leg]a fdkoc0j '0a o]q f;y [kd 0h k,xtgmf.omt;u [vk-u 7A 'mu 13 ;k'lu ]k9k]b dlh k'ry ry mtra o;y sko vq 'rtpvfcdh ; ,tsk'vo lkov;prvo;a o-kf Iq 'dkiu vq flt8ik]u ,v[g7n j v'-j ;pgs]n v grn j v8v[38h wrry [a fl5 dglu o.o]k; xtg,u odq f\kp 4 lt[a [ .o0q 'g0fltrkcsj '-kf 16 j c0;'w-pt[6 ]u ]a f4t[kopu j x5 j o .sh mb od+ lh k' 3I'IPo16 j c0;'w-pt[6 ]u l,x- leg]a fdkod+ lh k'{[e]5 ' rtoa d'kooerk{75 h ,7v'I5 j omevy f [= ]y la f w22h koEgmu o 2 ,v[ g0Q klko.sh z6 h xtlq [wr 16 j c0;'[= ]y 7ewltrkcsj '-kf ,v[g7n j v'-j ;pgs]n v .sh z6 h xtlq [wroE4h ;,16 j c0;'7e,j ;o ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 22.08.2023 ປີທີ 22 ສະບັບທີ 5.746 rda xt-k-oq xt8;y fa]k; mu,j du Pflts'k \oA pon K j ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 rvh ,doa l,5 .l9j fa 8'A xt8[y fa 2 ;k]tcs'j -kf .sgh xoa I[6 xtme ຂປລ. ເພື່ອເປັນບ່ອນອີງໃຫ້ ການປະເມີນການຈັດຕັ້ງປະຕິບັດ ແລະ ການທາບທາມ ຮ່າງກົດໝາຍ 4 ສະບັບ ໃຫ້ມີຄວາມເໝາະສົມກັບ ສະພາບຕົວຈິງ, ສອດຄ່ອງກັບກົດ ໝາຍ ແລະ ຮັບປະກັນປະສິດທິພາບ, ທັງເປັນການລະດົມສະຕິປັນຍາ, ຄໍາ ຄິດຄໍາເຫັນທີ່ເປັນປະໂຫຍດຂອງ ສະມາຊິກສະພາແຫ່ງຊາດ, ສະມາ ຊິກສະພາປະຊາຊົນຂັ້ນແຂວງໃນ ຖານະເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນ ດາເຜົ່າ ກໍຄືເປົ້າໝາຍທີ່ກ່ຽວຂ້ອງ ຕ່າງໆ ເພື່ອປັບປຸງກົດໝາຍ 4 ສະ ບັບໃຫ້ຄົບຖ້ວນ, ຮັດກຸມ ແລະແທດ ເໝາະກັບສະພາບຕົວຈິງກ່ອນນໍາ ສະເໜີຕໍ່ກອງປະຊຸມສະໄໝສາມັນ ຂປລ. ລັດຖະບານຍີ່ປຸ່ນ ຕົກລົງ ໃຫ້ທຶນຊ່ວຍເຫລືອລ້າ ຈໍານວນ 62.000 ໂດລາສະຫະລັດແກ່ໂຄງ ການກໍ່ສ້າງອາຄານໃໝ່, ຫ້ອງນໍ້າ ແລະ ປະກອບອຸປະກອນທີ່ຈໍາເປັນ ຂປລ. ໃນວັນທີ 21 ສິງຫາ 2023 ທີ່ສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ, ທ່ານ ໂພລ ແຄລີ ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ ໄດ້ມອບເຄື່ອງບັນເທົາທຸກຊ່ວຍ ເຫລືອວຽກງານດ້ານມະນຸດສະທຳ ຈຳນວນ13ໂຕນ,ມູນຄ່າ120.000 ໂດລາອົດສະຕຣາລີ (1,5 ຕື້ກີບ) ປະກອບມີຊຸດອະນາໄມ 180 ຊຸດ, ຊຸດເຄື່ອງຄົວ 368 ຊຸດ, ຜ້າຫົ່ມ 800 ຜືນ, ມຸ້ງ 1.600 ດາງ ແລະ ສາດຢາງ 900 ຜືນ ເຊິ່ງສາມາດ ຊ່ວຍເຫລືອຜູ້ໄດ້ຮັບຜົນກະທົບ ຫລາຍກວ່າ 2.000 ຄົນ ເພື່ອຮັບມື ກັບໄພພິບັດສຸກເສີນ ຢູ່ ສປປ ລາວ. ຕາງໜ້າຈາກລັດຖະບານລາວ ໃນ ຂປລ. ພິທີວາງສີລາຈາລຶກສ້າງ ພິພິທະພັນວິຫານອົງພະຍອດແກ້ວ ມະຫາງອນ ດຳຣົງບຸນມະຫາເຖຣະ ເຈົ້າໄດ້ຈັດຂຶ້ນໃນວັນທີ 19 ສິງຫາ 2023 ນີ້, ຢູ່ວັດປ່າພິລາວົງ ບຸດກັດ ໃຫ້ແກ່ໂຮງຮຽນບ້ານກາງເມືອງ ພຽງຢູ່ແຂວງໄຊຍະບູລີ ໂດຍຜ່ານ ໂຄງການຊ່ວຍເຫລືອດ້ານຄວາມ ໝັ້ນຄົງດ້ານມະນຸດສະທຳ (GGP). ການຮັບເອົາເຄື່ອງບັນເທົາທຸກ ເຫລົ່ານີ້ ໂດຍທ່ານ ລີປາວ ຢາງ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ເຄື່ອງບັນເທົາທຸກ ດ້ານວຽກ ງານມະນຸດສະທໍາ ໄດ້ຈັດສົ່ງໂດຍ ເຮືອບິນຂອງກອງທັບອາກາດ ອົດ ສະຕຣາລີ ເຊິ່ງການສົ່ງເຄື່ອງຊ່ວຍ ເຫລືອດ້ານມະນຸດສະທຳຄັ້ງນີ້ ຂປລ. ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດພິທີປິດ ແລະ ມອບໃບຢັ້ງ ຢືນທິດສະດີການເມືອງຂັ້ນສູງ 9 ເດືອນຮຸ່ນທີ 1 ສົກຮຽນ 20222023 ຂຶ້ນໃນຕອນເຊົ້າຂອງວັນທີ 21 ສິງຫາ 2023 ຂຶ້ນທີ່ສະໂມ ສອນ ສມປຊ, ພາຍຫລັງໄດ້ເລີ່ມ ຕົ້ນການຮຽນ-ການສອນໃນໄລຍະ ກາງເດືອນກັນຍາ ປີ 2022 ຜ່ານ ສະຫາຍ ພູວົງ ອຸ່ນຄຳແສນ ສະກາຣາມ ບ້ານຈຳປາ-ບັກແຮດ ເມືອງສີໂຄດຕະບອງ ນະຄອນ ຫລວງວຽງຈັນ ໂດຍມີຍາທ່ານ ໃຫຍ່ ມະຫາບຸນມາ ສິມມາພົມປະ ຂປລ.ແຫລ່ງຂ່າວຈາກແຂວງ ບໍລິຄຳໄຊ ໃຫ້ຮູ້ວ່າ: ເພື່ອປະກອບ ສ່ວນຊ່ວຍເຫລືອບັນເທົາທຸກ ໃຫ້ພໍ່ ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກອຸທົກກະໄພ ໃນໄລຍະຜ່ານມາ, ໃນວັນທີ 21 ສິງຫາ 2023 ຢູ່ຫ້ອງ ຮັບຮອງຂອງແຂວງ, ທ່ານ ມາກ ອ່ອງຕວນ ຣຸບ ຜູ້ອຳນວຍການໃຫຍ່ ບໍລິສັດ ໄຟຟ້ານ້ຳເທີນ 2 ຈຳກັດ ໄດ້ ນຳເຂົ້າສານ ມູນຄ່າ 100 ລ້ານກີບ ຂປລ. ໃນວັນທີ 21 ສິງຫາ 2023 ນີ້, ທ່ານ ທອງລຸນ ສີສຸລິດ ປະ ທານປະເທດ ແຫ່ງສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໄດ້ສົ່ງສານອວຍພອນ ເຖິງຄູ່ຮ່ວມຕຳແໜ່ງ ທ່ານນາງ ກາຕາລິນ ໂນ ວັກ ປະທານາທິບໍດີ ຮົງກາຣີ ເນື່ອງໃນໂອກາດວັນຊາດ ແຫ່ງ ຮົງກາຣີ. ເນື້ອໃນສານລະບຸວ່າ: ເນື່ອງໃນໂອກາດວັນຊາດ ແຫ່ງ ຮົງກາຣີ, ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງ ຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງທ່ານ ແລະ ຜ່ານທ່ານ ໄປຍັງ ປະຊາຊົນ ຮົງກາຣີ ເພື່ອນມິດທຸກຖ້ວນໜ້າ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມ ມືອັນດີງາມ ບົນພື້ນຖານການເປັນຄູ່ຮ່ວມມືຍຸດທະສາດ, ຄວາມເຂົ້າອົກ ເຂົ້າໃຈ, ໄວ້ເນື້ອເຊື່ອໃຈ ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນລະ ຫວ່າງສອງປະເທດພວກເຮົາ ຈະສືບຕໍ່ໄດ້ຮັບການຮັດແໜ້ນ ແລະເສີມ ຂະຫຍາຍຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກ ເຮົາ ກໍຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ລວມທັງ ການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ. ໃນໂອກາດອັນມີຄວາມໝາຍສຳຄັນນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ ທ່ານ ຈົ່ງມີສຸຂະພາບເຂັ້ມ ແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາ ເລັດອັນໃຫຍ່ຫລວງ ໃນໜ້າທີ່ອັນມີກຽດຂອງທ່ານ ແລະ ປະຊາຊົນ ຂອງສະພາແຫ່ງຊາດ. ໃນລະຫວ່າງວັນທີ 21-22 ສິງຫາ 2023 ທີ່ຫ້ອງປະຊຸມໃຫຍ່ ແຂວງໄຊຍະບູລີ, ກໍາມາທິການ ວຽກງານສະມາຊິກສະພາແຫ່ງ ຊາດ ໄດ້ຈັດກອງປະຊຸມການປະ ເມີນການຈັດຕັ້ງປະຕິບັດກົດໝາຍ 4 ສະບັບ ໃນຂົງເຂດສະພາແຫ່ງ ຊາດ ໂດຍການເປັນປະທານຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ແລະ ໃຫ້ກຽດເຂົ້າຮ່ວມຂອງທ່ານ ເພັງນິລັນ ຄຳພັນເພັງ ຮອງເລຂາ ພັກແຂວງ, ປະທານສະພາປະຊາ ຊົນແຂວງ, ມີບັນດາທ່ານສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກ ອ່ານຕໍ່ໜ້າ 7
lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 22/08/2023 xtgmf]k; ປະເມີນກົດໝາຍ 4 ສະບັບ... ສານອວຍພອນວັນຊາດ... ບໍລິສັດ.... ສມປຊ ສຳເລັດ... ວາງສີລາຈາລຶກ... ລັດຖະບານຍີ່ປຸ່ນ... ອົດສະຕຣາລີ... ສະພາແຫ່ງຊາດ... ຂປລ.ວັນທີ 20 ສິງຫາ 2023 ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານນາງ ສູນທອນ ໄຊຍະຈັກ ຮອງ ປະທານສະພາແຫ່ງຊາດໄດ້ມອບ ເຄື່ອງຊ່ວຍເຫລືອມູນຄ່າ 120 ລ້ານ ກີບ, ໃນນີ້ ເປັນເງິນສົດ 50 ລ້ານ ກີບ ແລະ ແນວພັນເຂົ້າປູກ 5 ໂຕນ, ມູນຄ່າ 70 ລ້ານກີບ ມອບໃຫ້ຄະນະ ກໍາມະການຄຸ້ມຄອງໄພພິບັດຂັ້ນ ແຂວງ ເພື່ອນໍາໄປມອບຕໍ່ໃຫ້ແກ່ປະ ຊາຊົນທີ່ໄດ້ຮັບຜົນກະທົບຈາກໄພ ນໍ້າຖ້ວມ ຢູ່ບັນດາເມືອງ ແລະ ບ້ານ ຕ່າງໆໃນທົ່ວແຂວງ. ໃນໂອກາດດຽວກັນ ອົງການ ພຸດທະສາສະໜາສໍາພັນລາວ ແລະ ຄະນະພຣະຄູ ປຣັດສີທໍາມະວັດ ເຈນຢູທະນາ ຈິຣະຢູໂທ ຈາກສະ ກົນນະຄອນ ລາຊະອານາ ຈັກໄທ ກໍໄດ້ນໍາເອົາເຄື່ອງບໍລິໂພກ ຈໍານວນ 300 ຊຸດ, ມູນຄ່າ 45 ລ້ານກີບ ແລະ ອົງການກາແດງແຫ່ງຊາດລາວ ມອບເຄື່ອງບໍລິໂພກ ມູນຄ່າ 65 ກວ່າລ້ານກີບ ໃຫ້ຄະນະກໍາມະການ ຄຸ້ມຄອງໄພພິບັດຂັ້ນແຂວງເຊັ່ນ ດຽວກັນ. ສໍາລັບຜູ້ທີ່ສົນໃຈຢາກຈະປະ ກອບສ່ວນ ແລະ ຊ່ວຍເຫລືອສາມາດ ເຂົ້າຮ່ວມການບໍລິຈາກໄດ້ທີ່ຫ້ອງ ວ່າການແຂວງຄຳມ່ວນ ຫລື ຕິດຕໍ່ ທາງກອງເລຂາໄດ້ທີ່ເບີໂທລະສັບ: 020 22157273 ແລະ 020 58823499. ຂ່າວ-ພາບ: ມະນີວັນ ຮົງກາຣີ ເພື່ອນມິດ ຈົ່ງມີຄວາມສົມ ບູນພູນສຸກ. ໃນໂອກາກດຽວກັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ກໍໄດ້ສົ່ງສານອວຍພອນເຖິງ ທ່ານ ວິກຕໍ ອໍບານ ນາຍົກລັດຖະມົນ ຕີ ຮົງກາຣີ ແລະ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ກໍໄດ້ສົ່ງສານອວຍພອນເຖິງ ທ່ານ ປີເຕີ ຊີຢາໂຕ (PéterSzijjártó) ລັດຖະມົນຕີກະຊວງການ ຕ່າງປະເທດ ແລະ ການຄ້າ ຮົງກາຣີ ໃນໂອກາດວັນຊາດ ຮົງກາຣີ ເຊັ່ນ ດຽວກັນ. ທານສູນກາງອົງການພຸດທະສາສະ ໜາສຳພັນ ແຫ່ງ ສປປ ລາວ, ມີບັນ ດາຄະນະພະສົງ, ສຳມະເນນຈາກ ວັດຕ່າງໆອ້ອມຂ້າງ ນະຄອນຫລວງ ວຽງຈັນ, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກ ລັດຖະມົນຕີ, ພ້ອມດ້ວຍຊາວພຸດທະ ສາສະນິກະຊົນ ແລະ ບັນດາຄອບ ຄົວ ການນຳພັກ, ລັດ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ພະອາຈານ ດໍາຣົງ ພິມມະຈັກ ຄະນະບໍລິຫານ ງານສູນກາງອົງການພຸດທະສາສະ ໜາສຳພັນແຫ່ງ ສປປ ລາວ ກ່າວ ວ່າ: ພິພິທະພັນດັ່ງກ່າວ, ສ້າງຂຶ້ນ ເພື່ອລະນຶກເຖິງຄຸນງາມຄວາມດີ, ເພື່ອຄວາມເຄົາລົບ, ສັກກາລະບູຊາ ອົງພະຍອດແກ້ວ ເພື່ອໄວ້ເປັນທີ່ ປະດິດສະຖານ ພະອັດຖິທາດ, ເຄື່ອງບໍຣິຂານ, ຜ້າໄຕຣຈີວອນ, ບາດ ແລະ ປະຫວັດການເຄື່ອນໄຫວ ວຽກງານຂອງເພີ່ນ ເພື່ອໃຫ້ຍາດ ໂຍມ ແລະ ຄົນຮຸ່ນຫລັງໄດ້ສຶກສາ. ອົງພະຍອດແກ້ວ ມະຫາງອນ ດຳຣົງບຸນ ມະຫາເຖຣະເຈົ້າ ເປັນພະ ສົງທີ່ມີຄວາມຮູ້ຕໍ່ພຸດທະສາສະໜາ ຢ່າງໃຫຍ່ຫລວງ ທັງຊາດບ້ານເມືອງ ເຊິ່ງຕະຫລອດຊີວິດຂອງຫົມສາວະ ພັດ ເພິ່ນໄດ້ບຳເພັນທັງປະໂຫຍດ, ເກື້ອກູນແກ່ໂລກ. ພະອາຈານ ດໍາຣົງ ພິມມະຈັກ ກ່າວອີກວ່າ: ໃນການສ້າງພິພິຕະ ພັນວິຫານ ອົງພະຍອດແກ້ວ ເພື່ອ ສະແດງອອກ ເຊິ່ງຄວາມກະຕັນ ຍູກະຕະເວທີ ຕໍ່ມະຫາບູຣະພາ ຈານ ບຸບພະກາຣີຊົນ ຄື ອົງພະ ຍອດແກ້ວ ມະຫາງອນ ດຳຣົງບຸນ ຜູ້ເປັນພໍ່ແມ່ຄູບາອາຈານທີ່ມີຄຸນ ປະການຕໍ່ພະສາສະໜາປະເທດ ຊາດ ບ້ານເມືອງພຸດທະສາສະນິກະ ຊົນທັງຫລາຍ ໂດຍສະເພາະກໍຄືລູກ ຫລານ, ລູກເຕົ້າສິດໂຍມຢ່າງຫລວງ ຫລາຍສຸດຄະນານັບ ດັ່ງປາກົດ ໃນປະນິທານຂອງເພິ່ນທີ່ວ່າ ຂຸດນໍ້າ ບໍ່ກໍ່ສາລາສ້າງມັກຄາໄຕ່ເຕົ້າປັ້ນ ເບົ້າຫລໍ່ຫລອມຄົນ, ສ້າງກຸສົນປົວ ພະຍາດ ສ້າງນັກປຣາດສັ່ງສອນສິນ ທຳ. ປະນິທານຄະຕິທັມນີ້ຂອງເພິ່ນ ຖ້າເບິ່ງໂດຍລວມແມ່ນໝາຍເຖິງ ການພັດທະນາທີ່ຍືນຍົງຮອບດ້ານ ຄື ການພັດທະນາຖາວອນວັດຖຸ (ສ້າງສາລາ) ການສ້າງຄວາມຢູ່ດີ ກິນດີ (ຂຸດນໍ້າບໍ່), ການພັດທະນາ ຄົມມະນາຄົມໃຫ້ດີ (ສ້າງມັກຄາໄຕ່ ເຕົ້າ) ການພັດທະນາຊັບພະຍາ ກອນມະນຸດ(ປັ້ນເບົ້າຫລໍ່ຫລອມ ຄົນ), ການຮັບປະກັນສຸຂະພາບຊີ ວິດທີ່ດີ (ສ້າງກຸສົນປົວພະຍາດ), ສັນສ້າງສົ່ງເສີມເຊີດຊູຄົນດີໃຫ້ ຄຳສອນອັນດີງາມແກ່ໂລກ (ສ້າງ ນັກປາດສັ່ງສອນສິນທຳ) ຖ້ານໍາ ເອົາໄປປະຍຸກໃຊ້ໃນການບໍລິຫານ ການພັດທະນາສັງຄົມ ຈະສໍາເລັດ ສົມບູນຮອບດ້ານ. ປະນິທານເຫລົ່າ ນີ້ ຍາທ່ານໃຫຍ່ອົງພະຍອດແກ້ວ ໄດ້ພຽນພໍ່າກະທຳມາຕະຫລອດຊີ ວິດຄຸນຄວາມດີຂອງເພິ່ນເຫລືອຈະ ຄະນາທີ່ຈະພັນລະນາໄດ້. ສຳລັບທຶນໃນການກໍ່ສ້າງ ແມ່ນ ໄດ້ຈາກແຮງສັດທາຈາກພຸດທະ ສາສະນິກະຊົນ ທັງພາຍໃນ ແລະ ຕ່າງປະເທດ, ລວມມູນຄ່າການກໍ່ ສ້າງປະມານ 8 ຕື້ກີບ, ຄາດວ່າຈະ ສ້າງສຳເລັດ ແລະ ເປີດໃຫ້ຊາວພຸດ ເຂົ້າມາກາບໄຫ້ວສັກກະລະບູຊາ ໃນອີກ 3 ປີຂ້າງໜ້າ ເຊິ່ງຮູບຊົງຂອງ ພິພິທະພັນວິຫານອົງພະຍອດແກ້ວ ສູງ 35 ແມັດ, ກວ້າງ 27 ແມັດ. ທ່ານໃດຖາກມີຈິດໃຈເຫລື້ອມ ໄສສັດທາ ຢາກມາສ້າງບຸນສ້າງກຸ ສົນສາມາດເຂົ້າມາປະກອບສ່ວນ ທຶນຮອນໃນການສ້າງພິພິທະພັນວິ ຫານອົງພຣະຍອດແກ້ວ ໄດ້ໂດຍ ກົງ ທີ່ວັດປ່າພິລາວົງ ບຸດກັດສະ ກາຣາມ ຕັ້ງຢູ່ ບ້ານຈຳປາ-ບັກແຮດ ເມືອງສີໂຄດຕະບອງ ນະຄອນຫລວງ ວຽງຈັນ. ຂ່າວ-ພາບ: ທະນູທອງ ພິທີເຊັນສັນຍາໃຫ້ທຶນຊ່ວຍເຫລືອ ດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 19 ສິງຫາ 2023 ຢູ່ ສະຖານທູດຢີ່ປຸ່ນ ປະຈຳລາວ ນະຄອນຫລວງວຽງ ຈັນ ລະຫວ່າງ ທ່ານ ເຄນອິຈິໂຄບາ ຢາຊິ ເອກອັກຄະຣາຊະທູດວິສາມັນ ຜູ້ມີອໍານາດເຕັມແຫ່ງປະເທດ ຍີ່ປຸ່ນ ປະຈໍາລາວ ແລະ ທ່ານ ບຸນທະວີ ສົງເຮີ ຫົວໜ້າຫ້ອງການສຶກສາ ແລະ ກິລາ ເມືອງພຽງ ແຂວງໄຊຍະ ບູລີ, ເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າ ແຂວງແຂວງໄຊຍະບູລີ, ພ້ອມດ້ວຍ ພະນັກງານທີ່ກ່ຽວຂ້ອງທັງສອງ ຝ່າຍ. ທ່ານ ພົງສະຫວັນ ສິດທະວົງ ໄດ້ສະແດງຄວາມຂອບໃຈມາຍັງ ສະຖານທູດຢີ່ປຸ່ນ ກໍຄືລັດຖະບານ ຢີ່ປຸ່ນ ທີ່ໃຫ້ການຊ່ວຍເຫລືອແກ່ປະ ເທດລາວ ໂດຍສະເພາະແມ່ນແຂວງ ໄຊຍະບູລີ ເຊິ່ງຜ່ານມາລັດຖະບານ ຍີ່ປຸ່ນ ໄດ້ປະກອບສ່ວນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມຂອງ ແຂວງໄຊຍະບູລີ ໃນຂົງເຂດຕ່າງໆ ເຊັ່ນການສຶກສາ, ສາທາລະນະສຸກ ແລະ ນໍ້າສະອາດ ໂດຍການຊ່ວຍ ເຫລືອລ້າຜ່ານໂຄງການຄວາມໝັ້ນ ຄົງດ້ານມະນຸດສະທໍາ. ທ່ານ ເຄນອິຈິ ໂຄບາຢາຊິ ໄດ້ ກ່າວວ່າ: ການຊ່ວຍເຫລືອໃນຄັ້ງນີ້ ຈະຊ່ວຍເຮັດໃຫ້ສະພາບແວດລ້ອມ ການສຶກສາ ຂອງນ້ອງນັກຮຽນທີ່ ແມ່ນອະນາຄົດຂອງຊາດ ຈະໄດ້ຮັບ ການປັບປຸງໃຫ້ດີຂຶ້ນ, ເຮັດໃຫ້ສະ ພາບແວດລ້ອມການເຮັດວຽກຂອງ ຄູດີຂຶ້ນ ແລະ ປັບປຸງສຸຂະອານາ ໄມຂອງໂຮງຮຽນໃຫ້ດີຍິ່ງຂຶ້ນ. ໃນໄລຍະ 5 ປີຜ່ານມາລັດຖະບານ ຍີ່ປຸ່ນ ໄດ້ໃຫ້ການສະໜັບສະໜູນ ແຂວງໄຊຍະບູລີ ໃນຂັ້ນຮາກຖານ ເປັນມູນຄ່າຫລາຍກວ່າ 570.000 ໂດລາສະຫະລັດ ໃນຂະແໜງສາ ທາລະນະສຸກ, ສຶກສາ, ນໍ້າລິນ ແລະ ອື່ນໆ. ປະເທດຍີ່ປຸ່ນໃນນາມເປັນຄູ່ ຮ່ວມຍຸດທະສາດ ຂອງປະເທດລາວ ຈະສືບຕໍ່ໃຫ້ການສະໜັບສະໜູນທີ່ ຫລາກຫລາຍ ໂດຍສະເພາະຂະ ແໜງສຶກສາ ແລະ ສາທາລະນະສຸກ ຢູ່ແຂວງໄຊຍະບູລີ. ແມ່ນສ່ວນໜຶ່ງຂອງກິດຈະກຳຮ່ວມ ມືດ້ານວຽກງານການປ້ອງກັນຊາດ ໃນ ສປປ ລາວ ແລະ ບັນດາປະເທດ ໃນພາກພື້ນ. ໂອກາດນີ້, ທ່ານ ລີປາວ ຢາງ ໄດ້ກ່າວວ່າ: ລັດຖະບານລາວ ຕີລາ ຄາສູງຕໍ່ການຊ່ວຍເຫລືອວຽກງານ ມະນຸດສະທຳ ຈາກລັດຖະບານອົດ ສະຕຣາລີ. ການທີ່ພວກເຮົາມີເຄື່ອງ ຊ່ວຍເຫລືອ ເພື່ອຕອບໂຕ້ໄພພິບັດ ແມ່ນການກຽມພ້ອມໃນປະເທດທີ່ ສາມາດຊ່ວຍໃຫ້ລັດຖະບານລາວ ຕອບໂຕ້ກັບໄພພິບັດໄດ້ຢ່າງວ່ອງ ໄວ. ສຳລັບເຄື່ອງຊ່ວຍເຫລືອວຽກ ງານມະນຸດສະທຳທີ່ລັດຖະບານ ອົດສະຕຣາລີ ໄດ້ມອບໃຫ້ທາງກະ ຊວງແຮງງານ ແລະ ສະຫວັດດີການ ສັງຄົມ ໃນປີ 2022 ໄດ້ຖືກສົ່ງໄປ ຊ່ວຍເຫລືອຊຸຸມຊົນທີ່ຖືກຜົນກະ ທົບຈາກນ້ຳຖ້ວມໃນສາມແຂວງ ພາກກາງ. ທ່ານ ໂພລ ແຄລີ ກ່າວວ່າ: ອົດ ສະຕຣາລີ ຍິນດີທີ່ໄດ້ສະໜັບສະໜູນ ລັດຖະບານລາວ ເພື່ອສ້າງຄວາມ ເຂັ້ມແຂງໃນການກຽມຄວາມພ້ອມ ເພື່ອຮັບມືກັບໄພພິບັດສຸກເສີນ. ການສົ່ງເຄື່ອງຊ່ວຍເຫລືອຕອບໂຕ້ ໄພພິບັດໃນຄັ້ງນີ້ ແມ່ນທ່ວງທັນ ກັບຄວາມຕ້ອງການຂອງລັດຖະ ບານລາວ ໃນຂະນະທີ່ລັດຖະບານ ລາວກຳລັງຕອບໂຕ້ກັບໄພນ້ຳຖ້ວມ ທີ່ກຳລັງເກີດຂຶ້ນຢູ່ຫລາຍພາກຂອງ ປະເທດ. ຕັ້ງທີ 7, ຄະນະປະຈຳພັກແຂວງ, ສະມາຊິກສະພາປະຊາຊົນແຂວງ, ພະນັກງານບຳນານ, ຫົວໜ້າ-ຮອງ ຫົວໜ້າພະແນກການອ້ອມຂ້າງ ແຂວງ ແລະ ພະນັກງານວິຊາການ ທີ່ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມໄດ້ຮັບຟັງການ ຜ່ານ ບົດປະເມີນການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ; ບົດປະເມີນການຈັດຕັ້ງປະຕິບັດກົດ ໝາຍວ່າດ້ວຍສະພາແຫ່ງຊາດ ແລະ ກົດໝາຍວ່າດ້ວຍສະພາປະຊາຊົນ ແຂວງ; ບົດປະເມີນການຈັດຕັ້ງ ປະຕິບັດກົດໝາຍວ່າດ້ວຍການຕິດ ຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ. ຫລັງຈາກນັ້ນ ຜູ້ແທນກອງປະຊຸມ ໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດ ຄໍາເຫັນຕໍ່ບົດປະເມີນການຈັດຕັ້ງ ປະຕິບັດກົດໝາຍດັ່ງກ່າວ ແລະ ຕາມຄຳເຈາະຈີ້ມຂອງປະທານ ກອງປະຊຸມ ເພື່ອເຮັດໃຫ້ເນື້ອໃນ ກອງປະຊຸມມີຄວາມຮັດກຸມສອດ ຄ່ອງກັບສະພາບຄວາມເປັນຈິງ ໃນການປະຕິບັດ. ຂ່າວ: ສອນສັກ ວັນວິໄຊ ມາມອບໃຫ້ແຂວງບໍລິຄໍາໄຊ. ຕາງ ໜ້າໃຫ້ການນໍາແຂວງຮັບໂດຍ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າ ແຂວງບໍລິຄໍາໄຊ ໂດຍມີການນໍາ ຂອງແຂວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມເປັນສັກຂີພິຍານ. ໂອກາດນີ້ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ໄດ້ສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍ ຕໍ່ບໍລິສັດ ໄຟຟ້ານ້ຳ ເທີນ 2 ຈຳກັດ ທີ່ໄດ້ປະກອບສ່ວນ ຊ່ວຍເຫລືອບັນເທົາທຸກ ແກ່ປະຊາ ຊົນຜູ້ປະສົບໄພນ້ຳຖ້ວມໃນຄັ້ງນີ້, ພ້ອມທັງໄດ້ລາຍງານໂດຍຫຍໍ້ວ່າ 4 ເມືອງ ໄດ້ຮັບຜົນກະທົບຢ່າງໜັກ ໜ່ວງຈາກອຸທົກກະໄພ, ພື້ນທີ່ກະສິ ກໍາໄດ້ຮັບຄວາມເສຍຫາຍຫລາຍ ກວ່າ 6 ພັນກວ່າເຮັກຕາ, ສັດລ້ຽງ 2.700 ກວ່າໂຕ ແລະ ເສັ້ນທາງຄົມ ມະນາຄົມ ໄດ້ຮັບຄວາມເສຍຫາຍ ໂດຍສະເພາະແມ່ນເສັ້ນທາງເລກ 8A ທີ່ໄດ້ຮັບຄວາມເສຍຫາຍຫລາຍ ກວ່າໝູ່. ເພື່ອເປັນການຍ້ອງຍໍສັນ ລະເສີນ ແລະ ຢັ້ງຢືນຕໍ່ຜົນງານ ຄວາມດີ, ທ່ານເຈົ້າແຂວງບໍລິຄຳ ໄຊ ໄດ້ມອບໃບຍ້ອງຍໍໃຫ້ຜູ້ອຳນວຍ ການໃຫຍ່ບໍລິສັດ ໄຟຟ້ານ້ຳເທີນ 2 ຈຳກັດ ນຳອີກ. ຂ່າວ: ສີປະເສີດ ມາ ໂດຍການເປັນປະທານຂອງ ສະຫາຍ ພູວົງ ອຸ່ນຄຳແສນ ກຳມະ ການສູນກາງພັກ ເລຂາຄະນະບໍລິ ຫານງານພັກ ຫົວໜ້າ ສມປຊ, ມີ ຕາງໜ້າຫ້ອງການ, ກົມ, ຄະນະ ຕ່າງໆ, ສູນຕ່າງໆ, ມີພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ສະຫາຍ ນາງ ໄກສອນ ຈັນສີນາ ຄະນະບໍລິຫານງານພັກ ຫົວໜ້າກົມ ຄຸ້ມຄອງການຮຽນ-ການສອນຊີ້ ໃຫ້ ເຫັນວ່າ: ການຈັດຕັ້ງການຮຽນ- ການສອນຂອງຊຸດບຳລຸງ-ກໍ່ສ້າງ ພະນັກງານນຳພາ-ຄຸ້ມຄອງ, ພະ ນັກງານຫລັກແຫລ່ງຂອງພັກ-ລັດ ແລະ ອົງການຈັດຕັ້ງພັກ ແລະ ມະ ຫາຊົນ ໃນຂອບເຂດທົ່ວປະເທດໃນ ຊຸດນີ້, ສະຖາບັນໄດ້ສຸມໃສ່ເຮັດ ຫລ້ອນໜ້າທີ່ການເມືອງ ທີ່ໄດ້ຮັບ ມອບໝາຍໃນການຂຶ້ນຫ້ອງສິດ ສອນ ແລະ ນັກສຶກສາ ໄດ້ຄົ້ນຄວ້າ ຮ່ຳຮຽນ ຝຶກຝົນຫລໍ່ຫລອມຕົນເອງ ໃນດ້ານທິດສະດີມາກ-ເລນິນ,ແນວ ຄິດໄກສອນ ພົມວິຫານ ແລະ ທິດສະ ດີທີ່ກ້າວໜ້າຕ່າງໆດ້ວຍຄວາມມາ ນະອົດທົນ, ປະຕິບັດບັນດາຄໍາສັ່ງ, ຂໍ້ກໍານົດກ່ຽວກັບລະບຽບນັກສຶກ ສາຂອງສະຖາບັນແຫ່ງນີ້ໄດ້ດີ. ສຳ ລັບນັກສຶກສາຮຸ່ນນີ້ ແມ່ນມາຈາກ ບັນດາກະຊວງ ແລະ ອົງການອ້ອມ ຂ້າງສູງກາງ 23 ສະຫາຍ ຍິງ 5 ສະຫາຍ, ຈາກທ້ອງ ຖິ່ນ 37 ສະ ຫາຍ ຍິງ 7 ສະຫາຍ, ຈາກກຳລັງ ປ້ອງກັນຊາດ 1 ສະຫາຍ ແລະ ປ້ອງ ກັນຄວາມສະຫງົບ 1 ສະຫາຍ. ລະ ດັບວິຊາສະເພາະ ນັບແຕ່ຊັ້ນສູງເຖິງ ປະລິນຍາເອກ; ໃນລະບົບຮຽນດັ່ງ ກ່າວ ໄດ້ມີການຈັດຕັ້ງການຮຽນ ທັງໝົດ 23 ວິຊາ ຫລື 1.113 ຊົ່ວ ໂມງ, ລວມທັງປ້ອງກັນບົດຈົບຂັ້ນ ແລະ ຫ້ອງຮຽນດັ່ງກ່າວໄດ້ຈັດເປັນ 3 ຂົງເຂດວຽກງານຂຽນບົດປ້ອງ ກັນຈົບຊັ້ນ ຄື: ຂົງເຂດວຽກງານ ການເມືອງ ມີ 34 ສະຫາຍ ຍິງ 8 ສະຫາຍ; ຂົງເຂດວຽກງານການ ປົກຄອງມີ 12 ສະຫາຍ ຍິງ 3 ສະ ຫາຍ; ຂົງເຂດວຽກງານຄຸ້ມຄອງ ເສດຖະກິດ 14 ສະຫາຍຍິງ 1 ສະຫາຍ. ໂອກາດດັ່ງກ່າວ, ປະທານກອງ ປະຊຸມໄດ້ຍ້ອງຍໍຊົມເຊີຍຕໍ່ກັບພາກ ສ່ວນທີ່ກ່ຽວຂ້ອງ ໃນການເຮັດໜ້າ ທີ່ການເມືອງທີ່ມີຜົນສຳເລັດຕາມ ການມອບໝາຍບົນຈິດໃຈມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ອົງຄະນະ ພັກຂັ້ນ ຂອງຕົນມາໄດ້ຮອດກາງ ສະໄໝແລ້ວ, ແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງ ທີ 9 ແລະ 2 ວາລະແຫ່ງຊາດທີ່ມີ ລັກສະນະພິເສດ ກໍຄືການແກ້ໄຂ ຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນ ແລະ ແກ້ໄຂບັນຫາ ຢາເສບຕິດ ເຂົ້າສູ່ຊີວິດຕົວຈິງ. ທິດ ສະດີ, ແນວທາງທີ່ພວກສະຫາຍ ຮຽນມາ ຕ້ອງໄດ້ຮັບການທົດສອບ, ກວດສອບ ແລະ ຢືນຢັນ ຈາກພຶດຕິ ກຳຕົວຈິງ. ຍ້ອນແນວນັ້ນ, ບັນດາ ສະຫາຍ ຈົ່ງນຳເອົາບົດຮຽນທີ່ໄດ້ ຮຽນມາ ໄປທົດສອບຢູ່ໃນພຶດຕິກໍາ ແຫ່ງການສ້າງສາພັດທະນາປະ ເທດຊາດ ຕາມພາລະບົດບາດ ແລະ ໜ້າທີ່ຂອງຕົນ ອັນຈະຊ່ວຍໃຫ້ພວກ ເຮົາເຫັນແຈ້ງວ່າອັນໃດຖືກ, ອັນໃດ ຜິດ, ອັນໃດສອດຄ່ອງເໝາະສົມ ຫລື ບໍ່ສອດຄ່ອງບົນພື້ນຖານເດັດດ່ຽວ ປົກປ້ອງສິ່ງທີ່ຖືກຕ້ອງ. ພ້ອມກັນນັ້ນ ກໍຕັດສິນໃຈດັດແປງແກ້ໄຂອັນທີ່ ບໍ່ຖືກຕ້ອງຢ່າງທັນການ ແລະ ຈາກ ພຶດຕິກຳຕົວຈິງ; ບັນດາສະຫາຍຍັງ ມີໜ້າທີ່ຄົ້ນຄວ້າວິໄຈ ແລະ ສະຫລຸບ ສັງລວມຢ່າງມີວິທະຍາສາດແລ້ວ ສະເໜີຄຳຄິດຄຳເຫັນ, ສະເໜີທິດ ທາງ, ວິທີການ ແລະ ມາດຕະການ ທີ່ ເປັນໄປໄດ້ ແລະ ມີປະສິດທິພາບສູງ ເພື່ອປັບປຸງວຽກງານໃນກົມກອງ ໃຫ້ດີຂຶ້ນ. ປະທານກອງປະຊຸມຍັງໄດ້ເນັ້ນ ຕື່ມວ່າ: ພວກສະຫາຍແມ່ນຜະລິດ ຕະພັນຮຸ່ນທີໜຶ່ງ ຂອງລະບົບ 9 ເດືອນທີ່ມີຄຸນນະພາບຂອງສະຖາ ບັນເຊື່ອໝັ້ນຢ່າງໜັກແໜ້ນວ່າ: ບັນ ດາສະຫາຍນັກສຶກສາທີ່ຈົບອອກ ໄປໃນເທື່ອນີ້ ຈະຮັກສາໄວ້ ຊຶ່ງຊື່ ສຽງ, ກຽດສັກສີຂອງຕົນ ກໍຄືຂອງ ສະຖາບັນ, ການເຄື່ອນໄຫວ, ການ ປະພຶດທຸກຢ່າງຕ້ອງໄດ້ຮັບຄວາມ ໄວ້ເນື້ອເຊື່ອໃຈຈາກພັກ-ລັດ ແລະ ປະຊາຊົນ ເຊິ່ງເຂົາເຈົ້າຝາກຄວາມ ຫວັງໄວ້ນຳບັນດາສະຫາຍໝົດ ທຸກຄົນ. ຂ່າວ-ພາບ: ສມປຊ
s;o7no,6og-Nv ;ao1bfveokf 23 ly'sk xtgmf]k; 3 22/08/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ມາລິດາ ໂດຍ: ສຸວັນນະ ບົດສະເໜີ (23/8/1945 ແລະ 23/8/1975) .-hg9hpglf lhk'ly]txt sfa 4tdemu,j 7u o5 7kj ,ult8y]t;a' laf86rnf me]kpzqozt]yf ນໍາເອົາວິຊາການປ້ອງກັນ ແລະ ຄວບຄຸມບົ້ງຝູງທີ່ ດ້ວຍການນໍາໃຊ້ ຢາຂ້າບົ້ງລົງສີດໃສ່ບ່ອນທີ່ມີການ ລະບາດ ຊຶ່ງສາມາດຄວບຄຸມເນື້ອທີ່ ບ່ອນມີການລະບາດໄດ້ 633 ເຮັກ ຕາ, ນີ້ເປັນພຽງເບື້ອງຕົ້ນເທົ່ານັ້ນ ເຊິ່ງບໍ່ທັນສາມາດເວົ້າໄດ້ວ່າບົ້ງຝູງ ນີ້ຈະກັບມາລະບາດອີກ ຫລື ບໍ່ ເຊິ່ງ ນອກຈາກບົ້ງຝູງແລ້ວອາດຍັງຈະ ມີອີກພະຍາດ ເຊັ່ນ: ບົ່ວ, ບົ້ງ ຮໍາໃບ, ພະຍາດໃບແຫ້ມ, ເພ້ຍຈັກຈັ່ນສີນໍ້າ ຕານ ແລະ ອື່ນໆ ອາດຈະຕາມມາກໍ ເປັນໄດ້. ໃນໄລຍະຜ່ານມາ ເຮົາຈະ ເຫັນພາກສ່ວນກ່ຽວຂ້ອງລົງແກ້ໄຂ ດ້ວຍການນໍາໃຊ້ຢາຂ້າແມງໄມ້ ເປັນອາວຸດ ຫລື ເຄື່ອງມືໃນການ ອົບຮົມ ແລະ ສ້າງຄວາມເຂົ້າໃຈໃຫ້ ປະຊາຊົນ ຮັບຮູ້ເຖິງຕົ້ນເຫດທີ່ແທ້ ຈິງຂອງສັດຕູພືດເຫລົ່ານັ້ນ ເຊິ່ງ ສາເຫດບາງຢ່າງເກີດຈາກການ ປ່ຽນແປງສະພາບຂອງດິນຟ້າອາ ກາດເຮັດໃຫ້ຝູງສັດມີການແພ່ພັນ ຢ່າງໄວ, ມີການຍ້າຍຖິ່ນຖານໃນ ຂະນະດຽວກັນ ປ່າໄມ້ອັນເປັນທີ່ຢູ່ ອາໄສ ແລະ ແຫລ່ງອາຫານສໍາຄັນ ຂອງສັດຕູພືດເຫລົ່ານັ້ນຖືກທໍາລາຍ ລະບົບນິເວດບໍ່ມີຄວາມສົມດູນ, ອາ ຫານຖືກຈໍາກັດ ສ້າງຄວາມເສຍ ຫາຍໂດຍຫລີກລ່ຽງບໍ່ໄດ້. ເຖິງຢ່າງ ໃດກໍຕາມການແກ້ໄຂບັນຫາມັນ ໄດ້ຮຽກຮ້ອງເຖິງທຸກພາກສ່ວນຕົ້ນ ຕໍແມ່ນກະໂຕຊາວນາເອງຕ້ອງ ເປັນເຈົ້າການໃນການຕິດຕາມຄວບ ຄຸມການລະບາດຂອງບົ້ງຝູງ, ເບິ່ງ ແຍງຕົ້ນເຂົ້າ ແລະ ຜົນຜະລິດ, ນໍາໃຊ້ເຕັກນິກວິຊາການ ແລະ ບົດ ຮຽນໃນຜ່ານມາ ເຂົ້າໃນການບົວ ລະບັດຮັກສາ ແລະ ປາບປາມແກ້ ໄຂ, ຖ້າຫາກພົບເຫັນການລະບາດ ຂອງສັດຕູພືດຕ່າງໆ ໃຫ້ຮີບຮ້ອນ ລາຍງານປະສານຫາພາກສ່ວນທີ່ ກ່ຽວຂ້ອງ ເພື່ອລົງກວດກາ ແລະ ແກ້ໄຂຄວບຄຸມໃຫ້ທັນການ ບໍ່ໃຫ້ ຂະຫຍາຍໄປສູ່ບ່ອນອື່ນ, ຮັບປະກັນ ຜົນຜະລິດໃຫ້ໄດ້ຕາມລະດັບ ຄາດ ໝາຍ ແລະ ພຽງພໍຕໍ່ການບໍລິໂພກ. * ການຢຶດອໍານາດ ເດືອນສິງຫາ ປີ 1945: ທ້າຍສະຕະວັດທີ XIX ປະເທດ ລາວຖືກຈັກກະພັດລ່າເມືອງຂຶ້ນຝຣັ່ງ ເຂົ້າມາຮຸກຮານ, ປຸ້ນສະດົມຢ່າງໂຫດ ຮ້າຍປ່າເຖື່ອນ, ປະຊາຊົນລາວບັນດາ ເຜົ່າ ໄດ້ຈົມຢູ່ໃນຄວາມເປັນຂ້ອຍຂ້າ ຂອງພວກລ່າເມືອງຂຶ້ນ ແລະ ຖືກຂູດຮີດ ຢ່າງແສນສາຫັດ. ດ້ວຍນໍ້າໃຈຮັກຊາດ, ຄຽດແຄ້ນຕໍ່ການຮຸກຮານ ແລະ ການ ກົດຂີ່ຂູດຮີດຂອງພວກລ່າເມືອງຂຶ້ນ ດັ່ງນັ້ນປະຊາຊົນບັນດາເຜົ່າ ຈຶ່ງໄດ້ລຸກຮື້ ຂຶ້ນ ຕໍ່ສູ້ຢ່າງພິລະອາດຫານ, ເດັດຂາດ ບໍ່ຍອມເປັນຂ້ອຍຂ້າ, ບໍ່ຍອມເສຍບ້ານ ເສຍເມືອງ. ດ້ວຍເຫດນັ້ນ, ຈຶ່ງໄດ້ມີ ຫລາຍຂະບວນການຕໍ່ສູ້ນັບແຕ່ນ້ອຍຫາ ໃຫຍ່ ແຕ່ແຄບຫາກວ້າງຕ່າງກັນ ແລະ ບາງຂະບວນກໍຟົດຟື້ນຍາວນານ ຫລາຍ ປີເຊັ່ນ: ການລຸກຮື້ຂຶ້ນຕ້ານພວກລ່າ ເມືອງຂຶ້ນຝຣັ່ງ ຂອງປະຊາຊົນແຂວງ ສະຫວັນນະເຂດ ພາຍໃຕ້ການນໍາພາ ຂອງພໍ່ກະດວດ ແຕ່ປີ 1901-1903; ການຕໍ່ສູ້ຂອງປະຊາຊົນພາກໃຕ້ການ ນໍາພາ ຂອງ ທ່ານ ອົງແກ້ວ-ອົງກົມມະ ດໍາ ແຕ່ ປີ 1901- 1907, ການຕໍ່ສູ້ຂອງ ປະຊາຊົນເຜົ່າມົ້ງ ຢູ່ບັນດາແຂວງພາກ ເໜືອ ພາຍໃຕ້ການນໍາພາຂອງເຈົ້າຟ້າ ປັດໃຈ ແຕ່ປີ 1918- 922; ຂະບວນ ການຕໍ່ສູ້ ຂອງປະຊາຊົນເຜົ່າລື້ ເມືອງ ສິງ ແຕ່ປີ 1914-1918, ຂະບວນການ ຕໍ່ສູ້ຂອງນາຍຄູຄໍາ ຢູ່ວຽງຈັນ ໃນປີ 1920 ແລະ ຂະບວນການຕໍ່ສູ້ອື່ນໆ. ວັນທີ 3/2/1930 ພັກກອມມູນິດ ອິນດູຈິນໄດ້ກໍາເນີດຂຶ້ນ, ພາຍໃຕ້ການ ຊີ້ນໍາໂດຍກົງຂອງ ປະທານ ໂຮ່ຈີ່ມິງ. ພັກ ໄດ້ວາງຍຸດທະສາດຍຸດໂທບາຍ ຂອງການປະຕິວັດອິນດູຈີນ ອອກຢ່າງ ລະອຽດ, ເຮັດໃຫ້ການປະຕິວັດຢູ່ປະ ເທດເຮົາເຕີບໃຫຍ່ເຂັ້ມແຂງ ຊຶ່ງເປັນ ບາດກ້າວທໍາອິດໃນການປັບປຸງ ແລະ ຂະຫຍາຍການຈັດຕັ້ງພັກ ແລະ ອົງ ການຈັດຕັ້ງມະຫາຊົນ, ພັກໄດ້ຍູ້ແຮງ ວຽກງານປຸກລະດົມຂົນຂວາຍມະຫາ ຊົນຢູ່ເຂດຊົນນະບົດ ແລະ ບໍລິເວນຊົນ ເຜົ່າ ຖືຊາວໄຮ່ ຊາວນາເປັນກໍາລັງພື້ນ ຖານຂອງການປະຕິວັດ. ສະນັ້ນ, ຈິ່ງ ເຮັດໃຫ້ຂະບວນ ການຕໍ່ສູ້ໄດ້ຮັບໄຊຊະ ນະສາມາດຍາດຢຶດອໍານາດການປົກ ຄອງໃນທົ່ວປະເທດ ໃນວັນທີ 23 ສິງ ຫາ ປີ 1945. ໄລຍະບໍ່ເຖິງ 1 ເດືອນ ປະ ຊາຊົນລາວທີ່ໄດ້ຮັບການຮ່ວມມືປະ ສານງານອັນຕັ້ງໜ້າຂອງຊາວຫວຽດ ນາມ ຕ່າງດ້າວໄດ້ລຸກຮື້ຂຶ້ນໂຄ່ນລົ້ມ ອໍານາດການປົກຄອງເກົ່າ ແລະ ສ້າງ ຕັ້ງອໍາ ນາດການປົກຄອງປະຕິວັດຂອງ ຕົນຂຶ້ນຢູ່ຫລາຍທ້ອງຖິ່ນ ແລະ ໄດ້ຈັດ ຕັ້ງບັນດາກອງກໍາລັງປະກອບອາວຸດ ປ້ອງກັນຕົວຢູ່ໃນຕົວເມືອງໃຫຍ່ຕ່າງໆ ເຊັ່ນ: ຢູ່ເມືອງວຽງຈັນ, ທ່າແຂກ, ເມືອງສະຫວັນນະເຂດ, ຊຽງຂວາງ, ຊໍາເໜືອ ແລະ ຫລວງພະບາງ. ຈາກນັ້ນລັດຖະບານລາວ ອິດສະ ຫລະ ກໍໄດ້ຮັບການສ້າງຕັ້ງຂຶ້ນ ແລະ ໄດ້ ປະກາດຄວາມເປັນເອກະລາດຂອງ ຊາດຕໍ່ໜ້າມວນຊົນໃນວັນທີ 12 ຕຸລາ 1945. ນັ້ນຄືໄຊຊະນະຄັ້ງປະຫວັດ ສາດຂອງຊາດລາວ ເຊິ່ງມີຄວາມໝາຍ ສໍາຄັນທີ່ສຸດສໍາລັບປະຊາຊົນລາວ ເພາະວ່າ: ມັນເປັນຂີດໝາຍສໍາຄັນ ໃນປະຫວັດສາດແຫ່ງການ ຕໍ່ສູ້ຍາດ ເອົາ ເອກະລາດ ແລະ ອິດສະຫລະພາບ ຂອງປະຊາຊົນລາວ, ມັນເປັນເທື່ອທໍາ ອິດ ທີ່ປະຊາຊົນລາວບັນດາເຜົ່າໄດ້ພ້ອມ ກັນລຸກຮື້ຂຶ້ນທັບມ້າງແອກຄອບຄອງ ຂອງລັດທິລາເມືອງຂຶ້ນຝຣັ່ງ, ໄດ້ໂມ່ງ ບາດຄ້ອນໃສ່ລະບອບສັກດີນາທີ່ຄອບ * ໄລຍະຜ່ານໆເຮົາໄດ້ເຫັນ ແລະ ໄດ້ຍິນຂ່າວສັດຕູພືດປະເພດບົ້ງ, ຕັກແຕນ ກັດກິນ ແລະ ທໍາລາຍຜົນລະ ປູກຂອງປະຊາຊົນ ຢູ່ຫລາຍແຂວງ ໃນພາກເໜືອ ຂອງປະເທດເຮົາ ຫລາຍພັນເຮັກຕາ, ສົ່ງຜົນກະທົບ ຕໍ່ການດໍາລົງຊີວິດ ຂອງປະຊາຊົນ ພໍສົມຄວນ ເຊິ່ງທັງໝົດນີ້ມັນຈະນຳ, ໄປສູ່ສະພາບຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ ອັນເນື່ອງຈາກຜົນ ຜະລິດໄດ້ຫນ້ອຍ. ຫລ້າສຸດເມື່ອຕົ້ນ ເດືອນກໍລະກົດນີ້ ເກີດເຫດການຝູງ ບົ້ງລົງກິນ ແລະ ທໍາລາຍຕົ້ນເຂົ້າ ແລະ ພືດຜັກ ຢູ່ 7 ເມືອງໃນຈໍານວນ 11 ເມືອງຂອງ ແຂວງຫົວພັນ, ໄດ້ ທຳລາຍນາເຂົ້າ 2.369 ເຮັກຕາ, ເສຍຫາຍ ທັງໝົດ 78 ກວ່າເຮັກຕາ, ເຂົ້າໄຮ່ 441 ເຮັກຕາ, ສາລີ 60 ເຮັກ ຕາ, ເສຍຫາຍເກືອບ 2 ເຮັກຕາ. ຕໍ່ເຫດການທີ່ເກີດຂຶ້ນນີ້ ໃນ ເບື້ອງຕົ້ນ ຂະແໜງປູກຝັງໄດ້ປະ ສານສົມທົບກັບເມືອງ ແລະ ບ້ານ ງໍາປະເທດລາວມາເປັນຫລາຍສະຕະ ວັດ ແລະ ເປັນການເປີດສາກໃຫ້ແກ່ການ ເຄື່ອນໄຫວປະຕິວັດລາວກ້າວສູ່ໄລຍະ ໃໝ່. ການປະກາດເອກະລາດເປັນ ການເຕົ້າໂຮມແຜ່ນດິນລາວເປັນເອກະ ພາບ, ທັງໄດ້ປ່ຽນແປງລະບອບການ ປົກຄອງ, ລົບລ້າງທຸກສັນຍາທີ່ລາວ ໄດ້ເຊັ່ນກັບຝຣັ່ງກ່ອນໜ້ານີ້, ປະກາດ ໃຊ້ລັດຖະທໍາມະນູນສະບັບຊົ່ວຄາວ, ປະກາດໃຊ້ເພງຊາດ, ທຸງຊາດສາມ ສີ ແລະ ປະກາດແຕ່ງຕັ້ງຄະນະລັດຖະ ບານຊົ່ວຄາວ (ລັດຖະບານລາວອິດ ສະຫລະ). ການຢຶດອໍານາດໃນວັນທີ 23 ສິງ ຫາ ປີ 1975 ພາຍຫລັງພວກລ່າເມືອງ ຂຶ້ນຝຣັ່ງປະລາໄຊ, ຈັກກະພັດອາເມລິ ກາ ກໍໄດ້ກະໂດດເຂົ້າມາແທນພວກລ່າ ເມືອງຂຶ້ນຝຣັ່ງ ດໍາເນີນການແຊກແຊງ ແລະ ຮຸກຮານປະເທດລາວໂດຍທັນທີ ດ້ວຍກົນອຸບາຍ ຫວັງເຮັດໃຫ້ປະເທດ ເຮົາກາຍເປັນຫົວເມືອງຂຶ້ນແບບໃໝ່ ແລະ ເປັນຖານທັບຂອງເຂົາແນໃສ່ປິດ ລ້ອມຫວຽດນາມ ແລະ ສປ ຈີນ, ສະກັດ ກັ້ນ ກະແສຟອງປະຕິວັດບໍ່ໃຫ້ແຜ່ລາມ ໄປໃນອາຊີອາຄະເນ. ຕໍ່ສະພາບການ ແລະ ຄວາມຮຽກຮ້ອງຕ້ອງການຕໍ່ສູ້ ເພື່ອຕີເອົາຊະນະສັດຕູຜູ້ຮຸກຮານ, ວັນທີ 22 ມີນາ 1955 ພັກປະຊາຊົນປະຕິວັດ ລາວໄດ້ຮັບການສ້າງຕັ້ງຂຶ້ນ ພັກໄດ້ນໍາ ພາປະຊາຊົນບັນດາເຜົ່າດໍາເນີນການຕໍ່ ສູ້ກູ້ຊາດຕ້ານອາເມລິກາ ຊຶ່ງເປັນໄລ ຍະການຕໍ່ສູ້ອັນດຸເດືອດຂ້ຽວຂາດສັບ ສົນ, ຫຍຸ້ງຍາກລໍາບາກກວ່າໝູ່ຂອງ ການປະຕິວັດໃນປະເທດເຮົາ ແລະ ເປັນ ໄລຍະຕໍ່ສູ້ທີ່ສະຫງ່າອົງອາດກວ່າໝູ່ ແລະ ມີໄຊຍິ່ງໃຫຍ່ກວ່າໝູ່ໃນປະຫວັດ ສາດຂອງຊາດເຮົາ. ພາຍໃຕ້ການນໍາພາຂອງພັກ ມະຫາ ຊົນ ຊັ້ນຄົນຕ່າງໆຢູ່ໃນເຂດປົກຄອງ ຂອງສັດຕູ ແລະ ໃນເຂດເປັນກາງເປັນ ຕົ້ນແມ່ນກໍາມະກອນ, ຊາວນາ, ນັກ ຮຽນນັກສຶກສາໄດ້ລຸກຮື້ຂຶ້ນ ແລະ ເຂົ້າ ຮ່ວມການຕໍ່ສູ້ນັບມື້ນັບຫລາຍ, ຂະ ບວນການຕໍ່ສູ້ຂອງມະຫາຊົນໄດ້ແຜ່ ລາມກວ້າງອອກໄປຢ່າງໄວວາດ້ວຍ ຖ່ວງທ່າອັນແຂງແຮງຟົດຟື້ນ, ດູດດຶງ ເຕົ້າໂຮມເອົາກໍາລັງໄດ້ຢ່າງຫລວງ ຫລາຍ ໃນໝູ່ຂ້າລາຊະການ, ຊາວຄ້າ ຂາຍ, ພະສົງສໍາມະເນນ, ນັບທັງນາຍ ແລະ ພົນທະຫານ, ຕໍາຫລວດ ໄດ້ເຂົ້າ ຮ່ວມຂະບວນການຕໍ່ສູ້ ເຊິ່ງຂະຫຍາຍ ຕົວເປັນກະແສຟອງສູງສຸດເຊັ່ນ: ການ ລຸກຮື້ຂຶ້ນຂອງກໍາມະກອນໄຟຟ້າວຽງ ຈັນ; ການລຸກຮື້ຂຶ້ນຕໍ່ສູ້ຢ່າງໝັ້ນໜຽວ ທົນທານຕະຫລອດ 42 ວັນ ແລະ ຄືນ ຂອງປະຊາຊົນຊາວເມືອງໜອງບົກ ແຂວງຄໍາມ່ວນ ສາມາດຍາດໄດ້ສິດ ເປັນເຈົ້າ, ສ້າງຕັ້ງອໍານາດການປົກ ຄອງປະຕິວັດຂຶ້ນ; ການລຸກຮື້ຂຶ້ນປະ ກາດແຍກຕົວອອກຈາກຝ່າຍວຽງຈັນ ຂອງກອງພັນ 102 ມາຂຶ້ນກັບລັດຖະ ບານປະສົມໂດຍກົງ. ການລຸກຮື້ຂຶ້ນຂອງ ມະຫາຊົນຕັ້ງແຕ່ຕົວເມືອງຮອດຊົນ ນະບົດ ໃນເຂດກວດກາຂອງຝ່າຍວຽງ ຈັນ ໄດ້ລະເບີດຂຶ້ນຢ່າງຟົດຟື້ນ, ຕໍ່ ເນື່ອງດ້ວຍຫລາຍຮູບການ ເຊິ່ງມີຜູ້ ເຂົ້າຮ່ວມຫລາຍແສນຄົນ ເຮັດໃຫ້ຫົວປ້ ປະຕິການໃນກົງຈັກທະຫານ ແລະ ການ ປົກຄອງຫຸ່ນຕົກສະທ້ານຢ້ານກົວ. ໂດຍໄດ້ຮັບການສະໜັບສະໜູນ ຂອງບັນດາກໍາລັງປະກອບອາວຸດປະຕິ ວັດ, ໃນເດືອນ 5/1975 ຂະບວນການ ຕໍ່ສູ້ໄດ້ມີບາດກ້າວຂະຫຍາຍຕົວໃໝ່. ຄໍາຂວັນຕໍ່ສູ້ຂອງຂະບວນການແມ່ນ ສຸມໃສ່ທວງໃຫ້ຂັບໄລ່ພວກເຈົ້າໜ້າທີ່ ທະຫານ ແລະ ພວກນັກສືບຂອງອາເມ ລິກາ ອອກຈາກລາວ, ທວງໃຫ້ຍຸບອົງ ການຢູເສດ (ສໍານັກງານອົງການຊ່ວຍ ເຫລືອ ທາງດ້ານການທະຫານ, ເສດຖະ ກິດການເງິນ ແລະ ເຕັກນິກຂອງອາເມ ລິກາ) ຢູ່ວຽງຈັນ ແລະ ແຫ່ງອື່ນໆ, ກໍາ ນົດເວລາໃຫ້ອົງການຈັດຕັ້ງທັງໝົດ ຂອງອາເມລິກາຖອນອອກຈາກລາວ. ວັນທີ 23/5/1975, ກໍາມະກອນ, ຂ້າ ລາຊະການ, ນັກຮຽນ, ນັກສຶກສາ, ຢູ່ ວຽງຈັນໄດ້ຢຶດເອົາອົງການຢູເສດ. ວັນ ທີ 27/5/1975 ສະຖານທູດອາເມລິ ກາຕ້ອງຍອມຮັບການຍຸບອົງການ ດັ່ງ ກ່າວ, ກົງຈັກລ່າເມືອງຂຶ້ນແບບໃໝ່ ຂອງອາເມລິກາຖືກລົບລ້າງ. ມະຫາ ຊົນໄດ້ກ່າວປະນາມ ແລະ ທວງໃຫ້ຂັບ ໄລ່ພວກປະຕິການຂວາຈັດອອກຈາກ ລັດຖະບານປະສົມທະຫານ, ຕໍາຫລວດ ຈໍານວນໜຶ່ງ ໄດ້ທະຍອຍແຍກຕົວອອກ ຈາກພວກນາຍປະຕິການທີ່ນິຍົມ ອາ ເມລິກາ, ຫລາຍກົມກອງໄດ້ລຸກຂຶ້ນ ແຍກຕົວອອກຈາກກອງທັບ ຝ່າຍລາຊະ ອານາຈັກ ຮ່ວມມືກັບປະຊາຊົນ. ກະແສ ຟອງແຫ່ງການລຸກຮື້ຂຶ້ນໃນ ເດືອນ 5/ 1975 ມີມະຫາຊົນເຂົ້າ ຮ່ວມຈໍານວນ ຫລວງຫລາຍນັ້ນ ໄດ້ເຮັດໃຫ້ພວກອາ ເມລິກາ ແລະ ພວກຫົວໂປ້ປະຕິການໃນ ກົງຈັກການທະຫານ ແລະ ການປົກ ຄອງຝ່າຍວຽງຈັນຕົກຢູ່ໃນສະພາບຈົນ ຕາແຈ ອັນໄດ້ເຮັດໃຫ້ກົງຈັກການປົກ ຄອງຫຸ່ນ ແລະ ທະຫານຫຸ່ນພັງທະ ລາຍລົງບາດດຽວຢ່າງໄວວາ, ພວກ ຫົວໂປ້ປະຕິການພາກັນ ໂຕນໜີອອກ ນອກປະເທດ. ວັນທີ 23/8/1975 ຊາວນະຄອນ ຫລວງວຽງຈັນ 2 ໝື່ນກວ່າຄົນໄດ້ ໂຮມ ຊຸມນຸມໃຫຍ່ຢູ່ເດີ່ນທາດຫລວງ ເພື່ອ * ຫັດຖະກໍາ ລີໄຊໂຄ້ອາດ ແມ່ນ ຜະລິດຕະພັນ ເຄື່ອງເອ້ , ເຄື່ອງຝາກ, ເຄື່ອງຕ້ອນ ທີ່ຜະລິດມາຈາກເຈ້ຍເສດ ທີ່ບໍ່ໄດ້ໃຊ້ແລ້ວ ໂດຍການບົດເອົາເຍື້ອ ແລ້ວນໍາມາປັ້ນເປັນຮູບຕ່າງໆ ເຊັ່ນຮູບ: ທາດຫລວງ, ປະຕູໄຊ, ຮູບຕົ້ນໂພ, ຮູບ ວັດວາອາຮາມ ແລະ ອື່ນໆ ທີ່ສ່ອງແສງ ເຖິງເອກະລັກຄວາມເປັນລາວ ຜ່ານ ຮູບທີ່ຜະລິດອອກມາ ເພື່ອຈໍາໜ່າຍໃຫ້ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງ ປະເທດ ໄດ້ຊື້ເປັນເຄື່ອງທີ່ລະນຶກ ເມື່ອ ໄດ້ມາຢ້ຽມຢາມລາວ ພ້ອມດຽວກັນປະ ຊາຊົນລາວເຮົາ ກໍນິຍົມຊື້ເປັນເຄື່ອງທີ່ ລະນຶກໃນໂອກາດສໍາຄັນຕ່າງໆ. ສະ ນັ້ນ, ຈຶ່ງເຮັດໃຫ້ຜະລິດຕະ ພັນຫັດຖະ ກໍາລີໄຊໂຄ້ອາດ ດໍາລົງຄົງຕົວເປັນເວ ລາຫລາຍສິບປີ ແລະ ໄດ້ສ້າງປະໂຫຍດ ໃຫ້ແກ່ສັງຄົມຢ່າງຫລວງຫລາຍ ບໍ່ວ່າ ຈະເປັນດ້ານສິ່ງເວດລ້ອມ ແລະ ການ ສ້າງວຽກງານໃຫ້ປະຊາຊົນ. ນາງ ມາລາວົງ ມະນີແສງ ເວົ້າສູ່ ຟັງວ່າ: ຜະລິດຕະພັນລາວຫັດຖະກໍາ ລີໄຊ ໂຄ້ອາດ ເປັນຜະລິດຕະພັນທີ່ເຮັດ ມາຈາກເຈ້ຍເອຊີ (A4) ທີ່ໃຊ້ແລ້ວ ແລະ ເອກະສານເກົ່າຕ່າງໆ ນຳມາບົດ ເອົາເຍື້ອແລ້ວມາປັ້ນເປັນຜະລິດຕະ ພັນຕ່າງໆ ເຊິ່ງວິທີການປັ້ນໄດ້ນໍາໃຊ້ ເຕັກນິກສະເພາະຂອງຕົນເອງ, ໂດຍ ຜະລິດຕະພັນນີ້ ເລີ່ມຕົ້ນເຮັດມາ ແຕ່ປີ 2012 ຕອນນັ້ນຂາຍຢູ່ໃສກໍ່ຂາຍບໍ່ໄດ້ ເລີຍໄປຂາຍຕາມຕະຫລາດກໍ່ຂາຍບໍ່ ໄດ້, ໄດ້ແຕ່ຄໍາເວົ້າທີ່ເວົ້າໃຫ້ວ່າ “ກໍ່ ຍ້ອນມັນເປັນເຈ້ຍເສດຈຶ່ງບໍ່ໄດ້ຂາຍ” ເມື່ອໄດ້ຍິນຄໍາເວົ້ານີ້ກໍຮູ້ສຶກນ້ອຍໃຈ ທັງທີ່ສິນຄ້າທີ່ຜະລິດອອກມາສວຍ ງາມແຕ່ຍັງບໍ່ເປັນທີ່ຕ້ອງການຂອງຕະ ຫລາດ ທັງທີ່ລາຄາກໍ່ບໍ່ໄດ້ແພງ. ດັ່ງ ປະກາດສ້າງຕັ້ງອໍານາດການປົກຄອງ ປະຕິວັດນະຄອນຫລວງວຽງຈັນ. ມາ ເຖິງທ້າຍເດືອນ 8/1975 ກົງຈັກ ປົກຄອງ ແລະ ກອງທະຫານຝ່າຍວຽງ ຈັນແຕ່ຂັ້ນແຂວງລົງເຖິງຂັ້ນຮາກ ຖານທົ່ວປະເທດຖືກລົບລ້າງທັງໝົດ. ອໍານາດການປົກຄອງປະຕິວັດທຸກຂັ້ນ ໄດ້ສ້າງຕັ້ງຂຶ້ນໃນທົ່ວປະເທດ. ວັນທີ 1 ແລະ 2/12/1975 ກອງປະຊຸມໃຫຍ່ ຜູ້ແທນປະຊາຊົນທົ່ວປະເທດໄ ດ້ໄຂຂຶ້ນ ຢ່າງຄຶກຄື້ນ ຢູ່ນະຄອນຫລວງວຽງຈັນ ຊຶ່ງມີຕົວແທນຂອງບັນດາຊັ້ນຄົນ, ບັນ ດາເຜົ່າ, ສາສະໜາ, ຜູ້ແທນຂອງບັນ ດາອົງການຈັດຕັ້ງມະຫາຊົນ, ຜູ້ຊົງຄຸນ ວຸດທິ, ປັນຍາຊົນ ແລະ ຜູ້ແທນຂອງກໍາ ລັງປະກອບອາວຸດ ລວມ 246 ຄົນ ເຂົ້າ ຮ່ວມ. ກອງປະຊຸມໃຫຍ່ໄດ້ຕົກລົງຮັບ ຮອງເອົາການສະຫລະພະລາຊະບັນ ລັງຂອງເຈົ້າຊີວິດ, ຕົກລົງຍຸບລັດຖະ ບານຊົ່ວຄາວ ແລະ ຄະນະມົນຕີປະສົມ ການເມືອງແຫ່ງຊາດ; ປະກາດລົບ ລ້າງລະບອບລາຊາທິປະໄຕ ແລະ ສ້າງ ຕັ້ງລະບອບ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນຂຶ້ນແທນ; ກໍານົດ ເຄື່ອງໝາຍປະຈໍາຊາດ, ທຸງຊາດ, ເພງ ຊາດ ແລະ ພາສາທາງການ; ຕົກລົງ ສ້າງຕັ້ງ ສະພາປະຊາຊົນສູງສຸດ ແລະ ລັດຖະບານ ສາທາລະນາລັດ ປະຊາທິ ປະໄຕ ປະຊາຊົນລາວ. ປະທານ ສຸພາ ນຸວົງ ໄດ້ຮັບເລືອກຕັ້ງເປັນປະທານປະ ເທດ ທັງເປັນປະທານສະພາ ປະຊາປະ ຊາ ຊົນສູງສຸດ, ສ່ວນປະທານ ໄກສອນ ພົມວິຫານ ໄດ້ຮັບເລືອກຕັ້ງເປັນນາຍົກ ລັດຖະມົນຕີແຫ່ງສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ. ສິ່ງດັ່ງກ່າວ ເປັນປະຫວັດການໃນການຢຶດອໍານາດ ຂັ້ນສຸດທ້າຍຂອງ ການປະຕິວັດລາວ ເຊິ່ງໄດ້ຈາລຶກໃນ ປຶ້ມປະຫວັດສາດ ຂອງຊາດລາວ. ວັນ ຢຶດອໍານາດ 23 ສິງຫາ ປີ 1975 ຈຶ່ງມີຄວາມໝາຍຄວາມສໍາຄັນຫລາຍ ສໍາ ລັບປະຊາຊົນລາວທັງຊາດ ເພາະວ່າ ໄຊຊະນະດັ່ງກ່າວມັນແມ່ນໝາກຜົນ ແຫ່ງການຕໍ່ສູ້ປະຕິວັດອັນຢືດເຢື້ອຍາວ ນານຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ; ມັນແມ່ນຜົນທີ່ເກີດມາ ຈາກຄວາມກ້າຫານປະດິດສ້າງແຫ່ງ ການນໍາໃຊ້ 3 ບາດຄ້ອນຍຸດທະສາດ ເພື່ອຢຶດອໍານາດການປົກຄອງໃນທົ່ວ ປະເທດແບບບົວບໍ່ໃຫ້ຊໍ້າ ນໍ້າບໍ່ໃຫ້ຂຸ່ນ ແມ່ນໄຊຊະນະຂອງແນວທາງການ ປະຕິວັດອັນຖືກຕ້ອງ ແລະ ການນໍາພາ ອັນສະຫລາດສ່ອງໃສຂອງພັກ ທີ່ຮູ້ ໝູນໃຊ້ລັດທິມາກ-ເລນິນ ເຂົ້າໃນພຶດ ຕິກໍາຕົວຈິງຂອງການປະຕິວັດລາວ ຢ່າງປະດິດສ້າງ; ມັນແມ່ນໄຊຊະນະ ກໍາ ລັງແຮງແຫ່ງຄວາມສາມັກຄີເປັນຈິດ ໜຶ່ງໃຈດຽວກັນຂອງປວງຊົນທັງຊາດ, ເປັນຄວາມອັນໜຶ່ງອັນດຽວກັນຂອງ ກອງທັບ ແລະ ປະຊາຊົນບັນດາເຜົ່າ, ແມ່ນໄຊຊະນະຂອງຄວາມສາມັກຄີ ຮ່ວມສໍາພັນສູ້ຮົບ ລະຫວ່າງ ປະຊາ ຊົນລາວ, ປະຊາຊົນຫວຽດນາມ ແລະ ປະຊາຊົນກໍາປູເຈຍທີ່ໄດ້ຄຽງບ່າຄຽງ ໄລ່ກັນຕ້ານສັດຕູໂຕດຽ ວກັນຕະຫລອດ ໄລຍະການປະຕິວັດປົດປ່ອຍຊາດໃນ ເມື່ອກ່ອນກໍຄືໃນພາລະກິດປົກປັກ ຮັກສາ ແລະ ກໍ່ສ້າງປະເທດຊາດໃນປັດ ຈຸບັນ. ນັ້ນ, ຈຶ່ງຕັດສິນໃຈເຂົ້າໄປແຂ່ງຂັນງານ ທະນາຄານໂລກ ເປັນເທື່ອທໍາອິດ ແລະ ໄດ້ລາງວັນຊະນະເລີດ ໂດຍມີເງິນ ລາງ ວັນ 500 ໂດລາ ໃນປີ 2013 ເມື່ອໄດ້ ເງິນລາງວັນມາ ຈຶ່ງນໍາມາພັດທະ ນາ ຜະລິດຕະພັນໃຫ້ມີຄວາມສວຍງາມ ແລະ ຫລາກຫລາຍຮູບແບບ. ພ້ອມດຽວ ກັນ, ກໍ່ສ້າງກາໝາຍສິນຄ້າຂອງຕົນ ເອງຂຶ້ນ ແລ້ວນໍາມາຂາຍໃນສູນການ ຄ້າ ລາວ-ໄອເຕັກ ເປັນເທື່ອທໍາອິດ ໃນ ໄລຍະເວລາ 5 ມື້ຂາຍໄດ້ປະມານ 20 ລ້ານກີບ ກໍ່ຮູ້ສຶກດີໃຈຫລາຍ ທີ່ຕົນເອງ ບໍ່ຍອມທໍ້ຖອຍ ຈົນປະສົບຜົນສໍາເລັດໃນ ອາຊີບນີ້. ໃນຂະນະດຽວກັນ ຜະລິດ ຕະພັນກໍໄດ້ໂອດັອບເມືອງໄຊທານີ ໃນ ປີ 2016 ແລະ ໄດ້ຮັບການຍ້ອງຍໍຈາກ ລັດຖະບານ ພ້ອມມອບຕໍາແໜ່ງຊາວ ໜຸ່ມນະຄອນຫລວງໃຫ້ ເພື່ອເປັນການ ຊຸກຍູ້ສົ່ງເສີມຜະລິດຕະພັນດີໆແບບນີ້ ໃຫ້ມີຄວາມຍືນຍົງ. ນາງ ມາລາວົງ ເວົ້າຕື່ມວ່າ: ແຕ່ອະ ດີດຈົນເຖິງປັດຈຸບັນ ໄດ້ສູ້ຊົນມາ ໄດ້ 10 ປີແລ້ວເຫັນວ່າ ຜະລິດຕະພັນທີ່ຕົນ ເອງສ້າງມາ ເຕີບໃຫຍ່ຂະຫຍາຍຕົວ ເທື່ອ ລະກ້າວ ກໍ່ຮູ້ສຶກພາກພູມໃນ ເພາະ ນອກຈາກສ້າງລາຍຮັບໃຫ້ຄອບຄົວ ແລ້ວ ຍັງປະກອບສ່ວນສ້າງວຽກເຮັດ ງານທໍາ, ສ້າງລາຍຮັບ ໃຫ້ຜູ້ທີ່ເຮັດອາ ຊີບ ເກັບຂີ້ເຫຍື້ອ, ໃຫ້ປະຊາຊົນພາຍໃນ ບ້ານ ແລະ ນັກຮຽນຈາກໂຮງຮຽນວິ ຈິດສິນແຫ່ງຊາດ ຫລາຍສິບຄົນໄດ້ມີ ສ່ວນຮ່ວມໃນຂັ້ນຕອນການຜະລິດ ຕ່າງໆຈົນໄດ້ຮູບປັ້ນທີ່ສວຍງາມອອກ ມາຈໍາໜ່າຍສູ່ສັງຄົມ. ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==