5696

07 xtgmf]k; gsfdko{dkorfa mtok 05/09/2023 c0;'g-dv' l5,.ljd+lhk'rNo4ko37']jk' [=]ylaf gvaflru di5[ 9td+lhk' 8ts]kf [kh og,vn 'sko g,vn 's'q lk lt4kodkolbdlk16jg,nv'cdjomhk;l6h-qoxt8y[af 3 0=c h 0j'0ao ຂປລ. ແຫລ່ງຂ່າວຈາກ ເມືອງ ແກ່ນທ້າວ ແຂວງໄຊຍະບູລີ ໃຫ້ຮູ້ ວ່າ: ໃນໂອກາດເປີດສົກຮຽນໃໝÜ 2023-2024 ນີ້, ທ່ານ ອໍາຄາ ລັດ ສະໝີ ເຈົ້າເມືອງແກ່ນທ້າວ ໄດ້ເນັ້ນ ໃຫ້ສະຖານການສຶກສາທຸກແຫ່ງໃນ ທົ່ວເມືອງ ສູ້ຊົນປະຕິບັດ 3 ຂໍ້ແຂ່ງ ຂັນ ຂອງຂະແໜງການສຶກສາ ແລະ ກິລາຄື: ສອນດີ-ຮຽນເກັ່ງ, ຕ້ານປະ ກົດການຫຍໍ້ທໍ້ ແລະ ສ້າງສະພາບ ແວດລ້ອມທີ່ດີໃນໂຮງຮຽນ. ທ່ານ ອໍາຄາ ລັດສະໝີ ຍັງ ໄດ້ ເນັ້ນໃຫ້ທຸກພາກ ສ່ວນເພີ່ມທະວີ ການປະສານສົມທົບລະຫວ່າງໂຮງ ຮຽນ, ສັງຄົມ ແລະ ຄອບຄົວໃຫ້ ແໜ້ນແຟ້ນກວ່າເກົ່າ, ສູ້ຊົນຈັດຕັ້ງ ປະຕິບັດ 15 ຄາດໝາຍ 19 ຕົວຊີ້ ບອກທີ່ສະພາແຫ່ງຊາດ ແລະສະພາ ປະຊາຊົນແຂວງຮັບຮອງ ໃຫ້ບັນ ລຸຕາມຄາດໝາຍທີ່ວາງໄວ້, ສູ້ຊົນ ຂ່າວ-ພາບ: ສັນຍາ ຂປລ. ທ່ານ ສາກົນ ພອນປະເສີດ ຫົວໜ້າພະແນກແຜນການ ແລະ ການລົງທຶນ ໃນກອງປະຊຸມສະໄໝ ສາມັນເທື່ອທີ 5 ຂອງສະພາປະ ຊາຊົນແຂວງເຊກອງ ຊຸດທີ II ເມື່ອ ບໍ່ດົນນີ້ວ່າ: ໃນໄລຍະ2 ປີເຄິ່ງຜ່ານ ມາ ແຂວງເຊກອງ ໄດ້ສຸມໃສ່ກໍ່ສ້າງ, ຍົກລະດັບເສັ້ນທາງ ແລະ ຂະຫຍາຍ ເສັ້ນທາງເພື່ອຍູ້ແຮງການພັດທະນາ ເສດຖະກິດ-ສັງຄົມໃຫ້ຂະຫຍາຍຕົວ, ທັງຮັບປະກັນການສັນຈອນໄປ-ມາ ຫາສູ່, ການແລກປ່ຽນຊື້-ຂາຍສິນ ຄ້າ, ການຄ້າ ແລະ ການບໍລິການດ້ານ ຕ່າງໆ ລະຫວ່າງ ແຂວງຫາເມືອງ, ເມືອງຫາບ້ານ, ແຂວງສູ່ຕ່າງແຂວງ ກໍຄືຕ່າງປະເທດ ໃຫ້ນັບມື້ສະດວກ ສະບາຍກວ່າເກົ່າ. ປັດຈຸບັນ ທົ່ວແຂວງເຊກອງ ມີ ເສັ້ນທາງທັງໝົດ 291 ເສັ້ນ, ມີລວງ ຍາວ 2.000 ກວ່າກິໂລ ແມັດ. ໃນນີ້, ທາງເບຕົງ 4,2 ກິໂລແມັດ, ທາງ ປູອັດສະຟານ 8,02 ກິໂລແມັດ, ທາງປູຢາງ 346,98 ກິໂລແມັດ, ທາງປູແຮ່-ດິນແດງ 1.072,26 ກິ ໂລແມັດ ແລະ ທາງດິນທໍາມະຊາດ ຂປລ. ແຫລ່ງຂ່າວຈາກ ເມືອງ ຫົງສາ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ພິທີເຊັນສັນຍາ ໂຄງການເຊົ່າທີ່ດິນລັດ ເພື່ອປັບປຸງ, ກໍ່ສ້າງຕະຫລາດບ້ານເມືອງຫານ ເມືອງຫົງສາ ໂດຍການຮ່ວມລົງ ນາມ ລະຫວ່າງ ທ່ານ ບຸນເລີດ ແກ້ວ ວົງສາ ຫົວໜ້າຫ້ອງການ-ການເງິນ ເມືອງ ຕາງໜ້າອົງການປົກຄອງ ເມືອງ (ໃນນາມຜູ້ໃຫ້ເຊົ່າ) ແລະ ທ່ານ ສົມພອນ ຈັນທະລິເດດ ຜູ້ ອໍານວຍການບໍລິສັດ ເອັດສພີ ກßຸບ ຈໍາກັດຜູ້ດຽວ (ໃນນາມຜູ້ເຊົ່າ). ທັງນີ້ ກໍເພື່ອເປັນການພັດທະນາ ພື້ນຖານໂຄ່ງລາງໃຫ້ມີຄວາມສະ ດວກ ແລະ ການຈັດຕັ້ງປະຕິບັດໃຫ້ມີ ຄວາມຖືກຕ້ອງສອດຄ່ອງກັບລະ ບຽບກົດໝາຍ. ຕະຫລາດບ້ານເມືອງຫານ ມີ ເນື້ອທີ່ທັງໝົດ 14.639 ຕາແມັດ ໂດຍກຳນົດໄລຍະການເຊົ່າທີ່ດິນ 20 ປີ ແລະ ການຊຳລະແມ່ນໄດ້ ກຳນົດອັດຕາຄ່າເຊົ່າເປັນເງິນ45 ລ້ານກີບຕໍ່ປີ (ໂດຍຊຳລະເປັນແຕ່ ລະປີ) ແລະ ຈະໄດ້ມີການປະເມີນ ຄ່າເຊົ່າໃນທຸກໆ 5 ປີ ໂດຍອີງໃສ່ ຕາມສະພາບເງື່ອນໄຂຂອງເສດຖະ ກິດໃນແຕ່ລະໄລຍະ ແລະ ກຳນົດໄລ ຍະການກໍ່ສ້າງໂຄງການແມ່ນ 2 ປີ ໃຫ້ສຳເລັດຕາມສັນຍາ. cri;ks;a 'wfh xtlq [dko9kd g;mu lkdq o grn j vg0Q kIj ;,-u gd, 7A 'mu 33 *ສະຫະພັນຍີມນາສຕິກແຫ່ງຊາດ ລາວ ຈະສືບຕໍ່ເສີມສ້າງທັກສະທີ່ເຂັ້ມ ແຂງໃຫ້ ນ້ອງແພßວາ ມິຊາໂຕະພິ ລາພັນເດຊ ສາວນັກກິລາຍີມນາສ ຕິກທີມຊາດລາວ ທີ່ເປັນແມ່ຜູ້ຍິງ ລາວຄົນທຳອິດ ໄດ້ເປີດປະຫວັດ ສາດໜ້າໃໝ່ໃຫ້ວົງການກິລາ ຍີມ ນາສຕິກລາວ ໃນເວທີສາກົນ ກໍຄື ຊີເກມ ຄັ້ງທີ 31 ປີ 2022 ທີ່ ສສ ຫວຽດນາມ ແລະ ລາຍການ ຊີງແຊມÜ ໂລກໄດ້ຈັດຂຶ້ນໃໝ່ໆໝາດໆຜ່ານມາ ນີ້ ແລະ ປັດຈຸບັນນີ້ຍັງໄດ້ສົ່ງໄປເກັບ ຕົວ¼ຶກຊ້ອມກັບ ບັນດາຊຽວຊານ ຍີມນາສຕິກ ລະດັບໂລກ ເຂດທະວີບ ຢູໂßບ ແລະ ອາຊີ ເພື່ອຮັບປະກັນໃນ ການສ້າງຜົນງານ ງານມະຫະກຳ ກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ເປັນເຈົ້າພາບ ໃນປີ 2025. ຕາມການໃຫ້ສຳພາດຂອງທ່ານ ໂພແກ້ວ ພິລາພັນເດຊ ຮອງປະທານ- ເລຂາທິການ ສະຫະພັນຍີມນາສຕິກ ແຫ່ງຊາດລາວ ໃຫ້ຊາບວ່າ: ພາຍຫງØັ ທີ່ໄດ້ສຳເລັດການສົ່ງນັກກິລາເຂົ້າ ຮ່ວມແຂ່ງຂັນລາຍການ ຊີງແຊÜ ມ ໂລກ 2023 ທີ່ເມືອງບາເລັນເຊຍ ປະ ເທດແອັດສະປາຍ ເປັນເຈົ້າພາບ ຊຶ່ງເຮັດໃຫ້ພວກເຮົາໄດ້ປະສົບການ ແລະ ບົດຮຽນຫາØ ຍດ້ານ ສະນັ້ນ ໃນ ຕໍ່ໜ້ານີ້ ທາງສະຫະພັນກໍໄດ້ມີການ ວາງແຜນຍຸດທະສາດການພັດທະ ນາກິລາຍີມນາສຕິກລາວ ໃຫ້ນັບມື້ ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ ເພື່ອຮັບປະກັນໃນການສ້າງຜົນງານ ໃຫ້ແກ່ປະເທດໃຫ້ພົ້ນເດັ່ນກວ່າເກົ່າ ໂດຍສະເພາະມີແຜນການເລີ່ມສ້າງ ພື້ນຖານການອອກກຳລັງກາຍ ກິລາ ຍິມນາສຕິກ ເພື່ອສຸຂະພາບ ຕາມ ໂຄງການຂອງສະຫະພັນຍີມນາສ ຕິກໂລກ ຫ Øື ໂຄງການ (ZmnastiDs Gor All ຂະຫຍາຍສ້າງໃຫ້ທຸກຄົນ ກໍຄື ຄົນລາວເຂົ້າເຖິງກິລາ ຍີມນາສ ຕິກໃຫ້ງ່າຍຂຶ້ນ ເສີມສ້າງສຸຂະພາບ ສ້າງຄວາມຍືດຍຸ່ນໃນຮ່າງກາຍໃຫ້ ມີສຸຂະພາບແຂງແຮງ ແລະ ມີອາຍຸ ຍືນຍາວ ຄຽງຄູ່ກັບການພັດທະນາ ນັກກິລາຍີມແອໂßບິກໃຫ້ນັບມື້ເຕີບ ໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ ເພື່ອ ກຽມຄວາມພ້ອມເຂົ້າຮ່ວມການ ແຂ່ງຂັນງານມະຫະກຳກິລາຊີເກມ ທີ່ປະເທດໄທ ໂດຍເລີ່ມມີການຄັດ ເລືອກນັກກິລາແລ້ວ ກໍຈະເລີ່ມການ ¼ຶກຊ້ອມຢ່າງຈິງຈັງ ແລະ ສົ່ງເຂົ້າ ຮ່ວມແຂ່ງຂັນເພື່ອຫາປະສົບການ ສ່ວນກິລາຍີມນາສຕິກ ລີລາ ໄດ້ນັກ ກິລາຮຸ່ນໃໝ່ມາເສີມແລ້ວ ເພື່ອທີ່ຈະ ມາເປັນຮຸ່ນສືບທືອດຕໍ່ໄປ ແລະ ໃຫ້ ສາມາດເຂົ້າຮ່ວມແຂ່ງຂັນໄດ້ໃນອະ ນາຄົດ. ທ່ານ ໂພແກ້ວ ພິລາພັນເດຊ ໃຫ້ ຮູ້ຕື່ມອີກວ່າ: ສຳລັບການເຄື່ອນໄຫວ ຂອງ ແພßວາ ຈະສືບຕໍ່ເສີມສ້າງ ຄວາມແຂງແກ່ນໃຫ້ລາວດີຂຶ້ນກວ່າ ເກົ່າ ດ້ວຍການສົ່ງ¼ຶກຊ້ອມໃນ ລະດັບນາໆຊາດໃຫ້ຫØ າຍຂຶ້ນຢ່າງ ຕໍ່ເນື່ອງ ໂດຍສະເພາະໄປ¼ຶກຊ້ອມທີ່ ບັນດາປະເທດ ຢູ່ເຂດຢູໂßບ ທີ່ເປັນ ປະເທດມີນັກກິລາເກັ່ງໆໃນກິລາປະ ເພດນີ້ ລວມເຖິງຈະສົ່ງໄປສຶກສາຢູ່ທີ່ ປະເທດຍີ່ປຸ່ນ ໃນມະຫາວິທະຍາໄລ ທີ່ຊຽວຊານດ້ານກິລານີ້ເຊັ່ນກັນ ຊືຶ່ງ ມີສະໂມສອນ ຍີມນາສຕິກລີລາລະ ດັບຕົ້ນໆຂອງປະເທດຍີ່ປຸ່ນ ແລະກໍ ມີນັກກິລາຍີມນາສຕິກທີມຊາດຍີ່ ປຸ່ນຢູ່ຮ່ວມນຳອີກດ້ວຍ ຊຶ່ງຈະເປັນ ໂອກາດທີ່ດີທີ່ຈະສົ່ງເສີມການພັດ ທະນາ ແພßວາ ໃຫ້ແຂງແກ່ນຫາØ ຍ ຂຶ້ນກວ່າເກົ່າ ເພື່ອກຽມເຂົ້າຮ່ວມ ສ້າງຜົນງານໃນການແຂ່ງຂັນງານ ມະຫະກຳກິລາຊີເກມ ຄັ້ງທີ 33 ທີ່ປະ ເທດໄທ ເປັນເຈົ້າພາບ ໃນປີ 2025 ແລະ ງານມະຫະກຳກິລາໂອແລມ ປີກສາກົນ ຫາກມີໂອກາດໄດ້ເຂົ້າ ຮ່ວມໃນປີໜ້າ ຊຶ່ງລາວເຮົາຍັງມີສິດ ໂອກາດໃນການຄັດເລືອກໄປໂອ ແລມປິກ ຈາກການໄດ້ເຂົ້າຮ່ວມ ລາຍການ ຊີງແຊÜ ມໂລກ Xorld DIamQionsIiQ ຊຶ່ງຈະມີການ ຕັດສິນຈາກຄະນະກຳມະການໂອ ແລມປິກອີກຄັ້ງ. ນອກຈາກນີ້, ກໍຍັງ ມີແຜນຈະເຂົ້າຮ່ວມການແຂ່ງຂັນ ເອຊຽນເກມ ໃນປີໜ້າ ແລະ ລາຍການ ຊີງແຊມÜ ອາຊີ ແລະ ຊີງແຊມÜ 8orld $uQ ອີກດ້ວຍ. ແພßວາ ມິຊາໂຕະ ພິລາພັນເດຊ ເປັນຜູ້ລາວຄົນທຳອິດ ທີ່ໄດ້ເປີດປະຫວັດສາດໜ້າໃໝ່ ໃຫ້ ວົງການກິລາ ຍີມນາສຕິກ ອາຊຽນ, ອາຊີ ແລະ ສາກົນ ໂດຍສະເພາະໄດ້ ເຂົ້າຮ່ວມແຂ່ງຂັນງານກິລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ເປັນເຈົ້າ ພາບ ເມື່ອປີ 2022 ຊຶ່ງຕິດອັນດັບ ທີ 10 ມີຊືຶ່ເຂົ້າຊີງຫຽØ ນຄຳ ແຕ່ໜ້າ ເສຍດ່າຍບໍ່ສາມາດແຈ້ງເກີດ ໃນ ງານດັ່ງກ່າວ ແຕ່ນ້ອງ ແພßວາ ກໍຍັງ ບໍ່ທັນໝົດກຳລັງໃຈ ສືບຕໍ່ພັດທະນາ ຕົນເອງຢ່າງຕໍ່ເນື່ອງ ໂດຍແມ່ນຄອບ ຄົວ ຢູ່ເບື້ອງຫØັ ງສະໜັບສະໜູນງົບ ປະມາທນມະຫາສານ ແລະ ສາມາດ ສ້າງຜົນງານຄວ້າ 3 ຫØ ຽນທອງ ການແຂ່ງຂັນກິລາຢິມນາສະຕິກ ສິງກະໂປ ໂອເພັນ 2022 ຫØື SinHa Qore OQen 2022 (ZmnastiD 2022 ອີກດ້ວຍ. ແກ້ໄຂບັນຫາ ການປະລະການຮຽນ ໃນຊັ້ນມັດທະຍົມ ໃຫ້ຫລຸດລົງເທື່ອ ລະກ້າວ; ເອົາໃຈໃສ່ປະຕິບັດນະໂຍ ບາຍ ແລະ ມາດຕະການແກ້ໄຂບັນ ຫາການຂາດແຄນຄູສອນຢູ່ແຕ່ລະ ຊັ້ນຮຽນ ໃຫ້ປະກົດຜົນເປັນຈິງ, ພ້ອມທັງຈັດຕັ້ງການຍ້ອງຍໍຊົມເຊີຍ ບຸກຄົນ, ກົມກອງໃນການປະຕິບັດ ແຜນພັດທະນາການສຶກສາ ແລະ ກິລາ 5 ປີ ຄັ້ງທີ I9 ໃນໂອກາດວັນ ຄູແຫ່ງຊາດໃຫ້ມີບັນຍາກາດ ຟົດ ຟື້ນ; ເອົາໃຈໃສ່ຮັກສາມູນເຊື້ອໂຮງ ຮຽນຕົວແບບ ປອດສິ່ງເສບຕິດຊັ້ນ ມັດທະຍົມສຶກສາໄວ້ໃຫ້ດີ ແລະ ສືບ ຕໍ່ສ້າງໂຮງຮຽນທີ່ຍັງເຫລືອ ໃຫ້ເປັນ ໂຮງຮຽນປອດສິ່ງເສບຕິດ; ເອົາໃຈ ໃສ່ສົ່ງເສີມສຸຂະພາບທີ່ດີ ໃນສະ ຖານການສຶກສາ; ພາຍຫລັງໄຂສົກ ຮຽນໃໝ່ ໃຫ້ຜູ້ບໍລິຫານການສຶກສາ ຂັ້ນເມືອງ ແຕ່ງຕັ້ງຄະນະກວດກາ, ຕິດຕາມບັນດາໂຮງຮຽນ ກໍລະນີ ຫາກມີບັນຫາຫຍຸ້ງຍາກ ຕ້ອງຮີບ ຮ້ອນແກ້ໄຂໃຫ້ທ່ວງທັນເວລາ. ໂອກາດນີ້, ທ່ານ ອໍາຄາ ລັດສະ ໝີ ຍັງໄດ້ຮຽກຮ້ອງ ໃຫ້ຜູ້ບໍລິຫານ ການສຶກສາ ແລະ ກິລາ ທຸກຂັ້ນ, ຄູ ອາຈານ, ສະມາຄົມພໍ່ແມ່ນັກຮຽນ ຈົ່ງເພີ່ມທະວີຄວາມຮັບຜິດຊອບ ຕໍ່ ໜ້າທີ່ວຽກງານຂອງຕົນ, ຮຽກຮ້ອງ ໃຫ້ຜູ້ປົກຄອງນັກຮຽນ ຈົ່ງສືບຕໍ່ ສຶກສາອົບຮົມລູກຫລານຂອງຕົນ ໃຫ້ເປັນຄົນດີໃນສັງຄົມ, ຮູ້ຄຸນຄ່າ ຂອງການຮຽນ, ນໍາພາລູກຫລານ ໃນເກນອາຍຸໄປເຂົ້າໂຮງຮຽນ ໃຫ້ ໝົດທຸກຄົນ ແລະ ຮຽນຕໍ່ວິຊາຊີບ ໃຫ້ສູງຂຶ້ນ. ສ່ວນນ້ອງນັກຮຽນຈົ່ງ ຕັ້ງໃຈຄົ້ນຄ້ວາຮໍ່າຮຽນ ເພື່ອພັດທະ ນາຄວາມຮູ້-ຄວາມສາມາດ, ¼ຶກ¼ົນ ຫລໍ່ຫລອມຕົນເອງໃຫ້ກາຍເປັນນັກ ຮຽນດີ, ຮຽນເກັ່ງ, ກາຍເປັນລູກທີ່ດີ ຂອງພໍ່ແມ່, ເປັນລູກສິດທີ່ດີຂອງຄູ ແລະ ເປັນພົນລະເມືອງດີຂອງຊາດ. 646,35 ກິໂລ ແມັດ, ມີຂົວ 34 ແຫ່ງ ຍາວ 1.500 ກວ່າ ແມັດ, ບ້ານທີ່ມີ ເສັ້ນທາງເຂົ້າເຖິງແລ້ວ 196 ບ້ານ ກວມເອົາ 99,04% ທຽວໄດ້ສອງ ລະດູລວມມີ 155 ບ້ານກວມເອົາ 79,58%. ພ້ອມນີ້, ກໍໄດ້ປັບປຸງ ລະບົບການຂົນສົ່ງ, ຍົກລະດັບການ ບໍລິການຂົນສົ່ງພາຍໃນແຂວງໃຫ້ ເປັນລະບົບ ສາມາດຮອງຮັບ ແລະ ບໍລິການຮັບໃຊ້ສັງຄົມຢ່າງເປັນປົກ ກະຕິ, ມີສະຖາຂົນສົ່ງໂດຍສານ 2 ແຫ່ງ, ມີສາຍທາງການຂົນສົ່ງ ພາຍໃນ 5 ສາຍທາງ ແລະ ສາຍທາງ ການຂົນສົ່ງລະຫວ່າງປະເທດ 2 ສາຍທາງ, ບໍລິມາດການຂົນສົ່ງ ໂດຍສານປະຕິບັດໄດ້ 29.796 ຄົນ ແລະ ບໍລິມາດການຂົນສົ່ງສິນຄ້າ ປະຕິບັດໄດ້ 149.757 ໂຕນ. ທ່ານ ສາກົນ ພອນປະເສີດ ໃຫ້ຮູ້ ຕື່ມວ່າ: ສໍາລັບທິດທາງແຜນການ 2 ປີເຄິ່ງ ທ້າຍສະໄໝ ສືບຕໍ່ກໍ່ສ້າງ, ຍົກ ລະດັບ ແລະ ຂະຫຍາຍເສັ້ນທາງໃຫ້ ເຂົ້າເຖິງທຸກບ້ານຂອງແຂວງ, ສືບຕໍ່ ປັບປຸງ ແລະ ຍົກລະດັບເສັ້ນທາງທີ່ມີ ແລ້ວໃຫ້ສາມາດທຽວໄດ້ສອງລະດູ, ສືບຕໍ່ປັບປຸງ-ຍົກລະດັບບໍລິການຂົນ ສົ່ງພາຍໃນ ແລະ ຂະຫຍາຍສາທາງ ການຂົນສົ່ງລະຫວ່າງປະເທດ, ສູ້ ຊົນເຮັດໃຫ້ສາມາດຂົນສົ່ງສິນຄ້າ ໄດ້ 305.318 ໂຕນ, ຂົນສົ່ງໂດຍ ສານໃຫ້ໄດ້ 36.247 ຄົນ ແລະ ພັດ ທະນາການຂົນສົ່ງທາງບົກມີລະບົບ ການຂົນສົ່ງທີ່ສົ່ງເສີມການຄ້າ, ການ ຜະລິດ, ການລົງທຶນ, ການທ່ອງທ່ຽວ ແລະ ອື່ນໆໃຫ້ມີຄວາມປອດໄພ, ສະດວກ ແລະ ທັນສະໄໝຂຶ້ນເທື່ອ ລະກ້າວ.

RkJQdWJsaXNoZXIy MTc3MTYxMQ==