5691

8ts]vf-u;yf0v'xtmko 7ew8 luraofvo c,jov5myfgrnjvxtgmf-kf xtgmf]k; 3 29/08/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ຢ່າຕົ່ງ ໂດຍ: ຄ້ອງໃໝ່ ບົດສະເໜີ lnj.\j .shI6hmao g,vn 'dkl u l,5 .llj q'j gl,u vk-u[7q'mujcdjxt-k-qo * ໃນປີ 1953, ປະທານ ຄໍາໄຕ ສີພັນດອນ ໄດ້ເຂົ້າເປັນສະມາຊິກພັກ ກອມມູນິດອິນດູຈີນ ທີ່ສໍານັກງານ ກອງບັນຊາການຄ້າຍທະຫານອາສາ ສະໝັກຫວຽດນາມ ກອງ 280; ໃນພິທີ ອັນມີຄວາມສໍາຄັນນັ້ນ, ປະທານ ຄໍາໄຕ ສີພັນດອນ ໄດ້ກ່າວປະຕິຍານດ້ວຍຄໍາ ເວົ້າສັ້ນໆ ແລະ ມີເນື້ອໃນໜັກແໜ້ນວ່າ: “ຊົ່ວຊີວິດຂອງຂ້າພະເຈົ້າ ຈະຊື່ສັດບໍລິ ສຸດຕໍ່ພັກ, ຂໍອຸທິດຊີວິດເພື່ອຊາດ, ເພື່ອ ພາລະກິດປົດປ່ອຍປະຊາຊົນລາວ ບັນ ດາເຜົ່າ”. ຕັ້ງແຕ່ເວລານັ້ນ ເປັນຕົ້ນມາ ຈາກບຸກຄົນທີ່ມີຈິດໃຈຮັກຊາດ, ຄຽດ ແຄ້ນສັດຕູ ປະທານ ຄໍາໄຕ ສີພັນດອນ ໄດ້ກາຍເປັນສະມາຊິກພັກກອມມູນິດ ອິນດູຈີນ ທີ່ມີອຸດົມການອັນແນວແນ່, ມີມານະຈິດປະຕິວັດອັນສູງສົ່ງ ແລະ ມີ ຄວາມເຊື່ອໝັ້ນອັນໜັກແໜ້ນ ຕໍ່ໄຊຊະ ນະສຸດທ້າຍຂອງການປະຕິວັດ. ຕໍ່ມາໃນປີ 1955-1962 ປະທານ ຄຳໄຕ ສີພັນດອນ ໄດ້ຮັບມອບໝາຍ ຊີ້ນໍາ- ບັນຊາປົກປັກຮັກສາ 2 ແຂວງ ເຕົ້າໂຮມ ແລະ ປະຕິບັດຄວາມຖືກຕ້ອງ ປອງດອງຊາດ ເຊິ່ງໃນເວລານີ້ ປະທານ ຄໍາໄຕ ສີພັນດອນ ໄດ້ຮັບມອບໝາຍໃຫ້ ເປັນຜູ້ຊີ້ນໍາຂະບວນການຢູ່ 10 ແຂວງ ແລະ ທັງເປັນພະນັກງານກວດກາປະຕິ ວັດສັນຍາເຊີແນວ ຂອງຄະນະກໍາມະ ການກວດກາສາກົນຢູ່ລາວ. ດ້ວຍໜ້າທີ່ ອັນສໍາຄັນຄືແນວນັ້ນ ປະທານ ຄໍາໄຕ ສີພັນດອນ ພ້ອມກັບບັນດາປະເທດສະ ມາຊິກອົງການກວດກາສາກົນໄດ້ເປັນ ເຈົ້າການກວດກາການຈັດຕັ້ງປະຕິບັດ ບັນດາຂໍ້ຕົກລົງຂອງສັນຍາເຊີແນວ ເພື່ອຊອກ ໃຫ້ເຫັນຂໍ້ຜິດພາດ ແລະ ການ ເຄື່ອນໄຫວທີ່ສະແດງອອກເຖິງການ ລະເມີດສັນຍາຂອງພວກປະຕິການຝ່າຍ ລາຊະອານາຈັກ, ທັງຕິດຕາມກໍາສະ ພາບການເຄື່ອນໄຫວຂອງສັດຕູ ແລ້ວ ສົ່ງຂ່າວ ລາຍງານໃຫ້ຝ່າຍປະຕິວັດ ເຮົາ; ພ້ອມກັນນັ້ນ ກໍປະຕິບັດໜ້າທີ່ປົກ ປ້ອງຄວາມຖືກຕ້ອງເປັນທໍາຂອງຝ່າຍ ປະເທດລາວ ແລະ ເຜີຍແບການກະທໍາ ທີ່ເປັນການ ລະເມີດສັນຍາຂອງພວກ ປະຕິການ. ໃນນາມຄະນະກໍາມະການກວດ ກາສາກົນ, ປະທານ ຄໍາໄຕ ສີພັນດອນ ໄດ້ພະຍາຍາມສ້າງຄວາມເຂົ້າໃຈ ແລະ ພະຍາຍາມຍາດແຍ່ງເອົາການສະ * ມີຄົນກັງວົນບໍ່ໜ້ອຍກ່ຽວກັບ ການຮັບສື່ອອນລາຍ ເພາະຈໍານວນ ບໍ່ໜ້ອຍສົນໃຈເລື່ຶອງກະຕຸກເສັ້ນ, ສ່ວນເລື່ອງດີໆມີຄົນຈໍານວນບໍ່ໜ້ອຍ ມັກເລື່ອນຜ່ານມາ ພໍຈື່ວ່າມັນພານ ຕາແຕ່ບໍ່ຮູ້ແມ່ນຫຍັງ...? ຕ່າງໆ ນາໆເພາະຄົນຈໍານວນບໍ່ໜ້ອຍມັກ ຂໍ້ມູນສື່ອອນລາຍ ທີ່ສັ້ນໆມີສີສັນ ການຕົບແຕ່ງສາກ...ເຮັດໃຫ້ມັນ ສວຍງາມ, ສ່ວນຂໍ້ມູນຍາວ ບາງຄົນ ເຫັນບໍ່ອ່ານ, ເລື່ອນຜ່ານໄປ ເຊິ່ງ ຄວາມຈິງຂໍ້ມູນຂ່າວສານໃນສື່ອອນ ລາຍມີຫລາກຫລາຍ, ຂ່າວ ແລະ ບົດ ມີລັກສະນະອະທິບາຍບັນຫາຕ່າງໆ ມັນຍ່ອມມີເນື້ອໃນອ່າວຍາວແດ່, ໝາຍວ່າມີທັງສັ້ນ ແລະ ຍາວຄຽງ ຄູ່ກັນໄປ, ສະນັ້ນ ເພື່ືອພິສູດຂໍ້ມູນກໍ່ ຕ້ອງໃຊ້ເວລາຈັກນ່ອຍ ໃນການຫາ ອ່ານແຫລ່ງອື່ນໆ, ຂໍ້ມູນອື່ນໆທີ່ປິ່ນ ອ້ອມ, ໝາຍວ່າຄວນຈະຊອກຮູ້ ຫລາຍດ້ານແດ່ນັ້ນລະ ແລະ ກໍ່ບໍ່ຄວນ ຕີລາຄາດ້ານດຽວວ່າສື່ອອນລາຍ ມີແຕ່ແນວເຊື່ອຖືບໍ່ໄດ້, ຕ້ອງໄດ້ຍອມ ຮັບກະແສຟອງການພັດທະນາ, ສໍາ ຄັນຮູ້ທັນສະພາບ. ການຮັບເອົາຂໍ້ມູນຂ່າວສານ ຜ່ານສື່ມວນຊົນ ມີຫລາຍທາງ: ອ່ານ, ຟັງ, ເບິ່ງ...ແຕ່ກ່ອນສັງຄົມໃຊ້ສື່ ແບບເກົ່າໂດຍສະເພາະສິ່ງພິມ (ໜັງ ສືພິມ, ວາລະສານ...)ນອກຈາກ ຂ່າວແລ້ວ, ຄົນສົນໃຈບັນດາຄໍລໍາ ແມ່ນຕາມຄວາມມັກ, ບາງຄົນກໍ່ສົນ ໃຈກິລາ ກໍ່ອ່ານກິລາ, ມັກສິລະປະກໍ່ ອ່ານຄໍລໍາ ສິລະປະ...ແບ່ງກັນເຫັນ ແຈ້ງ ເພາະໜ້າມີຈໍາກັດ, ມັນຕິດພັນ ກັບຕົ້ນທຶນການພິມນໍາແດ່ ແລະ ປັດ ໄຈອື່ນໆ. ສື່ໃໝ່ ເຖິງວ່າມີພື້ນຖານ ມາຈາກສື່ແບບເກົ່າ ໂດຍສະເພາະ ເນື້ອໃນ ທີ່ໄດ້ຮັບການພັດທະນາໃຫ້ ສອດຄ່ອງກັບຊ່ອງທາງການເຜີຍ ແຜ່, ຕິດພັນຂັ້ນຕອນການຜະລິດທີ່ ແຕກຕ່າງກັນ. ໃນທຸກມື້ນີ້ ບັນດາສື່ ຫລັກແບບເກົ່າ ກໍ່ໄດ້ຫັນສູ່ແບບໃໝ່ ໄປຄູ່ກັນ, ໝາຍວ່າ ມີທັງເນື້ອໃນ- ແສງ-ສີ-ສຽງ...ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການຂອງ ສັງຄົມທີ່ປ່ຽນແປງໄປນໍາການພັດ ທະນາ. ອັນໝາຍເຖິງການນໍາໃຊ້ສື່ ສັງຄົມ ຫລື ສື່ອອນລາຍ ນັ້ນລະ ເພື່ອ ໃຫ້ຂໍ້ມູນຂ່າວສານເຂົ້າເຖິງກຸ່ມເປົ້າ ໝາຍກວ້າງອອກ. ຊຸມທີ່ເປັນສື່ຫລັກ ແນ່ນອນແມ່ນຖືສໍາຄັນດ້ານເນື້ອໃນ ທີ່ຄວາມຮັບປະກັນ, ບໍ່ອາດບິດ ເບືອນ ຫລື ເຜີຍແຜ່ຂໍ້ມູນທີ່ບໍ່ຖືກຕ້ອງ ແມ່ນບໍ່ໄດ້. ບັນດາຂໍ້ມູນຂ່າວສານທີ່ ວົນວຽນໃສສື່ສັງຄົມແມ່ນຫລວງ ຫລາຍແທ້, ຖ້າບໍ່ຮັບດ້ວຍສະຕິ ແລະ ບໍ່ພິຈາລະນາຫລາຍດ້ານຕື່ມ ກໍ່ຈະ ຫລົງເຊື່ອບາງຂໍ້ມູນທີ່ຕົນມັກແຕ່ ບາງທີ່ມັນບໍ່ໄດ້ຖືກຕ້ອງໝົດນັ້ນ, ສໍາຄັນຕາມເກັບກໍານໍາຜູ້ຮູ້ເລື່ອງ ອອນລາຍມາ, ມີບາງປະເດັນແລກ ປ່ຽນ ຄື: - ເຫັນຂໍ້ມູນໃດໜຶ່ງທີ່ເຮົາສົນໃຈ ຄວນຊອກຫາເບິ່ງແຫລ່ງອື່ນໆທີ່ມີ ຫົວຂໍ້, ເນື້ອໃນຄືກັນ ຫລື ຄ້າຍຄືກັນ. - ສອບຖາມຄໍາເຫັນກັບໝູ່ຄູ່ຜູ້ທີ່ ຮູ້ຈັກເລືື່ອງນັ້ນໆອ່າວດີກວ່າເຮົາ. - ນໍາເອົາຫົວຂໍ້, ຂໍ້ມູນນັ້ນໆ ຄົ້ນ ຫາຜ່ານລະບົບອິນເຕີແນັດ ດ້ວຍ ຊ່ອງທາງອື່ນໆ ເຊິ່ງອາດຈະເຫັນຂໍ້ ມູນໃຫ້ເຮົາສົມທຽບຫລາຍຂຶ້ນ. - ສອບຖາມໄປຫາພາກສ່ວນ ກ່ຽວຂ້ອງ ຜ່ານບັນດາຊ່ອງທາງທີ່ ຕົນເອງສາມາດເຮັດໄດ້ ເຊັ່ນ ໂທລະ ສັບ, ຄົ້ນເບິ່ງນໍາໜ້າເພຈ ຫລື ເວັບ ໄຊຂອງພວກສ່ວນກ່ຽວຂ້ອງໂດຍ ກົງກັບປະເດັນນັ້ນໆ. - ເພື່ອຮັບປະກັນບໍ່ໃຫ້ຕົນຕົກ ເປັນເຫຍື່ອຂອງພວກຄົນບໍ່ໄດ້ ທີ່່ ຫວັງໃຫ້ເຮົາແຊ, ມີຄໍາເຫັນ, ຍົວະ ລົງທຶນ, ກູ້ຢືມ...ພະຍາຍາມສະຫງົບ ສະຕິອາລົມ, ເຖິງວ່າບັນຫານັ້ນມັນ ເຮັດໃຫ້ເຮົາສົນໃຈທີ່ສຸດ ຫລື ມັນ ອາດກ່ຽວຂ້ອງກັບອາຊີບເຮົາ, ຄົນ ໃກ້ຊິດເຮົາ... - ບໍ່ຄວນແຊທຸກຢ່າງທີ່ຜ່ານຕາ ທັງທີ່ບໍ່ໄດ້ອ່ານດີ, ພະຍາຍາມເປີດ ໃຈກວ້າງ ວ່າໂລກນີ້ບໍ່ແມ່ນມີແຕ່ເຮົາ ຫລື ຄອບຄົວເຮົາ, ເມື່ອມີຄົນຫລາຍ ຍ່ອມມີແນວຄິດຕ່າງ, ຈະໃຫ້ຖືກໃຈ ໝົດທຸກຄົນແມ່ນຍາກ. ສະຫລຸບວ່າ ຕ້ອງໄດ້ມີການສໍາ ຫລວດກວດກາຄືນຂໍ້ມູນທີ່ເຮົາສົນ ໃຈນັ້ນຜ່ານຫລາຍດ້ານ, ຊ້າແດ່ກໍ່ ຮັບປະກັນ ຄືຄໍາບູຮານທີ່ວ່າຊ້າໆໄດ້ ພ້າດວງງາມ, ຢາກໄວໃຫ້ຄານ ຢາກນານໃຫ້ແລ່ນ...ສື່ອອນລາຍມີ ຫລາກຫລາຍ, ທຸກຄົນມີສ່ວນຮ່ວມ ໄດ້, ສະນັ້ນ ຈຶ່ງເປັນເລື່ອງທໍາມະ ດາທີ່ມັນມີອັນສອດຫ້ອຍມາ, ປົນ ເປມາ ພາໃຫ້ເຮົາເຈັບຫົວຍ້ອນໃນ ບາງເທື່ອບາງຍາມ, ຄິດກ່ອນເຊື່ອ, ເຊື່ອໄວ້ໃນຫົວ-ໃຈ, ເລືອກເຟັ້ນໃຫ້ ເຫັນອັນຖືກ, ບໍ່ຖືກ. ອັນດີໃນສື່ ອອນລາຍ ກໍ່ມີຫລວງຫລາຍ, ສໍາ ຄັນເຮົາຈະເລືອກຮັບ? (ເນື່ອງໃນໂອກາດວັນເກີດຄົບຮອບ100 ປີ 08 ກຸມພາ 1924-08 ກຸມພາ 2024) ໜັບສະໜູນຈາກຄະນະກໍາມະການສາ ກົນ; ໃນຂະນະດຽວກັນ ກໍຍາດເວລາ ແລະ ຊອກທຸກເງື່ອນໄຂເພື່ອໄປເຂດທີ່ ໝັ້ນ ບ່ອນທີ່ກໍາລັງຕໍ່ຕ້ານຂອງພວກ ເຮົາໄດ້ຖອນອອກເພື່ອແນະນໍາ ແລະ ຈັດ ຕັ້ງການອົບຮົມການເມືອງ-ແນວຄິດ ໃຫ້ແກ່ພະນັກງານແລະປະຊາຊົນ ໃນ 10 ແຂວງ ໃຫ້ຮັບຮູ້ ແລະ ເຂົ້າໃຈກ່ຽວ ກັບສະພາບການປະຕິວັດໄລຍະໃໝ່; ພ້ອມກັນນັ້ນ ກໍຊຸກຍູ້ປະຊາຊົນໃຫ້ລຸກ ຂຶ້ນຕໍ່ສູ້ຕ້ານກົນອຸບາຍ ແລະ ການກະທໍາ ທີ່ເປັນການລະເມີດສັນຍາຂອງຝ່າຍ ກົງກັນຂ້າມ; ຊີ້ນໍາກ່ຽວກັບການປັບ ປຸງ ແລະ ຂະຫຍາຍອົງການຈັດຕັ້ງມະ ຫາຊົນ ທີ່ເຄື່ອນໄຫວເປີດເຜີຍ ແລະ ປິດ ລັບ ເພື່ອຮັບປະກັນການຕິດຕໍ່ພັວພັນ ລະຫວ່າງຮາກຖານ ກັບສູນກາງໃຫ້ມີ ຄວາມວ່ອງໄວ ແລະ ຮັບປະກັນ. ຄຽງ ຄູ່ກັນນັ້ນ, ປະທານ ຄໍາໄຕ ສີພັນດອນ ຍັງໃຊ້ຖານະກໍາມະການກວດກາສາ ກົນທີ່ເຄື່ອນໄຫວໄດ້ຢ່າງເປີດເຜີຍຖືກ ກົດໝາຍໄປຢ້ຽມຢາມອົງການ, ກົມກອງ ທະຫານຝ່າຍຂວາຈໍານວນໜຶ່ງ ເພື່ອ ໂຄສະນາອະທິບາຍ ແລະ ຂົນຂວາຍ ເຂົາເຈົ້າ ໃຫ້ສະໜັບສະໜູນຝ່າຍປະເທດ ລາວ. ຕະຫລອດເວລາໜຶ່ງປີກວ່າທີ່ ໄດ້ເຄື່ອນໄຫວຮ່ວມກັບ ຄະນະກວດກາ ສາກົນ ເພື່ອຕິດຕາມການຢຸດຍິງ, ຮອດ ທ້າຍປີ 1955 ປະທານ ຄໍາໄຕ ສີພັນ ດອນ ໄດ້ກັບຄືນເຂດທີ່ໝັ້ນແຂວງພົວ ພັນ ເພື່ອຮັບໜ້າທີ່ໃໝ່ໜ້າທີ່ໃໝ່ເປັນ ຫົວໜ້າເສນາທິການ ຊຶ່ງເປັນເວລາທີ່ ຫາກໍສໍາເລັດກອງປະຊຸມສ້າງຕັ້ງພັກ ປະຊາຊົນປະຕິວັດ (ພັກປະຊາຊົນ ປະຕິ ບັດໃນປັດຈຸບັນ) ດ້ວຍຜົນສໍາເລັດອັນ ເປັນປະຫັວດການ ຊຶ່ງປະທານ ໄກສອນ ພົມວິຫານ ໄດ້ຖືກເລືອກຕັ້ງເປັນເລຂາ ຄະນະຊີ້ນໍາສູນກາງພັກ (ເລຂາທິການ ໃຫຍ່ພັກປະຊາຊົນລາວ). ການສ້າງຕັ້ງພັກປະຊາຊົນລາວ ເປັນລາດລ້ຽວປະຫວັດສາດ ແຫ່ງການ ນໍາເອົາການຕໍ່ສູ້ຂອງປະຊາຊົນລາວ ບັນດາເຜົ່າ ກ້າວຂຶ້ນເຮັດສໍາເລັດໜ້າທີ່ ອັນສັກກາລະບູຊາ ແລະ ສູງສົ່ງນັ້ນຄື ການປົດປ່ອຍຊາດ, ນໍາເອົາຄວາມເປັນ ເອກະລາດມາໃຫ້ແກ່ປະເທດຊາດ ແລະ ອິດສະຫລະພາບມາໃຫ້ແກ່ປະ ຊາຊົນ. ເປັນຂີດໝາຍແຫ່ງການເຕີບ ໃຫຍ່ຂະຫຍາຍຕົວຂອງການປະຕິວັດ ລາວ, ດ້ວຍການນໍາພາອັນຖືກຕ້ອງ ແລະ ສະຫລາດສ່ອງໃສ ແລະ ເດັດດ່ຽວ ໜຽວແໜ້ນຂອງສູນກາງພັກ ຊຶ່ງມີ ປະ ທານ ໄກສອນ ພົມວິຫານ ເປັນຜູ້ນໍາ ໜ້າໂດຍມີການປະກອບສ່ວນອັນສໍາ ຄັນຂອງປະທານ ຄໍາໄຕ ສີພັນດອນ ໃນຖານະຜູ້ບັນຊາການສູງສຸດ ແລະ ໝູ່ * ເຖິງວ່າ ເມືອງກາສີ ແຂວງ ວຽງຈັນ ເປັນເມືອງມີພື້ນທີ່ພູດອຍ, ພູຜາຄອຍຊັນກວມຫລາຍກວ່າ 80% ແລະ ທົ່ງພຽງ 15% ກໍ່ຕາມ, ແຕ່ເມືອງດັ່ງກ່າວ ມີເງື່ອນໄຂທີ່ ສະດວກຫລາຍດ້ານທີ່ສາມາດສົ່ງ ເສີມໃຫ້ປະຊາຊົນບັນດາເຜົ່າມີອາ ຊີບໝັ້ນຄົງ ໂດຍສະເພາະມີດິນ ເໝາະແກ່ການຜະລິດກະສິກຳປູກ ຝັງ-ລ້ຽງສັດ, ມີເສັ້ນເລກທີ 13 ເໜືອ ຜ່ານ, ມີສະຖານີຍ່ອຍເສັ້ນທາງລົດ ໄຟ ລາວ-ຈີນ ແລະ ອື່ນໆ. ທັງໝົດ ເຫລົ່ານີ້ລ້ວນແລ້ວແຕ່ເປັນເງື່ອນ ສົ່ງເສີມການຜະລິດເປັນສິນຄ້າ ແກ້ ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ນັບມື້ຖອຍລົງເປັນກ້າວໆ. ທ່ານ ອຳໄພ ໂສລັດຕະນະວົງ ຮອງເຈົ້າເມືອງກາສີໃຫ້ສຳພາດ ເມື່ອບໍ່ດົນຜ່ານມາວ່າ: ຕະຫລອດ ໄລຍະຜ່ານມາ, ຄະນະນຳເມືອງຕົນ ກໍ່ໄດ້ວາງຄາດໝາຍຫລາຍດ້ານ ເພື່ອພັດທະນາເມືອງຕິດພັນກັບ ການປັບປຸງຊີວິດການເປັນຢູ່ກໍ່ຄືແກ້ ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ຮູ້ຕື່ມວ່າ: ນອກຈາກທີ່ກ່າວມາ ນັ້ນແລ້ວ ຍັງຈະໄດ້ສືບຕໍ່ສົ່ງເສີມ ການຜະລິດຂອງປະຊາຊົນບັນດາ ເຜົ່າໃຫ້ມີປັດໄຈໃໝ່, ມີໜໍ່ແໜງ ເປັນສິນຄ້າທີ່ມີລັກສະນະເປັນກຸ່ມ, ເປັນຟາມ ທັງສົ່ງເສີມໃຫ້ມີນຳໃຊ້ ເຄື່ອງຈັກທັນສະໄໝຂະໜາດໜ້ອຍ, ໂດຍສະເພາະພວກເຮົາກໍ່ມີແຜນ ສົ່ງເສີມປະຊາຊົນນຳໃຊ້ກົນຈັກ ເພື່ອດຳນາ, ຍົກສູງສະມັດຕະພາບ ການຜະລິດດີຂຶ້ນເທື່ອລະກ້າວ ໂດຍ ມີຂະແໜງກະສິກຳ ແລະ ປ່າໄມ້ ເປັນຜູ້ລົງຕິດຕາມຊຸກຍູ້. ໃນນັ້ນ, ເມືອງເປັນຜູ້ອອກທຶນໃນການຊື້ວັດ ຖຸອຸປະກອນ, ແນວພັນເຂົ້າ, ໄມ້ໃຫ້ ໝາກຕ່າງໆ ແລ້ວເອົາໄປໃຫ້ນັກ ຮຽນຢູ່ແຕ່ລະໂຮງຮຽນເປັນຜູ້ກ້າ ເບ້ຍ ດ້ວຍການນຳເອົາແນວພັນດີ ໄປຕິດຕາ ໂດຍແມ່ນຂະແໜງກະ ສິກຳ ແລະ ປ່າໄມ້ເປັນຜູ້ລົງໄປຕິດ ຕາມຊຸກຍູ້. ຂະນະທີ່ໄມ້ໃຫ້ໝາກ ຕ່າງໆ ແມ່ນເນັ້ນໃສ່ປະເພດໝາກ ກ້ຽງ, ໝາກພຸກ, ໝາກໄມ້ອື່ນໆ ຕາມທ່າແຮງເງື່ອນໄຂທີ່ເໝາະສົມ ຢູ່ແຕ່ລະບ້ານ. ຢ່າງໃດກໍ່ຕາມ ດ້ວຍການເອົາ ໃຈໃສ່ສົ່ງເສີມຂອງຄະນະນຳເມືອງ ນີ້, ເຮັດໃຫ້ມາຮອດປັດຈຸບັນ ການ ລ້ຽງສັດມີການຂະຫຍາຍຕົວເພີ່ມ ຂຶ້ນ ໂດຍທົ່ວເມືອງມີສັດຫລາຍກວ່າ 1,8 ແສນໂຕ. ໃນນັ້ນ, ມີງົວ-ຄວາຍ, ໝູ, ແບ້, ສັດປິກ ແລະ ປາ. ໂດຍສະເພາະແມ່ນລົງເລິກຂົງເສດ ຖະກິດ-ສັງຄົມນີ້, ກໍ່ໄດ້ສຸມໃສ່ການ ຜະລິດເປັນສິນຄ້າຂອງປະຊາຊົນ ເປັນຫລັກ ເພື່ອແນໃສ່ແກ້ໄຂຄວາມ ທຸກຍາກໃຫ້ນັບມື້ຫລຸດລົງ ທັງມີ ສະບຽງອາຫານພຽງພໍ ແລະ ຂາຍ ອອກຕ່າງແຂວງ ໂດຍສະເພາະຊຸກ ຍູ້ການປູກເຂົ້າ, ການລ້ຽງສັດໃຫຍ່, ການປູກໄມ້ໃຫ້ໝາກ ໂດຍມາຮອດ ປັດຈຸບັນຂະບວນການສົ່ງເສີມການ ປູກ-ການລ້ຽງຢູ່ພາຍໃນເມືອງ ແມ່ນເປັນຂະບວນຟົດຟື້ນພໍສົມ ຄວນ, ມີຄອບຄົວຕົວແບບການຜະ ລິດເພີ່ມຂຶ້ນ. ນີ້ແມ່ນບຸລິມະສິດທີ່ ທາງຄະນະນຳເມືອງຕົນໄດ້ສຸມໃສ່ ສົ່ງເສີມ. ພ້ອມດຽວນີ້, ກໍ່ໄດ້ສົ່ງເສີມ ການບໍລິການທາງຜ່ານເພາະວ່າ ເມືອງກາສີມີທ່າແຮງການບໍລິການ ທາງຜ່ານເປັນຕົ້ນມີເສັ້ນທາງຫລວງ ແຫ່ງຊາດເລກທີ 13 ເໜືອ, ມີເສັ້ນ ທາງລົດໄຟລາວ-ຈີນ ທີ່ມີສະຖານີ ຍ່ອຍຕັ້ງຢູ່ເມືອງກາສີ ແລະ ເສັ້ນ ທາງອື່ນໆຕື່ມອີກ ເຊິ່ງບັນດາເສັ້ນ ທາງດັ່ງກ່າວ ໄດ້ກາຍເປັນທ່າແຮງ ໃນການພັດທະນາຂົງເຂດເສດຖະ ກິດ-ສັງຄົມກໍ່ຄືການສົ່ງເສີມອາຊີບ ຄົງທີ່ໃຫ້ແກ່ປະຊາຊົນຢູ່ພາຍໃນ ເມືອງກາສີພວກເຮົາ. ທ່ານຮອງເຈົ້າເມືອງກາສີຍັງ ຄະນະການນໍາໃນກໍາລັງປະກອບອາ ວຸດຝ່າຍປະເທດລາວ ທີ່ໄດ້ຊີ້ນໍາ-ບັນ ຊາການຈັດຕັ້ງປະຕິບັດແຜນນະໂຍ ບາຍຫັນທິດຕໍ່ສູ້ດ້ວຍຄວາມເປັນເຈົ້າ ການສູງ, ທັງຕີສັດຕູ ທັງກໍ່ສ້າງ ກໍາລັງ ຈຶ່ງເຮັດໃຫ້ການປະຕິວັດເຮົາພົ້ນຈາກ ສະພາວະຄັບຂັນສ່ຽງເປັນສ່ຽງຕາຍ ໃນຊຸມປີ 1959-1960 ກັບຄືນ ຢູ່ໃນທ່າ ເປັນເຈົ້າການບຸກໂຈມຕີສັດຕູ, ຍາດ ເອົາໄຊຊະນະ ແລະ ພາການປະຕິວັດ ກ້າວສູ່ບາດກ້າວຂະຫຍາຍຕົວໃໝ່ ດ້ວຍຖ່ວງທ່າ ແລະ ກໍາລັງທີ່ເຂັ້ມແຂງ ກວ່າເກົ່າ, ໄຊຊະນະຂອງການຫັນທິດ ຕໍ່ສູ້ ແມ່ນໄຊຊະນະອັນຍິ່ງໃຫຍ່ ຂອງ ກອງທັບ ແລະ ປະຊາຊົນລາວ, ແມ່ນ ບາດກ້າວຂະຫຍາຍຕົວທີ່ມີລັກສະນະ ກ້າວກະໂດດ ແລະ ເຮັດໃຫ້ການປະຕິ ວັດລາວມີພື້ນຖານອັນໝັ້ນແກ່ນສໍາລັບ ການສືບຕໍ່ ຕໍ່ສູ້ຍາດເອົາໄຊຊະນະທີ່ຍິ່ງ ໃຫຍ່ກວ່າເກົ່າໃນຊຸມປີຕໍ່ມາ. ມາເຖິງປີ 1963-1975 ໃນໄລຍະ ນີ້ປະທານ ຄໍາໄຕ ສີພັນດອນ ຍັງເຮັດ ໜ້າທີ່ເປັນຜູ້ປະຈໍາການຄະນະ ເລຂາທິ ການສູນກາງພັກ ຊຶ່ງວຽກງານສ່ວນ ໃຫຍ່ ແມ່ນຂຶ້ນກັບຄວາມຮັບຜິດຊອບ ຂອງເພິ່ນ, ໂດຍສະເພາະ ແມ່ນວຽກຊີ້ ນໍາດ້ານການທະຫານ ແລະ ປ້ອງກັນ ຄວາມສະຫງົບ, ທັງວຽກງານຂົນ ຂວາຍກໍ່ສ້າງກໍາລັງ, ຂົນຂວາຍປະຊາ ຊົນ ເຮັດສົງຄາມກອງຫລອນຕີບັ່ນ ທອນກໍາລັງສັດຕູ ປະສານສົມທົບກັບ ກໍາລັງທະຫານຫລວງ; ທັງວຽກປຸກ ລະດົມຊຸກຍູ້ທະຫານກອງແລ ເຂົ້າຮ່ວມ ຂະບວນການປະຕິວັດ... ດ້ວຍການ ເຄື່ອນໄຫວອັນຕັ້ງໜ້າ ແລະ ການປະ ກອບສ່ວນອັນສໍາຄັນ ຂອງປະທານ ຄໍາໄຕ ສີພັນດອນ ຮ່ວມກັບໝູ່ຄະນະ, ຈຶ່ງສາມາດປັບປຸງ ແລະ ຂະຫຍາຍການ ຈັດຕັ້ງພັກ ແລະ ອົງການຈັດຕັ້ງມະຫາ ຊົນລົງຮອດຂັ້ນຕາແສງ ແລະ ບ້ານ;... ເຮັດໃຫ້ອົງການຈັດຕັ້ງແມ່ຍິງ, ຊາວ ໜຸ່ມກາຍເປັນກໍາລັງແຮງຂອງຂະ ບວນການຕໍ່ສູ້ກູ້ຊາດ. ພາບປະກອບ ກອງພັນທີ 2 ຜ່າວົງປິດລ້ອມ ຈາກທົ່ງໄຫຫີນ ໄປສູ່ເຂດທີ່ໝັ້ນ, ປະຊາຊົນໃຫ້ການຕ້ອນຮັບ

RkJQdWJsaXNoZXIy MTc3MTYxMQ==