5691

]k;{9u o lq j 'glu ,dkoIj ;,,n fh koglf4tdy fdko7h k dkomj v'mj P; lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 29/08/2023 xtgmf]k; ນາຍົກລັດຖະມົນຕີ... ປະທານສະພາແຫ່ງຊາດ... ຮອງປະທານປະເທດ... ນັກສຶກສາທິດສະດີ... ຂປລ. ໃນວັນທີ 25 ສິງຫາ 2023 ຜ່ານມານີ້, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ຮ່ວມກັບສະພາການຄ້າ ແຂວງຢຸນໜານ ສປ ຈີນ ປະຈຳລາວ ຈັດກອງປະຊຸມ ເພື່ອປຶກສາຫາລື ຟື້ນຟູການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການທ່ອງທ່ຽວລະ ຫວ່າງ ສປປ ລາວ ແລະ ສປ ຈີນ. ໃຫ້ກຽດເຂົ້າຮ່ວມຂອງທ່ານ ອາດ ສະພັງທອງ ສີພັນດອນ ເຈົ້າຄອງ ນະຄອນຫລວງວຽງຈັນ, ທ່ານ ເຈິ້ງ ຫົງ ປະທານສະພາການຄ້າແຂວງ ຢຸນໜານ ປະຈຳ ລາວ, ມີບັນດາຮອງ ລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ຈາກກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການ ຄ້າ ແລະ ອຸດສາຫະກຳແຫ່ງຊາດ ລາວ ກ່າວວ່າ: ກອງປະຊຸມໃນຄັ້ງ ນີ້, ເປັນນິມິດໝາຍອັນດີໃນການ ສ້າງເຄື່ອຂ່າຍທຸລະກິດ ລະຫວ່າງ ບັນດານັັກທຸລະກິດດ້ວຍກັນ ໂດຍ ສະເພາະການສົ່ງເສີມການຮ່ວມມື ລະຫວ່າງ ນັກທຸລະກິດ ລາວ-ຈີນ ແລະ ບັນດາປະເທດຕ່າງໆໃຫ້ມີ ຄວາມແໜ້ນແຟ້ນ, ນັບມື້ນັບຂະ ຫຍາຍຕົວ, ເລິກເຊິ່ງ ແລະ ມີປະສິດ ທິຜົນ ໂດຍຕ່າງຝ່າຍຕ່າງໄດ້ຮັບຜົນ ປະໂຫຍດ ເຊິ່ງຜູ້ເຂົ້າຮ່ວມໄດ້ປຶກ ສາຫາລືກັນກ່ຽວກັບແຜນການຈັດ ຕັ້ງປະຕິບັດວຽກງານເພື່ອສົ່ງເສີມ ການຮ່ວມມືດ້ານທຸລະກິດ ລາວຈີນ ໃຫ້ມີປະສິດທິຜົນ ໂດຍສະເພາະ ແມ່ນການສ້າງໂຄງການຮ່ວມກັນ ຕາມເສັ້ນທາງລົດໄຟ ລາວ-ຈີນ, ພ້ອມດຽວກັນນັ້ນ, ເພື່ອສ້າງຄວາມ ໄດ້ປຽບຮ່ວມກັນໃນການດຳເນີນ ທຸລະກິດໃນ ສປປ ລາວ ໃຫ້ສາ ມາດແຂ່ງຂັນກັບນັກລົງທຶນຈາກ ຕ່າງປະເທດ ເຊິ່ງ ສຄອຊ ໄດ້ສຶກສາ ຄົ້ນຄວ້າສ້າງໂຄງການປິ່ນອ້ອມ ເສັ້ນທາງລົດໄຟ ແລະ ມີຄວາມຕ້ອງ ການສູງໃນການຮ່ວມມືກັບຫົວ ໜ່ວຍທຸລະກິດຈີນ ພາຍໃນລາວ ແລະ ຕ່າງປະເທດ ເພື່ອຮ່ວມກັນ ສ້າງໂຄງການຕ່າງໆ ບໍ່ວ່າຈະແມ່ນ ໂຄງການ ໂລຈິສຕິກ, ກະສິກຳ, ອຸດ ສາຫະກຳ, ທ່ອງທ່ຽວ ແລະ ອື່ນໆ. ປັດຈຸບັນ ສຄອຊ ໄດ້ສ້າງຕັ້ງ ຄະນະກຳມະທິການສົ່ງເສີມການ ຮ່ວມມືທຸລະກິດ ລາວ-ຈີນ ປະຈຳ ສຄອຊ ເພື່ອອຳນວຍຄວາມສະ ດວກ, ສົ່ງເສີມການຮ່ວມມືທາງ ດ້ານທຸລະກິດລະຫວ່າງ ລາວ-ຈີນ ໃຫ້ນັບມື້ແໜ້ນແຟ້ນ, ມີການຂະ ຫຍາຍຕົວ ແລະ ມີປະສິດທິຜົນ, ຫລີກ ລ່ຽງບັນຫາຕ່າງໆທີ່ບໍ່ຈຳເປັນທີ່ ຈະສ້າງຜົນເສຍຫາຍໃຫ້ແກ່ການ ດຳເນີນທຸລະກິດ. ສຄອຊ ໄດ້ສຳ ເລັດສ້າງຕັ້ງຫ້ອງການຜູ້ຕາງໜ້າ ແຂວງຢຸນໜານ ເຊິ່ງຈະເປັນກຳລັງ ແຮງໃນການສົ່ງເສີມການຮ່ວມມື ທາງດ້ານທຸລະກິດ ລາວ-ຈີນ ເພື່ອ ຂະຫຍາຍຕະຫລາດສິນຄ້າລາວຢູ່ ສປ ຈີນ ແລະ ດຶງດູດເອົາການລົງ ທຶນທີ່ມີຄຸນນະພາບ ຈາກ ສປ ຈີນ ເຂົ້າ ມາ ສປປ ລາວ. ພ້ອມນີ້, ສຄອຊ ຍັງ ໄດ້ສຶກສາພັດທະນາສ້າງເຂດອຸດ ສາຫະກຳ ຢູ່ນະຄອນຫລວງວຽງ ຈັນ, ອຸດົມໄຊ ແລະ ແຂວງບໍລິຄຳໄຊ ເພື່ອນໍາໃຊ້ເສັ້ນທາງລົດໄຟ ລາວຈີນ ໃຫ້ເກີດປະໂຫຍດສູງສຸດ. ທ່ານ ອຸເດດ ສຸວັນນະວົງ ກ່າວ ອີກວ່າ: ໃນຊຸມປີຜ່ານມາເຖິງວ່າ ຈະມີຜົນກະທົບຈາກພະຍາດໂຄ ວິດ-19 ກໍຕາມແຕ່ການຮ່ວມມືດ້ານ ເສດຖະກິດ, ການຄ້າຂອງສອງປະ ເທດ ລາວ-ຈີນ ບໍ່ໄດ້ຫລຸດລົງ, ມີ ການຂະຫຍາຍຕົວຢ່າງຕໍ່ເນື່ອງ, ເພີ່ມຂຶ້ນເຖິງ 31%. ປັດຈຸບັນ ສປ ຈີນ ໄດ້ແຊງປະເທດໄທ ເປັນອັນດັບ 1 ຄູ່ຮ່ວມການຄ້າຂອງ ສປປ ລາວ ເຊິ່ງນັກລົງທຶນຈາກ ສປ ຈີນ ທີ່ໄດ້ ມາລົງທຶນ ຢູ່ສປປ ລາວ ແມ່ນມີທຸກ ຂະແໜງການ, ມີຫລາຍກວ່າ 920 ໂຄງການ, ລວມມູນຄ່າຫລາຍກວ່າ 13 ຕື້ໂດລາສະຫະລັດ ເຊິ່ງຍັງຄົງ ເປັນອັນໜຶ່ງໃນການລົງທຶນຕ່າງປະ ເທດໃນລາວ. ໃນວັນດຽວກັນ, ກຸ່ມບໍລິສັດຈາກ ສປ ຈີນ ກໍໄດ້ເຊັນສັນຍາ ເພື່ອດຳ ເນີນທຸລະກິດ ຢູ່ ສປປ ລາວ ຕື່ມອີກ. ຂ່າວ: ທະນູທອງ ຂໍ້ມູນ-ພາບ: ສຄອຊ ສາມາດ ແລະ ປະສົບການທີ່ກວ້າງ ຂວາງ ພາຍໃຕ້ການບໍລິຫານງານ ຂອງທ່ານ ລາຊະອານາຈັກໄທກໍຄື ປະຊາຊົນໄທ ຈະສືບຕໍ່ມີຄວາມຈະ ເລີນກ້າວໜ້າ ແລະ ພັດທະນາຍິ່ງໆ ຂຶ້ນ. ພ້ອມນີ້, ທ່ານນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ກໍໄດ້ຕີລາ ຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຖານ ບ້ານໃກ້ເຮືອນຄຽງທີ່ດີ ລະຫວ່າງ ສອງປະເທດ ລາວ ແລະ ໄທ ທີ່ມີ ມາແຕ່ດົນນານ ແລະ ໄດ້ຮັບການ ເສີມຫຍາຍຂຶ້ນເປັນກ້າວໆມາ ພາຍ ຫລັງທີ່ສອງປະເທດ ໄດ້ສ້າງຕັ້ງ ສາຍພົວພັນການທູດນຳກັນ ໃນວັນ ທີ 19 ທັນວາ 1950 (73 ປີ) ແລະ ການເປັນຄູ່ຮ່ວມມືຍຸດທະສາດເພື່ອ ການຈະເລີນເຕີບໂຕ ແລະ ການພັດ ທະນາແບບຍືນຍົງ ໃນປີ 2022 ຜ່ານມາ. ການໂອ້ລົມທາງໄກຄັ້ງນີ້, ທ່ານ ນາຍົກລັດຖະມົນຕີທັງສອງປະ ເທດ ໄດ້ມີການແລກປ່ຽນຄວາມຄິດ ເຫັນ ເພື່ອເພີ່ມທະວີການພົວພັນ ແລະ ຮ່ວມມືລະຫວ່າງສອງປະ ເທດ ເຊິ່ງມີຄວາມເປັນເອກະພາບ ຮ່ວມກັນ ໃນການສືບຕໍ່ຮ່ວມມືທາງ ດ້ານເສດຖະກິດ, ສ້າງສະພາບ ແວດລ້ອມໃຫ້ແກ່ການຄ້າ-ການລົງ ທຶນບົນພື້ນຖານເພິ່ງພາ ເຊິ່ງກັນ ແລະ ກັນ ແລະ ຍືນຍົງໂດຍສະເພາະ ເລັ່ງໃສ່ການພັດທະນາພື້ນຖານ ໂຄງລ່າງ, ການເຊື່ອມໂຍງ-ເຊື່ອມ ຈອດກັບພາກພື້ນ-ອະນຸພາກພື້ນ ເຊັ່ນ: ການພັດທະນາເສັ້ນທາງ, ການເຊື່ອມຈອດລະບົບລາງ, ຂົວ ມິດຕະພາບ, ການເຊື່່ອມຈອດຕາ ຂ່າຍໄຟຟ້າ ແລະ ອື່ນໆ ໃຫ້ມີຄວາມ ໂລ່ງລ່ຽນ. ນອກນີ້, ທັງສອງປະ ເທດ ຈະສືບຕໍ່ຮ່ວມມືກັນທາງດ້ານພະລັງ ງານໄຟຟ້າສະອາດ ເພື່ອສ້າງຄວາມ ໝັ້ນຄົງທາງດ້ານພະລັງງານ ແລະ ຕອບສະໜອງໃຫ້ແກ່ການພັດທະ ອຸດສາຫະກໍາ ລວມທັງການສະ ໜອງພະລັງງານໃຫ້ແກ່ປະເທດທີ 3 ຕາມແຜນພັດທະນາ ແລະ ເຊື່ອມ ໂຍງຕາຂ່າຍໄຟຟ້າຂອງອາຊຽນ ເທື່ອລະກ້າວ ລວມທັງການສະໜັບ ສະໜູນ ສປປ ລາວ ໃນການເປັນ ປະທານອາຊຽນ ໃນປີ 2024. ພ້ອມດຽວກັນ, ທ່ານ ສອນໄຊ ສີພັນດອນ ໄດ້ເຊື້ອເຊີນທ່ານນາຍົກ ລັດຖະມົນຕີ ແຫ່ງ ລາຊະອານາ ຈັກໄທ ເດີນທາງມາຢ້ຽມຢາມສາ ທາລະນະລັດ ປະຊາທິປະໄຕປະຊາ ຊົນລາວ ເຊິ່ງທ່ານນາຍົກລັດຖະມົນ ຕີໄທ ສະແດງຄວາມຂອບໃຈທີ່ໄດ້ ພົບປະໂອ້ລົມທາງໂທລະສັບຄັ້ງ ນີ້ ແລະ ຍິນດີທີ່ຈະເດີນທາງມາ ຢ້ຽມຢາມສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ພາຍຫລັງ ສຳເລັດການປະກອບຄະນະລັດຖະ ບານ ເຂົ້າບໍລິຫານປະເທດ. ຂ່າວ-ພາບ:ກິຕາ 1.849 ເຮັກຕາ, ເສຍຫາຍ 1.747 ເຮັກຕາ, ສວນກ້ວຍເສຍຫາຍ 289 ເຮັກຕາ, ສວນຢາງພາລາເສຍຫາຍ 66 ເຮັກຕາ ແລະ ເນື້ອທີ່ສວນພືດ ຜັກຕ່າງໆ 10 ເຮັກຕາ. ນອກນັ້ນ ຍັງມີພາຫະນະ, ກົນຈັກເພື່ອນໍາໃຊ້ ເຂົ້າໃນການຜະລິດ ແລະ ສັດລ້ຽງ ຂອງປະຊາຊົນເສຍຫາຍເປັນຈໍາ ນວນຫລາຍ, ລວມເຖິງລະບົບຊົນ ລະປະທານ, ເສັ້ນທາງຄົມມະນາຄົມ ແລະ ພື້ນຖານໂຄງລ່າງດ້ານການ ສຶກສາ, ສາທາລະນະສຸກ ແລະ ຫົວໜ່ວຍທຸລະກິດ, ຫ້າງຮ້ານກໍໄດ້ ຮັບຜົນກະທົບຢ່າງໜັກ. ສໍາລັບ ເຫດການດິນເຊາະເຈື່ອນເສັ້ນທາງ ເລກ 8A ຢູ່ເຂດພູໄຮ ລະຫວ່າງ ບ້ານຄູນຄຳ ເມືອງຄູນຄໍາ ແຂວງ ຄໍາມ່ວນ ຫາ ບ້ານໜອງກອກ ເມືອງ ຄຳເກີດ ແຂວງບໍລິຄຳໄຊ ມີຄວາມ ຍາວທັງໝົດ 11 ກິໂລແມັດ, ປັດຈຸ ບັນຍັງມີລົດຕິດຄ້າງ 7 ຄັນ, ສ່ວນ ການສ້ອມແປງເສັ້ນທາງເຂດດັ່ງ ກ່າວ ເຖິງວ່າການບຸກເບີກຈະເຊື່ອມ ຈອດຫາກັນໄດ້ແຕ່ກໍຍັງຕ້ອງໄດ້ ປັບປຸງປົວແປງຕື່ມ ເພື່ອໃຫ້ສາມາດ ນໍາໃຊ້ໄດ້. ສ່ວນການຊົມໃຊ້ໄຟຟ້າ ປັດຈຸບັນສາມາດແກ້ໄຂໄດ້ແລ້ວ ຈໍານວນ 9 ບ້ານ ໂດຍນຳໃຊ້ໄຟຟ້າ ຈາກບໍລິສັດເທີນ-ຫີນບູນຊົ່ວຄາວ. ໂອກາດດັ່ງກ່າວ, ທ່ານ ບຸນທອງ ຈິດມະນີ ໄດ້ສະແດງຄວາມເປັນ ຫ່ວງເປັນໄຍຕໍ່ປະຊາຊົນທີ່ໄດ້ຮັບ ຜົນກະທົບ, ພ້ອມທັງຊົມເຊີຍຄວາມ ເອົາໃຈໃສ່ ຂອງການນຳພັກ-ລັດຖະ ບານຕະຫລອດຮອດອົງການປົກ ຄອງທ້ອງຖິ່ນ ແລະ ທຸກພາກສ່ວນ ອົງການຈັດຕັ້ງສັງຄົມທີ່ໄດ້ເປັນ ເຈົ້າການເອົາໃຈໃສ່ຮ່ວມກັນແກ້ໄຂ ບັນຫາທີ່ເກີດຂຶ້ນດ້ວຍຄວາມຮັບ ຜິດຊອບ, ພ້ອມນັ້ນ, ໄດ້ຮຽກຮ້ອງ ໃຫ້ເລັ່ງປັບປຸງພື້ນຖານໂຄງລ່າງ ແລະ ສືບຕໍ່ຊ່ວຍເຫລືອ ແກ້ໄຂຊີວິດ ການເປັນຢູ່ຂອງປະຊາຊົນທີ່ຖືກ ຜົນກະທົບອີງໃສ່ທ່າແຮງຂອງແຕ່ ລະທ້ອງຖິ່ນ ເພື່ອໃຫ້ປະຊາຊົນໄດ້ ທໍາການຜະລິດ ເຮັດໃຫ້ການຟື້ນຟູ ຊີວິດການເປັນຢູ່ເຂົ້າສູ່ສະພາບປົກ ກະຕິໂດຍໄວ, ຕະຫລອດຮອດການ ກະກຽມພື້ນຖານໂຄງລ່າງທາງ ດ້ານການສຶກສາ ໃຫ້ແກ່ການເປີດ ສົກຮຽນໃໝ່ ແລະ ການຮັກສາສຸຂະ ພາບຕ່າງໆ, ການຈັດຕັ້ງທຸກຂັ້ນກໍ ຕ້ອງເພີ່ມທະວີຄວາມຮັບຜິດຊອບ ເປັນເຈົ້າການສືບຕໍ່ໃນການນໍາພາຊີ້ນໍາປະຊາຊົນ ແລະ ເຝົ້າລະວັງຕໍ່ ສະພາບບັນຫາໄພພິບັດທາງທໍາມະ ຊາດ ທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ. ໃນໂອກາດດຽວກັນນີ້, ທ່ານ ບຸນທອງ ຈິດມະນີ ຍັງໄດ້ນຳເອົາ ເຄື່ຶອງອຸປະໂພກ-ບໍລິໂພກ, ຢາປົວ ພະຍາດ ແລະ ອຸປະກອນການສຶກ ສາ, ພ້ອມທັງເງິນສົດ ຈໍານວນ 200 ລ້ານກີບ ມອບໃຫ້ແກ່ອຳນາດ ການປົກຄອງເມືອງຄູນຄໍາ. ຈາກ ນັ້ນ, ກໍໄດ້ສືບຕໍ່ເຄື່ອນໄຫວພົບປະ ກັບປະຊາຊົນຜູ້ທີ່ຖືກຜົນກະທົບ ຈາກໄພນໍ້າຖ້ວມ ຢູ່ບ້ານມ່ວງນໍ້າ ສາງ, ພ້ອມທັງໄດ້ໂອ້ລົມປະຊາຊົນ ແລະ ໄດ້ມອບເຄື່ອງອຸປະໂພກ-ບໍລິ ໂພກ ມູນຄ່າ 348 ລ້ານກີບ ໃຫ້ແກ່ ບ້ານດັ່ງກ່າວອີກດ້ວຍ. ຂ່າວ-ພາບ: ຫ້ອງວ່າການສູນກາງພັກ ຄູອາຈານ ແລະ ນັກສຶກສາທິດສະ ດີການເມືອງ-ການປົກຄອງຂັ້ນສູງ ຮຸ່ນທີ II ທີ່ໄດ້ເລືອກແຂວງສະຫວັນ ນະເຂດເປັນບ່ອນທັດສະນະສຶກສາ, ພົບປະແລກປ່ຽນບົດຮຽນໃນຄັ້ງນີ້ ເຊິ່ງໃນໄລຍະຜ່ານມາ ໂຮງຮຽນ ການເມືອງ ເເລະ ການປົກຄອງ ແຂວງສະຫວັນນະເຂດ ແລະ ສະຖາ ບັນການເມືອງການປົກຄອງແຫ່ງ ຊາດກໍໄດ້ປະກອບສ່ວນເຂົ້າໃນ ວຽກງານບໍາລຸງກໍ່ສ້າງພະນັກງານ ທາງດ້ານທິດສະດີການເມືອງການປົກຄອງ, ກໍ່ສ້າງບຸກຄະລາ ກອນທີ່ມີຄວາມຮູ້ຄວາມສາມາດ ເຂົ້າໃນຖັນແຖວພະນັກງານນຳພາຄຸ້ມຄອງແຕ່ລະຂັ້ນ. ພ້ອມນັ້ນ, ຍັງໄດ້ລາຍງານສະ ພາບການພັດທະນາເສດຖະກິດສັງຄົມ ຂອງແຂວງສະຫວັນນະເຂດ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງ ແຜນການ 6 ເດືອນທ້າຍປີ 2023 ໂດຍສັງເຂບ ໃຫ້ຄະນະດັ່ງກ່າວ ຮັບ ຊາບ ເຊິ່ງໃນໄລຍະ 6 ເດືອນຕົ້ນປີ 2023 GDP ຂອງແຂວງຂະຫຍາຍ ຕົວຢູ່ໃນລະດັບ 5,58% ຂອງ ແຜນການປີ (ແຜນການໝົດປີໃຫ້ ບັນລຸ 7,75%) ຄິດເປັນມູນຄ່າ 13.383,8 ຕື້ກີບ ຫລື ເທົ່າກັບ 50,24% ຂອງແຜນການປີ (26.641 ຕື້ກີບ) ສະເລ່ຍໃສ່ພົນລະ ເມືອງໄດ້ 22,3 ລ້ານກີບຕໍ່ຄົນ ຕໍ່ປີ (ແຜນການ 24.197.124 ກີບ). ໃນນັ້ນ, ຂະແໜງກະສິກຳເພີ່ມຂຶ້ນ ມັນເທື່ອທີ 5 ຂອງສະພາແຫ່ງ ຊາດ ຊຸດທີ IX ແລະ ກອງປະຊຸມ ສະໄໝສາມັນເທື່ອທີ 5 ຂອງສະພາ ປະຊາຊົນນະຄອນຫລວງວຽງຈັນ ຊຸດທີ II ຢູ່ເມືອງສັງທອງ ນະຄອນ ຫລວງວຽງຈັນ ແລະ ເຮັດວຽກຮ່ວມ ກັບຄະນະພັກ, ອົງການປົກຄອງ, ຂະແໜງການ, ພະນັກງານຫລັກ ແຫລ່ງ, ທະຫານ, ຕໍາຫລວດ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າເມືອງສັງ ທອງ. ພ້ອມນັ້ນ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຫລາຍບັນຫາສຳ ຄັນຕໍ່ຄະນະພັກ, ອຳນາດການປົກ ຄອງ ເມືອງສັງທອງ ດັ່ງນີ້: ໃຫ້ເພີ່ມທະວີການນໍາພາຮອບ ດ້ານຕໍ່ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບໃຫ້ມີ ຄວາມ ໜັກແໜ້ນ, ຍົກສູງສະຕິລະວັງຕົວ ຕໍ່ການເຄື່ອນໄຫວມ້າງເພທໍາລາຍ ຂອງອິດທິກໍາລັງປໍລະປັກ, ປັບປຸງ ສອງກໍາລັງໃຫ້ມີຄວາມເຂັ້ມແຂງ, ມີຄວາມຈົງຮັກພັກດີຕໍ່ປະຊາຊົນ, ຕໍ່ລະບອບໃໝ່; ເອົາໃຈໃສ່ຮັກສາ ຄວາມສະຫງົບ, ຄວາມເປັນລະບຽບ ຮຽບຮ້ອຍເຮັດໃຫ້ສັງຄົມມີຄວາມ ສະຫງົບປອດໄພ, ເປັນພື້ນຖານໃຫ້ ແກ່ການພັດທະນາເສດຖະກິດສັງຄົມ; ເອົາໃຈໃສ່ຊຸກຍູ້ສົົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ປະຊາຊົນເຮັດ ການຜະລິດກະສິກໍາ, ການລ້ຽງສັດ ເປັນສິນຄ້າປ້ອນຕະຫລາດຕ່າງໆ ໃນນະຄອນຫລວງວຽງຈັນ ເຊິ່ງ ເປັນບ່ອນຮອງຮັບຜົນຜະລິິດຂອງ ປະຊາຊົນ ໃນເງື່ອນໄຂທີ່ພວກເຮົາ ມີລົດໄຟຄວາມໄວສູງ, ທາງຍຸດທະ ສາດ ເລກທີ 13 ເໜືອ, ທາງດ່ວນ ນະຄອນຫລວງວຽງຈັນ-ວັງວຽງ ກໍເປັນທ່າແຮງໜຶ່ງຊຸກຍູ້ໃຫ້ແກ່ ການຜະລິດກະສິກໍາ, ການລ້ຽງສັດ ເປັນສິນຄ້າ ເພື່ອສ້າງວຽກເຮັດງານ ທໍາ, ສ້າງລາຍຮັບທີ່ໝັ້ນຄົງໃຫ້ແກ່ ປະຊາຊົນບັນດາເຜົ່າ. 2,20% ກວມເອົາ 22,95% (ແຜນປີ 25,58%), ອຸດສາຫະ ກຳເພີ່ມຂຶ້ນ 8,33% ກວມເອົາ 44,02% (ແຜນປີ 39,59%) ແລະ ຂະແໜງບໍລິການເພີ່ມຂຶ້ນ 4,37% ກວມເອົາ 33,03% (ແຜນປີ 34,83%). ໃນໂອກາດດຽວກັນ, ຄະນະຄູ ອາຈານ ແລະ ນັກສຶກສາທິດສະ ດີການເມືອງ ແລະ ການປົກຄອງ ຂັ້ນສູງ ຮຸ່ນທີ II ໄດ້ນຳເອົາເຄື່ອງ ອຸປະໂພກ-ບໍລິໂພກລວມມູນຄ່າ 32 ລ້ານກວ່າກີບ ໄປມອບໃຫ້ຫ້ອງ ວ່າການແຂວງສະຫວັນນະເຂດ ເພື່ອນຳໄປຊ່ວຍເຫລືອເບື້ອງຕົ້ນແກ່ ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກ ໄພນ້ຳຖ້ວມ. ຂ່າວ: ທະນູທອງ ເອົາໃຈໃສ່ການພັດທະນາຊັບ ພະຍາກອນມະນຸດ ໃຫ້ສອດຄ່ອງກັບ ຄວາມຮຽກຮ້ອງຕ້ອງການ ແລະ ສາມາດຕອບສະໜອງ ແກ່ການ ສ້າງສາພັດທະນາພາຍໃນເມືອງ ເປັນຕົ້ນ ການສ້າງນັກວິຊາການດ້ານ ການປູກຝັງ-ລ້ຽງສັດ ເພື່ອເຮັດໃຫ້ ການຜະລິດກະສິກໍາພາຍໃນເມືອງ ຂະຫຍາຍຕົວ ແລະ ມີຄວາມເຂັ້ມ ແຂງ; ສຶກສາອົບຮົມໃຫ້ປະຊາຊົນ ຮັກສາມູນເຊື້ອຄວາມສາມັກຄີປອງ ດອງ, ນໍ້າໃຈຮັກຊາດ ແລະ ເສຍສະ ລະ ເພື່ອຜົນປະໂຫຍດສ່ວນລວມ; ສ້າງສະຕິເຄົາລົບກົດໝາຍ ແລະ ການປະຕິບັດພັນທະຂອງປະຊາ ຊົນ; ເພີ່ມທະວີການຝຶກອົບຮົມສີມື ແຮງງານ ໃຫ້ມີຄຸນນະພາບ, ປະຊາ ຊົນມີວຽກເຮັດງານທໍາ, ມີລາຍຮັບ ແລະ ມີຊີວິດການເປັນຢູ່ທີ່ໝັ້ນຄົງ ດີຂຶ້ນ; ເພີ່ມທະວີຄວາມເອົາໃຈໃສ່ ໃຫ້ພໍ່ແມ່ປະຊາຊົນສາມາດເຂົ້າເຖິງ ການປິ່ນປົວຢ່າງກວ້າງຂວາງ, ສະ ດວກ ແລະ ມີປະສິດທິພາບ; ເອົາ ໃຈໃສ່ປັບປຸງໂຮງໝໍເມືອງ, ສຸກສາ ລາ ດ້ວຍການປະກອບອຸປະກອນ, ເຄື່ອງມືດ້ານການແພດ ທີ່ສາມາດ ຍົກສູງປະສິດທິພາບໃນການປິ່່ນ ປົວໃຫ້ສູງຂຶ້ນ; ເພີ່ມຄວາມສາມາດ ໃນການເຝົ້າລະວັງຕິດຕາມ, ບົ່ງມະ ຕິ, ຊອກຄົ້ນຫາ ແລະ ໂຕ້ຕອບກໍລະ ນີພະຍາດລະບາດໃຫ້ໄດ້ໄວ. ທ່ານ ປະທານສະພາແຫ່ງຊາດ ຍັງໄດ້ຊີ້ຍຳໃຫ້ປັບປຸງຄຸນນະພາບ ການສຶກສາ ໃຫ້ສູງຂຶ້ນ, ເອົາໃຈໃສ່ ການສ້າງ ແລະ ສ້ອມແປງໂຮງຮຽນ ເພື່ອອໍານວຍຄວາມສະດວກໃຫ້ແກ່ ລູກຫລານໄດ້ເຂົ້າຮຽນ, ປະກອບ ປິຶ້ມແບບຮຽນ, ອຸປະກອນການຮຽນ ພ້ອມທັງສ້າງເງື່ອນໄຂການເຂົ້າ ເຖິງການສຶກສາ ແລະ ຂະຫຍາຍຕາ ໜ່າງການສຶກສາໃຫ້ມີຄຸນນະພາບ ນັບມື້ສູງຂຶ້ນ ແລະ ທົ່ວເຖິງຢູ່ເຂດ ຫ່າງໄກສອກຫລີກ; ປັບປຸງກົງຈັກ ການຈັດຕັ້ງຕາມທິດກະທັດຮັດ, ສະ ກັດກັ້ນການນໍາໃຊ້ສິດ, ອໍານາດໃນ ທາງທີ່ບໍ່ຖືກກົດໝາຍຂອງພະນັກ ງານລັດ, ສ້າງເງື່ອນໄຂອໍານວຍ ຄວາມສະດວກໃຫ້ແກ່ປະຊາຊົນ ມີສ່ວນຮ່ວມເຂົ້າໃນວຽກງານບໍລິ ຫານລັດ, ສາມາດເຂົ້າເຖິງຂະບວນ ການຍຸຕິທໍາ ເຮັດໃຫ້ຄວາມເຊື່ອໝັ້ນ ຂອງປະຊາຊົນຕໍ່ການນໍາພາຂອງ ພັກ-ລັດ ໃຫ້ສູງຂຶ້ນ; ເພີ່ມທະວີການ ຊີ້ນໍານໍາພາຂອງອົງຄະນະພັກເມືອງ ຕໍ່ການເຄື່ອນໄຫວວຽກງານຂອງ ສະມາຊິກສະພາປະຊາຊົນນະຄອນ ຫລວງວຽງຈັນ ທີ່ປະຈໍາຢູ່ເມືອງ ສັງທອງ ໃຫ້ສາມາດເຄື່ອນໄຫວປະ ຕິບັດໜ້າທີ່ເປັນຕົວແທນຂອງປະ ຊາຊົນ ຕາມກົດໝາຍກໍານົດ, ຄົ້ນ ຄວ້າປະກອບບຸກຄະລາກອນຊ່ວຍ ວຽກລວມທັງສະຖານທີ່ເຮັດວຽກ ແລະ ອຸປະກອນຮັບໃຊ້ການເຄື່ອນ ໄຫວວຽກງານໃຫ້ມີຄວາມເໝາະ ສົມ ແນໃສ່ເຮັດໃຫ້ການປະຕິບັດໜ້າ ທີ່ວຽກງານເຂົ້າສູ່ລະບົບ ແລະ ມີ ປະສິດທິຜົນນັບມື້ສູງຂຶ້ນ. ສຳລັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ເຊິ່ງຈະໄດ້ມີ ການສະຫລຸບໃນທ້າຍປີນີ້, ເປັນໜ້າ ທີ່ການເມືອງສໍາຄັນຂອງອົງຄະ ນະ ພັກທຸກຂັ້ນ ຈະຕ້ອງໄດ້ພ້ອມກັນສູ້ ຊົນຈັດຕັ້ງປະຕິບັດ ແລະ ເພີ່ມທະວີ ການນໍາພາ-ຊີ້ນໍໍາພະນັກງານ, ທະ ຫານ, ຕໍາຫລວດກໍໍຄືປະຊາຊົນບັນ ດາເຜົ່າຈັດຕັ້ງປະຕິບັດວາລະແຫ່ງ ຊາດຢ່າງຕັ້ງໜ້າ ແລະ ຖືເປັນພັນທະ ຂອງພົນລະເມືອງທຸກຄົນ ເປັນຕົ້ນ ການປະຕິບັດນະໂຍບາຍປະຢັດມັດ ທະຍັດງົບປະມານຂອງລັດ, ຫລີກ ລ່ຽງການສ້າງແຜນການລົງທຶນ ຂອງລັດ ເກີນຄວາມສາມາດໃນ ການຊໍາລະສະສາງ ເຊິ່ງຈະເກີດ ໜີ້ສິນໃນອະນາຄົດ; ການຂຸດຄົ້ນ ແຫລ່ງລາຍຮັບ ແລະ ຊຸກຍູ້ສົ່ງເສີມປະ ຊາຊົນເຮັດການຜະລິດ ເພື່ອສ້າງ ຖານລາຍຮັບໃໝ່, ການແກ້ໄຂບັນ ຫາຮົ່ວໄຫລຂອງງົບປະມານ ແລະ ອື່ນໆ. ການສະກັດກັ້ນ ແລະ ແກ້ໄຂ ບັນຫາຢາເສບຕິດກໍເປັນວຽກ ງານ ທີ່ສໍາຄັນທັງເປັນໄພອັນຕະລາຍ ຕໍ່ໍ່ປະເທດຊາດ, ເປັນປາກົດການຫຍໍ້ ທໍ້ຂອງສັງຄົມ ຈຶ່ງໃຫ້ເອົາໃຈໃສ່ແກ້ ໄຂຢ່າງຈິງຈັງ ເພື່ອບໍ່ໃຫ້ສົ່ງຜົນ ກະທົບຕໍ່ລູກຫລານ ທີ່ເປັນອະນາຄົດ ຂອງປະເທດຊາດ. ນອກນັ້ນ, ການກະກຽມກອງປະ ຊຸມໃຫຍ່ 3 ຂັ້ນ ກໍເປັນວຽກງານ ໜຶ່ງທີ່ມີຄວາມສໍາຄັນ ເຊິ່ງອົງຄະນະ ພັກເມືອງສັງທອງ ຈະໄດ້ນໍາພາບັນ ດາຮາກຖານພັກຈັດຕັ້ງປະຕິບັດ ເປັນຕົ້ນ ການສ້າງຂະບວນການເພື່ອ ຍູ້ແຮງຂະບວນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI, ຄໍາສັ່ງ ຂອງຄະນະເລຂາທິການສູນ ກາງພັກ ກໍຄື ມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກນະຄອນຫລວງ, ມະຕິກອງປະຊຸມໃຫຍ່ອົງຄະນະພັກ ເມືອງ ໃຫ້ບັນລຸຕາມຄາດໝາຍທີ່ ວາງອອກຕິດພັນກັບຂະບວນການ ແຂ່ງຂັນຮັກຊາດ ແລະ ພັດທະນາ; ຫັນພະນັກງານ-ສະມາຊິກພັກຂອງ ຂະແໜງການຕ່າງໆລົງກໍ່ສ້າງຮາກ ຖານການເມືອງ ໃຫ້ກວ້າງຂວາງ, ທົ່ວເຖິງ ເພື່ອເລືອກເຟັ້ນເອົາພະນັກ ງານ-ສະມາຊິກພັກຜູ້ທີ່ດີເດັ່ນ, ມີ ມາດຕະຖານ, ເງື່ອນໄຂຄົບຖ້ວນປະ ກອບເຂົ້າໃນຄະນະພັກຂັ້ນຕ່າງໆ. ຄອບຄົວ. ສ່ວນເນື້ອທີ່ທໍາການຜະ ລິດຖືກນໍ້າຖ້ວມທັງໝົດ 22 ບ້ານ, ເນື້ອທີ່ 6.138 ເຮັກຕາ; ນາປີຖືກ ຖ້ວມ 3.924 ເຮັກຕາ, ເສຍຫາຍ 2.372 ເຮັກຕາ, ສວນມັນຕົ້ນ

RkJQdWJsaXNoZXIy MTc3MTYxMQ==