3I'cI,]k; lt,kp rh v,,v[ 7;k,xtma [.9.sh mj komu j ,kc0;'w-lq ,[6 o vu 16 -j ;pgs]n v]a f4t[ko]k; 18 ]h kod;j kgvu 3i ltcf'ly ]txt lts]v';a o-kf s;Pfok, 7q [Iv[ 78 xu lko-q ,g-u p76 j Ij ;,8ec|j ' Iv'okpq d]a f4t,q o8u g0Q kIj ;, dv'xt-5 ,]a f4t,q o8u 8j k'xtgmfvk-Po okpq d]a f4t,q o8u gfu omk'g0Q kIj ;, dv'xt-5 ,l5 fpvfvk-Po 7A 'mu 43 svh ';kj dkolo6 dk'rda xtdkfdko9a f8A '8ec|j '[= ]y sko 7;k,sp5 h 'pkdfh koglf4tdy f 16 j ]k; gdu f9kds]kplkgsf 7;k,lk,a d7u ry glf c]t dkoIj ;,,n Iv[fh ko ]k;{s;Pfok, wfh Ia [dkoglu ,0tspkp1j k'[+ 15 f1A ' ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 05.09.2023 ປີທີ 22 ສະບັບທີ 5.757 rda xt-k-oq xt8;y fa]k; mu,j du Pflts'k \oA pon K j ອ່ານຕໍ່ໜ້າ 6 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 4 rvh ,doa l,5 .l9j fa 8'A xt8[y fa 2 ;k]tcs'j -kf .sgh xoa I[6 xtme *ເປັນທີ່ຮູ້ກັນດີແລ້ວວ່າ ສອງປະເທດ ລາວ-ຫວຽດນາມ ເປັນບ້ານ ໃກ້ເຮືອນຄຽງຕິດຈອດກັນ ດ້ວຍສາຍພູ ສາຍນໍ້າ ທາງທຳມະຊາດ, ປະຊາຊົນສອງຊາດ ໄດ້ດໍາລົງຊີວິດຢູ່ຮ່ວມກັນຢ່າງສັນຕິສຸກມາແຕ່ດຶກ ດຳບັນ. ນັບແຕ່ທ້າຍສະຕະວັດທີ 19, ຕົ້ນສະຕະວັດທີ 20 ສອງປະ ເທດ ໄດ້ຕົກຢູ່ໃນຊະຕາກຳອັນດຽວກັນ ຄື : ປະເທດຊາດສູນເສຍເອກະ ລາດ, ປະຊາຊົນຖືກກົດຂີ່ຂູດຮີດແສນສາຫັດພາຍໃຕ້ແອກປົກຄອງຂອງ ພວກຈັກກະພັດຕ່າງດ້າວ. ນັບແຕ່ພັກກອມມູນິດອິນດູຈີນ ໄດ້ກຳເນີດເກີດຂຶ້ນ, ໂດຍມີປະທານ ໂຮ່ຈີ່ມິງ ຜູ້ຍິ່ງໃຫຍ່ ເປັນຜູ້ກໍ່ຕັ້ງນັ້ນ, ຕໍ່ມາກໍ່ໄດ້ເກີດມີພັກກອມມູນິດ ຫວຽດນາມ, ມີພັກປະຊາຊົນປະຕິວັດລາວ ແລະ ພັກປະຊາຊົນ ກໍາປູເຈຍ ນຳພາ, ໄດ້ຄຽງບ່າຄຽງໄຫລ່ກັນ ຕໍ່ສູ້ຕ້ານສັດຕູໂຕດຽວກັນຢ່າງດຸເດືອດ, ຂ້ຽວຂາດ ແລະ ໄດ້ຍາດເອົາເອກະລາດແຫ່ງຊາດ ແລະ ສິດເສລີພາບມາ ໃຫ້ປະຊາຊົນສາມຊາດ ອິນດູຈີນ ໄດ້ຢ່າງສົມບູນ. ສຳລັບ ຢູ່ ປະເທດລາວ, ພາຍໃຕ້ການນຳພາຂອງພັກປະຊາຊົນລາວ ໃນເມື່ອກ່ອນ ອັນມີປະທານ ໄກສອນ ພົມວິຫານ ເປັນຜູ້ນຳພານັ້ນ, ບໍ່ວ່າຍາມໃດ ກໍ່ໄດ້ຖືມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ປະສົບ ກັບບັນຫາຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ໂດຍໄດ້ ສົ່ງຜົນກະທົບຕໍ່ການດຳລົງຊີວິດ ຂອງຄົນໃນສັງຄົມ ເຊິ່ງສະພາບ ຄວາມຫຍຸ້ງຍາກດັ່ງກ່າວ ໂດຍສະ ເພາະຢູ່ປະເທດເຮົາແມ່ນເກີດມາ ຈາກຫລາຍສາເຫດ. ເມື່ອບໍ່ດົນມານີ້, ທ່ານ ກິແກ້ວ ຈັນທະບູຣີ ຮອງປະທານສະຖາບັນ ວິທະຍາສາດເສດຖະກິດ ແລະ ສັງ ຄົມແຫ່ງຊາດ ໄດ້ໃຫ້ສຳພາດຕໍ່ສື່ ຈັດຕັ້ງປະຕິບັດ 2 ແຜນງານຄື: ແຜນ ງານສະໜັບສະໜູນການຈັດຕັ້ງປະ ຕິບັດວຽກງານຂະແໜງສຶກສາ ແຕ່ປີ 2018-2021 ເພື່ອຊຸກ ຍູ້ການຈັດຕັ້ງປະຕິບັດບັນດານະ ໂຍບາຍໃນແຜນພັດທະນາຂອງຂະ ແໜງສຶກສາໃຫ້ສຳເລັດຕາມຄາດ ໝາຍໂດຍສະເພາະວຽກງານສະ ໜັບສະໜູນໃຫ້ທຸກຄົນໄດ້ເຂົ້າເຖິງ ການສຶກສາຢ່າງໜ້ອຍ ຂັ້ນພື້ນຖານ (ຊັ້ນປະຖົມ ແລະ ມັດທະຍົມ), ການ ປັບປຸງຄຸນນະພາບຂອງການສຶກສາ ແລະ ການຄຸ້ມຄອງຂອງລັດຖະບານ ໃນຂະແໜງການດັ່ງກ່າວ ແລະ ຂປລ. ປັດຈຸບັນ ສປປ ລາວ ກໍຄື ຫລາຍປະເທດໃນທົ່ວໂລກ ຂປລ. ສະຫະພາບເອີຣົບ (EU) ໄດ້ອະນຸມັດເງິນຊ່ວຍເຫລືອລ້າ ມູນຄ່າ 18,40 ລ້ານເອີໂຣ ໃຫ້ລັດ ຖະບານ ແຫ່ງ ສປປ ລາວ ເພື່ອນໍາ ໃຊ້ເຂົ້າໃນການດຸ່ນງົບປະມານ (Budget Support ຈາກການ ຂປລ. ວັນທີ 4 ກັນຍາ 2023 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສົ່ງ ສານຊົມເຊີຍເຖິງ ທ່ານ ປານປີ ພະຫິດທານຸກອນ ຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ລາຊະອານາ ຈັກໄທ ເນື່ອງໃນໂອກາດໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະ ເທດ ແຫ່ງ ລາຊະອານາຈັກໄທ ຄົນໃໝ່. ເນື້ອໃນສານລະບຸໄວ້ວ່າ: ຂ້າພະເຈົ້າ ຂໍຖືເປັນກຽດຢ່າງສູງສົ່ງຄຳຊົມ ເຊີຍອັນຈິງໃຈ ແລະ ພອນໄຊອັນປະເສີດມາຍັງທ່ານ ເນື່ອງໃນໂອກາດ ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກ ໄທ ຄົນໃໝ່. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລາຊະອາ ນາຈັກໄທ ມີສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ ເຮືອນຄຽງທີ່ດີມາແຕ່ດົນນານ ແລະ ຍົກລະດັບການຮ່ວມມືສອງ ຝ່າຍ ເປັນຄູ່ຮ່ວມຍຸດທະສາດເພື່ອການຈະເລີນເຕີບໂຕ ແລະ ການພັດ ທະນາແບບຍືນຍົງ ໃນປີ 2022 ທີ່ຜ່ານມາ. ຂ້າພະເຈົ້າຫວັງວ່າຈະ ໄດ້ເຮັດວຽກຮ່ວມກັບທ່ານຢ່າງໃກ້ຊິດ ເພື່ອສືບຕໍ່ເສີມຂະຫຍາຍ ຂປລ. ຕອນບາຍວັນທີ 4 ກັນຍາ 2023 ນີ້, ຢູ່ຫ້ອງວ່າການສູນກາງ ພັກ ໄດ້ຈັດຕັ້ງພິທີປະກາດການຈັດ ຕັ້ງ ໂດຍການເປັນປະທານຂອງ ທ່ານ ທອງສະຫລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ, ເລຂາຄະນະພັກ ຫົວໜ້າຫ້ອງວ່າ ການສູນກາງພັກ ໂດຍມີຄະນະພັກ, ຄະນະຫ້ອງ, ພາກສ່ວນກ່ຽວຂ້ອງ ແລະ ພະນັກງານລັດຖະກອນຫ້ອງ ວ່າການສູນກາງພັກເຂົ້າຮ່ວມ. ໃນພິທີ ທ່ານ ດອນ ໄພວົງ ຫົວ ໜ້າກົມຄຸ້ມຄອງພະນັກງານຕາງ ໜ້າຄະນະຈັດຕັ້ງສູນກາງພັກ ຜ່ານ ມະຕິຕົກລົງຂອງຄະນະເລຂາທິ ການສູນກາງພັກ ສະບັບເລກທີ 420/ ຄລສພ, ລົງວັນທີ31 ສິງຫາ 2023 ວ່າດ້ວຍການບົ່ງໂຕແຕ່ງ ຕັ້ງ ທ່ານ ມີໄຊ ພົມເຂ ເປັນກໍາມະ ການປະຈໍາພັກ, ເປັນຮອງຫົວໜ້າ ຫ້ອງວ່າການສູນກາງພັກ, ພ້ອມທັງ ຜ່ານມະຕິຕົກລົງຂອງຄະນະເລຂາ ທິການສູນກາງພັກ ວ່າດ້ວຍການ ແຕ່ງຕັ້ງຫົວໜ້າກົມທີ່ຂຶ້ນກັບຫ້ອງ ວ່າການສູນກາງພັກ ຈຳນວນ 3 ສະຫາຍ. ພ້ອມນີ້, ໃນພິທີ, ຍັງໄດ້ຜ່ານ ມະຕິຕົກລົງ ຄະນະປະຈຳພັກວ່າ ດ້ວຍວຽກງານການຈັດຕັ້ງພັກ ຂອງຫ້ອງວ່າການສູນກາງພັກ ແລະ ຂປລ. ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ຮ່ວມກັບກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ຈັດ ງານສະແດງສິລະປະ ເພື່ອສະເຫລີມ ສະຫລອງວັນຊາດຫວຽດນາມ
Iv'xtmko lr- rq [xt xt-k-q o[h ko.spj g,n v'mq j ',u wlkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 05/09/2023 xtgmf]k; ຮອງນາຍົກລັດຖະມົນຕີ... ຫ້ອງການວ່າການ... ສະແດງສິລະປະ... ສານຊົມເຊີຍ... ນາຍົກລັດຖະມົນຕີ... ຄວາມສາມັກຄີ... ການຮ່ວມສຳພັນສູ້ຮົບກັບພັກກອມມູນິດ ຫວຽດນາມ, ກອງທັບຫວຽດນາມ ແລະ ປະຊາຊົນຫວຽດນາມ ເປັນກຳລັງແຮງຕັດສິນທຸກໄຊຊະນະຂອງຕົນ. ດັ່ງນັ້ນ, ມັນ ຈຶ່ງເປັນບໍ່ເກີດແຫ່ງມິດຕະພາບທີ່ຍິ່ງໃຫຍ່ຄວາມສາມັກຄີພິເສດ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ເຖິງ ເທົ່າທຸກວັນນີ້. ຖ້າຈະເວົ້າເຖິງຄວາມໝາຍ, ຄວາມສຳຄັນຂອງການສ້າງຕັ້ງສາຍພົວພັນ ການທູດ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ເກີດຂຶ້ນໃນວັນທີ 05 ກັນຍາ 1962, ເຊິ່ງມື້ນີ້ ໄດ້ວຽນມາບັນຈົບ ຄົບຮອບ 61 ປີ ພໍດີ ຊຶ່ງການຕົກລົງສ້າງຕັ້ງ ສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ກັບ ຣາຊາອານາຈັກລາວ ໃນເວລານັ້ນ, ແມ່ນໄດ້ມາຍ້ອນໝາກຜົນ ຂອງໄຊຊະນະອັນ ໃຫຍ່ຫລວງຂອງການຕໍ່ສູ້ອັນດຸເດືອດຂອງການປະຕິວັດ ຂອງ ສອງປະເທດ ພວກເຮົາໃນເວລານັ້ນ ຊຶ່ງໄດ້ເຮັດໃຫ້ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ມີບົດບາດອິດທິພົນຕໍ່ໂລກຢ່າງກວ້າງຂວາງ. ສ່ວນຢູ່ລາວ ໄດ້ມີການເຊັນສັນຍາ ເຊີແນວ ກ່ຽວກັບລາວຂຶ້ນໃນ ປີ 1962, ອັນໄດ້ນຳໄປສູ່ການສ້າງຕັ້ງລັດຖະບານ ປະສົມສາມຝ່າຍ ໄດ້ແກ່ຝ່າຍລັດຖະບານວຽງຈັນ, ຝ່າຍແນວລາວຮັກຊາດ ແລະ ກຳລັງຝ່າຍເປັນກາງຮັກຊາດ ຂຶ້ນທີ່ວຽງຈັນ. ໃນເວລານັ້ນ, ຍ້ອນການຕໍ່ສູ້ທາງ ດ້ານການເມືອງການທູດຂອງກຳລັງຮັກຊາດ ໃນລັດຖະບານປະສົມ 3 ຝ່າຍ ຈຶ່ງ ເຮັດໃຫ້ສາມາດສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ຣາຊາອານາຈັກລາວ ກັບສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ຢ່າງເປັນທາງການນີ້ ໃນວັນທີ 05 ກັນຍາ 1962. ນີ້ເປັນເຫດການສໍາຄັນ ແລະ ເປັນບາດລ້ຽວໃໝ່ຂອງໄຊຊະນະ ທາງການທູດ ຂອງກໍາລັງປະຕິວັດຂອງສອງພັກ, ສອງຊາດຢ່າງແທ້ຈິງ ເພາະວ່າ ຢູ່ນະຄອນຫລວງວຽງຈັນ ກ່ອນນັ້ນ, ມີສະຖານທູດ ຂອງລັດຖະບານຫຸ່ນໄຊງ່ອນ ຕັ້ງຢູ່ພຽງແຫ່ງດຽວ ເພາະຝ່າຍວຽງຈັນ ແລະ ຝ່າຍຕາເວັນຕົກບໍ່ຍອມຮັບຮູ້ລັດ ຖະບານໃດໆ ຂອງ ຫວຽດນາມ ນອກຈາກລັດຖະບານຫຸ່ນໄຊງ່ອນ. ແຕ່ພາຍ ຫລັງວັນທີ 05 ກັນຍາ 1962, ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ໄດ້ມີສະຖານເອກອັກຄະລັດຖະທູດຂອງຕົນ ຕັ້ງຢູ່ນະຄອນຫລວງ ວຽງຈັນ ຢ່າງສະຫງ່າຜ່າເຜີຍ. ສ່ວນຢູ່ນະຄອນຫລວງຮ່າໂນ້ຍ ກໍ່ມີສະຖານທູດ ແຫ່ງ ຣາຊາອານາຈັກລາວ ຕັ້ງຢູ່ຄຽງຄູ່ກັບສຳນັກງານຜູ້ຕາງໜ້າສູນກາງແນວ ລາວຮັກຊາດ. ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ຫວຽດນາມ ຈຶ່ງຖືເປັນ ເຫດການປະຫວັດສາດ ທີ່ເປັນຂີດໝາຍສໍາຄັນໃນການພົວພັນ ລະຫວ່າງສອງ ປະເທດ ລາວ-ຫວຽດນາມ, ແມ່ນໝາກຜົນຂອງການຕໍ່ສູ້ ໃນສະໜາມຮົບທາງ ການເມືອງ, ການທູດ ໄປຄຽງຄູ່ກັບການຊັ່ງຊາກຳລັງໃນສະໜາມຮົບທາງການ ທະຫານ ຂອງກຳລັງປະຕິວັດ ຂອງສອງປະເທດ ລາວ-ຫວຽດນາມ; ເປັນການ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການປະຕິວັດຂອງສອງປະເທດ; ຮັບຮູ້ ແລະ ໄດ້ມາເຊິ່ງຄວາມຖືກຕ້ອງທາງດ້ານກົດໝາຍ ແລະ ໄດ້ເປັນພື້ນຖານ ໃຫ້ແກ່ການສືບທອດ ໃຫ້ແກ່ສອງປະເທດ ພາຍຫລັງການສະຖາປະນາ ສປປ ລາວ ແລະ ພາຍຫລັງ ທີ່ຫວຽດນາມ ໄດ້ທ້ອນໂຮມປະເທດຊາດ ໃຫ້ເປັນອັນໜຶ່ງອັນດຽວ ແລະ ສະຖາປະນາສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຈົນເທົ່າທຸກວັນນີ້. ນໍ້າໃຈມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມື ລະຫວ່າງ ລາວ-ຫວຽດ ນາມ ມີທັງຄວາມເປັນສະຫາຍ, ຄວາມເປັນອ້າຍນ້ອງ, ຄວາມເປັນມິດ ທີ່ໃກ້ຊິດ ແລະ ຍັງມີຄວາມສາມັກຄີ ທີ່ຜູກພັນແໜ້ນແຟ້ນອີກດ້ວຍ... ທັງໝົດເຫລົ່ານີ້ ມັນໄດ້ກາຍ ເປັນມິດຕະພາບ ທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ທີ່ກຳລັງດຳລົງຢູ່ ແລະ ຈະດຳລົງຢູ່ກັບປະຊາຊົນສອງຊາດເຮົາຕະຫລອດໄປ. ດັ່ງນັ້ນ, ເພື່ອເຮັດໃຫ້ຄວາມສຳພັນທີ່ຫາຍາກໄດ້ສືບຕໍ່ດຳລົງຄົງຢູ່ ແລະ ພັດ ທະນາຕໍ່ໄປ, ລາວ-ຫວຽດນາມ ຈະສືບຕໍ່ຈັບມືກັນແໜ້ນ, ພ້ອມກັນກ້າວເດີນ, ສືບ ຕໍ່ຊ່ວຍເຫລືອ, ສະໜັບສະໜູນ ເຊິ່ງກັນ ແລະ ກັນ, ເຕີມເຕັມໃຫ້ແກ່ກັນທາງດ້ານ ບົດຮຽນ, ປະສົບການ, ຄວາມຮູ້, ຄວາມສາມາດ ໃຫ້ແກ່ກັນ, ສ້າງເງື່ອນໄຂໃຫ້ ແກ່ກັນ ແລະ ກັນ ເພື່ອພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດ, ນຳໃຊ້ ທ່າແຮງ ແລະ ຈຸດພິເສດຂອງແຕ່ລະປະເທດ ເພື່ອຂຸດຄົ້ນອອກມາ ນຳໄປສູ່ຄວາມ ຈະເລີນກ້າວໜ້າຮ່ວມກັນ ເພື່ອຜົນປະໂຫຍດຂອງປະຊາຊົນຂອງພວກເຮົາທັງ ສອງປະເທດ; ສືບຕໍ່ຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນຳຂອງສອງພັກ, ຂໍ້ ຜູກພັນ ແລະ ສັນຍາຂອງ ສອງລັດຖະບານ ແຕ່ລະໄລຍະ ໃຫ້ເປັນຮູບປະທຳ ນຳເອົາ ຜົນປະໂຫຍດຕົວຈິງມາສູ່ສອງປະເທດ ແລະ ພະຍາຍາມສ້າງກຳລັງແຮງທາງດ້ານ ການຮ່ວມມືຮອບດ້ານທາງດ້ານເສດຖະກິດ ໃຫ້ມີປະສິດທິຜົນສູງ ຂຶ້ນເລື້ອຍໆ ໃຫ້ສົມຄູ່ກັບການພົວພັນທາງດ້ານການເມືອງ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ດັ່ງທີ່ເຄີຍຕີລາຄາມາແລ້ວນັ້ນ; ສືບຕໍ່ເອົາໃຈໃສ່ໃນການຮ່ວມ ມືດ້ານວັດທະນະທຳ-ສັງຄົມ, ຍົກລະດັບຄຸນນະພາບການຮ່ວມມືດ້ານການກໍ່ ສ້າງຊັບພະຍາກອນມະນຸດ, ຮ່ວມມືກັນແກ້ໄຂບັນດາໜໍ່ແໜງ ທີ່ຈະພາໃຫ້ເກີດປາ ກົດການຫຍໍ້ທໍ້ຕາມຊາຍແດນຂອງສອງປະເທດ, ເຮັດໃຫ້ເປັນຊາຍແດນແຫ່ງສັນ ຕິພາບ, ມີຄວາມສະຫງົບສຸກ, ສ້າງເງື່ອນໄຂໃຫ້ປະຊາຊົນຢູ່ລຽບຕາມຊາຍແດນ ມີການພັດທະນາ, ໃຫ້ປະຊາຊົນສອງປະເທດ ໄປມາຫາສູ່ກັນ ແລະ ທຳມາຫາກິນ ຮ່ວມກັນ; ສືບຕໍ່ໃຫ້ຄວາມຮູ້, ຄວາມເຂົ້າໃຈຢ່າງເລິກເຊິ່ງ ເຖິງປະຫວັດຄວາມ ເປັນມາຂອງນໍ້າໃຈມິດຕະພາບ, ຄວາມສາມັກຄີ ທີ່ບໍລິສຸດຜຸດຜ່ອງຂອງສອງ ຊາດ ແລະ ໃຫ້ມະຫາຊົນຂອງສອງປະເທດ ເປັນຜູ້ປົກປັກຮັກສາໄວ້ໃຫ້ໝັ້ນຄົງ ຍາວນານ, ຕີຖອຍເຈດຕະນາ ແລະ ການກະທຳ ຂອງຜູ້ບໍ່ຫວັງດີ ເພື່ອມ້າງເພທຳລາຍ ຄວາມສຳພັນຂອງສອງຊາດພວກເຮົາ. ພວກເຮົາມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ເຫັນວ່າ ສາຍພົວພັນມິດຕະພາບອັນ ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ທີ່ເປັນມູນເຊື້ອລະ ຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ ໄດ້ ຮັບການຖະນຸຖະໜອມ ແລະ ເພີ່ມພູນຄູນສ້າງ ຜ່ານຫລາຍຮຸ່ນຄົນ, ຮອດປັດຈຸບັນ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ນຳເອົາຜົນປະໂຫຍດ ທີ່ເປັນຮູບປະທຳ ແລະ ແທດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ.ປະຊາຊົນລາວ ແລະ ປະຊາຊົນຫວຽດນາມທຸກຊັ້ນຄົນ ຈົ່ງພ້ອມກັນສານຕໍ່ພາລະກິດ ຂອງບັນ ພະບູລຸດ, ຄົນຮຸ່ນກ່ອນ, ອອກແຮງເພີ່ມພູນຄູນສ້າງສາຍພົວພັນພິເສດລາວ- ຫວຽດນາມ ໃຫ້ແຕກດອກອອກຜົນ ແລະ ຂຽວສົດງົດງາມຕະຫລອດໄປ. ຂໍ ໃຫ້ໄວໜຸ່ມ ລາວ-ຫວຽດນາມ ຈົ່ງເປັນຜູ້ສືບທອດທີ່ດີ, ເປັນຜູ້ພິທັກປົກປ້ອງ,ຖະ ນຸຖະໜອມ ສາຍພົວພັນພິເສດ ລາວ-ຫວຽດນາມ ໃຫ້ໝັ້ນຄົງຈົນເທົ່າໃດໆ; ຈົ່ງ ຮ່ວມມື, ຮ່ວມແຮງ, ຮ່ວມໃຈກັນ, ຮັກແພງສາມັກຄີ, ຊ່ວຍເຫລືອເຊິ່ງກັນ ແລະ ກັນບົນຈິດໃຈ ສະຫາຍອ້າຍນ້ອງ, ພ້ອມກັນປົກປັກຮັກສາໝາກຜົນຂອງການປະ ຕິວັດ, ພ້ອມກັນສ້າງສາພັດທະນາປະເທດຊາດໃຫ້ຮັ່ງມີ, ເຂັ້ມແຂງຕາມເປົ້າໝາຍ ອຸດົມການຂອງສອງພັກ. ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈົ່ງໝັ້ນຄົງຂະໜົງ ແກ່ນ ແລະ ສວຍສົດງົດງາມຕະຫລອດກາລະນານ. ຂປລ. ວັນທີ 4 ກັນຍາ 2023 ນີ້, ທ່ານ ພົທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ສະ ມາຊິກສະພາແຫ່ງຊາດ ປະຈຳເຂດ ເລືອກຕັ້ງທີ 7 ແຂວງໄຊຍະບູລີ ໄດ້ ພົບປະຢ້ຽມຢາມ ແລະ ເຜີຍແຜ່ຜົນ ສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດຊຸດ ທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ຢູ່ເມືອງທົ່ງມີໄຊ ແຂວງ ໄຊຍະບູລີ ໂດຍມີ ທ່ານ ສົມຫວັງ ສີສົມພອນ ຮອງເຈົ້າເມືອງ ທົ່ງມີໄຊ, ມີອຳນາດການປົກຄອງບ້ານ, ພໍ່ແມ່ ປະຊາຊົນ, ເຖົ້າແກ່ແນວໂຮມ ແລະ ອົງການຈັດຕັ້ງຂອງບ້ານເຂົ້າຮ່ວມ ຮັບຟັງ. ໂອກາດນີ້, ທ່ານ ສົມຈິດ ແສງທະວີ ນາຍບ້ານບ້ານໃຫຍ່ ກໍໄດ້ລາຍງານສະພາບຈຸດພິເສດ ຂອງບ້ານ, ສະພາບລວມການນຳ ພາຂອງໜ່ວຍພັກບ້ານໃຫຍ່ ທົ່ວ ບ້ານປະກອບມີ 19 ໜ່ວຍ, 239 ຄອບຄົວ, ມີພົນລະເມືອງທັງໝົດ 1.158 ຄົນ ຍິງ574 ປະກອບມີເຜົ່າ ດຽວຄືເຜົ່າລາວ ອາຊີບຕົ້ນຕໍເຮັດນາ ປູກເຂົ້າປູກພືດເປັນສິນຄ້າ, ຄ້າ ຂາຍ ບໍລິການຈຳນວນໜຶ່ງ. ສ່ວນ ການນຳພາດ້ານເສດຖະກິດໃນຊຸມ ປີຜ່ານມາທົ່ວບ້ານສ້າງລາຍຮັບ ໄດ້ທັງໝົດ 17,5 ຕື້ກວ່າກີບ, ສະ ເລ່ຍໃສ່ຫົວຄົນໄດ້ 15 ລ້ານກີບຕໍ່ ຄົນຕໍ່ປີ; ໄດ້ລາຍງານສະພາບດ້ານ ວັດທະນະທຳ-ສັງຄົມ, ວຽກງານ ປ້ອງກັນຊາດປ້ອງກັນຄວາມສະ ຫງົບ, ພ້ອມທັງສະເໜີຕໍ່ສະມາຊິກ ສະພາແຫ່ງຊາດ ເປັນຕົ້ນ ແມ່ນຂໍ ທຶນກໍ່ສ້າງເສັ້ນທາງພາຍໃນບ້ານ ເຂົ້າສູ່ໜ່ວຍເຂດພູວຽງ ໄລຍະ 1,5 ກິໂລແມັດ; ລາຄາຜົນຜະລິດກະ ສິກຳຕົກຕ່ຳ, ຂາຍຍາກບໍ່ມີຕະຫລາດ ຮອງຮັບ ເຊັ່ນ: ສັດລ້ຽງປະເພດ ງົວ, ຄວາຍ, ໝູ ໃຊ້ຕົ້ນທຶນສູງ, ຂາຍ ພັດໄດ້ລາຄາຕົກຕ່ຳ, ການກໍ່ສ້າງ ອ່າງເກັບນ້ຳລະດູແລ້ງທີ່ຂາດນ້ຳ ແລະ ວິທີມາດຕະການການແກ້ໄຂ ອັດຕາເງິນເຟີ້. ຈາກນັ້ນ, ທ່ານ ພົທ ສຸວອນ ເລືອງບຸນມີ ກໍໄດ້ຍ້ອງຍໍຊົມເຊີຍຜົນ ສຳເລັດຂອງການນຳພາ-ຊີ້ນຳຂອງ ໜ່ວຍພັກບ້ານໃຫຍ່ ແລະ ຜົນງານ ຂອງບ້ານທີ່ຍາດມາໄດ້ ແລະ ເຈາະ ຈີ້ມເຖິງບັນຫາດ້ານສາທາລະນະ ສຸກ, ດ້ານກອງທຶນປະກັນສັງຄົມ, ການສຶກສາ ແລະ ແຮງງານມີຂໍ້ສະ ດວກຫຍຸ້ງຍາກ ຄືແນວໃດ. ພ້ອມນີ້, ທ່ານກໍໄດ້ຍົກໃຫ້ເຫັນສະພາບການ ຂອງໂລກ ແລະ ສະພາບການຫຍຸ້ງ ຍາກຂອງລາວເຮົາພ້ອມທັງສະເໜີ ໃຫ້ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນຮັກສາມູນເຊື້ອທີ່ ຍາດມາໄດ້ໃນທ່າມກາງສະພາບ ການຫຍຸ້ງຍາກທາງດ້ານເສດຖະ ກິດໃຫ້ຜະລິດເອງ ກຸ້ມຕົນເອງເປັນ ເຈົ້າຕົນເອງ; ໃຫ້ເອົາໃຈໃສ່ປຸກລະ ດົມປູກຈິດສຳນຶກ ແລະ ສົ່ງເສີມ ໃຫ້ລູກຫລານໄດ້ຮ່ຳຮຽນໃຫ້ສອດ ຄ່ອງກັບສະພາບຕົວຈິງ ແລະ ຈະ ນຳເອົາບັນດາຂໍ້ສະເໜີຂອງພໍ່ແມ່ປະ ຊາຊົນ ໄປໃຫ້ສະພາປະຊາຊົນແຂວງ ໄຊຍະບູລີນຳໄປປະສານສົມທົບກັບ ພາກສ່ວນກ່ຽວຂ້ອງພິຈາລະນາແກ້ ໄຂຕາມສະພາບເງື່ອນໄຂ; ໃນຕອນບ່າຍວັນດຽວກັນ,ທ່ານ ຮອງປະທານສະພາແຫ່ງຊາດ ຍັງ ໄດ້ຮ່ວມກັບບັນດາ ສະມາຊິກສະພາ ແຫ່ງຊາດ ປະຈຳເຂດເລືອກຕັ້ງ ທີ 7 ແຂວງໄຊຍະບູລີ ສືບຕໍ່ລົງພົບ ປະກັບຜູ້ມີສິດເລືອກຕັ້ງຢູ່ສະໂມ ສອນຂອງເມືອງ ໂດຍໄດ້ຮັບການ ຕ້ອນຮັບ ແລະ ລາຍງານສະພາບ ການຂອງເມືອງຈາກ ທ່ານ ກາວີ ເກດດົມດີ ເຈົ້າເມືອງທົ່ວມີໄຊ, ມີຜູ້ ຕາງໜ້າຈາກຫ້ອງການ, ອົງການ, ກົມກອງ ແລະ ພະນັກຫລັກແຫລ່ງ ຂອງເມືອງ ເຂົ້າຮ່ວມຮັບຟັງ. ຂ່າວ-ພາບ: ສພຊ ຂປລ. ໃນວັນທີ 4 ກັນຍາ 2023 ນີ້, ຢູ່ຈາກາກຕາ, ອິນໂດເນເຊຍ, ທ່ານ ສະເຫລີມໄຊ ກົມມະສິດ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງການຕ່າງປະເທດ ໄດ້ນຳພາ ຄະນະຜູ້ແທນລາວ ເຂົ້າຮ່ວມກອງ ປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ (AMM), ກອງປະຊຸມ ສະພາປະຊາຄົມການເມືອງ-ຄວາມ ໝັ້ນຄົງອາຊຽນ (APSC) ຄັ້ງທີ 27 ແລະ ກອງປະຊຸມສະພາປະສານ ງານອາຊຽນ (ACC) ຄັ້ງທີ 34 ໂດຍການເປັນປະທານຂອງ ອິນ ໂດເນເຊຍ. ກອງປະຊຸມລັດຖະມົນຕີຕ່າງປະ ເທດອາຊຽນ ໄດ້ຮັບຊາບຄວາມ ຄືບໜ້າຂອງຂະບວນການສ້າງປະ ຊາຄົມອາຊຽນ ກໍຄື ການຈັດຕັ້ງປະຕິ ບັດບັນດາບຸລິດມະສິດ ການເປັນປະ ທານອາຊຽນຂອງອິນໂດເນເຊຍ ພາຍໃຕ້ຄໍາຂວັນ “ອາຊຽນ ມີຄວາມ ສໍາຄັນ: ສູນກາງແຫ່ງການຈະເລີນ ເຕີບໂຕ”. ພ້ອມນັ້ນ, ກໍໄດ້ປຶກສາຫາ ລືກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງ ກ່ຽວກັບສະພາບການໃນ ມຽນມາ. ນອກນັ້ນ, ສປປ ລາວ ໃນນາມປະເທດປະສານງານການ ພົວພັນອາຊຽນ-ອົດສະຕຣາລີ ກໍ ໄດ້ແຈ້ງກ່ຽວກັບຄວາມຄືບໜ້າ ການກະກຽມສໍາລັບກອງປະຊຸມ ສຸດຍອດພິເສດ ເພື່ອສະເຫລີມສະ ຫລອງການເປັນຄູ່ຮ່ວມເຈລະຈາ ອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ ແລະ ສປປ ລາວ ໃນຖານະ ປະເທດປະສານງານໃຫ້ແກ່ການພົວ ພັນຮ່ວມມື ອາຊຽນ-ອົງການຮ່ວມ ມືເສດຖະກິດ (ECO) ໄດ້ແຈ້ງກ່ຽວ ກັບການກະກຽມຈັດກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ- ECO ຊຶ່ງຄາດຄະເນວ່າຈະຈັດ ຂຶ້ນໃນກາງເດືອນກັນຍາ 2023 ທີ່ ນິວຢອກ, ສ ອາເມລິກາ. ກອງປະຊຸມສະພາປະຊາຄົມ ການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 27 ໄດ້ຮັບຊາບຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດບັນດາກິດ ຈະກຳ ແລະ ວຽກງານຂອງຂະ ແໜງການທີ່ກ່ຽວຂ້ອງພາຍໃຕ້ເສົາ ຄ້ຳປະຊາຄົມການເມືອງ-ຄວາມ ໝັ້ນຄົງອາຊຽນ, ລວມທັງການຈັດ ຕັ້ງປະຕິບັດແຜນແມ່ບົດປະຊາ ຄົມການເມືອງ-ຄວາມໝັ້້ນຄົງອາ ຊຽນ 2025. ກອງປະຊຸມສະພາປະສານງານ ອາຊຽນ ຄັ້ງທີ 34 ໄດ້ປຶກສາຫາລື ກ່ຽວກັບການກະກຽມດ້ານຕ່າງໆ ລວມທັງ ເອກະສານຜົນກອງປະ ຊຸມ ສໍາລັບກອງປະຊຸມສຸດຍອດອາ ຊຽນ ຄັ້ງທີ 43 ແລະ ກອງປະຊຸມ ສຸດຍອດອື່ນໆທີ່ກຽວຂ້ອງທີ່ຈະຈັດ ຂຶ້ນ ໃນວັນທີ 5-7 ກັນຍາ 2023. ໃນນີ້, ກອງປະຊຸມໄດ້ເຫັນດີດ້ານ ຫລັກການຮັບຮອງຮ່າງວິໄສທັດ ອາຊຽນ 2045 ທີ່ສ້າງໂດຍຄະນະ ສະເພາະກິດລະດັບສູງ ແລະ ຈະນໍາ ສະເໜີໃຫ້ຜູ້ນໍາອາຊຽນ ຮັບຊາບ. ພ້ອມນີ້, ກອງປະຊຸມກໍໄດ້ຮັບຊາບ ແລະ ຮັບຮອງເອົາບົດລາຍງານ ຕ່າງໆທີ່ກ່ຽວຂ້ອງ ເປັນຕົ້ນ ບົດລາຍ ງານຂອງເລຂາທິການໃຫຍ່ອາ ຊຽນ ກ່ຽວກັບວຽກງານອາຊຽນ ຕໍ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43, ບົດລາຍງານຂອງຄະນະ ກໍາມະການຜູ້ຕາງໜ້າຖາວອນປະ ຈໍາອາຊຽນ, ບົດລາຍງານຂອງ ໜ່ວຍງານຂໍ້ລິເລີ່ມ ເພື່ອການເຊື່ອມ ໂຍງອາຊຽນ ແລະ ບົດລາຍງານ ຂອງຄະນະກຳມະການປະສານ ງານການເຊື່ອມຈອດອາຊຽນ. ໃນຕອນບ່າຍວັນດຽວກັນ,ທ່ານ ຮອງນາຍົກລັດຖະມົນຕີ ສະເຫລີມ ໄຊ ກົມມະສິດ ກໍໄດ້ເຂົ້າຮ່ວມພິທິ ລົງນາມ ເຂົ້າເປັນພາຄີສົນທິສັນຍາ ໄມຕີຈິດ ແລະ ການຮ່ວມມືຢູ່ອາຊີຕາ ເວັນອອກສຽງໃຕ້ (TAC) ຂອງ ປະເທດ ແຊັກບີ (Serbia), ປານາ ມາ (Panama) ແລະ ກູເວດ (Kuwait) ຊຶ່ງເຮັດໃຫ້ສົນທິສັນ ຍາ ດັ່ງກ່າວມີພາຄີເພີ່ມຂຶ້ນເປັນ 54. ຫລັງຈາກນັ້ນ, ທ່ານຮອງນາ ຍົກລັດຖະມົນຕີກໍໄດ້ສືບຕໍ່ເຂົ້າຮ່ວມ ພິທີລົງນາມບົດບັນທຶກຄວາມເຂົ້າ ໃຈ (MOU) ລະຫວ່າງ ອາຊຽນສະມາຄົມມະຫາສະໝຸດ ອິນເດຍ (ASEAN-IORA) ແລະ ອາ ຊຽນ-ໝູ່ເກາະປາຊີຟິກ (ASEAN-PIF). ຂ່າວ-ພາບ: ກຕທ ສາຍພົວພັນອັນດີງາມດັ່ງກ່າວ ໃຫ້ ຈະເລີນງອກງາມຍິ່ງໆຂຶ້ນຜ່ານ ກົນໄກການຮ່ວມມືດ້ານຕ່າງໆເປັນ ຕົ້ນ ການຈັດຕັ້ງປະຕິບັດຂໍ້ຕົກລົງ ຕ່າງໆ ທີ່ສອງປະເທດເຮົາໄດ້ເຫັນ ດີຮ່ວມກັນ ໂດຍສະເພາະບົດບັນທຶກ ກອງປະຊຸມຄະນະກໍາມາທິການ ຮ່ວມວ່າດ້ວຍການຮ່ວມມື ລາວໄທ, ໄທ-ລາວ ຄັ້ງທີ 22 ໃຫ້ເກີດ ດອກອອກຜົນເປັນຮູບປະທໍາ ເພື່ອ ນໍາເອົາຜົນປະໂຫຍດຕົວຈິງ ແລະ ຄວາມຈະເລີນກ້າວໜ້າມາສູ່ປະຊາ ຊົນສອງຊາດ ລາວ ແລະ ໄທ ກໍຄື ການປະກອບສ່ວນເຂົ້າໃນການສ້າງ ຄວາມເຂັ້ມແຂງໃຫ້ແກ່ຄອບຄົວ ອາຊຽນ ແລະ ການຮ່ວມມືເພື່ອພັດ ທະນາໃນພາກພື້ນ ແລະ ໃນໂລກ. ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍ ພອນພອນໄຊໃຫ້ທ່ານຈົ່ງມີສຸຂະ ພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກ ງານອັນມີກຽດຂອງທ່ານ. ຕໍ່ນຳພາ-ຊີ້ນຳວຽກງານຂອງຕົນ ໃຫ້ປະສົບຜົນສຳເລັດຕາມລະດັບ ຄາດໝາຍ ແນໃສ່ປະກອບສ່ວນສຳ ຄັນເຂົ້າໃນພາລະກິດຂອງພັກຂອງ ຊາດ, ພ້ອມທັງຮຽກຮ້ອງໃຫ້ພະ ນັກງານ-ລັດຖະກອນ ເອົາໃຈໃສ່ໃນ ການປະຕິບັດໜ້າທີ່ວຽກງານຕາມ ທີ່ໄດ້ມອບໝາຍໃຫ້; ສືບຕໍ່ຈັດຕັ້ງປະ ຕິບັດວຽກງານຕ່າງໆຂອງຫ້ອງວ່າ ການສູນກາງພັກ ເພື່ອຫັນເປັນແຜນ ວຽກລະອຽດ ແລະ ວຽກງານອື່ນໆ. ພາບ: ເກດສະໜາ ຂໍ້ຕົກລົງຂອງຫ້ອງວ່າການສູນ ກາງພັກ ວ່າດ້ວຍການແຕ່ງຕັ້ງຮອງ ຫົວໜ້າກົມຈຳນວນ 3 ສະຫາຍ. ໃນໂອກາດນີ້, ທ່ານ ທອງສະ ຫລິດ ມັງໜໍ່ເມກ ໄດ້ສະແດງຄວາມ ຊົມເຊີຍມາຍັງຜູ້ທີ່ໄດ້ຮັບຕຳແໜ່ງ ໃໝ່, ພ້ອມທັງເນັ້ນໃຫ້ພ້ອມກັນສືບ ຄົບຮອບ 78 ປີ ແລະ ວັນສ້າງຕັ້ງ ສາຍພົວພັນການທູດ ຄົບຮອບ 61 ປີ ຂອງສອງຊາດ ລາວ-ຫວຽດນາມ ໃນວັນທີ 3 ກັນຍາ 2023 ທີ່ສູນ ວັດທະນະທຳຫວຽດນາມປະຈຳ ລາວ ໂດຍມີ ທ່ານ ນາງ ບົວໄຂ ເພັງພະຈັນ ຫົວໜ້າກົມສິລະປະວັດທະນະທຳ ກະຊວງ ຖວທ, ທ່ານ ຫງຽນຟຸກຊີງ ຮອງອຳນວຍການ ສູນວັດທະນະທຳຫວຽດນາມ ປະ ຈຳລາວ ເຂົ້າຮ່ວມ. ການສະແດງໃນຄັ້ງນີ້, ປະກອບ 19 ລາຍການ ເຊິ່ງປະກອບມີ: ການ ສະແດງຟ້ອນລວມໝູ່, ບົດເພງ ສັນລະເສີນລຸງໂຮ່, ບົດເພງສາຍພູ ຫລວງ, ບົດເພງແຫ່ງຄວາມຫວັງ, ບົດເພງມິດຕະພາບ ລາວ-ຫວຽດ ນາມ, ຮ້ອງເພງ ລວມໝູ່ສາຍໃຈ ລາວ-ຫວຽດນາມ, ເຢັນສະບາຍ ຊາວນາ ເຊິ່ງໄດ້ສ້າງຄວາມເບີກ ບານມ່ວນຊື່ນ, ສ້າງຮ້ອຍຍິ້ມໃຫ້ກັບ ຜູ້ເຂົ້າຮ່ວມ, ມີບາງເພງຜູ້ຊົມໄດ້ພ້ອມ ກັນຮ້ອງເພງທີ່ຕົນຖືກອົກຖືກໃຈ ແລະ ຕົບມືເປັນຈັງຫວະໄປກັບບົດ ເພງນັ້ນໆ ດ້ວຍຄວາມມ່ວນຊື່ນ. ໃນຄັ້ງນີ້, ນອກຈາກເປັນການສະ ເຫລີມສະຫລອງສອງວັນດັ່ງກ່າວ ແລ້ວ, ຍັງເປັນການຮັດແໜ້ນການ ພົວພັນຮ່ວມມືລະຫວ່າງ ສອງປະ ເທດລາວ ແລະ ຫວຽດນາມ ໂດຍ ສະເພາະ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຂອງ ສປປ ລາວ ແລະ ກະຊວງວັດທະ ນະທຳ, ກິລາ ແລະ ທ່ອງທ່ຽວແຫ່ງ ສສ ຫວຽດນາມ ໃຫ້ໄດ້ຮັບການ ພັດທະນາ ແລະ ສືບຕໍ່ໃຫ້ການພົວ ພັນຮ່ວມມື, ແລກປ່ຽນສິລະປະວັນ ນະຄະດີ, ວັດທະນະທຳ, ຮີດຄອງ ປະເພນີອັນດີງາມເຊິ່ງກັນ ແລະ ກັນ. ຂ່າວ-ພາບ: ກິດຕາ ຂປລ. ຄະນະຜູ້ແທນຂັ້ນສູງ ຂອງລາວ ນຳໂດຍ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເດີນທາງເຖິງສະ ໜາມບິນສາກົນ ໂຊກາໂນຮັດຕະ (Soekarno Hatta), ນະຄອນ ຫລວງຈາກາຕາ, ອິນໂດເນເຊຍ ໃນ ວັນທີ 4 ກັນຍາ 2023 ເພື່ອເຂົ້າ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 ແລະ ກອງປະຊຸມສຸດ ຍອດອື່ນໆກ່ຽວຂ້ອງ ເຊິ່ງກອງປະ ຊຸມຄັ້ງນີ້ ດຳເນີນໄປພາຍໃຕ້ຄໍາຂວັນ “ອາຊຽນມີຄວາມສໍາຄັນ: ສູນກາງ ແຫ່ງການຈະເລີນເຕີບໂຕ”, ທີ່ຈະ ມີຂຶ້ນໃນວັນທີ 4-7 ກັນຍາ 2023, ຕາມຄໍາເຊີນຂອງ ທ່ານ ໂຈໂກ ວີ ໂດໂດ ປະທານາທິບໍດີ ແຫ່ງສາທາ ລະນະລັດ ອິນໂດເນເຊຍ, ໃນຖານະ ເປັນປະທານອາຊຽນ ປີ 2023. ກອງປະຊຸມສຸດຍອດອາຊຽນ ຄັ້ງນີ້, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຈະໄດ້ຮ່ວມກັບຜູ້ ນຳ ຂອງປະເທດສະມາຊິກອາ ຊຽນອື່ນໆ ທົບທວນຄືນການສ້າງ ປະຊາຄົມອາຊຽນ ໃຫ້ເຂັ້ມແຂງ ແລະ ການຮ່ວມມືຂອງອາຊຽນກັບ ພາຍນອກ ແລະ ຈະຮັບຊາບຄວາມ ຄືບໜ້າຂອງການສ້າງວິໄສທັດປະ ຊາຄົມອາຊຽນຫລັງປີ 2025. ພ້ອມນີ້, ທ່ານນາຍົກລັດຖະມົນຕີ ກໍຈະໄດ້ເຂົ້າຮ່ວມກອງປະຊຸມສຸດ ຍອດລະຫວ່າງອາຊຽນ ກັບບັນດາ ປະເທດຄູ່ເຈລະຈາ ຄື: ອົດສະຕຣາລີ, ການາດາ, ສປ ຈີນ, ອິນເດຍ, ຍີ່ປຸ່ນ, ນິວຊີແລນ, ສ ເກົາຫລີ , ຣັດເຊຍ, ສ ອາເມລິກາ ແລະ ສປຊ. ອັນສຳ ຄັນ, ໃນໂອກາດພິທີປິດຂອງກອງປະ ຊຸມສຸດຍອດຄັ້ງນີ້, ທ່ານປະທານາ ທິບໍດີ ແຫ່ງ ສ ອິນໂດເນເຊຍ (ໃນ ນາມປະທານອາຊຽນ ໃນປີ 2023) ຈະໄດ້ມອບການເປັນປະທານອາ ຊຽນ ໃຫ້ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ (ໃນນາມປະທານ ອາຊຽນ ໃນປີ 2024). ນອກຈາກນີ້, ທ່ານນາຍົກລັດ ຖະມົນຕີ ຍັງຈະໄດ້ພົບປະສອງຝ່າຍ ກັບຄູ່ຮ່ວມຕຳແໜ່ງຈາກປະເທດ ສະມາຊິກອາຊຽນ ແລະ ປະເທດ ຄູ່ເຈລະຈາອາຊຽນ ເພື່ອປຶກສາຫາ ລືກ່ຽວກັບການພົວພັນຮ່ວມມືສອງ ຝ່າຍ ແລະ ຖືໂອກາດເຊື້ອເຊີນບັນດາ ຜູ້ນຳດັ່ງກ່າວ ມາເຂົ້າຮ່ວມກອງປະ ຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມສຸດຍອດອື່ນໆ ທີ່ກ່ຽວຂ້ອງທີ່ ສປປ ລາວ ຈະໄດ້ ຮັບກຽດເປັນເຈົ້າພາບ ແລະ ເປັນ ປະທານ ໃນປີ 2024. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ
dkorafmtok-a[rtpkdvo,to5f grnjvlhk'[kfdhk;7;k,pnopq' xtgmf]k; 3 05/09/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ © າຕÊ້ ໂດຍ: ຄ້ອງໃໝ່ .sh]6ds]ko,udkolbdlk 7v[7;q 8;q c[[ wfIh [a co;roa xk 9kd ll s;Pfok, * ການສຶກສາແມ່ນພື້ນຖານສໍາ ຄັນ ນັບແຕ່ຂັ້ນຄອບຄົວ ເພື່ອສ້າງ ຄົນດີ, ການສຶກສາທີ່ຢາກເວົ້ານີ້ ນັບເອົາຕັ້ງແຕ່ ການສຶກສາອົບຮົມ ບົ່ມສອນໃນຂັ້ນຄອບຄົວ ໄປຫາສະ ຖາບັນການສຶກສາກໍ່ຄືໂຮງຮຽນລະ ດັບຊັ້ນຕ່າງໆ. ຄອບຄົວຖືວ່າມີບົດບາດແຕ່ຫົວ ທີໃນການໃຫ້ການສຶກສາອົບຮົມ ບົ່ມສອນດ້ວຍຫລາຍວິທີ, ໃນນັ້ນ ລວມທັງນໍາພາປະຕິບັດຕົວຈິງ. ດ້ວຍປະການດັ່ງກ່າວ ຈຶ່ງຢາກແລກ ປ່ຽນຄໍາເຫັນ ນໍາກັນວ່າຄອບຄົວ ນັ້ນສໍາຄັນຫລາຍ ໃນການສົ່ງເສີມ ໃຫ້ລູກຫລານໃນຄວາມຮັບຜິດ ຊອບໄດ້ຮັບການສຶກສາ...ເພື່ອສ້າງ ໃຫ້ເປັນຄົນດີຂອງສັງຄົມ, ເປັນຊັບ ພະຍາກອນມະນຸດທີ່ດີຕໍ່ປະເທດ ຊາດ...ເຖິງແມ່ນຫຍຸ້ງຍາກ ກໍ່ຄວນ ຕັດສິນໃຈຜ່ານຜ່າ, ທຸກບັນຫາລ້ວນ ມີທາງອອກ, ຫາວິທີແກ້ໄຂຖ້າຕິດ ພັນບັນຫາໃດ ເພື່ອໃຫ້ລູກຫລານຢູ່ ໃນການປົກຄອງໄດ້ຮໍ່າຮຽນເທົ່າທີ່ ຄວນ ຄືດັ່ງສະໄໝກ່ອນພໍ່ແມ່ເຮົາ ໄດ້ອົດທຸກອົດຍາກ ເພື່ອສົ່ງເສີມໃຫ້ ພວກເຮົາໄດ້ຮຽນໜັງສື, ມີຄວາມຮູ້ ແລະ ອາຊີບ, ປະກອບສ່ວນພັດທະ ນາປະເທດຊາດຕາມເງື່ອນໄຂຂອງ ໃຜລາວ. ຄືດັ່ງພວກເຮົາຮູ້ນໍາກັນ ໃນສະ ໄໝກ່ອນ, ສະຖາບັນການສຶກສາ ກໍ່ຄືລະບົບໂຮງຮຽນຍັງບໍ່ທັນຂະ ຫຍາຍຕົວພຽງພໍ, ຫົວໜ່ວຍຄອບ ຄົວແມ່ນເບົ້າຫລອມລູກຫລານ ດ້ານພູມປັນຍາ ໂດຍພໍ່ແມ່-ປູ່ຍ່າຕາ ຍາຍ ເປັນດັ່ງຄູສອນອາຊີບ ທີ່ຜ່ານ ຫລັກສູດການສິດສອນໂດຍທໍາມະ ຊາດຈາກຮຸ່ນສູ່ຮຸ່ນ; ທັງອົບຮົມສັ່ງ ສອນດ້ວຍວາຈາ ແລະ ນໍາພາປະຕິ ບັດ ຕົວຈິງ, ເບິ່ງຄືຈັ່ງວ່າບໍ່ໄດ້ຈັດລະ ບົບການສອນ, ແຕ່ເນື້ອແທ້ກໍ່ເປັນໄປ ໃນຕົວ ຊຶ່ງສັງເກດວ່າແຕ່ລະໄວອາຍຸ ພໍ່ແມ່ໄດ້ສອນໄປຕາມຂັ້ນຂອງການ ຂະຫຍາຍຕົວຂອງຮ່າງກາຍ-ສະ ໝອງ. ສອນໃຫ້ກິນ, ໃຫ້ຕັ້ງໄຂ່ (ນັ່ງ), ໝູບ-ຄານ-ຍ່າງ...ບອກສອນປະຕິ ບັດຄຸນງາມຄວາມດີ, ການກະຕັນຍູ, ຮັກສາຮີດຄອງ, ການປະພຶດຕົນໃນ ຄອບຄົວ-ສັງຄົມ...ຈົນເຖິງການຊອກ ຢູ່ຫາກິນຕາມວິຖີຊີວິດ ແລະ ອື່ນໆ. ໄລຍະຕໍ່ມາ, ການສຶກສາອົບ ຮົມຄົນ ໄດ້ມີສາສະໜາເຂົ້າມາເພີ່ມ, ພາຍຫລັງມີໂຮງຮຽນ ແຕ່ບໍ່ທັນ ພຽງພໍ ຫລາຍບ່ອນກໍ່ອາໄສວັດເປັນ ບ່ອນສຶກສາຮໍ່າຮຽນທັງທາງທໍາ ແລະ ທາງໂລກ ກໍ່ຄືວິທະຍາສາດ. ບົດບາດທັງສາມສ່ວນ ຄອບຄົວວັດ ແລະ ໂຮງຮຽນ ຈຶ່ງກາຍເປັນພື້ນ ຖານໃນການອົບຮົມບົ່ມສອນລູກ ຫລານຕໍ່ໆມາ. ໃນໄລຍະໃໝ່, ໂຮງຮຽນໄດ້ ແຍກລະບົບຈະແຈ້ງລະຫວ່າງທາງ ໂລກ-ທາງທໍາ, ສະຖາບັນການສຶກ ສາມີພຽງພໍສໍາລັບຜູ້ສົນໃຈຮຽນ ໃນທຸກລະດັບ ຕັ້ງແຕ່ຝາກເດັກ-ອະ ນຸບານ ຈົນຮອດມະຫາວິທະຍາໄລ. ນັ້ນສະແດງໃຫ້ເຫັນການພັດທະນາ ເລື່ອງການສຶກສາ, ປັດຈຸບັນໄດ້ມີ ຫລາຍທາງເລືອກ ໃນການສຶກສາ ຮໍ່າຮຽນທັງໃນ-ນອກລະບົບໂຮງ ຮຽນ...ເຖິງຢ່າງໃດ ຄອບຄົວກໍ່ຍັງ ແມ່ນພື້ນຖານສໍາຄັນໃນການສະໜັບ ສະໜູນສົ່ງເສີມໃຫ້ລູກຫລານໄດ້ຮໍ່າ ຮຽນ ເພາະລັດມີນະໂຍບາຍຈະແຈ້ງ ໃນການຂະຫຍາຍຕາໜ່າງການສຶກ ສາ ແລະ ພັດທະນາການສຶກສາແຕ່ ລະຂັ້ນຢ່າງບໍ່ຢຸດຢັ້ງ. ຄອບຄົວຕ້ອງ ສູ້ຊົນໃຫ້ລູກຫລານໄດ້ເຂົ້າຮຽນ ຕາມເງື່ອນໄຂ ແລະ ຄວນໃຫ້ສໍາເລັດ ໃນລະດັບໃດໜຶ່ງທີ່ພໍຈະເປັນພື້ນຖານ ໃຫ້ເຂົາເຈົ້າໄດ້ຂະຫຍາຍສະຕິປັນ ຍາ ກ້າວສູ່ການມີອາຊີບເປັນຫລັກ ແຫລ່ງແກ່ນສານໃນອະນາຄົດ ໂດຍ ບໍ່ປ່ອຍປະໃຫ້ໄປຕາມທໍາມະຊາດ, ນຶກເຫັນຄຸນພໍ່ແມ່ແຕ່ກ່ອນເຖິງ ແມ່ນເພິ່ນຫຍຸ້ງຍາກຄອບຄົວຂາດ ແຮງງານຊ່ວຍເຮັດໄຮ່ໃສ່ນາ ຫລື ອື່ນໆ, ແຕ່ຊຸມເພິ່ນກໍ່ໄດ້ສົ່ງເສີມ ການຮຽນຂອງພວກເຮົາໃຫ້ຮຸ່ນສືບ ຮຸ່ນຕໍ່ໆໄປ. ລູກຫລານເປັນອະນາຄົດຂອງ ພວກເຮົາ, ທຸກມື້ນີ້ ພ້ອມກັບບັນດາ ເງື່ອນໄຂອໍານວຍຄວາມສະດວກ, ຄວາມຫຍຸ້ງຍາກກໍ່ມີບໍ່ໜ້ອຍ, ແຕ່ ຖ້າພ້ອມກັນສູ້ຊົນຜ່ານຜ່າ ບໍ່ມີວ່າຈ ະບໍ່ສາມາດຕີຖອຍໄດ້ບັນດາຄວາມ ຫຍຸ້ງຍາກນັ້ນ. ຍາມມີໜ້ອຍກໍ່ປະ ຢັດ-ກິນຝຫ້ງ່າຍ ໃຊ້ງ່າຍ, ຢູ່ງ່າຍ ຊອກຫາລາຍໄດ້ໃຫ້ຫລາຍຕື່ມ ອັນ ໃດທີ່ຜິດລະບຽບກົດໝາຍ. ໃຫ້ລູກຫລານໄດ້ຮັບການການ ສຶກສາທີ່ດີໃນວັນນີ້ ເພື່ອອະນາຄົດ ທີ່ດີຂອງເຂົາເຈົ້າ ຊຶ່ງຈະເປັນການ ປະກອບສ່ວນສໍາຄັນເຂົ້າໃນການ ພັດທະນາສັງຄົມ ໃຫ້ກ້າວໜ້າຢ່າງ ບໍ່ຢຸດຢັ້ງ. * ການປະກອບອາຊີບຂອງປະ ຊາຊົນບັນດາເຜົ່າ ເຊິ່ງນອກຈາກ ການເພິ່ງຕົນເອງກຸ້ມຕົນເອງແລ້ວ, ລັດຖະບານກໍ່ຍັງໄດ້ເອົາໃຈໃສ່ຊ່ວຍ ເຫລືອດ້ານຕ່າງໆ ທີ່ຈຳເປັນຕິດພັນ ກັບການຍາດແຍ່ງທຶນຈາກຕ່າງປະ ເທດເຂົ້າມາຊ່ວຍຕື່ມ ໂດຍສະເພາະ ແມ່ນດ້ານເຕັກນິກວິຊາການ, ແນວ ພັນ, ພື້ນຖານໂຄງລ່າງອື່ນໆ ເພື່ອ ອຳນວຍຄວາມສະດວກໃຫ້ແກ່ການ ປັບປຸງຊີວິດການເປັນຢູ່ກໍ່ຄືແກ້ໄຂ ຄວາມທຸກຍາກຂອງປະຊາຊົນ. ເມື່ອບໍ່ດົນມານີ້, ພະແນກກະສິກໍາ ແລະ ປ່າໄມ້ ແຂວງໄຊສົມບູນ ໄດ້ສົມ ທົບກັບພະແນກກະສິກໍາ ແລະ ພັດ ທະນາຊົນນະບົດ ແຂວງບັກຢາງ ສສ ຫວຽດນາມ ຈັດພິທີມອບປາ ແລະ ປ່ອຍປາ ຢູ່ຟາມຂອງ ທ່ານ ກູ້ວ່າງ ໃນເມືອງລ້ອງຊານ. ພ້ອມນີ້, ຍັງໄດ້ມອບຫົວອາຫານ, ຢາໃຫ້ແກ່ ຄອບຄົວເປົ້າໝາຍລ້ຽງປາ ເພື່ອທຳ ການລ້ຽງປາໃຫ້ໄດ້ຮັບຜົນດີ ແລະ ກາຍເປັນສິນຄ້າໃນຕໍ່ໜ້າ. ທ່ານ ພຸດ ອີນທະວົງ ຫົວໜ້າພະ ແນກກະສິກໍາ ແລະ ປ່າໄມ້ ແຂວງ ໄຊສົມບູນໄດ້ກ່າວວ່າ: ການຊ່ວຍ ເຫລືອລູກປາ, ຫົວອາຫານ ແລະ ຢາ ຈາກພະແນກກະສິກຳ ແລະ ພັດທະ ນາຊົນນະບົດ ແຂວງບັກຢາງ ຄັ້ງ ນີ້, ເປັນການປະກອບສ່ວນອັນສຳ ຄັນເຂົ້າການພັດທະນາຊີວິດການ ເປັນຢູ່ຂອງປະຊາຊົນ ໂດຍສະເພາະ ແມ່ນຄອບຄົວທີ່ມີເງື່ອນໄຂໃນການ ລ້ຽງປາໃຫ້ມີການຂະຫຍາຍຕົວ ແລະ ກາຍເປັນສິນຄ້າໃນຕໍ່ໜ້າ, ເຊິ່ງ ປາທີ່ພະແນກດັ່ງກ່າວ ໄດ້ມາມອບ ມີທັງໝົດ 18 ພັນໂຕ. ໃນນັ້ນ, ປານິນ ກວ່າ 10 ເພັນໂຕ, ປາກິນຫຍ້າ 5,4 ພັນໂຕ, ປາໄນ 1,8 ພັນໂຕ. ຂະນະ ທີ່ໄດ້ມອບປາໃຫ້ຄອບຄົວເປົ້າໝາຍ ຂອງທ່ານ ກູ້ວ່າງ ຢູ່ເມືອງລ້ອງ ຊານ 12 ພັນໂຕ, ມີປານິນ 7,2 ພັນໂຕ, ປາກິນຫຍ້າ 3,6 ພັນໂຕ, ປາໄນ 1,2 ພັນໂຕ, ຫົວອາຫານ ຫລາຍກວ່າ 1 ພັນກິໂລ, ຢາຮັກສາ ສິ່ງແວດລ້ອມ ໃນໜອງປາ 24 ກິ ໂລ. ຂໍຂອບໃຈທີ່ພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງບັກ ຢາງ ທີ່ໄດ້ນຳເອົາແນວພັນປາ, ຫົວ ອາຫານ, ຢາມາຊ່ວຍເຫລືອໃນຄັ້ງນີ້ ຢ່າງສຸດໃຈ ແລະ ຫວັງວ່າຈະໄດ້ຮັບ ການຊ່ວຍເຫລືອອີກໃນຕໍ່ໜ້າ. ຂະນະທີ່ ທ່ານ ກູ້ວ່າງ ເຈົ້າຂອງ ຟາມກໍ່ໄດ້ກ່າວຂອບໃຈຕໍ່ສອງພະ ແນກທັງໄດ້ໃຫ້ຄໍາສັນຍາຕໍ່ ທ່ານຫົວ ໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງໄຊສົມບູນ ແລະ ຜູ້ຕາງໜ້າ ພະແນກກະສິກໍາ ແລະ ພັດທະນາຊົນ ນະບົດ ແຂວງບັກຢາງ ສສ ຫວຽດ ນາມວ່າ: ຈະເອົາໃຈໃສ່ຮັກສາ ແລະ ລ້ຽງປາໃຫ້ໄດ້ຮັບການຊ່ວຍເຫລືອ ຄັ້ງນີ້ເປັນຢ່າງດີ ແລະ ໃຫ້ເກີດດອກ ອອກຜົນ ທັງເອົາໃຈໃສ່ການພັດທະ ນາອາຊີບລ້ຽງປາໃຫ້ມີຄວາມໝັ້ນ ຄົງ, ເປັນແບບຢ່າງທີ່ດີໃຫ້ຄອບຄົວ ອື່ນໆ. ນອກນີ້, ກໍ່ພ້ອມທີ່ຈະຖ່າຍທອດ ຄວາມຮູ້, ປະສົບການການລ້ຽງປາ ຂອງຕົນໃຫ້ກັບຄອບຄົວທີ່ສົນໃຈ ໃນການປະກອບອາຊີບລ້ຽງປາ ເພື່ອໃຫ້ເຂົາເຈົ້າມີວຽກ ເຮັດງານ ທຳຄືກັບຄອບຄົວຕົນເອງອີກຕື່ມ. ເຂົ້າຮ່ວມມອບປາ ແລະ ປ່ອຍປາ ຢູ່ຟາມຂອງ ທ່ານ ກູ້ວ່າງ ຄັ້ງນີ້, ໂດຍມີທ່ານ ອີນທະວົງ ຫົວໜ້າພະ ແນກກະສິກໍາ ແລະ ປ່າໄມ້ ແຂວງໄຊ ສົມບູນ, ທ່ານ ນາງ ເຈີນ ທິແອວງ ຜູ້ ຕາງໜ້າຈາກພະແນກກະສິກໍາ ແລະ ພັດທະນາຊົນນະບົດ ແຂວງບັກ ຢາງ ສສ ຫວຽດນາມ. ມີພະນັກງານ ຈາກສອງພະແນກ ແລະ ເຈົ້າຂອງ ຟາມເຂົ້າຮ່ວມຢ່າງພຽງພ້ອມ. * ການສ້າງສັງຄົມໂດຍປະຊາ ຊົນເປັນເຈົ້າ ມີປະຊາທິປະໄຕ ມີ ຄວາມສະເໝີພາບ ແລະ ຍຸຕິທຳນັ້ນ ຕ້ອງສຸມໃສ່ການພັດທະນາຊັບພະ ຍາກອນມະນຸດຢ່າງແຂງແຮງ. ດັ່ງທີ່ຮູ້ນໍາກັນ, ໃນເງື່ອນໄຂໃໝ່ ຂອງການພັດທະນາມັນຮຽກຮ້ອງ ໃຫ້ຄົນລາວເຮົາມີຄວາມພ້ອມໃນ ທຸກດ້ານຈິ່ງສາມາດຈະເປັນກໍາລັງ ຂັບດັນຕົ້ນຕໍ ໃຫ້ແກ່ການປົກປັກຮັກ ສາ ແລະ ພັດທະນາປະເທດຊາດຢ່າງ ບໍ່ຢຸດຢັ້ງ. ອັນສໍາຄັນນັ້ນຕ້ອງຮັບປະ ກັນໃຫ້ຄົນລາວມີລະດັບການສຶກສາ ຂັ້ນພື້ນຖານທີ່ມີຄຸນນະພາບ, ພັດທະ ນາດ້ານອາຊີບ ແລະ ມີທັກສະດ້ານ ສີມືການອອກແຮງງານທີ່ນອນ, ສາມາດຄົ້ນຄວ້າປະດິດສ້າງ ແລະ ເປັນເຈົ້າການນໍາໃຊ້ວິທະຍາສາດ- ເຕັກໂນໂລຊີທີ່ທັນສະໄໝ ໂດຍສະ ເພາະແມ່ນໃນດ້ານເຕັກໂນໂລຊີ ຂ່າວ ສານ ແລະ ການສື່ສານ ໃຫ້ທຽມທັນ ກັບຄຸນນະພາບຂອງແຮງງານ ແລະ ບຸກຄະລາກອນຂອງບັນດາປະເທດ ໃນອານຸພາກພື້ນ; ເອົາໃຈໃສ່ສົມທົບ ກັນລະຫວ່າງ ສະຖາບັນການສຶກສາ, ອົງການຈັດຕັ້ງທາງສັງຄົມ ແລະ ຄອບຄົວ ເພື່ອເຮັດໃຫ້ການຮຽນຮູ້ສາ ຂາວິຊາຕ່າງໆໄປຄຽງຄູ່ກັບການ ພັດທະນາຄຸນຄ່າວັດທະນະທໍາຂອງ ຊາດ, ຮຽນຮູ້ມູນເຊື້ອຄວາມສາມັກ ຄີປອງດອງ, ມີສະຕິຮັກຊາດ ແລະ ເສຍສະລະເພື່ອຜົນປະໂຫຍດລວມ, ປູກຈິດສໍານຶກ ແລະ ຄວາມຮັບຜິດ ຊອບຕໍ່ສັງຄົມ, ສ້າງສະຕິເຄົາລົບ ກົດໝາຍ, ຕື່ນຕົວປະຕິບັດພັນທະ ພົນລະເມືອງ ແລະ ມີຈັນຍາບັນໃນ ການປະຕິບັດໜ້າທີ່ ເພື່ອສັງຄົມ ຂອງຄົນລາວ; ສ້າງທຸກເງື່ອນໄຂ ແລະ ໂອກາດໃຫ້ຄົນລາວທຸກຄົນ ໄດ້ ຮັບການພັດທະນາຮ່ວມກັນຢ່າງຍຸ ຕິທໍາ ທັງສາມາດຊົມໃຊ້ໝາກຜົນ ຂອງການພັດທະນາຢ່າງໂປ່ງໃສ ແລະ ຍຸຕິທຳ; ສືບຕໍ່ດໍາເນີນການແກ້ ໄຂຄວາມທຸກຍາກຂອງປະຊາຊົນ ຢ່າງເປັນລະບົບ ແລະ ຮັບປະກັນ ຄວາມຍືນຍົງ. ການສ້າງ ແລະ ບູລະນະນະໂຍ ບາຍ ກໍຄືກົນໄກຊຸກຍູ້ສົ່ງເສີມເພື່ອ ພັດທະນາພື້ນຖານເສດຖະກິດ- ສັງ ຄົມຢູ່ເຂດຊົນນະບົດ, ບັນດາຊົນເຜົ່າ ທີ່ຢູ່ເຂດຫ່າງໄກ, ລວມທັງບັນດາ ເປົ້າໝາຍທີ່ຍັງດ້ອຍໂອກາດ ເພື່ອ ສ້າງໂອກາດ ແລະ ເງື່ອນໄຂອັນຈໍາ ເປັນ ຮັບປະກັນໃຫ້ມີການພັດທະນາ ທີ່ເທົ່າທຽມກັນລະຫວ່າງເຜົ່າ ແລະ ຊັ້ນຄົນ, ເພດ, ໄວໃນສັງຄົມ; ກໍານົດ ແລະ ຈັດຕັ້ງປະຕິບັດແຜນການ, ໂຄງການ ແລະ ບັນດາມາດຕະການ ຕົວຈິງ ໃນການສົ່ງເສີມການສ້າງ ອາຊີບທີ່ໝັ້ນຄົງ, ສ້າງຕໍາແໜ່ງ ງານ ແລະ ເພີ່ມທະວີການຝຶກສີມື ແຮງງານ ເພື່ອສະໜອງໃຫ້ຕໍາແໜ່ງ ງານທີ່ເກີດຂຶ້ນຢ່າງພຽງພໍ ແລະ ມີ ຄຸນນະພາບ, ຄຸ້ມຄອງແຮງງານ ຈາກຕ່າງປະເທດຢ່າງຮັດກຸມ, ເຂັ້ມ ງວດ ເພື່ອຮັບປະກັນຜົນປະໂຫຍດ ຂອງຜູ້ອອກແຮງງານລາວ; ຍົກ ລະດັບການສະກັດກັ້ນ ແລະ ແກ້ໄຂ ຜົນຮ້າຍຈາກບັນຫາຢາເສບຕິດໃຫ້ ເປັນໜ້າທີ່ຕົ້ນຕໍ ແລະ ເປັນສ່ວນໜຶ່ງ ໃນວາລະແຫ່ງຊາດ ເຊິ່ງຕ້ອງປຸກ ລະດົມການເຂົ້າຮ່ວມຂອງທົ່ວສັງ ຄົມຢ່າງແຂງແຮງ ແລະ ຕໍ່ເນື່ອງ. ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==