gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 18/08/2023 xtgmf]k; 4 3]d c]t gsfdko 11 dq ,dv' rkdg|n v0v']k;Ij ;,da [ dv'ma [s;Pfok, 9a fdv'xt-5 ,lk,a o xt9exu lq j '.9.sh ru j oh v'xt-k-q o]k; c]t xt-k-q o9u o zj kozj kwrry [a foE4h ;, *** ຕໍ່ຈາກໜ້າ 1 *** ຂປລ. ໃນວັນທີ 14 ສິງຫາ 2023 ຜ່ານມາ, ກໍາລັງຫລວງ-ກໍາ ລັງທ້ອງຖິ່ນ 11 ກົມກອງ ພາກເໜືອ ຂອງລາວ ຮ່ວມກັບກອງບັນຊາການ ທະຫານເຂດ 2 ກອງທັບ ປະຊາ ຊົນຫວຽດນາມ ຈັດກອງປະຊຸມສາ ມັນປະຈໍາປີ 2023 ຢູ່ກອງບັນຊາ ການທະຫານແຂວງຫລວງພະບາງ ສປປ ລາວ ເຊິ່ງກອງພົນທີ 2 ໄດ້ ຮັບກຽດເປັນເຈົ້າພາບຈັດກອງປະ ຊຸມດັ່ງກ່າວ, ເປັນກຽດເຂົ້າຮ່ວມ ຂອງສະຫາຍ ພົນຕີ ພັນແສງ ບຸນພັນ ຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບ, ສະຫາຍ ພົນຕີ ຟ້າມ ຮົ່ງເຈືອງ ຫົວໜ້າກອງບັນຊາການ ທະຫານເຂດ 2 ກອງທັບປະຊາຊົນ ຫວຽດນາມ ພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າ ຮ່ວມ. ໃນກອງປະຊຸມ, ທັງສອງຝ່າຍ ໄດ້ຜັດປ່ຽນກັນລາຍງານຜົນສໍາເລັດ ຂອງການຈັດຕັ້ງປະຕິບັດການຮ່ວມ ມືສອງຝ່າຍໃນສຸມປີຜ່ານມາ ໂດຍ ຍົກໃຫ້ເຫັນຈຸດພິເສດສະພາບການ ຂອງໂລກ, ພາກພື້ນ, ສະພາບພົ້ນ ເດັ່ນຢູ່ພາຍໃນປະເທດ ແລະ ບັນດາ ກົມກອງຂອງຕົນ ເປັນຕົ້ນ ວຽກງານ ປ້ອງກັນ ຊາດ-ປ້ອງກັນຄວາມສະ ຫງົບ, ການປົກປັກຮັກສາ ແລະ ສ້າງ ສາພັດທະນາເສັ້ນຊາຍແດນລາວຫວຽດນາມ, ການກໍ່ສ້າງພະນັກ ງານ, ການຊອກຂຸດຄົ້ນຈັດສົ່ງອັດຖິ ທະຫານອາສາສະໝັກ ແລະ ຊ່ຽວ ຊານຫວຽດນາມ ທີ່ເສຍສະລະຊີວິດ ໃນປາງສົງຄາມກັບຄືນປະເທດ, ການຊ່ວຍເຫລືອກໍ່ສ້າງພື້ນຖານ ໂຄງລ່າງເຕັກນິກການທະຫານ, ການແພດ, ການສ້າງເສດຖະກິດ, ວັດທະນະທໍາ-ສັງຄົມ ແລະ ບັນຫາ ອື່ນໆ ທີ່ຈະຕ້ອງເສີມຂະຫຍາຍ, ສືບຕໍ່ ປັບປຸງແກ້ໄຂຮ່ວມມືໃນຕໍ່ໜ້າໃຫ້ຮັດ ແໜ້ນຂຶ້ນເປັນກ້າວໆ, ຍູ້ແຮງການ ພັດທະນາຂອງສອງປະເທດ ກໍຄື ກໍາລັງຫລວງ-ກໍາລັງທ້ອງຖິ່ນ 11 ກົມກອງພາກເໜືອລາວ ແລະ ກອງບັນຊາການທະຫານເຂດ 2 ກອງທັບປະຊາຊົນຫວຽດນາມ ໃຫ້ ນັບມື້ກ້າວສູ່ລວງເລິກ. ທັງນີ້, ກໍເພື່ອ ປະຕິບັດຕາມສັນຍາພົວພັນຮ່ວມມື ທີ່ໄດ້ລົງນາມນໍາກັນໃນຄັ້ງ ວັນທີ 2 ສິງຫາ 2022 ຢູ່ທີ່ກອງບັນຊາການ ທະຫານເຂດ 2 ກອງທັບປະຊາຊົນ ຫວຽດນາມ, ໄດ້ຈັດຕັ້ງແຮກສ່ຽວ ນໍາກັນ ໂດຍສະເພາະບັນດາກອງບັນ ຊາການທະຫານແຂວງ ແລະ ກົມ ກອງທີ່ມີຊາຍແດນຕິດຈອດກັນ ຕ້ອງໄດ້ມີການເຄື່ອນໄຫວພົວພັນ ແຮກສ່ຽວ, ແລກປ່ຽນບົດຮຽນຊ່ວຍ ເຫລືອເຊິ່ງກັນ ແລະ ກັນຢ່າງເປັນ ປົກກະຕິ ເພື່ອເສີມຂະຫຍາຍມູນເຊື້ອ ແຫ່ງຄວາມສາມັກຄີແບບພິເສດ, ການພົວພັນຮ່ວມມືຮອບດ້ານລະ ຫວ່າງສອງພັກ, ສອງລັດ, ສອງກອງ ທັບ ລາວ-ຫຽວດນາມ ໂດຍສະ ເພາະ ກໍຄື ບັນດາກົມກອງທະຫານ ພາກເໜືອຂອງລາວ ກັບກອງບັນຊາ ການທະຫານເຂດ 2 ກອງທັບປະ ຊາຊົນຫວຽດນາມ ໃຫ້ໝັ້ນຄົງທະ ນົງແກ່ນຕະຫລອດໄປ. ໂອກາດນີ້, ສະຫາຍ ພົນຕີ ພັນ ແສງ ບຸນພັນ ໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນ ສຳເລັດການຮ່ວມມືໃນຊຸມປີຜ່ານ ມາ, ພ້ອມທັງໃຫ້ທິດຊີ້ນໍາຕໍ່ການກຳ ນົດທິດທາງແຜນການເນື້ອໃນການ ຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນ ລະຫວ່າງກົມກອງພາກເໜືອຂອງ ລາວ ກັບກອງບັນຊາການທະຫານ ເຂດ 2 ກອງທັບປະຊາຊົນຫວຽດ ນາມ ໃນຊຸມປີຕໍ່ໜ້າ. ພ້ອມນີ້, ທັງສອງຝ່າຍ ຍັງໄດ້ ເຫັນດີເປັນເອກະພາບກັນລົງນາມ ບົດບັນທຶກຊ່ວຍຈໍາ ສືບຕໍ່ພົວພັນ ຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນ ຕາງໜ້າຝ່າຍລາວ ໂດຍສະຫາຍ ພົນ ຈັດຕະວາ ຄຳດີໄຊຍະວົງ ຫົວໜ້າ ການທະຫານກອງພົນທີ 2, ຝ່າຍ ຫວຽດນາມ ໂດຍສະຫາຍ ພົນຕີ ຟ້າມ ຮົ່ງເຈືອງ ຫົວໜ້າກອງບັນຊາ ການທະຫານເຂດ 2 ກອງທັບປະ ຊາຊົນຫວຽດນາມ ໂດຍມີຄະນະຜູ້ ແທນທັງສອງຝ່າຍເຂົ້າຮ່ວມເປັນ ສັກຂີພິຍານ. ຂໍ້ມູນ-ພາບ: ກະຊວງປ້ອງກັນປະເທດ ຂປລ. ໃນອາທິດຜ່ານມາ, ບັນ ດາປະເທດ ໃນພາກພື້ນອາຊີຕາເວັນ ອອກຕ່າງກໍພາກັນໄດ້ຮັບຜົນກະທົບ ຈາກພະຍຸໃຕ້ຝຸ່ນ ດອກຊູລີ (Doksuri) ທີ່ພັດຜ່ານ ແລະ ຂຶ້ນຝັ່ງເບື້ອງ ທິດຕາເວັນອອກ ຂອງ ສປ ຈີນ ເຮັດ ໃຫ້ເກີດມີຝົນຕົກໜັກ ແລະ ຕົກຕິດ ຕໍ່ກັນເປັນເວລາຫລາຍວັນ ເຊິ່ງ ກາຍເປັນໄພພິບັດທໍາມະຊາດ ຂະ ໜາດໃຫຍ່ ທີ່ສ້າງຄວາມເສຍຫາຍ ເປັນບໍລິເວນກວ້າງ ໃຫ້ແກ່ບັນດາ ປະເທດໃນພາກພື້ນ ໂດຍສະເພາະ ສປ ຈີນ, ຍີ່ປຸ່ນ, ສສ ຫວຽດນາມ, ສປປ ລາວ ແລະ ລາຊະອານາຈັກ ໄທ. ໃນນັ້ນ, ບັນດາປະເທດທີ່ໄດ້ຮັບ ຜົນກະທົບໜັກກວ່າໝູ່ ແມ່ນ ສປ ຈີນ ແລະ ບາງແຂວງຂອງ ສສ ຫວຽດ ນາມ ແລະ ສປປ ລາວ. ນັບແຕ່ພະຍຸໃຕ້ຝຸ່ນ ດອກຊຸລີ ໄດ້ກໍ່ຕົວຂຶ້ນ ແລະ ເລີ່ມພັດ ເຂົ້າສູ່ຈີນ ແຜ່ນດິນໃຫຍ່ ໃນພາກຕາເວັນອອກ ຂອງ ສປ ຈີນ, ນະຄອນຫລວງປັກ ກິ່ງ ແລະ ເຂດໃກ້ຄຽງແຕ່ວັນທີ 2 ສິງຫາ 2023 ໄດ້ເຮັດໃຫ້ເກີດມີ ຝົນຕົກໜັກຕິດຕໍ່ກັນຫລາຍວັນ, ສົ່ງ ຜົນໃຫ້ລະດັບນໍ້າໃນສາຂ າຕ່າງໆ ເພີ່ມຂຶ້ນຢ່າງໄວວາ ຈົນລົ້ນຕາຝັ່ງ ເຂົ້າຖ້ວມບ້ານເຮືອນປະຊາຊົນ, ຕຶກ ອາຄານໃນນະຄອນຫລວງປັກກິ່ງ ແລະ ເຂດເທສະບານໃຈກາງເມືອງ ຫລວງ 13 ເຂດ ທີ່ໄດ້ຮັບຜົນກະທົບ ຢ່າງໜັກ, ມີປະຊາຊົນຫລາຍກວ່າ 1.300.000 ຫລັງຄາເຮືອນທີ່ໄດ້ ຮັບຜົນກະທົບ ແລະ ມີການລາຍ ງານຜູ້ເສຍຊີວິດ 20 ກວ່າຄົນ ແລະ ສູນຫາຍອີກ 70 ກວ່າຄົນ. ອີງຕາມຂໍ້ມູນຈາກສຳນັກຂ່າວ AFP ລາຍງານວ່າ: ການວັດແທກ ປະລິມານນໍ້າຝົນ ໃນໄລຍະ 60 ຊົ່ວໂມງ ນັບແຕ່ວັນທີ 2-6 ສິງຫາ 2023 ແມ່ນວັດໄດ້ສູງສຸດ 740 ມິນລີແມັດ ຫລື ຄິດສະເລ່ຍເທົ່າກັບ ປະລິມານນໍ້າຝົນທີ່ຕົກທັງໝົດຂອງ ເດືອນກໍລະກົດຜ່ານມາ ເຊິ່ງຖືເປັນ ສະຖິຕິສູງສຸດໃນຮອບ 140 ປີ. ນອກຈາກນັ້ນ, ໄພພິບັດນໍ້າຖ້ວມນະ ຄອນຫລວງປັກກິ່ງ ຄັ້ງນີ້ຖືໄດ້ວ່າ ເປັນອຸທົກກະໄພທໍາມະຊາດທີ່ຮຸນ ແຮງສຸດໃນຮອບຫລາຍສິບປີ. ສະ ເພາະໃນນະຄອນຫລວງປັກກິ່ງມີ ລາຍງານການສູນເສຍຊີ ວິດຫລາຍ ກວ່າ10 ຄົນ ແລະ ສູນຫາຍອີກ ຫລາຍສິບຄົນ, ເຮືອນຊານບ້ານ ຊ່ອງ ແລະ ພາຫະນະລົດຫລາຍຮ້ອຍ ຄັນ ໄດ້ຖືກກະແສນໍ້າພັດເສຍຫາຍ ຢ່າງໜັກ, ສ້າງຄວາມສູນເສຍມະຫາ ສານແກ່ປະຊາຊົນທາງດ້ານຊັບສິນ. ຮ້າຍແຮງໄປກວ່ານັ້ນ, ໄດ້ເຮັດໃຫ້ ພີ່ນ້ອງ, ຄອບຄົວຜູ້ເປັນທີ່ຮັກ ແລະ ເສົາຫລັກຕ້ອງໄດ້ເສຍຊີວິດຈາກ ໄປຍ້ອນໄພພິບັດຄັ້ງນີ້. ເຫດການນໍ້າຖ້ວມໃຫຍ່ຄັ້ງນີ້, ສ້າງຄວາມເສຍທາງດ້ານເສດຖະ ກິດເບື້ອງຕົ້ນ ຫລາຍກວ່າ 4,1 ຕື້ ຢວນ. ສະເພາະປີ 2023 ເປັນຕົ້ນ ມາ, ສປ ຈີນ ໄດ້ຜະເຊີນກັບພະຍຸໃຕ້ ຝຸ່ນທັງໝົດ 6 ຄັ້ງ. ໃນນັ້ນ, ຮຸນແຮງ ທີ່ສຸດ ແມ່ນໃຕ້ຝຸ່ນດອກຊູລີທີ່ພັດ ຂຶ້ນຝັ່ງ ເເລະ ເຄື່ອນຕົວເຂົ້າສູ່ນະ ຄອນຫລວງປັກກິ່ງ ແລະ ເຂດເທສະ ບານໃນອາທິດຜ່ານມາ, ສ້າງຜົນກະ ທົບເປັນບໍລິເວນກວ້າງ ແລະ ເກີນ ຄວາມສາມາດຂອງພາກລັດຖະ ບານທີ່ຈະຮັບມືໄດ້ຢ່າງທ່ວງທັນ. ເຖິງ ແມ່ນວ່າ ສປ ຈີນ ຈະມີລະບົບ ແຈ້ງເຕືອນໄພທີ່ທັນສະໄໝ ແລະ ມີ ຄວາມອາດສາມາດດ້ານບຸກຄະລາ ກອນທີ່ກຽມພ້ອມ, ແຕ່ກໍຍັງບໍ່ສາ ມາດຮັບມືໄດ້ຢ່າງທັນການ; ຕະ ຫລອດອາທິດຜ່ານມາ, ທຸກພາກ ສ່ວນທັງທະຫານ, ຕໍາຫລວດ, ກູ້ ໄພ ໄດ້ສຸມທຸກຄວາມພະຍາຍາມ ແລະ ຕະລຸມບອນລົງໃຫ້ການຊ່ວຍ ເຫລືອພໍ່ແມ່ປະຊາຊົນໃນເຂດໄພພິ ບັດທີ່ໄດ້ຮັບຜົນກະທົບ ເພື່ອກອບ ກູ້ເອົາຊີວິດ ແລະ ຊັບສິນຂອງປະ ຊາຊົນເທົ່າທີ່ຈະຊ່ວຍໄດ້. ທັງນີ້, ກໍ ເພື່ອຫລຸດຜ່ອນຄວາມສູນເສຍໃຫ້ ໜ້ອຍທີ່ສຸດ; ເຫດການໄພພິບັດນໍ້າ ຖ້ວມນະຄອນຫລວງປັກກິ່ງຄັ້ງນີ້ ນັບວ່າເປັນເຫດການຮຸນແຮງ ແລະ ຮ້າຍແຮງສຸດ ກວ່າຫລາຍຄັ້ງຜ່ານ ມາ ໂດຍສະເພາະເຫດການນໍ້າຖ້ວມ ໃນ ປີ 1992 ທີ່ຖືວ່າຮຸນແຮງແລ້ວ ກໍຍັງບໍ່ສາມາດທຽບເທົ່າກັບເຫດ ການຄັ້ງນີ້. ນອກຈາກນັ້ນ, ເຫດ ການ ໄພພິບັດນີ້ ຍັງສົ່ງຜົນກະທົບເຮັດ ໃຫ້ພະຣາຊະວັງຕ້ອງຫ້າມທີ່ມີອາ ຍຸເກົ່າແກ່ກວ່າ 600 ປີ ເປັນສະ ຖານທີ່ມໍລະດົກໂລກ ແລະ ອຸທິຍານ ຫລວງຂອງກະສັດໃນຣາຊະວົງຮັນ ແລະ ຊິງ ຖືກນໍ້າຖ້ວມເສຍຫາຍ ໂດຍ: ໂຄງການຄົ້ນຄວ້າ ລາວ-ຈີນ ຫລາຍຈຸດ, ເຊິ່ງມີຄວາມຈໍາເປັນ ຕ້ອງໄດ້ຕິດຕັ້ງເຄື່ອງສູບນໍ້າຫລາຍ ເຄື່ອງ ເພື່ອຊ່ວຍລະບາຍອີກທາງ ໜຶ່ງແທນທີ່ຈະປະປ່ອຍໃຫ້ນໍ້າໄຫລ ຕາມແລວທາງທໍາມະຊາດ, ທັງນີ້ ເພື່ອປົກປັກຮັກສາມູນມໍລະດົກຂອງ ຊາດ ກໍຄື ຂອງໂລກ ໃຫ້ຄົງໄວ້ໃນສະ ພາບເດີມ ແລະ ບໍ່ໃຫ້ຖືກທໍາລາຍສູນ ຫາຍໄປກັບກະແສນໍ້າ. ນອກຈາກ ສປ ຈີນ ທີ່ໄດ້ຮັບຜົນ ກະທົບຈາກໄພພິບັດທີ່ເກີດຈາກພະຍຸ ນີ້ແລ້ວ, ສປປ ລາວ ກໍເປັນອີກປະເທດ ໜຶ່ງ ທີ່ໄດ້ຮັບຜົນກະທົບໜັກເຊັ່ນກັນ ໂດຍສະເພາະທາງພາກເໜືອ, ພາກ ກາງ ແລະ ພາກໃຕ້ ຍ້ອນອິດທິພົນ ຂອງພະຍຸດັ່ງກ່າວໄດ້ເຮັດໃຫ້ມີຝົນ ຕົກໜັກຕິດຕໍ່ກັນຫລາຍວັນໃນບາງ ພາກ ຂອງ ສປປ ລາວ, ເຮັດໃຫ້ປະລິ ມານນໍ້າຝົນຕາມຫ້ວຍນໍ້າລໍາເຊເພີ່ມ ຂຶ້ນຢ່າງໄວວາ ແລະ ເຂົ້າຖ້ວມບ້ານ ເຮືອນ, ໄຮ່ນາຂອງປະຊາຊົນໃນ ຫລາຍເຂດ. ອັນທີ່ຮຸນແຮງແມ່ນເຂດ ພາກກາງຄື: ແຂວງບໍລິຄຳໄຊ, ຄໍາ ມ່ວນ ແລະ ສະຫວັນນະເຂດ. ສະ ເພາະເຂດທີ່ມີການລາຍງານນໍ້າ ຖ້ວມເປັນບໍລິເວນວົງກວ້າງແມ່ນ ເມືອງຄູນຄໍາ, ເມືອງຫີນບູນ ແຂວງ ຄຳມ່ວນ ທີ່ໄດ້ຮັບຜົນກະທົບໜັກ, ເນື້ອທີ່ເຂົ້ານາປີຂອງ ພໍ່ແມ່ປະຊາຊົນ ເສຍຫາຍຫລາຍກວ່າ 1.746 ເຮັກ ຕາ ໃນຈຳນວນ 28 ບ້ານທີ່ນໍ້າຖ້ວມ ໜັກ. ນອກຈາກນໍ້າຖ້ວມແລ້ວ,ຍັງ ເກີດມີດິນເຈື່ອນ ລົງທັບຖະໜົນຫົນ ທາງຫລາຍແຫ່ງ ໂດຍສະເພາະເສັ້ນ ທາງຫລວງເລກ 8A, ເລກ 13 ສາຍໃຕ້ ແລະ 13 ສາຍເໜືອ, ເສັ້ນ ທາງຖືກຕັດຂາດບາງຈຸດ ແລະ ລະ ບົບສາທາລະນະນຸປະໂພກ ເຊັ່ນ: ໄຟຟ້າ, ນໍ້າປະປາ ຖືກຕັດຂາດເປັນ ບ່ອນ, ປະຊາຊົນຫລາຍເຂດ ໄດ້ ຮັບຜົນກະທົບຢ່າງໜັກໃນການດຳ ລົງຊີວິດ ຍ້ອນຂາດເຄື່ອງບໍລິໂພກ ແລະ ອຸປະໂພກ; ມີລາຍງານຊັບສິນ ພາຫະນະຂອງປະຊາຊົນເສຍຫາຍ ຈາກດິນເຈື່ອນ ແລະ ນໍ້າຖ້ວມ ເປັນ ຈຳນວນຫລາຍ, ສະເພາະໃນເຂດບໍ ລິເວນເສັ້ນທາງຫລວງເລກ 8A ທີ່ເຊື່ອມຕໍ່ ລະຫວ່າງເມືອງຄູນຄໍາ ເເຂວງຄໍາມ່ວນ ຫາ ເມືອງຄຳເກີດ ແຂວງບໍລິຄໍາໄຊ ມີພາຫະນະເສຍ ຫາຍ ເປັນຈຳນວນຫລາຍກວ່າ 100 ຄັນ ແລະ ມີລາຍງານຜູ້ສູນຫາຍ 1 ຄົນ. ປັດຈຸບັນ, ຄະນະກຳມະການຄຸ້ມ ຄອງໄພພິບັດຂັ້ນເມືອງ, ແຂວງ ແລະ ຂັ້ນສູນກາງ ກໍາລັງສົມທົບຂຸ້ນ ຂ້ຽວລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ໃນເຂດປະສົບໄພພິບັດ. ພ້ອມກັນ ນັ້ນ, ຫລາຍພາກສ່ວນທັງພາກລັດ, ເອກະຊົນ, ບໍລິສັດຫ້າງຮ້ານ, ນັກທຸ ລະກິດ ທັງພາຍໃນ ແລະ ຕ່າງປະເທດ ກໍາລັງລະດົມບໍລິຈາກໃຫ້ການຊ່ວຍ ເຫລືອປະຊາຊົນທີ່ໄດ້ຜົນກະທົບ ເຖິງວ່າ ຈະປະສົບກັບສະພາບເສດ ຖະກິດຫຍຸ້ງຍາກ, ຜຶດເຄືອງ, ແຕ່ທຸກ ພາກສ່ວນຄົນລາວກໍບໍ່ຖິ້ມກັນໃນ ຍາມເກີດໄພພິບັດ. ໄພພິບັດທຳມະຊາດບໍ່ມີໃຜ, ປະ ເທດໃດ ຢາກໃຫ້ເກີດຂຶ້ນ,ແຕ່ກໍບໍ່ ສາມາດຫລີກລ່ຽງໄດ້, ເຖິງແມ່ນວ່າ ປະເທດນັ້ນ ຈະຮັ່ງມີ ຫລື ທຸກຍາກ, ນ້ອຍ ຫລື ໃຫຍ່, ທັນສະໄໝ ຫລື ຫລ້າ ຫລັງ ກໍບໍ່ສາມາດຫລີກລ່ຽງໄດ້. ຖ້າເກີດຂຶ້ນແລ້ວ, ມີແຕ່ເຮັດແນວ ໃດຈະຊ່ວຍເຫລືອຜູ້ປະສົບໄພໄດ້ ຢ່າງທັນການ ແລະ ປອດໄພ; ການ ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ເບິ່ງ ແຍງກັນ ແລະ ໃຫ້ກຳລັງໃຈກັນໃນ ຍາມວິກິດ ແລະ ເກີດໄພພິບັດແມ່ນ ນໍ້າໃຈອັນປະເສີດທີ່ສະແດງເຖິງ ຄວາມສາມັກຄີຮັກແພງທີ່ແທ້ຈິງ, ເຫັນອົກເຫັນໃຈກັນໃນຍາມລໍາ ບາກ, ບໍ່ແຕກຕ່າງຫຍັງກັບການທຳ ບຸນ. ສະນັ້ນ, ທຸກໆພາກສ່ວນຈຶ່ງລະ ດົມກັນຕາມຄວາມສາມາດ ແລະ ກຳລັງແຮງ ເພື່ອຊ່ວຍພີ່ນ້ອງຮ່ວມ ຊາດ ທີ່ກຳລັງຜະສົບກັບໄພນໍ້າຖ້ວມ ໃນທຸກເຂດ, ທຸກແຂວງທົ່ວປະ ເທດລາວ. ເນື່ອງຈາກປະຊາຊົນ ສອງຊາດ ລາວ ແລະ ຈີນ ກຳລັງປະສົບກັບໄພພິ ບັດທຳມະຊາດຄັ້ງຮຸນແຮງນີ້, ຂໍ ອວຍພອນ ແລະ ເປັນກຳລັງໃຈໃຫ້ ປະຊາຊົນຜູ້ປະສົບໄພທຸກໆທ່ານ, ທຸກຄອບຄົວ ຈົ່ງປອດໄພ ແລະ ຜ່ານຜ່າເຫດການໃນຄັ້ງນີ້ໂດຍໄວ. ພ້ອມກັນນັ້ນ, ກໍຂໍເປັນກຳລັງໃຈໃຫ້ ແກ່ທຸກພາກສ່ວນ, ພະນັກງານ, ທະ ຫານ, ຕຳຫລວດ, ອ້າຍນ້ອງກູ້ໄພ ແລະ ພາກສ່ວນທີ່ກ່ຽວຂ້ອງພ້ອມ ກັນສູ້ ເພື່ອຂ້າມຜ່ານເຫດການຄັ້ງ ນີ້ ໃຫ້ບັນລຸຕາມຄວາມມຸ້ງມາດປາ ຖະໜາ ເພື່ອຊ່ວຍພໍ່ແມ່ປະຊາຊົນ ໃນການຟຶ້ນຟູສະພາບໃຫ້ກັບຄືນມາ ເປັນປົກກະຕິ. ອວຍພອນໃຫ້ການ ນໍາພັກ-ລັດຂອງສອງຊາດລາວຈີນ ນໍາພາປະຊາຊົນຜ່ານຜ່າໄພພິ ບັດ ແລະ ຄວາມຫຍຸ້ງຍາກຄັ້ງນີ້ໄດ້ ຢ່າງມີໄຊ. ຊ່ຽວຊານອາຊຽນ-ຍີ່ປຸ່ນ... ຄົນປົກກະຕິ ແລະ ຄົນພິການລາວ. ທ່ານ ສຈ. ດຣ ຮາກາຮີໂຣະ ຊາໂຕ ຫົວໜ້າໂຄງການຜູ້ນໍາດ້ານ ກິລາຄົນພິການ ໄດ້ໃຫ້ຮູ້ໃນໂອກາດ ເຂົ້າພົບປະຢ້ຽມຢາມການນຳກະ ຊວງສຶກສາທິການ ແລະ ກິລາ (ສສກ) ໂດຍການຕ້ອນຮັບ ຈາກ ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີກະຊວງ ສສກ ໃນ ວັນທີ 15 ສິງຫາ 2023 ຜ່ານມາ ວ່າ: ການມາເຄື່ອນໄຫວເຮັດວຽກ ເກັບເອົາຂໍ້ມູນ ສຳພາດເຮັດບົດວິໄຈ ກ່ຽວກັບກິລາຄົນພິການ, ຄູພະລະ ສຶກສາ ແລະ ການມີສ່ວນຮ່ວມຂອງ ຄົນປົກກະຕິ ແລະ ຄົນພິການລາວ ໃນຄັ້ງນີ້, ຄະນະຊ່ຽວຊານອາຊຽນຍີ່ປຸ່ນ ໄດ້ຮ່ວມເຮັດວຽກກັບກົມກິ ລາມວນຊົນ, ພະລະ ແລະ ສິລະປະ ສຶກສາ, ພ້ອມທັງສຳພາດຜູ້ເຂົ້າ ຮ່ວມກອງປະຊຸມ ຄູສອນ ພະລະສຶກ ສາມັດທະຍົມ 7 ແຫ່ງ, ດຳເນີນການ ສຳພາດຜູ້ເຂົ້າຮ່ວມກອງປະຊຸມ ຄູຝຶກກິລາຍົກນໍ້າໜັກ, ຄູຝຶກກິລາ ແລ່ນ-ລານ, ຄູຝຶກກິລາລອຍນໍ້າ, ດຳເນີນການສຳພາດຜູ້ເຂົ້າຮ່ວມ ກອງປະຊຸມຄູຝຶກກິລາໂກນບານ, ຄູ ຝຶກກິລາບານບ້ວງລໍ້ເລື່ອນ, ຄູຝຶກ ກິລາບານເຕະ ແລະ ຄູຝຶກກິລາ ບັອດເຊຍ ແລະ ໄດ້ໄປຢ້ຽມຊົມສະ ຖານທີ່ຝຶກຊ້ອມແຫ່ງຕ່າງໆ. ນອກ ຈາກນັ້ນ, ຍັງໄດ້ສຳພາດນັກກິລາ ໂກນບານ, ນັກກິລາບານບ້ວງລໍ້ ເລື່ອນ, ນັກກິລາບານເຕະ ແລະ ນັກ ກິລາບັອດເຊຍ ຕື່ມອີກ. ໂອກາດນີ້, ນາງ ຂັນທະລີ ສີຣິພົງພັນ ໄດ້ສະແດງຄວາມຂອບ ໃຈ ຍັງຄະນະຊ່ຽວຊານ ອາຊານຍີ່ປຸ່ນ ທີ່ໄດ້ປະກອບສ່ວນໃນວຽກ ງານການພັດທະນາພະລະສຶກສາ ແລະ ວຽກງານກິລາ-ກາຍະກຳຄົນ ພິການ ເປັນການຮຽນຮູ້, ເຂົ້າໃຈຕໍ່ ບົດຮຽນອັນໃໝ່ ເພື່ອນຳໄປຈັດຕັ້ງ ປະຕິບັດວຽກງານໃຫ້ມີຜົນສຳ ເລັດ. ໃນໄລນະຜ່ານມາກະຊວງ ສສກ ໄດ້ມີສາຍສຳພັນທີ່ດີ ແລະໄດ້ ຮັບການຊ່ວຍເຫລືອຈາກປະເທດ ຍີ່ປຸ່ນຫລາຍດ້ານ ໂດຍສະເພາະ ວຽກງານກິລາ-ກາຍະກຳຄົນພິ ການ ແລະ ອື່ນໆ ຂໍ້ມູນ: ສົງການ ພັນແພງດີ
RkJQdWJsaXNoZXIy MTc3MTYxMQ==