຮງໝໍນ້ອຍ ແລະ ໂຮງໝໍຊຸມຊົນໃນ ທົ່ວເມືອງ ເລັ່ງລົງສັກຢາກັນພະ ຍາດໃຫ້ເດັກນ້ອຍ ແລະ ແມ່ໃຫ້ທົ່ວ ເຖິງ, ແນໃສ່ເຮັດໃຫ້ການປະຕິບັດ ບັນດາຕົວຊີ້ວັດດ້ານສາທາລະນະ ສຸກບັນລຸຄາດໝາຍ. ທ່ານ ດຣ ຊາຍຄໍາ ຈັນທະວົງ ຫົວໜ້າຫ້ອງການສາທາລະນະສຸກ ເມືອງປາກອູ ແຂວງຫລວງພະບາງ ໄດ້ລາຍງາຍໃຫ້ຮູ້ໃນວັນທີ 28 ກັນ ຍານີ້ວ່າ: ໃນທົ່ວເມືອງປາກອູ ມີ 8 ກຸ່ມບ້ານ, ມີພົນລະເມືອງ 31 ພັນ ກວ່າຄົນ (ຍິງ 14 ພັນກວ່າ ຄົນ) ແລະ ມີ 1 ໂຮງໝໍຊຸມຊົນ, 6 ໂຮງໝໍ ນ້ອຍ ແລະ 68 ຈຸດສັກຢາ. ສໍາລັບ ການປະຕິບັດຕົວຊີ້ວັດດ້ານສາທາ ລະນະສຸກໃນປີນີ້ ເຫັນວ່າອັດຕາ ເດັກລຸ່ມ 5 ປີນໍ້າໜັກຕໍ່າກວ່າມາດ ຕະຖານ ກວມ 20%, ເດັກລຸ່ມ 5 ປີ ຂາດສານອາຫານ(ເຕ້ຍ)ກວມອັດ ຕາ 30%, ອັດຕາການຕາຍຂອງ ເດັກລຸ່ມ 1 ປີ ມີ 3 ຄົນ ກວມເອົາ 8% ເທົ່າກັບ 1/1.000 ຄົນ ຂອງຜູ້ ມີຊີວິດ, ອັດຕາການຕາຍຂອງ ເດັກ ລຸ່ມ 5 ປີ ມີ 3 ກວມ 7% ເທົ່າ ກັບ 1/1.000 ຄົນຂອງຜູ້ມີຊີວິດ. ສ່ວນ ອັດຕາການຕາຍຂອງແມ່ ແມ່ນຍັງ ບໍ່ມີ. ນອກນີ້ ອັດຕາການເກີດລູກ ຢູ່ ສະຖານທີ່ໃຫ້ບໍລິການກວມປະມານ 85%, ອັດຕາສັກຢາກັນພະຍາດ * ນັບແຕ່ຕົ້ນເດືອນກັນຍາເປັນ ຕົ້ນມາ ການຈັດບຸນປະເພນີຕ່າງໆຢູ່ ຫລາຍທ້ອງຖິ່ນແມ່ນມີບັນຍາກາດ ຟົດຟື້ນ ໂດຍສະເພາະແມ່ນການບຸນ ຊ່ວງເຮືອຂອງແຕ່ລະທ້ອງຖິ່ນຕາມ ຮອບວຽນ. ນອກນີ້ ຍັງໄດ້ພ້ອມກັນ ຈັດບຸນຕ່າງໆຂອງຊາດຂຶ້ນ ເຊັ່ນ ວ່າ: ບຸນຫໍ່ເຂົ້າປະດັບດິນ ແລະ ມື້ນີ້ ກໍ່ແມ່ນມື້ບຸນຫໍ່ເຂົ້າສະຫລາກກົງກັບ ທີ 29 ເດືອນກັນຍາ, ຂຶ້ນ 15 ຄ່ຳ ເດືອນ 10 ລາວ ເຊິ່ງປະຊາຊົນລາວ ສ່ວນໃຫຍ່ລ້ວນແຕ່ໄດ້ຈັດບຸນດັ່ງ (Panta 3) ກວມປະມານ 95%, ອັດຕາການຊົມໃຊ້ນໍ້າສະອາດ ບັນ ລຸໄດ້ 98%, ອັດຕາການຊົມໃຊ້ວິດ ຖ່າຍກວມຫລາຍກວ່າ 86% ແລະ ອັດຕາການບໍລິການສຸຂະພາບຜ່ານ ລະບົບປະກັນສຸຂະພາບ ແມ່ນກວມ ໄດ້ 100%. ແນວໃດກໍຕາມ, ເພື່ອ ຮັບປະກັນໃຫ້ຕົວຊີ້ວັດດ້ານສາທາ ລະນະສຸກ ກໍຄືການສົ່ງເສີມວຽກ ໂພສະນາການທີ່ດີຂອງແມ່ ແລະ ເດັກ ໃຫ້ສາມາດບັນລຸແຜນການ ວາງໄວ້, ຫ້ອງການສາທາລະນະ ສຸກເມືອງ, ສົມທົບກັບຫ້ອງການສຶກ ສາທິການ ແລະ ກິລາເມືອງ, ຫ້ອງ ການຖະແຫລ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ, ບັນດາໂຮງ ຮຽນພາຍໃນເມືອງ, ກຸ່ມບ້ານເພື່ອ ຈັດຕັ້ງປະຕິບັດບັນດາກິດຈະກໍາທີ່ ຕິດພັນກັບຕົວຊີ້ວັດດ້ານສາທາລະ ນະສຸກ ແລະ ການພັດທະນາດ້ານ ອື່ນໆ, ອັນສໍາຄັນແມ່ນເລັ່ງສັກຢາ ກັນພະຍາດໃຫ້ບ້ານເປົ້າໝາຍ ຫລື ກຸ່ມເປົ້າໝາຍໃຫ້ບັນລຸຄາດໝາຍໃນ ປີນີ້, ໄປຄຽງຄູ່ກັບວຽກງານສຸຂະ ສຶກສາຢ່າງແຂງແຮງ ເພື່ອໃຫ້ປະ ຊາຊົນ ມີຄວາມຮັບຮູ້ເຂົ້າໃຈເພີ່ມ ຂຶ້ນໃນຫລັກການອານາໄມ, ດ້ານ ໂພຊະນາການທີ່ດີ ເພື່ອຫລຸດຜ່ອນ ອັດຕາການເສຍຊີວິດຈາກພະຍາດ ຕ່າງໆ. ກ່າວ ແລະ ເຂົ້າວັດວາອາຮາມຕັກ ບາດຕາມຮີດຄອງປະເພນີອັນດີ ງາມຂອງຊາດລາວເຮົາ. ແນວໃດກໍ່ ດີ ການສະເຫລີມສະຫລອງບຸນ ຕ່າງໆໃນຂອບເຂດທົ່ວປະເທດແມ່ນ ມີບັນຍາກາດຟົດຟື້ນທັງຮັກສາໄດ້ ຮີດຄອງປະເພນີອັນດີງາມຂອງ ຊາດລາວທີ່ສືບທອດ ແລະ ປົກປັກ ຮັກສາກັນມາແຕ່ສະໄໝກ່ອນໆກໍ່ ຈິງ, ແຕ່ສິ່ງທີ່ຄວນເອົາໃຈໃສ່ຕື່ມ ທຸກຊັ້ນຄົນຕ້ອງມີສ່ວນຮ່ວມຕໍ່ການ ຮັກສາຄວາມສະອາດຕາມສະຖານ ທີ່ຈັດບຸນ, ເກັບມ້ຽນຂີ້ເຫຍື້ອ ຫລື ຖິ້ມຂີ້ເຫຍື້ອໃຫ້ເປັນລະບຽບຕາມ ບ່ອນຈັດສັນໄວ້ ເພື່ອສະດວກໃຫ້ແກ່ ພາກສ່ວນກ່ຽວ ຂ້ອງນຳໄປກຳຈັດ ຖິ້ມຢູ່ສະໜາມຂີ້ເຫຍື້ອ. ເຖິງຢ່າງໃດກໍ່ຕາມ ເດືອນກັນ ຍາ ກໍ່ຈະສິ້ນສຸດແລ້ວ ແລະ ເດືອນຕຸ ລາ ກໍ່ຈະກ້າວເຂົ້າມາ ເຊິ່ງໃນເດືອນ ດັ່ງກ່າວກໍ່ມີຫລາຍໆວັນສຳຄັນຂອງ ຊາດລາວເຮົາ ໂດຍສະເພາະແມ່ນ ວັນທີ 7 ຕຸລາ (ວັນຄູແຫ່ງຊາດ), ວັນທີ12(ວັນປະກາດເອກະລາດ), ວັນທີ 29 (ວັນບຸນອອກພັນສາ) ແລະ ວັນທີ 30 (ວັນບຸນຊ່ວງເຮືອ ວຽງຈັນ), ເຊິ່ງວັນສຳຄັນຕ່າງໆ ນັ້ນ ລ້ວນແລ້ວແຕ່ມີຄວາມສຳຄັນ ແລະພວກເຮົາທຸກຊັ້ນຄົນຕ້ອງອອກ ແຮງແຂ່ງຂັນສ້າງຜົນງານຂ່ຳນັບ ຮັບຕ້ອນໃຫ້ມີິບັນຍາກາດຟົດຟື້ນ ເປັນຕົ້ນແມ່ນອອກແຮງງານອະນາ ໄມຕາມສະຖານທີ່ສາທາລະນະ, ສຳນັກງານອົງການ, ເຮືອນຊານ ບ້ານຊ່ອງ ເພື່ອໃຫ້ສະພາບແວດ ລ້ອມມີຄວາມສະອາດຈົບງາມ. ການ ອອກແຮງແຂ່ງຂັນນັ້ນ ເຊິ່ງນອກ ຈາກເຮັດໃຫ້ສະພາບແວດລ້ອມມີ ຄວາມຈົບງາມແລ້ວ, ຍັງເປັນການ ດຶງດູດຄວາມສົນໃຈຈາກນັກທ່ອງ ທ່ຽວຕ່າງປະເທດເຂົ້າມາທ່ຽວປະ ເທດ ເຮົາຢ່າງໜາແໜ້ນຕືື່ມອີກ. ຍັງອີກບໍ່ເທົ່າໃດມື້ ບຸນອອກພັນ ສາ ແລະ ຊ່ວງເຮືອທ່າວັດຈັນ ນະ ຄອນຫລວງວຽງຈັນ ກໍ່ມາຮອດ ແລ້ວ, ເຊິ່ງພາກສ່ວນກ່ຽວຂ້ອງກໍ່ ໄດ້ກະກຽມຄວາມພ້ອມຮອບດ້ານ ຮັກສາຄວາມສະອາດໃນງານດັ່ງ ກ່າວ. ດັ່ງທ່ານ ແກ້ວປະເສີດ ໄຊ ປັນຍາ ຮອງເຈົ້າເມືອງຈັນທະບູລີ ໃຫ້ຮູ້ວ່າ: ການຈັດບຸນອອກພັນສາ ປະວໍລະນາ ຫລື ບຸນຊ່ວງເຮືອທ່າ ວັນຈັນປີນີ້, ແມ່ນຈະໄດ້ຈັດຢ່າງຟົດ ຟື້ນ. ຂະນະທີ່ມາຮອດປັດຈຸບັນກໍ່ມີ ການກະກຽມຮອບດ້ານແລ້ວ, ໂດຍ ສະເພາະແມ່ນໄດ້ມອບໃຫ້ແຕ່ລະ ອະນຸກຳມະການຮັກສາຄວາມສະ ອາດ ແລະ ອະນາໄມຕົວເມືອງສົມ ທົບກັບບໍລິສັດອະນາໄມ ຈັນທະບູລີ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງທີ່ ຮັບຜິດຊອບວຽກງານເກັບມ້ຽນຂີ້ ເຫຍື້ອຫ້າງຫາກະກຽມ, ວາງແຜນ ເຮັດວຽກງານອະນາໄມ ພ້ອມທັງ ໂຄສະນາ, ປະຊາສຳພັນ ແລະ ແນະ ນຳໃຫ້ບັນດາບໍລິສັດ, ຫ່າງຮ້ານ ຕ່າງໆ ທີ່ເອົາສິນຄ້າມາວາງຈຳ ໜ່າຍ ໃຫ້ມີສ່ວນຮ່ວມໃນການຮັກ ສາຄວາມສະອາດຊ່ວຍກັນ, ທຸກ ຮ້ານຄ້າຕ້ອງມີຖົງ ຫລື ຖັງຂີ້ເຫຍື້ອ ໄວ້ໃສ່ຂີ້ເຫຍື້ອຂອງຕົນເອງ ບໍ່ໃຫ້ ຖິ້ມຊະຊາຍ. ພ້ອມນີ້, ຫ້ອງການຄຸ້ມ ຄອງ ແລະ ບໍລິການຕົວເມືອງວຽງ ຈັນ ຍັງຈະນຳເອົາຖັງຂີ້ເຫຍື້ອ ຫລາຍກວ່າ 10 ຖັງ ໄປວາງໄວ້ແຕ່ ລະຈຸດເສີມໃສ່ຖັງຂີ້ເຫຍື້ອທີ່ມີຢູ່ ແລ້ວຢູ່ພາຍໃນສວນສາທາລະນະ ເຈົ້າອານຸວົງລວມ 70 ກວ່າຖັງ ເພື່ອຮັບຮອງຂີ້ເຫຍື້ອ ແລະ ຮັກສາ ຄວາມສະອາດໃນແຕ່ລະມື້. ແນວໃດກໍ່ດີ ຂໍຮຽກຮ້ອງໃຫ້ສັງ ຄົມ, ທຸກຊັ້ນຄົນທີ່ເຂົ້າມາທ່ຽວຊົມ ການສະເຫລີມສະຫລອງບຸນ ຊ່ວງ ເຮືອທີ່ຈະມາເຖິງນີ້, ໃຫ້ເປັນເຈົ້າ ການຮັກສາຄວາມສະອາດທັງປະຕິ ບັດ ຕາມລະບຽບການທີ່ວາງອອກ ຢ່າງເຂັ້ມງວດ, ບໍ່ໃຫ້ຖິ້ມຂີ້ເຫຍື້ອຊະ ຊາຍ ແນໃສ່ເຮັດໃຫ້ບຸນອອກພັນສາ ປີນີ້ດຳເນີນໄປດ້ວຍດີແລະມີຄວາມ ສະອາດງາມຕາຕະຫລອດການ ຈັດງານຫລືພາຍຫລັງສຳເລັດງານ ສະຖານຈັດງານກໍ່ມີຄວາມສະອາດ ໄປພ້ອມໆກັນ. ພາບປະກອບ ພາບປະກອບ ພາບປະກອບ * ໃນສະພາບທີ່ເສດຖະກິດມີ ຄວາຫຍຸ້ງຍາກ, ລັດຖະບານໄດ້ວາງ ຫລາຍມາດຕະການໃນການແກ້ໄຂ ຊຶ່ງມີທັງມາດຕະການເລັ່ງດ່ວນ ແລະ ມາດຕະການໄລຍະຍາວ. ໃນນັ້ນ, ການເປີດຈຳໜ່າຍພັນທະ ບັດ ກໍເປັນອີກໜຶ່ງມາດຕະການ ທີ່ ລັດຖະບານວາງອອກ ເພື່ອແກ້ໄຂ ບັນຫາເສດຖະກິດ ຊຶ່ງກໍໄດ້ມີການ ຈັດຕັ້ງປະຕິບັດເປັນງວດທີ 3 ແລ້ວ. ແຕ່ກໍຍັງມີກຸ່ມຄົນຈຳນວນໜຶ່ງບໍ່ ເຂົ້າໃຈແລະ ເອົາບັນຫາດັ່ງກ່າວມາ ປັ່ນປ່ວນສັງຄົມ ໃຫ້ເກີດຄວາມເຂົ້າ ໃຈຜິດຕໍ່ແນວທາງຂອງລັດຖະບານ ຊຶ່ງຜ່ານມາກໍມີຫລາຍຄວາມຄິດ ເຫັນທີ່ແຕກຕ່າງຫລາຍສົມຄວນໃນ ສື່ສັງຄົມອອນລາຍ. ແຕ່ແນວໃດກໍດີທາງທະນາຄານ ແຫ່ງ ສປປ ລາວ ກໍໄດ້ມີການຢັ້ງຢືນ ວ່າ: ການຈຳໜ່າຍພັນທະບັດເປັນ ອີກໜຶ່ງມາດຕະການກະຕຸ້ນເສດຖະ ກິດຂອງລັດຖະບານ ໃນໄລຍະທີ່ ເກີດວິກິດການຫຍຸ້ງຍາກ ຊຶ່ງມາດ ຕະການນີ້ຈະຊ່ວຍໃຫ້ເສດຖະກິດ ຟື້ນຕົວ ແລະ ກັບຄືນສູ່ສະພາບປົກ ກະຕິ. ແຕ່ຮູບການນີ້ຈະຊ່ວຍແກ້ໄຂ ໄດ້ຫລາຍໜ້ອຍແນວໃດ ແມ່ນຂຶ້ນ ກັບທຸກພາກສ່ວນຕ້ອງຊ່ວຍກັນປະ ກອບສ່ວນດ້ວຍການສັ່ງຈອງພັນ ທະບັດ ຊຶ່ງຈະໜ້ອຍ ຫລື ຫລາຍ ກໍແລ້ວແຕ່ຄວາມສາມາດທີ່ມີ. ການ ປະກອບສ່ວນຊື້ພັນທະບັດນີ້ ຍັງດີ ກວ່າ ເຮົາຈະໄປຕົກເຂົ້າວັງວົນສັງ ຄົມອອນລາຍທີ່ຕົວະຍົວະຫລອກ ລວງ ໃຫ້ມີການລົງທຶນແບບບໍ່ມີຕົວ ຕົນສຸດທ້າຍກໍເສຍຜົນປະໂຫຍດ ຂອງຕົນເອງໄປແບບບໍ່ໄດ້ຫຍັງ ດັ່ງ ບົດຮຽນທີ່ເຮົາພົບເຫັນໃນໄລຍະ ຜ່ານມາ. ການລົງທຶນຜ່ານການສັ່ງຈອງ ພັນທະບັດຊ່ວຍລັດຖະບານ ທີ່ມີທະ ນາຄານ ແຫ່ງ ສປປ ລາວ ທີ່ເປັນອົງ ການຈັດຕັ້ງຂອງລັດຖະບານ ເປັນ ຜູ້ກຳກັບ ຖືວ່າເປັນເລື່ອງທີ່ດີນອກ ຈາກເພິ່ນກຳນົດດອກເບ້ຍ15%ຕໍ່ປີ ແລ້ວ ທັງຮັບປະກັນຄວາມປອດໄພ ອີກດ້ານໜຶ່ງຍັງເປັນການປະກອບ ສ່ວນພັດທະນາ ແລະ ກອບກູ້ເສດ ຖະກິດຂອງຊາດໃຫ້ກັບຄືນມາເຂັ້ມ ແຂງຕື່ມອີກທາງໜຶ່ງ. ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==