lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 25/08/2023 xtgmf]k; ແຮງງານລາວ... ລາວ ນຳເຂົ້າ-ສົ່ງອອກ... ອາຊຽນ... ລາວ ເຂົ້າຮ່ວມກອງປະຊຸມ... ລະດົມຄຳຄິດເຫັນໃສ່... ຂປລ. ອີງຕາມຂໍ້ມູນຈາກກະ ຊວງອຸດສາຫະກຳ ແລະ ການຄ້າ ຂອງ ສປປ ລາວ ໃຫ້ຮູ້ວ່າ: ມູນຄ່າ ການນໍາເຂົ້າ ແລະ ສົ່ງອອກສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 7 ປີ 2023 ບັນລຸໄດ້ປະມານ 1.025 ລ້ານ ໂດລາສະຫະລັດ ເຊິ່ງເປັນມູນ ຄ່າການສົ່ງອອກ ປະມານ 429 ລ້ານໂດລາສະຫະລັດ, ມູນຄ່າການ ນໍາເຂົ້າປະມານ 595 ລ້ານໂດລາ ສະຫະລັດແລະຂາດດຸນການຄ້າ ປະມານ 166 ລ້ານໂດລາສະຫະ ລັດ. ສຳລັບສິນຄ້າທີ່ສົ່ງອອກຫລາຍ ປະກອບມີ ເກືອກາລີ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍ ເຈ້ຍ, ແຮ່ທອງ, ແຮ່ເຫລັກ, ຄໍາປະສົມ, ຄຳແທ່ງ. ສ່ວນສິນຄ້າທີ່ນໍາເຂົ້າຫລາຍແມ່ນ ນ້ຳມັນກາຊວນ, ຊິ້ນສ່ວນອາໄຫລ່ ລົດ, ພາຫະນະທາງບົກ, ອຸປະກອນ ກົນຈັກ, ເຫລັກ ແລະ ອື່ນໆ. ສຳລັບປະເທດ ທີ່ ສປປ ລາວ ສົ່ງອອກຫລາຍແມ່ນ ສປ ຈີນ ສົ່ງ ອອກປະມານ 196 ລ້ານໂດລາສະ ຫະລັດ, ຫວຽດນາມ ປະມານ 90 ລ້ານໂດລາສະຫະລັດ, ໄທ ປະມານ 48 ລ້ານໂດລາສະຫະລັດ, ຮົງກົງ ປະມານ 13 ລ້ານໂດລາສະຫະລັດ ແລະ ສະຫະລັດອາເມລິກາ ປະມານ 11 ລ້ານໂດລາສະຫະລັດ. ສ່ວນປະເທດ ທີ່ ສປປ ລາວ ນໍາເຂົ້າແມ່ນ ລາຊະອານາຈັກໄທ ປະມານ 254 ລ້ານໂດລາສະຫະ ລັດ, ສປ ຈີນ ປະມານ 192 ລ້ານ ໂດລາສະຫະລັດ, ຫວຽດນາມ ປະ ມານ 29 ລ້ານໂດລາສະຫະລັດ, ສະຫະລັດອາເມລິກາ ປະມານ 27 ລ້ານໂດລາສະຫະລັດ ແລະ ສ ເກົາຫລີ ປະມານ 12 ລ້ານໂດລາ ສະຫະລັດ. ມູນຄ່າການນໍາເຂົ້າ ແລະ ສົ່ງ ອອກ ປະຈໍາເດືອນ 7 ປີ 2023 ແມ່ນ ຍັງບໍ່ກວມເອົາມູນຄ່າການນຳເຂົ້າ ແລະ ສົ່ງອອກໄຟຟ້າ. ຂໍ້ມູນ ກະຊວງ ອຄ ຂປລ. ກອງປະຊຸມລັດຖະມົນຕີ ສິ່ງແວດລ້ອມອາຊຽນ +3 ຄັ້ງທີ 18 (ສປ ຈີນ, ຍີ່ປຸ່ນ, ສ ເກົາ ຫລີ) ໄດ້ຈັດຂຶ້ນໃນວັນທີ 24 ສິງຫາ 2023 ທີ່ນະຄອນຫລວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ບຸນຄໍາ ວໍລະຈິດ ລັດຖະ ມົນຕີກະຊວງຊັບພະຍາກອນ ທໍາ ມະຊາດ ແລະ ສິ່ງແວດລ້ອມແຫ່ງ ສປປ ລາວ, ມີບັນດາລັດຖະມົນຕີ ສິ່ງແວດລ້ອມຈາກປະເທດສະມາ ຊິກອາຊຽນ, ສປ ຈີນ, ຍີ່ປຸ່ນ, ສ ເກົາຫລີ, ຕາງໜ້າກອງເລຂາອາ ຊຽນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ແນໃສ່ເພື່ອ ເພີ່ມທະວີການພົວພັນ ແລະ ການ ຮ່ວມມືດ້ານສິ່ງແວດລ້ອມລະ ຫວ່າງບັນດາປະເທດສະມາຊິກອາ ຊຽນ ກັບຄູ່ຮ່ວມມືເຊັ່ນ: ສປ ຈີນ, ຍີ່ປຸ່ນ ແລະ ສ ເກົາຫລີ ໂດຍມີຈຸດປະ ສົງສໍາຄັນ ເພື່ອສ້າງຜົນປະໂຫຍດ ເຊິ່ງກັນ ແລະ ກັນ ໃນອະນາຄົດ ຄື: ປຶກສາຫາລືກ່ຽວກັບຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດບັນດາກິດ ຫາ 2023, ທ່ານ ນາງ ຣາບັບ ຟາຕີມາ (Rabab Fatima) ຮອງ ເລຂາທິການໃຫຍ່ ອົງການ ສປຊ ທັງເປັນຜູ້ຕາງໜ້າຂັ້ນສູງ ສປຊ ທີ່ຮັບຜິດຊອບປະເທດດ້ອຍພັດ ທະນາ, ປະເທດກໍາລັງພັດທະນາ ທີ່ບໍ່ມີຊາຍແດນຕິດທະເລ ແລະ ປະ ເທດເກາະດອນ ນ້ອຍກໍາລັງພັດທະ ນາ ໄດ້ກ່າວເປີດກອງປະຊຸມ ໂດຍ ໄດ້ສະແດງຄວາມເປັນຫ່ວງຕໍ່ກັບ ສະພາບວິກິດການໃນທົ່ວໂລກ ແລະ ຜົນກະທົບຮອບດ້ານທີ່ບັນດາປະ ເທດ LLDCs ຕ້ອງຜະເຊີນໃນໄລ ຍະຜ່ານມາ ແລະ ຍ້ອນມີຄວາມ ບອບບາງກວ່າປະເທດອື່ນ ຈຶ່ງເຮັດ ໃຫ້ປະເທດເຫລົ່ານີ້ ຍິ່ງຕ້ອງພົບກັບ ສະພາບຫຍຸ້ງຍາກອີກຫລາຍເທົ່າ. ສະນັ້ນ, ຈຶ່ງມີຄວາມຈໍາເປັນຢ່າງ ຍິ່ງ ທີ່ບັນດາປະເທດທາງຜ່ານ, ຄູ່ ຮ່ວມພັດທະນາ ແລະ ພາກສ່ວນທີ່ ກ່ຽວຂ້ອງ ຕ້ອງເພີ່ມທະວີການຮ່ວມ ມືສະໜັບສະໜູນປະເທດເຫລົ່ານີ້ ໂດຍສະເພາະໃນວຽກງານເຊື່ອມ ໂຍງເຊື່ອມຈອດ, ການອໍານວຍ ຄວາມສະດວ ກດ້ານການຄ້າ ແລະ ການຂົນສົ່ງ ກໍຄື ການຮັບມືບັນຫາ ການປ່ຽນແປງຂອງດິນຟ້າອາກາດ ແລະ ການສະໜອງທຶນເພື່ອການ ພັດທະນາ. ໃນໂອກາດດັ່ງກ່າວ, ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນ ຕີກະຊວງການຕ່າງປະເທດ ຫົວໜ້າ ຄະນະຜູ້ແທນ ສປປ ລາວ ທີ່ໄດ້ຮັບ ກຽດຖືກແຕ່ງຕັ້ງເປັນໜຶ່ງໃນສອງ ຮອງປະທານກອງປະຊຸມໃນຄັ້ງນີ້ ກໍໄດ້ກ່າວປາໄສໃນພາກສົນທະນາ ລະດັບສູງ ພາຍໃຕ້ຫົວຂໍ້ “ສະພາບ ການຈັດຕັ້ງປະຕິບັດແຜນດຳເນີນ ງານວຽນນາ ແລະ ການຊຸກ ຍູ້ການ ຈັດຕັ້ງປະຕິບັດວາລະ 2030 ເພື່ອ ການພັດທະນາແບບຍືນຍົງຢູ່ປະ ເທດ LLDCs ໃຫ້ສໍາເລັດຜົນລວມ ເຖິງບົດຮຽນທີ່ຖອດຖອນໄດ້ ແລະ ຟື້ນຟູໃຫ້ດີຂຶ້ນ” ຊຶ່ງໃນນັ້ນ ທ່ານ ໄດ້ ເວົ້າເຖິງຜົນສໍາເລັດ ແລະ ສິ່ງທ້າ ທາຍ ໃນການຈັດຕັ້ງປະຕິບັດແຜນ ດໍາເນີນງານວຽນນາໃນລະດັບປະ ເທດ ໂດຍຜ່ານການເຊື່ອມສານ ເຂົ້າໃນແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ກໍຄືແຜນພັດທະ ນາຂອງຂະແໜງການທີ່ກ່ຽວຂ້ອງ ໂດຍສະເພາະຜົນສໍາເລັດໃນການ ພັດທະນາພື້ນຖານໂຄງລ່າງເຊັ່ນ: ການສ້າງທາງດ່ວນ, ຂົວມິດຕະ ພາບລວມເຖິງເສັ້ນທາງລົດໄຟ ລາວ-ຈີນ ແນໃສ່ສ້າງຄວາມເຂັ້ມ ແຂງໃຫ້ແກ່ລະບົບການຂົນສົ່ງພາຍ ໃນ ແລະ ລະຫວ່າງປະເທດກໍຄືການ ອໍານວຍຄວາມສະດວກທາງດ້ານ ການຄ້າ ແລະ ການຂົນສົ່ງ ເພື່ອກ້າວ ໄປສູ່ການບັນລຸເປົ້າໝາຍທີ່ຈະຫັນ ປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ ມີຊາຍແດນຕິດທະເລ ໃຫ້ກາຍເປັນ ປະເທດເຊື່ອມໂຍງເຊື່ອມຈອດໃນ ລະດັບພາກພື້ນ. ພ້ອມກັນນັ້ນ, ກໍ ໄດ້ມີຂໍ້ສະເໜີແນະ ສໍາລັບການສ້າງ ແຜນດໍາເນີນງານສະບັບໃໝ່ທີ່ຈະ ຮັບຮອງໃນປີ 2024 ໃຫ້ມີລັກສະ ນະຮອບດ້ານ ແລະ ສາມາດຈັດຕັ້ງ ປະຕິບັດໂດຍທຸກປະເທດໂດຍສືບ ຕໍ່ສຸມໃສ່ຂົງເຂດບູລິມະສິດ ທີ່ກ່ຽວ ຂ້ອງກັບການພັດທະນາພື້ນຖານ ໂຄງລ່າງ, ການເຊື່ອມໂຍງ ແລະ ອໍານວຍຄວາມສະດວກດ້ານການ ຄ້າ ແລະ ການຂົນສົ່ງ,ການເຊື່ອມ ຈອດດ້ານດີຈິຕອນ, ການຫັນປ່ຽນ ດ້ານພະລັງງານ ເປັນຕົ້ນ. ພ້ອມ ນັ້ນ, ຄະນະຜູ້ແທນ ສປປ ລາວ ກໍໄດ້ ຮັບໜ້າທີ່ເປັນຜູ້ນໍາພາດໍາເນີນກອງ ປະຊຸມພາກສົນທະນາທີ 1 ກ່ຽວກັບ ການສົ່ງເສີມການຮ່ວມມື ເພື່ອການ ຂົນສົ່ງຜ່ານແດນ ແລະ ການອໍານວຍ ຄວາມສະດວກດ້ານການຄ້າ ເພື່ອ ສ້າງຂີດຄວາມສາມາດໃນການ ແຂ່ງຂັນຂອງປະເທດ LLDCs. ນອກຈາກນັ້ນ, ຫົວໜ້າຄະນະ ຜູ້ແທນ ສປປ ລາວ ກໍຖືໂອກາດນີ້ ພົບປະສອງຝ່າຍກັບ ທ່ານ ນາງ ຣາບັບ ຟາຕີມາ ຮອງເລຂາທິການ ໃຫຍ່ອົງການ ສປຊ ເພື່ອປຶກສາຫາ ລືກ່ຽວກັບບັນດາວຽກງານ ແລະ ການຮ່ວມມືກັນໃນໄລຍະຕໍ່ໜ້າກໍ ຄື ຂະບວນການກະກຽມກອງປະຊຸມ ລະດັບສູງອົງການ ສປຊ ວ່າດ້ວຍ ປະເທດ LLDCs ຄັ້ງທີ 3 ທີ່ຈະ ຈັດຂຶ້ນໃນເດືອນມິຖຸນາ 2024 ທີ່ ປະເທດ ຣູວັນດາ ແລະ ການຫລຸດ ພົ້ນອອກຈາກສະຖານະພາບປະ ເທດດ້ອຍພັດທະນາຢ່າງໂລ່ງລ່ຽນ ຂອງ ສປປ ລາວ ພາຍໃນປີ 2026. ພ້ອມນັ້ນ, ຄະນະຜູ້ແທນ ສປປ ລາວ ກໍໄດ້ພົບປະກັບຄະນະຜູ້ແທນອຸດ ເບັກກິດສະຖານ ເພື່ອປຶກສາຫາລື ກ່ຽວກັບການເສີມຂະຫຍາຍການ ພົວພັນຮ່ວມມືລະຫວ່າງ ສອງກະ ຊວງການຕ່າງປະເທດ ກໍຄືສອງ ປະເທດໃນຕໍ່ໜ້າ. ກອງປະຊຸມກໍໄດ້ມີການຮັບ ຮອງເອກະສານຜົນຂອງກອງປະ ຊຸມ ຊຶ່ງຈະເປັນພື້ນຖານທາງດ້ານ ເນື້ອໃນ ເພື່ອປະກອບສ່ວນເຂົ້າໃນ ຂະບວນການປຶກສາຫາລືໃນຕໍ່ໜ້າ ກໍຄື ການສ້າງແຜນດໍາເນີນງານສະ ບັບໃໝ່ໄລຍະທົດສະວັດຕໍ່ໜ້າສຳ ລັບປະເທດ LLDCs. ກຸ່ມປະເທດ ກຳລັງພັດທະນາທີ່ບໍ່ມີຊາຍແດນ ຕິດທະເລປະກອບດ້ວຍທັງໝົດ 32 ປະເທດ ຈາກພາກພື້ນອາຊີ, ອາຟຣິ ກາ, ອາເມຣິກາລາຕິນ ແລະ ເອີຣົບ. ຂ່າວ: ກະຊວງການຕ່າງປະເທດ ພາປະຊາຊົນແຂວງວຽງຈັນ, ບັນ ດາສະມາຊິກສະພາແຫ່ງຊາດປະ ຈຳເຂດເລືອກຕັ້ງ, ສະມາຊິກສະພາ ປະຊາຊົນແຂວງພ້ອມດ້ວຍພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມ ຄັ້ງນີ້ ເພື່ອເປັນບ່ອນ ອີງໃຫ້ການປະເມີນການຈັດຕັ້ງປະ ຕິບັດ ແລະ ການທາບທາມຮ່າງກົດ ໝາຍ 4 ສະບັບ ໃຫ້ມີຄວາມເໝາະ ສົມກັບສະພາບຕົວຈິງ, ສອດຄ່ອງ ກັບກົດໝາຍ ແລະ ຮັບປະກັນປະ ສິດທິພາບ; ເປັນການລະດົມສະຕິ ປັນຍາ, ຄໍາຄິດເຫັນທີ່ເປັນປະໂຫຍດ ຂອງສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນ ແຂວງ ໃນຖານະເປັນຕົວແທນແຫ່ງ ສິດ ແລະ ຜົນປະໂຫຍດຂອງປະຊາ ຊົນບັນດາເຜົ່າ ກໍຄືເປົ້າໝາຍທີ່ກ່ຽວ ຂ້ອງຕ່າງໆ ເພື່ອປັບປຸງກົດໝາຍ 4 ສະບັບ ໃຫ້ຄົບຖ້ວນ, ຮັດກຸມແລະ ແທດເໝາະກັບສະພາບຕົວຈິງກ່ອນ ນຳສະເໜີຕໍ່ກອງປະຊຸມຄະນະປະ ຈຳສະພາແຫ່ງຊາດພິຈາລະນາ ແລະ ນຳເຂົ້າກອງປະຊຸມສະໄໝສາ ມັນຂອງສະພາແຫ່ງຊາດ. ໂອກາດນີ້, ທ່ານ ຈະເລີນ ເຍຍປາວເຮີ ໄດ້ມີຄຳເຫັນວ່າ: ເນື້ອໃນການປະເມີນຄັ້ງນີ້ ແມ່ນໄດ້ ສຸມໃສ່ຕີລາຄາຄືນການໂຄສະນາ ເຜີຍແຜ່ແຕ່ລະກົດໝາຍໃຫ້ເລິກເຊິ່ງ ແລະ ທົ່ວເຖິງທຸກເປົ້າໝາຍ; ມາດ ຕາທີ່ສອດຄ່ອງ ແລະ ສາມາດປະ ຕິບັດໄດ້, ມາດຕາທີ່ສອດຄ່ອງແຕ່ ປະຕິບັດໄດ້ຍາກ; ລວມທັງມາດ ຕາທີ່ບໍ່ສອດຄ່ອງຕ້ອງໄດ້ປັບປຸງ, ມາດຕາທີ່ຊ້ຳຊ້ອນກັບກົດໝາຍອື່ນ ເຊິ່ງຕ້ອງໄດ້ປັບປຸງໃຫ້ລະອຽດຈະ ແຈ້ງ ແລະ ບັນຫາທີ່ຄວນເພີ່ມເປັນ ມາດຕາໃໝ່; ບັນຫາທີ່ພົວພັນກັບ ກົດໝາຍອື່ນ ເຊັ່ນ: ກົດໝາຍວ່າ ດ້ວຍລັດຖະບານ ແລະ ກົດໝາຍວ່າ ດ້ວຍການປົກຄອງທ້ອງຖິ່ນ, ກົດ ໝາຍວ່າດ້ວຍສານປະຊາຊົນ, ກົດ ໝາຍວ່າດ້ວຍອົງການໄອຍະການ ປະຊາຊົນ, ກົດໝາຍວ່າດ້ວຍການ ກວດກາລັດ, ກົດໝາຍວ່າດ້ວຍການ ກວດສອບແຫ່ງລັດ, ກົດໝາຍວ່າ ດ້ວຍການລົງທຶນຂອງລັດ ແລະ ກົດໝາຍວ່າດ້ວຍງົບປະມານ ເປັນ ຕົ້ນ; ສັງເກດຕີລາຄາການຈັດຕັ້ງ ປະຕິບັດແຕ່ລະກົດໝາຍທີ່ມີຂໍ້ສະ ດວກ, ຂໍ້ຫຍຸ້ງຍາກ, ມີດ້ານດີ ແລະ ດ້ານຄົງຄ້າງທີ່ຈະຕ້ອງປັບປຸງແກ້ ໄຂໃຫ້ສອດຄ່ອງໃນຕໍ່ໜ້າ. ກອງປະຊຸມຄັ້ງນີ້ ມີຄວາມໝາຍ ສຳຄັນຫລາຍ, ມີເນື້ອໃນກວ້າງ ຂວາງ, ເລິກເຊິ່ງ ແລະ ພົວພັນເຖິງ ການຈັດຕັ້ງປະຕິບັດລັດຖະທຳມະ ນູນ ສະບັບປີ 1991 ຄົບຮອບ 32 ປີ ແລະ ສະບັບປີ 2015 ຄົບຮອບ 7 ປີ ຈຶ່ງຮຽກຮ້ອງມາຍັງບັນດາ ທ່ານທີ່ເຂົ້າຮ່ວມ ຈົ່ງໄດ້ເຊີດຊູ ຄວາມຮັບຜິດຊອບ, ສຸມສະຕິປັນຍາ ເພື່ອຄົ້ນຄວ້າປະກອບຄຳເຫັນຕໍ່ແຕ່ ລະເນື້ອໃນຂອງແຕ່ລະກົດໝາຍ ຕາມວາລະກອງປະຊຸມໃຫ້ມີຈຸດ ສຸມ, ຮັກສາເວລາ. ຄຳເຫັນຂອງ ບັນ ດາທ່ານ ຈະເປັນຂໍ້ມູນສຳຄັນໃຫ້ແກ່ ຄະນະຮັບຜິດຊອບນຳໄປຄົ້ນຄວ້າ, ວິເຄາະວິໄຈ ປັບປຸງກົດໝາຍແຕ່ ລະສະບັບ ເຮັດໃຫ້ແຕ່ລະກົດໝາຍ ມີເນື້ອໃນຈະແຈ້ງ, ຄົບຖ້ວນ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ ດ້ວຍຄຸນນະພາບສູງ. ໃນກອງປະຊຸມ ໄດ້ຮັບຟັງບົດ ປະເມີນການຈັດຕັ້ງປະຕິບັດກົດ ໝາຍວ່າດ້ວຍສະພາແຫ່ງຊາດ ແລະ ກົດໝາຍວ່າດ້ວຍສະພາປະຊາ ຊົນຂັ້ນແຂວງ; ບົດປະເມີນການຈັດ ຕັ້ງປະຕິບັດກົດໝາຍວ່າດ້ວຍການ ຕິດຕາມກວດກາຂອງສະພາແຫ່ງ ຊາດ ແລະ ສະພາປະຊາຊົນແຂວງ. ພ້ອມນັ້ນຜູ້ເຂົ້າຮ່ວມຈະໄດ້ຮັບຟັງ ບົດປະເມີນການຕັ້ງປະຕິບັດກົດ ໝາຍວ່າດ້ວຍການເລືອກຕັ້ງສະມາ ຊິກສະພາແຫ່ງຊາດ ແລະ ສະມາຊິກ ສະພາປະຊາຊົນແຂວງ. ຂ່າວ-ພາບ: ສພຊ ສ ເກົາຫລີ ແລະ ຍີ່ປຸ່ນ ເນື່ອງຈາກ ວ່າຕໍາແໜ່ງງານຢູ່ປະເທດດັ່ງກ່າວ, ມີຫລາຍໃຫ້ເລືອກ ແລະ ມີຄວາມ ສອດຄ່ອງກັບຄວາມຮູ້, ຄວາມສາ ມາດຂອງແຮງງານລາວ ເປັນສ່ວນ ຫລາຍ. ພ້ອມນີ້, ຄ່າຈ້າງ (ເງິນ ເດືອນ) ກໍສູງກວ່າ ແລະ ຄ່າຄອງຊີບ ພຽງພໍກັບລາຍຮັບ ເຊິ່ງເຮັດໃຫ້ ແຮງງານສາມາດເກັບອອມ ແລະ ສົ່ງເງິນກັບບ້ານໃນແຕ່ລະເດືອນໄດ້. ທ່ານ ບຸນສວນ ໄຊຍະສິນ ຫົວ ໜ້າພະແນກຈັດຫາງານໄປຕ່າງປະ ທດກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ໃຫ້ສຳພາດໃນ ວັນທີ 23 ສິງຫາ 2023 ນີ້ວ່າ: ຜ່ານມາກະຊວງແຮງງານ ແລະ ສະ ຫວັດດີການສັງຄົມໄດ້ເຊັນບົດບັນ ທຶກຄວາມເຂົ້າໃຈ ວ່າດ້ວຍການຈັດ ສົ່ງແຮງງານລາວໄປເຮັດວຽກຢູ່ ຕ່າງປະເທດ(MOU) ຮ່ວມກັບປະ ເທດໄທ, ສ ເກົາຫລີ ແລະ ຍີ່ປຸ່ນ. ໃນ ນັ້ນ, ລາຊະອານາຈັກໄທ ເປັນປະ ເທດອັນດັບ1 ທີ່ແຮງງານລາວເຂົ້າ ໄປເຮັດວຽກເປັນຈຳນວນຫລາຍ ເຊິ່ງກົມການຈັດຫາງານ ໄດ້ຈັດສົ່ງ ແຮງງານລາວໄປໃນລະບົບນັບແຕ່ ເປີດປະເທດ ໃນເດືອນມີນາ 2022 ຫາ ເດືອນມິຖຸນາ 2023 ຈັດສົ່ງ ໄດ້ທັງໝົດ 96.800 ກວ່າຄົນ, ຍິງ 53.800 ກວ່າຄົນ. ສຳລັບການ ຈັດສົ່ງແຮງງານໄປເຮັດວຽກຢູ່ ສ ເກົາຫລີ ແມ່ນຈັດຕັ້ງປະຕິບັດ ໂດຍຜ່ານ 2 ລະບົບ ຄື: ລະບົບການ ອະນຸຍາດຈ້າງງານ (EPS) ແລະ ລະບົບແຮງງານຕາມລະດູການ (SWP), ນັບແຕ່ຕົ້ນປີ 2022 ຫາ ເດືອນມິຖຸນາ 2023 ສາມາດຈັດ ສົ່ງໄດ້ທັງໝົດ 2.600 ກວ່າຄົນ, ຍິງ 860 ກວ່າຄົນ. ໃນນັ້ນ, ລະບົບ ການຈ້າງງານ 990 ກວ່າຄົນ, ຍິງ 100 ກວ່າຄົນ ແລະ ລະບົບຕາມລະ ດູການ 1.670 ກ່ວາຄົນ, ຍິງ 760 ກວ່າຄົນ. ສ່ວນການຈັດສົ່ງແຮງ ງານລາວໄປປະເທດ ຍີ່ປຸ່ນ ນັບແຕ່ ຕົ້ນປີ 2022 ຫາ ເດືອນມິຖຸນາ 2023 ສາມາດຈັດສົ່ງແຮງງານໄດ້ ທັງໝົດ 720 ຄົນ, ຍິງ 255 ຄົນ. ພາຍຫລັງສົ່ງແຮງງານໄປແລ້ວ ກໍໄດ້ມີການຕິດຕາມ ແລະ ຄຸ້ມຄອງ ແຮງງານຢ່າງເປັນລະບົບ ໂດຍ ໄດ້ແຕ່ງຕັ້ງຜູ້ຊ່ວຍທູດທາງດ້ານ ແຮງງານ ໄປປະຈຳຢູ່ປະເທດຮັບ ແຮງງານ ໂດຍສະເພາະປະເທດໄທ ເພື່ອເຮັດໜ້າທີ່ຕິດຕາມ ແລະ ຄຸ້ມ ຄອງແຮງງານໃຫ້ເຮັດວຽກຖືກ ຕາມກົດໝາຍ ແລະ ປອດໄພ. ນອກ ນັ້ນ, ຍັງໄດ້ກຳນົດພາລະບົດບາດ ແລະ ໜ້າທີ່ ໃຫ້ບັນດາບໍລິສັດ, ອົງ ການຈັດສົ່ງ ໂດຍສະເພາະວິສາຫະ ກິດຈັດຫາງານຕ້ອງເຮັດໜ້າທີ່ໃນ ການຕິດຕາມຄຸ້ມຄອງແຮງງານ ທີ່ໄດ້ສົ່ງໄປຕາມຫົວໜ່ວຍແຮງ ງານຕ່າງໆ ໃນກໍລະນີມີບັນຫາໃດ ໜຶ່ງເກີດຂຶ້ນ ບໍລິສັດຕ້ອງເປັນຜູ້ຮັບ ຜິດຊອບໃນການແກ້ໄຂບັນຫາດັ່ງ ກ່າວ ໂດຍການປະທານສົມທົບກັບ ນາຍຈ້າງ ແລະ ອົງການປົກຄອງທີ່ ກ່ຽວຂ້ອງຂອງປະເທດນັ້ນໆ. ສ່ວນ ປະເທດທີ່ບໍ່ມີຜູ້ຊ່ວຍທູດທາງດ້ານ ແຮງງານ ເປັນຕົນ ຍີ່ປຸ່ນ ແລະ ສ ເກົາ ຫລີ ແມ່ນອາໄສສະຖານທູດລາວ ປະຈຳຢູ່ປະເທດນັ້ນ, ເປັນຜູ້ຊ່ວຍ ເຮັດໜ້າທີ່ຕິດຕາມ ແລະ ຄຸ້ມຄອງ ແຮງງານດັ່ງກ່າວ. ທ່ານ ບຸນສວນ ໄຊຍະສິນ ໃຫ້ ຮູ້ອີກວ່າ: ສຳລັບແຮງງານລາວທີ່ບໍ່ ມີເງື່ອນໄຂ, ບໍ່ມີເງິນສຳ ລັບແລ່ນ ເອກະສານຕ່າງໆ ລວມເຖິງຄ່າເດີນ ທາງ ແລະ ອື່ນໆ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍຄື ກົມ ການຈັດຫາງານ ໄດ້ເຊັນສັນຍາກັບ ທະນາຄານພັດທະນາລາວ ແລະ ສະຖາບັນປ່ອຍເງິນກູ້ BNK ປ່ອຍ ເງິນ ໃຫ້ແຮງງານລາວ ກູ້ຢືມໃນອັດ ຕາດອກເບ້ຍຕ່ຳ 2% ຕໍ່ເດືອນ ແລະ 1,4-1,7% ຕໍ່ເດືອນ. ຂ່າວ-ພາບ: ທະນູທອງ ຈະກໍາຂອງການຮ່ວມມືດ້ານສິ່ງ ແວດລ້ອມ ແລະ ແຜນການສືບຕໍ່ ຮ່ວມມືດ້ານສິ່ງແວດລ້ອມລະ ຫວ່າງ ອາຊຽນກັບ ສປ ຈີນ, ຍີ່ປຸ່ນ ແລະ ສ ເກົາຫລີ ໃນປີ 2024. ໃນໂອກາດນີ້, ທ່ານນາງ ບຸນຄໍາ ວໍລະຈິດ ໄດ້ກ່າວວ່າ: ສິ່ງແວດລ້ອມ ແມ່ນບັນຫາທີ່ສໍາຄັນ ແລະ ມີຜົນກະ ທົບອັນໃຫຍ່ຫລວງ ຕໍ່ການພັດທະ ນາເສດຖະກິດ-ສັງຄົມ ກໍຄື ຊີວິດ ການເປັນຢູ່ຂອງມວນມະນຸດ ທັງໃນ ລະດັບພາກພື້ນ ແລະ ໃນໂລກ. ດັ່ງ ນັ້ນ, ຄວາມພະຍາຍາມຮ່ວມກັນ ແມ່ນມີຄວາມຈໍາເປັນເພື່ອແກ້ໄຂ ບັນຫາດັ່ງກ່າວ. ພວກເຮົາມີຄວາມ ຮັບຜິດຊອບຢ່າງເຕັມທີ່ ເພື່ອແນໃສ່ ນຳເອົາໝາກຜົນ ຂອງກອງປະຊຸມ ສະຫະປະຊາຊາດ ວ່າດ້ວຍການ ພັດທະນາແບບຍືນຍົງເຊິ່ງລວມມີ ຫລາຍບັນຫາ ກ່ຽວກັບການເຄື່ອນ ໄຫວພາຍໃຕ້ຂອບອາຊຽນບວກ ສາມ ເຊັ່ນ: ການປົກປັກຮັກສາສິ່ງ ແວດລ້ອມ, ເມືອງທີ່ຍືນຍົງ,ໄພພິບັດ ດ້ານສິ່ງແວດລ້ອມ ແລະ ການປ່ຽນ ແປງດິນຟ້າອາກາດ, ຊີວະນາໆພັນ ແລະ ອື່ນໆ. ທ່ານນາງ ບຸນຄໍາ ວໍລະຈິດ ກ່າວຕື່ມວ່າ: ການຮ່ວມມື ເປັນສິ່ງສໍາຄັນເພື່ອແກ້ໄຂບັນຫາ. ສະນັ້ນ, ການພົວພັນຮ່ວມມືກັນ ຢ່າງເລິກເຊິ່ງກັບປະຊາຊົນນອກ ພາກພື້ນ ເຊັ່ນ: ສປ ຈີນ, ຍີ່ປຸ່ນ ແລະ ສ ເກົາຫລີ ໃນທຸກຂົງເຂດດັ່ງກ່າວ ຈະນຳເອົາໝາກຜົນທີ່ສຳຄັນບໍ່ສະ ເພາະພຽງແຕ່ ມາໃຫ້ປະຊາຊົນຂອງ ພວກເຮົາເທົ່ານັ້ນ ແຕ່ຍັງລວມ ເຖິງປະຊາຊົນໃນທົ່ວໂລກ ໃນດ້ານ ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມ ຍືນຍົງ. ດັ່ງນັ້ນ, ການຮ່ວມມືໃນ ດ້ານນະວັດຕະກໍາກັບ 3 ຄູ່ຮ່ວມມື ທີ່ມີຄຸນຄ່າຂອງອາຊຽນ ຕ້ອງໄດ້ ຮັບການປັບປຸງ ເຊິ່ງຈະເປັນແນວ ທາງສໍາຄັນ ເພື່ອເຮັດໃຫ້ສາມາດ ເອົາຊະນະສິ່ງທ້າທາຍລະດັບໂລກ ເຫລົ່ານີ້ໄດ້. ການສືບຕໍ່ຮ່ວມ ມືກັບ ສປ ຈີນ, ຍີ່ປຸ່ນ ແລະ ສ ເກົາຫລີ ແມ່ນ ກຸນແຈເພື່ອບັນລຸການພັດທະນາ ແບບຍືນຍົງ ສໍາລັບປະເທດສະມາ ຊິກອາຊຽນ. ທ່ານ ນາງ ບຸນຄໍາ ວໍລະຈິດ ຍັງໄດ້ຖືໂອກາດນີ້ ຕາງໜ້າໃຫ້ລັດ ຖະບານລາວ ແລະ ປະເທດສະມາ ຊິກ ອາຊຽນ ສະແດງຄວາມຂອບໃຈ ຢ່າງຈິງໃຈຕໍ່ ສປ ຈີນ, ຍີ່ປຸ່ນ ແລະ ສ ເກົາຫລີ ທີ່ໄດ້ໃຫ້ການສະໜັບສະ ໜູນ ແລະ ການຮ່ວມມືຢ່າງຕັ້ງໜ້າ ແກ່ອາຊຽນ, ພ້ອມທັງສະແດງ ຄວາມຂອບໃຈຕໍ່ກອງເລຂາອາຊຽນ ທີ່ໄດ້ໃຫ້ການຊ່ວຍເຫລືອ ແລະ ສະ ໜັບສະໜູນແກ່ປະເທດສະມາຊິກ ອາຊຽນ. ຂ່າວ: ກິດຕາ, ພາບ: ເກດສະໜາ
RkJQdWJsaXNoZXIy MTc3MTYxMQ==