5686

gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 22/08/2023 xtgmf]k; 4 3]d c]t gsfdko *** ຕໍ່ຈາກສະບັບກ່ອນ*** ot3p[kp c]t [q f[kf0v' lx 9u o 8+ dkorq ;ra olkdq o.op5 d.\j z6 h xtlq [wroE4h ;, 2 [h ko16 j g,n v'xkddtfy ' wfh Ia [g7n j v'-j ;pgs]n v dkooeg,n v';P'7e 8y f8k, zq odtmq [9kdwroE4h ;, 16 j 3 d5 j ,[h ko ບົດບາດຂອງ ສປ ຈີນ ໃນການ ຮັກສາສັນຕິພາບໂລກ ຍິ່ງໄດ້ຮັບ ການຢັ້ງຢືນໃຫ້ເຂັ້ມແຂງກວ່າເກົ່າ ເມື່ອ ສປ ຈີນ ໄດ້ເຜີຍແຜ່ເອກະສານ “ແນວຄິດກ່ຽວກັບຂໍ້ລິເລີ່ມການ ຮັກສາຄວາມໝັ້ນຄົງຂອງໂລກ” ຊຶ່ງເປັນບ່ອນອີງຫລັກໃຫ້ແກ່ການ ແກ້ໄຂບັນຫາສາກົນ, ເພີ່ມທະວີ ການຮ່ວມມືເພື່ອຄວາມສາມັກຄີ ຂອງໂລກ, ລົບລ້າງຄວາມຂັດແຍ່ງ ລະຫວ່າງປະເທດ. ສປ ຈີນ ໄດ້ຍຶດ ໝັ້ນທີ່ຈະເປັນກໍາລັງແຮງທີ່ສໍາຄັນ ໃຫ້ແກ່ການຂະຫຍາຍຕົວທາງດ້ານ ເສດຖະກິດໃນທົ່ວໂລກ; ລັດຖະ ບານ ສປ ຈີນ ຢັ້ງຢືນວ່າການຂະ ຫຍາຍຕົວ ແລະ ການພັດທະນາ ຂອງຈີນນັ້ນ ບໍ່ສາມາດທີ່ຈະຕັດ ແຍກອອກຈາກປະຊາຄົມໂລກໄດ້, ໃນຂະນະດຽວກັນ ປະຊາຄົມໂລກ ກໍບໍ່ສາມາດຕັດແຍກອອກຈາກຈີນ ໄດ້. ດັ່ງນັ້ນ, ຈຶ່ງມີຄວາມຈໍາເປັນ ທີ່ຕ້ອງປະຕິບັດຍຸດທະສາດຕ່າງ ຝ່າຍຕ່າງໄດ້ຮັບຜົນປະໂຫຍດໂດຍ ອາໄສການພັດທະນາ ພາຍໃນຂອງ ຕົນ ປະກອບສ່ວນໃຫ້ແກ່ສາກົນ. ໃນໄລຍະ 10 ປີຜ່ານມາ, ຈີນ ໄດ້ ປະກອບສ່ວນໃຫ້ແກ່ການຂະຫຍາຍ ຕົວຂອງເສດຖະກິດໂລກຫລາຍ ກວ່າ 30%. ອີງຕາມຂໍ້ມູນຈາກສະ ຖານທູດຈີນ ໃຫ້ຮູ້ວ່າ ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ໄດ້ຮັບ ການຈັດຕັ້ງປະຕິບັດແລ້ວກວ່າ 3.000 ໂຄງການ ຊຶ່ງມີມູນຄ່າ ຫລາຍກວ່າ 1.000 ຕື້ໂດລາສະຫະ ລັດ, ສ້າງວຽກເຮັດງານທໍາໃຫ້ແກ່ ປະຊາຊົນ ຂອງບັນດາປະເທດທີ່ ເຂົ້າຮ່ວມຂໍ້ລິເລີ່ມດັ່ງກ່າວກວ່າ 420.000 ຕໍາແໜ່ງງານ, ຂໍ້ລິເລີ່ມ ການພັດທະນາເຫລົ່ານີ້ໄດ້ຮັບການ ສະໜັບສະໜູນຈາກປະຊາຄົມໂລກ ກວ່າ 100 ປະເທດ ລວມເຖິງບັນດາ ອົງການຈັດຕັ້ງສາກົນອີກຈໍານວນ ໜຶ່ງ ຊຶ່ງເປັນກໍາລັງແຮງຊຸກດັນທີ່ ສໍາຄັນໃຫ້ແກ່ການບັນລຸ “ເປົ້າໝາຍ ການພັດທະນາແບບຍືນຢົງໃນປີ 2030” ຂອງອົງການສະຫະປະຊາ ຊາດ. ໃນຂະນະດຽວກັນ, ຈີນ ໄດ້ສົ່ງ ເສີມໃນການຫັນເປັນເສລີດ້ານການ ສົ່ງເສີມການຄ້າ ແລະ ການລົງທຶນ ໃນທົ່ວໂລກ, ຊຸກຍູ້ການສ້າງເສດຖະ ກິດໂລກແບບເປີດປະຕູເຮັດໃຫ້ຈີນ ກາຍເປັນຄູ່ຄ້າຂອງ 140 ກວ່າປະ ເທດ ແລະ ເຂດແຄ້ວນ; ການລົງທຶນ ໂດຍກົງ ຈາກຈີນ ໃນທົ່ວໂລກມີມູນ ຄ່າຫລາຍກວ່າ 320 ລ້ານໂດລາ ສະຫະລັດ/ມື້ ແລະ ໃນແຕ່ລະເດືອນ ສປ ຈີນ ໄດ້ມີການເຂົ້າມາລົງທະ ບຽນທຸລະກິດຈາກທົ່ວໂລກກວ່າ 3.000 ຫົວໜ່ວຍ. ອີກດ້ານໜຶ່ງ, ສປ ຈີນ ໄດ້ຍຶດໝັ້ນ ໃນການເປັນຜູ້ສົ່ງເສີມໃຫ້ໂລກມີ ຄວາມຍຸຕິທໍາ ແລະ ໄດ້ຢັ້ງຢືນທາງ ພຶດຕິກໍາວ່າ ສປ ຈີນ ບໍ່ໄດ້ມີເປົ້າໝາຍ ການພັດທະນາແບບເຈົ້າອໍານາດ ແລະ ບໍ່ມີທັດສະນະແບບ “ປະເທດ ທີ່ ເຂັ້ມແຂງຕ້ອງເປັນເຈົ້າອໍານາດ”, ພ້ອມທັງຍຶດໝັ້ນໃນການສ້າງຄູ່ ຮ່ວມຊາຕາກໍາ, ການຮ່ວມມືກັນໃນ ການຜະເຊີນໜ້າກັບບັນຫາ ແລະ ສົ່ງເສີມໃຫ້ລະບົບການຄຸ້ມຄອງ ຈັດການໃນທົ່ວໂລກ ເປັນໄປຕາມ ທິດທີ່ມີຄວາມຍຸຕິທໍາ ແລະ ສົມເຫດ ສົມຜົນ ເພື່ອໃຫ້ສາມາດແກ້ໄຂບັນ ຫາທີ່ປະຊາຄົມໂລກປະສົບພົບພໍ້ ຮ່ວມກັນ, ພ້ອມທັງມີຄວາມເຊື່ອ ໝັ້ນໃນການປົກປັກຮັກສາລະບົບ ຂອງສາກົນ ທີ່ມີອົງການສະຫະປະ ຊາຊາດເປັນແກນກາງ ແລະ ລະ ບຽບສາກົນທີ່ມີລະບົບກົດໝາຍລະ ຫວ່າງຊາດເປັນພື້ນຖານ. ສປ ຈີນ ໄດ້ສົ່ງເສີມໃຫ້ມີການສ້າງຕັ້ງອົງ ການກອງທຶນເງິນຕາສາກົນ ເພື່ອ ສົ່ງເສີມການລົງທຶນ ເຊັ່ນ: ທະນາ ຄານການພັດທະນາໃໝ່ຂອງປະ ເທດ BRICS, ທະນາຄານການລົງ ທຶນພື້ນຖານໂຄງລ່າງອາຊີ (AIIB) ແລະ ສ້າງກົນໄກການຄຸ້ມຄອງທີ່ ສໍາຄັນຂອງສາກົນ ເຊັ່ນ: ກຸ່ມປະ ເທດ G 20, ອົງການຮ່ວມມືຊຽງໄຮ້ (SCO), ອົງການຮ່ວມມືເສດຖະ ກິດ ອາຊີ-ປາຊີຟິກ (APEC). ສປ ຈີນ ເຂົ້າໃຈວ່າໂລກທີ່ມີແຕ່ຄວາມ ຈະເລີນຮຸ່ງເຮືອງທາງດ້ານເສດ ຖະກິດນັ້ນ ບໍ່ອາດເຮັດໃຫ້ໂລກນີ້ມີ ຄວາມສົມບູນໄດ້. ດັ່ງນັ້ນ, ສປ ຈີນ ຈຶ່ງຍຶດໝັ້ນໃນການສ້າງການເຊື່ອມ ໂຍງດ້ານອະລິຍະທໍາ ແລະ ມີສ່ວນ ຮ່ວມໃນການສ້າງໂລກ ໃຫ້ມີຄວາມ ສວຍງາມ; ປະຊາຄົມໂລກຄວນມີ ການແລກປ່ຽນ ແລະ ຖອດຖອນບົດ ຮຽນລະຫວ່າງກັນ ໃນດ້ານຂອງ ການຮັກສາວັດທະນະທໍາອັນດີງາມ ທີ່ເປັນມູນເຊື້ອຂອງແຕ່ລະປະເທດ, ພ້ອມທັງສົ່ງເສີມໃຫ້ມີການຮັກສາ ສິ່ງແວດລ້ອມຂອງໂລກໂດຍການ ປູກປ່າ ແລະ ນໍາໃຊ້ພະລັງງານສະ ອາດ ແລະ ພະລັງງານໝູນວຽນ, ພະ ລັງງານລົມ, ພະລັງງານແສງອາ ທິດ ແລະ ໄດ້ໃຫ້ຄໍາໝັ້ນສັນຍາທີ່ ຈະຫລຸດຜ່ອນການປ່ອຍອາຍກາກ ບອນໃຫ້ເປັນ 0 ໃນປີ 2060. ທ່າມກາງສະພາບການຮ່ວມມື ຂອງສາກົນທີ່ປ່ຽນແປງໄປໃນແຕ່ ລະໄລຍະ ແລະ ມີຄວາມທ້າທາຍ ໃນຫລາຍດ້ານ, ສປ ຈີນ ແລະ ສປປ ລາວ ໄດ້ຍົກສູງບົດບາດການພົວພັນ ກັນໃນທຸກດ້ານ, ເພີ່ມທະວີການຮັດ ແໜ້ນໃນການເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ ໃຫ້ມີຄຸນນະພາບ;ຊ່ວຍ ເຫລືອເຊິ່ງກັນ ແລະ ກັນບົນພື້ນ ຖານຕ່າງຝ່າຍຕ່າງມີຜົນປະໂຫຍດ ຖືເອົາຜົນປະໂຫຍດຂອງປະຊາຊົນ ສອງຊາດເປັນຫລັກ, ສ້າງເງື່ອນ ໄຂໃນການພົວພັນກັນລະຫວ່າງ ປະຊາຊົນສອງຊາດ ຜ່ານເສັ້ນທາງ ລົດໄຟຄວາມໄວສູງ ລາວ-ຈີນ; ສອງປະເທດໃນນາມປະເທດຄູ່ ຮ່ວມຊາຕາກໍາ ຍັງຄົງຮັກສາມິດຕະ ພາບໄດ້ຢ່າງໝັ້ນຄົງຂະໜົງແກ່ນ, ສືບຕໍ່ຮ່ວມມືກັນຢ່າງເປັນຮູບປະ ທໍາຫລາຍຂຶ້ນ ເພື່ອຮັບໃຊ້ເຂົ້າໃນ ການພັດທະນາໃນພາລະກິດສັງຄົມ ນິຍົມຂອງປະເທດຕົນ ແລະ ຍັງໄດ້ ປະກອບສ່ວນສໍາຄັນເຂົ້າໃນການ ຮັກສາສັນຕິພາບ, ສະຖຽນລະພາບ ຂອງພາກພື້ນ ແລະ ສາກົນ. ໂດຍ:ໂຄງການຄົ້ນຄວ້າຮ່ວມ ລາວ-ຈີນ ສະຖາບັນການຕ່າງປະເທດ ຂປລ. ໃນທ້າຍອາທິດຜ່ານມາ ນີ້, ຄະນະບໍລິຫານງານຊາວໜຸ່ມ ກະຊວງການເງິນ ແລະ ທະນະຄານ ແຫ່ງສປປ ລາວ (ທຫລ) ໄດ້ ຮ່ວມກັນຈັດກອງປະຊຸມແລກປ່ຽນ ບົດຮຽນ ແລະ ປະສົບການກ່ຽວກັບ ວຽກລະບົບທັນສະໄໝ ເປັນຕົ້ນ: ລະບົບການຊໍາລະສະສາງ, ການ ຄຸ້ມຄອງລະບົບຊໍາລະຂອງ ທຫລ ແລະ ການຫັນເກັບລາຍຮັບງົບປະ ມານ ຂອງກະຊວງການເງິນ (ລະ ບົບ FINLINK) ແລະ ວຽກງານ ການປັບປຸງວິສາຫະກິດ. ໃຫ້ກຽດ ການເຂົ້າຮ່ວມເປັນປະທານຂອງ ສະຫາຍ ສົມຈິດ ຄໍາມຸງຄຸນ ເລຂາ ຄະນະບໍລິຫານງານຊາວໜຸ່ມກະ ຊວງການເງິນ ແລະ ສະຫາຍ ບຸນທະວີ ສຸກດາວົງ ເລຂາຄະ ນະບໍ ລິຫານງານຊາວໜຸ່ມທະນາຄານ ແຫ່ງ ສປປ ລາວ, ມີຄະນະບໍລິຫານ ງານຊາວໜຸ່ມ, ພ້ອມດ້ວຍສະມາຊິກ ຊາວໜຸ່ມຂອງທັງສອງພາກສ່ວນ ເຂົ້າຮ່ວມ. ການແລກປ່ຽນບົດຮຽນກ່ຽວ ກັບ ວຽກລະບົບທັນສະ ໄໝ ຄັ້ງນີ້, ໄດ້ ລົງເລິກໃຫ້ເຫັນໄດ້ລະບົບຄຸ້ມຄອງ ຈັດເກັບລາຍຮັບສ່ວຍສາອາກອນ, ປະກອບມີລະບົບຂໍ້ມູນຂ່າວສານ ຄຸ້ມຄອງລາຍຮັບສ່ວຍສາອາກອນ (TAXRIS), ລະບົບຈັດເກັບ ຄ່າທໍານຽມທາງ(RTMS), ລະ ບົບຄຸ້ມຄອງຈັດເກັບພາສີທີ່ດິນ (LT MS). ສ່ວນລະບົບຄຸ້ມຄອງ ຈັດເກັບລາຍຮັບພາສີ ປະກອບ: ມີລະບົບແຈ້ງພາສີເປັນລະອຽດ ແບບເອເລັກໂຕຣນິກ(AS YCU- -k;|5 j ,dt-;'dkog'o c]t mtok7ko csj ' lxx ]k; c]dxj Po[q fIPo;Pd'koma oltw\ y DA), ລະບົບການແຈ້ງພາສີປະຕູ ດຽວແຫ່ງຊາດ(LNSW), ລະບົບ NSWA+, ລະບົບຄຸ້ມຄອງເກັບ ຄ່າທໍານຽມ ແລະ ຄ່າບໍລິການຢູ່ ດ່ານສາກົນ(Easy Pass),ທັງ ໃຫ້ຮູ້ກ່ຽວກັບລະບົບຄຸ້ມຄອງຊັບ ສິນ ແຫ່ງລັດ AMIS. ນອກຈາກນັ້ນ, ຍັງມີການແນະ ນໍາໃຫ້ຮູ້ກ່ຽວກັບລະບົບຄຸ້ມຄອງ ຈັດເກັບລາຍຮັບວິສາຫະກິດລັດລົງ ທຶນ ແລະ ການປະກັນໄພເປັນຕົ້ນ: ຂໍ້ມູນທົ່ວໄປຂອງວິສາຫະກິດລັດ ລົງທຶນ, ນິຕິກຳຄຸ້ມຄອງ ແລະ ຜູ້ຄຸ້ມ ຄອງລັດວິສາຫະກິດ, ສະພາບການ ເຄື່ອນໄຫວຂອງລັດວິສາຫະກິດ, ການປະຕິຮູບລັດວິສາຫະກິດ, ຄວາມຄືບຫນ້າໃນການປະຕິຮູບລັດ ວິສາຫະກິດ ປີ 2021-2022, ຂັ້ນ ຕອນການດຳເນີນການປະຕິຮູບ ແລະ ບົດຮຽນທີ່ຖອດຖອນໄດ້ໃນ ການຈັດຕັ້ງປະຕິບັດວຽກງານໃນ ໄລຍະຜ່ານມາ. ທັງນີ້ ກໍເພື່ອໃຫ້ສະ ມາຊິກຊາວໜຸ່ມ ຂອງທັງສອງພາກ ສ່ວນ ໄດ້ຮັບຮູ້ເຂົ້າໃຈໃນການຫັນ ວຽກງານທັນສະໄໝຂອງຂະແໜງ ການເງິນ ແລະ ຂອງທະນາຄານ ແຫ່ງ ສປປ ລາວ ທີ່ໄດ້ນໍາໃຊ້ເຂົ້າໃນ ວຽກງານໃນປັດຈຸບັນ. ພ້ອມນີ້, ກອງປະຊຸມຍັງໄດ້ມີການແລກປ່ຽນ ບົດຮຽນ ເຊິ່ງກັນ ແລະ ກັນ ໃນແຕ່ລະ ບົບທີ່ໄດ້ມີການນໍາສະເໜີໃນກອງ ປະຊຸມຄັ້ງນີ້ ອີກດ້ວຍ. ຂປລ. ແຫລ່ງຂ່າວຈາກແຂວງ ບໍລິຄຳໄຊ ໃຫ້ຮູ້ວ່າ: ໃນວັນທີ 20 ສິງຫາ 2023 ນີ້, ທ່ານ ສິງ ເມໂນ ລາດ ຮອງປະທານອົງການກາ ແດງແຫ່ງຊາດລາວ ຮ່ວມກັບອົງ ການກາແດງແຂວງບໍລິຄຳໄຊ ໄດ້ ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ປະກອບມີ: ນໍ້າດື່ມ, ໝີ່, ປ໋ອງປາ ລວມມູນຄ່າ 20 ລ້ານກວ່າກີບ ໄປ ມອບໃຫ້ປະຊາຊົນທີ່ໄດ້ຮັບຜົນກະ ທົບຈາກໄພນໍ້າຖ້ວມ ຢູ່ 2 ບ້ານ ຄື: ບ້ານນາເຄືອນອກ 31 ຄອບຄົວ ແລະ ບ້ານນໍ້າຄູ້ 37 ຄອບຄົວ ໂດຍ ມີທ່ານ ທອງແດງ ຍັນວິໄລ ປະ ທານ ກວດກາພັກເມືອງປາກກະ ດິງ, ທ່ານ ນາງ ວັນເພັງ ໄຊສົງຄາມ ຫົວໜ້າອົງການກາແດງແຂວງ ບໍລິຄຳໄຊ, ມີອຳນາດການປົກຄອງ ບ້ານ ແລະ ປະຊາຊົນເຂົ້າຮ່ວມ. ທ່ານ ສິງ ເມໂນລາດ ໄດ້ໃຫ້ຮູ້ວ່າ: ເຄື່ອງທີ່ນຳມາມອບໃນຄັ້ງນີ້, ເປັນ ຄັ້ງທີ 2 ໂດຍໄດ້ມາຈາກຫລາຍພາກ ສ່ວນ ເປັນຕົ້ນ ຈາກພາກທຸລະກິດ, ບຸກຄົນ-ນິຕິບຸກຄົນ ຈາກພາຍໃນ ແລະ ຕ່າງປະເທດປະກອບສ່ວນສົມ ທົບທຶນ ໃຫ້ອົງການກາແດງແຫ່ງ ຊາດລາວ ນຳມາມອບໃຫ້ຄອບຄົວ ທີ່ໄດ້ຮັບເຄາະຮ້າຍຈາກໄພພິບັດ ທາງທຳມາຊາດ. ພ້ອມນີ້, ທ່ານຍັງ ໄດ້ຮຽກຮ້ອງໃຫ້ປປະຊາຊົນຈົ່ງ ໄດ້ຕື່ນຕົວເປັນເຈົ້າການປະຕິບັດສຸ ຂະອານາໄມ ຢູ່ສະອາດ, ກິນສະ ອາດ ເພື່ອຫລີກລ່ຽງພະຍາດທີ່ອາດ ຈະເກີດຂຶ້ນພາຍຫລັງນໍ້າຫລຸດລົງ, ມີຄວາມສາມັກຄີຊ່ວຍເຫລືອ ເຊິ່ງ ກັນ ແລະ ກັນ. ໂອກາດນີ້, ທ່ານ ທອງແດງ ຍັນວິໄລ ໄດ້ຕາງໜ້າໃຫ້ຄະນະບໍ ລິຫານງານພັກເມືອງປາກກະດິງ, ອຳນາດການປົກຄອງຂັ້ນບ້ານສະ ແດງຄວາມຂອບໃຈ ມາຍັງອົງການ ກາແດງແຫ່ງຊາດລາວ, ອົງການ ກາແດງແຂວງບໍລິຄຳໄຊ ທີ່ໄດ້ນຳ ເອົາເຄື່ອງອຸປະໂພກ-ບໍລິໂພກມາ ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ເມື່ອບໍ່ດົນ ມານີ້, ທ່ານ ຊາຍພອນ ຈັນທຸມມາ ເຈົ້າເມືອງວຽງຄໍາ ແຂວງຫລວງ ພະບາງ ພ້ອມຄະນະລົງເຄື່ອນໄຫວ ຕິດຕາມສະພາບຜົນກະທົບຈາກ ໄພນໍ້າຖ້ວມຢູ່ບ້ານນາແວ່ນ ກຸ່ມ ສົບເຮືອງ, ບ້ານເມືອງໝ້ວຍ ກຸ່ມ ເມືອງໝ້ວຍ ແລະ ບ້ານນານ້ອຍ ກຸ່ມສາມສຸມ. ການລົງເຄື່ອນໄຫວຄັ້ງນີ້, ນາຍ ບ້ານທັງ 3 ບ້ານໄດ້ລາຍງານໃຫ້ ຮູ້ວ່າ: ນັບແຕ່ຕົ້ນເດືອນຫາກາງ ເດືອນສິງຫາ 2023 ໄດ້ມີຝົນຕົກ ໜັກ ຕິດຕໍ່ກັນຫລາຍວັນ ເຮັດໃຫ້ລະ ດັບນໍ້າຫລາຍສາຍເພີ່ມຂຶ້ນສູງບວກ ກັບນໍ້າປ່າໄຫລຊຸ ເຂົ້າພື້ນທີ່ສວນ, ໄຮ່-ນາ ຂອງປະຊາຊົນ ໂດຍສະ ເພາະບ້ານເມືອງໝ້ວຍ ຖືກຜົນກະ ທົບມີ 4 ຄອບຄົວ ເນື້ອທີ່ນາຫລາຍ ກວ່າ 1 ເຮັກຕາ ແລະ ສວນຜັກຂອງ ປະຊາຊົນຖືກຜົນກະທົບຈໍານວນ ໜຶ່ງ. ສ່ວນບ້ານນາແວນ ມີຝາຍຊົນ ລະປະທານເປ່ເພບາງຈຸດ, ສວນຜັກຈໍານວນໜຶ່ງເສຍຫາຍ ແລະ ບ້ານນານ້ອຍ ເນື້ອທີ່ນາຖືກຜົນກະ ທົບ 7 ເຮັກຕາ ປະຊາຊົນຖືກຜົນກະ ທົບ 13 ຄອບຄົວ ແລະ ຂົວຂ້າມນໍ້າ ນ້ອຍຖືກຕັດຂາດ. ໂອກາດນີ້, ທ່ານເຈົ້າເມືອງ ວຽງຄໍາ ໄດ້ສະແດງຄວາມເປັນ ຫ່ວງເປັນໄຍຕໍ່ປະຊາຊົນຜູ້ທີ່ປະສົບ ໄພພິບັດ ແລະ ໄດ້ສະແດງຄວາມ ຊົມເຊີຍຕໍ່ອົງການຈັດຕັ້ງບ້ານຕະ ຫລອດເຖິງປະຊາຊົນພາຍໃນບ້ານ ແລະ ທຸກພາກສ່ວນທີ່ໃຫ້ການຊ່ວຍ ເຫລືອບັນເທົາທຸກໃນເບື້ອງຕົ້ນ, ພ້ອມທັງເນັ້ນໃຫ້ອົງການຈັດຕັ້ງ ບ້ານ ແລະ ປະຊາຊົນ ຕິດຕາມພະຍາ ກອນອາກາດ ແລະ ເຝົ້າລະວັງຢ່າງ ໃກ້ຊິດເພື່ອຕ້ານ, ສະກັດກັ້ນຜົນກະ ທົບທາງທໍາມະຊາດ ທີ່ອາດຈະເກີດ ຂຶ້ນອີກ ຕິດພັນກັບການຕ້ານ, ສະກັດ ກັ້ນພະຍາດທີ່ເກີດຂຶ້ນຕາມລະດູ ການ ຕື່ມອີກ. ຂ່າວ: ບຸນທັນ ໄຊຍະວົງ ມອບໃຫ້ປະຊາຊົນ 2 ບ້ານດັ່ງ ກ່າວ, ນອກຈາກເປັນການບັນເທົາ ທຸກໃນເບື້ອງຕົ້ນແລ້ວ, ຍັງເປັນການ ສ້າງກຳລັງກາຍກຳລັງໃຈໃຫ້ປະຊາ ຊົນຕື່ມອີກ. ຂ່າວ-ພາບ: ສາຍສະໝອນ

RkJQdWJsaXNoZXIy MTc3MTYxMQ==