5690

xtgmf]k; 6 28/08/2023 glf4tdfy {l'a 7,q glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ຮຽບຮຽງໂດຍ: ມາລີດາ dko75,h 7v'g'oy 8k8kj 'xtgmf .odko]q'mbos]ad-a[ -;u fy {;fa mtotme ໂດຍ: ໄໝຄຳຍ້ອມສິນ l[n lko8eokow\ 10 rbf8yde gIaf.shlt\v'glnjv, * ການລົງທຶນໃນຫລັກຊັບ ແມ່ນ ການນໍາເງິນທຶນເຂົ້າມາລົງທຶນ ໃນຫລັກຊັບປະເພດທຶນ ແລະ ປະ ເພດໜີ້ ຢູ່ ສປປ ລາວ ຂອງຜູ້ບໍ່ມີພູມ ລໍາເນົາ ຢູ່ ສປປ ລາວ ຫລື ການນໍາ ເອົາທຶນໄປລົງທຶນໃນຫລັກຊັບຢູ່ ຕ່າງປະເທດຂອງຜູ້ມີພູມລໍາເນົາ ຢູ່ ສປປ ລາວ. ສຳລັບ ການລົງທຶນໃນຫລັກຊັບ ຢູ່ ສປປ ລາວ ຜູ້ບໍ່ມີພູມລໍາເນົາ ຢູ່ ສປປ ລາວ ທີ່ມີຈຸດປະສົງນໍາເງິນ ທຶນເຂົ້າມາລົງທຶນໃນຫລັກຊັບ ຢູ່ ສປປ ລາວ ຕ້ອງເປີດບັນຊີເງິນຝາກ ນໍາທະນາຄານທຸລະກິດຢູ່ສປປລາວ ເພື່ອຮອງຮັບການລົງທຶນໃນຫລັກ ຊັບ ຕາມກົດໝາຍວ່າດ້ວຍ ຫລັກຊັບ ແລະ ລະບຽບການທີ່ກ່ຽວຂ້ອງ. ຜູ້ ບໍ່ມີພູມລໍາເນົາ ຢູ່ ສປປ ລາວ ທີ່ໄດ້ ລົງທຶນໃນຫລັກຊັບ ຢູ່ ສປປ ລາວ ສາມາດໂອນເງິນຕົ້ນທຶນ, ເງິນປັນ ຜົນ ແລະ ກໍາໄລກັບຄືນປະເທດ ຜ່ານ ບັນຊີເງິນຝາກທີ່ເປີດໄວ້ຮອງຮັບ ການລົງທຶນໃນຫລັກຊັບຕາມກົດ ໝາຍວ່າດ້ວຍຫລັກຊັບ ແລະ ລະ ບຽບການທີ່ກ່ຽວຂ້ອງ. ໂດຍແມ່ນ ຄະນະກໍາມະການຄຸ້ມຄອງຫລັກຊັບ ເປັນເຈົ້າການກໍານົດແຜນການເຄື່ອນ ໄຫວ ແລະ ປະລິມານການລົງທຶນ ໃນຕະຫລາດທຶນ ເພື່ອເປັນຂໍ້ມູນສະ ໜອງໃຫ້ທະນາຄານແຫ່ງ ສປປ ລາວ. ສ່ວນຜູ້ມີພູມລໍາເນົາ ຢູ່ ສປປ ລາວ ທີ່ມີຈຸດປະສົງໄປລົງທຶນໃນ ຫລັກຊັບຢູ່ຕ່າງປະເທດ ຕ້ອງຂໍອະ ນຸຍາດນໍາ ຄະນະກໍາມະການຄຸ້ມ ຄອງຫລັກຊັບ ຕາມກົດຫມາຍວ່າ ດ້ວຍຫລັກຊັບ ແລະ ລະບຽບການ ທີ່ກ່ຽວຂ້ອງ. ຜູ້ມີພູມລໍາເນົາ ຢູ່ ສປປ ລາວ ທີ່ໄດ້ລົງທຶນໃນຫລັກຊັບຢູ່ ຕ່າງປະເທດ ຕ້ອງໂອນຕົ້ນທຶນ, ເງິນ ປັນຜົນ, ດອກເບ້ຍ ແລະ ລາຍຮັບ ອື່ນທີ່ເກີດຈາກການລົງທຶນເຂົ້າມາ ສປປ ລາວ ຜ່ານລະບົບທະນາຄານ. ໂດຍແມ່ນຄະນະກໍາມະການຄຸ້ມ ຄອງຫລັກຊັບ ມີໜ້າທີ່ສ້າງແຜນ ຄວາມຕ້ອງການການລົງທຶນໃນ ຫລັກຊັບຢູ່ຕ່າງປະເທດ ແລະ ຕິດ ຕາມກວດກາການລົງທຶນໃນຫລັກ ຊັບ ຢູ່ຕ່າງປະເທດ ພ້ອມທັງລາຍງານ ໃຫ້ທະນາຄານ ແຫ່ງ ສປປ ລາວ. ຂະນະທີ່ ການອອກຫລັກຊັບປະ ເພດທຶນຢູ່ຕ່າງປະເທດ ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ໄດ້ຮັບອະນຸຍາດ ຈາກຄະນະກໍາມະການຄຸ້ມຄອງ ຫລັກຊັບ ແລະ ຕ້ອງນໍາທຶນທີ່ລະດົມ ໄດ້ເຂົ້າມາ ສປປ ລາວ. ໃນກໍລະນີມີ ຄວາມຈໍາເປັນນໍາໃຊ້ທຶນດັ່ງກ່າວຢູ່ ຕ່າງປະເທດ ຕ້ອງຂໍອະນຸຍາດນໍາ ທະນາຄານ ແຫ່ງ ສປປ ລາວ. ພາບປະກອບ * ສະໝອງຄືອະໄວຍະວະສຳຄັນ​ ໃນ​ຮ່າງກ​າຍຂອງຄົນເ​ຮົາ ມີໜ້າທີ່ ຄວບຄຸມ ແລະ ສັ່ງການການເຄື່ອນ ໄຫວພຶດຕິກຳ ແລະ ຮັກສາຄວາມ ສົມດຸນພາຍໃນຮ່າງກາຍໃຫ້ເຮັດ ວຽກຢ່າງປົກກະຕິ ດັ່ງນັ້ນມື້​ ນີ້​ ຄໍ​ ລຳ ສຶກສາຫາຄວາມຮູ້ຈະມ​ າສະເ​ໜີ 10 ພຶດຕິກໍ​ າທີ່​ ບໍ່​ ຄວນເ​ຮັດເພາະເປັນອັນ ຕະລາຍ​ແ​ ລະ ເ​ຮັດໃ​ ຫ້ສ​ ະໝອງເ​ສື່ອມ​ ໄດ້ງ່າຍມີດັ່ງນີ້: 1.ບໍ່ກິນອາຫານເຊົ້າ: ຫລາຍ ຄົນຄິດວ່າການບໍ່ກິນອາຫານເຊົ້າ ແລ້ວຈະເຮັດໃຫ້ລະດັບນ້ຳຕານໃນ ເລືອດຕ່ຳ ແຕ່ນີ້ຈະເປັນສາເຫດໃຫ້ ສານອາຫານໄປລ້ຽງສະໝອງບໍ່ ພຽງພໍເຮັດໃຫ້ສະໝອງເສື່ອມ. 2. ກິນອາຫານຫລາຍເກີນໄປ: ການກິນອາຫານຫລາຍເກີນໄປ ຈະເຮັດໃຫ້ຫລອດເລືອດແດງໃນ ສະໝອງແຂງຕົວ ເປັນສາເຫດໃຫ້ ເກີດອາການຄວາມຈື່​ສັ້ນ. 3. ການສູບຢາ: ເປັນສາເຫດ ໃຫ້ເປັນພະຍາດສະໝອງ​ເສື່ອ​ມ ​ເຊັ່ນ​ກັນ​. 4. ກິນຂອງຫວານຫລາຍເກີນ ໄປ: ການກິນຂອງ ຫວານຫລາຍ ຈະໄປຢຸດການດູດຊຶມໂປຣຕີນ ແລະ ສານອາຫານທີ່ເປັນປະໂຫຍດ ເປັນ ສາເຫດການຂາດສານອາຫານ ແລະ ຢຸດການພັດທະນາສະໝອງ. 5. ມົນລະພິດ: ສະໝອງເປັນ ສ່ວນທີ່ໃຊ້ພະລັງງານຫລາຍທີ່ສຸດ ໃນຮ່າງກາຍການດົມເອົາອາກາດ ທີ່ເປັນມົນລະພິດເຂົ້າໄປຈະເຮັດໃຫ້ ອອກຊິເຈນໃນສະໝອງໜ້ອຍລົງ ສົ່ງຜົນໃຫ້ປະສິດທິພາບຂອງສະ ໝອງລຸດລົງ. 6. ການອົດນອນ: ການນອນ ຫລັບຈະເຮັດໃຫ້ສະໝອງໄດ້ພັກ ຜ່ອນ, ການອົດນອນເປັນເວລາດົນ ຈະເຮັດໃຫ້​ຈຸລັງສະໝອງຕາຍໄດ້​ ແລະ ເ​ປັນສາເ​ຫດການເ​ກີດພ​ ະຍາດ​ ຕ່າງ​ຕາມ​ມາ. 7. ຫົ່ມຜ້າຫົ່ມປົກຫົວ: ການນອນ ຫົ່ມຜ້າຫົ່ມປົກຫົວ ຈະເປັນການເພີ່ມ ຄາບອນໄດອອກຊາຍໃຫ້ຫລາຍຂຶ້ນ ແລະ ຫລຸດອອກຊິເຈນໃຫ້ໜ້ອຍລົງ ສົ່ງຜົນຕໍ່ປະສິດທິພາບການເຮັດ ວຽກງານຂອງສະໝອງ. * ການຕໍ່າຫູກສາວໄໝເປັນພູມ ປັນຍາ ແລະ ມູນເຊື້ອອັນດີງາມ ຂອງຄົນລາວ ທີ່ສືບທອດກັນມາແຕ່ ບູຮານ ທັງຍັງຕິດພັນກັບການດຳ ລົງຊີວິດ, ການທຳມາຫາກິນ ແລະ ການສ້າງອາຊີບ ຂອງຄົນລາວຈົນ ມາຮອດປັດຈຸບັນ. ດັ່ງນັ້ນ, ຄົນລາວ ເຮົາທຸກຄົນຄວນຈະຮຽນຮູ້ ແລະ ອະນຸລັກຮັກສາໄວ້. ໃນເມື່ອກ່ອນ ການຕ່ຳຫູກທໍໄໝແມ່ນເພື່ອເອົາ ມາໃຊ້ພາຍໃນຄອບຄົວ ແຕ່ໃນປັດຈຸ ບັນນີ້ສາມາດຂາຍເປັນສິນຄ້າສົ່ງ ອອກໄດ້. ກ່ອນຈະໄດ້ແພໄໝໜຶ່ງຜືນ ແມ່ນ ຜ່ານຫລາຍຂັ້ນຕອນ ຊຶ່ງແຕ່ລະຂັ້ນ ຕອນເປັນງານທີ່ຕ້ອງໃຊ້ຄວາມລະ ອຽດອ່ອນ ແລະ ໃຊ້ເວລາ ເຖິງປັດຈຸ ບັນຈະມີເຄື່ອງມືຕຳແຜ່ນສະໄໝໃໝ່ ທີ່ເປັນເຄື່ອງຈັກອຸດສາຫະກຳແລ້ວ ກໍຕາມ. ແຕ່ຄຸນຄ່າ ຄວາມປານີດກໍ ບໍ່ເທົ່າກັບການຕ່ຳຫູກແບບບູຮານ. ສະນັ້ນ, ເພື່ອເປັນການສົ່ງເສີມຄຸນ ຄ່າດັ່ງກ່າວ ຄໍລຳຊີວິດວັດທະນະທຳ ປະຈຳມື້ນີ້ ຜູ້ຂຽນຈຶ່ງຂໍຍົກເອົາຂັ້ນ ຕອນການຜະລິດໄໝ ຕາມແບບບູ ຮານລາວມານຳສະເໜີ ຊຶ່ງບົດ ຜ່ານ ມາໄດ້ນຳສະເໜີໄປແລ້ວກ່ຽວກັບ ການຜະລິດຝ້າຍ. ການຜະລິດໄໝ ແມ່ນເລີ່ມແຕ່ການລ້ຽງມ້ອນ ເພື່ອ ໃຫ້ໄດ້ຮັງໄໝ ຊຶ່ງການລ້ຽງມ້ອນນີ້ ຈະໃຊ້ເວລາ 45-52 ວັນ ຊຶ່ງວົງ ຈອນຊີວິດຂອງມ້ອນແມ່ນກິນມອນ ເປັນອາຫານ ຈາກນັ້ນຈະຢຸດກິນອາ ຫານ ແລະ ຫລອກຄາບ ໃນໄລຍະນີ້ ເອີ້ນວ່າ ມ້ອນນອນຕໍ່ຈາກນັ້ນແມ່ນ ກິນແລະຫລອກຄາບປະມານວັນລະ 4 ເທື່ອເອີ້ນວ່າ ມ້ອນຕື່ນ ຊຶ່ງໄລຍະ ນີ້ລຳຕົວຈະມີສີເຫລືອງໄສ້ຫົດສັນ ແລະ ຢຸດກິນອາຫານ ໄລຍະນີ້ເອີ້ນ ວ່າໜອນມ້ອນສຸກ ຮອດຕອນນີ້ຜູ້ ລ້ຽງຕ້ອງຟ້າວແຍກມ້ອນສຸກ ອອກ ຈາກກອງໃບມອນ ແລະ ກຽມອຸປະ ກອນທີ່ຈະໃຫ້ໂຕມ້ອນເກະເພື່ອຊັກ ໄຍຫໍ່ຫຸ້ມໂຕ ໂດຍໃຊ້ເວລາ ປະມານ 6-7 ວັນກໍສາມາດເກັບຮັງໄໝອອກ ໄດ້. ຫລັງຈາກນັ້ນກໍນຳຮັງໄໝ ທີ່ ເກັບເສດງ່າໄມ້, ໃບໄມ້ ແລະ ສິ່ງທີ່ ຕິດກັບຮັງອອກໃຫ້ໝົດ ແລ້ວຈຶ່ງ ນຳໄປສາວ ຊຶ່ງການສາວໄໝ ແມ່ນ ການດຶງເສັ້ນ ໄຍໄໝ ອອກຈາກຮັງ ໄໝ ດ້ວຍການນຳຮັງໄໝໄປຕົ້ມໃນ ນໍ້າ ເພື່ອໃຫ້ຄວາມຮ້ອນຊ່ວຍລະ ລາຍໂປຕີນທີ່ເກາະເສັ້ນໄຍ ໂດຍ ການໃຊ້ໄມ້ນ້ອຍໆ ເນັ້ນຮັງໄໝ ໃຫ້ ຈົມລົງໃນນໍ້າ ເມື່ອຮັງໄໝຟູຂຶ້ນ ຈຶ່ງຄ່ອຍໆດຶງໄຍໄໝອອກເປັນເສັ້ນ ນ້ອຍໆ. ເສັ້ນໄໝທີ່ໄດ້ຈາກການ ສາວ ເອີ້ນວ່າ: ເສັ້ນໄໝດິບ ຊຶ່ງຕ້ອງ ນຳໄປຜ່ານການຟອກ, ຍ້ອມ...ເພື່ອ ໃຫ້ໄດ້ເສັ້ນໄໝສຳລັບການຕໍ່າໃນ ຂັ້ນຕໍ່ໄປ. ແຕ່ສະໄໝບູຮານມາ ຄົນລາວ ນິຍົມຊົມໃຊ້ເຄື່ອງນຸ່ງຫົ່ມທີ່ເຮັດ ດ້ວຍຝ້າຍ ແລະ ໄໝ ຕາມແຕ່ລະໂອ ກາດທີ່ແຕກຕ່າງໆ ຄື: ໃນເວລາເຮັດ ວຽກງານ ຫລື ອອກແຮງງານຕ່າງໆ ຈະນິຍົມໃຊ້ແພຝ້າຍ ເພື່ອສະດວກ ໃນການເຄື່ອນໄຫວ, ນຸ່ງງ່າຍ, ດູດ ຊຶມເຫື່ອໄດ້ດີ. ສ່ວນແພໄໝ ຈະນິ ຍົມໃຊ້ໃນເວລາເຂົ້າຮ່ວມພິທີບຸນ, ງານບວດ, ກິນດອງ ແລະ ງານສັງ ສັນອື່ນໆ. ນອກຈາກນີ້ ຄົນລາວຍັງ ນິຍົມໃຊ້ແພໄໝຫໍ່ຄຳພີສັກສິດເກັບ ໄວ້ໃນຕູ້ພະໄຕປີດົກ ຫລື ຫໍໄຕໃນວັດ ນຳອີກ. 8. ໃຊ້ສະໝອງໃນຂະນະທີ່ບໍ່ສະ ບາຍ: ການເຮັດວຽກຫລືຮຽນຂະ ນະທີ່ກຳລັງບໍ່ສະບາຍ ຈະເຮັດໃຫ້ ປະສິດທິພາບການເຮັດວຽກງານ ຂອງສະໝອງລຸດລົງຄືກັບການ ທຳຮ້າຍສະໝອງ. 9. ຂາດການໃຊ້ຄວາມຄິດ: ການຄິດເປັນສິ່ງທີ່ດີທີ່ສຸດໃນການ ຝຶກສະໝອງການຂາດການໃຊ້ ຄວາມຄິດຈະເຮັດໃຫ້ສະໝອງປູ້. 10. ເປັນຄົນບໍ່ຄ່ອຍເວົ້າ: ທັກສະ ທາງການເວົ້າຈະເປັນຕົວສະແດງ ເຖິງປະສິດທິພາບຂອງສະໝອງ. ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==