5690

ln[8+rafmtokrNo4ko37']jk' c]t lkmk]to5xt3rd 16jg0f-qoot[qf1jk',u95fl5, xtgmf]k; 3 28/08/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໂດຍ: ນາງ ທີບພາພອນ ທລຍ ເມືອງໃໝ່ dv'mob x[a x'5 -;u fy dkogxoa 1 j 6 0v'[kh ookdk' -j;pcdhw07;k,m5dpkd0v'xt-k-qo * ໃນໄລຍະຜ່ານມາ ພັກເຮົາ ໄດ້ ໃຫ້ຄວາມສຳຄັນ ແລະ ຖືເປັນບຸລິມະ ສິດພິເສດ ຕໍ່ການພັດທະນາພື້ນຖານ ໂຄງລ່າງ ແລະ ສາທາລະນຸປະໂພກ ຢູ່ເຂດຊົນນະບົດ ໂດຍການຈັດສັນງົບ ປະມານ, ແຮງງານ ແລະ ຊຸກຍູ້ຂະ ແໜງການຕ່າງໆໃຫ້ມີສ່ວນຮ່ວມ ນໍ້າສະອາດ ໃຊ້ຢ່າງພຽງພໍ, ມີສຸກ ສາລາ, ໂຮງຮຽນ, ໂຮງໝໍປະ ຈຳ ເຂດຈຸດສຸມຕ່າງໆ. ທັງໝົດນັ້ນ ໄດ້ ເຮັດໃຫ້ຊີວິດການເປັນຢູ່ຂອງປະ ຊາຊົນດີຂຶ້ນເປັນກ້າວ. ແຕ່ເຖິງຢ່າງ ໃດກໍຕາມ ເພື່ອຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ ຢ່າງ ມີຈຸດສຸມນັ້ນ ໃນມະຕິກອງປະຊຸມ ໃຫຍ່ຄັ້ງທທີ XI ຂອງພັກ ໄດ້ກຳນົດ ແຜນພັດທະນາພື້ນຖານໂຄງລ່າງ ແລະ ສາທາລະນຸປະໂພກ ຢູ່ເຂດຊົນ ນະບົດ ຢ່າງມີຈຸດສຸມ ໂດຍມີການສົມ ທົບລະຫວ່າງ ການບູລະນະ ແລະ ຂະຫຍາຍພື້ນຖານໂຄງລ່າງຢູ່ຊົນ ນະບົດທີ່ມີແລ້ວ ກັບການດຳເນີນ ການສຳຫລວດ, ກຳນົດແຜນພັດ ທະນາດ້ານໂຄງລ່າງ ລະບົບສາທາ ລະນຸປະໂພກ ໂດຍສະເພາະແມ່ນຢູ່ ເຂດຊົນນະບົດຫ່າງໄກສອກຫລີກ, ເຂດຊາຍແດນທີ່ມີຄວາມຈຳເປັນ ຮີບດ່ວນ. ພ້ອມນີ້ກໍຕ້ອງສ້າງສະພາບເອື້ອ ອຳນວຍແບບບຸລິມະສິດ ຕໍ່ກິດຈະ ການລົງທຶນຂອງຜູ້ປະກອບການ ຢູ່ເຂດເມືອງທຸກຍາກ ຫລື ເຂດທຸລະ ກັນດານ ໄປພ້ອມກັບການຊ່ວຍເຫລືອ ຢ່າງຕັ້ງໜ້າຕໍ່ຄອບຄົວຂອງປະຊາ ຊົນ ແລະ ຈັດສັນ, ພັດທະນາເຂດຈຸດ ສຸມ ເພື່ອສົ່ງເສີມການຜະລິດເປັນ ແລະ ມີແຜນການຈັດຕັງປະຕິບັດ ຢ່າງມີຈຸດສຸມ. ຜ່ານການຊຸກຍູ້ສົ່ງເສີມດັ່ງກ່າວ ກໍເຫັນວ່າຢູ່ເຂດຊົນນະບົດຫ່າງໄກ ສອກຫລີກ ໄດ້ຮັບການພັດທະນາດີ ຂຶ້ນ ເປັນຕົ້ນ: ມີເສັ້ນທາງຄົມມະນາ ຄົມຢ່າງທົ່ວເຖິງ, ມີລະບົບໄຟຟ້າ, * ບ້ານ ນາກາງ, ຂຶ້ນກັບກຸ່ມເທ ສະບານ ເມືອງໃໝ່ ເປັນບ້ານໜຶ່ງທີ່ ນອນໃນ 24 ບ້ານເປົ້າໝາຍຊຸດທີ 1 ຂອງໂຄງການຫລຸດຜ່ອນຄວາມ ທຸກຍາກ (ທລຍ) 3 ໄລຍະເພີ່ມທຶນ ຢູ່ເມືອງໃໝ່, ແຂວງຜົ້ງສາລີ. ບ້ານ ນາກາງ ໄດ້ເຂົ້າຮ່ວມປະຕິບັດກິດ ຈະກຳການຊ່ວຍເຫລືອຂອງໂຄງ ການ ທລຍ 3 ໄລຍະເພີ່ມທຶນ ມາ ແຕ່ຕົ້ນປີ 2021 ເປັນຕົ້ນແມ່ນກິດ ຈະກໍາປັບປຸງຊີວິດການເປັນຢູ່ ຊຶ່ງ ໄດ້ສ້າງຕັ້ງກຸ່ມຊ່ວຍເຫລືອກັນແກ້ ໄຂຄວາມທຸກຍາກ (ກຊກ) ໄດ້ 5 ກຸ່ມ, ມີສະມາຊິກທັງໜົດ 72 ຄົນ (ຍິງ 60 ຄົນ) ແລະ ໄດ້ ຄັດເລືອກເອົາຄະນະກຳມະການບໍ ລິຫານກອງທຶນ ກຊກ ບ້ານ ຈຳ ນວນ 5 ທ່ານ ແລະ ໄດ້ຮັບການຝຶກ ອົບຮົມດ້ານການບັນຊີ ແລະ ການ ເງິນ ຈາກ ທລຍ ເພື່ອໃຫ້ສາມາດ ຄຸ້ມຄອງເງິນຕົ້ນທຶນ ແລະ ເງິນ ຝາກຂອງສະມາຊິກ ໄດ້ຢ່າງມີປະ ສິດທິພາບ. ສະມາຊິກ ກຊກ ຍັງໄດ້ ເຂົ້າຮ່ວມຝຶກອົບຮົມເຕັກນິກການ ປູກ ແລະ ການລ້ຽງສັດ ກ່ອນທີ່ໄດ້ ຮັບສິດໃນການຂໍກູ້ຢືມເງິນຕົ້ນທຶນ. ທລຍ ໄດ້ສະໜອງເງິນຕົ້ນທຶນ ໃຫ້ ກຊກ ຊຸດທີ 1 ໃນກາງປີ 2021 ແລະ ຊຸດທີ 2 ໃນກາງປີ 2022 ຊຶ່ງເປັນຈຳນວນເງິນທັງໝົດ 147.872.000 ກີບ ແລະ ເງິນ ຝາກຂອງສະມາຊິກ ກຊກ ມາຮອດ ສາມາດສົ່ງທຶນກູ້ກ່ອນກຳນົດໄດ້ 100% ແລະ ອີກ 22 ຄົນ ໄດ້ຈ່າຍ ດອກເບ້ຍ ເປັນປະຈໍາ. ຜ່ານການຈັດຕັ້ງປະຕິບັດກິດຈະ ກຳສ້າງລາຍຮັບໃນໄລຍະຫລາຍ ກວ່າ 30 ເດືອນ ເຫັນວ່າສະມາຊິກ ກຊກ ບ້ານນາກາງ ມີລາຍຮັບເພີ່ມ ຂຶ້ນຫລາຍກວ່າໄລຍະກ່ອນການ ເຂົ້າຮ່ວມກິດຈະກຳປັບປຸງຊີວິດ ການເປັນຢູ່ ໂດຍສະເພາະ ມີລາຍ ຮັບເພີ່ມຂຶ້ນຈາກການຂາຍສັດ, ຂາຍສິ້ນ ແລະ ຄ້າຂາຍຍ່ອຍ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງສະ ມາຊິກ ກຊກ ມີທ່າອ່ຽງດີຂຶ້ນເທື່ອ ລະກ້າວ. ເດືອນມິຖຸນາ 2023 ມີຈຳນວນ ທັງໝົດ 45.200.000 ກີບ. ໃນ ຮອບວຽນທີ 1 ປີ 2021, ສາມາດ ປ່ອຍກູ້ໄດ້ 79.000.000 ກີບ ໃຫ້ແກ່ສະມາຊິກ ກຊກ 28 ຄົນ ເພື່ອນໍາ ໃຊ້ເຂົ້າໃນການລົງທຶນ ໃສ່ກິດຈະກຳສ້າງລາຍຮັບ ເປັນຕົ້ນ ແມ່ນຄ້າຂາຍຍ່ອຍ ແລະ ການລ້ຽງ ສັດນ້ອຍ (ລ້ຽງສັດປີກ ແລະ ລ້ຽງ ໝູ). ໃນນີ້ ໄດ້ເອົາເງິນຝາກມາປ່ອຍ ກູ້ຈໍານວນ 16.000.000 ກີບ ຈາກ ເງິນຝາກທັງໝົດ 20.000.000 ກີບ ໂດຍໄລຍະການກູ້ ແມ່ນ 12 ເດືອນ ໃນອັດຕາດອກເບ້ຍ 1% ຕໍ່ ເດືອນ. ໃນຮອບວຽນທີ 1 ຂອງການ ປ່ອຍກູ້, ສະມາຊິກ ກຊກ ສາມາດ ສົ່ງຕົ້ນທຶນຄືນ ແລະ ດອກເບ້ຍໄດ້ 100% (9.440.000 ກີບ). ສໍາລັບການປ່ອຍກູ້ໃນຮອບວຽນທີ 2 ແມ່ນ 98.000.000 ກີບ ໃຫ້ແກ່ສະມຊິກ ກຊກ ຈໍານວນ 26 ຄົນ ໃນນີ້ ໄດ້ປ່ອຍກູ້ຈາກເງິນຝາກ 9.000.000 ກີບ ໂດຍໄດ້ນໍາໄປ ລົງທຶນໃສ່ກິດຈະກຳປັບປຸງຊີວິດ ການເປັນຢູ່ 5 ປະເພດ ຄື: ຕໍ່າຫູກ, ລ້ຽງໄກ່, ລ້ຽງເປັດ, ລ້ຽງໝູ ແລະ ລ້ຽງແບ້ ໃນໄລຍະການກູ້ຢືມ 12 ເດືອນ ແລະ ອັດຕາດອກເບ້ຍ 1% ຕໍ່ເດືອນ. ໃນຮອບວຽນທີ 2 ຂອງ ການປ່ອຍກູ້, ສະມາຊິກ ກຊກ 4 ຄົນ ສິນຄ້າຂອງປະຊາຊົນຢູ່ຊົນນະບົດ, ເຂດຊຸມຊົນໃຫຍ່ ຫລື ຕົວເມືອງ ນ້ອຍ; ເພີ່ມທະວີການສົ່ງເສີມ, ຊຸກຍູ້ ການຜະລິດສິນຄ້າ-ບໍລິການ ເພື່ອຮັບ ໃຊ້ຊີວິດການເປັນຢູ່ຂອງປະຊາຊົນ ແລະ ສະໜອງສິນຄ້າສູ່ຕະຫລາດ ເປັນປົກກະຕິ; ຊຸກຍູ້ສົ່ງເສີມພາກທຸ ລະກິດດ້ານການຄ້າໃນຕົວເມືອງ ເພື່ອຮ່ວມມືກັບບັນດາຫົວໜ່ວຍຜູ້ ຜະລິດຢູ່ຊົນນະບົດ ໂດຍການຈັດເທ ສະການສະແດງສິນຄ້າຊຸມຊົນທ້ອງ ຖິ່ນ ຫລື ໃນລະດັບພາກພື້ນ ທັງນີ້ ແມ່ນແນໃສ່ສົ່ງເສີມການຜະລິດ ຂອງປະຊາຊົນໃນຊົນນະບົດໃຫ້ສາ ມາດເຂົ້າເຖິງຕະຫລາດ ແລະ ນຳ ລາຍຮັບທີ່ໝັ້ນຄົງມາໃຫ້ປະຊາຊົນ ແບບຍືນຍົງ.

RkJQdWJsaXNoZXIy MTc3MTYxMQ==