lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 19/09/2023 xtgmf]k; ສອງນາຍົກລັດຖະມົນຕີ... ຫ້ອງວ່າການ... 1 ປີຜ່ານມາ... ສານສະແດງ... ໂທລະເລກສະແດງ... ສປປ ລາວ ກຽມເປັນ... ຂປລ. ໃນໂອກາດເຂົ້າຮ່ວມງານ ວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 20 ຢູ່ນະຄອນໜານໜິງ, ສປ ຈີນ, ຕອນແລງວັນທີ 16 ກັນຍາ 2023 ຢູ່ສູນປະຊຸມສາກົນໂຮງ ແຮມລີ້ຢວນ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມ ດ້ວຍຄະນະຜູ້ແທນຂັ້ນສູງ ແຫ່ງ ສປປ ລາວ ໄດ້ພົບປະຢ່າງເປັນທາງ ການກັບສະຫາຍ ຫລີ ສຽງ ນາຍົກ ລັດຖະມົນຕີພ້ອມດ້ວຍຄະນະຜູ້ແທນ ຂັ້ນສູງ ແຫ່ງ ສປ ຈີນ ເຊິ່ງການພົບ ປະຢ່າງເປັນທາງການຂອງສອງ ສະຫາຍຄັ້ງນີ້ ຖືວ່າເປັນຄັ້ງທໍາອິດ ພາຍຫລັງໄດ້ຮັບການເເຕ່ງຕັ້ງເປັນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ເເລະ ແຫ່ງ ສປ ຈີນ ເພື່ອສືບຕໍ່ຮັດ ແໜ້ນການພົວພັນການຮ່ວມມືສອງ ຝ່າຍ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ. ໃນໂອກາດພົບປະ, ສະຫາຍນາ ຍົກລັດຖະມົນຕີ ແຫ່ງ ສປ ຈີນ ກໍ ໄດ້ສະແດງຄວາມຍິນດີຕ້ອນຮັບ ສະຫາຍນາຍົກລັດຖະມົນຕີພ້ອມ ດ້ວຍຄະນະຜູ້ແທນຂັ້ນສູງແຫ່ງສປປ ລາວ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມງານວາງສະແດງສິນ ຄ້າ ຈີນ-ອາຊຽນ ຄັ້ງນີ້ສະແດງ ໃຫ້ເຫັນເຖິງຄວາມເອົາໃຈໃສ່ໃນ ການປະກອບສ່ວນເຂົ້າໃນສາຍ ພົວພັນການຮ່ວມມືຂອງສອງປະ ເທດນັບມື້ນັບກ້າວເຂົ້າສູ່ທັງລວງ ກວ້າງ ແລະ ລວງເລິກ. ໃນໂອກາດ ດຽວກັນ, ສະຫາຍນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ໄດ້ສະແດງ ຄວາມຂອບໃຈເປັນຢ່າງສູງຕໍ່ພັກ ແລະ ລັດຖະບານຈີນ ທີ່ໄດ້ໃຫ້ການ ຕ້ອນຮັບອັນອົບອຸ່ນໃຫ້ແກ່ຄະນະຜູ້ ແທນ ສປປ ລາວ ທີ່ເດີນທາງມາເຂົ້າ ຮ່ວມງານວາງສະແດງໃນຄັ້ງນີ້ ພ້ອມທັງຕີລາຄາສູງຕໍ່ໝາກຜົນຂອງ ການພົວພັນມິດຕະພາບອັນເປັນມູນ ເຊື້ອ, ການເປັນຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງຍາວນານຕາມ ທິດ 4 ດີ ແລະ ການເປັນຄູ່ຮ່ວມຊາ ຕາກໍາລາວ-ຈີນ, ຈີນ-ລາວ ຕະ ຫລອດໄລຍະຜ່ານມາ. ໃນການພົບປະຄັ້ງນີ້, ທັງສອງ ຝ່າຍຕີລາຄາສູງຕໍ່ສາຍພົວພັນການ ຮ່ວມມື ລະຫວ່າງ ສອງພັກ, ສອງ ລັດ ແລະ ປະຊາຊົນສອງຊາດ ທີ່ມີ ມາແຕ່ດົນນານແລ້ວ ໄດ້ຮັບການ ສືບຕໍ່ເສີມຂະຫຍາຍຕົວຢ່າງບໍ່ຢຸດ ຢັ້ງ ແລະ ມີໝາກຜົນຕົວຈິງນັບມື້ນັບ ຫລາຍຂຶ້ນ, ພິເສດການໄປມາຫາສູ່ ຂອງການນໍາຂັ້ນສູງຂອງສອງປະ ເທດ ນັບມື້ນັບຫລາຍເຊັ່ນກັນ ໂດຍ ສະເພາະ ໃນທ້າຍປີ 2022 ທີ່ຜ່ານ ມາຢູ່ທີ່ນະຄອນຫລວງປັກກິ່ງ ການ ພົບປະຂອງສອງສະຫາຍເລຂາທິ ການໃຫຍ່ ສອງປະເທດ ກໍໄດ້ພ້ອມ ກັນຕີລາຄາຄືນການຈັດຕັ້ງປະຕິ ບັດແຜນແມ່ບົດວ່າດ້ວຍການເປັນຄູ່ ຮ່ວມຊາຕາກຳ ລາວ-ຈີນ ໃນໄລຍະ 2020-2023 ເເລະ ຕົກລົງ ທີ່ຈະ ພ້ອມກັນຮັບຮອງເອົາເເຜນເເມ່ບົດ ວ່າດ້ວຍການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ ສະບັບປີ 2024-2028 ແລະ ຈະຮ່ວມກັນຈັດຕັ້ງປະຕິບັດໃຫ້ ເກີດດອກອອກຜົນດ້ວຍຄຸນນະ ພາບສູງ ເຊິ່ງເຊື່ອໝັ້ນວ່າຈະເປັນ ການຊຸກຍູ້ເສີມຂະຫຍາຍສາຍພົວ ພັນລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໃຫ້ນັບມື້ ມີເນື້ອໃນເລິກເຊິ່ງຂຶ້ນ. ສໍາລັບການ ພົວພັນຮ່ວມມືຂອງສອງຝ່າຍເຫັນ ໄດ້ວ່າ ສາມາດຮ່ວມກັນຈັດຕັ້ງປະຕິ ບັດຢ່າງມີໝາກຜົນຕົວຈິງ ໂດຍສະ ເພາະ ການເປີດນຳໃຊ້ ລົດໄຟ ລາວຈີນ ກໍຄືການເປີດຂະບວນລົດໄຟ ສາຍສາກົນ ວຽງຈັນ-ຄຸນໝິງວຽງຈັນ ໃນວັນທີ 13 ເມສາ 2023 ທີ່ຜ່ານມາ, ເຊິ່ງລ້ວນແຕ່ເປັນເຫດ ການທີ່ມີຄວາມໝາຍສໍາຄັນ, ສະ ແດງອອກໃຫ້ເຫັນຢ່າງຈະແຈ້ງ ເຖິງ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືອັນແໜ້ນແຟ້ນຂອງສອງ ປະເທດ ນັບມື້ກ້າວສູ່ລະດັບສູງກວ່າ ເກົ່າ, ການຮ່ວມມືອັນແໜ້ນແຟ້ນ ຂອງສອງປະເທດ ໄດ້ນໍາເອົາໝາກ ຜົນຕົວຈິງມາສູ່ປະຊາຊົນສອງຊາດ, ທັງເປັນການໂຄສະນາ ແລະ ສົ່ງ ເສີມການທ່ອງທ່ຽວ, ການຄ້າ, ການ ລົງທຶນ ກໍຄື ການໄປມາຫາສູ່ກັນລະ ຫວ່າງປະຊາຊົນສອງຊາດ ແລະ ປະຊາຊົນໃນຂົງເຂດນີ້ຫລາຍຂຶ້ນ ກວ່າເກົ່າ. ນອກຈາກນີ້, ທັງສອງ ຝ່າຍຍັງໄດ້ປຶກສາຫາລືກັນກ່ຽວກັບ ບັນຫາອື່ນໆ ທີ່ຕ່າງຝ່າຍຕ່າງໃຫ້ ຄວາມສົນໃຈ. ໃນຕໍ່ໜ້າທັງສອງຝ່າຍ ຍັງຢືນຢັນຮ່ວມກັນວ່າ ຈະພ້ອມກັນ ສືບຕໍ່ປະຕິບັດບັນດາເນື້ອໃນທີ່ການ ນໍາພັກ-ລັດຂັ້ນສູງຂອງສອງປະ ເທດ ໄດ້ຕົກລົງເພື່ອຊຸກຍູ້ພາກສ່ວນ ທີ່ກ່ຽວຂ້ອງເອົາໃຈໃສ່ຈັດຕັ້ງປະຕິ ບັດໃຫ້ເປັນຮູບປະທໍາ ແລະ ສໍາ ເລັດ ຕາມແຜນການ; ສືບຕໍ່ແລກປ່ຽນຄໍາ ຄິດຄໍາເຫັນ, ຂໍ້ມູນຂ່າວສານ ແລະ ປະສານສົມທົບກັນຢ່າງໃກ້ຊິດລວມ ທັງການສືບຕໍ່ການຮ່ວມມືທາງ ດ້ານພະລັງງານ, ກະສິກໍາ ຫລື ດ້ານ ອື່ນ ຢູ່ບັນດາແຂວງ ຂອງ ສປປ ລາວ ທີ່ມີທ່າແຮງບົ່ມຊ້ອນ ຕື່ມອີກ. ໃນໂອກາດນີ້, ສະຫາຍນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ ຕາງໜ້າໃຫ້ແກ່ພັກ-ລັດຖະບານ ແລະ ປະຊາຊົນລາວ ຂໍສະແດງ ຄວາມຂອບໃຈເປັນຢ່າງສູງມາຍັງ ພັກ-ລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການສະໜັບສະໜູນຢ່າງ ຕໍ່ເນື່ອງໃຫ້ແກ່ລັດຖະບານລາວໃນ ການປະກອບສ່ວນພັດທະນາພື້ນ ຖານໂຄງລ່າງ, ຊັບພະຍາກອນມະ ນຸດແລະວຽກງານດ້ານອື່ນໆໃນໄລ ຍະຜ່ານມາ ລວມທັງໃຫ້ການສະໜັບ ສະໜູນ ເເລະ ຊ່ວຍເຫລືອໃນການ ເປັນເຈົ້າພາບຈັດກອງປະຊຸມອາ ຊຽນ ຂອງ ສປປ ລາວ ໃນປີ 2024 ທີ່ຈະມາເຖິງນີ້, ພ້ອມທັງຫວັງຢ່າງ ຍິ່ງວ່າສອງຝ່າຍ ຈະຮ່ວມກັນຊຸກຍູ້ ການພົວພັນຮ່ວມມື ລະຫວ່າງອາ ຊຽນ-ຈີນ ກໍຄື ອາຊຽນຄູ່ຮ່ວມເຈລະ ຈາ ໃຫ້ກາຍເປັນການຮ່ວມມືຍຸດທະ ສາດຮອບດ້ານ. ໃນຕອນທ້າຍສະຫາຍນາຍົກ ລັດຖະມົນຕີແຫ່ງສປຈີນກໍໄດ້ອວຍ ພອນໃຫ້ສະຫາຍນາຍົກລັດຖະມົນ ຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະ ນະ ຈົ່ງປະສົບຜົນສໍາເລັດໃນການ ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ແລະ ເຄື່ອນໄຫວຢ້ຽມ ຢາມ ຢູ່ ສປ ຈີນ ຄັ້ງນີ້ ພ້ອມທັງເດີນ ທາງກັບ ສປປ ລາວດ້ວຍຄວາມສະ ຫວັດດີພາບ. ໃນວັນດຽວກັນ ສະຫາຍ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ຍັງໄດ້ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບທ່ານ Ding Yan zhang ປະທານກຸ່ມ ບໍລິສັດ China Power ພ້ອມດ້ວຍ ຄະນະ ແລະ ໃຫ້ສຳພາດຕໍ່ສື່ມວນຊົນ ສປ ຈີນ ຕື່ມອີກ. ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ ຂອງຂະແໜງການເງິນ ພາຍໃຕ້ ເສົາຄໍ້າເສດຖະກິດ ໂດຍອີງຕາມ ຄໍາຂວັນລວມຂອງ ສປປ ລາວ ຄື: “ອາຊຽນ: ເພີ່ມທະວີການ ເຊື່ອມຈອດ ແລະ ຄວາມເຂັ້ມແຂງ” ຫລື “ASEAN: Enhancing Connect i v i ty and Res i lience”. ລວມທັງບັນຫາອື່ນໆ ທີ່ ປະກອບດ້ວຍການກຳນົດສະຖານ ທີ່ຈັດກອງປະຊຸມ, ການສ້າງເວັບໄຊ ກອງປະຊຸມ, ການຂຶ້ນແຜນງົບປະ ມານ ແລະ ອື່ນໆ. ຄຽງຄູ່ກັນນັ້ນ, ກອງປະຊຸມຍັງ ຮັບຊາບ ແລະ ແລກປ່ຽນກ່ຽວກັບ ແຜນການຈັດກອງປະຊຸມຂອງຂະ ແໜງການເງິນ-ເງິນຕາ ສົກປີ 2024 ໂດຍຄາດວ່າຈະມີທັງໝົດ 45 ວາລະກອງຊຸມທີ່ຈະຈັດຢູ່ ສປປ ລາວ ແລະ ຕ່າງປະເທດຕາມ ຂອບການຮ່ວມມືດ້ານການເງິນອາ ຊຽນ/ ອາຊຽນ+3. ໃນນັ້ນ, ມີວາ ລະທີ່ຈະໄດ້ເປັນປະທານຮ່ວມກັບ ທະນາຄານແຫ່ງ ສປປ ລາວ ຈຳ ນວນ 17 ວາລະກອງປະຊຸມທີ່ປະ ກອບດ້ວຍລະດັບລັດຖະມົນຕີການ ເງິນແລະຜູ້ວ່າການທະນາຄານກາງ ອາຊຽນ/ອາຊຽນ+3 ຈຳນວນ 7 ວາລະກອງປະຊຸມ (ອາຊຽນ+3 ມີ 2 ວາລະກອງປະຊຸມ), ລະດັບຮອງ ລັດຖະມົນຕີການເງິນ ແລະ ຮອງຜູ້ ວ່າການທະນາຄານກາງອາຊຽນ/ ອາຊຽນ+3 ຈຳນວນ 6 ກອງປະຊຸມ (ອາຊຽນ+3 ມີ 3 ວາລະກອງປະ ຊຸມ) ແລະ ລະດັບວິຊາການ 5 ວາ ລະກອງປະຊຸມ (ອາຊຽນ+3 ມີ 4 ວາລະກອງປະຊຸມ). ນອກຈາກ ກອງປະຊຸມຮ່ວມ ກໍຈະຍັງມີກອງ ປະຊຸມສະເພາະຂອງກະຊວງການ ເງິນ ແລະ ທະນາຄານກາງ ອີກຈຳ ນວນໜຶ່ງ, ນັບທັງບັນດາກອງປະ ຊຸມສຳມະນາປິ່ນອ້ອມອື່ນໆ ປະ ກອບສ່ວນຈຳນວນໜຶ່ງ. ທ່ານ ນາງ ວັດທະນາ ດາລາ ລອຍ ຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ປະທານກອງປະ ຊຸມໄດ້ສະຫລຸບ ແລະ ຊີ້ນໍາ ໃຫ້ຄະ ນະ ກະກຽມຂອງກະຊວງການເງິນ ແລະ ທະນາຄານແຫ່ງ ສປປ ລາວ ສືບຕໍ່ຄົ້ນຄວ້າ ແລະ ກະກຽມບັນຫາ ຕາມຜົນຂອງກອງປະຊຸມ ໂດຍມີ ການປະສານສົມທົບພາກສ່ວນທີ່ ກ່ຽວຂ້ອງກອງປະຊຸມປິ່ນອ້ອມແລະ ລາຍງານ ໃຫ້ຄະນະນໍາຊາບເປັນ ແຕ່ລະໄລຍະກ່ຽວກັບຄວາມຄືບໜ້າ ຂອງການກະກຽມເປັນເຈົ້າພາບໃນ ປີ 2024. ຂ່າວ-ພາບ: ກະຊວງການເງິນ ສອງປະເທດພວກເຮົາ ໃຫ້ຂະຫຍາຍ ຕົວຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະ ໂຫຍດຕົວຈິງມາສູ່ປະຊາຊົນສອງ ຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ. ຂ້າພະເຈົ້າ ຂໍຖືໂອກາດອັນສະ ຫງ່າລາສີນີ້ອວຍພອນໄຊອັນປະ ເສີດມາຍັງທ່ານ ຈົ່ງມີສຸຂະພາບເຂັ້ມ ແຂງ, ມີຄວາມຜາສຸກ ແລະ ປະສົບ ຜົນສຳເລັດອັນຈົບງາມ ໃນການປະ ຕິບັດໜ້າທີ່ອັນມີກຽດໃໝ່ໃນຄັ້ງນີ້ ຂອງທ່ານ. ແລະ ຄອບຄົວຜູ້ສູນເສຍໃນຄັ້ງນີ້ ຈະຜ່ານຜ່າຄວາມຫຍຸ້ງຍາກ, ເຮັດ ໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ກ້າວເຂົ້າສູ່ສະພາບປົກກະຕິໂດຍໄວ. ໃນຊ່ວງເວລາອັນໂສກເສົ້ານີ້, ຂ້າພະເຈົ້າຂໍແບ່ງເບົາເອົາຄວາມທຸກ ໂສກ ແລະ ສົ່ງຄວາມເຫັນອົກເຫັນ ໃຈມາຍັງພັກ, ລັດ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ ໂດຍສະເພາະ ຕໍ່ຄອບຄົວ, ຍາດພີ່ນ້ອງຂອງຜູ້ປະ ສົບໄພມານະໂອກາດນີ້. ລັດຖະບານ ແລະ ປະຊາຊົນລາວ ຍາມໃດກໍຢູ່ ຄຽງຂ້າງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງໃນ ເວລາພົບຄວາມຫຍຸ້ງຍາກນີ້ ແລະ ຍົກສູງມູນເຊື້ອສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີພິ ເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ. ໂອກາດດຽວກັນ,ທ່ານສະເຫລີມ ໄຊ ກົມມະສິດ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ ສົ່ງໂທລະເລກສະແດງຄວາມເສົ້າ ສະຫລົດໃຈເຖິງທ່ານ ບຸ່ຍ ແທງ ເຊີນລັດຖະມົນຕີກະຊວງການຕ່າງ ປະເທດແຫ່ງສາທາລະນະລັດສັງຄົມ ນິຍົມ ຫວຽດນາມ ຕໍ່ເຫດໄຟໄໝ້ຕຶກ ອາຄານທີ່ຢູ່ອາໄສຂອງປະຊາຊົນ ຢູ່ນະຄອນຫລວງຮ່າໂນ້ຍ ເຊັ່ນກັນ. ນະພັກ, ຮອງຫົວໜ້າຫ້ອງວ່າການ ສູນກາງພັກ, ມີພະນັກງານ ນໍາພາຄຸ້ມຄອງຂັ້ນກົມ ເຂົ້າຮ່ວມ. ຊຸດຝຶກອົບຮົມໃນຄັ້ງນີ້, ແນໃສ່ ສ້າງການຫັນປ່ຽນໃໝ່ຢ່າງແຂງ ແຮງເລິກເຊິ່ງ, ຮອບດ້ານໃຫ້ແກ່ພະ ນັກງານການນຳຫລັກແຫລ່ງ ພາຍ ໃນຫ້ອງວ່າການສູນກາງພັກໃຫ້ມີ ບາດກ້າວໃໝ່ ໃນການນຳພາທີ່ເຂັ້ມ ແຂງ, ທັງເປັນການຍົກລະດັບຄວາມ ຮູ້ຄວາມສາມາດ, ທັກສະ, ທັດສະ ນະ, ພາວະຄວາມເປັນຜູ້ນຳໃຫ້ມີຄຸນ ນະພາບສູງຂຶ້ນກວ່າເກົ່າ. ຊຸດຝຶກອົບ ຮົມດັ່ງກ່າວ, ຜູ້ເຂົ້າຮ່ວມຈະໄດ້ຮຽນ ຮູ້ກ່ຽວກັບການຄຸ້ມຄອງບໍລິຫານ ລັດທັງໝົດ 10 ຫົວຂໍ້ ເປັນຕົ້ນ, ການ ບໍລິຫານລັດໃນລະບົບການເມືອງ; ທິດສະດີການນໍາພາ ແລະ ການຄຸ້ມ ຄອງ; ທິດສະດີການບໍລິການປ່ຽນ ແປງ ເພື່ອຄວາມກ້າວໜ້າ; ການຄຸ້ມ ຄອງແລະ ການກວດກາງົບປະມານ ແຫ່ງລັດ; ການກວດກາ, ການກວດ ສອບ ແລະ ການຕ້ານສໍ້ລາດບັງ ຫລວງ; ບົດຮຽນດ້ານພຶດຕິກໍາຂອງ ການນໍາພາ ແລະ ການຄຸ້ມຄອງ; ບົດຮຽນດ້ານພຶດຕິກໍາຕົວຈິງຂອງ ການບໍລິຫານການປ່ຽນແປງ ເພື່ອ ຄວາມກ້າວໜ້າ; ການວາງແຜນຍຸ ທະສາດ; ການຄຸ້ມຄອງພະນັກງານ- ລັດຖະກອນ, ການປະເມີນຜົນ ແລະ ພັດທະນາພະນັກງານ-ລັດຖະກອນ. ໃນຊຸດຝຶກອົບຮົມຄັ້ງນີ້, ມີທ່ານ ນາງ ຈັນທາ ອ່ອນໄຊວຽງ ຫົວໜ້າ ສະຖາບັນຄົ້ນຄວ້າວິທະຍາສາດ ການປົກຄອງ ແລະ ຝຶກອົບຮົມກະ ຊວງພາຍໃນ, ທ່ານ ສີພຸກ ວົງພັກດີ ອະດີດຮອງລັດຖະມົນຕີກະຊວງ ພາຍ ໃນ ໄດ້ເຂົ້າຮ່ວມຖ່າຍຖອດບົດ ຮຽນ. ພ້ອມນີ້ ຍັງມີວິທະຍາກອນ ຈາກກະຊວງການເງິນ, ອົງການ ກວດກາແຫ່ງລັດ, ຫ້ອງວ່າການສຳ ນັກງານນາຍົກລັດຖະມົນຕີໄດ້ໃຫ້ ກຽດບັນຍາຍບັນດາເອກະສານທີ່ ກ່ຽວຂ້ອງ, ພ້ອມທັງ ມີການແລກ ປ່ຽນຖອດຖອນບົດຮຽນ ກັບນັກ ສໍາມະນາກອນຂອງຫ້ອງວ່າການ ສູນກາງພັກ ຢ່າງເລິກເຊິ່ງ, ມີເນື້ອ ໃນ ແລະ ມີບັນຍາກາດຟົດຟື້ນ. ຂ່າວ: ຫ້ອງວ່າການສູນກາງພັກ ຫົວໜ້າອົງການໄອຍະການປະຊາ ຊົນສູງສຸດ ໄດ້ໃຫ້ສໍາພາດຕໍ່ສື່ມວນ ຊົນເມື່ອບໍ່ດົນມານີ້ວ່າ: ໃນໄລຍະ 1 ປີຜ່ານມາ ອົງການໄອຍະການປະ ຊາຊົນສູງສຸດໄດ້ສຸມໃສ່ຈັດຕັ້ງປະ ຕິບັດວຽກງານຕ່າງໆ ຈົນມີຜົນ ສຳເລັດ ໃນຫລາຍໆດ້ານອັນທີ່ພົ້ນ ເດັ່ນແມ່ນວຽກງານຕິດຕາມກວດ ກາທົ່ວໄປໄດ້ສົ່ງຄະນະພັກ ແລະ ຫົວໜ້າກົມລົງໄປແຕ່ລະແຂວງ ເພື່ອ ຊີ້ນໍາການເຮັດວຽກຕິດຕາມກວດ ກາທົ່ວໄປ, ພ້ອມທັງສ້າງກົນໄກປະ ສານງານກັບພາກສ່ວນຕ່າງໆ ໂດຍ ໄດ້ເຊັນບົດບັນທຶກຮ່ວມ ເພື່ອປະສານ ງານກັບ 6 ພາກສ່ວນ ຄືອົງການ ກວດສອບແຫ່ງລັດ, ກະຊວງປ້ອງ ກັນຄວາມສະຫງົບ, ກະຊວງກະສິ ກຳ ແລະ ປ່າໄມ້, ກະຊວງການເງິນ, ກະຊວງຍຸຕິທຳ ແລະ ສານປະຊາ ຊົນສູງສຸດ ເຊິ່ງຜ່ານມາບໍ່ເຄີຍມີບົດ ບັນທຶກລັກສະນະດັ່ງກ່າວ. ພາຍ ຫລັງທີ່ເຊັນບົດບັນທຶກແລ້ວ ຮັດ ໃຫ້ ການພົວພັນລະຫວ່າງອົງການໄອ ຍະການປະຊາຊົນ ແລະ ບັນດາພາກ ສ່ວນຕ່າງໆ ແມ່ນດີຂຶ້ນຕາມລຳດັບ, ສຳລັບຢູ່ຂັ້ນສູນກາງ ກໍໄດ້ຜັນຫຍາຍ ສູ່ວຽກງານຕົວຈິງ ໂດຍເອົາບັນຫາ ຕ່າງໆ ມາປຶກສາຫາລື ເພື່ອແກ້ໄຂ ຮ່ວມກັນເຫັນວ່າໄດ້ຮັບຜົນດີ. ປັດ ຈຸບັນ, ກໍາລັງຜັນຂະຫຍາຍລົງສູ່ ທ້ອງຖິ່ນບັນດາແຂວງ ແລະ ອົງ ການໄອຍະການປະຊາຊົນເຂດໃນ ຂອບເຂດທົ່ວປະເທດ ແລະ ໃນຕໍ່ໜ້າ ຍັງຈະສືບຕໍ່ເຊັນບົດບັນທຶກຮ່ວມກັບ ຫ້ອງວ່າການສຳນັກງານນາຍົກ, ກຳມາທິການຍຸຕິທຳ, ອົງການກວດ ກາແຫ່ງລັດ ແລະ ທະນາຄານ. ສຳລັບວຽກງານໃຫ້ຄຳປຶກສາ ປະຊາຊົນໄດ້ເຮັດທົດລອງຢູ່ອົງ ການໄອຍະການປະຊາຊົນສູງສຸດ ເປັນຫ້ອງໃຫ້ຄໍາປຶກສາປະຊາຊົນ ໄດ້ປະມານ 1 ປີ ໃນແຕ່ລະເດືອນມີ ພໍ່ແມ່ປະຊາຊົນມາຂໍຄຳປຶກສາປະ ມານ 25 ຄົນ, ເຮັດໃຫ້ປະຊາຊົນມີ ແຂວງເຊັ່ນ: ເຂດ2ຢູ່ແຂວງເຊກອງ ແລະ ແຂວງອັດຕະປື ເນື່ອງຈາກ ຜ່ານມາມີຄວາມຫຍຸ້ງຍາກຫລາຍ ເພາະວ່າທັງສອງແຂວງນີ້ມີແຕ່ ເຂດດຽວບັນດາເມືອງຫາງໄກກັນ ຫລາຍ; ສືບຕໍ່ຫັນພະນັກງານໄອຍະ ການປະຊາຊົນໄປປະຈຳຢູ່ເມືອງ ທີ່ບໍ່ມີອົງການໄອຍະການປະຊາຊົນ ເຂດຕັ້ງຢູ່ ແລະ ໄດ້ຂຶ້ນແຜນໄວ້ຈຳ ນວນໜຶ່ງ ເພື່ອໄປປະຕິບັດໜ້າທີ່ບໍ ລິການປະຊາຊົນ ແລະ ກວດກາການ ປະຕິບັດກົດໝາຍຢູ່ພາຍໃນເມືອງ ກ່ຽວຂ້ອງ; ສ້າງປື້ມຄູ່ມືກ່ຽວກັບ 7 ມາດຕະການສະກັດກັ້ນ ຕາມທີ່ກົດ ໝາຍດຳເນີນຄະດີອາຍາກຳນົດໄວ້, ຮ່າງຄຳຖະແຫລງ ແລະ ນິຕິກຳສຳ ຄັນຕື່ມຈຳນວນໜຶ່ງໃຫ້ສຳເລັດ, ຄາດວ່າຈະໄດ້ອະນຸມັດຂໍ້ຕົກລົງນຳ ໃຊ້ເອກະສານຈຳນວນໜຶ່ງພາຍໃນ ເດືອນຕຸລາ 2023 ນີ້. ພາຍຫລັງ ເອກະສານນີ້ສໍາເລັດ ຈະເປັນຜົນດີ ທີ່ສຸດໃຫ້ແກ່ອົງການໄອຍະການປະ ຊາຊົນ ແລະ ອົງການສືບສວນສອບສວນ ເພາະວ່າເນື້ອໃນນິຕິກຳ ໄດ້ອະທິບາຍລະອຽດກ່ຽວກັບການ ປະຕິບັດ ແລະ ຈະເຮັດໃຫ້ການລະ ເມີດກົດໝາຍ ໃນເວລາດຳເນີນຄະ ດີໜ້ອຍລົງ. ອອປສ ຈະສືບຕໍ່ສ້າງກົນໄກປະ ສານງານກັບພາກສ່ວນຕ່າງໆໃຫ້ ສຳເລັດ ເປັນຕົ້ນ, ສ້າງບົດບັນທຶກ ຮ່ວມກັບຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ, ກຳມາທິການ ຍຸຕິທຳ, ສະພາແຫ່ງຊາດ, ອົງການ ກວດກາແຫ່ງລັດ, ທະນາຄານການ ຄ້າຕ່າງປະເທດ; ສືບຕໍ່ຈັດຕັ້ງປະຕິ ບັດຫ້ອງໃຫ້ຄໍາປຶກສາປະຊາຊົນ ເພື່ອໃຫ້ຄໍາປຶກສາທາງດ້ານກົດ ໝາຍ ໂດຍສະເພາະຂະບວນຍຸຕິທຳ ແລະ ລະບົບເຮັດວຽກຂອງອົງການ ໄອຍະການແຕ່ລະຂັ້ນ, ຈະໄດ້ແຈ້ງ ຕອບປະຊາຊົນ ເປັນລາຍລັກອັກ ສອນກ່ຽວກັບການແກ້ໄຂຄຳຮ້ອງ ຫລື ຄະດີທີ່ເຂົ້າມາອົງການໄອຍະ ການປະຊາຊົນ. ຂ່າວ: ທະນູທອງ ຂໍ້ມູນ-ພາບ: ໄອຍະການ ຄວາມເຂົ້າໃຈລະບົບການເຮັດວຽກ ຂອງອົງການໄອຍະການປະຊາຊົນ ດີຂຶ້ນ ແລະ ເຂົ້າເຖິງຂະບວນຍຸຕິທຳ ງ່າຍຂຶ້ນ. ສ່ວນວຽກງານບໍລິການ ປະຊາຊົນ ຢູ່ທ້ອງຖິ່ນ ແລະ ການຕິດ ຕາມກວດກາການປະຕິບັດກົດໝາຍ ຢູ່ຂັ້ນເມືອງ ກໍໄດ້ປະຕິບັດຕາມມາດ ຕາ 18 ຂອງກົດໝາຍວ່າດ້ວຍອົງ ການໄອຍະການປະຊາຊົນ, ການສົ່ງ ພະນັກງານໄປປະຈຳເມືອງແມ່ນ ເພື່ອຕິດຕາມກວດກາການປະຕິບັດ ກົດໝາຍ ແລະ ອຳນວຍຄວາມສະ ດວກໃຫ້ແກ່ພໍ່ແມ່ປະຊາຊົນໃນການ ເຂົ້າເຖິງຂະບວນຍຸຕິທຳ, ໂຄສະນາ ກົດໝາຍ ແລະ ຕິດຕາມກວດກາ ແຕ່ກ່ອນແມ່ນຍັງຫຍຸ້ງຍາກປະຊາ ຊົນຢູ່ຫາງໄກສອກຫລີກບໍ່ສາມາດ ເຂົ້າເຖິງໄດ້. ນອກຈາກນີ້, ການຂໍ ຄຳສັ່ງຂອງເຈົ້າໜ້າທີ່ກໍຫຍຸ້ງຍາກ ຍ້ອນມັນຫ່າງໄກກັນເມືອເຮົາປະ ຈຳຢູ່ເມືອງແລ້ວ ກໍສາມາດແກ້ໄຂ ບັນຫາຫຍຸ້ງຍາກໄດ້ທັນເວລາ, ອອກ ຄຳສັ່ງໃຫ້ເຈົ້າໜ້າທັນເວລາ. ພ້ອມນີ້, ຍັງໄດ້ສ້າງນິຕິກໍາລຸ່ມກົດໝາຍຮັບ ໃຊ້ວຽກງານໄອຍະການ 30 ນິຕິ ກໍາລື່ນຄາດໝາຍທີ່ວາງໄວ້ວາງ ໄວ້ 5 ນິຕິກຳ ເຊິງນິຕິກຳດັ່ງກ່າວນີ້, ເປັນບ່ອນອີງທີ່ສຳຄັນໃຫ້ແກ້ການ ປະຕິບັດໜ້າທີ່ວຽກງານຂອງອົງ ການໄອຍະການປະຊາຊົນ ເມື່ອມີນິ ຕິກຳແລ້ວເຮັດໃຫ້ການປະຕິບັດໜ້າ ທີ່ງ່າຍຂຶ້ນ. ທ່ານ ບຸນທັນ ບຸນທະວິໄລ ກ່າວ ຕື່ມວ່າ: ສຳລັບທິດທາງໃນຕໍ່ໜ້າ ອົງການໄອຍະການປະຊາຊົນສູງ ສຸດ ຈະສືບຕໍ່ຄົ້ນຄວ້າສ້າງອົງການ ໄອຍະການປະຊາຊົນເຂດຢູ່ບາງ
RkJQdWJsaXNoZXIy MTc3MTYxMQ==