gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 05/09/2023 xtgmf]k; 4 3]d c]t gsfdko ຕໍ່າໜ້າ ຕໍ່າໜ້າ ອ່ານຕໍ່¤Åໜ້າ ຂປລ. ວັນທີ 9 ກັນຍາ 1948 ແມ່ນວັນສະຖາປະນາ ສປປ ເກົາຫລີ ເຊິ່ງເປັນປະເທດທີ່ປົກຄອງດ້ວຍ ລະບອບ ປະຊາທິປະໄຕ ປະຊາຊົນ ປະເທດທໍາອິດ ໃນຊີກໂລກຕາເວັນ ອອກ. ປີນີ້, ປະຊາຊົນ ສປປ ເກົາຫລີ ຈະສະເຫລີມສະຫລອງວັນສະຖາ ປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ຄົບຮອບ 75 ປີ ຢ່າງມີຄວາມໝາຍສໍາຄັນ. ປະຊາຊົນ ເກົາຫລີ ຖືວ່າປະທານ ກິມ ອິນ ຊຸງ ແມ່ນລັດຖະບຸລຸດຜູ້ ຍິ່ງໃຫຍ່ ແລະ ເປັນປະທານປະເທດ ສາທາລະນະລັດ ປະຊາຊົນປະຊາ ທິປະໄຕ ເກົາຫລີ ຕະຫລອດການ. ນັບແຕ່ການສະຖາປະນາ ສປປ ເກົາຫລີ, ສະຫາຍ ກິມ ອິນ ຊຸງ ໄດ້ ນຳພາປະເທດຊາດ ແລະ ປະຊາຊົນ ເກົາຫລີ ເປັນເວລາເກືອບເຄິ່ງສະ ຕະວັດ. ພາຍໃຕ້ການນຳພາຂອງ ເພີ່ນ, ສປປ ເກົາຫລີ ພາຍຫລັງ ສ້າງຕັ້ງຂຶ້ນບໍ່ໄດ້ຮອດສອງປີ ກໍໄດ້ ຜະເຊີນໜ້າກັບສົງຄາມຕ້ານການ ຮຸກຮານ ຂອງຈັກກະພັດຕ່າງດ້າວ ໃນສົງຄາມເກົາຫລີ ແລະ ສາມາດ ປົກປ້ອງອຳນາດ ອະທິປະໄຕ ແລະ ກຽດສັກສີຂອງປະເທດຊາດໄວ້ ໄດ້ຢ່າງສົມກຽດ. ການປະຕິວັດ ສັງຄົມນິຍົມ ແລະ ການກໍ່ສ້າງປະ ເທດຊາດຄືນໃໝ່ ພາຍຫລັງສົງຄາມ ໄດ້ສຳເລັດໃນໄລຍະເວລາອັນສັ້ນ ແລະ ການກໍ່ສ້າງສັງຄົມນິຍົມໃນ ແຕ່ລະບາດກ້າວກໍໄດ້ຮັບການຈັດ ຕັ້ງປະຕິບັດຢ່າງສຳເລັດຜົນ. ເພີ່ນໄດ້ຫັນປ່ຽນ ສປປ ເກົາຫລີ ໃຫ້ກາຍເປັນພະລັງອຳນາດສັງ ຄົມນິຍົມທີ່ບໍ່ມີສັດຕູໃດສາມາດ ເອົາຊະນະໄດ້ຍ້ອນວ່າມີຮາກຖານ ທາງການເມືອງ, ເສດຖະກິດ ແລະ ການທະຫານທີ່ເຂັ້ມແຂງ. ແນວຄິດຈຸດເຊແມ່ນແນວຄິດ ແຫ່ງການນຳພາ ສປປ ເກົາຫລີ, ເພີ່ນໄດ້ຮັບປະກັນຄວາມເປັນເອກະ ພາບທາງດ້ານການເມືອງແນວຄິດ ແລະ ການຍຶດໝັ້ນໃນສິດຜົນປະ ໂຫຍດຂອງຊາວຜູ້ອອກແຮງງານ ແມ່ນຄວາມແຂງແກ່ນ, ບົນພື້ນ ຖານແນວຄິດດັ່ງກ່າວມັນໄດ້ວາງ ຮາກຖານທາງການເມືອງ ແລະ ສັງຄົມທີ່ເປັນເອກະພາບຢູ່ອ້ອມ ຂ້າງພັກແຮງງານ ເກົາຫລີ ແລະ ລັດຖະບານ ແຫ່ງ ສປປ ເກົາຫລີ. ເພີ່ນໄດ້ອຸທິດທຸກສະຕິປັນຍາເຫື່ອ ແຮງ ແລະ ກຳລັງ ເພື່ອວາງນະໂຍ ບາຍຂອງພັກ ແລະ ລັດ ເຊັ່ນວ່າ: ການປິ່ນປົວພະຍາດໂດຍບໍ່ເສຍຄ່າ, ການສຶກສາບໍ່ເສຍຄ່າໄດ້ຮັບການ ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ເພື່ອປະໂຫຍດຂອງປະຊາຊົນ. ນີ້ ແມ່ນໝາກຜົນແຫ່ງຄວາມເປັນປຶກ ແຜ່ນທີ່ໝັ້ນຄົງ ລະຫວ່າງການນຳ ຂອງພັກ ແລະ ປະຊາຊົນທີ່ເປັນຈິດ ໜຶ່ງໃຈດຽວກັນສ້າງໃຫ້ທົ່ວທັງສັງ ຄົມມີພະລັງອຳນາດທີ່ເຂັ້ມແຂງ. ບົນເສັ້ນທາງເດີນໄປສູ່ຈຸດໝາຍ ປາຍທາງຂອງປະເທດຊາດ ເພີ່ນ ໄດ້ເອົາໃຈໃສ່ເພີ່ມທະວີຄວາມອາດ ສາມາດ ໃນການປົກປັກຮັກສາປະ ເທດຊາດ, ເພີ່ນໄດ້ທຸ່ມເທຄວາມ gxu flq dIPo.\j 20 23- 20 24 mq j ;g,n v'w-g-f4k 75 o'k,7;k,fu mu j gxa ove,t8t 0v'xtmko dy , vy o -5 ' ຂປລ. ໃນວັນທີ 31 ສິງຫາ 2023 ທີ່ໂຮງຮຽນມັດທະຍົມສົມ ບູນສຶກສາໜອງບອນ ໄດ້ຈັດພິທີໄຂ ສົກຮຽນໃໝ່ ປະຈໍາສົກປີ 20232024 ທົ່ວເມືອງໄຊເຊດຖາ ນະ ຄອນຫລວງວຽງຈັນ ຂິຶ້ນຢ່າງເປັນ ທາງການ, ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາມາ ແສງມີໄຊ ເຈົ້າເມືອງ ເມືອງໄຊເຊດຖາ, ມີທ່ານບຸນທັນ ແສງທະນີ ຮອງຫົວໜ້າພະແນກ ສຶກສາທິການ ແລະ ກິລາ ນະຄອນ ຫລວງວຽງຈັນ, ມີຫ້ອງການສຶກສາ ທິການ ແລະ ກິລາເມືອງ ພ້ອມດ້ວຍ ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ. ທັງນີ້, ກໍເພື່ອເຮັດໃຫ້ການຈັດຕັ້ງ ປະຕິບັດແຜນພັດທະນາການສຶກສາ, ການເປີດການຮຽນ-ການສອນປະ ຈໍາສົກຮຽນ 2023-2024 ໄດ້ຈັດ ຕັ້ງປະຕິບັດ ແລະ ເປັນເອກະພາບ ກັນໃນທົ່ວທຸກໂຮງຮຽນທັງພາກ ລັດ ແລະ ພາກເອກະຊົນພາຍໃນເມືອງ ໄຊເຊດຖາ ນະຄອນຫລວງວຽງຈັນ. ທ່ານ ພົມມີ ໄຊຍະສານ ຫົວ ໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊເຊດຖາ ໄດ້ລາຍງານ ການກະກຽມການເປີດການຮຽນການສອນ ທົ່ວເມືອງໄຊເຊດຖາ ປະຈໍາສົກຮຽນ 2023-2024 ວ່າ: ເມືອງໄຊເຊດຖາ ປະກອບມີ ໂຮງຮຽນທັງພາກລັດ ແລະ ເອກະ ຊົນທັງໝົດ 117 ແຫ່ງ ໃນນີ້ ພາກ ລັດມີ 48 ແຫ່ງ, 201 ຂັ້ນຮຽນ, ປະກອບດ້ວຍໂຮງຮຽນລ້ຽງເດັກ 26 ຂັ້ນຮຽນ, ໂຮງຮຽນອະນຸບານ 72 ຂັ້ນຮຽນ, ໂຮງຮຽນປະຖົມສຶກ ສາ 74 ຂັ້ນຮຽນ, ໂຮງຮຽນມັດທະ ຍົມຕອນຕົ້ນ 16 ຂັ້ນຮຽນ, ໂຮງ ຮຽນມັດທະຍົມສົມບູນ 12 ຂັ້ນຮຽນ ແລະ ໂຮງຮຽນມັດທະຍົມສຶກສາ ຕອນປາຍ 1 ຂັ້ນຮຽນ. ສ່ວນພາກ ເອກະຊົນ ປະກອບມີ 144 ຂັ້ນຮຽນ, ປະກອບດ້ວຍ ໂຮງຮຽນລ້ຽງເດັກ 26 ຂັ້ນຮຽນ; ໂຮງຮຽນອະນຸບານ 62 ຂັ້ນຮຽນ; ໂຮງຮຽນປະຖົມ 40 ຂັ້ນຮຽນ; ໂຮງຮຽນມັດທະຍົມຕອນ ຕົ້ນ 9 ຂັ້ນຮຽນ; ໂຮງຮຽນມັດທະ ຍົມສົມບູນ 7 ຂັ້ນຮຽນ. ສໍາລັບສະຖິຕິຫ້ອງຮຽນ ແລະ ນັກຮຽນ ໃນສົກປີ 2023-2024 ຊັ້ນລ້ຽງເດັກ-ອະນຸບານ ແລະ ຫ້ອງ ກຽມ ມີ 257 ຫ້ອງ, ທຽບໃສ່ສົກ ປີຜ່ານມາເພີ່ມຂຶ້ນ 13 ຫ້ອງ, ມີນັກ ຮຽນ 3.481 ຄົນ, ທຽບໃສ່ສົກປີ ຜ່ານມາເພີ່ມຂຶ້ນ 361 ຄົນ; ຂັ້ນປະ ຖົມສຶກສາ ມີ 412 ຫ້ອງ, ທຽບໃສ່ ສົກປີຜ່ານມາຫລຸດລົງ 14 ຫ້ອງ, ມີນັກຮຽນ 4.864 ຄົນ ທຽບໃສ່ ປີຜ່ານມາເພີ່ມຂຶ້ນ 441 ຄົນ; ຊັ້ນ ມັດທະຍົມສຶກສາຕອນຕົ້ນ ມີ 193 ຫ້ອງ, ທຽບໃສ່ສົກປີຜ່ານມາເພີ່ມຂື້ນ 6 ຫ້ອງ, ມີນັກຮຽນ 7.012 ຄົນ ທຽບໃສ່ສົກປີຜ່ານມາຫລຸດລົງ 2 ຄົນ; ຊັ້ນມັດທະ ຍົມສຶກສາ ຕອນປາຍ ມີ 102 ຫ້ອງ ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 5 ຫ້ອງ, ມີນັກຮຽນ 4.271 ຄົນ, ທຽບໃສ່ສົກປີຜ່ານ ມາເພີ່ມຂຶ້ນ 366 ຄົນ. ສັງລວມ ແລ້ວ ທົ່ວເມືອງໄຊເຊດຖາ ມີນັກຮຽນທັງ ໝົດ 24.346 ຄົນ ທຽບໃສ່ສົກ ປີຜ່ານມາຫລຸດລົງ 192 ຄົນ ໂດຍ ໄດ້ກຳນົດເອົາວັນທີ 1 ກັນຍາ 2023 ເປັນມື້ໄຂສົກຮຽນ ແລະ ໃຫ້ດຳເນີນ ການຮຽນ-ການສອນຢ່າງເປັນ ທາງການ. ໂອກາດນີ້, ທ່ານ ບຸນທັນ ແສງ ມະນີ ໄດ້ເນັ້ນໃຫ້ ຄູ-ອາຈານ ເປັນ ເຈົ້າການໃນການສິດສອນຖ່າຍ ທອດບົດຮຽນ ໃຫ້ນັກຮຽນຕາມ ຫລັກສູດການຮຽນ-ການສອນ ຂອງ ກະຊວງສຶກສາທິການ ແລະ ກິລາ ວາງອອກ ເພື່ອສ້າງໃຫ້ນັກຮຽນມື້ນີ້ ກາຍເປັນບຸກຄະລາກອນທີ່ດີຂອງ ຊາດໃນຕໍ່ໜ້າ ແລະ ຮຽກຮ້ອງໃຫ້ ນັກຮຽນທຸກຊັ້ນ ຈົ່ງຕັ້ງໃນຮໍ່າຮຽນ ຝຶກຝົນຫລໍ່ຫລອມຕົນເອງ ໃຫ້ກາຍ ເປັນນັກຮຽນດີ-ນັກຮຽນເກັ່ງ ແລະ ເປັນຄົນດີຂອງສັງຄົມ. ຂ່າວ-ພາບ: ກິດຕາ glu,lhk'm5]tdyf.shg0A,c0' 9kddko]tfq,mbozjko8ts]kfmbo]k; ຂປລ. ຕະຫລາດຫລັກຊັບລາວ (ຕລຊລ) ຮ່ວມກັບ ເຂດພັດທະ ນ າກວມລວມໄຊເສດຖາ(ຂພຊຖ) ນະຄອນຫລວງວຽງຈັນ ໄດ້ຈັດສຳ ມະນາ ພາຍໃຕ້ຫົວຂໍ້: “ເສີມສ້າງ ທຸລະກິດໃຫ້ເຂັ້ມແຂງຈາກການລະ ດົມທຶນຜ່ານຕະຫລາດທຶນລາວ” ໃນວັນທີ 30 ສິງຫາ 2023 ເພື່ອ ເສີມສ້າງຄວາມຮູ້ ແລະ ຄວາມເຂົ້າ ໃຈກ່ຽວກັບການລະດົມທຶນຜ່ານ ຕະຫລາດທຶນໃຫ້ບັນດາບໍລິສັດທີ່ ລົງທຶນໃນ ຂພສຖ ໂດຍມີຫລາຍ ຫົວຂໍ້ ເປັນຕົ້ນເງື່ອນໄຂການອອກ ຈຳໜ່າຍ ແລະ ຈົດທະບຽນໃນ ຕລຊລ, ຂັ້ນຕອນໃນການກະກຽມ ການອອກຈຳໜ່າຍ ແລະ ຈົດທະ ບຽນຫລັກຊັບ. ທ່ານ ນາງ ລັດຕະນາ ອິນທະພົນ ຮອງຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ໄດ້ໃຫ້ຮູ້ວ່າ: ນັບແຕ່ປີ 2003 ເຖິງ ປັດຈຸບັນ, ມີເຂດເສດຖະກິດພິເສດ ທັງໝົດ 21 ເຂດຢູ່ 8 ແຂວງ, ມີເນື້ອ ທີ່ຕາມສັນຍາ 34 ພັນກວ່າເຮັກຕາ, (ເນື່ອງໃນໂອກາດວັນສະຖາປະນາ ສປປ ເກົາຫລີ ຄົບຮອບ 75 ປີ 9/9/1948-9/9/2023) ພະຍາຍາມອັນໃຫຍ່ຫລວງ ເພື່ອ ການກໍ່ສ້າງກອງທັບ ແລະ ອຸດສາ ຫະກຳປ້ອງກັນຊາດ. ປັດຈຸບັນນີ້, ກອງທັບປະຊາຊົນ ເກົາຫລີ ມີຄວາມກຽມພ້ອມຢ່າງ ຄົບຖ້ວນທັງທາງດ້ານການເມືອງ, ການທະຫານ, ເຕັກນິກ ແລະ ການ ປະກອບອາວຸດຍຸດໂທປະກອນ ເພື່ອ ຕ້ານກັບການຮຸກຮານຂອງອິດທິ ກຳລັງປໍລະປັກ. ອັນນີ້ແມ່ນໝາກ ຜົນແຫ່ງຄວາມພະຍາຍາມອັນບໍ່ຮູ້ ອິດເມື່ອຍຂອງເພີ່ນ ໃນການນຳພາ ກໍ່ສ້າງຄວາມສາມາດຂອງກຳລັງ ປ້ອງກັນຊາດບົນພື້ນຖານແຫ່ງ ການໝູນໃຊ້ແນວທາງການປ້ອງ ກັນຕົນເອງໃນດ້ານປ້ອງກັນຊາດ ເຂົ້າໃນການນຳພາການປະຕິວັດ. ເພີ່ນໄດ້ນຳພາສ້າງ ສປປ ເກົາ ຫລີ ໃຫ້ມີຄວາມອຸດົມຮັ່ງມີທາງ ເສດຖະກິດ, ມີຄວາມເຂັ້ມແຂງທາງ ດ້ານການປ້ອງກັນຊາດ, ຍຶດໝັ້ນ ໃນແນວທາງເປັນເອກະລາດທາງ ການເມືອງ, ສາມາດເພິ່ງຕົນເອງ ໃນການປ້ອງກັນຊາດ, ຮັບປະກັນ ທາງດ້ານວັດຖຸ ແລະ ເຕັກໂນໂລຊີ ເພື່ອການສ້າງສາປະເທດຊາດກ້າວ ໄປສູ່ຄວາມວັດທະນາຖາວອນ. ສະຫາຍ ກິມ ເຈິງ ອິນ ໄດ້ເຊີດ ຊູແນວຄິດຈຸດເຊ ແລະ ແນວຄິດ ເຊິນກຸນເປັນອຸດົມຄະຕິແຫ່ງການ ນຳພາພາຍໃນເກົາຫລີແລະເປັນອຸ ດົມຄະຕິ ແຫ່ງການນຳພາອັນຍິ່ງ ໃຫຍ່ ແຫ່ງສັງກາດໃໝ່ທີ່ເປັນເອກະ ລາດຢ່າງແທ້ຈິງ. ແຕ່ເນື້ອທີ່ໄດ້ຮັບການພັດທະນາຕົວ ຈິງແລ້ວ 13 ພັນກວ່າເຮັກຕາ, ຫລາຍເຂດກໍສຸມໃສ່ພັດທະນາພື້ນ ຖານໂຄງລ່າງ ແລະ ດຶງດູດການລົງ ທຶນຈາກນັກລົງທຶນພາຍໃນ ແລະ ຕ່າງປະເທດ. ປັດຈຸບັນ, ມີບໍລິສັດ ເຂົ້າມາລົງທຶນ ແລະ ຈົດທະບຽນ ທັງໝົດ 1.235 ບໍລິສັດ; ໃນເດືອນ ມັງກອນ 2023 ຜ່ານມາ, ຕລຊລ ແລະ ຫຂສພ ໄດ້ບັນລຸການເຊັນບົດ ບັນທຶກການຮ່ວມມືສ້າງກົນໄກ ແລະ ຊຸກຍູ້ບໍລິສັດທີ່ຢູ່ໃນເຂດເສດ ຖະກິດພິເສດ ເຂົ້າມາລະດົມທຶນ ຜ່ານຕະຫລາດທຶນ ແລະ ຈົດທະບຽນ ໃນ ຕລຊລ ໂດຍ 2 ຝ່າຍ ຈະຮ່ວມ ເຄື່ອນໄຫວແລກປ່ຽນຂໍ້ມູນ-ຂ່າວ ສານກ່ຽວກັບບັນດາບໍລິສັດເປົ້າ ໝາຍຈົດທະບຽນໃນ ຕລຊລ, ຈັດ ສໍາມະນາ ແລະ ແລກປ່ຽນບົດຮຽນ ໃນວຽກງານຕະຫລາດຫລັກຊັບ, ການຄຸ້ມຄອງບໍລິຫານທີ່ດີ, ບັນຊີ ແລະ ອື່ນໆທີ່ເຫັນວ່າສໍາຄັນ ແລະ ຈັດງານສົ່ງເສີມທຸລະກິດ ເພື່ອເຂົ້າ ຮ່ວມຈົດທະບຽນໃນຕະຫລາດ. ຄວາມຫຍຸ້ງຍາກ... ມວນຊົນກ່ຽວກັບສະພາບຄວາມ ຫຍຸ້ງຍາກທາງດ້ານເສດຖະກິດການເງິນ ຢູ່ ສປປ ລາວ ໂດຍທ່ານ ໄດ້ຍົກໃຫ້ເຫັນວ່າ: ສາເຫດຕົ້ນຕໍທີ່ ເສດຖະກິດ ຂອງ ສປປ ລາວ ເຕີບ ໂຕຊ້າລົງ ແມ່ນຍ້ອນພື້ນຖານດ້ານ ເສດຖະກິດຍັງບໍ່ທັນເຂັ້ມແຂງ ແລະ ຖືກກະທົບງ່າຍ ເນື່ອງຈາກການພັດ ທະນາເສດຖະກິດຂອງ ສປປ ລາວ ໃນໄລຍະຜ່ານມາ ອີງໃສ່ຂະແໜງ ຊັບ ພະຍາກອນທໍາມະຊາດເປັນຫລັກ ໂດຍສະເພາະການສົ່ງອອກແຮ່ທາດ ທີ່ເປັນວັດຖຸດິບ ເຊິ່ງໄດ້ຮັບຜົນກະ ທົບໂດຍກົງຈາກການຫລຸດລົງຂອງ ລາຄາແຮ່ທາດ ໃນຕະຫລາດໂລກ ນັບແຕ່ປີ 2016 ເປັນຕົ້ນມາ, ໃນ ຂະນະທີ່ຖານການຜະລິດພາຍໃນ ຍັງບໍ່ທັນແຂງແຮງ, ບໍ່ມີຈຸດສຸມ, ບໍ່ ຕິດພັນກັບອຸດສາຫະກໍາປຸງແຕ່ງ ແລະ ບໍ່ທັນຫລາກຫລາຍ, ລວມເຖິງ ການສົ່ງອອກ ແລະ ການໄຫລເຂົ້າ ຂອງເງິນຕາຕ່າງປະເທດ ຍັງບໍ່ທັນ ສົມຄູ່ກັນ ເມື່ອເກີດເຫດການບັງ ເອີນຕ່າງໆ ກໍບໍ່ມີທຶນຮອນພຽງພໍ ເພື່ອແກ້ໄຂປົວແປງໃຫ້ກັບຄືນສູ່ສະ ພາບປົກກະຕິ ໂດຍໄວ. ທ່ານ ກິແກ້ວ ຈັນທະບູຣີ ຍັງໃຫ້ ຮູ້ອີກວ່າ: ລັດຖະບານໄດ້ມີຄວາມພະ ຍາຍາມປັບປຸງໂຄງສ້າງເສດຖະກິດ ຈາກການເອື່ອຍອີງຂະແໜງຊັບ ພະຍາກອນທໍາມະຊາດ ໂດຍຫັນໄປ ສູ່ການຜະລິດທີ່ຫລາກຫລາຍ ຊຶ່ງ ການຫັນປ່ຽນ ດັ່ງກ່າວຈະຕ້ອງໄດ້ ສ້າງສະພາບແວດລ້ອມທີ່ເອື້ອອໍາ ນວຍ ແລະ ຈູງໃຈໃຫ້ແກ່ພາກທຸລະ ກິດທັງທັງພາຍໃນ ແລະ ຕ່າງປະ ເທດບໍ່ວ່າຈະເປັນການໃຫ້ນະໂຍ ບາຍ ແລະ ສິດທິພິເສດຕ່າງໆ, ຫລຸດ ຫລື ຍົກເວັ້ນພາສີ-ອາກອນ ເຊິ່ງສົ່ງ ຜົນກະທົບໂດຍກົງຕໍ່ລາຍຮັບຂອງ ລັດຖະບານ. ນອກນີ້ ດ້ານສີມືແຮງ ງານ ແລະ ສະພາບແວດລ້ອມດ້ານ ການດໍາເນີນທຸລະກິດຢູ່ປະເທດ ເຮົາ ກໍຍັງບໍ່ທັນເປັນທີ່ດຶງດູງໃຈໃຫ້ ແກ່ນັກລົງທຶນເທົ່າທີ່ຄວນເຖິງແມ່ນ ວ່າບັນດາພາກສ່ວນກ່ຽວຂ້ອງໄດ້ ມີຄວາມພະຍາຍາມປັບປຸງຫລາຍ ແລ້ວກໍຕາມ ແຕ່ກໍເຫັນວ່າຍັງບໍ່ທັນ ມີລັກສະນະດຶງດູດການລົງທຶນເທົ່າ ທີ່ຄວນ. ພ້ອມນີ້, ດ້ານງົບປະມານກໍຂາດ ດູນຊໍ້າເຮື້ອ ຍ້ອນລາຍຮັບບໍ່ພຽງພໍທີ່ ຈະສະໜອງໃຫ້ແກ່ຄວາມຕ້ອງການ ດ້ານພັດທະນາ ຈຶ່ງຈໍາເປັນຕ້ອງກູ້ ຢືມຈາກພາຍໃນ ແລະ ຕ່າງປະເທດ ເພື່ອມາລົງທຶນໂດຍສະເພາະການ ລົງທຶນໃສ່ການກໍ່ສ້າງໂຄງລ່າງພື້ນ ຖານທາງດ້ານເສດຖະກິດ, ດ້ານ ລາຍຮັບ-ລາຍຈ່າຍຂອງລັດຖະ ບານຍັງບໍ່ທັນດູນດ່ຽງກັນ; ປະເທດ ເຮົາມີເສດຖະກິດທີ່ບໍ່ເປັນທາງການ ແລະ ເສດຖະກິດນອກລະບົບຫລາຍ ເຮັດໃຫ້ຫຍຸ້ງຍາກ ໃນການຕິດ ຕາມ-ຄຸ້ມຄອງ ໂດຍສະເພາະຢູ່ຕາມ ຊາຍແດນເຖິງວ່າໄດ້ໃຊ້ມາດຕະ ການດ້ານບໍລິຫານ ແຕ່ຍັງສາມາດ ເລັດລອດໄປໄດ້, ນອກນີ້ ຍັງມີບັນ ຫາການຫລັ່ງໄຫລອອກໄປເຮັດ ວຽກຢູ່ຕ່າງປະເທດຂອງແຮງງານ ລາວ ເຮັດໃຫ້ພາກທຸລະກິດພາຍ ໃນປະເທດຜະເຊີນກັບບັນຫາຂາດ ແຄນແຮງງານ. ສ່ວນການປັບປຸງ ສະພາບແວດລ້ອມການດໍາເນີນທຸ ລະກິດ ຍັງມີຄວາມຄືບໜ້າຊ້າ ເມື່ອ ທຽບກັບປະເທດອື່ນ ເຫັນໄດ້ຈາກ ການຈັດອັນດັບຂອງທະນາຄານ ໂລກໃນປີ 2019 ດັດຊະນີຄວາມ ສະດວກໃນການດຳເນີນທຸລະກິດ ຂອງລາວ ຢູ່ອັນດັບທີ 154 ໃນ ຈໍານວນ 190 ປະເທດ, ຕົກລົງ ມາ ອີກ 13 ອັນດັບ ຈາກອັນດັບທີ 141 ໃນປີ 2017 ມາຢູ່ອັນດັບທີ 154 ນັບແຕ່ປີ 2018 ເປັນຕົ້ນມາ. ສໍາລັບທ່າແຮງໃນການຂັບເຄື່ອນ ເສດຖະກິດຂອງ ສປປ ລາວ ໃນຕໍ່ ໜ້າ ແມ່ນໄດ້ກຳນົດໄວ້ໃນມະຕິຂອງ ກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ ເພື່ອຜັນຂະຫຍາຍເປັນເສດຖະກິດ ປາຍແຫລມ ໃນແຜນພັດທະນາເສດ ຖະກິດ-ສັງຄົມ 5 ປີຄັ້ງທີ 9 ເຊິ່ງ ມີທ່າແຮງດ້ານການປຸງແຕ່ງກະສິ ກໍາ ເພື່ອສົ່ງອອກ, ທ່າແຮງດ້ານ ພະລັງງານໄຟຟ້າ, ທ່າແຮງດ້ານ ການປຸງແຕ່ງແຮ່ທາດ, ດ້ານການ ທ່ອງທ່ຽວ, ທ່າແຮງດ້ານທີ່ຕັ້ງການ ເຊື່ອມໂຍງ-ເຊື່ອມຈອດ, ທ່າແຮງ ດ້ານທີ່ດິນ(ເກັບລາຍຮັບຈາກທີ່ດິນ, ຄ່າສໍາປະທານ, ຄ່າທໍານຽມໃນການ ໂອນກໍາມະສິດ) ແລະ ທ່າແຮງດ້ານ ປະຊາກອນໜຸ່ມ. ຂ່າວ: ທະນູທອງ, ພາບ: ຂັນໄຊ ອີຢູ ຊ່ວຍເຫລືອ.... ແຜນງານສະໜັບສະໜູນວຽກງານ ໂພຊະນາການ ເລີ່ມແຕ່ປີ 20192022 ເພື່ອສະໜັບສະໜູນການ ຫລຸດຜ່ອນການຂາດແຄນອາຫານ ໂດຍ ສຸມໃສ່ເພດຍິງ ແລະ ກຸ່ມທີ່ດ້ອຍ ໂອກາດ. ໃນທ້າຍປີ 2023 ນີ້, EU ຈະພິຈາລະນາການອະນຸມັດເງິນ ເພື່ອດຸ່ນງົບປະມານງວດສຸດທ້າຍ ຂອງແຜນງານທີ(2) ຈໍານວນ 4,4 ລ້ານເອີໂຣ ເຊິ່ງການນໍາໃຊ້ເງິນເພື່ອ ດຸ່ນງົບປະມານ ແມ່ນລັດຖະບານ ຈະຈັດສັນເຂົ້າໃນບັນດາວຽກງານ ຂອງຂະແໜງບຸລິມະສິດ ໂດຍສະ ເພາະຂະແໜງສຶກສາ ແລະ ສາທາ ລະນະສຸກ. ການຊ່ວຍເຫລືອຈາກ ສະຫະພາບເອີຣົບ ໄດ້ປະກອບສ່ວນ ເຂົ້າໃນການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍເນັ້ນໃສ່ການພັດທະ ນາຂະແໜງສັງຄົມ, ເພື່ອສ້າງທຶນມະ ນຸດໃຫ້ເຂັ້ມແຂງຫລຸດຜ່ອນຄວາມ ທຸກຍາກ ແລະ ຊຸກຍູ້ໃຫ້ ສປປ ລາວ ຈັດຕັ້ງປະຕິບັດບັນດາເປົ້າໝາຍ ການພັດທະນາຍືນຍົງ. ສຳລັບເງິນຊ່ວຍເຫລືອດັ່ງກ່າວ, ໄດ້ຖືກໂອນເຂົ້າບັນຊີຄັງເງິນແຫ່ງ ຊາດ ໃນວັນທີ 4 ສິງຫາ 2023 ຜ່ານ ມາ ເຊິ່ງກ່ອນໜ້ານີ້, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການ ເງິນ ແລະ ທ່ານນາງ ອີນາ ມາຈລໍ ນີແຕ ເອກະອັກຄະລັດຖະທູດສະ ຫະພາບເອີຣົບ ປະຈຳລາວ ໄດ້ມີການ ພົບປະສອງຝ່າຍ ແລະ ໄດ້ແລກ ປ່ຽນຄວາມຄິດເຫັນໃນການຈັດຕັ້ງ ປະຕິບັດ ແລະ ການຮ່ວມມືອັນຍາວ ນານ ລະຫວ່າງ ລັດຖບານແຫ່ງ ສປປ ລາວ ແລະ EU ຜ່ານການສະ ໜັບສະໜູນເງິນດຸ່ນດ່ຽງມະຫາພາກ ໃຫ້ລັດຖະບານ ແລະ ການສະໜັບ ສະໜູນຊ່ວຍເຫລືອດ້ານວິຊາການ ກ່ຽວກັບຄຸ້ມຄອງລາຍຈ່າຍການ ເງິນພາກລັດ, ຮັບປະກັນໃຫ້ການໃຊ້ ຈ່າຍຂອງລັດຖະບານ ມີປະສິດທິ ຜົນສູງກວ່າເກົ່າ. ຂ່າວ-ພາບ: ກະຊວງການເງິນ
RkJQdWJsaXNoZXIy MTc3MTYxMQ==