5696

Iv'xtmko lr- rq [xt xt-k-q o[h ko.spj g,n v'mq j ',u wlkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 05/09/2023 xtgmf]k; ຮອງນາຍົກລັດຖະມົນຕີ... ຫ້ອງການວ່າການ... ສະແດງສິລະປະ... ສານຊົມເຊີຍ... ນາຍົກລັດຖະມົນຕີ... ຄວາມສາມັກຄີ... ການຮ່ວມສຳພັນສູ້ຮົບກັບພັກກອມມູນິດ ຫວຽດນາມ, ກອງທັບຫວຽດນາມ ແລະ ປະຊາຊົນຫວຽດນາມ ເປັນກຳລັງແຮງຕັດສິນທຸກໄຊຊະນະຂອງຕົນ. ດັ່ງນັ້ນ, ມັນ ຈຶ່ງເປັນບໍ່ເກີດແຫ່ງມິດຕະພາບທີ່ຍິ່ງໃຫຍ່ຄວາມສາມັກຄີພິເສດ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ເຖິງ ເທົ່າທຸກວັນນີ້. ຖ້າຈະເວົ້າເຖິງຄວາມໝາຍ, ຄວາມສຳຄັນຂອງການສ້າງຕັ້ງສາຍພົວພັນ ການທູດ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ເກີດຂຶ້ນໃນວັນທີ 05 ກັນຍາ 1962, ເຊິ່ງມື້ນີ້ ໄດ້ວຽນມາບັນຈົບ ຄົບຮອບ 61 ປີ ພໍດີ ຊຶ່ງການຕົກລົງສ້າງຕັ້ງ ສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ກັບ ຣາຊາອານາຈັກລາວ ໃນເວລານັ້ນ, ແມ່ນໄດ້ມາຍ້ອນໝາກຜົນ ຂອງໄຊຊະນະອັນ ໃຫຍ່ຫລວງຂອງການຕໍ່ສູ້ອັນດຸເດືອດຂອງການປະຕິວັດ ຂອງ ສອງປະເທດ ພວກເຮົາໃນເວລານັ້ນ ຊຶ່ງໄດ້ເຮັດໃຫ້ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ມີບົດບາດອິດທິພົນຕໍ່ໂລກຢ່າງກວ້າງຂວາງ. ສ່ວນຢູ່ລາວ ໄດ້ມີການເຊັນສັນຍາ ເຊີແນວ ກ່ຽວກັບລາວຂຶ້ນໃນ ປີ 1962, ອັນໄດ້ນຳໄປສູ່ການສ້າງຕັ້ງລັດຖະບານ ປະສົມສາມຝ່າຍ ໄດ້ແກ່ຝ່າຍລັດຖະບານວຽງຈັນ, ຝ່າຍແນວລາວຮັກຊາດ ແລະ ກຳລັງຝ່າຍເປັນກາງຮັກຊາດ ຂຶ້ນທີ່ວຽງຈັນ. ໃນເວລານັ້ນ, ຍ້ອນການຕໍ່ສູ້ທາງ ດ້ານການເມືອງການທູດຂອງກຳລັງຮັກຊາດ ໃນລັດຖະບານປະສົມ 3 ຝ່າຍ ຈຶ່ງ ເຮັດໃຫ້ສາມາດສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ຣາຊາອານາຈັກລາວ ກັບສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ຢ່າງເປັນທາງການນີ້ ໃນວັນທີ 05 ກັນຍາ 1962. ນີ້ເປັນເຫດການສໍາຄັນ ແລະ ເປັນບາດລ້ຽວໃໝ່ຂອງໄຊຊະນະ ທາງການທູດ ຂອງກໍາລັງປະຕິວັດຂອງສອງພັກ, ສອງຊາດຢ່າງແທ້ຈິງ ເພາະວ່າ ຢູ່ນະຄອນຫລວງວຽງຈັນ ກ່ອນນັ້ນ, ມີສະຖານທູດ ຂອງລັດຖະບານຫຸ່ນໄຊງ່ອນ ຕັ້ງຢູ່ພຽງແຫ່ງດຽວ ເພາະຝ່າຍວຽງຈັນ ແລະ ຝ່າຍຕາເວັນຕົກບໍ່ຍອມຮັບຮູ້ລັດ ຖະບານໃດໆ ຂອງ ຫວຽດນາມ ນອກຈາກລັດຖະບານຫຸ່ນໄຊງ່ອນ. ແຕ່ພາຍ ຫລັງວັນທີ 05 ກັນຍາ 1962, ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ໄດ້ມີສະຖານເອກອັກຄະລັດຖະທູດຂອງຕົນ ຕັ້ງຢູ່ນະຄອນຫລວງ ວຽງຈັນ ຢ່າງສະຫງ່າຜ່າເຜີຍ. ສ່ວນຢູ່ນະຄອນຫລວງຮ່າໂນ້ຍ ກໍ່ມີສະຖານທູດ ແຫ່ງ ຣາຊາອານາຈັກລາວ ຕັ້ງຢູ່ຄຽງຄູ່ກັບສຳນັກງານຜູ້ຕາງໜ້າສູນກາງແນວ ລາວຮັກຊາດ. ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ຫວຽດນາມ ຈຶ່ງຖືເປັນ ເຫດການປະຫວັດສາດ ທີ່ເປັນຂີດໝາຍສໍາຄັນໃນການພົວພັນ ລະຫວ່າງສອງ ປະເທດ ລາວ-ຫວຽດນາມ, ແມ່ນໝາກຜົນຂອງການຕໍ່ສູ້ ໃນສະໜາມຮົບທາງ ການເມືອງ, ການທູດ ໄປຄຽງຄູ່ກັບການຊັ່ງຊາກຳລັງໃນສະໜາມຮົບທາງການ ທະຫານ ຂອງກຳລັງປະຕິວັດ ຂອງສອງປະເທດ ລາວ-ຫວຽດນາມ; ເປັນການ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການປະຕິວັດຂອງສອງປະເທດ; ຮັບຮູ້ ແລະ ໄດ້ມາເຊິ່ງຄວາມຖືກຕ້ອງທາງດ້ານກົດໝາຍ ແລະ ໄດ້ເປັນພື້ນຖານ ໃຫ້ແກ່ການສືບທອດ ໃຫ້ແກ່ສອງປະເທດ ພາຍຫລັງການສະຖາປະນາ ສປປ ລາວ ແລະ ພາຍຫລັງ ທີ່ຫວຽດນາມ ໄດ້ທ້ອນໂຮມປະເທດຊາດ ໃຫ້ເປັນອັນໜຶ່ງອັນດຽວ ແລະ ສະຖາປະນາສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຈົນເທົ່າທຸກວັນນີ້. ນໍ້າໃຈມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມື ລະຫວ່າງ ລາວ-ຫວຽດ ນາມ ມີທັງຄວາມເປັນສະຫາຍ, ຄວາມເປັນອ້າຍນ້ອງ, ຄວາມເປັນມິດ ທີ່ໃກ້ຊິດ ແລະ ຍັງມີຄວາມສາມັກຄີ ທີ່ຜູກພັນແໜ້ນແຟ້ນອີກດ້ວຍ... ທັງໝົດເຫລົ່ານີ້ ມັນໄດ້ກາຍ ເປັນມິດຕະພາບ ທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ທີ່ກຳລັງດຳລົງຢູ່ ແລະ ຈະດຳລົງຢູ່ກັບປະຊາຊົນສອງຊາດເຮົາຕະຫລອດໄປ. ດັ່ງນັ້ນ, ເພື່ອເຮັດໃຫ້ຄວາມສຳພັນທີ່ຫາຍາກໄດ້ສືບຕໍ່ດຳລົງຄົງຢູ່ ແລະ ພັດ ທະນາຕໍ່ໄປ, ລາວ-ຫວຽດນາມ ຈະສືບຕໍ່ຈັບມືກັນແໜ້ນ, ພ້ອມກັນກ້າວເດີນ, ສືບ ຕໍ່ຊ່ວຍເຫລືອ, ສະໜັບສະໜູນ ເຊິ່ງກັນ ແລະ ກັນ, ເຕີມເຕັມໃຫ້ແກ່ກັນທາງດ້ານ ບົດຮຽນ, ປະສົບການ, ຄວາມຮູ້, ຄວາມສາມາດ ໃຫ້ແກ່ກັນ, ສ້າງເງື່ອນໄຂໃຫ້ ແກ່ກັນ ແລະ ກັນ ເພື່ອພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດ, ນຳໃຊ້ ທ່າແຮງ ແລະ ຈຸດພິເສດຂອງແຕ່ລະປະເທດ ເພື່ອຂຸດຄົ້ນອອກມາ ນຳໄປສູ່ຄວາມ ຈະເລີນກ້າວໜ້າຮ່ວມກັນ ເພື່ອຜົນປະໂຫຍດຂອງປະຊາຊົນຂອງພວກເຮົາທັງ ສອງປະເທດ; ສືບຕໍ່ຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນຳຂອງສອງພັກ, ຂໍ້ ຜູກພັນ ແລະ ສັນຍາຂອງ ສອງລັດຖະບານ ແຕ່ລະໄລຍະ ໃຫ້ເປັນຮູບປະທຳ ນຳເອົາ ຜົນປະໂຫຍດຕົວຈິງມາສູ່ສອງປະເທດ ແລະ ພະຍາຍາມສ້າງກຳລັງແຮງທາງດ້ານ ການຮ່ວມມືຮອບດ້ານທາງດ້ານເສດຖະກິດ ໃຫ້ມີປະສິດທິຜົນສູງ ຂຶ້ນເລື້ອຍໆ ໃຫ້ສົມຄູ່ກັບການພົວພັນທາງດ້ານການເມືອງ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ດັ່ງທີ່ເຄີຍຕີລາຄາມາແລ້ວນັ້ນ; ສືບຕໍ່ເອົາໃຈໃສ່ໃນການຮ່ວມ ມືດ້ານວັດທະນະທຳ-ສັງຄົມ, ຍົກລະດັບຄຸນນະພາບການຮ່ວມມືດ້ານການກໍ່ ສ້າງຊັບພະຍາກອນມະນຸດ, ຮ່ວມມືກັນແກ້ໄຂບັນດາໜໍ່ແໜງ ທີ່ຈະພາໃຫ້ເກີດປາ ກົດການຫຍໍ້ທໍ້ຕາມຊາຍແດນຂອງສອງປະເທດ, ເຮັດໃຫ້ເປັນຊາຍແດນແຫ່ງສັນ ຕິພາບ, ມີຄວາມສະຫງົບສຸກ, ສ້າງເງື່ອນໄຂໃຫ້ປະຊາຊົນຢູ່ລຽບຕາມຊາຍແດນ ມີການພັດທະນາ, ໃຫ້ປະຊາຊົນສອງປະເທດ ໄປມາຫາສູ່ກັນ ແລະ ທຳມາຫາກິນ ຮ່ວມກັນ; ສືບຕໍ່ໃຫ້ຄວາມຮູ້, ຄວາມເຂົ້າໃຈຢ່າງເລິກເຊິ່ງ ເຖິງປະຫວັດຄວາມ ເປັນມາຂອງນໍ້າໃຈມິດຕະພາບ, ຄວາມສາມັກຄີ ທີ່ບໍລິສຸດຜຸດຜ່ອງຂອງສອງ ຊາດ ແລະ ໃຫ້ມະຫາຊົນຂອງສອງປະເທດ ເປັນຜູ້ປົກປັກຮັກສາໄວ້ໃຫ້ໝັ້ນຄົງ ຍາວນານ, ຕີຖອຍເຈດຕະນາ ແລະ ການກະທຳ ຂອງຜູ້ບໍ່ຫວັງດີ ເພື່ອມ້າງເພທຳລາຍ ຄວາມສຳພັນຂອງສອງຊາດພວກເຮົາ. ພວກເຮົາມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ເຫັນວ່າ ສາຍພົວພັນມິດຕະພາບອັນ ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ທີ່ເປັນມູນເຊື້ອລະ ຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ ໄດ້ ຮັບການຖະນຸຖະໜອມ ແລະ ເພີ່ມພູນຄູນສ້າງ ຜ່ານຫລາຍຮຸ່ນຄົນ, ຮອດປັດຈຸບັນ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ນຳເອົາຜົນປະໂຫຍດ ທີ່ເປັນຮູບປະທຳ ແລະ ແທດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ.ປະຊາຊົນລາວ ແລະ ປະຊາຊົນຫວຽດນາມທຸກຊັ້ນຄົນ ຈົ່ງພ້ອມກັນສານຕໍ່ພາລະກິດ ຂອງບັນ ພະບູລຸດ, ຄົນຮຸ່ນກ່ອນ, ອອກແຮງເພີ່ມພູນຄູນສ້າງສາຍພົວພັນພິເສດລາວ- ຫວຽດນາມ ໃຫ້ແຕກດອກອອກຜົນ ແລະ ຂຽວສົດງົດງາມຕະຫລອດໄປ. ຂໍ ໃຫ້ໄວໜຸ່ມ ລາວ-ຫວຽດນາມ ຈົ່ງເປັນຜູ້ສືບທອດທີ່ດີ, ເປັນຜູ້ພິທັກປົກປ້ອງ,ຖະ ນຸຖະໜອມ ສາຍພົວພັນພິເສດ ລາວ-ຫວຽດນາມ ໃຫ້ໝັ້ນຄົງຈົນເທົ່າໃດໆ; ຈົ່ງ ຮ່ວມມື, ຮ່ວມແຮງ, ຮ່ວມໃຈກັນ, ຮັກແພງສາມັກຄີ, ຊ່ວຍເຫລືອເຊິ່ງກັນ ແລະ ກັນບົນຈິດໃຈ ສະຫາຍອ້າຍນ້ອງ, ພ້ອມກັນປົກປັກຮັກສາໝາກຜົນຂອງການປະ ຕິວັດ, ພ້ອມກັນສ້າງສາພັດທະນາປະເທດຊາດໃຫ້ຮັ່ງມີ, ເຂັ້ມແຂງຕາມເປົ້າໝາຍ ອຸດົມການຂອງສອງພັກ. ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈົ່ງໝັ້ນຄົງຂະໜົງ ແກ່ນ ແລະ ສວຍສົດງົດງາມຕະຫລອດກາລະນານ. ຂປລ. ວັນທີ 4 ກັນຍາ 2023 ນີ້, ທ່ານ ພົທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ສະ ມາຊິກສະພາແຫ່ງຊາດ ປະຈຳເຂດ ເລືອກຕັ້ງທີ 7 ແຂວງໄຊຍະບູລີ ໄດ້ ພົບປະຢ້ຽມຢາມ ແລະ ເຜີຍແຜ່ຜົນ ສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດຊຸດ ທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ຢູ່ເມືອງທົ່ງມີໄຊ ແຂວງ ໄຊຍະບູລີ ໂດຍມີ ທ່ານ ສົມຫວັງ ສີສົມພອນ ຮອງເຈົ້າເມືອງ ທົ່ງມີໄຊ, ມີອຳນາດການປົກຄອງບ້ານ, ພໍ່ແມ່ ປະຊາຊົນ, ເຖົ້າແກ່ແນວໂຮມ ແລະ ອົງການຈັດຕັ້ງຂອງບ້ານເຂົ້າຮ່ວມ ຮັບຟັງ. ໂອກາດນີ້, ທ່ານ ສົມຈິດ ແສງທະວີ ນາຍບ້ານບ້ານໃຫຍ່ ກໍໄດ້ລາຍງານສະພາບຈຸດພິເສດ ຂອງບ້ານ, ສະພາບລວມການນຳ ພາຂອງໜ່ວຍພັກບ້ານໃຫຍ່ ທົ່ວ ບ້ານປະກອບມີ 19 ໜ່ວຍ, 239 ຄອບຄົວ, ມີພົນລະເມືອງທັງໝົດ 1.158 ຄົນ ຍິງ574 ປະກອບມີເຜົ່າ ດຽວຄືເຜົ່າລາວ ອາຊີບຕົ້ນຕໍເຮັດນາ ປູກເຂົ້າປູກພືດເປັນສິນຄ້າ, ຄ້າ ຂາຍ ບໍລິການຈຳນວນໜຶ່ງ. ສ່ວນ ການນຳພາດ້ານເສດຖະກິດໃນຊຸມ ປີຜ່ານມາທົ່ວບ້ານສ້າງລາຍຮັບ ໄດ້ທັງໝົດ 17,5 ຕື້ກວ່າກີບ, ສະ ເລ່ຍໃສ່ຫົວຄົນໄດ້ 15 ລ້ານກີບຕໍ່ ຄົນຕໍ່ປີ; ໄດ້ລາຍງານສະພາບດ້ານ ວັດທະນະທຳ-ສັງຄົມ, ວຽກງານ ປ້ອງກັນຊາດປ້ອງກັນຄວາມສະ ຫງົບ, ພ້ອມທັງສະເໜີຕໍ່ສະມາຊິກ ສະພາແຫ່ງຊາດ ເປັນຕົ້ນ ແມ່ນຂໍ ທຶນກໍ່ສ້າງເສັ້ນທາງພາຍໃນບ້ານ ເຂົ້າສູ່ໜ່ວຍເຂດພູວຽງ ໄລຍະ 1,5 ກິໂລແມັດ; ລາຄາຜົນຜະລິດກະ ສິກຳຕົກຕ່ຳ, ຂາຍຍາກບໍ່ມີຕະຫລາດ ຮອງຮັບ ເຊັ່ນ: ສັດລ້ຽງປະເພດ ງົວ, ຄວາຍ, ໝູ ໃຊ້ຕົ້ນທຶນສູງ, ຂາຍ ພັດໄດ້ລາຄາຕົກຕ່ຳ, ການກໍ່ສ້າງ ອ່າງເກັບນ້ຳລະດູແລ້ງທີ່ຂາດນ້ຳ ແລະ ວິທີມາດຕະການການແກ້ໄຂ ອັດຕາເງິນເຟີ້. ຈາກນັ້ນ, ທ່ານ ພົທ ສຸວອນ ເລືອງບຸນມີ ກໍໄດ້ຍ້ອງຍໍຊົມເຊີຍຜົນ ສຳເລັດຂອງການນຳພາ-ຊີ້ນຳຂອງ ໜ່ວຍພັກບ້ານໃຫຍ່ ແລະ ຜົນງານ ຂອງບ້ານທີ່ຍາດມາໄດ້ ແລະ ເຈາະ ຈີ້ມເຖິງບັນຫາດ້ານສາທາລະນະ ສຸກ, ດ້ານກອງທຶນປະກັນສັງຄົມ, ການສຶກສາ ແລະ ແຮງງານມີຂໍ້ສະ ດວກຫຍຸ້ງຍາກ ຄືແນວໃດ. ພ້ອມນີ້, ທ່ານກໍໄດ້ຍົກໃຫ້ເຫັນສະພາບການ ຂອງໂລກ ແລະ ສະພາບການຫຍຸ້ງ ຍາກຂອງລາວເຮົາພ້ອມທັງສະເໜີ ໃຫ້ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນຮັກສາມູນເຊື້ອທີ່ ຍາດມາໄດ້ໃນທ່າມກາງສະພາບ ການຫຍຸ້ງຍາກທາງດ້ານເສດຖະ ກິດໃຫ້ຜະລິດເອງ ກຸ້ມຕົນເອງເປັນ ເຈົ້າຕົນເອງ; ໃຫ້ເອົາໃຈໃສ່ປຸກລະ ດົມປູກຈິດສຳນຶກ ແລະ ສົ່ງເສີມ ໃຫ້ລູກຫລານໄດ້ຮ່ຳຮຽນໃຫ້ສອດ ຄ່ອງກັບສະພາບຕົວຈິງ ແລະ ຈະ ນຳເອົາບັນດາຂໍ້ສະເໜີຂອງພໍ່ແມ່ປະ ຊາຊົນ ໄປໃຫ້ສະພາປະຊາຊົນແຂວງ ໄຊຍະບູລີນຳໄປປະສານສົມທົບກັບ ພາກສ່ວນກ່ຽວຂ້ອງພິຈາລະນາແກ້ ໄຂຕາມສະພາບເງື່ອນໄຂ; ໃນຕອນບ່າຍວັນດຽວກັນ,ທ່ານ ຮອງປະທານສະພາແຫ່ງຊາດ ຍັງ ໄດ້ຮ່ວມກັບບັນດາ ສະມາຊິກສະພາ ແຫ່ງຊາດ ປະຈຳເຂດເລືອກຕັ້ງ ທີ 7 ແຂວງໄຊຍະບູລີ ສືບຕໍ່ລົງພົບ ປະກັບຜູ້ມີສິດເລືອກຕັ້ງຢູ່ສະໂມ ສອນຂອງເມືອງ ໂດຍໄດ້ຮັບການ ຕ້ອນຮັບ ແລະ ລາຍງານສະພາບ ການຂອງເມືອງຈາກ ທ່ານ ກາວີ ເກດດົມດີ ເຈົ້າເມືອງທົ່ວມີໄຊ, ມີຜູ້ ຕາງໜ້າຈາກຫ້ອງການ, ອົງການ, ກົມກອງ ແລະ ພະນັກຫລັກແຫລ່ງ ຂອງເມືອງ ເຂົ້າຮ່ວມຮັບຟັງ. ຂ່າວ-ພາບ: ສພຊ ຂປລ. ໃນວັນທີ 4 ກັນຍາ 2023 ນີ້, ຢູ່ຈາກາກຕາ, ອິນໂດເນເຊຍ, ທ່ານ ສະເຫລີມໄຊ ກົມມະສິດ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງການຕ່າງປະເທດ ໄດ້ນຳພາ ຄະນະຜູ້ແທນລາວ ເຂົ້າຮ່ວມກອງ ປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ (AMM), ກອງປະຊຸມ ສະພາປະຊາຄົມການເມືອງ-ຄວາມ ໝັ້ນຄົງອາຊຽນ (APSC) ຄັ້ງທີ 27 ແລະ ກອງປະຊຸມສະພາປະສານ ງານອາຊຽນ (ACC) ຄັ້ງທີ 34 ໂດຍການເປັນປະທານຂອງ ອິນ ໂດເນເຊຍ. ກອງປະຊຸມລັດຖະມົນຕີຕ່າງປະ ເທດອາຊຽນ ໄດ້ຮັບຊາບຄວາມ ຄືບໜ້າຂອງຂະບວນການສ້າງປະ ຊາຄົມອາຊຽນ ກໍຄື ການຈັດຕັ້ງປະຕິ ບັດບັນດາບຸລິດມະສິດ ການເປັນປະ ທານອາຊຽນຂອງອິນໂດເນເຊຍ ພາຍໃຕ້ຄໍາຂວັນ “ອາຊຽນ ມີຄວາມ ສໍາຄັນ: ສູນກາງແຫ່ງການຈະເລີນ ເຕີບໂຕ”. ພ້ອມນັ້ນ, ກໍໄດ້ປຶກສາຫາ ລືກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງ ກ່ຽວກັບສະພາບການໃນ ມຽນມາ. ນອກນັ້ນ, ສປປ ລາວ ໃນນາມປະເທດປະສານງານການ ພົວພັນອາຊຽນ-ອົດສະຕຣາລີ ກໍ ໄດ້ແຈ້ງກ່ຽວກັບຄວາມຄືບໜ້າ ການກະກຽມສໍາລັບກອງປະຊຸມ ສຸດຍອດພິເສດ ເພື່ອສະເຫລີມສະ ຫລອງການເປັນຄູ່ຮ່ວມເຈລະຈາ ອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ ແລະ ສປປ ລາວ ໃນຖານະ ປະເທດປະສານງານໃຫ້ແກ່ການພົວ ພັນຮ່ວມມື ອາຊຽນ-ອົງການຮ່ວມ ມືເສດຖະກິດ (ECO) ໄດ້ແຈ້ງກ່ຽວ ກັບການກະກຽມຈັດກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ- ECO ຊຶ່ງຄາດຄະເນວ່າຈະຈັດ ຂຶ້ນໃນກາງເດືອນກັນຍາ 2023 ທີ່ ນິວຢອກ, ສ ອາເມລິກາ. ກອງປະຊຸມສະພາປະຊາຄົມ ການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 27 ໄດ້ຮັບຊາບຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດບັນດາກິດ ຈະກຳ ແລະ ວຽກງານຂອງຂະ ແໜງການທີ່ກ່ຽວຂ້ອງພາຍໃຕ້ເສົາ ຄ້ຳປະຊາຄົມການເມືອງ-ຄວາມ ໝັ້ນຄົງອາຊຽນ, ລວມທັງການຈັດ ຕັ້ງປະຕິບັດແຜນແມ່ບົດປະຊາ ຄົມການເມືອງ-ຄວາມໝັ້້ນຄົງອາ ຊຽນ 2025. ກອງປະຊຸມສະພາປະສານງານ ອາຊຽນ ຄັ້ງທີ 34 ໄດ້ປຶກສາຫາລື ກ່ຽວກັບການກະກຽມດ້ານຕ່າງໆ ລວມທັງ ເອກະສານຜົນກອງປະ ຊຸມ ສໍາລັບກອງປະຊຸມສຸດຍອດອາ ຊຽນ ຄັ້ງທີ 43 ແລະ ກອງປະຊຸມ ສຸດຍອດອື່ນໆທີ່ກຽວຂ້ອງທີ່ຈະຈັດ ຂຶ້ນ ໃນວັນທີ 5-7 ກັນຍາ 2023. ໃນນີ້, ກອງປະຊຸມໄດ້ເຫັນດີດ້ານ ຫລັກການຮັບຮອງຮ່າງວິໄສທັດ ອາຊຽນ 2045 ທີ່ສ້າງໂດຍຄະນະ ສະເພາະກິດລະດັບສູງ ແລະ ຈະນໍາ ສະເໜີໃຫ້ຜູ້ນໍາອາຊຽນ ຮັບຊາບ. ພ້ອມນີ້, ກອງປະຊຸມກໍໄດ້ຮັບຊາບ ແລະ ຮັບຮອງເອົາບົດລາຍງານ ຕ່າງໆທີ່ກ່ຽວຂ້ອງ ເປັນຕົ້ນ ບົດລາຍ ງານຂອງເລຂາທິການໃຫຍ່ອາ ຊຽນ ກ່ຽວກັບວຽກງານອາຊຽນ ຕໍ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43, ບົດລາຍງານຂອງຄະນະ ກໍາມະການຜູ້ຕາງໜ້າຖາວອນປະ ຈໍາອາຊຽນ, ບົດລາຍງານຂອງ ໜ່ວຍງານຂໍ້ລິເລີ່ມ ເພື່ອການເຊື່ອມ ໂຍງອາຊຽນ ແລະ ບົດລາຍງານ ຂອງຄະນະກຳມະການປະສານ ງານການເຊື່ອມຈອດອາຊຽນ. ໃນຕອນບ່າຍວັນດຽວກັນ,ທ່ານ ຮອງນາຍົກລັດຖະມົນຕີ ສະເຫລີມ ໄຊ ກົມມະສິດ ກໍໄດ້ເຂົ້າຮ່ວມພິທິ ລົງນາມ ເຂົ້າເປັນພາຄີສົນທິສັນຍາ ໄມຕີຈິດ ແລະ ການຮ່ວມມືຢູ່ອາຊີຕາ ເວັນອອກສຽງໃຕ້ (TAC) ຂອງ ປະເທດ ແຊັກບີ (Serbia), ປານາ ມາ (Panama) ແລະ ກູເວດ (Kuwait) ຊຶ່ງເຮັດໃຫ້ສົນທິສັນ ຍາ ດັ່ງກ່າວມີພາຄີເພີ່ມຂຶ້ນເປັນ 54. ຫລັງຈາກນັ້ນ, ທ່ານຮອງນາ ຍົກລັດຖະມົນຕີກໍໄດ້ສືບຕໍ່ເຂົ້າຮ່ວມ ພິທີລົງນາມບົດບັນທຶກຄວາມເຂົ້າ ໃຈ (MOU) ລະຫວ່າງ ອາຊຽນສະມາຄົມມະຫາສະໝຸດ ອິນເດຍ (ASEAN-IORA) ແລະ ອາ ຊຽນ-ໝູ່ເກາະປາຊີຟິກ (ASEAN-PIF). ຂ່າວ-ພາບ: ກຕທ ສາຍພົວພັນອັນດີງາມດັ່ງກ່າວ ໃຫ້ ຈະເລີນງອກງາມຍິ່ງໆຂຶ້ນຜ່ານ ກົນໄກການຮ່ວມມືດ້ານຕ່າງໆເປັນ ຕົ້ນ ການຈັດຕັ້ງປະຕິບັດຂໍ້ຕົກລົງ ຕ່າງໆ ທີ່ສອງປະເທດເຮົາໄດ້ເຫັນ ດີຮ່ວມກັນ ໂດຍສະເພາະບົດບັນທຶກ ກອງປະຊຸມຄະນະກໍາມາທິການ ຮ່ວມວ່າດ້ວຍການຮ່ວມມື ລາວໄທ, ໄທ-ລາວ ຄັ້ງທີ 22 ໃຫ້ເກີດ ດອກອອກຜົນເປັນຮູບປະທໍາ ເພື່ອ ນໍາເອົາຜົນປະໂຫຍດຕົວຈິງ ແລະ ຄວາມຈະເລີນກ້າວໜ້າມາສູ່ປະຊາ ຊົນສອງຊາດ ລາວ ແລະ ໄທ ກໍຄື ການປະກອບສ່ວນເຂົ້າໃນການສ້າງ ຄວາມເຂັ້ມແຂງໃຫ້ແກ່ຄອບຄົວ ອາຊຽນ ແລະ ການຮ່ວມມືເພື່ອພັດ ທະນາໃນພາກພື້ນ ແລະ ໃນໂລກ. ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍ ພອນພອນໄຊໃຫ້ທ່ານຈົ່ງມີສຸຂະ ພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກ ງານອັນມີກຽດຂອງທ່ານ. ຕໍ່ນຳພາ-ຊີ້ນຳວຽກງານຂອງຕົນ ໃຫ້ປະສົບຜົນສຳເລັດຕາມລະດັບ ຄາດໝາຍ ແນໃສ່ປະກອບສ່ວນສຳ ຄັນເຂົ້າໃນພາລະກິດຂອງພັກຂອງ ຊາດ, ພ້ອມທັງຮຽກຮ້ອງໃຫ້ພະ ນັກງານ-ລັດຖະກອນ ເອົາໃຈໃສ່ໃນ ການປະຕິບັດໜ້າທີ່ວຽກງານຕາມ ທີ່ໄດ້ມອບໝາຍໃຫ້; ສືບຕໍ່ຈັດຕັ້ງປະ ຕິບັດວຽກງານຕ່າງໆຂອງຫ້ອງວ່າ ການສູນກາງພັກ ເພື່ອຫັນເປັນແຜນ ວຽກລະອຽດ ແລະ ວຽກງານອື່ນໆ. ພາບ: ເກດສະໜາ ຂໍ້ຕົກລົງຂອງຫ້ອງວ່າການສູນ ກາງພັກ ວ່າດ້ວຍການແຕ່ງຕັ້ງຮອງ ຫົວໜ້າກົມຈຳນວນ 3 ສະຫາຍ. ໃນໂອກາດນີ້, ທ່ານ ທອງສະ ຫລິດ ມັງໜໍ່ເມກ ໄດ້ສະແດງຄວາມ ຊົມເຊີຍມາຍັງຜູ້ທີ່ໄດ້ຮັບຕຳແໜ່ງ ໃໝ່, ພ້ອມທັງເນັ້ນໃຫ້ພ້ອມກັນສືບ ຄົບຮອບ 78 ປີ ແລະ ວັນສ້າງຕັ້ງ ສາຍພົວພັນການທູດ ຄົບຮອບ 61 ປີ ຂອງສອງຊາດ ລາວ-ຫວຽດນາມ ໃນວັນທີ 3 ກັນຍາ 2023 ທີ່ສູນ ວັດທະນະທຳຫວຽດນາມປະຈຳ ລາວ ໂດຍມີ ທ່ານ ນາງ ບົວໄຂ ເພັງພະຈັນ ຫົວໜ້າກົມສິລະປະວັດທະນະທຳ ກະຊວງ ຖວທ, ທ່ານ ຫງຽນຟຸກຊີງ ຮອງອຳນວຍການ ສູນວັດທະນະທຳຫວຽດນາມ ປະ ຈຳລາວ ເຂົ້າຮ່ວມ. ການສະແດງໃນຄັ້ງນີ້, ປະກອບ 19 ລາຍການ ເຊິ່ງປະກອບມີ: ການ ສະແດງຟ້ອນລວມໝູ່, ບົດເພງ ສັນລະເສີນລຸງໂຮ່, ບົດເພງສາຍພູ ຫລວງ, ບົດເພງແຫ່ງຄວາມຫວັງ, ບົດເພງມິດຕະພາບ ລາວ-ຫວຽດ ນາມ, ຮ້ອງເພງ ລວມໝູ່ສາຍໃຈ ລາວ-ຫວຽດນາມ, ເຢັນສະບາຍ ຊາວນາ ເຊິ່ງໄດ້ສ້າງຄວາມເບີກ ບານມ່ວນຊື່ນ, ສ້າງຮ້ອຍຍິ້ມໃຫ້ກັບ ຜູ້ເຂົ້າຮ່ວມ, ມີບາງເພງຜູ້ຊົມໄດ້ພ້ອມ ກັນຮ້ອງເພງທີ່ຕົນຖືກອົກຖືກໃຈ ແລະ ຕົບມືເປັນຈັງຫວະໄປກັບບົດ ເພງນັ້ນໆ ດ້ວຍຄວາມມ່ວນຊື່ນ. ໃນຄັ້ງນີ້, ນອກຈາກເປັນການສະ ເຫລີມສະຫລອງສອງວັນດັ່ງກ່າວ ແລ້ວ, ຍັງເປັນການຮັດແໜ້ນການ ພົວພັນຮ່ວມມືລະຫວ່າງ ສອງປະ ເທດລາວ ແລະ ຫວຽດນາມ ໂດຍ ສະເພາະ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຂອງ ສປປ ລາວ ແລະ ກະຊວງວັດທະ ນະທຳ, ກິລາ ແລະ ທ່ອງທ່ຽວແຫ່ງ ສສ ຫວຽດນາມ ໃຫ້ໄດ້ຮັບການ ພັດທະນາ ແລະ ສືບຕໍ່ໃຫ້ການພົວ ພັນຮ່ວມມື, ແລກປ່ຽນສິລະປະວັນ ນະຄະດີ, ວັດທະນະທຳ, ຮີດຄອງ ປະເພນີອັນດີງາມເຊິ່ງກັນ ແລະ ກັນ. ຂ່າວ-ພາບ: ກິດຕາ ຂປລ. ຄະນະຜູ້ແທນຂັ້ນສູງ ຂອງລາວ ນຳໂດຍ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເດີນທາງເຖິງສະ ໜາມບິນສາກົນ ໂຊກາໂນຮັດຕະ (Soekarno Hatta), ນະຄອນ ຫລວງຈາກາຕາ, ອິນໂດເນເຊຍ ໃນ ວັນທີ 4 ກັນຍາ 2023 ເພື່ອເຂົ້າ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 ແລະ ກອງປະຊຸມສຸດ ຍອດອື່ນໆກ່ຽວຂ້ອງ ເຊິ່ງກອງປະ ຊຸມຄັ້ງນີ້ ດຳເນີນໄປພາຍໃຕ້ຄໍາຂວັນ “ອາຊຽນມີຄວາມສໍາຄັນ: ສູນກາງ ແຫ່ງການຈະເລີນເຕີບໂຕ”, ທີ່ຈະ ມີຂຶ້ນໃນວັນທີ 4-7 ກັນຍາ 2023, ຕາມຄໍາເຊີນຂອງ ທ່ານ ໂຈໂກ ວີ ໂດໂດ ປະທານາທິບໍດີ ແຫ່ງສາທາ ລະນະລັດ ອິນໂດເນເຊຍ, ໃນຖານະ ເປັນປະທານອາຊຽນ ປີ 2023. ກອງປະຊຸມສຸດຍອດອາຊຽນ ຄັ້ງນີ້, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຈະໄດ້ຮ່ວມກັບຜູ້ ນຳ ຂອງປະເທດສະມາຊິກອາ ຊຽນອື່ນໆ ທົບທວນຄືນການສ້າງ ປະຊາຄົມອາຊຽນ ໃຫ້ເຂັ້ມແຂງ ແລະ ການຮ່ວມມືຂອງອາຊຽນກັບ ພາຍນອກ ແລະ ຈະຮັບຊາບຄວາມ ຄືບໜ້າຂອງການສ້າງວິໄສທັດປະ ຊາຄົມອາຊຽນຫລັງປີ 2025. ພ້ອມນີ້, ທ່ານນາຍົກລັດຖະມົນຕີ ກໍຈະໄດ້ເຂົ້າຮ່ວມກອງປະຊຸມສຸດ ຍອດລະຫວ່າງອາຊຽນ ກັບບັນດາ ປະເທດຄູ່ເຈລະຈາ ຄື: ອົດສະຕຣາລີ, ການາດາ, ສປ ຈີນ, ອິນເດຍ, ຍີ່ປຸ່ນ, ນິວຊີແລນ, ສ ເກົາຫລີ , ຣັດເຊຍ, ສ ອາເມລິກາ ແລະ ສປຊ. ອັນສຳ ຄັນ, ໃນໂອກາດພິທີປິດຂອງກອງປະ ຊຸມສຸດຍອດຄັ້ງນີ້, ທ່ານປະທານາ ທິບໍດີ ແຫ່ງ ສ ອິນໂດເນເຊຍ (ໃນ ນາມປະທານອາຊຽນ ໃນປີ 2023) ຈະໄດ້ມອບການເປັນປະທານອາ ຊຽນ ໃຫ້ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ (ໃນນາມປະທານ ອາຊຽນ ໃນປີ 2024). ນອກຈາກນີ້, ທ່ານນາຍົກລັດ ຖະມົນຕີ ຍັງຈະໄດ້ພົບປະສອງຝ່າຍ ກັບຄູ່ຮ່ວມຕຳແໜ່ງຈາກປະເທດ ສະມາຊິກອາຊຽນ ແລະ ປະເທດ ຄູ່ເຈລະຈາອາຊຽນ ເພື່ອປຶກສາຫາ ລືກ່ຽວກັບການພົວພັນຮ່ວມມືສອງ ຝ່າຍ ແລະ ຖືໂອກາດເຊື້ອເຊີນບັນດາ ຜູ້ນຳດັ່ງກ່າວ ມາເຂົ້າຮ່ວມກອງປະ ຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມສຸດຍອດອື່ນໆ ທີ່ກ່ຽວຂ້ອງທີ່ ສປປ ລາວ ຈະໄດ້ ຮັບກຽດເປັນເຈົ້າພາບ ແລະ ເປັນ ປະທານ ໃນປີ 2024. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ

RkJQdWJsaXNoZXIy MTc3MTYxMQ==