5690

gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 28/08/2023 xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** ຜົນກອງປະຊຸມ... ລາຍງານສະພາບພົ້ນເດັ່ນປະຈຳ ເດືອນສິງຫາ ແລະ ທິດທາງແຜນ ການປະຈຳເດືອນກັນຍາ 2023. ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນ ຄົ້ນຄວ້າ, ປຶກສາຫາລື ແລະ ປະກອບ ຄຳເຫັນດ້ວຍຄວາມເອົາໃຈໃສ່ຕໍ່ ບັນດາວາລະດັ່ງນີ້: ວາລະທີ 1: ກອງປະຊຸມເຫັນດີດ້ານຫລັກການ ຮັບຮອງເອົາບົດສະຫລຸບວຽກງານ ປະຈໍາເດືອນສິງຫາ ແລະ ທິດທາງ ແຜນການເດືອນກັນຍາ 2023 ຂອງລັດຖະບານ ກໍຄື ສະພາບພົ້ນ ເດັ່ນວຽກງານ ເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ການຕ່າງປະເທດ ແລະ ການລາຍງານຄວາມຄືບໜ້າ ການກະກຽມຈັດປີທ່ອງທ່ຽວລາວ 2024 ໂດຍມອບໃຫ້ຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີປັບ ປຸງຕາມການປະກອບຄຳເຫັນຂອງ ສະມາຊິກລັດຖະບານ, ພ້ອມທັງ ຊີ້ນຳໃຫ້ບັນດາຂະແໜງການຢູ່ສູນ ກາງ ແລະ ທ້ອງຖິ່ນ ເປັນເຈົ້າການ ເອົາໃຈໃສ່ຄຸ້ມຄອງ, ແກ້ໄຂ ແລະ ຈັດ ຕັ້ງປະຕິບັດວຽກງານຕາມຂົງເຂດ ຄວາມຮັບຜິດຊອບຂອງຕົນຢ່າງ ເຂັ້ມງວດ ແລະ ເດັດຂາດຕາມທີ່ໄດ້ ກໍານົດໄວ້ໃນກົດໝາຍ ແລະ ລະບຽບ ການ ໂດຍສະເພາະບັນຫາເຄັ່ງຮ້ອນ ທີ່ປະເທດເຮົາກຳລັງຜະເຊີນ, ລວມ ທັງ 16 ວຽກຈຸດສຸມຂອງລັດຖະ ບານ ທີ່ໄດ້ກໍານົດໄວ້ແຕ່ນີ້ຮອດທ້າຍ ປີ 2023, ເປັນເຈົ້າການຈັດຕັ້ງຜັນ ຂະຫຍາຍບັນດາມະຕິຕົກລົງຂອງ ກອງປະຊຸມຄົບຄະນະບໍລິຫານງານ ສູນກາງພັກ ຄັ້ງທີ່ຜ່ານມາ; ຈັດຕັ້ງ ເຜີຍແຜ່ແນະນຳເນື້ອໃນ ແລະ ແຜນ ວຽກສະເພາະກິດ ແກ້ໄຂບັນຫາເຄັ່ງ ຮ້ອນຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນ ເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນ ຕ່າງປະເທດ ຢູ່ບັນດາທ້ອງຖິ່ນ ເພື່ອ ໃຫ້ມີຄວາມຮັບຮູ້ເຂົ້າໃຈຢ່າງເລິກ ເຊິ່ງ ແລະ ກວ້າງຂວາງ, ທັງເປັນເຈົ້າ ການຕື່ນຕົວ ແລະ ເພີ່ມຄວາມເສຍ ສະລະ ໃນການຈັດຕັ້ງປະຕິບັດວຽກ ງານດັ່ງກ່າວ ໃຫ້ມີປະສິດທິຜົນ ແລະ ເປັນຮູບປະທໍາກວ່າເກົ່າ. ສຳລັບ ການກະກຽມຈັດປີທ່ອງທ່ຽວລາວ 2024 ແມ່ນໃຫ້ຂະແໜງການ ກ່ຽວຂ້ອງສືບຕໍ່ຕິດຕາມ, ກວດກາ ແລະ ຊຸກຍູ້ການກະກຽມຄວາມພ້ອມ ທີ່ຢູ່ໃນຄວາມຮັບຜິດຊອບຂອງຂະ ແໜງການຕົນ ເປັນຕົ້ນການປັບປຸງ ໂຄງລ່າງພື້ນຖານ, ສະຖານທີ່ແຫລ່ງ ທ່ອງທ່ຽວ, ສະຖານທີ່ພັກເຊົາ, ກິດ ຈະກຳການທ່ອງທ່ຽວ, ຜະລິດຂອງ ທີ່ລະນຶກ, ມາດຕະການປ້ອງກັນ ຄວາມສະຫງົບປອດໄພ ລວມທັງ ການກະກຽມບຸກຄະລາກອນຮັບໃຊ້ ດ້ານຕ່າງໆ ໃຫ້ມີຄວາມເປັນມືອາຊີບ ແລະ ຮັບປະກັນການບໍລິການ ເພື່ອ ສ້າງຄວາມປະທັບໃຈໃຫ້ແກ່ນັກ ທ່ອງທ່ຽວ. ວາລະທີ 2: ກອງປະຊຸມເຫັນ ດີດ້ານຫລັກການຮັບຮອງເອົາບົດ ລາຍງານສະພາບຜົນເສຍຫາຍ ຈາກໄພພິບັດທຳມະຊາດ (ຝົນຕົກ), ການແກ້ໄຂຜ່ານມາ ແລະ ສະເໜີ ມາດຕະການແກ້ໄຂສະເພາະໜ້າ ແລະ ແຜນຮັບມືກັບໄພພິບັດແຕ່ນີ້ ຮອດທ້າຍປີ 2023 ໂດຍໄດ້ຊີ້ນຳ ຄະນະກໍາມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ ໃຫ້ສົມທົບກັບຂະແໜງ ການ ແລະ ພາກສ່ວນກ່ຽວຂ້ອງກວດ ກາຄືນຄວາມພ້ອມດ້ານຕ່າງໆໃຫ້ ສາມາດຮັບມືກັບໄພພິບັດທີ່ອາດ ຈະເກີດຂຶ້ນໃນຕໍ່ໜ້າໂດຍສະເພາະ ແຜນການຮັບມື, ຊ່ວຍເຫລືອ ແລະ ການຟື້ນຟູຜົນກະທົບໃນ 3 ໄລຍະ (ໄລຍະກ່ອນເກີດເຫດ, ໄລຍະເກີດ ເຫດ ແລະ ຫລັງເກີດເຫດ) ຢ່າງ ທັນການ; ນຳໃຊ້ເງິນບໍລິຈາກ ແລະ ເຄື່ອງຊ່ວຍເຫລືອຕ່າງໆເຂົ້າໃນ ການບັນເທົາທຸກແກ່ຜູ້ປະສົບໄພ ແລະ ຟື້ນຟູຜົນກະທົບຈາກໄພພິບັດ ດັ່ງກ່າວດ້ວຍຄວາມໂປ່ງໄສ, ໃຫ້ ແທດເຖິງ ແລະ ຖືກເປົ້າໝາຍຢ່າງ ແທ້ຈິງ; ເອົາໃຈໃສ່ໂຄສະນາເຜີຍແຜ່ ຂໍ້ມູນຂ່າວສານກ່ຽວກັບການຮັບ ແລະ ການນຳໃຊ້ການຊ່ວຍເຫລືອ ຕ່າງໆ ເພື່ອໃຫ້ສັງຄົມຮັບຊາບລວມ ທັງຄວາມເປັນຫ່ວງເປັນໄຍ, ຄວາມ ເອົາໃຈໃສ່ຂອງການນໍາພັກ-ລັດຢູ່ ສູນກາງ ແລະ ທ້ອງຖິ່ນຕ່າງໆ ທີ່ໄດ້ ເຄື່ອນໄຫວຊີ້ນໍາວຽກງານແກ້ໄຂ ແລະ ຟື້ນຟູຜົນກະທົບຈາກໄພພິບັດ ທໍາມະຊາດຢູ່ພື້ນທີ່ຕົວຈິງ. ວາລະທີ 3. ກອງປະຊຸມເຫັນດີ ດ້ານຫລັກການຮັບຮອງເອົາບົດ ລາຍງານຄວາມຄືບໜ້າການຈັດຕັ້ງ ຜັນຂະຫຍາຍຄຳສັ່ງວ່າດ້ວຍການ ຈັດຕັ້ງປະຕິບັດການຄຸ້ມຄອງເງິນ ຕາຕ່າງປະເທດ ເລກທີ 10/ນຍ, ລົງວັນທີ 14 ກໍລະກົດ 2023 ແລະ ຂໍ້ຕົກລົງວ່າດ້ວຍການຈັດຕັ້ງປະຕິ ບັດນະໂຍບາຍສິນເຊື່ອ ເພື່ອກະຕຸ້ນ ເສດຖະກິດ ແລະ ນະໂຍບາຍສິນເຊື່ອ ເພື່ອກະຈາຍແຫລ່ງທຶນຢູ່ທ້ອງຖິ່ນ ເລກທີ 93/ນຍ, ລົງວັນທີ 14 ກໍລະ ກົດ 2023, ລວມທັງການສະເໜີ ບັນຊີໂຄງການຕົວຈິງທີ່ຈະປະຕິບັດ ຮັບນະໂຍບາຍຕາມໂຄງການບຸລິມະ ສິດຂອງຂະແໜງການ. ກອງປະຊຸມ ໄດ້ຊີ້ນຳທະນາຄານ ແຫ່ງ ສປປ ລາວ, ບັນດາຂະແໜງການ ແລະ ທ້ອງຖິ່ນສືບຕໍ່ຈັດຕັ້ງປະຕິບັດບັນ ດາມາດຕະການ ທີ່ລັດຖະບານວາງ ອອກຢ່າງເຂັ້ມງວດ ໂດຍສະເພາະ ການຊໍາລະສະສາງຕ່າງໆ ໃຫ້ຜ່ານ ລະບົົບທະນາຄານ ເປັນຕົ້ນ ການນຳ ເຂົ້າ-ສົ່ງອອກສິນຄ້າ, ການຊື້ຂາຍ ພາຫະນະ, ການໂອນກຳມະສິດທີ່ດິນ ແລະ ອື່ນໆ; ພ້ອມທັງສ້າງເງື່ອນໄຂ ໃຫ້ພາກທຸລະກິດທີ່ລັດສົ່ງເສີມສາ ມາດເຂົ້າເຖິງແຫລ່ງທຶນໄດ້ຫລາຍ ຂຶ້ນ, ທັງເຂັ້ມງວດການສະໜອງທຶນ ໃຫ້ຖືກເປົ້າໝາຍຕາມນະໂຍບາຍທີ່ ກຳນົດໄວ້. ວາລະທີ 4. ກອງປະຊຸມເຫັນ ດີດ້ານຫລັກການຮັບຮອງເອົາບົດ ລາຍງານກ່ຽວກັບຜົນການປະເມີນ ຄວາມຄືບໜ້າການຈັດຕັ້ງປະຕິບັດ ໂຄງການລົງທຶນບໍ່ແຮ່ ທີ່ລັດຖະບານ ໄດ້ອະນຸມັດຜ່ານມາ ແລະ ໄດ້ຊີ້ນຳ ໃຫ້ພາກສ່ວນກ່ຽວຂ້ອງ ສືບຕໍ່ຄົ້ນ ຄວ້າກ່ຽວກັບການນຳໃຊ້ທ່າແຮງ ຊັບພະຍາກອນແຮ່ທາດ ແລະ ການ ຄຸ້ມຄອງການຈັດຕັ້ງປະຕິບັດໂຄງ ການແຮ່ທາດ ໃຫ້ຮັດກຸມກວ່າເກົ່າ; ກວດກາຄືນຄຸນນະພາບຂອງບັນດາ ບໍລິສັດ ທີ່ໄດ້ຮັບອະນຸຍາດສຳປະ ທານ ໄດ້ຈັດຕັ້ງປະຕິບັດໂຄງການ ມີຄວາມຄືບໜ້າແນວໃດ, ຖ້າເຮັດບໍ່ ໄດ້ກໍໃຫ້ຍົກເລີກໂຄງການ, ເດັດຂາດ ບໍ່ໃຫ້ມີການຈັບຈອງໂຄງການໄວ້ ເພາະເປັນການກົດໜ່ວງທ່ວງດຶງ ການພັດທະນາ; ເຂັ້ມງວດຄຸ້ມຄອງ ແລະ ກວດກາການຢັ້ງຢືນຄຸນນະ ພາບ ແລະ ປະລິມານຂອງແຮ່, ເອົາ ໃຈໃສ່ການຄຸ້ມຄອງຕາຊັ່ງ, ການສົ່ງ ອອກແຮ່ທາດ ແລະ ຂອດອື່ນໆ ທີ່ຍັງ ເຫັນວ່າເປັນຊ່ອງວ່າງ ທີ່ເຮັດໃຫ້ລັດ ເສຍຜົນປະໂຫຍດ. ພ້ອມນີ້, ໃຫ້ສົມ ທົບກັບທ້ອງຖິ່ນ ແລະ ຜູ້ສຳປະທານ ໂຄງການເອົາໃຈໃສ່ຕິດຕາມຄຸ້ມ ຄອງດ້ານສິ່ງແວດລ້ອມໃຫ້ດີ. ວາລະທີ 5: ກອງປະຊຸມເຫັນດີ ດ້ານຫລັກການຮັບຮອງເອົາບົດ ລາຍງານຜົນການເຂົ້າຮ່ວມກອງປະ ຊຸມປະຈຳປີ ຂອງກຸ່ມອາຊີປາຊີຟິກ ເພື່ອຕ້ານການຟອກເງິນ (APG Annual Meeting) ກ່ຽວກັບ ການປະເມີນຜົນວຽກງານຕ້ານ ການຟອກເງິນ ແລະ ການສະໜອງ ທຶນໃຫ້ແກ່ການກໍ່ການຮ້າຍຂອງ ສປປ ລາວ. ພ້ອມກັນນີ້ ໄດ້ຊີ້ນຳຄະ ນະກຳມະການແຫ່ງຊາດ ເພື່ອຕ້ານ ການຟອກເງິນ ແລະ ການສະໜອງ ທຶນໃຫ້ແກ່ການກໍ່ການຮ້າຍໃຫ້ສືບ ຕໍ່ຄົ້ນຄວ້າກຳນົດວິທີການ, ມາດຕະ ການໃນການແກ້ໄຂຂໍ້ຄົງຄ້າງຕ່າງ ໆ ທີ່ອົງການກ່ຽວຂ້ອງໄດ້ປະເມີນໄວ້; ສ້າງແຜນດຳເນີນງານທີ່ປະກອບ ດ້ວຍໜ້າວຽກ, ຄວາມຮັບຜິດຊອບ ຂອງຂະແໜງການຕ່າງໆ, ຄາດ ໝາຍດ້ານເວລາ ໃນການຈັດຕັ້ງ ປະຕິບັດຢ່າງລະອຽດ, ຈະແຈ້ງ ລວມ ທັງສ້າງແຜນການຕິດຕາມຊຸກຍູ້ ການຈັດຕັ້ງປະຕິບັດຂອງຂະແໜງ ການກ່ຽວຂ້ອງ ເພື່ອຮັບປະກັນໃຫ້ ສຳເລັດຕາມກຳນົດເວລາ. ນອກ ນີ້, ໃຫ້ກວດກາ ແລະ ປັບປຸງນິຕິກຳ ທີ່ກ່ຽວຂ້ອງໃຫ້ສອດຄ່ອງກັບສົນ ທິສັນຍາ, ລະບຽບການທີ່ກ່ຽວຂ້ອງ ຂອງສາກົນ ແລະ ສະພາບຄວາມ ເປັນຈິງຂອງປະເທດເຮົາ. ນອກນັ້ນ, ກໍໃຫ້ເອົາໃຈໃສ່ໂຄສະນາເຜີຍແຜ່, ແນະນຳວຽກງານດັ່ງກ່າວ ໃຫ້ພາກ ສ່ວນທີ່ກ່ຽວຂ້ອງ ກໍຄື ສັງຄົມໄດ້ຮັບ ຮູ້ ແລະ ເຂົ້າໃຈແຈ້ງ. ວາລະທີ 6. ກອງປະຊຸມເຫັນດີ ດ້ານຫລັກການຮັບຮອງເອົາຮ່າງ ກົດໝາຍ ວ່າດ້ວຍການປິ່ນປົວ (ສະ ບັບສ້າງໃໝ່) ແລະ ໄດ້ຊີ້ນຳໃຫ້ປັບ ປຸງຕາມການປະກອບຄຳເຫັນຂອງ ສະມາຊິກລັດຖະບານ ເພື່ອໃຫ້ມີເນື້ອ ໃນລະອຽດ, ຈະແຈ້ງ, ຄົບຖ້ວນສົມ ບູນ, ຮັດກຸມ, ເຂົ້າໃຈງ່າຍ ແລະ ສອດ ຄ່ອງກັບກົດໝາຍກ່ຽວຂ້ອງທີ່ໄດ້ ປະກາດໃຊ້ແລ້ວ, ເປັນຕົ້ນ ໂຄງປະ ກອບທາງດ້ານໂຄງສ້າງຂອງກົດ ໝາຍ ໃຫ້ປະກອບມີພາກເຂົ້າຕື່ມ, ອະທິບາຍເພີ່ມບາງຄໍາສັບເຕັກນິກ ວິຊາສະເພາະທາງການແພດ, ກຳ ນົດຄວາມຮັບຜິດຊອບຂອງພາກ ສ່ວນຕ່າງໆ ແລະ ຈັນຍາບັນຂອງຜູ້ ປະກອບວິຊາຊີບໃຫ້ຈະແຈ້ງ. ມອບ ໃຫ້ຫ້ອງວ່າການສໍານັກງານນາ ຍົກລັດຖະມົນຕີ ສົມທົບກັບພາກ ສ່ວນກ່ຽວຂ້ອງປັບປຸງ ແລະ ຮຽບ ຮຽງສຸດທ້າຍ ເພື່ອນໍາສະເໜີທ່ານ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາ ວຽກງານຂົງເຂດການປົກຄອງ ແລະ ວັດທະນະທຳ-ສັງຄົມມີຄໍາເຫັນ ແລ້ວ ນໍາສະເໜີຕໍ່ສະພາແຫ່ງຊາດ ໃຫ້ທັນຕາມກຳນົດເວລາ. ວາລະທີ 7. ກອງປະຊຸມເຫັນດີ ດ້ານຫລັກການຮັບຮອງເອົາຮ່າງ ກົດໝາຍວ່າດ້ວຍການທ່ອງທ່ຽວ (ສະບັບປັບປຸງ) ແລະ ຊີ້ນຳໃຫ້ປັບ ປຸງຕາມການປະກອບຄຳເຫັນຂອງ ສະມາຊິກລັດຖະບານ ເພື່ອໃຫ້ມີເນື້ອ ໃນລະອຽດ, ຈະແຈ້ງ, ຄົບຖ້ວນສົມ ບູນ, ຮັດກຸມ ແລະ ສອດຄ່ອງກັບນິ ຕິກຳທີ່ໄດ້ປະກາດໃຊ້ແລ້ວ ເປັນຕົ້ນ ຄໍາສັບ, ໂຄງຮ່າງ, ສັບຊ້ອນມາດ ຕາໃຫ້ສອດຄ່ອງພາກ ແລະ ໝວດ, ກຳນົດເນື້ອໃນບາງມາດຕາໃຫ້ລະ ອຽດຈະແຈ້ງ ເຊັ່ນ: ປະເພດ ແລະ ລະດັບຂອງສະຖານທີ່ພັກແຮມ, ການກຳນົດຄວາມຮັບຜິດຊອບຂອງ ພາກສ່ວນຕ່າງໆ ລວມທັງການແບ່ງ ຂັ້ນການອະນຸຍາດ ແລະ ການຄຸ້ມ ຄອງທຸລະກິດທ່ອງທ່ຽວ ແລະ ອື່ນໆ. ພ້ອມນີ້, ການກຳນົດນະໂຍບາຍ ແມ່ນໃຫ້ມີລັກສະນະສົ່ງເສີມ ແລະ ພັດທະນາແຂງແຮງຂຶ້ນກວ່າເກົ່າ, ຊຸກຍູ້ການມີສ່ວນຮ່ວມຂອງທຸກພາກ ສ່ວນຂອງສັງຄົມ ໃນການໂຄສະນາ ເຜີຍແຜ່ການທ່ອງທ່ຽວລາວ. ມອບ ໃຫ້ຫ້ອງວ່າການສໍານັກງານນາຍົກ ລັດຖະມົນຕີ ສົມທົບກັບພາກສ່ວນ ກ່ຽວຂ້ອງປັບປຸງ ແລະ ຮຽບຮຽງສຸດ ທ້າຍ ເພື່ອນໍາສະເໜີທ່ານຮອງນາ ຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງ ເຂດການປົກຄອງ ແລະ ວັດທະນະ ທຳ-ສັງຄົມ ມີຄໍາເຫັນແລ້ວນໍາສະ ເໜີຕໍ່ສະພາແຫ່ງຊາດ ໃຫ້ທັນຕາມ ກຳນົດເວລາ. ກອງປະຊຸມຍັງໄດ້ຮັບຟັງການ ລາຍງານຜົນກອງປະຊຸມລັດຖະມົນ ຕີອາຊຽນດ້ານສິ່ງແວດລ້ອມ ຄັ້ງທີ 17, ກອງປະຊຸມລັດພາຄີວ່າດ້ວຍ ສັນຍາອາຊຽນ ດ້ານມົນລະພິດໝອກ ຄວັນຂ້າມຊາຍແດນ ຄັ້ງທີ 18 ກໍຄື ກອງປະຊຸມປິ່ນອ້ອມຕ່າງໆ. ນອກ ຈາກນີ້, ຍັງມີການລາຍງານຄວາມ ຄືບໜ້າການກະກຽມໃຫ້ແກ່ທ່ານ ນາຍົກລັດຖະມົນຕີ ເພື່ອເຂົ້າຮ່ວມ ກອງປະຊຸມທຸລະກິດລາວ ຄັ້ງທີ 15 ສຳລັບແຜນວຽກຈຸດສຸມໃນ ເດືອນກັນຍາທີ່ຈະມາເຖິງນີ້, ລັດຖະ ບານ ຈະໄດ້ສຸມໃສ່ວຽກງານຕົວຈິງ ຈຳນວນໜຶ່ງດັ່ງນີ້: ຂົງເຂດປ້ອງກັນ ຊາດ: ມອບໃຫ້ກະຊວງປ້ອງກັນ ປະເທດ ສືບຕໍ່ຈັດຕັ້ງປະຕິບັດແນວ ທາງປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບທົ່ວປວງຊົນຮອບດ້ານ ດ້ວຍມາດຕະການຕ່າງໆ ຢ່າງຕັ້ງ ໜ້າ ແລະ ຕໍ່ເນື່ອງ ສາມາດຮັບປະ ກັນສະຖຽນລະພາບທາງດ້ານການ ເມືອງ, ຄວາມສະຫງົບຕາມບໍລິເວນ ຊາຍແດນ, ພ້ອມທັງສືບຕໍ່ສຸມໃສ່ ວຽກງານກໍ່ສ້າງຮາກຖານການ ເມືອງ ໃຫ້ມີຄວາມໜັກແໜ້ນເຂັ້ມ ແຂງຮອບດ້ານ; ຂົງເຂດປ້ອງກັນ ຄວາມສະຫງົບ: ສືບຕໍ່ເພີ່ມທະວີການ ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າ ດ້ວຍການແກ້ໄຂບັນຫາຢາເສບ ຕິດ, ເອົາໃຈໃສ່ຈັດຕັ້ງປະຕິບັດຄຳ ສັ່ງວ່າດ້ວຍການເພີ່ມທະວີວຽກ ງານສະກັດກັ້ນ ແລະ ແກ້ໄຂປາກົດ ການຫຍໍ້ທໍ້ໃນສັງຄົມ ແລະ ນິຕິກຳ ກ່ຽວຂ້ອງຕ່າງໆ ໃຫ້ແຂງແຮງກວ່າ ເກົ່າ ໂດຍສະເພາະການແກ້ໄຂບັນ ຫາຢາເສບຕິດ, ຂີ້ລັກ, ງັດແງະ, ປຸ້ນ ຈີ້ ແລະ ອື່ນໆ. ສ່ວນການແກ້ໄຂວຽກ ງານເຄັ່ງຮ້ອນທາງດ້ານເສດຖະກິດ ແມ່ນສຸມໃສ່ແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນ ຄ້າ ແລະ ໜີ້ສິນຕ່າງປະເທດຕາມ ມະຕິຕົກລົງ ຂອງກົມການເມືອງສູນ ກາງພັກ ສະບັບເລກທີ 19/ກມສພ, ລົງວັນທີ 30 ມິຖຸນາ 2023 ໂດຍ ສະເພາະສືບຕໍ່ປະຕິບັດແຜນເຄື່ອນ ໄຫວວຽກຈຸດສຸມຂອງຄະນະສະ ເພາະກິດ ແລະ ບັນດາເນື້ອໃນນິຕິກຳ ແລະ ແຈ້ງການທິດຊີ້ນຳຂອງກອງ ປະຊຸມຄະນະສະເພາະກິດໃນແຕ່ລະ ຄັ້ງ, ສືບຕໍ່ຊຸກຍູ້, ຕິດຕາມການຈັດ ຕັ້ງປະຕິບັດໂຄງການບໍ່ແຮ່ ທີ່ໄດ້ຮັບ ອະນຸມັດແລ້ວໃຫ້ດຳເນີນຕາມສັນ ຍາ ເພື່ອໃຫ້ສາມາດສ້າງລາຍຮັບ ໃຫ້ລັດໃຫ້ໄວຂຶ້ນ, ຄຽງຄູ່ກັນນັ້ນກໍ ເລັ່ງກວດກາ ແລະ ປະເມີນຄືນຢ່າງ ເປັນລະບົ ກໍລະນີໂຄງການໃດບໍ່ມີ ຄວາມຄືບໜ້າ ຫລື ມີຄວາມຄືບໜ້າ ຊ້າ ຫລື ລະເມີດສັນຍາ ແລະ ກົດ ໝາຍກ່ຽວຂ້ອງ ແມ່ນຈະໄດ້ ກ້າວໄປ ສູ່ການຍົກເລີກຢ່າງເດັດຂາດ. ສຳ ລັບໂຄງການທົດລອງ ແມ່ນຈະໄດ້ ສືບຕໍ່ໂຈະການອະນຸມັດໃໝ່, ສ່ວນ ໂຄງການຈະສືບຕໍ່ທີ່ເຫັນວ່າມີປະ ລິມານແຮ່ພຽງພໍກັບການລົງທຶນ ຕໍ່ໄປແມ່ນຫັນໄປສູ່ການປະຕິບັດ ຕາມກົດໝາຍ ແລະ ລະບຽບການ, ແຕ່ຕ້ອງຮັບປະກັນຜົນປະໂຫຍດ ຂອງລັດເປັນທີ່ຕັ້ງສຳຄັນ ແລະ ຮັບ ປະກັນບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດ ລ້ອມ ແລະ ສັງຄົມ, ສືບຕໍ່ສຸມໃສ່ເກັບ ລາຍຮັບງົບປະມານບັນລຸຕາມແຜນ ທີ່ສະພາແຫ່ງຊາດຮັບຮອງ, ໃນນັ້ນ ສຸມໃສ່ເລັ່ງຂະຫຍາຍຖານຈັດເກັບ ລາຍຮັບຜ່ານລະບົບ ແລະ ເຄື່ອງມື ທັນສະໄໝ ໃຫ້ຫລາຍກວ່າເກົ່າ ແລະ ເລັັ່ງເຊືີ່ອມຖານຂໍ້ມູນກັບຂະແໜງ ການເສດຖະກິດ ເພື່ອຄຸ້ມຄອງແຫລ່ງ ລາຍຮັບໃຫ້ສຳເລັດ, ການເພີ່ມທະວີ ການຄຸ້ມຄອງ ແລະ ຕ້ານການຮົ່ວ ໄຫລຂອງລາຍຮັບງົບປະມານລັດ, ການປະຢັດ ແລະ ຕ້ານການຟຸມ ເຟືອຍ, ການນໍາໃຊ້ລົດຂອງລັດ. ຂົງເຂດພະລັງງານ ແລະ ບໍ່ ແຮ່: ສືບຕໍ່ຄົ້ນຄວ້າປັບປຸງນິຕິກຳ ແລະ ກົດໝາຍທີ່ກ່ຽວຂ້ອງກັບການ ເກັບລາຍຮັບຈາກໂຄງການບໍ່ແຮ່ ໂດຍສະເພາະອັດຕາຄ່າຊັບພະຍາ ກອນແຮ່ທາດ ໃຫ້ສຳເລັດພາຍໃນ ເດືອນຕຸລາ 2023; ສົມທົບກັບ ອົງການປົກຄອງແຂວງ-ນະຄອນ ຫລວງວຽງຈັນ ເພີ່ມທະວີມາດຕະ ການຄຸ້ມຄອງ ເພື່ອບໍ່ໃຫ້ເກີດມີຊ່ອງ ວ່າງການລັກລອບຂຸດຄົ້ນຄຳຕົກ ຂ້ອນຕາມສາຍນໍ້າຕ່າງໆຢ່າງເດັດ ຂາດ; ສືບຕໍ່ຊຸກຍູ້ການຈັດຕັ້ງປະຕິ ບັດໂຄງການພະລັງງານຢູ່ບັນດາ ແຂວງພາກໃຕ້ ທີ່ໄດ້ມີແຜນຂາຍໄຟ ໃຫ້ກຳປູເຈຍ ເພື່ອຮັບປະກັນໃຫ້ມີ ຄວາມຄືບໜ້າ ແລະ ສຳເລັດຕາມກຳ ນົດເວລາທີ່ໄດ້ເຊັນສັນຍາຊື້-ຂາຍ. ນອກຈາກນີ້, ເພີ່ມທະວີຕິດຕາມເຝົ້າ ລະວັງລະດັບນ້ຳໃນອ່າງເກັບນ້ຳ ຂອງບັນດາເຂື່ອນໄຟຟ້າຢ່າງໃກ້ ຊິດ, ທັງມີການບໍລິຫານ ຈັດການນ້ຳ ໃຫ້ດີ, ໃຫ້ມີການແຈ້ງເຕືອນທຸກ ຄັ້ງກ່ອນ ຈະລະບາຍນໍ້າອອກຈາກ ເຂື່ອນເພື່ອໃຫ້ປະຊາຊົນ ໂດຍສະ ເພາະປະຊາຊົນທີ່ອາໄສຢູ່ເຂດຕິດ ກັບແຄມແມ່ນ້ຳສາມາດກະກຽມ ຮັບມືໄດ້ທັນການ. ຂົງເຂດທະນາຄານ: ເອົາໃຈ ໃສ່ເຜີຍແຜ່ກ່ຽວກັບການຈັດຕັ້ງປະ ຕິບັດຄໍາສັ່ງເລກທີ 10/ນຍ ວ່າດ້ວຍ ການຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ເຂັ້ມງວດ ແລະ ຮີບຮ້ອນອອກ ຄໍາແນະນໍາລະອຽດຕໍ່ບາງເນື້ອໃນ ທີ່ສັງຄົມໃຫ້ຄວາມສົນໃຈ ເຊັ່ນ: ການ ຄອບຄອງ, ການນຳໃຊ້, ການແລກ ປ່ຽນເງິນຕາ ແລະ ອື່ນໆ, ພ້ອມທັງ ສືບຕໍ່ເຜີຍແຜ່ ແລະ ໃຫ້ມີການອະ ທິບາຍຜ່ານສື່ຕ່າງໆ ດ້ວຍຫລາຍ ຮູບການ ແລະ ເປັນປົກກະຕິ, ພ້ອມ ນັ້ນ ກໍຈັດຕັ້ງປະຕິບັດຂໍ້ຕົກລົງ 93/ ນຍ ວ່າດ້ວຍການຈັດຕັ້ງປະຕິບັດນະ ໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະ ກິດ ແລະ ນະໂຍບາຍສິນເຊື່ອເພື່ອ ກະຈາຍແຫລ່ງທຶນສູ່ທ້ອງຖິ່ນ ໂດຍ ສະເພາະການຄັດເລືອກເອົາໂຄງ ການບຸລິມະສິດ ທີ່ມີຕະຫລາດຮອງ ຮັບ ແລະ ມີໜໍ່ແໜງການຜະລິດທີ່ ດີແລ້ວ. ຂົງເຂດອຸດສາຫະກຳ ແລະ ການຄ້າ: ສົມທົບກັບພາກສ່ວນ ກ່ຽວຂ້ອງ ສືບຕໍ່ຄຸ້ມຄອງລາຄາສິນ ຄ້າ ແລະ ຄ່າບໍລິການ, ກໍານົດໂຄງ ປະກອບລາຄາສິນຄ້າ (ຂາຍຍົກຂາຍຍ່ອຍ) ແລະ ລາຍການສິນຄ້າ ທີ່ຕ້ອງໄດ້ຕິດຕາມການເໜັງຕີງ ຂອງລາຄາໃຫ້ຮູ້ໄດ້ສາເຫດການ ຂຶ້ນ-ລົງ ເພື່ອມີມາດຕະການແກ້ໄຂ ໃຫ້ທັນກັບສະພາບການ; ສືບຕໍ່ໂຄງ ການຊຸກຍູ້ການຜະລິດເປັນສິນຄ້າ ທົດແທນການນໍາເຂົ້າ ແລະ ຊຸກຍູ້ ການສົ່ງອອກ; ສືບຕໍ່ຊຸກຍູ້ ແລະ ຕິດ ຕາມການຈັດຕັ້ງປະຕິບັດຄັງແຮເຂົ້າ ແຊກແຊງລາຄາ ແລະ ດັດສົມຕະ ຫລາດຢູ່ນະຄອນຫລວງວຽງຈັນ. ພ້ອມທັງຄົ້ນຄວ້ານະໂຍບາຍ, ລະ ບຽບການ, ເງື່ອນໄຂໃນການທົດ ລອງຈຳໜ່າຍສິນຄ້າ ໃນລາຄາແຊກ ແຊງ, ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດ ຜົນກອງປະຊຸມທຸລະກິດລາວປະ ຈຳປີ 2023 ໃຫ້ເປັນຮູບປະທໍາ ເປັນຕົ້ນ ການແກ້ໄຂຫົວຂໍ້ທີ່ຍັງຄົງ ຄ້າງ ແລະ ຍັງບໍ່ທັນໄດ້ແກ້ໄຂຕໍ່ກັບ ບັນດາຂໍ້ສະເໜີຂອງກອງປະຊຸມດັ່ງ ກ່າວ ເພື່ອກະກຽມເຮັດວຽກຮ່ວມ ຮ່ວມກັບສະພາການຄ້າ ແລະ ອຸດ ສາຫະກຳ. ຂົງເຂດໂຍທາທິການ ແລະ ຂົນສົ່ງ: ສຸມໃສ່ຄົ້ນຄວ້າຮ່າງນິຕິ ກຳຈຳນວນໜຶ່ງທີ່ມີຄວາມຈຳເປັນ ຮີບດ່ວນ ເຊັ່ນ: ຮ່າງຂໍ້ຕົກລົງວ່າດ້ວຍ ຄ່າທໍານຽມ-ຄ່າບໍລິການຂະແໜງ ລົດໄຟ, ຮ່າງດໍາລັດວ່າດ້ວຍການປັບ ໄໝຂອງຂະແໜງການລົດໄຟ ແລະ ພາລະບົດບາດທ່າບົກຂອງ ສປປ ລາວ ໃຫ້ສຳເລັດໄວ. ພ້ອມກັນນັ້ນ, ກໍສືບຕໍ່ແກ້ໄຂບັນຫາຂໍ້ຄົງຄ້າງ ຕ່າງໆ ກ່ຽວກັບໂຄງການທາງລົດ ໄຟ ເພື່ອແກ້ໄຂຫາງສຽງ ແລະ ປາ ກົດການຍໍ້ທໍ້ຕ່າງໆ; ສືບຕໍ່ປັບປຸງ ໂຄງລ່າງພື້ນຖານ (ເສັ້ນທາງ) ຈຸດ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ທໍາມະຊາດ ເພື່ອໃຫ້ເສັ້ນສາມາດ ນຳໃຊ້ໄດ້ເປັນປົກກະຕິ. ຂົງເຂດ ກະສິກຳ ແລະ ປ່າໄມ້ ສົມທົບກັບພາກສ່ວນກ່ຽວຂ້ອງ ປະຕິບັດຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດຄຳສັ່ງວ່າດ້ວຍການເພີ່ມ ທະວີຄວາມເຂັ້ມງວດ ໃນການຄຸ້ມ ຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ປ່າໄມ້, ທີ່ດິນປ່າໄມ້, ຕ້ານ ແລະ ສະກັດກັ້ນການບຸກລຸກທຳລາຍ ປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມ ປ່າ. ນອກນັ້ນ, ສືບຕໍ່ຊຸກຍູ້ສົ່ງເສີມ ການຜະລິດກະສິກຳເພື່ອສົ່ງອອກ ທົດແທນການນຳເຂົ້າໃຫ້ໄດ້ຕາມ ແຜນທີ່ກຳນົດໄວ້; ສືບຕໍ່ແກ້ໄຂຜົນ ກະທົບຈາກນ້ຳຖ້ວມຕໍ່ການຜະລິດ ກະສິກໍາ, ປູກຝັງລ້ຽງສັດໂດຍສະ ເພາະເລັ່ງໃສ່ຟື້ນຟູເຂດເນື້ອທີ່ຜະ ລິດເຂົ້ານາ ໃຫ້ສາມາດທັນຜະລິດ ຕາມຮອບວຽນຢູ່ບັນດາແຂວງພາກ ໃຕ້, ສະໜອງຢາປິ່ນປົວສັດລ້ຽງ ແລະ ອື່ນໆ. ຂົງເຂດວຽກງານວັດທະນະ ທຳ-ສັງຄົມ: ມອບໃຫ້ກະຊວງແຮງ ງານ ແລະ ສະຫວັດດີການສັງຄົມ ສືບຕໍ່ສົມທົບກັບຂະແໜງການ ແລະ ທ້ອງຖິ່ນກ່ຽວຂ້ອງໃຫ້ການຊ່ວຍ ເຫລືອບັນເທົາທຸກປະຊາຊົນທີ່ໄດ້ ຮັບຜົນກະທົບຈາກໄພພິບັດ, ສືບຕໍ່ ຕິດຕາມການຈັດຕັ້ງປະຕິບັດນະໂຍ ບາຍອຸດໜູນແຮງງານຂັ້ນຕ່ຳຕາມ ແຈ້ງການຂອງຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ ສະບັບເລກ ທີ 1502/ຫສນຍ, ລົງວັນທີ 16 ສິງຫາ 2023; ມອບໃຫ້ກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສືບຕໍ່ກະກຽມຄວາມ ພ້ອມການຈັດປີທ່ອງທ່ຽວລາວ ປີ 2024 ຮອບດ້ານ, ພ້ອມນັ້ນ ກໍໃຫ້ ສົມທົບພາກສ່ວນກ່ຽວຂ້ອງ ແລະ ຜູ້ປະກອບການທ່ອງທ່ຽວ ໃນການ ປັບປຸງໂຄງລ່າງພື້ນຖານການທ່ອງ ທ່ຽວ, ສະຖານທີ່ທ່ອງທ່ຽວ, ລະບົບ ການຄຸ້ມຄອງການທ່ອງທ່ຽວ, ສືບ ຕໍ່ຄົ້ນຄວ້າການທ່ອງທ່ຽວຫລາຍ ຮູບແບບ ແລະ ອື່ນໆໃຫ້ດີ ເພື່ອເຮັດ ໃຫ້ການພັດທະນາການທ່ອງທ່ຽວຢູ່ ສປປ ລາວ ໃຫ້ນັບມື້ເຕີບໃຫຍ່ຂະ ຫຍາຍຕົວ; ມອບໃຫ້ກະຊວງສຶກສາ ທິການ ແລະ ກິລາສົມທົບກັບຂະ ແໜງການກ່ຽວຂ້ອງ ແລະ ອົງການ ປົກຄອງທ້ອງຖິ່ນ ສືບຕໍ່ຈັດຕັ້ງປະຕິ ບັດ ແລະ ຜັນຂະຫຍາຍມະຕິຕົກລົງ ຂອງລັດຖະບານ ວ່າດ້ວຍການກຳ ນົດນະໂຍບາຍ ແລະ ມາດຕະການ ແກ້ໄຂບັນຫາການຂາດແຄນຄູ ສອນ, ການປະລະການຮຽນ ແລະ ການສົ່ງເສີມເຂົ້າຮຽນວິຊາຊີບ. ນອກນີ້ ກໍສືບຕໍ່ກະກຽມການໄຂສົກ ຮຽນໃໝ່ ສົກປີ 2023-2024 ໃນ ສາຍການສຶກສາແຕ່ລະຂັ້ນໃນຂອບ ເຂດທົ່ວປະເທດ. ພ້ອມທັງສືບຕໍ່ປັບ ປຸງບັນດາໂຮງຮຽນ, ລວມທັງກະ ກຽມອຸປະກອນການຮຽນ-ການ ສອນ ແລະ ອຸປະກອນທີ່ໄດ້ຮັບຜົນ ກະທົບຈາກໄພນໍ້າຖ້ວມໃຫ້ສາມາດ ທັນກັບມື້ໄຂສົກຮຽນໃໝ່. ມອບໃຫ້ກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມສືບ ຕໍ່ລົງຕິດຕາມ, ກວດກາບັນຫາສິ່ງ ແວດລ້ອມຂອງບັນດາໂຄງການພັດ ທະນາແຮ່ທາດ, ໂຮງງານອຸດສາ ຫະກຳ ແລະ ອື່ນໆ ໃຫ້ມີການຄຸ້ມຄອງ ທີ່ດີ; ສືບຕໍ່ປະຕິບັດການຊື້-ຂາຍ ກຳມະສິດນຳໃຊ້ທີ່ດິນຜ່ານລະບົບ ທະນາຄານຕາມທິດຊີ້ນຳຂອງລັດ ຖະບານ. ຂົງເຂດວຽກງານການຕ່າງປະ ເທດ: ມອບໃຫ້ກະຊວງການຕ່າງປະ ເທດສືບຕໍ່ຕິດຕາມສະພາບພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ໃຫ້ທັນການ ໂດຍສະເພາະບັນຫາທີ່ ຈະສົ່ງຜົນກະທົບຕໍ່ລາວເຮົາ ເພື່ອ ລາຍງານຂໍທິດຊີ້ນຳໃຫ້ທັນການ; ສືບ ຕໍ່ກະກຽມຄວາມພ້ອມໃຫ້ແກ່ການ ເຄື່ອນໄຫວວຽກງານຕ່າງປະເທດ ຂອງການນຳຂັ້ນສູງຂອງພັກ, ຂອງ ລັດ ເຊັ່ນ: ເຂົ້າຮ່ວມກອງປະຊຸມສຸດ ຍອດອາຊຽນ ຢູ່ອິນໂດເນເຊຍ, ການ ກະກຽມເດີນທາງໄປຮ່ວມງານວາງ ສະແດງສິນຄ້າ ຈີນ-ອາຊຽນ. ນອກ ຈາກນັ້ນ ກໍສືບຕໍ່ສຸມໃສ່ກະກຽມບັນ ດາໜ້າວຽກໃນການເປັນເຈົ້າພາບ ກອງປະຊຸມອາຊຽນ ປີ 2024 ໃຫ້ ສໍາເລັດຕາມກຳນົດເວລາ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ

RkJQdWJsaXNoZXIy MTc3MTYxMQ==