5706

xtgmf]k; 6 19/09/2023 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d 6 gfn vo8Q oxu ,u oa dmj v'mj P; g0Q kg,n v';a ';P' 3 clod;j k7q o ໂດຍ: ວີລະວັນ ໂດຍ: ມາລີດາ dkg2c-[9kdg,n v'g]qj k'k, * ເມືອງວັງວຽງແຂວງວຽງຈັນ ແມ່ນອີກຈຸດໝາຍປາຍທາງຍອດນິ ຍົມຂອງນັກທ່ອງທ່ຽວທີ່ຕ້ອງການ ມາສໍາຜັດບັນຍາກາດທີ່ມີຄວາມ ແຕກຕ່າງຈາກເຂດອື່ນໆໃນ ສປປ ລາວ ເຊິ່ງມັນມີທ່າແຮງບົ່ມຊ້ອນກັບ ແຫລ່ງທ່ອງທ່ຽວທີ່ໜ້າສົນໃຈຢ່າງ ຫລວງຫລາຍເຊັ່ນ: ທໍາມະຊາດ, ວັດ ທະນະທໍາ, ປະຫວັດສາດ ແລະ ວິຖີ ຊີວິດຂອງຄົນທ້ອງຖິ່ນ ອັນໄດ້ປະ ກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມແລະແກ້ໄຂຄວາມ ທຸກຍາກຢ່າງຍືນຍົງ. ຈຸດຊົມວິວ, ຂີ່ເຮືອພາລາມໍເຕີ ແລະ ຂີ່ບາລູນ ແລະ ອື່ນໆ. ທ່ານ ອັດສະຍາໄສ ມະນີວັນ ຍັງກ່າວວ່າ: ເຖິງແມ່ນວ່າພວກເຮົາ ສົ່ງເສີມການທ່ອງທ່ຽວຢ່າງກວ້າງ ຂວາງ ແຕ່ພວກເຮົາກໍຖືສໍາຄັນວຽກ ງານປົກປັກຮັກສາສິງແວດລ້ອມ ແລະ ອໍານວຍຄວາມສະດວກຕ່າງໆ ຕໍ່ວຽກງານທ່ອງທ່ຽວເປັນບຸລິມະ ສິດສໍາຄັນອັນໄດ້ປະກອບສ່ວນແລະ ສາມາດສ້າງລາຍຮັບເຂົ້າປະເທດ ກໍຄືການພັດທະນາເສດຖະກິດ-ສັງ ຄົມ ໂດຍສະເພາະສ້າງລາຍຮັບ ໃຫ້ແກ່ປະຊາຊົນ, ສ້າງວຽກເຮັດ ງານທຳ, ສົ່ງເສີມການຜະລິດກະສິ ກຳເປັນສິນຄ້າຢ່າງຍືນຍົງ. ສໍາລັບປີ 2024 ທີ່ຈະມາເຖິງ ນີ້ແມ່ນ ປີທ່ອງທ່ຽວລາວ 2024 ດັ່ງນັ້ນ ບັນດາຜູ້ປະກອບການສະ ຖານທີ່ທ່ອງທ່ຽວຕ່າງໆໃນຂອບ ເຂດທົ່ວປະເທດ ຕ້ອງໄດ້ກະກຽມ ຄວາມພ້ອມທຸກດ້ານ ເພື່ອໃຫ້ມີບັນ ຍາກາດຟົດຟື້ນໄປຄຽງຄູ່ກັບການ ພັດທະນາ ແລະ ກິດຈະກໍາປິ່ນອ້ອມ ຂອງຕົນເອງ ນອກຈາກນັ້ນພວກ ເຮົາກໍໄດ້ຝຶກອົບຮົມ ແລະ ສ້າງບຸກ ຄະລາກອນໃຫ້ມີຄວາມສາມາດ ຮອບດ້ານເພື່ອຮອງຮັບການເປີດ ປີທ່ອງທ່ຽວດັ່ງກ່າວ. ແນວໃດກໍດີ ການປົກປັກຮັກສາ ສິ່ງແວດລ້ອມນັ້ນກໍເປັນສິ່ງສໍາຄັນ ທີ່ສຸດເພື່ອດຶງດູນັກທ່ອງທ່ຽວ ແລະ ສ້າງສິ່ງແວດລ້ອມໃຫ້ສະອາດ ເມື່ອບໍ່ດົນມາມີ້ນີ້, ຜູ້ຂຽນໄດ້ມີໂອ ກາດໄປທ່ອງທ່ຽວເມືອງວັງວຽງ ແລະ ໄດ້ຍາດໂອກາດສຳພາດ ທ່ານ ອັດສະຍາໄສ ມະນີວັນ ຫົວໜ້າຫ້ອງ ການຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ເມືອງວັງວຽງ ໃຫ້ ຮູ້ວ່າ: ໃນ 6 ເດືອນຕົ້ນ ປີ 2023 ນີ້ ມີນັກທ່ອງທ່ຽວເຂົ້າມາທ່ອງທ່ຽວ ເມືອງວັງວຽງ 3 ແສນກວ່າຄົນ ໃນ ນັ້ນນັກທ່ອງທ່ຽວພາຍໃນ 2 ແສນ ກວ່າຄົນ, ນັກທ່ອງທ່ຽວຕ່າງປະ ເທດ 1 ແສນກວ່າຄົນ, ປັດຈຸບັນອໍາ ນາດການປົກຄອງເມືອງວັງວຽງ ໄດ້ສືບຕໍ່ຍົກລະດັບ ແລະ ປັບປຸ່ງສິ່ງ ງາມຕາ ເຊິ່ງບໍລິສັດເບຍລາວ ຈຳ ກັດກໍເປັນສ່ວນໜຶ່ງໃຫ້ຄວາມສໍາ ຄັນແລະປະກອບສ່ວນຊ່ວຍສົ່ງເສີມ ການທ່ອງທ່ຽວ ໂດຍສະເພາະສະ ຖານທີ່ທ່ອງທ່ຽວແຫ່ງຕ່າງໆ ໃຫ້ ມີຄວາມສະອາດ ຮັກສາສິ່ງແວດ ລ້ອມ ເພື່ອຮັບປະກັນເຮັດໃຫ້ສະ ຖານທີ່ທ່ອງທ່ຽວເຫລົ່ານັ້ນໃຫ້ຄົງ ໄວ້ຢ່າງຍືນຍົງໃຫ້ລູກໃຫ້ຫລານໄດ້ ເຫັນໃນອະນາຄົດ. ສະນັ້ນ ຂໍຮຽກ ຮ້ອງມາຍັງພໍ່ແມ່ປະຊາຊົນ, ພະ ນັກງານ-ລັດຖະກອນ, ນັກທ່ອງ ທ່ຽວພາຍໃນ ແລະ ຕ່າງປະເທດ ໃຫ້ ຄວາມສໍາຄັນ ແລະ ເອົາໃຈໃສ່ເປັນ ພິເສດໃນການຮັກສິ່ງແວດລ້ອມ ແລະ ເປັນເຈົ້າພາບທີ່ດີ. ອໍານວຍຄວາມສະດວກໃນສະຖານ ທີ່ຕ່າງໆ ເພື່ອຮອງຮັບນັກທ່ອງທ່ຽວ ທີ່ເຂົ້າມາທ່ຽວ ໂດຍສະເພາະພວກ ເຮົາມີແຫລ່ງທ່ອງທ່ຽວທາງທໍາ ມະຊາດ 37 ແຫ່ງ, ປະຫວັດຊາດ 1 ແຫ່ງ ແລະ ວັດທະນະທໍາ ຈໍານວນ ໜຶ່ງ, ມີ 24 ບໍລິສັດທ່ອງທ່ຽວ ແລະ ລົດໃຫ້ເຊົ້າທຸກປະເພດ, ມີໂຮງແຮມ 43 ແຫ່ງ, ລີສອດ 18 ແຫ່ງ, ວິນລາ 6 ແຫ່ງ, ບັງກາໂລ 12 ແຫ່ງ, ເຮືອນ ພັກ 117 ແຫ່ງ, ສາມາດຮັບແຂກ ໄດ້ປະມານ 13.344 ຄົນຕໍ່ມື້ ແລະ ມີຮ້ານອາຫານ 140 ແຫ່ງ, ຮ້ານ ກິນດື່ມ 14 ແຫ່ງ, ຮ້ານບັນເທີງ 6 ແຫ່ງ ພ້ອມນີ້ພວກເຮົາກໍມີກິດຈະ ກຳການທ່ອງທ່ຽວປະກອບມີຄື: ຂີ່ເຮືອກາຍັກ, ເຮືອຈັກຫາງຍາວ, ຂີ່ກົງເບັງລອງຕາມແມ່ນໍ້າຊອງຊົມ ວິວທໍາມະຊາດ,ຂີ່ສະລິງ,ປິນຜາຂຶ້ນ * ​ເມືອງ​ເລົ່າງາມແມ່ນ​ອີກ​ ເມືອງໜຶ່ງທີ່​ຂຶ້ນ​ຊື່​ລື​ນາມ ​ເລື່ອງກາ​ ເຟ ເ​ພາະປ​ ະຊາຊົນສ່ວນໃ​ ຫຍ່ຖືເອົາ ອາຊີບ​ປູກ​ກາ​ເຟ​ເປັນ​ສິນຄ້າ ເພື່ອ ສ້າງລາຍຮັບ ເຊິ່ງເຂດດັ່ງກ່າວເປັນ ທີ່ຮັບຮູ້ສະພາບ​ອາກາດ ​ແລະ ຄຸ​ນ ນະພາ​ບຂອງ​ດິນ​ທີ່​ເອື້ອຍ​ອໍານວຍ ໃຫ້ການຜະລິດ ຈຶ່ງ​ເຮັດ​ໃຫ້​ຜົນ​ຜະ ລິດດີ, ກາ​ເຟມີ​ ລົດ​ຊາດ​ແຊບ ​ແລະ ເປັນເອກະລັກສະເເພາະ. ຕົວຢ່າງ ກາເຟ ແກ່ນມະນີສົດ ຂອງທ່​ ານນ​ າງ ກິນດາ ແກ່ນມະນີ ສົດ ບ້ານນໍ້າແບ່ງ ເມືອງເລົ່າງາມ ແຂວງສາລະວັນ ​ທີ່​ກໍາລັງ​ເປັນ​ທີ່​ ນິຍົມຈາກ​ສັງຄົມ. ທ່ານນາງກິນດາ ແກ່ນມະນີສົດ ອາຍຸ 28 ປີ ຊາວສວນ ບ້ານນໍ້າ ແບ່ງ ເມືອງເລົ່າງາມ ແຂວງສາ ລະວັນ ເປັນເຈົ້າ ຂອງກາເຟຫຍີ່ຫໍ້ ແກ່ນມະນີສົດ ໃຫ້ຮູ້ວ່າ: ຄອບຄົວມີ ອາຊີບຕົ້ນຕໍເປັນຊາວສວນປູກກາ ເຟຂາຍ​ເປັນ​ຄ້າ ເຊິ່ງມີເນື້ອທີ່ສວນ ກາເຟທັງໝົດ 15 ເຮັກຕາ​ໂດຍ​ຊະ ນິດ​ພັນ​ທີ່ນໍາເອົາມາປູກປະກອບມີ ກາເຟກາຕີມໍ, ກາເຟກາງ ແລະ ກາ ເຟໂລກາຕູລາ ​ໂດຍແຕ່ລະປີຄອບ ຄົວລາວສາມາດເກັບຜົນພະລິດກາ ເຟໝາກແດງໄດ້ 60 ໂຕນ, ແລ້ວ ມາຜະລິດ ກາເຟເມັດຂົ້ວ ແລະ ບົດ ເປັນກາເຟຝຸ່ນທີ່ມີຊື່ວ່າ: ກາເຟແກ່ນ ມະນີສົດ ໄດ້ມີສາຂາຈຳໜ່າຍປະ ຈຳຢູ່ນະຄອນຫວງວຽງຈັນ ຈຳ ນວນ 5 ຮ້ານ, ນະຄອນຫລວງພະ ບາງ 2 ຮ້ານ, ຂາຍສົ່ງພໍ່ຄ້າ ໄປເຂດ ພິເສດ 3 ຫລ່ຽມຄຳ, ຂາຍຍ່ອຍ ໃຫ້ແມ່ຄ້າທົ່ວໄປ ພາຍໃນແຂວງ ແລະຕ່າງແຂວງ ເຊິ່ງສາມາດສ້າງ ລາຍຮັບເຂົ້າຄອບຄົວຈາກການ ຂາຍກາເຟ ທັງໝົດ 690 ກີບຕໍ່ປີ. ທ່ານ ນາງ ກິນດາ ໃຫ້​ຮູ້ຕື່ມອີກ ວ່າ: ນອກຈາກການປູກ ແລະ ຈຳ ໜ່າຍກາ​ເຟສໍາ​ເລັດ​ຮູບ​ ຍັງເປີດ​ ບໍລິການຮ້ານ​ກາ​ເຟອີກ​ດ້ວຍ ໂດຍ​ ຮ້ານ​ຕັ້ງ​ ຢູ່ເມືອງເລົ່າງາມໂດຍໄດ້ ຮັບການສະໜັບສະໜູນຊຸກຍູ້, ອຳ ນວຍຄວາມສະດວກຈາກພາກລັດ, ແຕ່ລະວັນໄດ້ມີລູກຄ້າມາ ນັ່ງດື່ມ ຢູ່ ກັບຮ້ານ ແລະ ມີຜູ້ມາຊື້ເມັດຂົ້ວ ກັບ ເຮືອນໃນແຕ່ລະວັນສາມາດຂາຍ ກາເຟຈອກໄດ້ບໍ່ຕໍ່າກວ່າຈຳນວນ 30 ຈອກຂຶ້ນໄປ​ໃນລາຄາ 20.000 ກີບຕໍ່ຈອກ, ນອກນັ້ນຍັງຂາຍກາ ເຟເມັດຂົ້ວ ໄດ້ປະມານ 50 ຖົງຕໍ່ ເດືອນ ​ໃນ​ລາຄາ 300.000 ກີບຕໍ່ ຖົງ, ພ້ອມ​ນີ້. ຍັງຂາຍດອກກາເຟ ແລະ ແກ່ນກາເຟ ເພື່ອຊົງໃສ່ນໍ້າດື່ມ ອີກດ້ວຍ. ​ເອົາ​ເປັນ​ວ່າ ຖ້າ​ຫາ​ກທ່ານ​ໃດ​ ໄດ້​ໄປ​ເມື​ອງ​ເລົ່າ​ງາມກໍ​ຢ່າ​ລືມ​ໄປ ຢ້ຽມຍາມດື່ມກາເຟ ແກ່ນມະນີສົດ ຈາກ​ຮ້ານ​ກາ​ເຟ​ເລົ່າງາມ ໄດ້ເປີດ ບໍລິການທຸກໆວັນ ເລີ້ມແຕ່ເວລາ 7:00 ໂມງເຊົ້າ ຫາ 17:00 ໂມງ ແລງ, ສະຖານທີ່ຢູ່ດ້ານໜ້າໂຮງ ຮຽນ ມສ ເລົ່າງາມ.

RkJQdWJsaXNoZXIy MTc3MTYxMQ==