5708

xtgmf]k; 6 21/09/2023 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d mj P;8kfoEcI' -q ,me,t-kf 8y fra oda [;y mu -u ;y f7q omh v'4yj o ໂດຍ: ແອ ວິໄລເພັດ ໂດຍ: ມາລີດາ 1krN og,n v' |ko7a ' zt]y f8tra o]k; ຕາດນ້ຳແຮງ ເປັນຕາດທີ່ມີ ຄວາມງາມເປັນເລີດ ຈົນມີຄວາມ ພັງເພີຍວ່າ “ເງິນສາມຜືນສາດບໍ່ທໍ່ ຕາດນ້ຳແຮງ”ນ້ຳຕົກຕາດນ້ຳແຮງ ຕັ້ງຢູ່ບ້ານກະຕາງຢາ ຫ່າງຈາກເທ ສະບານເມືອງຮຸນ ປະມານ 24 ກິ ໂລແມັດ. ເສັ້ນທາງປູຢາງ 4 ກິໂລ ແມັດ, ຈາກນັ້ນເຂົ້າໄປເປັນເສັ້ນ ທາງຍົກລະດັບປູຫີນແຮ່ ແລະ ດິນ ແດງທຽວໄດ້ໃນລະດູແລ້ງເທົ່ານັ້ນ. ຕາດນໍ້າເປັນແຫລ່ງທ່ອງທ່ຽວທີ່ ສວຍງາມອີກແຫ່ງໜຶ່ງຂອງ ເມືອງ ຮຸນ ແຂວງອຸດົມໄຊ ອຸດົມສົນບູນ ດ້ວຍທຳມະຊາດ, ຊີວະນາໆພັນ ແລະ ເປັນນ້ຳຕົກຕາດສັກສິດ ເຊິ່ງ ທີ່ຄົນທ້ອງຖິ່ນເຄີຍເຄົາລົບນັບຖື ວ່າມີເຈົ້າຖິ່ນເຈົ້າຖານປົກປັກຮັກ ສາທີ່ບໍ່ຄວນລົບລູ່ ໂດຍສະເພາະບໍ່ ໃຫ້ຂ້າໂຕແບ້ ແລະ ໂຕໝາຖິ້ມລົງ ນ້ຳ ອາດເຮັດໃຫ້ລະບົບນ້ຳແຫ້ງລົງ ຕາມການເຊື່ອຖືຂອງຊາວບ້ານແຕ່ ບູຮານນະການ ແລະ ຍັງເຊື່ອຖືກັນ ມາເຖິງທຸກວັນນີ້. ລັກສະນະຂອງຕາດປະກອບມີ ຫລາຍພັກເປັນຊັ້ນ ແລະ ມີລັກສະ ນະເນີນຂຶ້ນໄປ ປະກອບມີສາມຕາດ ລຽນກັນຂຶ້ນຄື: ຕາດທີ 1: ມີຄວາມ ສູງປະມານ 13 ແມັດ, ຕາດທີ 2: ມີຄວາມສູງ ປະມານ 8 ແມັດ ແລະ ຕາດທີ3: ສູງປະມານ5ແມັດ. ຕາດ ນ້ຳແຮງມີຄວາມຍາວທັງໝົດ ປະ ມານ 20 ແມັດ, ແມ່ນ້ຳນີ້ໄຫລອອກ ມາຈາກບ້ານນ້ຳຍື່ງໄປສູ່ບ້ານສີບຸນ ເຮືອງ ທີ່ອຸດົມໄປດ້ວຍລະບົບນິເວດ ວິທະຍາ ແລະ ຊີວະນາໆພັນ ແຕ່ລະ ພັກສາມາດລົງຫລິ້ນອາບນ້ຳໄດ້. ນອກຈາກນີ້ຍັງສາມາດທ່ຽວຊົມ ວິຖີຊີວິດ, ຊົມການຜະລິດກະສິກຳ ຂອງຊາວບ້ານ ທີ່ມີຄວາມຜູກພັນ ກັບຕາດແຫ່ງນີ້ມາແຕ່ດົນນານ. ຕາດນ້ຳແຮງເປັນນ້ຳຕົກຕາດທີ່ ເກີດຂຶ້ນມາໂດຍທຳມະຊາດ ແລະ ໄດ້ຄົ້ນພົບເຫັນໃນສະຕະວັດທີ 3, ໃນສະໄໝກ່ອນແມ່ນທ້າວແຊນມີ ເປັນຜູ້ນຳພາມາຕັ້ງບ້ານປະກອບມີ 15 ຄອບຄົວ, ໄດ້ຕັ້ງຊື່ວ່າບ້ານ ແຊມມີຫລັງຈາກນັ້ນມາໄດ້ຕັ້ງຊື່ວ່າ ບ້ານນ້ຳແຮງ ເພາະວ່ານ້ຳໄຫລຕົກ ລົງຕາດ ມີຄວາມແຮງ ແລະ ສົ່ງ ສຽງດັງສະໜັ່ນໄປໄກ, ສຽງນໍ້າດັງ ແຮງ, ຊາວບ້ານກໍ່ໄດ້ໃສ່ຊື່ວ່າຕາດ ນ້ຳແຮງ. ອີກສາເຫດໜຶ່ງທີ່ວ່າ ຕາດ ນ້ຳແຮງນັ້ນ ຍ້ອນວ່າແຕ່ກ່ອນນັ້ນ ມີປ່າດົກໜາ ປົກຫຸ້ມອຸດົມສົມບູນ ດ້ວຍປ່າໄມ້ໃຫຍ່, ເຄືອເຂົາ ແລະ ຢູ່ບໍລິເວນໜ້າຕາດ ມີເຄືອໝາກ ແຫລະເສັ້ນໜຶ່ງໃຫຍ່ຢ່ອນລົງມາ ໜ້າຕາດ ເວລານ້ຳຕົກໂຕນຕາດຖືກ ເຄືອເຂົາດັ່ງກ່າວນັ້ນມັນກະເດັນ ອອກທັບໃສ່ນ້ຳໂຕນຕາດ ກາຍເປັນ ສຽງດັງແຮງອອກໄປໄກຫລາຍກິ ໂລແມັດ, ບາງເທືອກໍ່ໄດ້ຍິນສຽງ ດັງໄປຮອດເມືອງຮຸນ. ດ້ວຍເຫດ ນັ້ນປະຊາຊົນເມືອງຮຸນ ຈິ່ງພາກັນ ເອີ້ນຊື່ຕາດນີ້ວ່າ ຕາດນ້ຳແຮງ. ຢາພື້ນເມືອງໜານຄັງ ຈາກ ຫ້ອງປຸງແຕ່ງຢາພື້ນເມືອງໜານຄັງ ໜຶ່ງໃນຜະລິດຕະພັນທີ່ວາງສະແດງ ໃນງານວາງສະແດງ ຜະລິດຕະພັນ ໂອດັອບລາວ 2023 ທີ່ຈັດຂຶ້ນຕົ້ນ ເດືອນຜ່ານມານີ້ເຫັນວ່າສັງຄົມ ໃຫ້ ຄວາມສົນໃຈເປັນຈໍານວນຫລາຍ ສັງເກດຈາກລູກຄ້າ ທີ່ມາຢ້ຽມຢາມ ຮ້ານຂາຍຢາພື້ນເມືອງ ໂດຍສະ ເພາະແມ່ນລູກຄ້າເຄີຍນໍາໃຊ້ແລ້ວ ສາມາດປິ່ນປົວພະຍາດໄດ້ ຈຶ່ງກັບ ມາຄືນອີກ ພ້ອມດຽວກັນ ກໍເຮັດໃຫ້ ສັງຄົມຮູ້ຈັກ ຜະລິດຕະພັນລາວ ທີ່ ຜະລິດໂດຍຄົນລາວຫລາຍຂຶ້ນ. ທ່ານນາງ ລໍາຊອນ ສິລິ ເຈົ້າ ຂອງຜະລິດຕະພັນ ຢາພື້ນເມືອງ ກາໜານຄັງ ເວົ້າສູ່ຟັງວ່າ: ການເຂົ້າ ຮ່ວມງານວາງສະແດງຜະລິດຕະ ພັນໂອດັອບ 2023 ໃນຄັ້ງນີ້ກໍ່ຮູ້ສຶກ ດີໃຈຫລາຍເພາະໄດ້ນໍາເອົາຜະລິດ ຕະພັນ ມາວາງສະແດງໃຫ້ສັງຄົມ ຮູ້ຈັກຜະລິດຕະພັນລາວຫລາຍຂຶ້ນ ກວ່າເກົ່າ ເພາະການເຂົ້າຮ່ວມງານ ມັນບໍ່ພຽງແຕ່ສ້າງຍອດຂາຍ ແຕ່ ເປັນການຕໍ່ຍອດເຮັດໃຫ້ຜະລິດຕະ ພັນເປັນທີຮູ້ຈັກຢ່າງກວ້າງຂວາງ ໂດຍສະເພາະແມ່ນຄົນທີ່ເປັນພະ ຍາດກ່ຽວກັບເສັ້ນປະສາດ, ປະດົງ ແລະ ອື່ນໆ. ໃນຂະນະດຽວກັນກໍໄດ້ ແລກປ່ຽນຄວາມຮູ້ລະຫວ່າງຜູ້ປະ ກອບການທີ່ເຮັດຜະລິດຕະພັນຢາ ພື້ນເມືອງອີກດ້ວຍ ສໍາລັບຜະລິດ ຕະພັນທີ່ນໍາມາວາງສະແດງໃນ ເທື່ອນີ້ຈະມີສອງຢ່າງຄື ສະເປຢາ ພື້ນເມືອງ ແລະນໍ້າມັນຂຽວກາໜານ ຄັງ ໂດຍຜະລິດຕະພັນສອງຢ່າງນີ້ ແມ່ນໃຊ້ປິ່ນປົວພະຍາດເສັ້ນປະ ສາດຕ່າງໆ. ນອກນີ້, ຍັງໃຊ້ທາໃນ ເວລາສັດມີພິດກັດ, ຕອດກໍສາມາດ ທາໄດ້ເລີຍເພື່ອບັນເທົາອາການ ເຈັບປວດໄດ້ ໂດຍລາຄາກໍບໍ່ແພງ ເປັນຕົ້ນ: ສະເປຢາພື້ນເມືອງ ກ່ອງ ລະ 30 ພັນກີບ, ຢາຂຽວ ກ່ອງລະ 40 ພັນກີບຕໍ່ກ່ອງ. ທ່ານນາງ ລໍາຊອນ ເວົ້າຕື່ມວ່າ: ສໍາລັບຈຸດເລີ່ມຕົ້ນທີ່ໄດ້ມາເຮັດຜະ ລິດຕະພັນສອງຢ່າງນີ້ ແມ່ນເກີດ ຈາກຄວາມມັກແລະຢາກສ້າງຜະລິດ ຕະພັນຂອງຄົນລາວໃຫ້ຄົນລາວນໍາ ໃຊ້ເພື່ອຫລຸດຜ່ອນການນໍາເຂົ້າສິນ ຄ້າຈາກຕ່າງປະເທດ, ຢາກໃຫ້ສັງ ຄົມເປີດໃຈນໍາໃຊ້ສິນຄ້າລາວ ໃຫ້ ຫລາຍຂຶ້ນ ເພາະຖ້າຜະລິດຕະພັນໄດ້ ຮັບຄວາມນິຍົມຈາກສັງຄົມແລ້ວມັນ ກໍຈະເປັນແຮງຜັກດັນໃນການພັດ ທະນາຜະລິດຕະພັນໃຫ້ດີຂຶ້ນ ພ້ອມ ດຽວກັນນີ້ ໃນອະນາຄົດຖ້າຜະລິດ ຕະພັນມີຜົນຕອບຮັບດີກໍຢາກຜະ ລິດຢາຂຽວແບບເນື້ອນຄີມແລະເຮັດ ເປັນຢາສີແຂ້ວຕື່ມອີກ. ແຕ່ແນວໃດ ກໍດີການເຮັດທຸລະກິດໃນໄລຍະເສດ ຖະກິດແບບນີ້ ສົ່ງຜົນກະທົບຫລາຍ ໂດຍສະເພາະແມ່ນຕົ້ນທຶນທີ່ສູງ ກວ່າ ເມື່ອກ່ອນຫລາຍຈຶ່ງມີຄວາມ ຈໍາເປັນຕ້ອງໄດ້ປັບລາຄາສິນຄ້າ ເພີ່ມຂຶ້ນ ຈຶ່ງເຮັດໃຫ້ຍອດຂາຍຫຸລດ ລົງດ້ວຍປັດໄຈຫລາຍຢ່ງ ໂດຍສະ ເພາະການຂົນສົ່ງສິນຄ້າຫຍຸ້ງຍາກ ດັ່ງນັ້ນ, ຈຶ່ງຂໍຝາກເຖິງ ພັກ-ລັດ ຮີບ ຮ້ອນແກ້ໄຂຫາດ້ານເສດຖະກິດຄຽງ ຄູ່ກນັ້ນກໍຂໍໃຫ້ສົ່່ງເສີມຕະຫລາດຜະ ລິດຕະພັນຂອງຄົນລາວ ໃຫ້ຫລາຍ ຂຶ້ນ ເພື່ອໃຫ້ຜູ້ບໍລິໂພກຮູ້ຈັກຜະລິດ ຕະພັນລາວຫລາຍຂຶ້ນ. ສໍາລັບທ່ານ ໃດມີບັນຫາພາບກ່ຽວກັບລະບົບ ເສັ້ນປະສາດກໍສາມາດຕິດຕໍ່ສອບ ຖາມໄດ້ທີ່ເບີ 020 5516 6648.

RkJQdWJsaXNoZXIy MTc3MTYxMQ==