5690

07 xtgmf]k; gsfdko{dkorfaa mtok 28/08/2023 g,nv'cdjomhk; dP,9af-j;'gInv 3vdkf[5os=jg0Qklts]kd xt9exu 2023 dv'xt-5,ltw\lk,aogmnjvmu 5 lr0 g-dv' -5fmu II xyf]q'fh;pzqoleg]af g,nv'IhP, xtdkf[hko rP'fu gxao[hko;afmtotme d+lhk'mk'g[8q'[hkogrp'k, g,nv'g'yo leg]afc]h; 25% ຂປລ. ແຫລ່ງຂ່າວຈາກ ແຂວງ ເຊກອງ ໃຫ້ຮູ້ວ່າ: ກອງປະຊຸມສະ ໄໝສາມັນເທື່ອທີ 5 ຂອງສະພາປະ ຊາຊົນແຂວງເຊກອງ (ສພຂ) ຊຸດ ທີ II ໄດ້ປິດລົງດ້ວຍຜົນສໍາເລັດ ໃນ ທ້າຍອາທິດຜ່ານມາພາຍໃຕ້ການ ເປັນປະທານຂອງ ທ່ານ ດົງເພັດ ພະຍົນ ປະທານສະພາປະຊາຊົນ ແຂວງ, ມີທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ, ບັນດາການນໍາ- ອະດີດການນໍາ, ທ່ານເຈົ້າເມືອງ, ຫົວ ໜ້າ-ຮອງພະແນກ, ຫ້ອງການ-ອົງ ການທຽບເທົ່າ, ສະມາຊິກສະພາ ແຫ່ງຊາດ (ສສຊ), ສະມາຊິກສະພາ ປະຊາຊົນແຂວງ (ສສຂ) ແລະ ແຂກຖືກເຊີນ ເຂົ້າຮ່ວມ. ທ່ານ ດົງເພັດ ພະຍົນ ປະທານ ສະພາປະຊາຊົນແຂວງ ໄດ້ກ່າວປິດ ກອງປະຊຸມມີບາງຕອນວ່າ: ກອງ ປະຊຸມຄັ້ງນີ້, ດໍາເນີນພາຍໃຕ້ບັນຍາ ກາດແຫ່ງຄວາມສາມັກຄີ ແລະ ຄວາມຮັບຜິດຊອບການເມືອງ, ສະ ມາຊິກສະພາປະຊາຊົນແຂວງ ໄດ້ ສຸມສະຕິປັນຍາ ແລະ ເສີມຂະຫຍາຍ ສິດປະຊາທິປະໄຕເຂົ້າໃສ່ການຄົ້ນ ຄວ້າ, ພິຈາລະນາ ແລະ ຮັບຮອງເອົາ ວຽກງານສໍາຄັນພື້ນຖານຂອງ ແຂວງ ເປັນຕົ້ນວຽກງານອົງການ ປົກຄອງແຂວງ; ວຽກງານສານ ແລະ ອົງໄອຍະການປະຊາຊົນ ແຂວງ; ວຽກງານສະພາປະຊາຊົນ ແຂວງ ແລະ ວຽກງານການສ້າງນິ ຕິກໍາໃຕ້ກົດໝາຍ. ພ້ອມນັ້ນ, ກໍໄດ້ ຮັບຟັງການລາຍງານ, ຊີ້ແຈງຈາກ ອົງການປົກຄອງແຂວງ ແລະ ບັນ ດາພະແນກການຈໍານວນໜຶ່ງ ຕໍ່ຄໍາ ຖາມເຈາະຈີ້ມ, ຄໍາຊັກຖາມກັບທີ່ ຂອງສະມາຊິກສະພາປະຊາຊົນ ແຂວງ ໂດຍສະເພາະແມ່ນບັນຫາ ທີ່ສັງຄົມໃຫ້ຄວາມສົນໃຈ ເປັນຕົ້ນ ບັນຫາການຈັດຕັ້ງປະຕິບັດການຂຶ້ນ ສໍາມະໂນທີ່ດິນ ແລະ ອອກໃບຕາດິນ, ການບຸກລຸກເຂດປ່າສະຫງວນ, ປ່າ ປ້ອງກັນ ແລະ ປ່າຜະລິດ, ການຄຸ້ມ ຄອງ ແລະ ການອະນຸຍາດສ້າງຕັ້ງ ໂຮງງານປຸງແຕ່ງໄມ້, ໂຮງງານ ເຟີນິເຈີ້ ແລະ ເຕົາເຜົາຖ່ານ, ການ ຄຸ້ມຄອງນໍາໃຊ້ຢາຂ້າຫຍ້າ, ການ ຄຸ້ມຄອງຕະຫລາດ-ຄຸ້ມຄອງລາຄາ ສິນຄ້າທີ່ມີການເໜັງຕີງ, ການ ຄຸ້ມຄອງໂຄງການລົງທຶນຂົງເຂດ ພະລັງງານ ແລະ ບໍ່ແຮ່, ການເກັບ ລາຍຮັບ-ຄຸ້ມຄອງລາຍຈ່າຍ, ກົນໄກ ການຄຸ້ມຄອງກອງທຶນປະກັນສຸຂະ ຂປລ. ແຫລ່ງຂ່າວຈາກ ເມືອງ ແກ່ນທ້າວ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ເມືອງແກ່ນທ້າວ ຈັດກອງປະຊຸມ ປຶກສາຫາລື ກະ ກຽມຄວາມພ້ອມຈັດການແຂ່ງຂັນ ຊ່ວງເຮືອ ໃນງານບຸນຫໍ່ເຂົ້າສະ ຫລາກ ປະຈໍາປີ 2023 ໂດຍມີ ທ່ານ ຄໍາປຸ່ນ ນວນສະບັບ ຮອງເຈົ້າເມືອງ ແກ່ນທ້າວ, ມີຫົວໜ້າ, ຮອງຫົວ ໜ້າຫ້ອງການ, ກົມກອງ, ອົງການ ຈັດຕັ້ງ, ລັດວິສາຫະກິດ, ພະນັກ ງານ, ທະຫານ, ຕໍາຫລວດ ແລະ ນາຍບ້ານເທສະບານ ພ້ອມດ້ວຍ ການຈັດຕັ້ງທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນກອງປະຊຸມ ໄດ້ຜ່ານຂໍ້ຕົກລົງ ຂອງທ່ານເຈົ້າເມືອງ ວ່າດ້ວຍການ ແຕ່ງຕັ້ງຄະນະຮັບຜິດຊອບຈັດງານ ແຂ່ງຂັນກິລາເຮືອຊ່ວງ ໃນບຸນປະ ເພນີຫໍ່ເຂົ້າສະຫລາກປະຈໍາປີ2023. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄໍາຄິດ, ຄໍາເຫັນ ແລະ ຄົ້ນຄວ້າ, ເຫັນດີເປັນເອກະພາບກັນ ຈັດງານແຂ່ງຂັນກິລາຊ່ວງ ເຮືອ ໃນ ງານບຸນປະເພນີຫໍ່ເຂົ້າສະຫລາກປະ ຈໍາປີ 2023 ເປັນເວລາ 2 ວັນຄື: ຂ່າວ-ພາບ: ອິນແປງ ແຫວນຄຳ ຂ່າວ-ພາບ: ອິນແປງ ແຫວນຄຳ ຂປລ. ແຫລ່ງຂ່າວຈາກເມືອງ ຮ້ຽມ ແຂວງຫົວພັນ ໃຫ້ຮູ້ວ່າ: ເມືອງ ຮ້ຽມ ຈັດພິທີມອບໃບຢັ້ງຢືນ ແລະ ປະກາດ ບ້ານພຽງດີ ເປັນບ້ານວັດ ທະນະທຳ ບ້ານທີ 29 ຂອງເມືອງ ແລະ ເປັນບ້ານທີ 540 ຂອງແຂວງ ຫົວພັນ ຕາງໜ້າມອບໂດຍ ທ່ານ ບຸນວິໄຊ ກົງປະລີ ເຈົ້າເມືອງເມືອງ ຮ້ຽມ ແລະ ຮັບໂດຍ ທ່ານ ພຸດທອງ ບຸນຜົນໄຊ ນາຍບ້ານພຽງດີ ໂດຍມີ ພາກສ່ວນກ່ຽວຂ້ອງຂັ້ນເມືອງ ແລະ ບ້ານອ້ອມຂ້າງ ເຂົ້າຮ່ວມ. ບ້ານພຽງດີ ຕັ້ງຢູ່ຫ່າງຈາກເທ ສະບານເມືອງປະມານ 10 ກວ່າກິ ໂລແມັດ, ຂຶ້ນກັບກຸ່ມພັນລໍ, ເປັນບ້ານ ຊົນເຜົ່າກຶມມຸ 100%, ມີທັງໝົດ 43 ຫລັງຄາເຮືອນ, ພົນລະເມືອງ 236 ຄົນ, ຍິງ 114 ຄົນ, ພາຍຫລັງເມືອງ ໄດ້ມີແຜນການສ້າງບ້ານພຽງດີ ເປັນບ້ານວັດທະນະທຳ ຄະນະພັກ, ອຳນາດການປົກຄອງບ້ານໄດ້ສຸມ ໃສ່ປະຕິບັດ 4 ໜ້າວຽກຈຸດສຸມ ເປັນຕົ້ນ ໄດ້ສຶກສາອົບຮົມການເມືອງ ແນວຄິດປະຊາຊົນພາຍໃນບ້ານໄດ້ ມີແນວຄິດອຸ່ນອຽນທຸ່ນທຽງ, ເຊື້ອ ໝັ້ນຕໍ່ແນວທາງນະໂຍບາຍຂອງ ພັກ-ລັດໃນໄລຍະໃໝ່, ປະກອບສ່ວນ ດ້ານວັດຖຸຈິດໃຈ, ແຮງງານເຂົ້າ ໃນທຸກຂະບວນການ, ວຽກງານ ຂອງເມືອງ ຂອງບ້ານຢ່າງເປັນປົກ ຂປລ. ແຫລ່ງຂ່າວຈາກ ເມືອງ ເງິນ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ການ ກໍ່ສ້າງເສັ້ນທາງ ເບຕົງ ພາຍໃນບ້ານ ເພຍງາມ ເມືອງເງິນ ສຳເລັດແລ້ວ 25% ພາຍຫລັງກໍ່ສ້າງມາແຕ່ວັນທີ 17 ສິງຫາ 2023 ເປັນຕົ້ນມາ ມາຮອດປັດຈຸບັນ ແມ່ນສຳເລັດໄປ ແລ້ວ 95 ແມັດ, ມີຄວາມກວ້າງ 5 ແມັດ, ໜ້າ 15 ຊັງຕີແມັດ. ສຳລັບ ແຫລ່ງທຶນໃນການກໍ່ສ້າງ ແມ່ນທຶນສົມທົບລະຫວ່າງພາກລັດ ແລະ ອົງການປົກຄອງບ້ານເພຍ ງາມ. ໃນນັ້ນ, ອົງການປົກຄອງ ເມືອງ ສະໜອງ ຊີມັງໃຫ້ບ້ານ 110 ໂຕນ, ຫີນ, ຊາຍ ລວມມູນຄ່າທັງ ໝົດ 301 ລ້ານກີບ. ສ່ວນໄມ້ແບບ, ແຮງງານ ແມ່ນເປັນຂອງປະຊາຊົນ ພາຍໃນບ້ານເພຍງາມ ແລະ ຈະສືບ ຕໍ່ກໍ່ສ້າງຕາມແຜນການທີ່ວາງໄວ້ 380 ແມັດ, ຄາດວ່າຈະໃຊ້ເວລາ 1 ເດືອນ ຈຶ່ງຈະ ສຳເລັດການກໍ່ສ້າງ. ກະຕິ, ເອົາໃຈໃສ່ສ້າງເສດຖະກິດ ຄອບຄົວດ້ວຍການປູກຝັງ-ລ້ຽງ ສັດ, ເຮັດໄຮ່, ເຮັດນາ, ຊອກລາຍ ຮັບຕາມເງື່ອນໄຂ ແລະ ຄວາມສາ ມາດຂອງຄອບຄົວທີ່ບໍ່ຜິດຕໍ່ລະ ບຽບກົດໝາຍ. ພ້ອມນີ້, ບ້ານພຽງດີ ໄດ້ຖືກ ຮັບຮອງເປັນບ້ານສາມັກຄີປອງ ດອງ, ບ້ານແບບຢ່າງປະຕິບັດກົດ ໝາຍ, ບ້ານປອດຄະດີ, ປອດຢາ ເສບຕິດ, ບ້ານປ້ອງກັນຄວາມສະ ຫງົບດີ, ເປັນໜ່ວຍພັກປອດໃສ, ເຂັ້ມ ແຂງ, ໜັກແໜ້ນ, ໜ່ວຍຊາວໜຸ່ມ 4 ບຸກ, ບ້ານສະຫະພັນແມ່ຍິງ 3 ດີ, ບ້ານຢຸດຕິການຖາງປ່າເຮັດໄຮ່ ປູກ ເຂົ້າແບບເລື່ອນລອຍ, ທຸກຄອບຄົວ ເປັນຄອບຄົວວັດທະນະທຳ 100%, ເດັກນ້ອຍໃນເກນອາຍຸໄດ້ເຂົ້າໂຮງ ຮຽນ, ສັກຢາກັນພະຍາດ 100%. ປະຊາຊົນ ບ້ານ ພຽງດີ ແມ່ນຖືເອົາ ການເຮັດໄຮ່, ເຮັດນາ, ເຮັດສວນສາລີ ເປັນອາຊີບຫລັກ, ລ້ຽງສັດເສີມ ເພື່ອສ້າງລາຍຮັບເຂົ້າຄອບຄົວ, ປີໜຶ່ງ ສາມາດສ້າງລາຮັບໄດ້ທັງໝົດ 700 ລ້ານກວ່າກີບ, ສະເລ່ຍຜູ້ໜຶ່ງມີລາຍ ຮັບ 3 ລ້ານກວ່າກີບ ຕໍ່ຄົນຕໍ່ປີ. ພາບ-ກອງທຶນປະກັນສັງຄົມ ແລະ ບັນຫາອື່ນໆ. ທ່ານ ດົງເພັດ ພະຍົນ ຍັງໃຫ້ ຮູ້ອີກວ່າ: ເພື່ອຈັດຕັ້ງຜັນຂະຫຍາຍ ຜົນສໍາເລັດຂອງກອງປະຊຸມຄັ້ງນີ້, ສະເໜີໃຫ້ອົງການປົກຄອງແຂວງ ນໍາເອົາການປະກອບຄໍາເຫັນ ຂອງ ສະມາຊິກສະພາປະຊາຊົນແຂວງໄປ ຄົ້ນຄວ້າ-ພິຈາລະນາ ເພື່ອເຮັດໃຫ້ ບັນຫາຕ່າງໆທີ່ເກີດຂຶ້ນໃນສັງຄົມ ກໍຄືໃນທ້ອງຖິ່ນໄດ້ຮັບການແກ້ໄຂ. ພ້ອມທັງ ເພີ່ມທະວີຄວາມ ສາມັກຄີເປັນປຶກແຜ່ນ, ຕັ້ງໜ້າເສີມ ຂະຫຍາຍດ້ານດີ, ແກ້ໄຂດ້ານອ່ອນ- ຂໍ້ຄົງຄ້າງ, ບັນດາອຸປະສັກ ແລະ ສິ່ງ ກີດຂວາງຕ່າງໆໃຫ້ຕົກໄປ, ສູ້ຊົນ ຜ່ານຜ່າສິ່ງທົດສອບທ້າທາຍ, ຍົກ ສູງຄວາມຮັບຜິດຊອບການເມືອງ ເພື່ອນໍາພາ-ຊີ້ນໍາຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ ຄັ້ງທີ XI ຂອງພັກ, ມະຕິ X ຂອງ ອົງຄະນະພັກແຂວງ ແລະ ຜົນສໍາ ເລັດກອງປະຊຸມສະໄໝສາມັນເທື່ອ ທີ 5 ຂອງສະພາປະຊາຊົນແຂວງ ເຊ ກອງ ຊຸດທີ II ເຂົ້າສູ່ວຽກຕົວຈິງ ເພື່ອເຮັດໃຫ້ແຂວງເຊກອງ ສືບຕໍ່ມີ ສະຖຽນລະພາບທາງການເມືອງ, ສັງຄົມມີຄວາມສະຫງົບ, ເສດຖະກິດ- ສັງຄົມ ແລະ ຊີວິດການເປັນຢູ່ຂອງ ປະຊາຊົນໄດ້ຮັບການປັບປຸງພັດທະ ນາດີຂຶ້ນ. ໃນມື້ຂຶ້ນ 15 ຄໍ່າ ແລະ ແຮມ 1 ຄ່ຳ ເດືອນ 10 ພສ 2566 ກົງກັບວັນ ທີ 29-30 ກັນຍາ 2023 ໂດຍມອບ ໃຫ້ບ້ານນາບອນ ເປັນເຈົ້າພາບ, ການຈັດການແຂ່ງຂັນໄດ້ແບ່ງອອກ ເປັນ 2 ສາຍຄື: ເຮືອຊ່ວງຂະໜາດ ບໍ່ເກີນ 15 ສີພາຍ(ເຮືອປະເພນີ) ປະກອບມີບັນດາຫ້ອງການ, ກົມ ກອງ, ອົງການຈັດຕັ້ງທີ່ມີເງື່ອນໄຂ ແລະ ບ້ານທັງ 47 ບ້ານພາຍໃນ ເມືອງ (ບໍ່ອະນຸຍາດໃຫ້ບັນດາບໍລິ ສັດ, ຫ້າງຮ້ານຕ່າງໆ, ຕ່າງເມືອງ, ຕ່າງແຂວງ ແລະ ຕ່າງປະເທດເຂົ້າ ຮ່ວມແຂ່ງຂັນ) ແລະ ເຮືອຊ່ວງປະ ເພດ 35 ສີພາຍ (ປະເພດທົ່ວໄປ) ໂດຍເຫັນດີໃຫ້ຈັດໃນຮູບແບບເປີດ ກວ້າງ, ເປົ້າໝາຍເຂົ້າຮ່ວມແຂ່ງຂັນ ມີ ບັນດາບໍລິສັດ, ຫ້າງຮ້ານຕ່າງໆ, ຕ່າງເມືອງ, ຕ່າງແຂວງ ແລະ ຕ່າງ ປະເທດເຂົ້າຮ່ວມແຂ່ງຂັນ. ໂອກາດນີ້, ທ່ານ ຄໍາປຸ່ນ ນວນ ສະບັບ ຍັງໄດ້ມີຄໍາເຫັນໃຫ້ ແຕ່ລະ ອານຸກໍາມະການ ໄປຄົ້ນຄວ້າປຶກສາ ຫາລື, ວາງແຜນຈັດຕັ້ງປະຕິບັດໃນ ອະນຸກຳມະການຂອງຕົນ, ພ້ອມ ທັງຂຶ້ນແຜນງົບປະມານຮັບໃຊ້ ເພື່ອ ລາຍງານຫົວໜ້າຄະນະຮັບຜິດຊອບ ຊີ້ນຳລວມ ແລະ ມອບໃຫ້ແຕ່ລະອາ ນຸກໍາມະການສົມທົບກັນໃນການຈັດ ຕັ້ງປະຕິບັດໃຫ້ເກີດຜົນເປັນຈິງແລະ ໃຫ້ບ້ານນາບອນ(ບ້ານເຈົ້າພາບ) ນຳເອົາເນື້ອໃນຈິດໃຈຂອງກອງປະ ຊຸມຄັ້ງນີ້ໄປປຶກສາຫາລືຮ່ວມກັບ ອົງການຈັດຕັ້ງ ແລະ ປະຊາຊົນ ພາຍໃນບ້ານຂອງຕົນ ແລະ ແບ່ງ ຄວາມຮັບຜິດຊອບໃຫ້ແຕ່ລະພາກ ສ່ວນພາຍໃນບ້ານ ເພື່ອເປັນເຈົ້າ ການໃນການກະກຽມງານບຸນຊ່ວງ ເຮືອປີນີ້ ໃຫ້ມີບັນຍາກາດຟົດຟື້ນ.

RkJQdWJsaXNoZXIy MTc3MTYxMQ==