5686

xtgmf]k; 6 22/08/2023 glf4tdfy {l'a 7,q glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດາ xjklts';ocsj'-kf oEdjko dkpgxoa |c+ |'dkomvj 'mPj ;pon p'q lt,k7q,saf4tde 9exklad l6o];,-jk'lu,nfu * ສະມາຄົມຫັດຖະກຳ ແຂວງ ຈຳປາສັກ ເປັນສະມາຄົມໜຶ່ງ ທີ່ໄດ້ ເຕົ້າໂຮມບັນດາຊາວຊ່າງຫັດຖະ ກຳ ທີ່ມີສີໄມ້ລາຍມື, ມີຫົວຄິດປະ ດິດສ້າງ ແລະ ທັກສະສູງ ເຊິ່ງເກີດ ຈາກໜໍ່ແໜງພູມປັນຍາຂອງຊາວ ບ້ານມາລວມມາຢູ່ຈຸດດຽວກັນ ເພື່ອ ສ້າງຄວາມເຂັ້ມແຂງ ແລະ ຍົກລະ ດັບການພັດທະນາ ຜະລິດຕະພັນຫັດ ຖະກຳທີ່ມີຄຸນນະພາບ ອອກມາ ຈຳ ໜ່າຍ ແລະ ຮັບໃຊ້ສັງຄົມທັງພາຍ ໃນ ແລະ ຕ່າງປະເທດ. ທ່ານ ນາງ ມາລາ ຈັນທະລາມ ປະທານສະມາ ໂດຍ: ເກີດຂວັນໃຈ ມາລີຈັນສີ ຄົມຫັດຖະກຳ ແຂວງຈຳປາສັກ ໄດ້ ໃຫ້ຮູ້ວ່າ: ສະມາຄົມຫັດຖະກຳ ແຂວງ ຈຳປາສັກ ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 2007 ເຊິ່ງໃນເບື້ອງຕົ້ນຍັງ ບໍ່ທັນມີສະມາຊິກ ຊ່າງຫັດຖະກຳ ຫລາຍປານໃດ, ແຕ່ປັດຈຸບັນ ມີສະ ມາຊິກ 25 ຫົວໜ່ວຍຫັດຖະກໍາ ທີ່ຢູ່ ໃນການຄຸ້ມຄອງ ເປັນຕົ້ນຫັດຖະກຳ ຕໍ່າ ແຜ່ນແພ, ຜ້າໄໝ, ຫັດຖະກໍາຝ່າຍ, ຫັດຖະກຳທີ່ເຮັດດ້ວຍໄມ້ປ່ອງ, ຫັດ ຖະກຳແກະສະລັກຫີນ, ຄວັດໄມ້, ຕີພ້າ, ປັ້ນໝໍ້ ແລະ ອື່ນໆ, ເຊິ່ງສະ ມາ ຄົມຫັດຖະກຳຂອງພວກເຮົາ ແມ່ນ ມີບົດບາດໃນການເຕົ້າໂຮມເອົາ ບັນດາຊາວຊ່າງຫັດຖະກຳ ທີ່ມີສີ ໄມ້ລາຍມື, ມີຫົວຄິດປະດິດສ້າງ ທີ່ເປັນພູມປັນຍາຂອງຊາວບ້ານ ມາຢູ່ຈຸດດຽວກັນ ເພື່ອສ້າງຄວາມ ເຂັ້ມແຂງ ແລະ ຍົກລະດັບການ ພັດທະນາຜະລິດຕະພັນອອກຫັດ ຖະກຳ ທີ່ມີຄຸນນະພາບອອກມາຈຳ ໜ່າຍ ແລະ ຮັບໃຊ້ສັງຄົມ ​ໂດຍຕະ ຫລາດຈໍ​ າໜ່າຍແມ່ນຕາມງານວາງ ສະແ​ ດງ​ທັງພ​ າຍ​ໃນ​ແລະ ຕ່າງປະ​ ເທດ. ທ່ານ ນາງ ມາລາ ຈັນທະລາມ ຍັງໃຫ້ຮູ້ອີກວ່າ: ປັດຈຸບັນ ດັ່ງທີ່​ ເ​ຮົາ​ ຮູ້​ນໍາກັນ​ວ່າ ປະເທດເຮົາກໍາລັງປະ ເຊີນບັນຫາໄພເງິນເ​ຟີ້, ຄ່າຄອງຊີບ ແພງ ເ​ຊິ່ງມັນໄດ້ສົ່ງຜົນກະທົບໂ​ດຍ​ ກົງກັບບັນດາ​ຜູ້​ປະກອບການ​ທີ່​ປະ ກອບອ​ າຊີບຕ່​ າງໆ ແ​ ລະ ຫັດຖະກໍ​ າ​ ຂອງ​ພວກ​ເຮົາ​ກໍ​ແມ່ນໜຶ່ງ​ໃນ​ນັ້ນ,​ ເພາະ​ການ​ລົງທຶນ​ຕ້ອງ​ໄດ້​ໃຊ້​ຕົ້ນ​ ທຶນສູ​ ງກ​ ວ່າປົ​ ກກະຕິແ​ ຕ່ ແ​ ຕ່ກ​ ການ​ ຂາຍ​ອອກ​ພັດ​ຂາຍ​ໃນ​ຄາ​ລາ​ຖຶກ ຈຶ່ງ​ເປັນ​ສິ່ງ​ທ້າ​ທາຍ​ທີ່​ເຮົາ​ຕ້ອງບຸກ ບືນ​ເພື່ອ​ກ້າວ​ຜ່ານ​ວິ​ກິດ​ຄັ້ງນີ້ ທັງ​ ນີ້​ກໍ​ເພື່ອ​ເຮັດໃຫ້​ສະມາຄົມ​ຫັດຖະ​ ກໍາ​ແຂວງຈໍາປາ​ສັກ​ ມີ​ຄວາມ​ຍືນ​ ຍົງຂຶ້ນ​ຕື່ມ. ສະ​ນັ້ນ, ໃນປັດຈຸບັນ ສະມາຄົມຫັດຖະກຳພວກເຮົາ ຈຶ່ງ​ ມີ​ການພັດທະນາບຸກຄະລາກອນ ໃຫ້ມີຄວາມເຂັ້ມແຂງຮອບດ້ານ​ ໂດຍສ​ ະເ​ພາະດ້ານສີໄມ້ລາຍມືໃຫ້ມີ​ ຄວາມປານີດ, ສວຍງາມ ແລະ ໄດ້ ມາດຕະຖານ ​ເພື່ອ​ເຮັດ​ໃຫ້ຫັດຖະ​ ກໍາຈັກສານ, ຕໍ່າແຜ່ນແພ, ການ ແກະສະຫລັກ ແລະ ອື່ນໆ ມີ​ຄວາມ​ ຫລາກ​ຫລາຍ​ແລະ ສະໜອງງກັບ ຄວາມຕ້ອງການຂອງສັງຄົມ. * ຄວາມອຸດົມສົມບູນຂອງທໍາ ມະຊາດບໍ່ໄດ້ເປັນພຽງທີ່ຢູ່ອາໃສ ຂອງສັດສາວາສິ່ງ, ຊີວະນາໆພັນ ແລະ ຄວາມສົມດູນຂອງໂລກມະນຸດ ເທົ່ານັ້ນ ແຕ່ຫາກຍັງເປັນພື້ນຖານ ສໍາຄັນສໍາລັບການກະຕຸກຊຸກຍູ້ປະ ກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ແລະ ແກ້ໄຂ ຄວາມທຸກຍາກຂອງປະຊາຊົນຮອບ ດ້ານໂດຍສະເພາະພາກອຸດສາຫະ ກໍາທ່ອງທ່ຽວນັ້ນເອງ. ຫລາຍປີ ຜ່ານມາ ພັກ- ລັດຖະບານໄດ້ຢໍ້າຄືນ ເລື້ອຍໆວ່າການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງ ຄົມ ແລະ ແກ້ໄຂຄວາມທຸກຍາກນັ້ນຈໍາ ເປັນຕ້ອງຄໍານຶງເຖິງການພັດທະ ນາຍືນຍົງສີຂຽວ ໂດຍໃຫ້ປະຊາຊົນ ມີສ່ວນຮ່ວມຢ່າງຕັ້ງໜ້າ. ດັ່ງທີ່ຮູ້ນໍາກັນປ່າສະຫງວນແຫ່ງ ຊາດ ທີ່ມີ ຢູ່ ສປປ ລາວ ພວມເຕີບ ໃຫຍ່ຂະຫຍາຍຕົວດ້ວຍບາດກ້າວ ທີ່ພົ້ນເດັ່ນ ແລະ ກາຍເປັນໜໍ່ແໜງ ເສດຖະກິດໃໝ່. ຫວ່າງບໍ່ດົນມານີ້ ກະ ຊວງກະສິກໍາ ແລະ ປ່າໄມ້ ເປີດ ເຜີຍວ່າ: ໃນອະດີດຜ່ານມາ ສປປ ລາວ ມີປ່າສະຫງວນແຫ່ງຊາດ ພຽງ 2 ແຫ່ງ ເຖິງປັດຈຸບັນນີ້ໄດ້ເພີ່ມຂຶ້ນ ຫລາຍກວ່າ 20 ແຫ່ງ, ກວມເອົາ ເນື້ອທີ່ 4 ລ້ານກວ່າເຮັກຕາ ເຊິ່ງທັງ ໝົດນັ້ນກາຍເປັນເຂດສີຂຽວອຸດົມ ສົມບູນ ແລະ ເປັນໜໍ່ແໜງ ເສດຖະ ກິດສໍາຄັນສໍາລັບປະເທດ. ມື້ນີ້ຜູ້ຂຽນໄດ້ນໍາເອົາຕົວຢ່າງ ນ້ອຍໆມາສະເໜີໃຫ້ທ່ານຜູ້ອ່ານ ໄດ້ເຫັນ ແລະ ໄດ້ຮູ້ເພື່ອເປັນຂໍ້ມູນ ສຶກສາ ຕົວຢ່າງ ປ່າສະຫງວນແຫ່ງ ຊາດນ້ຳກ່ານ ຕັ້ງຢູ່ບ້ານຕູບ, ເມືອງ ຫ້ວຍຊາຍ ແຂວງບໍ່ແກ້ວ ຫ່າງຈາກ ເທສະບານແຂວງໄປທາງທິດໃຕ້ ປະມານ 84 ກິໂລແມັດ, ມີເນື້ອທີ່ 136.000 ເຮັກຕາ ນັບແຕ່ເດືອນ ກັນຍາ 2008 ປ່າສະຫງວນແຫ່ງ ຊາດນ້ຳກ່ານໄດ້ຖືກປະກາດເປັນ ປ່າສະຫງວນແຫ່ງທີ 21 ຢ່າງເປັນ ທາງການຂອງ ສປປ ລາວ. ປ່າສະ ຫງວນ ດັ່ງກ່າວບໍ່ໄດ້ເປັນພຽງການ ຫລຸດຜ່ອນການປ່ອຍອາຍແກັດ ເຮືອນແກ້ວ ຈາກການຕັດໄມ້ທຳ ລາຍປ່າ ແລະ ການເຮັດໃຫ້ປ່າເຊື່ອມ ໂຊມ ແຕ່ກາຍເປັນປາຍທາງຂອງ ນັກທ່ອງທ່ຽວທີ່ສະແຫວງການ ທ່ອງທ່ຽວທໍາມະຊາດອີກດ້ວຍ. ປັດຈຸບັນນີ້ ປ່າສະຫງວນແຫ່ງຊາດ ນ້ຳກ່ານ ໄດ້ຮັບການສຳປະທານ ຈາກພາກສ່ວນເອກະຊົນໃນການ ຄຸ້ມຄອງ ແລະ ພັດທະນາແຫລ່ງ ທ່ອງທ່ຽວ ດັ່ງກ່າວ ໃຫ້ມີຄວາມດຶງ ດູດໃຈນັກທ່ອງທ່ຽວຫລາຍຂຶ້ນ ໃນນາມບໍລິສັດອະນຸລັກຊີວະນາໆ ພັນ (the Gibbon Experience) ຂອງທ່ານ ຊັງຟຣັງຊົວ ເຣີມົວ ເປັນ ນັກລົງທຶນຊາວຝຣັ່ງເສດ ເປັນຜູ້ບໍ ລິຫານ ທັງເປັນເຈົ້າຂອງບໍລິສັດ ທີ່ເປັນໂຄງການປູກປ່າ ແລະ ອະນຸ ລັກສັດປ່າ ມາສຳປະທານໂຄງການ ຄຸ້ມຄອງຊັບພະຍາກອນທຳມະຊາດ ພາຍໃນຊຸມຊົນທ້ອງຖິ່ນແບບຄົບ ວົງຈອນ ໃນເຂດປ່າສະຫງວນແຫ່ງ ນີ້ ເຊິ່ງນັບແຕ່ປີ 2006 ໄດ້ມີການ ຄົ້ນພົບປ່າສະຫງວນນ້ຳກ່ານ, ມີ ການລົງສຳຫລວດ ແລະ ພັດທະນາ ຈົນມາຮອດ ປີ 2008 ປ່າສະຫງວນ ດັ່ງກ່າວກໍ່ໄດ້ຖືກປະກາດໃຫ້ເປັນ ປ່າສະຫງວນແຫ່ງຊາດ ແຫ່ງທີ 21 ຂອງ ສປປ ລາວ ໂດຍມີຈຸດປະສົງ ເພື່ອຄຸ້ມຄອງຄວາມອຸດົມສົມບູນ ຂອງຊັບພະຍາກອນທຳມະຊາດ ເຮັດໃຫ້ປ່າສະຫງວນແຫ່ງນີ້ ສາ ມາດດຶງນັກທ່ອງທ່ຽວຢ່າງຫລວງ ຫລາຍ ໃນນັ້ນມີກິດຈະກໍາຍ່າງປ່າ, ພັກເຊົາ ແລະ ນອນຄ້າງຄືນຢູ່ເຮືອນ ເທິງຕົ້ນໄມ້, ທ່ຽວຊົມສັດປ່າໃນ ຍາມກາງຄືນ ແລະ ໃຊ້ຊີວິດກັບທໍາ ມະຊາດ. ຈາກຂໍ້ມູນເບື້ອງຕົ້ນ ໄດ້ ລາຍງານວ່າ: ສ່ວນໃຫຍ່ນັກທ່ອງ ທ່ຽວເຂົ້າມາສໍາຜັດແຫລ່ງທ່ອງ ທ່ຽວຂອງປ່າສະຫງວນແຫ່ງຊາດ ນ້ຳກ່ານ ແມ່ນຊາວຝຣັ່ງ ຈາກເອີ ຣົບ, ອາເມລິກາ ແລະ ຊາດອື່ນໆທີ່ ເດີນທາງເຂົ້າຜ່ານຊາຍແດນລະ ຫວ່າງ ໄທ, ຫວຽດນາມ, ຈີນ ເຖິງ ແຂວງບໍ່ແກ້ວ, ຄາດວ່າໃນອະນາດ ຄົດຈະມີນັກທ່ອງທ່ຽວເພີ່ມຂຶ້ນ ຕາມລໍາດັບເນື່ອງຈາກມີເສັ້ນທາງ ລົດໄຟ ລາວ-ຈີນ ໄດ້ເປີດໃຫ້ບໍລິ ການແລ້ວ, ມີເສັ້ນທາງ ອາ 3, ຂົວ ຂ້າມນໍ້າຂອງ ມິດຕະພາບລາວ-ໄທ ແລະ ຂົວຂ້າມນໍ້າຂອງ ລາວ-ມຽນ ມາ ສໍາເລັດ ເຊິ່ງຈະເອື້ອຍອໍານວຍ ຄວາມສະດວກໃຫ້ນັກທ່ອງທ່ຽວ ຫລາຍຂຶ້ນກວ່າເກົ່າ.

RkJQdWJsaXNoZXIy MTc3MTYxMQ==