5684

rk]tdyfxt8y;af-kf xt-kmyxtw8 0v' xtmko 7ew8 luraofvo xtgmf]k; 3 18/08/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ໄໝຄຳຍ້ອມສິນ ແຕ່ວ່າໃນໄລຍະແຕ່ປີ 19391945 ສົງຄາມໂລກຄັ້ງທີ II ໄດ້ ເກີດຂຶ້ນ ແລະ ແຜ່ຂະຫຍາຍກວ້າງ ອອກ, ຢູ່ທາງອາຊີກໍມີສົງຄາມຮຸກ ຮານຂອງພວກຂຸນເສິກຍີ່ປຸ່ນ; ເພາະ ສະນັ້ນ ເມື່ອມາຮອດເດືອນມີນາ 1945 ພວກຂຸນເສິກຍີ່ປຸ່ນຈຶ່ງເຂົ້າ ມາຢຶດຄອງ 3 ປະເທດອິນດູຈີນ, ທະຫານຝຣັ່ງທີ່ມີກໍາລັງອ່ອນກວ່າ ໄດ້ຍອມຈໍານົນໃຫ້ຍີ່ປຸ່ນ, ຈໍານວນ ໜຶ່ງທີ່ຢູ່ພາກເໜືອ ຂອງ ລາວ ກໍ ໂຕນໜີອອກໄປຈີນ. ປະທານ ຄໍາໄຕ ສີພັນດອນ ທີ່ຫາກໍ່ໄປເຮັດວຽກຢູ່ ແຂວງຜົ້ງສາລີ ກໍມີຄວາມສັບສົນ ຕໍ່ສະພາບການ, ຖ້າຈະກັບເມື່ອ ບ້ານກໍ່ຫຍຸ້ງຍາກ, ເສັ້ນທາງຫ່າງ ໄກ ແລະ ບໍ່ຮູ້ວ່າສະພາບການຢູ່ ທາງພາກໃຕ້ເປັນແນວໃດ; ສຸດ ທ້າຍ ເພິ່ນຈຶ່ງຕັດສິນໃຈໄປນໍາພວກ ຝຣັ່ງທີ່ຖອຍໄປຢູ່ເມືອງຄຸນໝິງ (ມົນທົນຢູນານປະເທດຈີນ). ຢູ່ ເມືອງຄຸນໝິງ ໄລຍະໜຶ່ງກໍໄດ້ຍ້າຍ ໄປເມືອງການກຸດຕາ (ປະເທດອິນ ເດຍ). ຢູ່ປະເທດອິນເດຍໄລຍະໜຶ່ງ ສົງຄາມໂລກ ຄັ້ງທີ II ໄດ້ຢຸດຕິລົງ, ຍີ່ປຸ່ນຍອມຈໍານົນຕໍ່ພັນທະມິດ ແລະ ຖອນກໍາລັງອອກຈາກອິນດູຈີນ. ຈາກນັ້ນ ປະທານ ຄໍາໄຕ ສີພັນດອນ ຈຶ່ງໄດ້ກັບຄືນປະເທດລາວ, ໂດຍຂີ່ ບົດສະເໜີ (ເນື່ອງໃນໂອກາດວັນເກີດ ຄົບຮອບ100 ປີ 08 ກຸມພາ 1924-08 ກຸມພາ2024) ເຮືອບິນແຕ່ການກຸດຕາ ມາໄຊງ່ອນ (ພາກໃຕ້ ຫວຽດນາມ) ແລະ ຂີ່ລົດ ຈາກໄຊງ່ອນມາປາກເຊ ເພື່ອສືບຕໍ່ ປະຕິບັດໜ້າທີ່ເປັນນາຍສາຍ ຊຶ່ງເວ ລານັ້ນ ຈັກກະພັດຝຣັ່ງ ໄດ້ກັບຄືນ ມາຢຶດຄອງປະເທດເຮົາເປັນເທື່ອ ທີ່ສອງ. ເວລາເຮັດໜ້າທີ່ໄປ ສະນີຢູ່ປາກ ເຊ ປະທານ ຄໍາໄຕ ສີພັນດອນ ໄດ້ ມີການລິເລີ່ມເຄື່ອນໄຫວປະຕິວັດ ດ້ວຍການເຂົ້າຮ່ວມໃນຂະບວນຊາວ ໜຸ່ມ, ຂ້າລາຊະການ ແລະ ທະຫານ. ໂດຍໄດ້ເຮັດວຽກໂຄສະນາປຸກລຸກ ຂົນຂວາຍ ສ້າງຂະບວນການຕໍ່ ຕ້ານພວກຝຣັ່ງຢູ່ເມືອງປາກເຊ; ພ້ອມກັນນັ້ນກໍຕິດຕໍ່ພົວພັນກັບການ ຈັດຕັ້ງແນວລາວອິດສະຫລະ. dkolkh '7;k,glpskpzkj olnlj 'a 7,q vvo]kp 8hv'Ia[zyf-v[8k,dqf\kp ປະທານ ຄຳໄຕ ສີພັນດອນ ໂອ້ລົມອ້າຍນ້ອງກຳລັງປະກອບອາວຸດ *** ຕໍ່ຈາກສະບັບກ່ອນ *** *** ອ່ານຕໍ່ສະບັບໜ້າ *** * ເນື່ອງໃນໂອກາດ ວັນສື່ມວນ ຊົນ ແລະ ການພິມຈຳໜ່າຍ ຄົບຮອບ 73 ປີ, ທ່ານ ໄມອອນ ທຳມະວົງ ຜູ້ ອຳນວຍການລັດວິສາຫະກິດ ໂຮງ ພິມແຫ່ງລັດ ໄດ້ໃຫ້ສຳພາດຕໍ່ສື່ ມວນຊົນ ເມື່ອບໍ່ດົນມານີ້ ໂດຍທ່ານ ໄດ້ຫວນຄືນເຖິງປະຫວັດຄວາມ ເປັນມາ ແຫ່ງການກຳເນີດເຕີບໃຫຍ່ ຂະຫຍາຍຕົວ ຂອງລັດວິສາຫະ ກິດໂຮງພິມແຫ່ງລັດ ເຊິ່ງເປັນໂຮງ ພິມແຫ່ງໜຶ່ງ ທີ່ໄດ້ຕິດພັນກັບປະ ຫວັດສາດ-ກັບການປະຕິວັດ ໄດ້ ສ້າງຕັ້ງຂຶ້ນໃນວັນທີ 13 ສິງຫາ 1950 ເຊິ່ງໃນເມື່ອກ່ອນເອີ້ນວ່າ ໂຮງພິມແນວລາວອິດສະຫລະ, ຕໍ່ ມາເປັນໂຮງພິມແນວລາວຮັກຊາດ, ມາເປັນໂຮງພິມແຫ່ງລັດ ແລະ ກ້າວ ຂຶ້ນມາເປັນ ບໍລິສັດລັດວິສາຫະກິດ ໂຮງພິມແຫ່ງລັດ ໃນປັດຈຸບັນ. ນັບແຕ່ປີ 2016-2023 ໂຮງ ພິມແຫ່ງລັດ ໄດ້ຊື້ເຄື່ອງຈັກໃໝ່ 8 ໜ່ວຍ ປະກອບມີ ຈັກພິມ, ຈັກຕັດ ທີ່ເປັນເຄື່ອງທັນສະໄໝມາຮັບໃຊ້ ບໍລິການແກ່ສັງຄົມ. ແຕ່ເນື່ອງຈາກ 73 xu 3I'ry,csj']af g8u[.spj0tspkp8q;rhv,[=]ydko ;jv'w; c]t Ia[xtdao75ootrk[ ໃນໄລຍະນີ້ ສະພາບເສດຖະກິດ ຝຶດ ເຄື່ອງເຮັດໃຫ້ບໍລິມາດພິມຫລຸດລົງ ຫລາຍ ບວກກັບອັດຕາແລກປ່ຽນ ມີການເໜັງຕີງໃນແຕ່ລະວັນ ເຮັດ ໃຫ້ການນຳເຂົ້າວັດຖຸດິບຈາກຕ່າງ ປະເທດມີລາຄາສູງ ເຮັດໃຫ້ການ ດຳເນີນທຸລະກິດ ພົບຄວາມຫຍຸ້ງ ຍາກ. ແຕ່ເຖິງແນວໃດກໍຕາມຈະພະ ຍາຍາມສູ້ຊົນເຮັດໃຫ້ດີທີ່ສຸດ ເພື່ອ ຮັກສາໂຮງພິມແຫ່ງນີ້ ໃຫ້ຍືນຍົງ ຄົງຕົວຮັກສາບົດບາດຊື່ສຽງໂຮງ ພິມເກົ່າແກ່ ທີ່ເກີດກັບການປະຕິວັດ ແຫລ່ງຂ່າວຈາກ: ໝັງສືພິມປະ ຊາຊົນ ຊາດ 73 ປີ ໄວ້ໃຫ້ໝັ້ນຄົງ ຍືນຍົງ ຕະຫລອດໄປ. ທັງນີ້ເພື່ອປະກອບ ສ່ວນ ໃນການສ້າງສາພັດທະນາປະ ເທດຊາດ ກໍຄືບໍລິການສິ່ງພິມໃຫ້ລູກ ຄ້າໄດ້ຢ່າງວ່ອງໄວ, ທັນໃຈ ແລະ ຮັບ ປະກັນໄດ້ຄຸນນະພາບ. ທ່ານ ໄມອອນ ທຳມະວົງ ກ່າວ ຕື່ມວ່າ: ສຳລັບທິດທາງແຜນການ ໃນຊຸມປີຕໍ່ໜ້າ ເຖິງຈະພົບຄວາມ ຫຍຸ້ງຍາກຫລາຍປານໃດກໍຕາມ ພວກເຮົາຈະຕ້ອງໄດ້ເອົາໃຈໃສ່ປັບ ປຸງດ້ານເຕັກນິກການພິມ ໃຫ້ມີຄວາມ ກ້າວໜ້າ-ຫັນໄປສູ່ຄວາມທັນສະ ໄໝ ເທື່ອລະກ້າວ ຕາມກົນໄກເສດ ຖະກິດຕະຫລາດ, ມີຄວາມຮັບຜິດ ຊອບຕໍ່ໜ້າທີ່ວຽກງານຕາມວິໄສ ທັດ. ພ້ອມທັງ, ຫວັງວ່າລູກຄ້າທັງ ພາກລັດ ແລະ ເອກະຊົນ ຈະໄດ້ສືບ ຕໍ່ໃຫ້ການສະໜັບສະໜູນ ເອົາສິ່ງພິມ ຕ່າງໆມາໃຫ້ພວກເຮົາບໍລິການຕໍ່ ພວກເຮົາພ້ອມແລ້ວ ທີ່ຈະໃຫ້ການ ຮ່ວມມື ຖືການບໍລິການມີຄວາມສຳ ຄັນເອົາຄຸນ ນະພາບມາກ່ອນລາຄາ. * ໃນປັດຈຸບັນ ການນຳໃຊ້ໂທລະ ສັບມືຖື ບໍ່ແມ່ນພຽງແຕ່ຊ່ອງທາງ ດຽວໃນການໂທ ຫລື ສົ່ງຂໍ້ຄວາມ ຜ່ານເຄືອຂ່າຍໂທລະສັບເທົ່ານັ້ນແຕ່ ເຮົາຍັງສາມາດໂທ ແລະ ສົ່ງຂໍ້ຄວາມ ຜ່ານເຄືອຂ່າຍສື່ສັງຄົມອອນລາຍ ຫລື ທີ່ເອີ້ນວ່າ Social Network ຊຶ່ງການນໍາໃຊ້ສື່ສັງຄົມ ອອນລາຍ ໃນການໂທ ແລະ ສົ່ງຂໍ້ຄວາມນີ້ມີ ຄວມສະດວກສະບາຍ, ວ່ອງໄວ ແລະ ທີ່ສໍາຄັນແມ່ນມີລາຄາຖືກ. ການນໍາໃຊ້ສື່ສັງຄົມອອນລາຍນັບ ມື້ນັບ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ຍັງ ມີທ່າທີເພີ່ມຂຶ້ນເລື້ອຍໆ ໂດຍສັງເກດ ຈາກສະຖິຕິການນຳໃຊ້ສື່ສັງຄົມ ອອນລາຍໃນແຕ່ລະປີສະແດງໃຫ້ ເຫັນວ່າ ສື່ສັງຄົມອອນລາຍມີຂໍ້ດີ ຢ່າງຫລວງຫລາຍ ໂດຍສະເພາະ ເປັນຊ່ອງທາງຊ່ວຍໃນການຕິດຕໍ່ ສື່ສານ ແລະ ສ້າງຄວາມສໍາພັນລະ ຫວ່າງບຸກຄົນ, ກຸ່ມຄົນ ເພຶ່ອເຜີຍແຜ່ ຂໍ້ມູນຂ່າວສານ ແລະ ສາລະຄວາມ ຮູ້, ການໂຄສະນາ ແລະ ປະຊາສໍາ ພັນທີ່ເປັນປະໂຫຍດຕໍ່ອົງການ, ທຸ ລະກິດ ແລະ ການຄ້າ ແລະ ສາມາດ ນຳໃຊ້ເປັນຊ່ອງທາງໃນການຊ່ວຍ ເຫລືອສັງຄົມ. ສື່ສັງຄົມອອນລາຍ ເປັນສັງຄົມ ທີ່ກວ້າງ ຖ້າຜູ້ໃຊ້ຂາດວິຈາລະນາ ຍານໃນການຊົມໃຊ້ອາດເຮັດໃຫ້ ຖືກບຸກຄົນ ຫລື ກຸ່ມຄົນທີ່ບໍ່ຫວັງດີ ນຳ ໃຊ້ເປັນເຄື່ອງມືເພື່ອຫລອກລວງ ເຮັດໃຫ້ເກີດຄວາມເສຍຫາຍ, ນອກ ຈາກນັ້ນຍັງມີບາງກຸ່ມຄົນໃຊ້ເພຶ່ອ ປຸກລະດົມຊວນເຊື່ອ, ສ້າງຄວາມ ຂັດແຍ່ງ ລະຫວ່າງບຸກຄົນ ຫລື ກຸ່ມ ຄົນທີ່ກະທົບເຖິງສິນທຳ, ວັດທະນະ ທຳ, ແນວທາງການເມືອງ, ເສດຖະ ກິດ-ສັງຄົມ ແລະ ສິດທິສ່ວນບຸກຄົນ, ສາມາດນຳໃຊ້ເປັນເຄື່ອງມື ໃນການ ກໍ່ອາຊະຍາກໍາ ໄດ້ຫລາຍຮູບແບບ ແລະ ຍັງສາມາດນຳໄປສູ່ການເສບ ຕິດສື່ສັງຄົມອອນລາຍໂດຍ ເຮັດໃຫ້ ເສຍເວລາ, ສຸຂະພາບ, ວຽກງານ, ແລະ ການຮຽນ. ສື່ສັງຄົມອອນລາຍ ໃນປັດຈຸບັນເປັນສິ່ງທີ່ທ້າທາຍຕໍ່ກັບ ການຄຸ້ມຄອງຂອງຂະແໜງການທີ່ ກ່ຽວຂ້ອງ. ຕໍ່ກັບການກະທຳຜິດຜ່ານສື່ສັງ ຄົມອອນລາຍ ຕາມທີ່ໄດ້ລະບຸໄວ້ໃນ ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊາຍະກໍາທາງລະບົບ ຄອມພິວເຕີ ສະບັບເລກທີ 61/ສພຊ, ລົງວັນທີ 15 ກໍລະກົດ 2016 ທາງ ຜູ້ຂຽນໄດ້ຍົກບາງມາດຕາມາໃຫ້ ເອົາຂໍ້ມູນຄອມພິວເຕີ ທີ່ມີລັກສະນະ ຊວນເຊື່ອ, ຍຸຍົງ ແລະ ສົ່ງເສີມປະ ຊາຊົນຕໍ່ຕ້ານ ລັດຖະບານ ຫລື ແບ່ງ ແຍກຄວາມສາມັກຄີ; ການໂຄສະນາ ຄ້າຂາຍຢາເສບຕິດ, ອາວຸດເສິກ, ອາວຸດເຄມີ, ຄ້າມະນຸດ, ຄ້າປະເວນີ, ຄ້າໂສເພນີ ແລະ ສິ່ງຜິດກົດໝາຍ; ການເຜີຍແຜ່ ຫລື ສົ່ງຕໍ່ຂໍ້ມູນຄອມ ພິວເຕີ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 11 ແລະ 14 ຂອງກົດ ໝາຍສະບັບນີ້ ລວມທັງ ຂໍ້ 1, 2, 3, 4 ແລະ ຂໍ້ 5 ຂອງມາດຕານີ້. ມາດຕາ 14 ການເຜີຍແຜ່ສິ່ງລາມົກຜ່ານ ລະບົບຄອມພິວເຕີ ສິ່ງລາມົກ ແມ່ນ ຂໍ້ມູນທີ່ມີເນື້ອໃນສະແດງອອກ ຢ່າງຈະແຈ້ງເປັນຕົ້ນຮູບ, ພາບເຄື່ອນ ໄຫວ, ສຽງ ແລະ ວີທີໂອ ກ່ຽວກັບ ອະໄວຍະວະເພດ ແລະ ພຶດຕິກຳທາງ ເພດຂອງຄົນ. ການເຜີຍແຜ່ສິ່ງລາ ມົກຜ່ານລະບົບຄອມພິວເຕີ ແມ່ນ ການຊື້ຂາຍ, ການແຈກຢາຍ, ການ ສົ່ງຕໍ່, ການແນະນຳ ແລະ ການເຜີຍ ແຜ່ຂໍ້ມູນຕາມທີ່ໄດ້ກຳນົດໄວ້ ໃນ ວັກທີ 1 ເທິງນີ້. ມາດຕະການທາງອາຍາ ຕໍ່ຜູ້ກະ ທຳຜິດ ແມ່ນໄດ້ລະບຸຢ່າງຊັດເຈນ ເຊັ່ນ: ການຕັດຕໍ່ເນື້ອໃນ, ຮູບ, ພາບ ເຄື່ອນໄຫວ, ສຽງ ແລະ ວີດີໂອ ໂດຍ ບໍ່ໄດ້ຮັບອະນຸຍາດ ຈະຖືກລົງໂທດ ຕັດອິດສະລະພາບ ແຕ່ສາມເດືອນ ຫາ ສອງປີ ແລະ ຈະຖືກປັບໃໝ ແຕ່ 3.000.000 ກີບ ຫາ 10.000.000 ກີບ; ການສ້າງຄວາມເສຍຫາຍຜ່ານ ສື່ສັງຄົມອອນລາຍ ຈະຖືກລົງໂທດ ຕັດອິດສະລະພາບ ແຕ່ ສາມເດືອນຫາ ສາມປີ ແລະ ປັບໃໝ ແຕ່ 4.000.000 ກີບ ຫາ 20.000.000 ກີບ; ການ ເຜີຍແຜ່ສິງລາມົກຜ່ານລະບົບຄອມ ພິວເຕີ ຈະຖືກລົງໂທດຕັດອິດສະລະ ພາບ ແຕ່ໜຶ່ງປີ ຫາ ຫ້າປີ ແລະ ຈະ ຖືກປັບໃໝແຕ່ 5.000.000 ກີບ ຫາ 30.000.000 ກີບ; ການກະທຳຜິດ ອາດສາມາດເກີດຂຶ້ນໄດ້ຕະຫລອດ ເວລາ ເພື່ອຫລີກລ່ຽງການກະທຳ ຜິດໃນການນຳໃຊ້ອິນເຕີເນັດ ຫລື ສື່ ສັງຄົມອອນລາຍໄປໃນທາງທີ່ຜິດ ເຊັ່ນວ່າ: ການນຳໃຊ້ຄຳສັບທີ່ບໍ່ສຸ ພາບເຂົ້າໃນລະບົບຄອມພິວເຕີ, ການວິຈານຜູ້ອື່ນ-ໃສ່ຮ້າຍປ້າຍສີ ໃນທາງເຊື່ອມເສຍ ຈົນເກີດຄວາມ ເສຍຫາຍ, ການເຜີຍແຜ່ສິ່ງລາມົກ ຜ່ານລະບົບຄອມພິວເຕີ ຫລື ການໂຄ ສະນາຄ້າຂາຍ ສິ່ງທີ່ຜິດກົດໝາຍ ຜ່ານສື່ສັງຄົມອອນລາຍ. ດັ່ງນັ້ນເຮົາທຸກຄົນຄວນມີສະຕິ ແລະ ນຳໃຊ້ສື່ສັງຄົມອອນລາຍຢ່າງ ຖືກຕ້ອງ ແລະ ສ້າງສັນ ເພື່ອບໍ່ໃຫ້ ເປັນໂທດແກ່ຕົນເອງເພາະຖ້າມີ ການກະທຳຜິດ ແລະ ເກີດເປັນຄະ ດີອາດສ້າງຄວາມເສຍຫາຍທາງ ດ້ານ ຊັບສິນ ຫລື ເຖິງຂັ້ນເສຍອິດສະ ລະພາບໄດ້ ແລະ ເຮົາທຸກຄົນຕ້ອງ ເປັນເຈົ້າການຊ່ວຍສຶກສາອົບຮົມ, ແນະນໍາຄອບຄົວ ແລະ ໝູ່ເພື່ອນ ໃຫ້ພິຈາລະນາການນໍາໃຊ້ສື່ສັງຄົມ ອອນລາຍຢ່າງມີສະຕິ, ຖືກຕ້ອງ ແລະ ຖີ່ຖ້ວນກ່ອນໃຊ້ສື່ສັງຄົມອອນ ລາຍ. ສື່ສັງຄົມອອນລາຍ ແມ່ນເປັນ ສິ່ງທີ່ໃກ້ຕົວ ສະນັ້ນ ທ່ານຄວນ ສຶກ ສາເພີ່ມເຕີມກ່ຽວກັບກົດໝາຍດັ່ງ ກ່າວ ເພື່ອປ້ອງກັນຕົນເອງ ແລະ ຫລີກລ່ຽງບໍ່ໃຫ້ກະທຳຜິດ. ທ່ານຜູ້ອ່ານໄດ້ຮັບຮູ້ ລວມທັງມາດ ຕາທີ່ກ່ຽວຂ້ອງເພື່ອເປັນການປ້ອງ ກັນ ການກະທຳຜິດ ຫລື ແນວທາງ ແກ້ໄຂເມື່ອເຮົາເປັນຜູ້ເສຍຫາຍ ຊຶ່ງ ມີບາງມາດຕາດັ່ງລຸ່ມນີ້: ມາດຕາ 11 ການຕັດຕໍ່ເນື້ອໃນ, ຮູບ, ພາບເຄື່ອນໄຫວ, ສຽງ ແລະ ວີດີໂອ ໂດຍບໍ່ໄດ້ຮັບອະນຸຍາດແມ່ນ ການສ້າງຂຶ້ນໃໝ່, ການເພີ່ມເຕີມ ຫລື ການດັດແປງຈາກຕົ້ນສະບັບ ດ້ວຍວິທີການທາງເອເລັກໂຕຣນິກ ຫລື ວີທີການອື່ນ ເພື່ອເຜີຍແຜ່ຜ່ານ ລະບົບຄອມພິວເຕີ ຊຶ່ງສ້າງຄວາມ ເສຍຫາຍໃຫ້ແກ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ກ່ຽວຂ້ອງ. ມາດຕາ 13 ການສ້າງຄວາມ ເສຍຫາຍຜ່ານສື່ສັງຄົມອອນລາຍ ໃນຮູບແບບຕ່າງໆເຊັ່ນ: ການນຳ ເອົາຂໍ້ມູນທີ່ມີລັກສະນະໃສ່ຮ້າຍ ປ້າຍສີ, ໝິ່ນປະໝາດ, ໃຊ້ຄຳສັບບໍ່ ສຸພາບເຂົ້າສູ່ລະບົບຄອມພິວເຕິ; ການນຳເອົາຂໍ້ມູນທີ່ມີລັກສະນະໃຊ້ ຄວາມຮຸນແຮງ, ຂໍ້ມູນເທັດ, ຂໍ້ມູນ ຫລອກລວງ, ຂໍ້ມູນທີ່ບໍ່ເປັນຄວາມ ຈິງເຂົ້າສູ່ລະບົບຄອມພິວເຕີ; ການ ນຳເອົາຂໍ້ມູນຄອມພິວເຕີ ທີ່ເປັນ ການທຳລາຍຄວາມໝັ້ນຄົງຂອງ ຊາດ, ຄວາມສະຫງົບ, ຄວາມເປັນ ລະບຽບຮຽບຮ້ອຍ ຂອງສັງຄົມ, ວັດທະນະທຳ ແລະ ຮິດຄອງປະເພ ນີອັນດີງາມຂອງຊາດ; ການນຳ

RkJQdWJsaXNoZXIy MTc3MTYxMQ==