lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 22/08/2023 xtgmf]k; ປະເມີນກົດໝາຍ 4 ສະບັບ... ສານອວຍພອນວັນຊາດ... ບໍລິສັດ.... ສມປຊ ສຳເລັດ... ວາງສີລາຈາລຶກ... ລັດຖະບານຍີ່ປຸ່ນ... ອົດສະຕຣາລີ... ສະພາແຫ່ງຊາດ... ຂປລ.ວັນທີ 20 ສິງຫາ 2023 ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານນາງ ສູນທອນ ໄຊຍະຈັກ ຮອງ ປະທານສະພາແຫ່ງຊາດໄດ້ມອບ ເຄື່ອງຊ່ວຍເຫລືອມູນຄ່າ 120 ລ້ານ ກີບ, ໃນນີ້ ເປັນເງິນສົດ 50 ລ້ານ ກີບ ແລະ ແນວພັນເຂົ້າປູກ 5 ໂຕນ, ມູນຄ່າ 70 ລ້ານກີບ ມອບໃຫ້ຄະນະ ກໍາມະການຄຸ້ມຄອງໄພພິບັດຂັ້ນ ແຂວງ ເພື່ອນໍາໄປມອບຕໍ່ໃຫ້ແກ່ປະ ຊາຊົນທີ່ໄດ້ຮັບຜົນກະທົບຈາກໄພ ນໍ້າຖ້ວມ ຢູ່ບັນດາເມືອງ ແລະ ບ້ານ ຕ່າງໆໃນທົ່ວແຂວງ. ໃນໂອກາດດຽວກັນ ອົງການ ພຸດທະສາສະໜາສໍາພັນລາວ ແລະ ຄະນະພຣະຄູ ປຣັດສີທໍາມະວັດ ເຈນຢູທະນາ ຈິຣະຢູໂທ ຈາກສະ ກົນນະຄອນ ລາຊະອານາ ຈັກໄທ ກໍໄດ້ນໍາເອົາເຄື່ອງບໍລິໂພກ ຈໍານວນ 300 ຊຸດ, ມູນຄ່າ 45 ລ້ານກີບ ແລະ ອົງການກາແດງແຫ່ງຊາດລາວ ມອບເຄື່ອງບໍລິໂພກ ມູນຄ່າ 65 ກວ່າລ້ານກີບ ໃຫ້ຄະນະກໍາມະການ ຄຸ້ມຄອງໄພພິບັດຂັ້ນແຂວງເຊັ່ນ ດຽວກັນ. ສໍາລັບຜູ້ທີ່ສົນໃຈຢາກຈະປະ ກອບສ່ວນ ແລະ ຊ່ວຍເຫລືອສາມາດ ເຂົ້າຮ່ວມການບໍລິຈາກໄດ້ທີ່ຫ້ອງ ວ່າການແຂວງຄຳມ່ວນ ຫລື ຕິດຕໍ່ ທາງກອງເລຂາໄດ້ທີ່ເບີໂທລະສັບ: 020 22157273 ແລະ 020 58823499. ຂ່າວ-ພາບ: ມະນີວັນ ຮົງກາຣີ ເພື່ອນມິດ ຈົ່ງມີຄວາມສົມ ບູນພູນສຸກ. ໃນໂອກາກດຽວກັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ກໍໄດ້ສົ່ງສານອວຍພອນເຖິງ ທ່ານ ວິກຕໍ ອໍບານ ນາຍົກລັດຖະມົນ ຕີ ຮົງກາຣີ ແລະ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ກໍໄດ້ສົ່ງສານອວຍພອນເຖິງ ທ່ານ ປີເຕີ ຊີຢາໂຕ (PéterSzijjártó) ລັດຖະມົນຕີກະຊວງການ ຕ່າງປະເທດ ແລະ ການຄ້າ ຮົງກາຣີ ໃນໂອກາດວັນຊາດ ຮົງກາຣີ ເຊັ່ນ ດຽວກັນ. ທານສູນກາງອົງການພຸດທະສາສະ ໜາສຳພັນ ແຫ່ງ ສປປ ລາວ, ມີບັນ ດາຄະນະພະສົງ, ສຳມະເນນຈາກ ວັດຕ່າງໆອ້ອມຂ້າງ ນະຄອນຫລວງ ວຽງຈັນ, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກ ລັດຖະມົນຕີ, ພ້ອມດ້ວຍຊາວພຸດທະ ສາສະນິກະຊົນ ແລະ ບັນດາຄອບ ຄົວ ການນຳພັກ, ລັດ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ພະອາຈານ ດໍາຣົງ ພິມມະຈັກ ຄະນະບໍລິຫານ ງານສູນກາງອົງການພຸດທະສາສະ ໜາສຳພັນແຫ່ງ ສປປ ລາວ ກ່າວ ວ່າ: ພິພິທະພັນດັ່ງກ່າວ, ສ້າງຂຶ້ນ ເພື່ອລະນຶກເຖິງຄຸນງາມຄວາມດີ, ເພື່ອຄວາມເຄົາລົບ, ສັກກາລະບູຊາ ອົງພະຍອດແກ້ວ ເພື່ອໄວ້ເປັນທີ່ ປະດິດສະຖານ ພະອັດຖິທາດ, ເຄື່ອງບໍຣິຂານ, ຜ້າໄຕຣຈີວອນ, ບາດ ແລະ ປະຫວັດການເຄື່ອນໄຫວ ວຽກງານຂອງເພີ່ນ ເພື່ອໃຫ້ຍາດ ໂຍມ ແລະ ຄົນຮຸ່ນຫລັງໄດ້ສຶກສາ. ອົງພະຍອດແກ້ວ ມະຫາງອນ ດຳຣົງບຸນ ມະຫາເຖຣະເຈົ້າ ເປັນພະ ສົງທີ່ມີຄວາມຮູ້ຕໍ່ພຸດທະສາສະໜາ ຢ່າງໃຫຍ່ຫລວງ ທັງຊາດບ້ານເມືອງ ເຊິ່ງຕະຫລອດຊີວິດຂອງຫົມສາວະ ພັດ ເພິ່ນໄດ້ບຳເພັນທັງປະໂຫຍດ, ເກື້ອກູນແກ່ໂລກ. ພະອາຈານ ດໍາຣົງ ພິມມະຈັກ ກ່າວອີກວ່າ: ໃນການສ້າງພິພິຕະ ພັນວິຫານ ອົງພະຍອດແກ້ວ ເພື່ອ ສະແດງອອກ ເຊິ່ງຄວາມກະຕັນ ຍູກະຕະເວທີ ຕໍ່ມະຫາບູຣະພາ ຈານ ບຸບພະກາຣີຊົນ ຄື ອົງພະ ຍອດແກ້ວ ມະຫາງອນ ດຳຣົງບຸນ ຜູ້ເປັນພໍ່ແມ່ຄູບາອາຈານທີ່ມີຄຸນ ປະການຕໍ່ພະສາສະໜາປະເທດ ຊາດ ບ້ານເມືອງພຸດທະສາສະນິກະ ຊົນທັງຫລາຍ ໂດຍສະເພາະກໍຄືລູກ ຫລານ, ລູກເຕົ້າສິດໂຍມຢ່າງຫລວງ ຫລາຍສຸດຄະນານັບ ດັ່ງປາກົດ ໃນປະນິທານຂອງເພິ່ນທີ່ວ່າ ຂຸດນໍ້າ ບໍ່ກໍ່ສາລາສ້າງມັກຄາໄຕ່ເຕົ້າປັ້ນ ເບົ້າຫລໍ່ຫລອມຄົນ, ສ້າງກຸສົນປົວ ພະຍາດ ສ້າງນັກປຣາດສັ່ງສອນສິນ ທຳ. ປະນິທານຄະຕິທັມນີ້ຂອງເພິ່ນ ຖ້າເບິ່ງໂດຍລວມແມ່ນໝາຍເຖິງ ການພັດທະນາທີ່ຍືນຍົງຮອບດ້ານ ຄື ການພັດທະນາຖາວອນວັດຖຸ (ສ້າງສາລາ) ການສ້າງຄວາມຢູ່ດີ ກິນດີ (ຂຸດນໍ້າບໍ່), ການພັດທະນາ ຄົມມະນາຄົມໃຫ້ດີ (ສ້າງມັກຄາໄຕ່ ເຕົ້າ) ການພັດທະນາຊັບພະຍາ ກອນມະນຸດ(ປັ້ນເບົ້າຫລໍ່ຫລອມ ຄົນ), ການຮັບປະກັນສຸຂະພາບຊີ ວິດທີ່ດີ (ສ້າງກຸສົນປົວພະຍາດ), ສັນສ້າງສົ່ງເສີມເຊີດຊູຄົນດີໃຫ້ ຄຳສອນອັນດີງາມແກ່ໂລກ (ສ້າງ ນັກປາດສັ່ງສອນສິນທຳ) ຖ້ານໍາ ເອົາໄປປະຍຸກໃຊ້ໃນການບໍລິຫານ ການພັດທະນາສັງຄົມ ຈະສໍາເລັດ ສົມບູນຮອບດ້ານ. ປະນິທານເຫລົ່າ ນີ້ ຍາທ່ານໃຫຍ່ອົງພະຍອດແກ້ວ ໄດ້ພຽນພໍ່າກະທຳມາຕະຫລອດຊີ ວິດຄຸນຄວາມດີຂອງເພິ່ນເຫລືອຈະ ຄະນາທີ່ຈະພັນລະນາໄດ້. ສຳລັບທຶນໃນການກໍ່ສ້າງ ແມ່ນ ໄດ້ຈາກແຮງສັດທາຈາກພຸດທະ ສາສະນິກະຊົນ ທັງພາຍໃນ ແລະ ຕ່າງປະເທດ, ລວມມູນຄ່າການກໍ່ ສ້າງປະມານ 8 ຕື້ກີບ, ຄາດວ່າຈະ ສ້າງສຳເລັດ ແລະ ເປີດໃຫ້ຊາວພຸດ ເຂົ້າມາກາບໄຫ້ວສັກກະລະບູຊາ ໃນອີກ 3 ປີຂ້າງໜ້າ ເຊິ່ງຮູບຊົງຂອງ ພິພິທະພັນວິຫານອົງພະຍອດແກ້ວ ສູງ 35 ແມັດ, ກວ້າງ 27 ແມັດ. ທ່ານໃດຖາກມີຈິດໃຈເຫລື້ອມ ໄສສັດທາ ຢາກມາສ້າງບຸນສ້າງກຸ ສົນສາມາດເຂົ້າມາປະກອບສ່ວນ ທຶນຮອນໃນການສ້າງພິພິທະພັນວິ ຫານອົງພຣະຍອດແກ້ວ ໄດ້ໂດຍ ກົງ ທີ່ວັດປ່າພິລາວົງ ບຸດກັດສະ ກາຣາມ ຕັ້ງຢູ່ ບ້ານຈຳປາ-ບັກແຮດ ເມືອງສີໂຄດຕະບອງ ນະຄອນຫລວງ ວຽງຈັນ. ຂ່າວ-ພາບ: ທະນູທອງ ພິທີເຊັນສັນຍາໃຫ້ທຶນຊ່ວຍເຫລືອ ດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 19 ສິງຫາ 2023 ຢູ່ ສະຖານທູດຢີ່ປຸ່ນ ປະຈຳລາວ ນະຄອນຫລວງວຽງ ຈັນ ລະຫວ່າງ ທ່ານ ເຄນອິຈິໂຄບາ ຢາຊິ ເອກອັກຄະຣາຊະທູດວິສາມັນ ຜູ້ມີອໍານາດເຕັມແຫ່ງປະເທດ ຍີ່ປຸ່ນ ປະຈໍາລາວ ແລະ ທ່ານ ບຸນທະວີ ສົງເຮີ ຫົວໜ້າຫ້ອງການສຶກສາ ແລະ ກິລາ ເມືອງພຽງ ແຂວງໄຊຍະ ບູລີ, ເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າ ແຂວງແຂວງໄຊຍະບູລີ, ພ້ອມດ້ວຍ ພະນັກງານທີ່ກ່ຽວຂ້ອງທັງສອງ ຝ່າຍ. ທ່ານ ພົງສະຫວັນ ສິດທະວົງ ໄດ້ສະແດງຄວາມຂອບໃຈມາຍັງ ສະຖານທູດຢີ່ປຸ່ນ ກໍຄືລັດຖະບານ ຢີ່ປຸ່ນ ທີ່ໃຫ້ການຊ່ວຍເຫລືອແກ່ປະ ເທດລາວ ໂດຍສະເພາະແມ່ນແຂວງ ໄຊຍະບູລີ ເຊິ່ງຜ່ານມາລັດຖະບານ ຍີ່ປຸ່ນ ໄດ້ປະກອບສ່ວນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມຂອງ ແຂວງໄຊຍະບູລີ ໃນຂົງເຂດຕ່າງໆ ເຊັ່ນການສຶກສາ, ສາທາລະນະສຸກ ແລະ ນໍ້າສະອາດ ໂດຍການຊ່ວຍ ເຫລືອລ້າຜ່ານໂຄງການຄວາມໝັ້ນ ຄົງດ້ານມະນຸດສະທໍາ. ທ່ານ ເຄນອິຈິ ໂຄບາຢາຊິ ໄດ້ ກ່າວວ່າ: ການຊ່ວຍເຫລືອໃນຄັ້ງນີ້ ຈະຊ່ວຍເຮັດໃຫ້ສະພາບແວດລ້ອມ ການສຶກສາ ຂອງນ້ອງນັກຮຽນທີ່ ແມ່ນອະນາຄົດຂອງຊາດ ຈະໄດ້ຮັບ ການປັບປຸງໃຫ້ດີຂຶ້ນ, ເຮັດໃຫ້ສະ ພາບແວດລ້ອມການເຮັດວຽກຂອງ ຄູດີຂຶ້ນ ແລະ ປັບປຸງສຸຂະອານາ ໄມຂອງໂຮງຮຽນໃຫ້ດີຍິ່ງຂຶ້ນ. ໃນໄລຍະ 5 ປີຜ່ານມາລັດຖະບານ ຍີ່ປຸ່ນ ໄດ້ໃຫ້ການສະໜັບສະໜູນ ແຂວງໄຊຍະບູລີ ໃນຂັ້ນຮາກຖານ ເປັນມູນຄ່າຫລາຍກວ່າ 570.000 ໂດລາສະຫະລັດ ໃນຂະແໜງສາ ທາລະນະສຸກ, ສຶກສາ, ນໍ້າລິນ ແລະ ອື່ນໆ. ປະເທດຍີ່ປຸ່ນໃນນາມເປັນຄູ່ ຮ່ວມຍຸດທະສາດ ຂອງປະເທດລາວ ຈະສືບຕໍ່ໃຫ້ການສະໜັບສະໜູນທີ່ ຫລາກຫລາຍ ໂດຍສະເພາະຂະ ແໜງສຶກສາ ແລະ ສາທາລະນະສຸກ ຢູ່ແຂວງໄຊຍະບູລີ. ແມ່ນສ່ວນໜຶ່ງຂອງກິດຈະກຳຮ່ວມ ມືດ້ານວຽກງານການປ້ອງກັນຊາດ ໃນ ສປປ ລາວ ແລະ ບັນດາປະເທດ ໃນພາກພື້ນ. ໂອກາດນີ້, ທ່ານ ລີປາວ ຢາງ ໄດ້ກ່າວວ່າ: ລັດຖະບານລາວ ຕີລາ ຄາສູງຕໍ່ການຊ່ວຍເຫລືອວຽກງານ ມະນຸດສະທຳ ຈາກລັດຖະບານອົດ ສະຕຣາລີ. ການທີ່ພວກເຮົາມີເຄື່ອງ ຊ່ວຍເຫລືອ ເພື່ອຕອບໂຕ້ໄພພິບັດ ແມ່ນການກຽມພ້ອມໃນປະເທດທີ່ ສາມາດຊ່ວຍໃຫ້ລັດຖະບານລາວ ຕອບໂຕ້ກັບໄພພິບັດໄດ້ຢ່າງວ່ອງ ໄວ. ສຳລັບເຄື່ອງຊ່ວຍເຫລືອວຽກ ງານມະນຸດສະທຳທີ່ລັດຖະບານ ອົດສະຕຣາລີ ໄດ້ມອບໃຫ້ທາງກະ ຊວງແຮງງານ ແລະ ສະຫວັດດີການ ສັງຄົມ ໃນປີ 2022 ໄດ້ຖືກສົ່ງໄປ ຊ່ວຍເຫລືອຊຸຸມຊົນທີ່ຖືກຜົນກະ ທົບຈາກນ້ຳຖ້ວມໃນສາມແຂວງ ພາກກາງ. ທ່ານ ໂພລ ແຄລີ ກ່າວວ່າ: ອົດ ສະຕຣາລີ ຍິນດີທີ່ໄດ້ສະໜັບສະໜູນ ລັດຖະບານລາວ ເພື່ອສ້າງຄວາມ ເຂັ້ມແຂງໃນການກຽມຄວາມພ້ອມ ເພື່ອຮັບມືກັບໄພພິບັດສຸກເສີນ. ການສົ່ງເຄື່ອງຊ່ວຍເຫລືອຕອບໂຕ້ ໄພພິບັດໃນຄັ້ງນີ້ ແມ່ນທ່ວງທັນ ກັບຄວາມຕ້ອງການຂອງລັດຖະ ບານລາວ ໃນຂະນະທີ່ລັດຖະບານ ລາວກຳລັງຕອບໂຕ້ກັບໄພນ້ຳຖ້ວມ ທີ່ກຳລັງເກີດຂຶ້ນຢູ່ຫລາຍພາກຂອງ ປະເທດ. ຕັ້ງທີ 7, ຄະນະປະຈຳພັກແຂວງ, ສະມາຊິກສະພາປະຊາຊົນແຂວງ, ພະນັກງານບຳນານ, ຫົວໜ້າ-ຮອງ ຫົວໜ້າພະແນກການອ້ອມຂ້າງ ແຂວງ ແລະ ພະນັກງານວິຊາການ ທີ່ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມໄດ້ຮັບຟັງການ ຜ່ານ ບົດປະເມີນການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ; ບົດປະເມີນການຈັດຕັ້ງປະຕິບັດກົດ ໝາຍວ່າດ້ວຍສະພາແຫ່ງຊາດ ແລະ ກົດໝາຍວ່າດ້ວຍສະພາປະຊາຊົນ ແຂວງ; ບົດປະເມີນການຈັດຕັ້ງ ປະຕິບັດກົດໝາຍວ່າດ້ວຍການຕິດ ຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ. ຫລັງຈາກນັ້ນ ຜູ້ແທນກອງປະຊຸມ ໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດ ຄໍາເຫັນຕໍ່ບົດປະເມີນການຈັດຕັ້ງ ປະຕິບັດກົດໝາຍດັ່ງກ່າວ ແລະ ຕາມຄຳເຈາະຈີ້ມຂອງປະທານ ກອງປະຊຸມ ເພື່ອເຮັດໃຫ້ເນື້ອໃນ ກອງປະຊຸມມີຄວາມຮັດກຸມສອດ ຄ່ອງກັບສະພາບຄວາມເປັນຈິງ ໃນການປະຕິບັດ. ຂ່າວ: ສອນສັກ ວັນວິໄຊ ມາມອບໃຫ້ແຂວງບໍລິຄໍາໄຊ. ຕາງ ໜ້າໃຫ້ການນໍາແຂວງຮັບໂດຍ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າ ແຂວງບໍລິຄໍາໄຊ ໂດຍມີການນໍາ ຂອງແຂວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມເປັນສັກຂີພິຍານ. ໂອກາດນີ້ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ໄດ້ສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍ ຕໍ່ບໍລິສັດ ໄຟຟ້ານ້ຳ ເທີນ 2 ຈຳກັດ ທີ່ໄດ້ປະກອບສ່ວນ ຊ່ວຍເຫລືອບັນເທົາທຸກ ແກ່ປະຊາ ຊົນຜູ້ປະສົບໄພນ້ຳຖ້ວມໃນຄັ້ງນີ້, ພ້ອມທັງໄດ້ລາຍງານໂດຍຫຍໍ້ວ່າ 4 ເມືອງ ໄດ້ຮັບຜົນກະທົບຢ່າງໜັກ ໜ່ວງຈາກອຸທົກກະໄພ, ພື້ນທີ່ກະສິ ກໍາໄດ້ຮັບຄວາມເສຍຫາຍຫລາຍ ກວ່າ 6 ພັນກວ່າເຮັກຕາ, ສັດລ້ຽງ 2.700 ກວ່າໂຕ ແລະ ເສັ້ນທາງຄົມ ມະນາຄົມ ໄດ້ຮັບຄວາມເສຍຫາຍ ໂດຍສະເພາະແມ່ນເສັ້ນທາງເລກ 8A ທີ່ໄດ້ຮັບຄວາມເສຍຫາຍຫລາຍ ກວ່າໝູ່. ເພື່ອເປັນການຍ້ອງຍໍສັນ ລະເສີນ ແລະ ຢັ້ງຢືນຕໍ່ຜົນງານ ຄວາມດີ, ທ່ານເຈົ້າແຂວງບໍລິຄຳ ໄຊ ໄດ້ມອບໃບຍ້ອງຍໍໃຫ້ຜູ້ອຳນວຍ ການໃຫຍ່ບໍລິສັດ ໄຟຟ້ານ້ຳເທີນ 2 ຈຳກັດ ນຳອີກ. ຂ່າວ: ສີປະເສີດ ມາ ໂດຍການເປັນປະທານຂອງ ສະຫາຍ ພູວົງ ອຸ່ນຄຳແສນ ກຳມະ ການສູນກາງພັກ ເລຂາຄະນະບໍລິ ຫານງານພັກ ຫົວໜ້າ ສມປຊ, ມີ ຕາງໜ້າຫ້ອງການ, ກົມ, ຄະນະ ຕ່າງໆ, ສູນຕ່າງໆ, ມີພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ສະຫາຍ ນາງ ໄກສອນ ຈັນສີນາ ຄະນະບໍລິຫານງານພັກ ຫົວໜ້າກົມ ຄຸ້ມຄອງການຮຽນ-ການສອນຊີ້ ໃຫ້ ເຫັນວ່າ: ການຈັດຕັ້ງການຮຽນ- ການສອນຂອງຊຸດບຳລຸງ-ກໍ່ສ້າງ ພະນັກງານນຳພາ-ຄຸ້ມຄອງ, ພະ ນັກງານຫລັກແຫລ່ງຂອງພັກ-ລັດ ແລະ ອົງການຈັດຕັ້ງພັກ ແລະ ມະ ຫາຊົນ ໃນຂອບເຂດທົ່ວປະເທດໃນ ຊຸດນີ້, ສະຖາບັນໄດ້ສຸມໃສ່ເຮັດ ຫລ້ອນໜ້າທີ່ການເມືອງ ທີ່ໄດ້ຮັບ ມອບໝາຍໃນການຂຶ້ນຫ້ອງສິດ ສອນ ແລະ ນັກສຶກສາ ໄດ້ຄົ້ນຄວ້າ ຮ່ຳຮຽນ ຝຶກຝົນຫລໍ່ຫລອມຕົນເອງ ໃນດ້ານທິດສະດີມາກ-ເລນິນ,ແນວ ຄິດໄກສອນ ພົມວິຫານ ແລະ ທິດສະ ດີທີ່ກ້າວໜ້າຕ່າງໆດ້ວຍຄວາມມາ ນະອົດທົນ, ປະຕິບັດບັນດາຄໍາສັ່ງ, ຂໍ້ກໍານົດກ່ຽວກັບລະບຽບນັກສຶກ ສາຂອງສະຖາບັນແຫ່ງນີ້ໄດ້ດີ. ສຳ ລັບນັກສຶກສາຮຸ່ນນີ້ ແມ່ນມາຈາກ ບັນດາກະຊວງ ແລະ ອົງການອ້ອມ ຂ້າງສູງກາງ 23 ສະຫາຍ ຍິງ 5 ສະຫາຍ, ຈາກທ້ອງ ຖິ່ນ 37 ສະ ຫາຍ ຍິງ 7 ສະຫາຍ, ຈາກກຳລັງ ປ້ອງກັນຊາດ 1 ສະຫາຍ ແລະ ປ້ອງ ກັນຄວາມສະຫງົບ 1 ສະຫາຍ. ລະ ດັບວິຊາສະເພາະ ນັບແຕ່ຊັ້ນສູງເຖິງ ປະລິນຍາເອກ; ໃນລະບົບຮຽນດັ່ງ ກ່າວ ໄດ້ມີການຈັດຕັ້ງການຮຽນ ທັງໝົດ 23 ວິຊາ ຫລື 1.113 ຊົ່ວ ໂມງ, ລວມທັງປ້ອງກັນບົດຈົບຂັ້ນ ແລະ ຫ້ອງຮຽນດັ່ງກ່າວໄດ້ຈັດເປັນ 3 ຂົງເຂດວຽກງານຂຽນບົດປ້ອງ ກັນຈົບຊັ້ນ ຄື: ຂົງເຂດວຽກງານ ການເມືອງ ມີ 34 ສະຫາຍ ຍິງ 8 ສະຫາຍ; ຂົງເຂດວຽກງານການ ປົກຄອງມີ 12 ສະຫາຍ ຍິງ 3 ສະ ຫາຍ; ຂົງເຂດວຽກງານຄຸ້ມຄອງ ເສດຖະກິດ 14 ສະຫາຍຍິງ 1 ສະຫາຍ. ໂອກາດດັ່ງກ່າວ, ປະທານກອງ ປະຊຸມໄດ້ຍ້ອງຍໍຊົມເຊີຍຕໍ່ກັບພາກ ສ່ວນທີ່ກ່ຽວຂ້ອງ ໃນການເຮັດໜ້າ ທີ່ການເມືອງທີ່ມີຜົນສຳເລັດຕາມ ການມອບໝາຍບົນຈິດໃຈມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ອົງຄະນະ ພັກຂັ້ນ ຂອງຕົນມາໄດ້ຮອດກາງ ສະໄໝແລ້ວ, ແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງ ທີ 9 ແລະ 2 ວາລະແຫ່ງຊາດທີ່ມີ ລັກສະນະພິເສດ ກໍຄືການແກ້ໄຂ ຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນ ແລະ ແກ້ໄຂບັນຫາ ຢາເສບຕິດ ເຂົ້າສູ່ຊີວິດຕົວຈິງ. ທິດ ສະດີ, ແນວທາງທີ່ພວກສະຫາຍ ຮຽນມາ ຕ້ອງໄດ້ຮັບການທົດສອບ, ກວດສອບ ແລະ ຢືນຢັນ ຈາກພຶດຕິ ກຳຕົວຈິງ. ຍ້ອນແນວນັ້ນ, ບັນດາ ສະຫາຍ ຈົ່ງນຳເອົາບົດຮຽນທີ່ໄດ້ ຮຽນມາ ໄປທົດສອບຢູ່ໃນພຶດຕິກໍາ ແຫ່ງການສ້າງສາພັດທະນາປະ ເທດຊາດ ຕາມພາລະບົດບາດ ແລະ ໜ້າທີ່ຂອງຕົນ ອັນຈະຊ່ວຍໃຫ້ພວກ ເຮົາເຫັນແຈ້ງວ່າອັນໃດຖືກ, ອັນໃດ ຜິດ, ອັນໃດສອດຄ່ອງເໝາະສົມ ຫລື ບໍ່ສອດຄ່ອງບົນພື້ນຖານເດັດດ່ຽວ ປົກປ້ອງສິ່ງທີ່ຖືກຕ້ອງ. ພ້ອມກັນນັ້ນ ກໍຕັດສິນໃຈດັດແປງແກ້ໄຂອັນທີ່ ບໍ່ຖືກຕ້ອງຢ່າງທັນການ ແລະ ຈາກ ພຶດຕິກຳຕົວຈິງ; ບັນດາສະຫາຍຍັງ ມີໜ້າທີ່ຄົ້ນຄວ້າວິໄຈ ແລະ ສະຫລຸບ ສັງລວມຢ່າງມີວິທະຍາສາດແລ້ວ ສະເໜີຄຳຄິດຄຳເຫັນ, ສະເໜີທິດ ທາງ, ວິທີການ ແລະ ມາດຕະການ ທີ່ ເປັນໄປໄດ້ ແລະ ມີປະສິດທິພາບສູງ ເພື່ອປັບປຸງວຽກງານໃນກົມກອງ ໃຫ້ດີຂຶ້ນ. ປະທານກອງປະຊຸມຍັງໄດ້ເນັ້ນ ຕື່ມວ່າ: ພວກສະຫາຍແມ່ນຜະລິດ ຕະພັນຮຸ່ນທີໜຶ່ງ ຂອງລະບົບ 9 ເດືອນທີ່ມີຄຸນນະພາບຂອງສະຖາ ບັນເຊື່ອໝັ້ນຢ່າງໜັກແໜ້ນວ່າ: ບັນ ດາສະຫາຍນັກສຶກສາທີ່ຈົບອອກ ໄປໃນເທື່ອນີ້ ຈະຮັກສາໄວ້ ຊຶ່ງຊື່ ສຽງ, ກຽດສັກສີຂອງຕົນ ກໍຄືຂອງ ສະຖາບັນ, ການເຄື່ອນໄຫວ, ການ ປະພຶດທຸກຢ່າງຕ້ອງໄດ້ຮັບຄວາມ ໄວ້ເນື້ອເຊື່ອໃຈຈາກພັກ-ລັດ ແລະ ປະຊາຊົນ ເຊິ່ງເຂົາເຈົ້າຝາກຄວາມ ຫວັງໄວ້ນຳບັນດາສະຫາຍໝົດ ທຸກຄົນ. ຂ່າວ-ພາບ: ສມປຊ
RkJQdWJsaXNoZXIy MTc3MTYxMQ==