5686

s;o7no,6og-Nv ;ao1bfveokf 23 ly'sk xtgmf]k; 3 22/08/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ມາລິດາ ໂດຍ: ສຸວັນນະ ບົດສະເໜີ (23/8/1945 ແລະ 23/8/1975) .-hg9hpglf lhk'ly]txt sfa 4tdemu,j 7u o5 7kj ,ult8y]t;a' laf86rnf me]kpzqozt]yf ນໍາເອົາວິຊາການປ້ອງກັນ ແລະ ຄວບຄຸມບົ້ງຝູງທີ່ ດ້ວຍການນໍາໃຊ້ ຢາຂ້າບົ້ງລົງສີດໃສ່ບ່ອນທີ່ມີການ ລະບາດ ຊຶ່ງສາມາດຄວບຄຸມເນື້ອທີ່ ບ່ອນມີການລະບາດໄດ້ 633 ເຮັກ ຕາ, ນີ້ເປັນພຽງເບື້ອງຕົ້ນເທົ່ານັ້ນ ເຊິ່ງບໍ່ທັນສາມາດເວົ້າໄດ້ວ່າບົ້ງຝູງ ນີ້ຈະກັບມາລະບາດອີກ ຫລື ບໍ່ ເຊິ່ງ ນອກຈາກບົ້ງຝູງແລ້ວອາດຍັງຈະ ມີອີກພະຍາດ ເຊັ່ນ: ບົ່ວ, ບົ້ງ ຮໍາໃບ, ພະຍາດໃບແຫ້ມ, ເພ້ຍຈັກຈັ່ນສີນໍ້າ ຕານ ແລະ ອື່ນໆ ອາດຈະຕາມມາກໍ ເປັນໄດ້. ໃນໄລຍະຜ່ານມາ ເຮົາຈະ ເຫັນພາກສ່ວນກ່ຽວຂ້ອງລົງແກ້ໄຂ ດ້ວຍການນໍາໃຊ້ຢາຂ້າແມງໄມ້ ເປັນອາວຸດ ຫລື ເຄື່ອງມືໃນການ ອົບຮົມ ແລະ ສ້າງຄວາມເຂົ້າໃຈໃຫ້ ປະຊາຊົນ ຮັບຮູ້ເຖິງຕົ້ນເຫດທີ່ແທ້ ຈິງຂອງສັດຕູພືດເຫລົ່ານັ້ນ ເຊິ່ງ ສາເຫດບາງຢ່າງເກີດຈາກການ ປ່ຽນແປງສະພາບຂອງດິນຟ້າອາ ກາດເຮັດໃຫ້ຝູງສັດມີການແພ່ພັນ ຢ່າງໄວ, ມີການຍ້າຍຖິ່ນຖານໃນ ຂະນະດຽວກັນ ປ່າໄມ້ອັນເປັນທີ່ຢູ່ ອາໄສ ແລະ ແຫລ່ງອາຫານສໍາຄັນ ຂອງສັດຕູພືດເຫລົ່ານັ້ນຖືກທໍາລາຍ ລະບົບນິເວດບໍ່ມີຄວາມສົມດູນ, ອາ ຫານຖືກຈໍາກັດ ສ້າງຄວາມເສຍ ຫາຍໂດຍຫລີກລ່ຽງບໍ່ໄດ້. ເຖິງຢ່າງ ໃດກໍຕາມການແກ້ໄຂບັນຫາມັນ ໄດ້ຮຽກຮ້ອງເຖິງທຸກພາກສ່ວນຕົ້ນ ຕໍແມ່ນກະໂຕຊາວນາເອງຕ້ອງ ເປັນເຈົ້າການໃນການຕິດຕາມຄວບ ຄຸມການລະບາດຂອງບົ້ງຝູງ, ເບິ່ງ ແຍງຕົ້ນເຂົ້າ ແລະ ຜົນຜະລິດ, ນໍາໃຊ້ເຕັກນິກວິຊາການ ແລະ ບົດ ຮຽນໃນຜ່ານມາ ເຂົ້າໃນການບົວ ລະບັດຮັກສາ ແລະ ປາບປາມແກ້ ໄຂ, ຖ້າຫາກພົບເຫັນການລະບາດ ຂອງສັດຕູພືດຕ່າງໆ ໃຫ້ຮີບຮ້ອນ ລາຍງານປະສານຫາພາກສ່ວນທີ່ ກ່ຽວຂ້ອງ ເພື່ອລົງກວດກາ ແລະ ແກ້ໄຂຄວບຄຸມໃຫ້ທັນການ ບໍ່ໃຫ້ ຂະຫຍາຍໄປສູ່ບ່ອນອື່ນ, ຮັບປະກັນ ຜົນຜະລິດໃຫ້ໄດ້ຕາມລະດັບ ຄາດ ໝາຍ ແລະ ພຽງພໍຕໍ່ການບໍລິໂພກ. * ການຢຶດອໍານາດ ເດືອນສິງຫາ ປີ 1945: ທ້າຍສະຕະວັດທີ XIX ປະເທດ ລາວຖືກຈັກກະພັດລ່າເມືອງຂຶ້ນຝຣັ່ງ ເຂົ້າມາຮຸກຮານ, ປຸ້ນສະດົມຢ່າງໂຫດ ຮ້າຍປ່າເຖື່ອນ, ປະຊາຊົນລາວບັນດາ ເຜົ່າ ໄດ້ຈົມຢູ່ໃນຄວາມເປັນຂ້ອຍຂ້າ ຂອງພວກລ່າເມືອງຂຶ້ນ ແລະ ຖືກຂູດຮີດ ຢ່າງແສນສາຫັດ. ດ້ວຍນໍ້າໃຈຮັກຊາດ, ຄຽດແຄ້ນຕໍ່ການຮຸກຮານ ແລະ ການ ກົດຂີ່ຂູດຮີດຂອງພວກລ່າເມືອງຂຶ້ນ ດັ່ງນັ້ນປະຊາຊົນບັນດາເຜົ່າ ຈຶ່ງໄດ້ລຸກຮື້ ຂຶ້ນ ຕໍ່ສູ້ຢ່າງພິລະອາດຫານ, ເດັດຂາດ ບໍ່ຍອມເປັນຂ້ອຍຂ້າ, ບໍ່ຍອມເສຍບ້ານ ເສຍເມືອງ. ດ້ວຍເຫດນັ້ນ, ຈຶ່ງໄດ້ມີ ຫລາຍຂະບວນການຕໍ່ສູ້ນັບແຕ່ນ້ອຍຫາ ໃຫຍ່ ແຕ່ແຄບຫາກວ້າງຕ່າງກັນ ແລະ ບາງຂະບວນກໍຟົດຟື້ນຍາວນານ ຫລາຍ ປີເຊັ່ນ: ການລຸກຮື້ຂຶ້ນຕ້ານພວກລ່າ ເມືອງຂຶ້ນຝຣັ່ງ ຂອງປະຊາຊົນແຂວງ ສະຫວັນນະເຂດ ພາຍໃຕ້ການນໍາພາ ຂອງພໍ່ກະດວດ ແຕ່ປີ 1901-1903; ການຕໍ່ສູ້ຂອງປະຊາຊົນພາກໃຕ້ການ ນໍາພາ ຂອງ ທ່ານ ອົງແກ້ວ-ອົງກົມມະ ດໍາ ແຕ່ ປີ 1901- 1907, ການຕໍ່ສູ້ຂອງ ປະຊາຊົນເຜົ່າມົ້ງ ຢູ່ບັນດາແຂວງພາກ ເໜືອ ພາຍໃຕ້ການນໍາພາຂອງເຈົ້າຟ້າ ປັດໃຈ ແຕ່ປີ 1918- 922; ຂະບວນ ການຕໍ່ສູ້ ຂອງປະຊາຊົນເຜົ່າລື້ ເມືອງ ສິງ ແຕ່ປີ 1914-1918, ຂະບວນການ ຕໍ່ສູ້ຂອງນາຍຄູຄໍາ ຢູ່ວຽງຈັນ ໃນປີ 1920 ແລະ ຂະບວນການຕໍ່ສູ້ອື່ນໆ. ວັນທີ 3/2/1930 ພັກກອມມູນິດ ອິນດູຈິນໄດ້ກໍາເນີດຂຶ້ນ, ພາຍໃຕ້ການ ຊີ້ນໍາໂດຍກົງຂອງ ປະທານ ໂຮ່ຈີ່ມິງ. ພັກ ໄດ້ວາງຍຸດທະສາດຍຸດໂທບາຍ ຂອງການປະຕິວັດອິນດູຈີນ ອອກຢ່າງ ລະອຽດ, ເຮັດໃຫ້ການປະຕິວັດຢູ່ປະ ເທດເຮົາເຕີບໃຫຍ່ເຂັ້ມແຂງ ຊຶ່ງເປັນ ບາດກ້າວທໍາອິດໃນການປັບປຸງ ແລະ ຂະຫຍາຍການຈັດຕັ້ງພັກ ແລະ ອົງ ການຈັດຕັ້ງມະຫາຊົນ, ພັກໄດ້ຍູ້ແຮງ ວຽກງານປຸກລະດົມຂົນຂວາຍມະຫາ ຊົນຢູ່ເຂດຊົນນະບົດ ແລະ ບໍລິເວນຊົນ ເຜົ່າ ຖືຊາວໄຮ່ ຊາວນາເປັນກໍາລັງພື້ນ ຖານຂອງການປະຕິວັດ. ສະນັ້ນ, ຈິ່ງ ເຮັດໃຫ້ຂະບວນ ການຕໍ່ສູ້ໄດ້ຮັບໄຊຊະ ນະສາມາດຍາດຢຶດອໍານາດການປົກ ຄອງໃນທົ່ວປະເທດ ໃນວັນທີ 23 ສິງ ຫາ ປີ 1945. ໄລຍະບໍ່ເຖິງ 1 ເດືອນ ປະ ຊາຊົນລາວທີ່ໄດ້ຮັບການຮ່ວມມືປະ ສານງານອັນຕັ້ງໜ້າຂອງຊາວຫວຽດ ນາມ ຕ່າງດ້າວໄດ້ລຸກຮື້ຂຶ້ນໂຄ່ນລົ້ມ ອໍານາດການປົກຄອງເກົ່າ ແລະ ສ້າງ ຕັ້ງອໍາ ນາດການປົກຄອງປະຕິວັດຂອງ ຕົນຂຶ້ນຢູ່ຫລາຍທ້ອງຖິ່ນ ແລະ ໄດ້ຈັດ ຕັ້ງບັນດາກອງກໍາລັງປະກອບອາວຸດ ປ້ອງກັນຕົວຢູ່ໃນຕົວເມືອງໃຫຍ່ຕ່າງໆ ເຊັ່ນ: ຢູ່ເມືອງວຽງຈັນ, ທ່າແຂກ, ເມືອງສະຫວັນນະເຂດ, ຊຽງຂວາງ, ຊໍາເໜືອ ແລະ ຫລວງພະບາງ. ຈາກນັ້ນລັດຖະບານລາວ ອິດສະ ຫລະ ກໍໄດ້ຮັບການສ້າງຕັ້ງຂຶ້ນ ແລະ ໄດ້ ປະກາດຄວາມເປັນເອກະລາດຂອງ ຊາດຕໍ່ໜ້າມວນຊົນໃນວັນທີ 12 ຕຸລາ 1945. ນັ້ນຄືໄຊຊະນະຄັ້ງປະຫວັດ ສາດຂອງຊາດລາວ ເຊິ່ງມີຄວາມໝາຍ ສໍາຄັນທີ່ສຸດສໍາລັບປະຊາຊົນລາວ ເພາະວ່າ: ມັນເປັນຂີດໝາຍສໍາຄັນ ໃນປະຫວັດສາດແຫ່ງການ ຕໍ່ສູ້ຍາດ ເອົາ ເອກະລາດ ແລະ ອິດສະຫລະພາບ ຂອງປະຊາຊົນລາວ, ມັນເປັນເທື່ອທໍາ ອິດ ທີ່ປະຊາຊົນລາວບັນດາເຜົ່າໄດ້ພ້ອມ ກັນລຸກຮື້ຂຶ້ນທັບມ້າງແອກຄອບຄອງ ຂອງລັດທິລາເມືອງຂຶ້ນຝຣັ່ງ, ໄດ້ໂມ່ງ ບາດຄ້ອນໃສ່ລະບອບສັກດີນາທີ່ຄອບ * ໄລຍະຜ່ານໆເຮົາໄດ້ເຫັນ ແລະ ໄດ້ຍິນຂ່າວສັດຕູພືດປະເພດບົ້ງ, ຕັກແຕນ ກັດກິນ ແລະ ທໍາລາຍຜົນລະ ປູກຂອງປະຊາຊົນ ຢູ່ຫລາຍແຂວງ ໃນພາກເໜືອ ຂອງປະເທດເຮົາ ຫລາຍພັນເຮັກຕາ, ສົ່ງຜົນກະທົບ ຕໍ່ການດໍາລົງຊີວິດ ຂອງປະຊາຊົນ ພໍສົມຄວນ ເຊິ່ງທັງໝົດນີ້ມັນຈະນຳ, ໄປສູ່ສະພາບຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ ອັນເນື່ອງຈາກຜົນ ຜະລິດໄດ້ຫນ້ອຍ. ຫລ້າສຸດເມື່ອຕົ້ນ ເດືອນກໍລະກົດນີ້ ເກີດເຫດການຝູງ ບົ້ງລົງກິນ ແລະ ທໍາລາຍຕົ້ນເຂົ້າ ແລະ ພືດຜັກ ຢູ່ 7 ເມືອງໃນຈໍານວນ 11 ເມືອງຂອງ ແຂວງຫົວພັນ, ໄດ້ ທຳລາຍນາເຂົ້າ 2.369 ເຮັກຕາ, ເສຍຫາຍ ທັງໝົດ 78 ກວ່າເຮັກຕາ, ເຂົ້າໄຮ່ 441 ເຮັກຕາ, ສາລີ 60 ເຮັກ ຕາ, ເສຍຫາຍເກືອບ 2 ເຮັກຕາ. ຕໍ່ເຫດການທີ່ເກີດຂຶ້ນນີ້ ໃນ ເບື້ອງຕົ້ນ ຂະແໜງປູກຝັງໄດ້ປະ ສານສົມທົບກັບເມືອງ ແລະ ບ້ານ ງໍາປະເທດລາວມາເປັນຫລາຍສະຕະ ວັດ ແລະ ເປັນການເປີດສາກໃຫ້ແກ່ການ ເຄື່ອນໄຫວປະຕິວັດລາວກ້າວສູ່ໄລຍະ ໃໝ່. ການປະກາດເອກະລາດເປັນ ການເຕົ້າໂຮມແຜ່ນດິນລາວເປັນເອກະ ພາບ, ທັງໄດ້ປ່ຽນແປງລະບອບການ ປົກຄອງ, ລົບລ້າງທຸກສັນຍາທີ່ລາວ ໄດ້ເຊັ່ນກັບຝຣັ່ງກ່ອນໜ້ານີ້, ປະກາດ ໃຊ້ລັດຖະທໍາມະນູນສະບັບຊົ່ວຄາວ, ປະກາດໃຊ້ເພງຊາດ, ທຸງຊາດສາມ ສີ ແລະ ປະກາດແຕ່ງຕັ້ງຄະນະລັດຖະ ບານຊົ່ວຄາວ (ລັດຖະບານລາວອິດ ສະຫລະ). ການຢຶດອໍານາດໃນວັນທີ 23 ສິງ ຫາ ປີ 1975 ພາຍຫລັງພວກລ່າເມືອງ ຂຶ້ນຝຣັ່ງປະລາໄຊ, ຈັກກະພັດອາເມລິ ກາ ກໍໄດ້ກະໂດດເຂົ້າມາແທນພວກລ່າ ເມືອງຂຶ້ນຝຣັ່ງ ດໍາເນີນການແຊກແຊງ ແລະ ຮຸກຮານປະເທດລາວໂດຍທັນທີ ດ້ວຍກົນອຸບາຍ ຫວັງເຮັດໃຫ້ປະເທດ ເຮົາກາຍເປັນຫົວເມືອງຂຶ້ນແບບໃໝ່ ແລະ ເປັນຖານທັບຂອງເຂົາແນໃສ່ປິດ ລ້ອມຫວຽດນາມ ແລະ ສປ ຈີນ, ສະກັດ ກັ້ນ ກະແສຟອງປະຕິວັດບໍ່ໃຫ້ແຜ່ລາມ ໄປໃນອາຊີອາຄະເນ. ຕໍ່ສະພາບການ ແລະ ຄວາມຮຽກຮ້ອງຕ້ອງການຕໍ່ສູ້ ເພື່ອຕີເອົາຊະນະສັດຕູຜູ້ຮຸກຮານ, ວັນທີ 22 ມີນາ 1955 ພັກປະຊາຊົນປະຕິວັດ ລາວໄດ້ຮັບການສ້າງຕັ້ງຂຶ້ນ ພັກໄດ້ນໍາ ພາປະຊາຊົນບັນດາເຜົ່າດໍາເນີນການຕໍ່ ສູ້ກູ້ຊາດຕ້ານອາເມລິກາ ຊຶ່ງເປັນໄລ ຍະການຕໍ່ສູ້ອັນດຸເດືອດຂ້ຽວຂາດສັບ ສົນ, ຫຍຸ້ງຍາກລໍາບາກກວ່າໝູ່ຂອງ ການປະຕິວັດໃນປະເທດເຮົາ ແລະ ເປັນ ໄລຍະຕໍ່ສູ້ທີ່ສະຫງ່າອົງອາດກວ່າໝູ່ ແລະ ມີໄຊຍິ່ງໃຫຍ່ກວ່າໝູ່ໃນປະຫວັດ ສາດຂອງຊາດເຮົາ. ພາຍໃຕ້ການນໍາພາຂອງພັກ ມະຫາ ຊົນ ຊັ້ນຄົນຕ່າງໆຢູ່ໃນເຂດປົກຄອງ ຂອງສັດຕູ ແລະ ໃນເຂດເປັນກາງເປັນ ຕົ້ນແມ່ນກໍາມະກອນ, ຊາວນາ, ນັກ ຮຽນນັກສຶກສາໄດ້ລຸກຮື້ຂຶ້ນ ແລະ ເຂົ້າ ຮ່ວມການຕໍ່ສູ້ນັບມື້ນັບຫລາຍ, ຂະ ບວນການຕໍ່ສູ້ຂອງມະຫາຊົນໄດ້ແຜ່ ລາມກວ້າງອອກໄປຢ່າງໄວວາດ້ວຍ ຖ່ວງທ່າອັນແຂງແຮງຟົດຟື້ນ, ດູດດຶງ ເຕົ້າໂຮມເອົາກໍາລັງໄດ້ຢ່າງຫລວງ ຫລາຍ ໃນໝູ່ຂ້າລາຊະການ, ຊາວຄ້າ ຂາຍ, ພະສົງສໍາມະເນນ, ນັບທັງນາຍ ແລະ ພົນທະຫານ, ຕໍາຫລວດ ໄດ້ເຂົ້າ ຮ່ວມຂະບວນການຕໍ່ສູ້ ເຊິ່ງຂະຫຍາຍ ຕົວເປັນກະແສຟອງສູງສຸດເຊັ່ນ: ການ ລຸກຮື້ຂຶ້ນຂອງກໍາມະກອນໄຟຟ້າວຽງ ຈັນ; ການລຸກຮື້ຂຶ້ນຕໍ່ສູ້ຢ່າງໝັ້ນໜຽວ ທົນທານຕະຫລອດ 42 ວັນ ແລະ ຄືນ ຂອງປະຊາຊົນຊາວເມືອງໜອງບົກ ແຂວງຄໍາມ່ວນ ສາມາດຍາດໄດ້ສິດ ເປັນເຈົ້າ, ສ້າງຕັ້ງອໍານາດການປົກ ຄອງປະຕິວັດຂຶ້ນ; ການລຸກຮື້ຂຶ້ນປະ ກາດແຍກຕົວອອກຈາກຝ່າຍວຽງຈັນ ຂອງກອງພັນ 102 ມາຂຶ້ນກັບລັດຖະ ບານປະສົມໂດຍກົງ. ການລຸກຮື້ຂຶ້ນຂອງ ມະຫາຊົນຕັ້ງແຕ່ຕົວເມືອງຮອດຊົນ ນະບົດ ໃນເຂດກວດກາຂອງຝ່າຍວຽງ ຈັນ ໄດ້ລະເບີດຂຶ້ນຢ່າງຟົດຟື້ນ, ຕໍ່ ເນື່ອງດ້ວຍຫລາຍຮູບການ ເຊິ່ງມີຜູ້ ເຂົ້າຮ່ວມຫລາຍແສນຄົນ ເຮັດໃຫ້ຫົວປ້ ປະຕິການໃນກົງຈັກທະຫານ ແລະ ການ ປົກຄອງຫຸ່ນຕົກສະທ້ານຢ້ານກົວ. ໂດຍໄດ້ຮັບການສະໜັບສະໜູນ ຂອງບັນດາກໍາລັງປະກອບອາວຸດປະຕິ ວັດ, ໃນເດືອນ 5/1975 ຂະບວນການ ຕໍ່ສູ້ໄດ້ມີບາດກ້າວຂະຫຍາຍຕົວໃໝ່. ຄໍາຂວັນຕໍ່ສູ້ຂອງຂະບວນການແມ່ນ ສຸມໃສ່ທວງໃຫ້ຂັບໄລ່ພວກເຈົ້າໜ້າທີ່ ທະຫານ ແລະ ພວກນັກສືບຂອງອາເມ ລິກາ ອອກຈາກລາວ, ທວງໃຫ້ຍຸບອົງ ການຢູເສດ (ສໍານັກງານອົງການຊ່ວຍ ເຫລືອ ທາງດ້ານການທະຫານ, ເສດຖະ ກິດການເງິນ ແລະ ເຕັກນິກຂອງອາເມ ລິກາ) ຢູ່ວຽງຈັນ ແລະ ແຫ່ງອື່ນໆ, ກໍາ ນົດເວລາໃຫ້ອົງການຈັດຕັ້ງທັງໝົດ ຂອງອາເມລິກາຖອນອອກຈາກລາວ. ວັນທີ 23/5/1975, ກໍາມະກອນ, ຂ້າ ລາຊະການ, ນັກຮຽນ, ນັກສຶກສາ, ຢູ່ ວຽງຈັນໄດ້ຢຶດເອົາອົງການຢູເສດ. ວັນ ທີ 27/5/1975 ສະຖານທູດອາເມລິ ກາຕ້ອງຍອມຮັບການຍຸບອົງການ ດັ່ງ ກ່າວ, ກົງຈັກລ່າເມືອງຂຶ້ນແບບໃໝ່ ຂອງອາເມລິກາຖືກລົບລ້າງ. ມະຫາ ຊົນໄດ້ກ່າວປະນາມ ແລະ ທວງໃຫ້ຂັບ ໄລ່ພວກປະຕິການຂວາຈັດອອກຈາກ ລັດຖະບານປະສົມທະຫານ, ຕໍາຫລວດ ຈໍານວນໜຶ່ງ ໄດ້ທະຍອຍແຍກຕົວອອກ ຈາກພວກນາຍປະຕິການທີ່ນິຍົມ ອາ ເມລິກາ, ຫລາຍກົມກອງໄດ້ລຸກຂຶ້ນ ແຍກຕົວອອກຈາກກອງທັບ ຝ່າຍລາຊະ ອານາຈັກ ຮ່ວມມືກັບປະຊາຊົນ. ກະແສ ຟອງແຫ່ງການລຸກຮື້ຂຶ້ນໃນ ເດືອນ 5/ 1975 ມີມະຫາຊົນເຂົ້າ ຮ່ວມຈໍານວນ ຫລວງຫລາຍນັ້ນ ໄດ້ເຮັດໃຫ້ພວກອາ ເມລິກາ ແລະ ພວກຫົວໂປ້ປະຕິການໃນ ກົງຈັກການທະຫານ ແລະ ການປົກ ຄອງຝ່າຍວຽງຈັນຕົກຢູ່ໃນສະພາບຈົນ ຕາແຈ ອັນໄດ້ເຮັດໃຫ້ກົງຈັກການປົກ ຄອງຫຸ່ນ ແລະ ທະຫານຫຸ່ນພັງທະ ລາຍລົງບາດດຽວຢ່າງໄວວາ, ພວກ ຫົວໂປ້ປະຕິການພາກັນ ໂຕນໜີອອກ ນອກປະເທດ. ວັນທີ 23/8/1975 ຊາວນະຄອນ ຫລວງວຽງຈັນ 2 ໝື່ນກວ່າຄົນໄດ້ ໂຮມ ຊຸມນຸມໃຫຍ່ຢູ່ເດີ່ນທາດຫລວງ ເພື່ອ * ຫັດຖະກໍາ ລີໄຊໂຄ້ອາດ ແມ່ນ ຜະລິດຕະພັນ ເຄື່ອງເອ້ , ເຄື່ອງຝາກ, ເຄື່ອງຕ້ອນ ທີ່ຜະລິດມາຈາກເຈ້ຍເສດ ທີ່ບໍ່ໄດ້ໃຊ້ແລ້ວ ໂດຍການບົດເອົາເຍື້ອ ແລ້ວນໍາມາປັ້ນເປັນຮູບຕ່າງໆ ເຊັ່ນຮູບ: ທາດຫລວງ, ປະຕູໄຊ, ຮູບຕົ້ນໂພ, ຮູບ ວັດວາອາຮາມ ແລະ ອື່ນໆ ທີ່ສ່ອງແສງ ເຖິງເອກະລັກຄວາມເປັນລາວ ຜ່ານ ຮູບທີ່ຜະລິດອອກມາ ເພື່ອຈໍາໜ່າຍໃຫ້ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງ ປະເທດ ໄດ້ຊື້ເປັນເຄື່ອງທີ່ລະນຶກ ເມື່ອ ໄດ້ມາຢ້ຽມຢາມລາວ ພ້ອມດຽວກັນປະ ຊາຊົນລາວເຮົາ ກໍນິຍົມຊື້ເປັນເຄື່ອງທີ່ ລະນຶກໃນໂອກາດສໍາຄັນຕ່າງໆ. ສະ ນັ້ນ, ຈຶ່ງເຮັດໃຫ້ຜະລິດຕະ ພັນຫັດຖະ ກໍາລີໄຊໂຄ້ອາດ ດໍາລົງຄົງຕົວເປັນເວ ລາຫລາຍສິບປີ ແລະ ໄດ້ສ້າງປະໂຫຍດ ໃຫ້ແກ່ສັງຄົມຢ່າງຫລວງຫລາຍ ບໍ່ວ່າ ຈະເປັນດ້ານສິ່ງເວດລ້ອມ ແລະ ການ ສ້າງວຽກງານໃຫ້ປະຊາຊົນ. ນາງ ມາລາວົງ ມະນີແສງ ເວົ້າສູ່ ຟັງວ່າ: ຜະລິດຕະພັນລາວຫັດຖະກໍາ ລີໄຊ ໂຄ້ອາດ ເປັນຜະລິດຕະພັນທີ່ເຮັດ ມາຈາກເຈ້ຍເອຊີ (A4) ທີ່ໃຊ້ແລ້ວ ແລະ ເອກະສານເກົ່າຕ່າງໆ ນຳມາບົດ ເອົາເຍື້ອແລ້ວມາປັ້ນເປັນຜະລິດຕະ ພັນຕ່າງໆ ເຊິ່ງວິທີການປັ້ນໄດ້ນໍາໃຊ້ ເຕັກນິກສະເພາະຂອງຕົນເອງ, ໂດຍ ຜະລິດຕະພັນນີ້ ເລີ່ມຕົ້ນເຮັດມາ ແຕ່ປີ 2012 ຕອນນັ້ນຂາຍຢູ່ໃສກໍ່ຂາຍບໍ່ໄດ້ ເລີຍໄປຂາຍຕາມຕະຫລາດກໍ່ຂາຍບໍ່ ໄດ້, ໄດ້ແຕ່ຄໍາເວົ້າທີ່ເວົ້າໃຫ້ວ່າ “ກໍ່ ຍ້ອນມັນເປັນເຈ້ຍເສດຈຶ່ງບໍ່ໄດ້ຂາຍ” ເມື່ອໄດ້ຍິນຄໍາເວົ້ານີ້ກໍຮູ້ສຶກນ້ອຍໃຈ ທັງທີ່ສິນຄ້າທີ່ຜະລິດອອກມາສວຍ ງາມແຕ່ຍັງບໍ່ເປັນທີ່ຕ້ອງການຂອງຕະ ຫລາດ ທັງທີ່ລາຄາກໍ່ບໍ່ໄດ້ແພງ. ດັ່ງ ປະກາດສ້າງຕັ້ງອໍານາດການປົກຄອງ ປະຕິວັດນະຄອນຫລວງວຽງຈັນ. ມາ ເຖິງທ້າຍເດືອນ 8/1975 ກົງຈັກ ປົກຄອງ ແລະ ກອງທະຫານຝ່າຍວຽງ ຈັນແຕ່ຂັ້ນແຂວງລົງເຖິງຂັ້ນຮາກ ຖານທົ່ວປະເທດຖືກລົບລ້າງທັງໝົດ. ອໍານາດການປົກຄອງປະຕິວັດທຸກຂັ້ນ ໄດ້ສ້າງຕັ້ງຂຶ້ນໃນທົ່ວປະເທດ. ວັນທີ 1 ແລະ 2/12/1975 ກອງປະຊຸມໃຫຍ່ ຜູ້ແທນປະຊາຊົນທົ່ວປະເທດໄ ດ້ໄຂຂຶ້ນ ຢ່າງຄຶກຄື້ນ ຢູ່ນະຄອນຫລວງວຽງຈັນ ຊຶ່ງມີຕົວແທນຂອງບັນດາຊັ້ນຄົນ, ບັນ ດາເຜົ່າ, ສາສະໜາ, ຜູ້ແທນຂອງບັນ ດາອົງການຈັດຕັ້ງມະຫາຊົນ, ຜູ້ຊົງຄຸນ ວຸດທິ, ປັນຍາຊົນ ແລະ ຜູ້ແທນຂອງກໍາ ລັງປະກອບອາວຸດ ລວມ 246 ຄົນ ເຂົ້າ ຮ່ວມ. ກອງປະຊຸມໃຫຍ່ໄດ້ຕົກລົງຮັບ ຮອງເອົາການສະຫລະພະລາຊະບັນ ລັງຂອງເຈົ້າຊີວິດ, ຕົກລົງຍຸບລັດຖະ ບານຊົ່ວຄາວ ແລະ ຄະນະມົນຕີປະສົມ ການເມືອງແຫ່ງຊາດ; ປະກາດລົບ ລ້າງລະບອບລາຊາທິປະໄຕ ແລະ ສ້າງ ຕັ້ງລະບອບ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນຂຶ້ນແທນ; ກໍານົດ ເຄື່ອງໝາຍປະຈໍາຊາດ, ທຸງຊາດ, ເພງ ຊາດ ແລະ ພາສາທາງການ; ຕົກລົງ ສ້າງຕັ້ງ ສະພາປະຊາຊົນສູງສຸດ ແລະ ລັດຖະບານ ສາທາລະນາລັດ ປະຊາທິ ປະໄຕ ປະຊາຊົນລາວ. ປະທານ ສຸພາ ນຸວົງ ໄດ້ຮັບເລືອກຕັ້ງເປັນປະທານປະ ເທດ ທັງເປັນປະທານສະພາ ປະຊາປະ ຊາ ຊົນສູງສຸດ, ສ່ວນປະທານ ໄກສອນ ພົມວິຫານ ໄດ້ຮັບເລືອກຕັ້ງເປັນນາຍົກ ລັດຖະມົນຕີແຫ່ງສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ. ສິ່ງດັ່ງກ່າວ ເປັນປະຫວັດການໃນການຢຶດອໍານາດ ຂັ້ນສຸດທ້າຍຂອງ ການປະຕິວັດລາວ ເຊິ່ງໄດ້ຈາລຶກໃນ ປຶ້ມປະຫວັດສາດ ຂອງຊາດລາວ. ວັນ ຢຶດອໍານາດ 23 ສິງຫາ ປີ 1975 ຈຶ່ງມີຄວາມໝາຍຄວາມສໍາຄັນຫລາຍ ສໍາ ລັບປະຊາຊົນລາວທັງຊາດ ເພາະວ່າ ໄຊຊະນະດັ່ງກ່າວມັນແມ່ນໝາກຜົນ ແຫ່ງການຕໍ່ສູ້ປະຕິວັດອັນຢືດເຢື້ອຍາວ ນານຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ; ມັນແມ່ນຜົນທີ່ເກີດມາ ຈາກຄວາມກ້າຫານປະດິດສ້າງແຫ່ງ ການນໍາໃຊ້ 3 ບາດຄ້ອນຍຸດທະສາດ ເພື່ອຢຶດອໍານາດການປົກຄອງໃນທົ່ວ ປະເທດແບບບົວບໍ່ໃຫ້ຊໍ້າ ນໍ້າບໍ່ໃຫ້ຂຸ່ນ ແມ່ນໄຊຊະນະຂອງແນວທາງການ ປະຕິວັດອັນຖືກຕ້ອງ ແລະ ການນໍາພາ ອັນສະຫລາດສ່ອງໃສຂອງພັກ ທີ່ຮູ້ ໝູນໃຊ້ລັດທິມາກ-ເລນິນ ເຂົ້າໃນພຶດ ຕິກໍາຕົວຈິງຂອງການປະຕິວັດລາວ ຢ່າງປະດິດສ້າງ; ມັນແມ່ນໄຊຊະນະ ກໍາ ລັງແຮງແຫ່ງຄວາມສາມັກຄີເປັນຈິດ ໜຶ່ງໃຈດຽວກັນຂອງປວງຊົນທັງຊາດ, ເປັນຄວາມອັນໜຶ່ງອັນດຽວກັນຂອງ ກອງທັບ ແລະ ປະຊາຊົນບັນດາເຜົ່າ, ແມ່ນໄຊຊະນະຂອງຄວາມສາມັກຄີ ຮ່ວມສໍາພັນສູ້ຮົບ ລະຫວ່າງ ປະຊາ ຊົນລາວ, ປະຊາຊົນຫວຽດນາມ ແລະ ປະຊາຊົນກໍາປູເຈຍທີ່ໄດ້ຄຽງບ່າຄຽງ ໄລ່ກັນຕ້ານສັດຕູໂຕດຽ ວກັນຕະຫລອດ ໄລຍະການປະຕິວັດປົດປ່ອຍຊາດໃນ ເມື່ອກ່ອນກໍຄືໃນພາລະກິດປົກປັກ ຮັກສາ ແລະ ກໍ່ສ້າງປະເທດຊາດໃນປັດ ຈຸບັນ. ນັ້ນ, ຈຶ່ງຕັດສິນໃຈເຂົ້າໄປແຂ່ງຂັນງານ ທະນາຄານໂລກ ເປັນເທື່ອທໍາອິດ ແລະ ໄດ້ລາງວັນຊະນະເລີດ ໂດຍມີເງິນ ລາງ ວັນ 500 ໂດລາ ໃນປີ 2013 ເມື່ອໄດ້ ເງິນລາງວັນມາ ຈຶ່ງນໍາມາພັດທະ ນາ ຜະລິດຕະພັນໃຫ້ມີຄວາມສວຍງາມ ແລະ ຫລາກຫລາຍຮູບແບບ. ພ້ອມດຽວ ກັນ, ກໍ່ສ້າງກາໝາຍສິນຄ້າຂອງຕົນ ເອງຂຶ້ນ ແລ້ວນໍາມາຂາຍໃນສູນການ ຄ້າ ລາວ-ໄອເຕັກ ເປັນເທື່ອທໍາອິດ ໃນ ໄລຍະເວລາ 5 ມື້ຂາຍໄດ້ປະມານ 20 ລ້ານກີບ ກໍ່ຮູ້ສຶກດີໃຈຫລາຍ ທີ່ຕົນເອງ ບໍ່ຍອມທໍ້ຖອຍ ຈົນປະສົບຜົນສໍາເລັດໃນ ອາຊີບນີ້. ໃນຂະນະດຽວກັນ ຜະລິດ ຕະພັນກໍໄດ້ໂອດັອບເມືອງໄຊທານີ ໃນ ປີ 2016 ແລະ ໄດ້ຮັບການຍ້ອງຍໍຈາກ ລັດຖະບານ ພ້ອມມອບຕໍາແໜ່ງຊາວ ໜຸ່ມນະຄອນຫລວງໃຫ້ ເພື່ອເປັນການ ຊຸກຍູ້ສົ່ງເສີມຜະລິດຕະພັນດີໆແບບນີ້ ໃຫ້ມີຄວາມຍືນຍົງ. ນາງ ມາລາວົງ ເວົ້າຕື່ມວ່າ: ແຕ່ອະ ດີດຈົນເຖິງປັດຈຸບັນ ໄດ້ສູ້ຊົນມາ ໄດ້ 10 ປີແລ້ວເຫັນວ່າ ຜະລິດຕະພັນທີ່ຕົນ ເອງສ້າງມາ ເຕີບໃຫຍ່ຂະຫຍາຍຕົວ ເທື່ອ ລະກ້າວ ກໍ່ຮູ້ສຶກພາກພູມໃນ ເພາະ ນອກຈາກສ້າງລາຍຮັບໃຫ້ຄອບຄົວ ແລ້ວ ຍັງປະກອບສ່ວນສ້າງວຽກເຮັດ ງານທໍາ, ສ້າງລາຍຮັບ ໃຫ້ຜູ້ທີ່ເຮັດອາ ຊີບ ເກັບຂີ້ເຫຍື້ອ, ໃຫ້ປະຊາຊົນພາຍໃນ ບ້ານ ແລະ ນັກຮຽນຈາກໂຮງຮຽນວິ ຈິດສິນແຫ່ງຊາດ ຫລາຍສິບຄົນໄດ້ມີ ສ່ວນຮ່ວມໃນຂັ້ນຕອນການຜະລິດ ຕ່າງໆຈົນໄດ້ຮູບປັ້ນທີ່ສວຍງາມອອກ ມາຈໍາໜ່າຍສູ່ສັງຄົມ. ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==