07 xtgmf]k; gsfdko{dkorfaa mtok 18/08/2023 6 gfnvo8Qoxu lkoxt-k-qoc0;' s];'oEmk cdhw07tfuwfh 100% dkooec0;'7e,j;o ln[8+,v[g7njv' -j;pgs]nvz6hxtlq[wroE4h;, 16jg,nv'76o7e 9afdkoc0j'0ao ]qf;y[kd 0hk,xtgmf .ovk-u lqj'glu,dkomjv'mjP;]k; xdl d5j,g,nv'\njo lts]5[ dkocdhw0[aosk1kgl[8yf w]pt II ຂປລ. ແຫລ່ງຂ່າວຈາກ ແຂວງ ຄໍາມ່ວນ ໃຫ້ຮູ້ວ່າ: ວັນທີ 16 ສິງຫາ 2023 ນີ້, ທ່ານ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກ ການເມືອງແນວຄິດ, ວຽກພັກພະ ນັກງານ ແຂວງຄໍາມ່ວນ ຕາງໜ້າ ອຳນາດການປົກຄອງຂອງແຂວງ ພ້ອມດ້ວຍຄະນະ ລົງຢ້ຽມຢາມ ເພື່ອ ໃຫ້ກຳລັງໃຈແກ່ພໍ່ແມ່ປະຊາຊົນທີ່ ຖືກຜົນກະທົບຈາກໄພພິບັດ (ນໍ້າ ຖ້ວມ) ຢູ່ເມືອງຄູນຄໍາ, ພ້ອມທັງ ມອບເຄື່ອງອຸປະໂພກ-ບໍລິໂພກລວມ ມູນຄ່າ 211 ລ້ານກວ່າກີບ ໃຫ້ແກ່ ປະຊາຊົນ 3 ບ້ານ, 365 ຄອບຄົວ ທີ່ໄດ້ຮັບຜົນກະທົບ ໃນນັ້ນ, ປະກອບ ມີ: ບ້ານແກ້ງ 142 ຄອບຄົວ, ບ້ານ ໂພນແຍງ 137 ຄອບຄົວ ແລະ ບ້ານ ນາຄໍາ 86 ຄອບຄົວ ເພື່ອຊ່ວຍເຫລືອ ບັນເທົາທຸກໃນເບື້ອງຕົ້ນ. ທ່ານ ວົງເພັດ ຈິດປັນຍາ ໄດ້ ສະແດງຄວາມເປັນຫ່ວງເປັນໄຍຕໍ່ ພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກເຫດການດັ່ງກ່າວ, ຕໍ່ກັບເຫດ ການນໍ້າຖ້ວມຄັ້ງນີ້ ການນໍາພັກ, ລັດ ແຕ່ລະຂັ້ນ ບໍ່ໄດ້ນິ້ງນອນໃຈນັບ ຕັ້ງແຕ່ມື້ເກີດເຫດ ການນໍາຂັ້ນແຂວງ ກໍໄດ້ລົງມາຊີ້ນຳບັນຊາ, ພ້ອມທັງ ສຸມກຳລັງພົນຈາກບັນດາກົມກອງ ແລະ ພາຫະນະ, ອຸປະກອນຕ່າງໆ ລົງມາຊ່ວຍເຫລືອເຄື່ອນຍ້າຍປະຊາ ຊົນອອກໄປຢູ່ໃນຈຸດທີ່ປອດໄພ, ພ້ອມທັງໄດ້ລະດົມວັດຖຸ-ປັດໄຈ ຈາກບັນດາບໍລິສັດ, ຫ້າງຮ້ານ ແລະ ພາກສ່ວນຕ່າງໆໃນສັງຄົມ ເພື່ອມາ ຊ່ວຍເຫລືອບັນເທົາທຸກໃນເບື້ອງຕົ້ນ. ມາຮອດປັດຈຸບັນ, ສະພາບນໍ້າຖ້ວມ ກໍໄດ້ຫລຸດຜ່ອນລົງ ແຕ່ທີ່ຍັງເປັນ ຫ່ວງ ກໍຄື ສະພາບດຳລົງຊີວິດ ການ ເປັນຢູ່ຂອງປະຊາຊົນ ເຊິ່ງບ້ານ ຂປລ. ແຫລ່ງຂ່າວຈາກ ແຂວງ ຫລວງນໍ້າທາ ໃຫ້ຮູ້ວ່າ: ໄລຍະ 6 ເດືອນຕົ້ນປີ 2023 ສານປະຊາຊົນ ແຂວງຫລວງນໍ້າທາ ສາມາດແກ້ໄຂ ຄະດີທີ່ຄ້າງມາແຕ່ປີ 2022 ທັງຂັ້ນ ຕົ້ນ ແລະ ຂັ້ນອຸທອນ ລວມມີ 16 ເລື່ອງ, ແກ້ໄຂແລ້ວ 16 ເລື່ອງ, ເທົ່າ ກັບ 100 %, ໄດ້ຮັບຄະດີຕ່າງໆທີ່ເຂົ້າ ມາໃໝ່ໃນ ຂັ້ນຕົ້ນ ແລະ ຂັ້ນອຸທອນ ທັງໝົດ 182 ເລື່ອງ. ໃນນີ້, ຕັດສີນ ແລ້ວ 166 ເລື່ອງ, ພິພາກສາ 3 ເລື່ອງ, ໄກ່ເກ່ຍ ແລະ ອື່ນໆ 8 ເລື່ອງ, ລວມ ແກ້ໄຂໄດ້ 177 ເລື່ອງ, ເທົ່າກັບ 97%, ກຳລັງດໍາເນີນ 5 ເລື່ອງ. ທ່ານ ທອງແດງ ສິດທິສົນ ປະທານສານປະຊາຊົນ ແຂວງ ຫລວງນ້ຳທາ ໄດ້ໃຫ້ສຳພາດຕໍ່ສື່ ມວນຊົນ ໃນໂອກາດ ວັນສ້າງຕັ້ງ ສານປະຊາຊົນ ຄົບຮອບ 41 ປີ ກ່ຽວກັບການຈັດຕັ້ງປະຕິບັດໜ້າທີ່ ວຽກງານ ໃນ 6 ເດືອນຕົ້ນປີ 2023 ນິ້ວ່າ: ສານປະຊາຊົນແຂວງຫລວງ ຂປລ. ກົມໂຄສະນາການທ່ອງ ທ່ຽວກະຊວງ ຖະເເຫລງຂ່າວ, ວັດ ທະນະທໍາ ເເລະ ທ່ອງທ່ຽວ ຮ່ວມກັບ ອົງການປົກຄອງເເຂວງຈຳປາສັກ, ເເຂວງອັດຕະປື ແລະ ບໍລິສັດຄຣີນ ເເອັດເເວນເຈີ ຈຳກັດຜູ້ດຽວ ຈັດແຂ່ງ ຂັນລົດ ຮ່ວມລາຍການ ແຂ່ງຂັນລົດ ວິບາກຂ້າມປະເທດໃນທະວີບອາຊີ (ASIA CROSS COUNTRY RALLY) ໃນລະຫວ່າງວັນທີ17- 20 ສິງຫາ 2023 ທີ່ແຂວງ ຈໍາປາສັກ ເເລະ ແຂວງອັດຕະປື ເຊິ່ງ ເປັນກິດຈະກຳໜຶ່ງທີ່ມີຄວາມສໍາຄັນ ເພື່ອໂຄສະນາ-ສົ່ງເສີມການທ່ອງ ທ່ຽວລາວ ໂດຍສະເພາະ ໂຄສະນາ ຢ່າງກວ້າງຂວາງໃຫ້ແກ່ປີທ່ອງ ທ່ຽວລາວ 2024 ທີ່ຈະມາເຖິງ. ໃນຕອນເຊົ້າຂອງ ວັນທີ 17 ສິງຫາ 2023 ນີ້, ຂະບວນລົດ ເເຂ່ງຂັນລົດ ຮ່ວມລາຍການ ASIA CROSS COUNTRY RALLY ໄດ້ເດີນທາງມາຮອດເເຂວງຈຳປາ ສັກ ໂດຍຜ່ານດ່ານສາກົນວັງເຕົ່າ- ຊ່ອງເມັກ, ມີຜູ້ເເຂ່ງຂັນ 200 ກວ່າ ຄົນ, ມາຈາກ 10 ກວ່າປະເທດເຂົ້າ ຮ່ວມ, ມີລົດ 64 ຄັນ. ໃນນັ້ນ, ປະ ເພດລົດແຂ່ງມີຄື: ລົດໃຫຍ່ວິບາກ 44 ຄັນ, ລົດຈັກວິບາກ 19 ຄັນແລະ ລົດສາມລໍ້ວິບາກ 1 ຄັນ ໂດຍມີທ່ານ ຄົມ ດວງຈັນທາ ຫົວໜ້າກົມໂຄສະ ນາການທ່ອງທ່ຽວ ກະຊວງຖະ ແຫລງຂ່າວ,ວັດທະນະທໍາແລະທ່ອງ ທ່ຽວ, ທ່ານ ອິນທີ ເດືອນສະຫວັນ ປະທານບໍລິສັດຄຣີນເເອັດເເວນເຈີ ຈຳກັດຜູ້ດຽວ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ການເເຂ່ງຂັນຈະ ແບ່ງອອກເປັນ 3 ເສັ້ນທາງການແຂ່ງຂັນ ຄື: ເສັ້ນທາງທີ 1 ຫລື SS4 ທີ່ສາມແຍກ ບ້ານວັງເຕົ່າ ເມືອງໂພນທອງ ແຂວງ ຈໍາປາສັກ ໃນໄລຍະທາງ 150 ກິໂລ ແມັດ, ໃຊ້ເວລາໃນການແຂ່ງຂັນ ປະມານ 5 ຊົ່ວໂມງ ແລະ ສີ້ນສຸດ ການແຂ່ງຂັນຢູ່ທີ່ຈຸດເຂົ້າເສັ້ນໄຊ ຂອງເສັ້ນທາງດັ່ງກ່າວ ທີ່ປາກ ທາງເຂົ້າບ້ານກ້ວຍ ເມືອງໂພນ ທອງ ແຂວງຈໍາປາສັກ; ເສັ້ນທາງ ທີ 2 ຫລື SS5 ເລີ່ມຈາກສາມແຍກ ຂປລ. ແຫລ່ງຂ່າວຈາກ ເມືອງ ໝື່ນ ແຂວງວຽງຈັນ ໃຫ້ຮູ້ວ່າ: ປກສ ກຸ່ມບ້ານເມືອງໝື່ນ ຈັດກອງ ປະຊຸມສະຫລຸບວຽກງານການ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະທີ II ໃນວັນທີ 16 ສິງຫາ 2023 ເພື່ອຕີລາຄາຜົນງານ, ຂໍ້ ສະດວກ, ຂໍ້ຫຍຸ້ງຍາກ, ດ້ານດີ ແລະ ດ້ານອ່ອນ ໃນການຈັດຕັ້ງປະຕິບັດ ໃນໄລຍະຜ່ານມາ. ທ່ານ ພັທ ທອງວັນ ຄອງບົວແກ້ວ ຫົວໜ້າ ປກສ ກຸ່ມບ້ານເມືອງໝື່ນ ໄດ້ໃຫ້ຮູ້ວ່າ: ກຸ່ມບ້ານເມືອງໝື່ນ ປະກອບມີ 5 ບ້ານ, ມີເປົ້າໝາຍຖືກ ເຊີນທັງໝົດ 300 ຄົນ, ຍິງ 8 ຄົນ, ມາກວດປັດສະວະຕົວຈິງ 194 ຄົນ , ຍິງ 5 ຄົນ ກວດພົບສານເສບຕິດ 178 ຄົນ, ຍິງ 5 ຄົນ, ຂາດ 106 ຄົນ, ຍິງ 3 ຄົນ. ພ້ອມນີ້, ທ່ານຍັງ ໄດ້ໃຫ້ຮູ້ເຖິງຂໍ້ສະດວກ, ຂໍ້ຫຍຸ້ງຍາກ , ດ້ານດີ ແລະ ດ້ານອ່ອນໃນການ ຈັດຕັ້ງປະຕິບັດໃນໄລຍະຜ່ານມາ. ໂອກາດນີ້, ທ່ານ ພັທ ອາພິນັນ ສ້າງ ຄຳ ຫົວໜ້າ ກອງບັນຊາການ ປກສ ເມືອງໝື່ນ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍ ຕໍ່ຜົນງານໃນການຈັດຕັ້ງ ປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໃນ ກຸ່ມບ້ານເມືອງໝື່ນ ເຊິ່ງເຫັນວ່າໄດ້ ຮັບຜົນດີພໍສົມຄວນ, ແຕ່ຄຽງຄູ່ກັນ ນັ້ນ ຕ້ອງໄດ້ສືບຕໍ່ຕິດຕາມກວດກາ ເປົ້າໝາຍຜູ້ຖືກເຄາະຮ້າຍ, ພ້ອມ ສົມທົບກັບ ປກສ ບ້ານ, ອຳນາດ ການປົກຄອງບ້ານ ປຸກລະດົມ ເປົ້າໝາຍໃຫ້ມີສະຕິ ແລະ ຢຸດເຊົາຕໍ່ ການເສບສິ່ງເສບຕິດ ໃນຕໍ່ໜ້າ. ຕ່າງໆແມ່ນຍັງບໍ່ມີໄຟຟ້າໃຊ້ ເນື່ອງ ຈາກເສົາໄຟຟ້າ ໄດ້ຖືກດິນເຈື່ອນ ຫັກຕົກລົງເຫວຫລາຍຈຸດ ເຊັ່ນ: ຢູ່ ຈຸດພູໄຮ ບໍ່ສາມາດສົ່ງໄຟຟ້າມາໃຫ້ ພໍ່ແມ່ປະຊາຊົນໄດ້ ເຊິ່ງການນໍາ ພັກ, ລັດ ກໍພະຍາຍາມເລັ່ງຊອກຫາວິ ທີແກ້ໄຂຢູ່. ພ້ອມນີ້, ກໍສະເໜີໃຫ້ ປະຊາຊົນ ຄົ້ນຄວ້າຜະລິດກະສິກຳ, ປູກພືດໄລຍະສັ້ນປະເພດຕ່າງໆ ທົດ ແທນຜົນຜະລິດທີ່ເສຍຫາຍ ເພື່ອ ແກ້ໄຂຊີວິດການເປັນຢູ່ປະຈໍາວັນ. ສ່ວນແນວພັນ ໃຫ້ເກັບກຳຂໍ້ມູນ ຄວາມຕ້ອງການ ແລ້ວສະເໜີໄປຍັງ ຂະແໜງທີ່ກ່ຽວຂ້ອງ ຂັ້ນເມືອງ, ຂັ້ນແຂວງ ຄົ້ນຄວ້າຕອບສະໜອງ ແນວພັນພືດຕ່າງໆ. ນອກນີ້, ກໍໃຫ້ ເອົາໃຈໃສ່ດ້ານສຸຂະພາບໂດຍ ໃຫ້ ການຈັດຕັ້ງບ້ານຕິດຕາມກ່ຽວກັບ ພະຍາດ ທີ່ອາດຈະເກີດຂຶ້ນພາຍ ຫລັງທີ່ນໍ້າບົກແຫ້ງ, ກໍລະນີພົບເຫັນ ແມ່ນໃຫ້ຮີບຮ້ອນລາຍງານເພື່ອ ວາງແຜນຕອບໂຕ້ແກ້ໄຂໃຫ້ທັນກັບ ສະພາບການ. ໂອກາດນີ້, ທ່ານຮອງເລຂາ ພັກແຂວງ ຍັງໄດ້ໄປຕິດຕາມເບິ່ງ ສະພາບຈຸດເກີດເຫດດິນເຈື່ອນຖົມ ເສັ້ນ ທາງຢູ່ເຂດພູໄຮ ຕື່ມອີກ. ນ້ຳທາ ໄດ້ເອົາໃຈໃສ່ປັບປຸງກົນໄກ ການດຳເນີນຄະດີໃຫ້ມີຄວາມວ່ອງ ໄວ, ໂປ່ງໄສ, ຖືກຕ້ອງ ແລະ ຍຸຕິທໍາ ໂດຍອີງໃສ່ແນວທາງນະໂຍບາຍ ຂອງພັກ, ມະຕິ, ຄໍາສັ່ງ, ຄໍາແນະນໍາ, ລະບຽບ ແລະ ກົດໝາຍຕ່າງໆ ທີ່ ກ່ຽວຂ້ອງ, ໄດ້ເອົາໃຈໃສ່ພິຈາລະ ນາຕັດສິນຄະດີດ້ວຍຄວາມຮັບຜິດ ຊອບສູງ, ໄດ້ວິນິດໄສ ແລະ ຕອບແກ້ ບັນຫາທີ່ຄູ່ກໍລະນີສະ ເໜີມາຕາມຂັ້ນ ຕອນຂອງກົດໝາຍຢ່າງເຂັ້ມງວດ; ເອົາໃຈໃສ່ເກັບກໍາຂໍ້ມູນຫລັກຖານ ໃຫ້ຄົບຖ້ວນ ໂດຍສະເພາະແມ່ນ ພະຍານ, ບຸກຄົນທີສາມ ແລະ ລົງ ກວດກາສະຖານທີ່ ທີ່ເກີດຂໍ້ຂັດແຍ່ງ; ປະສານສົມທົບກັບອົງການຕ່າງໆ ທີ່ກ່ຽວຂ້ອງ ເພື່ອແກ້ໄຂຄະດີ ໃຫ້ມີ ຄວາມເປັນເອກະພາບ ບົນພື້ນຖານ ຄວາມຖືກຕ້ອງຕາມກົດໝາຍ, ຄະດີ ທີ່ຄ້າງມາແຕ່ປີ 2022 ແລະ ຄະດີ ທີ່ໄດ້ຮັບເຂົ້າມາພິຈາລະນາຕັດສິນ ໃນ 6 ເດືອນຕົ້ນປີ 2023 ສານປະຊາ ຊົນແຂວງ-ເຂດສາມາດຈັດຕັ້ງປະ ຕິບັດໄດ້ດັ່ງນີ້: ສານປະຊາຊົນແຂວງ ຄະດີທີ່ຄ້າງມາແຕ່ປີ 2022 ທັງຂັ້ນ ຕົ້ນ ແລະ ຂັ້ນອຸທອນ ລວມມີ 16 ເລື່ອງ, ແກ້ໄຂແລ້ວ 16 ເລື່ອງ, ເທົ່າ ກັບ 100 %, ໄດ້ຮັບຄະດີຕ່າງໆ ທີ່ເຂົ້າມາໃໝ່ໃນ ຂັ້ນຕົ້ນ ແລະ ຂັ້ນ ອຸທອນ ທັງໝົດ 182 ເລື່ອງ, ໃນນີ້ ຕັດສິນແລ້ວ 166 ເລື່ອງ, ພິພາກສາ ບ້ານຫລັກ 48, ເມືອງປະທຸມພອນ, ແຂວງຈໍາປາສັກ ຜ່ານເຂົ້າເຂດ ເມືອງສະໜາມໄຊ ແຂວງອັດຈະປື ແລະ ກັບເຂົ້າມາຄືນທີ່ເມືອງປາກ ຊ່ອງ ແຂວງຈຳປາສັກ ດ້ວຍໄລຍະ ທາງ 168 ກິໂລແມັດ, ໃຊ້ເວລາປະ ມານ 5 ຊົ່ວໂມງ ແລະ ສີ້ນສຸດການ ແຂ່ງຂັນຢູ່ຈຸດເຂົ້າເສັ້ນໄຊ ທີ່ບ້ານ ກົງຕຸ່ນ ເມືອງປາກຊ່ອງ, ແຂວງ ຈຳປາສັກ ແລະ ເສັ້ນທາງທີ 3 ຫລື SS6 ເລີ່ມຕົ້ນຈາກຈຸດປ່ອຍລົດ ບ້ານ ທາງແບ່ງ ເມືອງຈຳປາສັກ ແຂວງ ຈຳປາສັກ ແລະ ໄປສິ້ນສຸດຢູ່ຈຸດ ເຂົ້າເສັ້ນໄຊ ທີ່ບ້ານຝັ່ງແດງ ເມືອງ ໂພນທອງ. ສໍາລັບ, ກະຕິກາການເເຂ່ງຂັນປະ ເພດລົດໃຫຍ່ ແມ່ນ 10 ນາທີ ປ່ອຍ ລົດ 1 ຄັນ, ສ່ວນລົດຈັກ ເເມ່ນປ່ອຍ 1 ນາທີ ຕໍ່ໜຶ່ງຄັນ, ລົດເເຕ່ລະຄັນ ມີ ກ້ອງບັນທຶກຄວາມໄວ ເເລະ ເວລາ ເຊິ່ງກ້ອງທີ່ຕິດຕັ້ງໃນລົດເເຕ່ລະ ຄັນ ໄດ້ວາງກະຕິກາໃຫ້ລະອຽດ ເເລະ ເເຕ່ລະຄັນຕ້ອງປະຕິບັດຕາມ ລະບຽບການເເຂ່ງຂັນ ໂດຍສະ ເພາະການເເລ່ນຜ່ານບ້ານ, ຜ່ານ ທົ່ງນາ ແລະ ສວນ ຈະມີການຈັບ ຄວາມໄວຢ່າງຊັດເຈນ, ການເເຂ່ງ ຂັນທັງໝົດ ເເນໃສ່ຮັບປະກັນຄວາມ ປອດໄພເປັນຫລັກ ເເລະ ຮັກສາສະ ພາບເເວດລ້ອມ. 3 ເລື່ອງ, ໄກ່ເກ່ຍ ແລະ ອື່ນໆ 8 ເລື່ອງ, ລວມແກ້ໄຂໄດ້ 177 ເລື່ອງ, ເທົ່າກັບ 97 %, ກຳລັງດໍາເນີນ 5 ເລື່ອງ, ຄໍາຕັດສີນ ຖືກຂໍອຸທອນ 5 ເລື່ອງ(ຍັງບໍ່ທັນຮູ້ຜົນ); ຄໍາພິພາກ ສາ ຖືກຮ້ອງຂໍລົບລ້າງ 1 ເລື່ອງ (ຍັງ ບໍ່ຮູ້ທັນຜົນ) ແລະ ໄດ້ໃຫ້ກົມຄຸ້ມຄອງ ວິຊາການ ແລະ ສະຖິຕິສານ ຂອງ ສານປະຊາຊົນສູງສຸດແລ້ວ. ສຳລັບທິດທາງແຜນການ 6 ເດືອນ ທ້າຍປີ 2023 ຈະໄດ້ສືບຕໍ່ສຶກ ສາອົບຮົມການເມືອງແນວຄິດໃຫ້ ແກ່ພະນັກງານ ໃຫ້ມີຄຸນທາດການ ເມືອງ, ມີຈັນຍາບັນ-ຈັນຍາທຳ, ມີນໍ້າໃຈຮັກຊາດ, ມີສະຕິເຄົາລົບ ກົດໝາຍຢ່າງເຂັ້ມງວດ, ເອົາໃຈໃສ່ ກວດກາ ແລະ ປະເມີນຜູ້ພິພາກສາ ດີ-ເກັ່ງ ໃຫ້ໄດ້ຕາມມາດຖານ, ສືບ ຕໍ່ຈັດຕັ້ງຄະນະສານເຄື່ອນທີ່ ເພື່ອ ຮັບປະກັນຄວາມປອດໄພໃນການ ເຄື່ອນຍ້າຍຈຳເລີຍມາຕັດສິນຢູ່ສານ ໂດຍສະເພາະແມ່ນຄະດີທີ່ມີໂທດປະ ຫານຊີວິດ; ພິຈາລະນາແກ້ໄຂຄະ ດີໃຫ້ໄດ້ 85 % ຂຶ້ນໄປ, ຖືເອົາການ ໄກ່ເກ່ຍ-ການປະນີປະນອມຄູ່ກໍລະ ນີເປັນຕົ້ນຕໍ ແລະ ບັນຫາສຳຄັນ ອື່ນໆ ເພື່ອເຮັດໃຫ້ການຈັດຕັ້ງປະຕິ ບັດວຽກງານດຳເນີນໄປຢ່າງມີຄຸນ ນະພາບ.
RkJQdWJsaXNoZXIy MTc3MTYxMQ==