5691

xtgmf]k; 6 29/08/2023 glf4tdfy {l'a 7,q glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ສຸພາສະຫວັນ g,nv'7q'g-3fo deoqf 16 dyf9tde8hvoIa[dkomjv'mjP; 3]dhk z6h.sh[=]ydko3fplkovvo]kp g8u[.spj0tspkp8q; ໂດຍ: ເກີດຂວັນໃຈ * ທຸລະກິດໃຫ້ບໍລິການຂົນສົ່ງ ໂດຍສານຜ່ານລະບົບອອນລາຍ ຫລື ແອບພລີເຄຊັນ ພວມໄດ້ຮັບ ຄວາມນິຍົມຢ່າງກວ້າງທົ່ວໂລກ ຍ້ອນ ຄວາມສະດວກສະບາຍ, ວ່ອງ ໄວ, ປະຢັດເວລາ, ລາຄາຖືກກວ່າ, ມີຄວາມປອດໄພ ແລະ ສັ່ງໄດ້ຕາມ ໃຈທີ່ລູກຄ້າຕ້ອງການ ຂະນະທີ່ບໍລິ ສັດໂລກ້າ (LOCA) ທຸລະກິດໃຫ້ ບໍລິການຂົນສົ່ງໂດຍສານຜ່ານລະ ບົບອອນລາຍໂດຍເປັນຂອງຄົນ ລາວເຮົາເອງພວມໄດ້ຮັບສົນໃຈ ແລະ ເຊື່ອໝັ້ນຈາກຄົນລາວ ລວມທັງຊາວ ຕ່າງປະເທດຢ່າງຫລວງຫລາຍ. ປັດຈຸບັນ, ການບໍລິການຂົນສົ່ງ ໂດຍສານຢູ່ໃນຕົວເມືອງໃຫຍ່ແມ່ນ ມີຫລາກຫລາຍຮູບແບບເຊັ່ນ: ລົດ ເມ, ຕັກຊີ, ຕຸກໆ, ຈໍາໂບ້, ລົດຈັກ ແລະ ອື່ນໆ ເຊິ່ງມີລັກສະນະສະເພາະ ໃນເປົ້າໝາຍລູກຄ້າທີ່ແຕກຕ່າງ ກັນ. ແນວໃດກໍດີ, ໃນໄລຍະ 5 ປີມາ ນີ້ການບໍລິການຂອງບໍລິສັດໂລກ້າ (LOCA) ໄດ້ເປັນທາງເລືອກໃໝ່ ທີ່ຖືກຍອມຮັບຢ່າງກວ້າງຂວາງໃນ ສັງຄົມ. ທ່ານ ສຸລິໂຍ ວົງດາລາ ອໍານວຍ ການບໍລິສັດ ໂລກ້າ ລາຍງານເມື່ອ ບໍ່ດົນມານີ້ວ່າ: ໂລກ້າແມ່ນແອັບພລີ ຂໍ້ມູນທັງໝົດແລ້ວນັ້ນຈິ່ງຫັນເອົາ ຈຸດອອ່ນແລະທ່າແຮງທີ່ມີຢູ່ໃນບ້ານ ເຮົາມາປັບໃຫ້ເຂົ້າກັບຍຸກສະໄໝ ແລະ ໃຫ້ສອດຄ່ອງກັບແນວທາງ ຂອງ ພັກ-ລັດຖະບານຄື: ຫັນເປັນ ອຸດສາຫະກໍາທັນສະໄໝ, ຫັນເປັນ ເສດຖະກິດດິຈີຕອນ ແລະ ການພັດ ທະນາຍືນຍົງສີຂຽວ. ສະນັ້ນເຮົາ ຈິ່ງມີຈຸດເລີ່ມຕົ້ນເຮັດໄປນໍາ, ເບິ່ງ ສະພາບການຂອງໂລກໄປນໍາ ແລະ ຖອດຖອນບົດຮຽນໄປເລື້ອຍໆ ເຊິ່ງ ໄລຍະທີ່ພວກເຮົາເລີ່ມທຸລະກິດ ໃໝ່ໆເຫັນວ່າລົດທີ່ຈະມາໃຫ້ບໍລິ ການກໍຍັງມີບໍ່ຫລາຍ ແຕ່ມາຮອດ ປັດຈຸບັນພວກ ເຮົາມີສະມາຊິກທີ່ ມາຈາກຫລາກຫລາຍອາຊີບ ເຂົ້າ ຮ່ວມທຸລະກິດກັບພວກເຮົາຫລາຍ ກວ່າ 850 ຄົນພວມໃຫ້ບໍລິການຢູ່ ນະຄອນຫລວງວຽງຈັນ, ຈໍາປາສັກ ແລະ ຫລວງພະບາງ ໃນນັ້ນ ມີສະມາ ຊິກຫລາຍກວ່າ 250 ຄົນແມ່ນນໍາ ໃຊ້ລົດໄຟຟ້າມາໃຫ້ບໍລິການ, ອັນໄດ້ ສ້າງວຽກເຮັດງານທໍາ ແລະ ສ້າງ ລາຍຮັບເພີ່ມໃຫ້ກັບເຂົາເຈົ້າເປັນ ຫລັກລ້ານ ຫລື ຫລາຍລ້ານກີບ ຕໍ່ ເດືອນ, ຕົວຢ່າງມີບາງຄົນສາມາດ ຫາເງິນໄດ້ເຖິງ 10-20 ລ້ານກີບ ຕໍ່ ເດືອນກໍມີ. ພ້ອມດຽວກັນນັ້ນຕັກຊີ ໂລກ້າ ຍັງເປັນບໍລິສັດທີ່ຊ່ວຍສ້າງ ລາຍຮັບໃຫ້ລັດຖະບານ ຈາກການ ເກັບອາກອນຊົມໃຊ້ໃນການບໍລິ ການແຕ່ລະຄັ້ງອີກດ້ວຍ, ຄາດວ່າ ພາຍໃນປີ 2025 ຕັ້ງເປົ້າໝາຍຈະ ມີຕັກຊີໃນລະບົບຂອງພວກເຮົາ ຫລາຍກວ່າ 1.000 ຄັນ.ໃນນັ້ນ ຈະເປັນລົດໄຟຟ້າ 500 ຄັນ ແລະ ຮອດປີ 2030 ແມ່ນຈະ ຫັນເປັນ ຕັກຊີລົດໄຟຟ້າໃຫ້ໄດ້ 100% ແລະ ຈະມີຕັກຊີລົດໄຟຟ້າຫລາຍກວ່າ 5.000 ຄັນ ເຊິ່ງປະກອບສ່ວນສົ່ງ ເສີມການພັດທະນາຍືນຍົງ ທັງເປັນ ມິດຕໍ່ສິ່ງແວດລ້ອມ ກໍຄືຫລຸດຜ່ອນ ການປ່ອຍມົນລະພິດສູ່ອາກາດ. ທ່ານສຸລິໂຍກ່າວວ່າ: ຕັກຊີໂລ ກ້າ ສາມາດຕອບໂຈດທຸກການເດີນ ທາງຂອງລຸກຄ້າໄດ້ເປັນຢ່າງດີ ດ້ວຍບໍລິການທີ່ມີລາຄາຖືກກວ່າ, ສະຖານທີ່ນັດໝາຍແນ່ນອນ, ມີ ຄວາມປອດໄພທັງກາງເວັນ ແລະ ກາງຄືນ, ໂດຍມີຂັ້ນຕອນການກວດ ກາປະຫວັດຄົນຂັບລົດທຸກໆຄົນ, ຜ່ານການເຊັນໃບຢັ້ງຢືນຈາກບ້ານ, ມີໃບແຈ້ງໂທດ ແລະ ເອກະສານທີ່ ສະແດງທີ່ຢູ່ເປັນຫລັກແຫລ່ງພ້ອມ ຄອບຄົວ, ມີປະກັນໄພອຸປະຕິເຫດ ສູງເຖິງ 500 ລ້ານກີບຕໍ່ຄັ້ງ, ໃຫ້ບໍລິ ການທີ່ເປັນທໍາ ແລະ ລາຄາໂປ່ງໃສ ໂດຍລະບົບຂອງໂລກ້າຈະເປັນຜູ້ ກໍານົດ ແລະ ຄໍານວນລາຄາທີ່ສະ ແດງໃຫ້ຜູ້ໃຊ້ບໍລິການແລະຜູ້ໃຫ້ບໍ ລິການໄດ້ເຫັນພ້ອມກັນເພື່ອໃຫ້ລູກ ຄ້າໝັ້ນໃຈໄດ້ວ່າຈະບໍ່ຖືກໂກງລາ ພາບປະກອບ * ຫລາຍທ່ານອາດເຄີຍໄດ້ຍິນ ໄດ້ຟັງວາລີໜຶ່ງທີ່ຄຸ້ນຫູຍັງບໍ່ຈາງ ຫາຍຄື “ໝາກຟ້າວນາໄຊ ປີ້ງໄກ່ ນາປົ່ງ ເຫລົ້າຂາວເມືອງຄົງ ລຳວົງ ສາລະວັນ” ຊຶ່ງສະທ້ອນໃຫ້ເຫັນແງ່ ມູມວິຖີຊີວິດ, ການທໍາມາຫາກິນ, ມູນເຊື້ອອັນດີງາມຂອງບັນພະບູລຸດ ແລະ ທໍາມະຊາດອັນສວຍສົດງົດ ງາມ ແລະ ກາຍເປັນທ່າແຮງປະກອບ ສ່ວນເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມ, ສົ່ງເສີມອຸດສາຫະກໍາ ທ່ອງທ່ຽວຂອງແຂວງສາລະວັນ. ທ່ຽວ 2024 ຮຽບຮ້ອຍແລ້ວ, ໃນນີ້ ລວມມີ: ປີ້ງໄກ່ນາປົ່ງ-ເຫລົ້າຂາວ ເມືອງຄົງ ເພາະເປັນສະຖານທີ່ທີ່ມີ ຊື່ສຽງ, ເປັນເອກະລັກ ແລະ ເປັນສິນ ຄ້າໜຶ່ງເມືອງໜຶ່ງຜະລິດຕະພັນຂອງ ເມືອງ, ຟັງໝໍລໍາ ແລະ ຟ້ອນລໍາວົງ ສາລະວັນ ຢູ່ບ້ານດິນກອກ, ທ່ອງ ທ່ຽວພູໂລ່ນນາປົ່ງ, ຖໍ້າເຂົ້າ, ຜາ ແຕ້ມພູລະຫິດ ( ຄໍາຕື້ ແດນງາມ), ຕາດແກ້ງກະຕ່າຍ, ລ່ອງເຮືອຊີມ ໝາກແຕງຫວານບ້ານຕານດຽວ, ໄຫວ້ພະໃຫຍ່ອົງຕື້, ທ່ຽວຊົມພະ ທາດກະເດົາທຶກ ແລະ ອື່ນໆ. ທ່ານເຈົ້າເມືອງໃຫ້ຮູ້ຕື່ມວ່າ: ຖືເອົາບູລິມະສິດທີ່ປີ້ງໄກ່ນາປົ່ງເຫລົ້າຂາວເມືອງຄົງ ໄດ້ຮັບກາໝາຍ ໂອດັອບ, ອົງການປົກຄອງເມືອງ ຈະຮ່ວມກັບບໍລິສັດເອກະຊົນ ເພື່ອ ພັດທະນາປີ້ງໄກ່ນາປົ່ງສູ່ຄຸນນະ ພາບໃໝ່, ມີຄວາມຍືນຍົງ ແລະ ຕິດ ພັນກັບການທ່ອງທ່ຽວ ເພື່ອໃຫ້ປະ ຊາຊົນ ກໍຄື ຜູ້ປະກອບການປີ້ງໄກ່ນາ ປົ່ງ ແລະ ອົງການປົກຄອງ ເມືອງມີ ລາຍຮັບຫລາຍຂຶ້ນກວ່າເກົ່າ. ປັດຈຸ ບັນທຸກກິດຈະກໍາທ່ອງທ່ຽວທີ່ກໍາ ນົດພວມໄດ້ຮັບການເອົາໃຈໃສ່ກະ ກຽມ ແລະ ປັບປຸງຢ່າງຕໍ່ເນື່ອງ ເພື່ອ ສ້າງຄວາມປະທັບໃຈທີ່ສຸດໃຫ້ນັກ ທ່ອງທ່ຽວທີ່ຈະມາທ່ຽວຊົມພາຍ ໃນເມືອງໃນໂອກາດປີທ່ອງທ່ຽວ ລາວ 2024 ທີ່ຈະມາເຖິງນີ້. ເມືອງຄົງເຊໂດນ ແມ່ນໜຶ່ງໃນ ຈໍານວນ 8 ເມືອງຂອງແຂວງສາລະ ວັນ ຕັ້ງຢູ່ທິດຕາເວັນຕົກຂອງແຂວງ ແລະ ຫ່າງຈາກສຳນັກງານແຂວງ ປະມານ 75 ກິໂລແມັດ, ຢູ່ລຽບເສັ້ນ ທາງຫລວງແຫ່ງຊາດ ເລກທີ 13 ໃຕ້, ມີນໍ້າເຊໂດນ ເປັນນໍ້າສາຍຫລັກ ທີ່ປຽບເໝືອນສາຍເລືອດໃຫຍ່ ຂອງເມືອງ, ມີຊາຍແດນຕິດຈອດ ແຕ່ລະດ້ານ ດັ່ງນີ້: ທິດເໜືອຕິດກັບ ເມືອງລະຄອນເພັງ, ທິດຕາເວັນ ອອກຕິດກັບເມືອງວາປີ ແລະ ເມືອງ ເລົ່າງາມ, ທິດໃຕ້ຕິດກັບເມືອງຊະ ນະສົມບູນ ແຂວງຈຳປາສັກ, ທິດ ຕາເວັນຕົກຕິດກັບປະເທດໄທ. ແຂວງສາລະວັນ ເປັນອີກແຂວງ ໜຶ່ງໃນ ສປປ ລາວ ທີ່ມີທ່າແຮງດ້ານ ການທ່ອງທ່ຽວ ຫວ່າງບໍ່ດົນນີ້, ອໍາ ນາດການປົກຄອງເມືອງຄົງເຊ ໂດນ, ແຂວງສາລະວັນ ໄດ້ປະກາດ ວ່າ: ພວມກະກຽມ ໃຫ້ແກ່ປີທ່ອງ ທ່ຽວລາວ 2024 ທີ່ຈະມາເຖິງນີ້ ໂດຍໄດ້ກໍານົດ 16 ກິດຈະກໍາ ຫລື ສະຖານທີ່ທ່ອງທ່ຽວສໍາຄັນ ຕາມ ທ່າແຮງ ແລະ ເງື່ອນໄຂເໝາະສົມ ພາຍໃນເມືອງ. ໂດຍ ທ່ານ ສະໄໝ ໂພທິສານ ເຈົ້າເມືອງຄົງເຊໂດນ ໄດ້ ໃຫ້ຮູ້ວ່າ: ທັງ 16 ກິດຈະກໍານີ້ ໄດ້ ສະ ເໜີໃຫ້ອົງການປົກຄອງແຂວງ ສາລະວັນ ກໍານົດເຂົ້າໃນລາຍການ ທ່ອງທ່ຽວ ໃນໂອກາດປີທ່ອງທ່ອງ ເຄຊັນໃຫ້ບໍລິການຕັກຊີອອນລາຍ ທີ່ເນັ້ນຄວາມທັນສະໄໝ ເຊິ່ງເປີດ ໃຫ້ບໍລິການແຕ່ປີ 2018 ເປັນຕົ້ນ ມາ, ເປັນທຸລະກິດບໍລິການ ໂດຍສານ ທີ່ເຕີບໃຫຍ່ຢ່າງວ່ອງໄວ ແລະ ໄດ້ ຮັບຄວາມນິຍົມຈາກຜູ້ໃຊ້ບໍລິການ ທັງພາຍໃນ ແລະ ຕ່າງປະເທດ ໂດຍ ຈຸດເລີ່ມຕົ້ນຂອງບໍລິການໂລກ້າ ແມ່ນມີຫລາຍເຫດຜົນທີ່ສະທ້ອນ ອອກມາຈາກຄວາມຮູ້ສຶກຂອງຜູ້ ໃຊ້ບໍລິການໂດຍສານຮູບແບບເດີມໆ ເຊັ່ນ: ບັນຫາການຖືກໂກງລາຄາ, ບໍ່ສາມາດໄປໃນທຸກເສັ້ນທາງ, ຜູ້ໃຫ້ ບໍລິການຈໍານວນໜຶ່ງຂາດຄວາມ ໜ້າເຊື່ອຖື, ບັນຫາຄວາມປອດໄພ ໃນການບໍລິການ ແລະ ບໍ່ສາມາດໃຫ້ ບໍລິການໄດ້ທຸກເວລາ, ຫລັງຈາກໄດ້ ຄາ ແລະ ບໍ່ວ່າທ່ານຈະຢູ່ໃສກໍສາ ມາດເອີ້ນລົດຕັກຊີຂອງໂລກາມາ ຮັບທ່ານໄດ້ຕະຫລອດ 24 ຊົ່ວໂມງ ພຽງແຕ່ເປີດແອັບຂຶ້ນມາແລ້ວກົດ ເອີ້ນເທົ່ານັ້ນລົດກໍຈະມາຮັບທ່ານ ພາຍໃນ 5 ນາທີ ຫລື ຂຶ້ນກັບໄລຍະ ຫ່າງ ໂດຍທ່ານບໍ່ຕ້ອງລໍຖ້າດົນ. ການຂະຫຍາຍ ແລະ ຕິດຕັ້ງຕູ້ ສາກລົດໄຟຟ້າຂອງໂລກ້າຈະເປັນ ຕູ້ເປັນແບບ DC ເຊິ່ງສາມາດສາກ ລົດໄຟຟ້າເຕັມ ພາຍໃນ 20-40 ນາທີ ເຊິ່ງເຮັດໃຫ້ລົດສາມາດໄປໄດ້ໄກ ປະມານ 200 ຫລື 300 ກິໂລແມັດ, ບໍ່ວ່າຈະເປັນລົດຍີຫໍ້BMW, BYD, Hyundai, Tesla, Volkswagen ແລະ ຍີຫໍ້ອື່ນໆ ເຊິ່ງຄາດວ່າຮອດປີ 2025 ຈະມີຕູ້ສາກໄຟຟ້າປະມານ 40 ຈຸດໃນທົ່ວປະເທດ. ທ່ານ ສຸລິໂຍ ຍັງອະທິບາຍວ່າ: ໃນອະນາຄົດທຸລະກິດຂົນສົ່ງໂດຍ ສານ ຍັງຈະມີອັດຕາຂະຫຍາຍຕົວໃນ ລະດັບສູງໄປອີກ ຖ້າເຮົາມີລະບົບ ບໍລິການທີ່ດີໄປຄວບຄູ່ກັບການຂະ ຫຍາຍຕົວທາງເສດຖະກິດ-ສັງຄົມ ແລະ ຕົວເມືອງໄດ້ຮັບພັດທະນານັ້ນ ຈະເປັນປັດໄຈເຮັດໃຫ້ຄວາມຕ້ອງ ການຂົນສົ່ງໂດຍສານໃນສັງຄົມ ເພີ່ມຂຶ້ນເຊັ່ນກັນໂດຍຈາກການປະ ເມີນມູນຄ່າຂອງການຂົນສົ່ງ ໂດຍ ສານແບບພາບລວມຢູ່ປະເທດເຮົາ ໃນປັດຈຸບັນ ແມ່ນກວມເອົາ ປະມານ 20 ລ້ານໂດລາສະຫະລັດຕໍ່ປີ ໃນນີ້ 15 ລ້ານໂດລາສະຫະລັດ ແມ່ນເປັນ ການຂົນສົ່ງໂດຍສານຂອງພາກເອ ກະຊົນ ທີ່ປະກອບມີ ຕັກຊີ, ລົດສອງ ແຖວ, ຕຸກໆ, ຈໍາໂບ້ ແລະ ອື່ນໆ.

RkJQdWJsaXNoZXIy MTc3MTYxMQ==