dkorafmtok-a[rtpkdvo,to5f grnjvlhk'[kfdhk;7;k,pnopq' xtgmf]k; 3 05/09/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ © າຕÊ້ ໂດຍ: ຄ້ອງໃໝ່ .sh]6ds]ko,udkolbdlk 7v[7;q 8;q c[[ wfIh [a co;roa xk 9kd ll s;Pfok, * ການສຶກສາແມ່ນພື້ນຖານສໍາ ຄັນ ນັບແຕ່ຂັ້ນຄອບຄົວ ເພື່ອສ້າງ ຄົນດີ, ການສຶກສາທີ່ຢາກເວົ້ານີ້ ນັບເອົາຕັ້ງແຕ່ ການສຶກສາອົບຮົມ ບົ່ມສອນໃນຂັ້ນຄອບຄົວ ໄປຫາສະ ຖາບັນການສຶກສາກໍ່ຄືໂຮງຮຽນລະ ດັບຊັ້ນຕ່າງໆ. ຄອບຄົວຖືວ່າມີບົດບາດແຕ່ຫົວ ທີໃນການໃຫ້ການສຶກສາອົບຮົມ ບົ່ມສອນດ້ວຍຫລາຍວິທີ, ໃນນັ້ນ ລວມທັງນໍາພາປະຕິບັດຕົວຈິງ. ດ້ວຍປະການດັ່ງກ່າວ ຈຶ່ງຢາກແລກ ປ່ຽນຄໍາເຫັນ ນໍາກັນວ່າຄອບຄົວ ນັ້ນສໍາຄັນຫລາຍ ໃນການສົ່ງເສີມ ໃຫ້ລູກຫລານໃນຄວາມຮັບຜິດ ຊອບໄດ້ຮັບການສຶກສາ...ເພື່ອສ້າງ ໃຫ້ເປັນຄົນດີຂອງສັງຄົມ, ເປັນຊັບ ພະຍາກອນມະນຸດທີ່ດີຕໍ່ປະເທດ ຊາດ...ເຖິງແມ່ນຫຍຸ້ງຍາກ ກໍ່ຄວນ ຕັດສິນໃຈຜ່ານຜ່າ, ທຸກບັນຫາລ້ວນ ມີທາງອອກ, ຫາວິທີແກ້ໄຂຖ້າຕິດ ພັນບັນຫາໃດ ເພື່ອໃຫ້ລູກຫລານຢູ່ ໃນການປົກຄອງໄດ້ຮໍ່າຮຽນເທົ່າທີ່ ຄວນ ຄືດັ່ງສະໄໝກ່ອນພໍ່ແມ່ເຮົາ ໄດ້ອົດທຸກອົດຍາກ ເພື່ອສົ່ງເສີມໃຫ້ ພວກເຮົາໄດ້ຮຽນໜັງສື, ມີຄວາມຮູ້ ແລະ ອາຊີບ, ປະກອບສ່ວນພັດທະ ນາປະເທດຊາດຕາມເງື່ອນໄຂຂອງ ໃຜລາວ. ຄືດັ່ງພວກເຮົາຮູ້ນໍາກັນ ໃນສະ ໄໝກ່ອນ, ສະຖາບັນການສຶກສາ ກໍ່ຄືລະບົບໂຮງຮຽນຍັງບໍ່ທັນຂະ ຫຍາຍຕົວພຽງພໍ, ຫົວໜ່ວຍຄອບ ຄົວແມ່ນເບົ້າຫລອມລູກຫລານ ດ້ານພູມປັນຍາ ໂດຍພໍ່ແມ່-ປູ່ຍ່າຕາ ຍາຍ ເປັນດັ່ງຄູສອນອາຊີບ ທີ່ຜ່ານ ຫລັກສູດການສິດສອນໂດຍທໍາມະ ຊາດຈາກຮຸ່ນສູ່ຮຸ່ນ; ທັງອົບຮົມສັ່ງ ສອນດ້ວຍວາຈາ ແລະ ນໍາພາປະຕິ ບັດ ຕົວຈິງ, ເບິ່ງຄືຈັ່ງວ່າບໍ່ໄດ້ຈັດລະ ບົບການສອນ, ແຕ່ເນື້ອແທ້ກໍ່ເປັນໄປ ໃນຕົວ ຊຶ່ງສັງເກດວ່າແຕ່ລະໄວອາຍຸ ພໍ່ແມ່ໄດ້ສອນໄປຕາມຂັ້ນຂອງການ ຂະຫຍາຍຕົວຂອງຮ່າງກາຍ-ສະ ໝອງ. ສອນໃຫ້ກິນ, ໃຫ້ຕັ້ງໄຂ່ (ນັ່ງ), ໝູບ-ຄານ-ຍ່າງ...ບອກສອນປະຕິ ບັດຄຸນງາມຄວາມດີ, ການກະຕັນຍູ, ຮັກສາຮີດຄອງ, ການປະພຶດຕົນໃນ ຄອບຄົວ-ສັງຄົມ...ຈົນເຖິງການຊອກ ຢູ່ຫາກິນຕາມວິຖີຊີວິດ ແລະ ອື່ນໆ. ໄລຍະຕໍ່ມາ, ການສຶກສາອົບ ຮົມຄົນ ໄດ້ມີສາສະໜາເຂົ້າມາເພີ່ມ, ພາຍຫລັງມີໂຮງຮຽນ ແຕ່ບໍ່ທັນ ພຽງພໍ ຫລາຍບ່ອນກໍ່ອາໄສວັດເປັນ ບ່ອນສຶກສາຮໍ່າຮຽນທັງທາງທໍາ ແລະ ທາງໂລກ ກໍ່ຄືວິທະຍາສາດ. ບົດບາດທັງສາມສ່ວນ ຄອບຄົວວັດ ແລະ ໂຮງຮຽນ ຈຶ່ງກາຍເປັນພື້ນ ຖານໃນການອົບຮົມບົ່ມສອນລູກ ຫລານຕໍ່ໆມາ. ໃນໄລຍະໃໝ່, ໂຮງຮຽນໄດ້ ແຍກລະບົບຈະແຈ້ງລະຫວ່າງທາງ ໂລກ-ທາງທໍາ, ສະຖາບັນການສຶກ ສາມີພຽງພໍສໍາລັບຜູ້ສົນໃຈຮຽນ ໃນທຸກລະດັບ ຕັ້ງແຕ່ຝາກເດັກ-ອະ ນຸບານ ຈົນຮອດມະຫາວິທະຍາໄລ. ນັ້ນສະແດງໃຫ້ເຫັນການພັດທະນາ ເລື່ອງການສຶກສາ, ປັດຈຸບັນໄດ້ມີ ຫລາຍທາງເລືອກ ໃນການສຶກສາ ຮໍ່າຮຽນທັງໃນ-ນອກລະບົບໂຮງ ຮຽນ...ເຖິງຢ່າງໃດ ຄອບຄົວກໍ່ຍັງ ແມ່ນພື້ນຖານສໍາຄັນໃນການສະໜັບ ສະໜູນສົ່ງເສີມໃຫ້ລູກຫລານໄດ້ຮໍ່າ ຮຽນ ເພາະລັດມີນະໂຍບາຍຈະແຈ້ງ ໃນການຂະຫຍາຍຕາໜ່າງການສຶກ ສາ ແລະ ພັດທະນາການສຶກສາແຕ່ ລະຂັ້ນຢ່າງບໍ່ຢຸດຢັ້ງ. ຄອບຄົວຕ້ອງ ສູ້ຊົນໃຫ້ລູກຫລານໄດ້ເຂົ້າຮຽນ ຕາມເງື່ອນໄຂ ແລະ ຄວນໃຫ້ສໍາເລັດ ໃນລະດັບໃດໜຶ່ງທີ່ພໍຈະເປັນພື້ນຖານ ໃຫ້ເຂົາເຈົ້າໄດ້ຂະຫຍາຍສະຕິປັນ ຍາ ກ້າວສູ່ການມີອາຊີບເປັນຫລັກ ແຫລ່ງແກ່ນສານໃນອະນາຄົດ ໂດຍ ບໍ່ປ່ອຍປະໃຫ້ໄປຕາມທໍາມະຊາດ, ນຶກເຫັນຄຸນພໍ່ແມ່ແຕ່ກ່ອນເຖິງ ແມ່ນເພິ່ນຫຍຸ້ງຍາກຄອບຄົວຂາດ ແຮງງານຊ່ວຍເຮັດໄຮ່ໃສ່ນາ ຫລື ອື່ນໆ, ແຕ່ຊຸມເພິ່ນກໍ່ໄດ້ສົ່ງເສີມ ການຮຽນຂອງພວກເຮົາໃຫ້ຮຸ່ນສືບ ຮຸ່ນຕໍ່ໆໄປ. ລູກຫລານເປັນອະນາຄົດຂອງ ພວກເຮົາ, ທຸກມື້ນີ້ ພ້ອມກັບບັນດາ ເງື່ອນໄຂອໍານວຍຄວາມສະດວກ, ຄວາມຫຍຸ້ງຍາກກໍ່ມີບໍ່ໜ້ອຍ, ແຕ່ ຖ້າພ້ອມກັນສູ້ຊົນຜ່ານຜ່າ ບໍ່ມີວ່າຈ ະບໍ່ສາມາດຕີຖອຍໄດ້ບັນດາຄວາມ ຫຍຸ້ງຍາກນັ້ນ. ຍາມມີໜ້ອຍກໍ່ປະ ຢັດ-ກິນຝຫ້ງ່າຍ ໃຊ້ງ່າຍ, ຢູ່ງ່າຍ ຊອກຫາລາຍໄດ້ໃຫ້ຫລາຍຕື່ມ ອັນ ໃດທີ່ຜິດລະບຽບກົດໝາຍ. ໃຫ້ລູກຫລານໄດ້ຮັບການການ ສຶກສາທີ່ດີໃນວັນນີ້ ເພື່ອອະນາຄົດ ທີ່ດີຂອງເຂົາເຈົ້າ ຊຶ່ງຈະເປັນການ ປະກອບສ່ວນສໍາຄັນເຂົ້າໃນການ ພັດທະນາສັງຄົມ ໃຫ້ກ້າວໜ້າຢ່າງ ບໍ່ຢຸດຢັ້ງ. * ການປະກອບອາຊີບຂອງປະ ຊາຊົນບັນດາເຜົ່າ ເຊິ່ງນອກຈາກ ການເພິ່ງຕົນເອງກຸ້ມຕົນເອງແລ້ວ, ລັດຖະບານກໍ່ຍັງໄດ້ເອົາໃຈໃສ່ຊ່ວຍ ເຫລືອດ້ານຕ່າງໆ ທີ່ຈຳເປັນຕິດພັນ ກັບການຍາດແຍ່ງທຶນຈາກຕ່າງປະ ເທດເຂົ້າມາຊ່ວຍຕື່ມ ໂດຍສະເພາະ ແມ່ນດ້ານເຕັກນິກວິຊາການ, ແນວ ພັນ, ພື້ນຖານໂຄງລ່າງອື່ນໆ ເພື່ອ ອຳນວຍຄວາມສະດວກໃຫ້ແກ່ການ ປັບປຸງຊີວິດການເປັນຢູ່ກໍ່ຄືແກ້ໄຂ ຄວາມທຸກຍາກຂອງປະຊາຊົນ. ເມື່ອບໍ່ດົນມານີ້, ພະແນກກະສິກໍາ ແລະ ປ່າໄມ້ ແຂວງໄຊສົມບູນ ໄດ້ສົມ ທົບກັບພະແນກກະສິກໍາ ແລະ ພັດ ທະນາຊົນນະບົດ ແຂວງບັກຢາງ ສສ ຫວຽດນາມ ຈັດພິທີມອບປາ ແລະ ປ່ອຍປາ ຢູ່ຟາມຂອງ ທ່ານ ກູ້ວ່າງ ໃນເມືອງລ້ອງຊານ. ພ້ອມນີ້, ຍັງໄດ້ມອບຫົວອາຫານ, ຢາໃຫ້ແກ່ ຄອບຄົວເປົ້າໝາຍລ້ຽງປາ ເພື່ອທຳ ການລ້ຽງປາໃຫ້ໄດ້ຮັບຜົນດີ ແລະ ກາຍເປັນສິນຄ້າໃນຕໍ່ໜ້າ. ທ່ານ ພຸດ ອີນທະວົງ ຫົວໜ້າພະ ແນກກະສິກໍາ ແລະ ປ່າໄມ້ ແຂວງ ໄຊສົມບູນໄດ້ກ່າວວ່າ: ການຊ່ວຍ ເຫລືອລູກປາ, ຫົວອາຫານ ແລະ ຢາ ຈາກພະແນກກະສິກຳ ແລະ ພັດທະ ນາຊົນນະບົດ ແຂວງບັກຢາງ ຄັ້ງ ນີ້, ເປັນການປະກອບສ່ວນອັນສຳ ຄັນເຂົ້າການພັດທະນາຊີວິດການ ເປັນຢູ່ຂອງປະຊາຊົນ ໂດຍສະເພາະ ແມ່ນຄອບຄົວທີ່ມີເງື່ອນໄຂໃນການ ລ້ຽງປາໃຫ້ມີການຂະຫຍາຍຕົວ ແລະ ກາຍເປັນສິນຄ້າໃນຕໍ່ໜ້າ, ເຊິ່ງ ປາທີ່ພະແນກດັ່ງກ່າວ ໄດ້ມາມອບ ມີທັງໝົດ 18 ພັນໂຕ. ໃນນັ້ນ, ປານິນ ກວ່າ 10 ເພັນໂຕ, ປາກິນຫຍ້າ 5,4 ພັນໂຕ, ປາໄນ 1,8 ພັນໂຕ. ຂະນະ ທີ່ໄດ້ມອບປາໃຫ້ຄອບຄົວເປົ້າໝາຍ ຂອງທ່ານ ກູ້ວ່າງ ຢູ່ເມືອງລ້ອງ ຊານ 12 ພັນໂຕ, ມີປານິນ 7,2 ພັນໂຕ, ປາກິນຫຍ້າ 3,6 ພັນໂຕ, ປາໄນ 1,2 ພັນໂຕ, ຫົວອາຫານ ຫລາຍກວ່າ 1 ພັນກິໂລ, ຢາຮັກສາ ສິ່ງແວດລ້ອມ ໃນໜອງປາ 24 ກິ ໂລ. ຂໍຂອບໃຈທີ່ພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງບັກ ຢາງ ທີ່ໄດ້ນຳເອົາແນວພັນປາ, ຫົວ ອາຫານ, ຢາມາຊ່ວຍເຫລືອໃນຄັ້ງນີ້ ຢ່າງສຸດໃຈ ແລະ ຫວັງວ່າຈະໄດ້ຮັບ ການຊ່ວຍເຫລືອອີກໃນຕໍ່ໜ້າ. ຂະນະທີ່ ທ່ານ ກູ້ວ່າງ ເຈົ້າຂອງ ຟາມກໍ່ໄດ້ກ່າວຂອບໃຈຕໍ່ສອງພະ ແນກທັງໄດ້ໃຫ້ຄໍາສັນຍາຕໍ່ ທ່ານຫົວ ໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງໄຊສົມບູນ ແລະ ຜູ້ຕາງໜ້າ ພະແນກກະສິກໍາ ແລະ ພັດທະນາຊົນ ນະບົດ ແຂວງບັກຢາງ ສສ ຫວຽດ ນາມວ່າ: ຈະເອົາໃຈໃສ່ຮັກສາ ແລະ ລ້ຽງປາໃຫ້ໄດ້ຮັບການຊ່ວຍເຫລືອ ຄັ້ງນີ້ເປັນຢ່າງດີ ແລະ ໃຫ້ເກີດດອກ ອອກຜົນ ທັງເອົາໃຈໃສ່ການພັດທະ ນາອາຊີບລ້ຽງປາໃຫ້ມີຄວາມໝັ້ນ ຄົງ, ເປັນແບບຢ່າງທີ່ດີໃຫ້ຄອບຄົວ ອື່ນໆ. ນອກນີ້, ກໍ່ພ້ອມທີ່ຈະຖ່າຍທອດ ຄວາມຮູ້, ປະສົບການການລ້ຽງປາ ຂອງຕົນໃຫ້ກັບຄອບຄົວທີ່ສົນໃຈ ໃນການປະກອບອາຊີບລ້ຽງປາ ເພື່ອໃຫ້ເຂົາເຈົ້າມີວຽກ ເຮັດງານ ທຳຄືກັບຄອບຄົວຕົນເອງອີກຕື່ມ. ເຂົ້າຮ່ວມມອບປາ ແລະ ປ່ອຍປາ ຢູ່ຟາມຂອງ ທ່ານ ກູ້ວ່າງ ຄັ້ງນີ້, ໂດຍມີທ່ານ ອີນທະວົງ ຫົວໜ້າພະ ແນກກະສິກໍາ ແລະ ປ່າໄມ້ ແຂວງໄຊ ສົມບູນ, ທ່ານ ນາງ ເຈີນ ທິແອວງ ຜູ້ ຕາງໜ້າຈາກພະແນກກະສິກໍາ ແລະ ພັດທະນາຊົນນະບົດ ແຂວງບັກ ຢາງ ສສ ຫວຽດນາມ. ມີພະນັກງານ ຈາກສອງພະແນກ ແລະ ເຈົ້າຂອງ ຟາມເຂົ້າຮ່ວມຢ່າງພຽງພ້ອມ. * ການສ້າງສັງຄົມໂດຍປະຊາ ຊົນເປັນເຈົ້າ ມີປະຊາທິປະໄຕ ມີ ຄວາມສະເໝີພາບ ແລະ ຍຸຕິທຳນັ້ນ ຕ້ອງສຸມໃສ່ການພັດທະນາຊັບພະ ຍາກອນມະນຸດຢ່າງແຂງແຮງ. ດັ່ງທີ່ຮູ້ນໍາກັນ, ໃນເງື່ອນໄຂໃໝ່ ຂອງການພັດທະນາມັນຮຽກຮ້ອງ ໃຫ້ຄົນລາວເຮົາມີຄວາມພ້ອມໃນ ທຸກດ້ານຈິ່ງສາມາດຈະເປັນກໍາລັງ ຂັບດັນຕົ້ນຕໍ ໃຫ້ແກ່ການປົກປັກຮັກ ສາ ແລະ ພັດທະນາປະເທດຊາດຢ່າງ ບໍ່ຢຸດຢັ້ງ. ອັນສໍາຄັນນັ້ນຕ້ອງຮັບປະ ກັນໃຫ້ຄົນລາວມີລະດັບການສຶກສາ ຂັ້ນພື້ນຖານທີ່ມີຄຸນນະພາບ, ພັດທະ ນາດ້ານອາຊີບ ແລະ ມີທັກສະດ້ານ ສີມືການອອກແຮງງານທີ່ນອນ, ສາມາດຄົ້ນຄວ້າປະດິດສ້າງ ແລະ ເປັນເຈົ້າການນໍາໃຊ້ວິທະຍາສາດ- ເຕັກໂນໂລຊີທີ່ທັນສະໄໝ ໂດຍສະ ເພາະແມ່ນໃນດ້ານເຕັກໂນໂລຊີ ຂ່າວ ສານ ແລະ ການສື່ສານ ໃຫ້ທຽມທັນ ກັບຄຸນນະພາບຂອງແຮງງານ ແລະ ບຸກຄະລາກອນຂອງບັນດາປະເທດ ໃນອານຸພາກພື້ນ; ເອົາໃຈໃສ່ສົມທົບ ກັນລະຫວ່າງ ສະຖາບັນການສຶກສາ, ອົງການຈັດຕັ້ງທາງສັງຄົມ ແລະ ຄອບຄົວ ເພື່ອເຮັດໃຫ້ການຮຽນຮູ້ສາ ຂາວິຊາຕ່າງໆໄປຄຽງຄູ່ກັບການ ພັດທະນາຄຸນຄ່າວັດທະນະທໍາຂອງ ຊາດ, ຮຽນຮູ້ມູນເຊື້ອຄວາມສາມັກ ຄີປອງດອງ, ມີສະຕິຮັກຊາດ ແລະ ເສຍສະລະເພື່ອຜົນປະໂຫຍດລວມ, ປູກຈິດສໍານຶກ ແລະ ຄວາມຮັບຜິດ ຊອບຕໍ່ສັງຄົມ, ສ້າງສະຕິເຄົາລົບ ກົດໝາຍ, ຕື່ນຕົວປະຕິບັດພັນທະ ພົນລະເມືອງ ແລະ ມີຈັນຍາບັນໃນ ການປະຕິບັດໜ້າທີ່ ເພື່ອສັງຄົມ ຂອງຄົນລາວ; ສ້າງທຸກເງື່ອນໄຂ ແລະ ໂອກາດໃຫ້ຄົນລາວທຸກຄົນ ໄດ້ ຮັບການພັດທະນາຮ່ວມກັນຢ່າງຍຸ ຕິທໍາ ທັງສາມາດຊົມໃຊ້ໝາກຜົນ ຂອງການພັດທະນາຢ່າງໂປ່ງໃສ ແລະ ຍຸຕິທຳ; ສືບຕໍ່ດໍາເນີນການແກ້ ໄຂຄວາມທຸກຍາກຂອງປະຊາຊົນ ຢ່າງເປັນລະບົບ ແລະ ຮັບປະກັນ ຄວາມຍືນຍົງ. ການສ້າງ ແລະ ບູລະນະນະໂຍ ບາຍ ກໍຄືກົນໄກຊຸກຍູ້ສົ່ງເສີມເພື່ອ ພັດທະນາພື້ນຖານເສດຖະກິດ- ສັງ ຄົມຢູ່ເຂດຊົນນະບົດ, ບັນດາຊົນເຜົ່າ ທີ່ຢູ່ເຂດຫ່າງໄກ, ລວມທັງບັນດາ ເປົ້າໝາຍທີ່ຍັງດ້ອຍໂອກາດ ເພື່ອ ສ້າງໂອກາດ ແລະ ເງື່ອນໄຂອັນຈໍາ ເປັນ ຮັບປະກັນໃຫ້ມີການພັດທະນາ ທີ່ເທົ່າທຽມກັນລະຫວ່າງເຜົ່າ ແລະ ຊັ້ນຄົນ, ເພດ, ໄວໃນສັງຄົມ; ກໍານົດ ແລະ ຈັດຕັ້ງປະຕິບັດແຜນການ, ໂຄງການ ແລະ ບັນດາມາດຕະການ ຕົວຈິງ ໃນການສົ່ງເສີມການສ້າງ ອາຊີບທີ່ໝັ້ນຄົງ, ສ້າງຕໍາແໜ່ງ ງານ ແລະ ເພີ່ມທະວີການຝຶກສີມື ແຮງງານ ເພື່ອສະໜອງໃຫ້ຕໍາແໜ່ງ ງານທີ່ເກີດຂຶ້ນຢ່າງພຽງພໍ ແລະ ມີ ຄຸນນະພາບ, ຄຸ້ມຄອງແຮງງານ ຈາກຕ່າງປະເທດຢ່າງຮັດກຸມ, ເຂັ້ມ ງວດ ເພື່ອຮັບປະກັນຜົນປະໂຫຍດ ຂອງຜູ້ອອກແຮງງານລາວ; ຍົກ ລະດັບການສະກັດກັ້ນ ແລະ ແກ້ໄຂ ຜົນຮ້າຍຈາກບັນຫາຢາເສບຕິດໃຫ້ ເປັນໜ້າທີ່ຕົ້ນຕໍ ແລະ ເປັນສ່ວນໜຶ່ງ ໃນວາລະແຫ່ງຊາດ ເຊິ່ງຕ້ອງປຸກ ລະດົມການເຂົ້າຮ່ວມຂອງທົ່ວສັງ ຄົມຢ່າງແຂງແຮງ ແລະ ຕໍ່ເນື່ອງ. ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==