5706

dkoxtdv[lj ;olh k'g0fmuj \A oxt8y ;a f 0v'xtmko 7ew8 lu ra ofvo xtgmf]k; 3 19/09/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ເຂົ້າຈານນໍ້າ (ເນື່ອງໃນໂອກາດວັນເກີດຄົບຮອບ 100 ປີ, ວັນທີ 8 ກຸມພາ 1924-8 ກຸມພາ 2024) ບົດສະເໜີ ໂດຍ: ຄ້ອງໃໝ່ ,a d'j kpwfh pkd ,a d]e[kdwfh fu L sa oxj Podkozt]y fc[[gdq j k ,kgxa oly o7h k rk7v[7q ;rQ om5 d * ໃນຖານະຜູ້ນໍາ ຂອງແນວລາວ ຮັກຊາດ ກໍ່ຄືຂອງພັກເຮົາຮຸ່ນທໍາອິດ ປະທານ ຄໍາໄຕ ສີພັນດອນ ໄດ້ປະກອບ ສ່ວນຢ່າງຕັ້ງໜ້າໃນການຈັດຕັ້ງນໍາພາ ຂະບວນການຕໍ່ສູ້ຂອງປະຊາຊົນເຮົາ ຕ້ານລັດທິຈັກກະພັດລ່າເມືອງຂຶ້ນແບບ ເກົ່າ ແລະ ແບບໃໝ່, ເຮັດໃຫ້ການ ປະ ຕິວັດລາວເຕີບໃຫຍ່ຂະຫຍາຍຕົວ ແລະ ຍາດໄດ້ໄຊຊະນະນີ້ ຕໍ່ໃສ່ໄຊຊະນະໃໝ່ ໃຫຍ່ຫລວງກວ່າເກົ່າ. ຈົນເຖິງໄຊຊະ ນະສົມບູນ ປົດປ່ອຍທົ່ວປະເທດ ແລະ ສະຖາປະນາສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ຂຶ້ນໃນວັນ ທີ 02 ທັນວາ ປີ 1975. ໃນການສ້າງເຂດທີ່ໝັ້ນການປະຕິ ວັດ ໂດຍສະເພາະຢູ່ເຂດລາວໃຕ້ນັ້ນ, ປະທານ ຄໍາໄຕ ສີພັນດອນ ໄດ້ຖືສໍາຄັນ ການກໍ່ສ້າງຮາກຖານການເມືອງ ແລະ ການກໍ່ສ້າງເຂດທີ່ໝັ້ນກອງຫລອນ ດ້ວຍການກໍາແໜ້ນປະຊາຊົນ, ອີງໃສ່ ປະຊາຊົນ ແລະ ປຸກລະດົມ ປະຊາຊົນ ເຂົ້າຮ່ວມການຕໍ່ສູ້ປົດປ່ອຍຊາດ, ເຮັດ ໃຫ້ການຕໍ່ຕ້ານເປັນພາລະກິດຂອງທົ່ວ ປວງຊົນ. ແນວຄິດຊີ້ນໍາຂອງເພິ່ນໃນ ການສ້າງເຂດທີ່ໝັ້ນການປະຕິວັດແມ່ນ ການສ້າງເຂດທີ່ໝັ້ນໃນ “ດວງໃຈ” ຂອງປະຊາຊົນ, ໂດຍເອົາເຂດບ້ານ ເຈັງອິນທິ, ບ້ານປຸຍ, ບ້ານສົ້ມປ່ອຍ, ໂດຍການສັ່ງ ແລະ ຈ່າຍຜ່ານໂທລະສັບ ກັບບັນດາແອັບພລີເຄເຊິນຕ່າງໆ. ມາພ້ອມກັບຄວາມທັນສະໄໝ, ສະ ດວກສະບາຍ, ຄົນກໍ່ມັກງ່າຍມັກສະ ບາຍ, ນັ່ງຂາຂຶ້ນຫ້າງຢູ່ເຮືອນເຂ່ຍໂທ ລະສັບສັ່ງຊື້ສິນຄ້າ ມາສົ່ງຮອດຕີນຂັ້ນ ໄດ (ບໍ່ໄດ້ເວົ້າໂຍກ), ບາງກໍລະນີໄດ້ ຮັບສິນຄ້າແລ້ວຈຶ່ງຈ່າຍ ໂດຍບວກຄ່າ ສົ່ງເຂົ້າໄປ...ຈາກການໃຊ້ຈ່າຍແບບ ງ່າຍໆນີ້ ກໍ່ມີພວກສວຍໂອກາດຫາກິນ ໂດຍອາໄສຊ່ອງວ່າງ ຄວາມມັກງ່າຍ ມັກສະດວກຂອງສັງຄົມນີ້ລະ ສ້າງບັນ ຫາ ຫລື ອຸປະໂຫລກຂາຍນັ້ນນີ້ ເຊິ່ງພຶດ ຕິກໍາຕົວຈິງໃນສັງຄົມເຮົາກໍ່ມີເປັນໄລ ຍະຖືກຕົວະເສຍເງິນລ້າ ດ້ວຍວິທີການ ຕ່າງໆຂອງພວກສວຍໂອກາດ ທີ່ເອີ້ນ ວ່າພວກມິດສາຊີບ. ພວກຫາກິນຜ່ານ ອອນລາຍ ມີຫລາຍຂຶ້ນບໍ່ວ່າໃນປະ ເທດເຮົາ, ເຫັນຂ່າວມານັບບໍ່ຖ້ວນ. ອາທິດຜ່ານມາ ມີເພື່ອນຜູ້ຂຽນ ເກືອບເສຍຫົວ, ສັ່ງຊື້ຜ້າພົມຜືນ ເກືອບ ສອງແສນກີບ, ຈ່າຍຜ່ານອອນລາຍ ຕາມລະຫັດຄິວອາທະນາຄານທີ່ຜູ້ຈ່າວ ຂາຍອອນລາຍສົ່ງມາ, ຈາກນັ້ນ ເພຈທີ່ ຈ່າວຂາຍ ຖືກລຶບໄປໝົດ ຈຶ່ງທາວຫາ ເບື້ອງຄິວອາໂຄດ ຈຶ່ງຮູ້ວ່າເປັນຄົນລະ ຄົນ. ຜູ້ຕັ້ງເພຈຈ່າວຂາຍເຄື່ອງເປັນລູກ ໜີ້, ໜີ້ຄ່າຊື້ຫວຍ ກັບນາງຜູ້ເປັນເຈົ້າ ຂອງຄິວອາໂຄດ. ໝາຍວ່ານາງນັ້ນ ອຸປະໂຫລກຂາຍເຄື່ອງຜ່ານອອນລາຍ ແລ້ວ ເອົາຄິວອາໂຄດຂອງເຈົ້າໜີ້ເລກ ໃຫ້ຜູ້ສັ່ງຊື້, ຢາກຄືກັນກັບຫລາຍກໍລະ ນີສິນເຊື່ອຕົວະສັງຄົມ ທີ່ເອົາເງິນຜູ້ໜຶ່ງ ໄປຈ່າຍຜູ້ໜຶ່ງ ໝູນກັນ ເປັນບັນຫາເຈັບ ເສັ້ນຜ່ານມາ? ກໍລະນີນີ້ ໄຄແດ່ຖືກຜູ້ ເຄີຍເປັນພະນັກງານທີ່ຮູ້ຈັກນໍາ. ຖ້າ ເປັນຊາວບ້ານທົ່ວໄປ, ກໍ່ອາດຈະເສຍ ທີໂຈນຍ້ອນມັກງ່າຍ ຈ່າຍສະດວກ...? ເລື່ອງການສໍ້ໂກງຕົວະຍົວະ ຜ່ານ ອອນລາຍ ໂດຍສະເພາະການຂາຍ ເຄື່ອງ, ອັນດີກໍ່ມີຖ້າເຮັດຖືກລະບຽບ ກົດໝາຍພົວພັນການຄ້າເອເລັກໂຕຣ ນິກ...ຜ່ານມາກໍ່ມີປະກົດການຊື້ເຄື່ອງ ແລ້ວບໍ່ໄດ້ເຄື່ອງຕາມສັ່ງ, ແຕ່ຈໍາເປັນ ເອົາ ເພາະຜູ້ສົ່ງກໍ່ບໍ່ຮັບ ເພາະວ່າມີໜ້າ ທີ່ສົ່ງເທົ່ານັ້ນ. ຜູ້ມັກງ່າຍກໍ່ວ່າເອົ໋າ! ຢ່າ ສາເຖາະ ຕາງເສຍເຄາະ...ວ່າໄປແນວ ນັ້ນກໍ່ມີ. ບາງຄົນຊື້້ເສື້ອເບີໜຶ່ງ ໄດ້ຕົວ ຈິງເບີໜຶ່ງ ນຸ່ງບໍ່ໄດ້ , ແຕ່ຍ້ອນມັກງ່າຍ ກໍ່ບໍ່ຕໍ່ວ່າຕໍ່ຖຽງ. ຄົນລາວເຮົາໂດຍພື້ນ ຖານ ເປັນຄົນບໍ່ມັກເປັນເລື່ອງເປັນ ລາວ, ເສຍດ້າມເລັກນ້ອຍກໍ່ປ່ອຍໄປ, ອັນອາດເປັນຊ່ອງວ່າງໃຫ້ພວກຄົນບໍ່ດີ ຫາກິນນໍາຍ້ອນຄວາມໃຈດີໂພດນີ້?ຖ້າ ບວກໃສ່ກັນຜູ້ເລັກນ້ອຍດ້າມຮ້ອຍດ້າມ ພັນ ຄັນຫລາຍພັນຫລາຍໝື່ນຄົນໂຮມ ກັນຄວາມເສຍຫາຍກໍ່ບໍ່ແມ່ນໜ້ອຍ. ປະເດັນທີ່ຢາກນໍາມາແລກປ່ຽນ ແມ່ນຄວາມມີສະຕິຂອງທຸກຄົນ, ບໍ່ມັກ ງ່າຍເກີນໄປ, ເຖິງວ່າມູນຄ່າບໍ່ຫລາຍ ກໍ່ຕ້ອງໄດ້ກວດສອບຄືນ ໃຫ້ເຊື່ອໝັ້ນດີ, ປຶກສາຫລາຍຄົນ. ຄວາມມັກງ່າຍ ອາດກາຍເປັນການສົ່ງເສີມຄົນເຮັດຜິດ ເພາະຕາມທີ່ຮູ້ການຄ້າອອນລາຍ ສ່ວນ ຫລາຍແມ່ນບໍ່ຖືກລະບຽບກົດໝາຍ ກ່ຽວກັບການຄ້າ ທີ່ຕິດພັນກັບການປະ ຕິບັດພັນທະພາສີ-ອາກອນຕາມລະ ບຽບກົດໝາຍ. ບັນຫາຕໍ່ມາ ເຫັນວ່າ ພາກລັດທີ່ກ່ຽວຂ້ອງຄວນອອກມາ ເຕືອນສັງຄົມດ້ວຍຫລາຍຮູບແບບ ບໍ່ໃຫ້ມັກງ່າຍ ການຊື້-ຂາຍອອນລາຍ ມີວິທີກວດສອບ? ຄວາມປອດໄພຢູ່? ເກີດບັນຫາແລ້ວມີວິທີແກ້ໄຂ? ປະ ສານກັບພາກສ່ວນໃດ? ຮ້ອງທຸກກັບ? ຈຶ່ງຢາກສະຫລຸບວ່າ ເຮັດຫຍັງກໍ່ ເຮັດຂໍໃຫ້ຄໍານຶງຄໍາສຸພາສິດມັກງ່າຍ ໄດ້ຍາກມັກລໍາບາກໄດ້ດີ, ຢາກໄວໃຫ້ ຄານຢາກນານໃຫ້ແລ່ນ. ຂໍແລກປ່ຽນ ນໍາບັນດາທ່ານຜູ້ອ່ານໃຈດີ-ໃຈກວ້າງ ທັງຫລາຍເດີ! * ບົດນີ້ຍົກເອົາສຸພາສິດຂອງລາວ ເຮົາ ເຊິ່ງມີມາແຕ່ປີໃດຍັງບໍ່ທັນເປັນອັນ ຈະແຈ້ງ, ແຕ່ເຊື່ອວ່າຄົນລາວເຮົາໂດຍ ສ່ວນຫລາຍເຄີຍໄດ້ຍິນຄໍານີ້ ຫລື ບາງ ທີເວລາຮຽນປະຖົມ-ມັດທະຍົມ... ອາດຈະເຄີຍນໍາມາວິເຄາະ-ອະທິບາຍ ຂະຫຍາຍຄວາມ ໃຫ້ເຫັນຄວາມໝາຍ ຈະແຈ້ງຂຶ້ນ.ຄໍາສຸພາສິດລາວມີຫລາຍໆ ຄໍາແຝງດ້ວຍຄວາມໝາຍອັນເລິກເຊິ່ງ ເພື່ອໃຫ້ໄປຄິດຫງໍາ ແລະ ປະດິດສ້າງ ໝູນໃຊ້ໃນການດໍາລົງຊີວິດ, ບາງເທື່ອ ກໍ່ມີລັກສະນະປີ້ນກັບຄວາມພາວະວິ ໄສ, ແຕ່ຜູ້ແຕ່ງແມ່ນມີເປົ້າໝາຍເລິກ ກວ່ານັ້ນ, ມັນບໍ່ມີແຕ່ຄໍາວ່າ “ມັກງ່າຍ ໄດ້ຍາກ ມັກລໍາບາກໄດ້ດີ”, ຍັງມີ ອີກ ເຊັ່ນ “ຢາກກິນເຂົ້າໃຫ້ປູກໃສ່ພະລານ ຫີນ ຢາກມີສິນໃຫ້ຂ້າພໍ່ຕີແມ່ ຢາກໃຫ້ ພີ່ນ້ອງມາແວ່ໃຫ້ຂ້າໝູ່ດຽວກັນ ຢາກ ມີສີສັນໃຫ້ນອນດິນເກືອຝຸ່ນ”...ເປັນ ຕາໜ້າຄິດແທ້ໆ. ໃນໄລຍະໃໝ່ໆມານີ້, ໂດຍສະເພາະ ນັບແຕ່ທົ່ວໂລກເກີດການລະບາດຂອງ ພະຍາດໂຄວິດ-19 ມານີ້, ການພົວພັນ ຊື້ຂາຍ ປ່ຽນໄດ້ຫັນສູ່ເສັ້ນທາງເອເລັກ ໂຕຣນິກຫລາຍຂຶ້ນ, ຄຽງຄູ່ກັບການໃຊ້ ເງິນສົດກໍ່ມີອີມັນນີ...ຂະຫຍາຍກວ້າງ ອອກ, ຄົນບໍ່ຖືເງິນສົດຕິດຖົງຫລາຍຂຶ້ນ (ຄັນຖືກໍ່ໜ້ອຍສຸດ) ໂດຍສະເພາະໄວ ໜຸ່ມ. ປະເທດທີ່ທັນສະໄໝ ເປັນຕົ້ນຄື ເບື້ອງທິດເໜືອຂອງປະເທດເຮົາ, ການ ໃຊ້ຈ່າຍຢູ່ປາຍນິ້ວຄືປະສາຊາວບ້ານ ວ່າ, ສັ່ງຊື້ສິນຄ້າ-ຈ່າຍ...ສັ່ງການຢູ່ ໂທລະສັບທັນສະໄໝ ທີ່ຫລາຍຄົນໃຊ້ ວ່າສະມາດໂຟນ, ລວມທັງການບໍລິ ການອື່ນໆ ຖືວ່າຄວາມທັນສະໄໝ ໄດ້ ເຮັດໃຫ້ມີຄວາມສະດວກສະບາຍ, ການ ບໍລິການເຖິງເຮືອນຊານສະຖານທີ່ພັກ * ໃນເມື່ອກ່ອນການພັດທະນາພື້ນ ຖານໂຄງລ່າງ, ຖະໜົນຫົນທາງໄປ ສູ່ເຂດຊົນນະນົດ ເຫັນວ່າຍັງບໍ່ທົ່ວເຖິງ ເຮັດໃຫ້ການພັດທະນາຊີວິດການເປັນ ຢູ່, ການຜະລິດ ແລະ ອື່ນໆຂອງປະຊາ ຊົນຍັງພົບຄວາມຫຍຸ້ງຍາກ. ເຖິງຜະ ລິດໄດ້ຫລາຍກໍ່ບໍ່ມີພໍ່ຄ້າແມ່ຄ້າເຂົ້າໄປ ຮັບຊື້ ຫລື ເອົາມາຂາຍຢູ່ຕະຫລາດ ໄດ້. ແນວໃດກໍ່ດີພາຍໃຕ້ການນຳພາ ຂອງພັກໃນການນຳພາປະຕິບັດແຜນ ພັດທະນາແຕ່ລະໄລຍະ ເຮັດໃຫ້ປະເທດ ຊາດໄດ້ຮັບການພັດທະນາໃນແຕ່ລະ ດ້ານ, ຊີວິດການເປັນຢູ່ຂອງປະຊາຊົນ ກໍນັບມື້ດີຂຶ້ນ ໂດຍສະເພາະແມ່ນປະຊາ ຊົນຢູ່ເຂດຊົນນະບົດພູດອຍ.ສະນັ້ນເພື່ອ ໃຫ້ເຫັນການພັດທະນາດັ່ງກ່າວ, ຄໍລຳ ພັດທະນາອາຊີບ ມື້ນີ້ຂໍພາທ່ານໄປຮູ້ ກັບຄອບຄົວໜຶ່ງ ທີ່ຫັນການຜະລິດກະ ສິກຳແບບດັ່ງເດີມ ສູ່ການຜະລິດຮູບ ແບບໃໝ່ ເພື່ອເປັນສິນຄ້າ ໃນທີ່ສຸດກໍ່ ເຮັດໃຫ້ຖານະຄອບຄົວມີການພັດທະ ນາກ້າວສູ່ການຫລຸດພົ້ນອອກຈາກ ຄວາມທຸກຍາກໂດຍພື້ນຖານ. ທ່ານ ຫວາ ມົວ ລີ ຢູ່ບ້ານນາຫວ່າງ ເມືອງຮຸນແຂວງອຸດົມໄຊ ເລົ່າສູ່ຟັງວ່າ: ໃນເມື່ອກ່ອນຄອບຄົວຕົນແມ່ນຢູ່ບ້ານ ໜຶ່ງໃນເມືອງຊຽງຄໍ້ ແຂວງຫົວພັນ ແລະ ເປັນຄູສອນແຕ່ປີ 1983-1989 ປະຕິບັດຕາມແນວທາງນະໂຍບາຍ ຂອງພັກລັດ ໃນການສ້າງເສດຖະກິດ ຄອບຄົວ ຈຶ່ງໄດ້ຂໍອອກຈາກການເປັນ ຄູສອນເພື່ອສ້າງເສດຖະກິດຄອບຄົວ ດ້ວຍການປະກອບອາຊີບປູກຝັງ-ລ້ຽງ ສັດ. ໂດຍອີງໃສ່ບົດຮຽນທີ່ໄດ້ໃນໄລຍະ ຍັງເປັນຄູສອນ ທີ່ເວລາພັກແລ້ງໃນແຕ່ ລະປີ ໄດ້ເຂົ້າຮັບຟັງການເຜີຍແຜ່ແນວ ທາງນະໂຍບາຍຂອງພັກໃຫ້ແກ່ພະນັກ ງານຄູພວກເຮົາ,ໂດຍສະເພາະການ ແມ່ນການຜະລິດກະສິກຳເປັນສິນຄ້າ ຂາຍຢູ່ພາຍໃນ ແລະ ສົ່ງອອກຕ່າງປະ ເທດ. ດັ່ງນັ້ນ, ຫລັງໄດ້ອອກຈາກຄູ ສອນປີ 1989 ແລ້ວ ຈຶ່ງໄດ້ມາຊອກ ພື້ນທີ່ທຳການຜະລິດ ໂດຍໄດ້ມາເບິ່ງ ຢູ່ເມືອງຮຸນ ແຂວງອຸດົມໄຊ ເຫັນວ່າ ເໝາະສົມແກ່ການຜະລິດກະສິກຳການ ປູກ-ການລ້ຽງ ຈຶ່ງໄດ້ພາຄອບຄົວມາຢູ່ ເມືອງດັ່ງກ່າວ ເພື່ອປະກອບອາຊີບຜະ ລິດກະສິກຳມາຈົນຮອດປັດຈຸບັນນີ້. ການມາຢູ່ເມືອງຮຸນນີ້, ຄອບຄົວໄດ້ ຊື້ດິນທຳການຜະລິດ ໂດຍສະເພາະ ແມ່ນດິນປູກສາລີ ມີ 20 ເຮັກຕາ, ສວນ ໝາກລຳໄຍປະມານ 1 ເຮັກຕາ, ດິນ ນາ 1 ເຮັກຕາ, ດິນສວນຢາງພາລາ 10 ເຮັກຕາ. ໃນນີ້, ປູກຢາງໄດ້ 6.000 ຕົ້ນ (ຂີດຢາງແລ້ວ) ໂດຍໄດ້ເອົາໃຫ້ປະຊາ ຊົນຂີດແບ່ງປັນເຄິ່ງ, ສະເລ່ຍລາຍຮັບ ລວມປີໜຶ່ງໄດ້ກວ່າ 180 ລ້ານກີບ ເອົາ ມາຫານເຄິ່ງກັນໄດ້ກວ່າ 90 ລ້ານກີບ ຕໍ່ປີ. ຂະນະທີ່ການປູກສາລີ ກໍ່ໄດ້ເອົາ ເນື້ອທີ່ດິນໃຫ້ປະຊາຊົນຜູ້ທີ່ບໍ່ມີດິນປູກ ສາລີປູກ ໂດຍເຮົາຕອບສະໜອງແນວ ພັນ, ໄຖໃຫ້ເຂົາເຈົ້າ ຫລັງຈາກຂາຍຜົນ ຜະລິດກໍ່ແບ່ງປັນເຄິ່ງກັນ. ພາຍຫລັງ ຂາຍຜົນຜະລິດສາລີແລະແບ່ງປັນ,ຫັກ ຄ່າຕ່າງໆແລ້ວ ກໍ່ຍັງເຫລືອກວ່າ 120 ລ້ານຕໍ່ປີ. ສະເລ່ຍລາຍຮັບຈາກການ ຂາຍຢາງພາລາ, ສາລີ, ຂາຍໝາກລຳ ໄຍໃນແຕ່ລະປີຄອບຄົວຕົນກໍ່ມີລາຍຮັບ ຫລາຍກວ່າ200ລ້ານກີບ. ການຜະລິດ ສາລີຂາຍແມ່ນມີຄວາມສະດວກສະ ບາຍຫລາຍ ມີແຕ່ໃຊ້ພາຫະນະຜະລິດ ເຊັ່ນວ່າ: ໄຖ, ປູກສາລີ ແລະ ແກ່ສາລີ ລ້ວນແຕ່ໃຊ້ແຕ່ພາຫະນະ ໂດຍບໍ່ໄດ້ໃຊ້ ແຮງງານຄົນ ຄືເມື່ອກ່ອນຢູ່ຊົນນະບົດ ທີ່ໃຊ້ແຮງງານຄົນປູກ, ເປ້, ໃຊ້ແຮງ ງານມ້າ, ງົວ, ຄວາຍແກ່. ທ່ານ ຫວາ ມົວ ລີ ກ່າວ. ທ່ານ ຫວາ ມົວ ລີ ຍັງກ່າວຕື່ມວ່າ: ປັດຈຸບັນຕົນກໍ່ມີອາຍຸ 70 ປີແລ້ວ ບວກ ໃສ່ເຫື່ອແຮງກໍ່ຫລຸດລົງ ຈຶ່ງໄດ້ຫັນ ມາລ້ຽງປາ, ໄກ່ລາດ, ລ້ຽງງົວ ເຊິ່ງ ການລ້ຽງງົວແມ່ນຫາກໍ່ເລີ່ມລ້ຽງ ໂດຍມີງົວ 20 ກວ່າໂຕ, ມີສວນຫຍ້າ ລ້ຽງງົວ 5 ເຮັກຕາ. ຂະນະທີ່ພາຍຫລັງ ເກັບກ່ຽວເຂົ້ານາປີສຳເລັດ ກໍ່ໄດ້ເອົາ ເຄື່ອງຈັກໄປອັດເຟືອງມາໄວ້ໃຫ້ງົວ ກິນໃນຍາມຂາດເຂີນຫຍ້າ. ແນວໃດ ກໍ່ດີໂດຍລວມແລ້ວການປະກອບອາ ຊີບກະສິກຳກໍ່ພໍມີຢູ່ມີກິນ, ມີເງິນ ທ້ອນ ໄວ້ໃຊ້ຈ່າຍບໍ່ຂາດເມື່ອທຽບໃສ່ເມື່ອ ກ່ອນທີ່ຍັງຢູ່ໃນຊົດນະບົດ. ຜ່ານການ ປະກອບອາຊີບນີ້, ປັດຈຸບັນຄອບຄົວ ສາມາດຊື້ໄດ້ພາຫະນະໃຫຍ່-ນ້ອຍຮັບ ໃຫ້ຄອບຄົວ, ມີລົດໄຖໃຫຍ່, ມີເຄື່ອງ ຢອດເມັດສາລີ, ເຄື່ອງອັດເຟືອງ ແລະ ອື່ນໆຕື່ມອີກ. ບ້ານອຸກ, ບ້ານໃໝ່, ບ້ານຫີນລາດ ເປັນ ໃຈການຂອງ ເຂດທີ່ຫມັ້ນ. ເພາະສະນັ້ນ ເພື່ອກໍາ ເອົາປະຊາຊົນໃຫ້ໄດ້ ແລະ ເຮັດໃຫ້ປະຊາຊົນມີຄວາມຕື່ຕົວເຂົ້າ ຮ່ວມການຕໍ່ຕ້ານ, ປະທານ ຄໍາໄຕ ສີພັນດອນ ຈິ່ງໄດ້ຈັດຕັ້ງກໍາລັງກອງ ໄຊຈັກກະພັດເປັນກອງໂຄສະນາປະ ກອບອາວຸດ ແລະ ໜ່ວຍປະຕິບັດງານ ແຕ່ຫົວທີໂລດ, ແລ້ວກະຈາຍລົງສູ່ຮາກ ຖານປະຊາຊົນ. ໃນປີ1952-1954ປະທານຄຳໄຕ ສີພັນດອນ ໄດ້ຮັບໜ້າທີ່ເປັນປະທານ ຄະນະກໍາມະການຕໍ່ຕ້ານຢູ່ເຂດກາງ; ຊີ້ນໍາ-ປັບປຸງຂະບວນການຕໍ່ຕ້ານຕີ ເອົາຊະນະກອງທະຫານຜູ້ຮຸກຮານ. ເຂດກາງໃນເວລານັ້ນເອີ້ນກັນທົ່ວໄປ ຢ່າງກວ້າງຂວາງວ່າພາກຕາເວັນອອກ ຫລື ເຂດຕາເວັນອອກ ມີພື້ນທີ່ກວມ ເອົາ 2 ແຂວງຄື: ແຂວງຄໍາມ່ວນ ແລະ ແຂວງສະຫວັນນະເຂດ ຊຶ່ງມີທີ່ຕັ້ງຍຸດ ທະສາດສໍາຄັນໃນການເຊື່ອມຕໍ່ເຂດຕໍ່ ຕ້ານພາກເໜືອກັບພາກໃຕ້. ໃນເວລານີ້ ປະທານ ຄໍາໄຕ ສີພັນ ດອນ ຍັງເປັນຫົວ ໜ້າຫ້ອງການລັດຖະບານລາວຕໍ່ຕ້ານ ແລະ ກໍາມະການສູນກາງແນວລາວ ອິດສະຫລະ ຊຶ່ງໜ້າທີ່ຕົ້ນຕໍ ແມ່ນປັບ ປຸງ; ກໍ່ສ້າງຄະນະຊີ້ນໍາ ແລະ ບັນຊາຂັ້ນ ຕ່າງໆ. ໂດຍເອີ້ນວ່າ “ຄະນະບັນຊາ ສາມຂາ” ຫລື ເອີ້ນຊື່ລັບວ່າ: “ບສຂ” ຊຶ່ງຖືກແຕ່ງຕັ້ງໃຫ້ເປັນປະທານຄະນະ ກໍາມະການຕໍ່ຕ້ານ ແລະ ທັງເປັນຜູ້ຕາງ ໜ້າລັດຖະບານແນວລາວອິດສະຫລະ ຂັ້ນສູນກາງທີ່ຮັບຜິດຊອບເຂດກາງ. ເມື່ອລົງມາເຂດກາງ, ປະທານ ຄໍາ ໄຕ ສີພັນດອນ ໄດ້ຈັດປະຊຸມຄະນະກໍາ ມະການຕໍ່ຕ້ານເຂດກາງ ເພື່ອຮັບຟັງ ການລາຍງານ - ກໍາສະພາບການ ແລະ ຖອດຖອນບົດຮຽນຮ່ວມກັບພະນັກ ງານຫລັກແຫລັງແກ່ນສານຂອງເຂດ ກາງ. ຈາກພຶດຕິກໍາ ແລະ ບົດຮຽນທີ່ ເພິ່ນເຄີຍໄດ້ຊີ້ນໍາ-ບັນຊາຢູ່ເຂດໃຕ້, ເພິ່ນໄດ້ມີຄໍາເຫັນຕໍ່ຄະນະດັ່ງກ່າວວ່າ: “ພວກເຮົາຕ້ອງຫັນທິດຍຸດທະສາດ ຕໍ່ຕ້ານແຕ່ຫົວທີຄືເອົາກໍາລັງຖອນອອກ ຈາກຕົວເມືອງໄປສູ່ຊົນນະບົດ ແລະ ພູ ດອຍ, ສຸມໃສ່ການຂົນຂວາຍມະຫາ ຊົນ, ກໍ່ສ້າງຮາກຖານການເມືອງ, ກໍ່ ສ້າງກໍາລັງ, ກໍ່ສ້າງຖານທີ່ໝັ້ນປະຕິວັດ ເພື່ອດໍາເນີນການຕໍ່ຕ້ານຍາວນານ, ເພາະວ່າຮາກຖານປະຕິວັດເຮົາຢູ່ຊົນ ນະບົດຍັງມີໜ້ອຍ ແລະ ຍັງບໍ່ທັນເຂັ້ມ ແຂງ; ກົງກັນຂ້າມ ສັດຕູພັດມີກໍາລັງ ທີ່ເຂັ້ມແຂງກວ່າພວກເຮົາ, ຍ້ອນແນວ ນັ້ນວຽກງານທີ່ສໍາຄັນ ແລະ ຮີບດ່ວນ ກວ່າໝູ່ໝົດແມ່ນການສຶກສາອົບຮົມ ການເມືອງ-ແນວຄິດ, ເຮັດໃຫ້ພະນັກ ງານ, ທະຫານ ແລະ ປະຊາຊົນ ເຊື່ອມ ຊຶມກໍາແໜ້ນແນວທາງຕໍ່ຕ້ານຂອງ ພວກເຮົາ; ພ້ອມກັນນັ້ນ ກໍຕ້ອງໄດ້ສັບ ຊ້ອນ-ປັບປຸງການຈັດຕັ້ງ, ປັບປຸງຄະ ນະຊີ້ນໍາ-ບັນຊາໃນທຸກດ້ານ”. ດ້ວຍການນໍາພາອັນຖືກຕ້ອງ ແລະ ສະຫລາດສ່ອງໃສ ແລະ ເດັດດ່ຽວ ໜຽວແໜ້ນຂອງສູນກາງພັກ ຊຶ່ງມີ ປະທານ ໄກສອນ ພົມວິຫານ ເປັນຜູ້ນໍາ ໜ້າ ໂດຍມີການປະກອບສ່ວນອັນສໍາ ຄັນຂອງປະທານ ຄໍາໄຕ ສີພັນດອນ ໃນ ຖານະຜູ້ບັນຊາການສູງສຸດ ແລະ ໝູ່ຄະ ນະການນໍາໃນກໍາລັງປະກອບອາວຸດ ຝ່າຍປະເທດລາວ ທີ່ໄດ້ຊີ້ ນໍາ-ບັນຊາ ການຈັດຕັ້ງປະຕິບັດແຜນນະໂຍບາຍ ຫັນທິດຕໍ່ສູ້ດ້ວຍຄວາມເປັນເຈົ້າການ ສູງ, ທັງຕີສັດຕູ ທັງກໍ່ສ້າງກໍາລັງຈຶ່ງ ເຮັດໃຫ້ການປະຕິວັດເຮົາພົ້ນຈາກສະ ພາວະຄັບຂັນສ່ຽງເປັນສ່ຽງຕາຍ ໃນ ຊຸມປີ 1959-1960 ກັບຄືນ ຢູ່ໃນທ່າ ເປັນເຈົ້າການບຸກໂຈມຕີສັດຕູ, ຍາດ ເອົາໄຊຊະນະ ແລະ ພາການປະຕິວັດ ກ້າວສູ່ບາດກ້າວຂະຫຍາຍຕົວໃໝ່ ດ້ວຍຖ່ວງທ່າ ແລະ ກໍາລັງທີ່ເຂັ້ມແຂງ ກວ່າເກົ່າ, ໄຊຊະນະຂອງການຫັນທິດ ຕໍ່ສູ້ແມ່ນໄຊຊະນະອັນຍິ່ງໃຫຍ່ຂອງ ກອງທັບ ແລະ ປະຊາຊົນລາວ, ແມ່ນ ບາດກ້າວຂະຫຍາຍຕົວທີ່ມີລັກສະນະ ກ້າວກະໂດດ ແລະ ເຮັດໃຫ້ການປະຕິ ວັດລາວມີພື້ນຖານອັນໝັ້ນແກ່ນສໍາລັບ ການສືບຕໍ່ຕໍ່ສູ້ຍາດເອົາໄຊຊະນະທີ່ຍິ່ງ ໃຫຍ່ກວ່າເກົ່າ. ປະທານ ຄຳໄຕ ສີພັນດອນ ຖ່າຍຮູບກັບບັນດາຜູ້ນຳລາວ ແລະ ຊ່ຽວຊານຫວຽດນາມ ໃນປີ 1950 ປະທານ ຄຳໄຕ ສີພັນດອນ ຮ່ວມປຶກສາຫາລືກັບບັນດາຜູ້ນຳ ແລະ ຊີ້ນຳບັນຊາກຳລັງ ປະກອບອາວຸດ ໃນສະພາບການໃໝ່ ເພື່ອນຳພາການຕໍ່ສູ້ຕ້ານຈັກກະພັດອາເມລິກາ

RkJQdWJsaXNoZXIy MTc3MTYxMQ==