lt4kom6 f vy ogfp xt9e]k; lts]v' ;a oxtdkfgvdt]kf 7q [Iv[ 77 xu Iv']a f4t,q o8u dt-;' 4;m 8h voIa [ 7totz6 h cmo7Q o7;h kdq f\kp9u o{vk-Po lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 18/08/2023 xtgmf]k; ນະຄອນຫລວງວຽງຈັນ.. ນວ ຈະສູ້ຊົນເຮັດໃຫ້... ຄະນະກຳມະການ... ຮອງປະທານປະເທດ... ກະຊວງແຮງງານ... ກະຊວງ ປກສ ຫັນການ... ຂປລ. ໃນວັນທີ 15 ສິງຫາ 2023 ຜ່ານມາ, ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະ ຊວງການເງິນ ໄດ້ຕ້ອນຮັບທ່ານ ເສິງ ຈຸນ ປະທານບໍລິສັດ EDL-T ພ້ອມຄະນະ ເພື່ອລາຍງານຄວາມ ຄືບໜ້າການຈັດຕັ້ງປະຕິບັດໂຄງ ການ ແລະ ຂໍທິດຊີ້ນຳເພື່ອຜັນຂະ ຫຍາຍການກະກຽມຄວາມພ້ອມ ໃນການດຳເນີນການຈັດຕັ້ງປະຕິ ບັດໂຄງການສາຍສົ່ງໄຟຟ້າແຫ່ງ ຊາດ (EDL-T) ໃຫ້ສຳເລັດຕາມ ແຜນການທີ່ວາງໄວ້. ໂອກາດນີ້, ທ່ານ ພູທະນູເພັດ ໄຊສົມບັດ ໄດ້ສະແດງຄວາມຍິນ ດີຕ້ອນຮັບ ແລະ ຂອບໃຈເປັນຢ່າງ ສູງມາຍັງບໍລິສັດ EDL-T ກໍຄືຕາງ ໜ້າຈາກລັດຖະບານ ສປ ຈີນ ທີ່ ຍາມໃດກໍໃຫ້ການສະໜັບສະໜູນ ແລະ ເອົາໃຈໃສ່ໃນການຊ່ວຍແກ້ ໄຂບັນຫາເສດຖະກິດຂອງ ສປປ ລາວ ໂດຍສະເພາະແມ່ນການເລັ່ງ ລັດຂັ້ນຕອນໃນການເປັນເອກະ ພາບທາງຝ່າຍຈີນ ເພື່ອໃຫ້ສາມາດ ຈັດຕັ້ງປະຕິບັດໂຄງການໃຫ້ສຳ ເລັດຕາມແຜນການທີ່ວາງໄວ້. ລັດ ຖະບານ ກໍຄື ກະຊວງການເງິນຈະ ໄດ້ສືບຕໍ່ເຮັດວຽກຢ່າງໃກ້ຊິດຮ່ວມ ກັບ ບໍລິສັດ ໄຟຟ້າລາວ(ຟຟລ) ເພື່ອໃຫ້ສຳເລັດບັນດາເອກະສານ ທີ່ຍັງຈະຕ້ອງໄດ້ສືບຕໍ່ປຶກສາຫາ ລືຮ່ວມກັບບໍລິສັດ ຊຶ່ງບັນດາເອກະ ສານເຫລົ່ານັ້ນ ສ່ວນໃຫຍ່ກໍແມ່ນໄດ້ ສຳເລັດໂດຍພື້ນຖານແລ້ວ ແລະ ສະ ເໜີໃຫ້ບໍລິສັດ ໄດ້ໃຫ້ການສະໜັບ ສະໜູນ ແລະ ຊຸກຍູ້ເຮັດວຽກຮ່ວມ ກັບ ຟຟລ ເພື່ອໃຫ້ສາມາດສຳເລັດ ບັນດາເອກະສານທີ່ຄົງຄ້າງພາຍ ໃນເດືອນສິງຫາ 2023 ນີ້. ໂດຍປະຕິບັດຕາມການຊີ້ນໍານຳພາ ແລະ ການຮ່ວມມືທີ່ແໜ້ນ ແຟ້ນ ລະຫວ່າງສອງຊາດລາວ-ຈີນ ໂດຍສະເພາະແມ່ນການຮ່ວມມືຍຸດ ທະສາດ ເພື່ອແກ້ໄຂສະພາບເສດ ຖະກິດແຫ່ງຊາດ ຊຶ່ງພັກ-ລັດຖະ ບານ ທັງສອງຝ່າຍໄດ້ເອົາໃຈໃສ່ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ໂຄງການສາຍສົ່ງໄຟຟ້າແຫ່ງຊາດ (EDL-T) ເພື່ອນໍາໃຊ້, ບໍລິຫານ ແລະ ພັດທະນາລະບົບສາຍສົ່ງໄຟ ຟ້າ ເພື່ອແກ້ໄຂບັນຫາໜີ້ສິນຂອງລັດ ຖະບານ. ສະນັ້ນ, ລັດຖະບານ ສປປ ລາວ ຈຶ່ງໄດ້ເຊັນສັນຍາສຳປະທານ (CA) ຮ່ວມກັບບໍລິສັດ EDL-T ໃນວັນທີ 11 ມີນາ 2021 ດຳເນີນ ໂຄງການ ສາຍສົ່ງໄຟຟ້າ ແຫ່ງຊາດ, ມາຮອດປັດຈຸບັນ ແມ່ນໄດ້ຈັດຕັ້ງ ປະຕິບັດໃກ້ຈະສຳເລັດແລ້ວ. ຂ່າວ-ພາບ: ກະຊວງການເງິນ ຈ່າຍ, ນຳໃຊ້ເຄື່ອງມືທີ່ທັນສະໄໝ ເຂົ້າໃນວຽກງານການເງິນໃຫ້ເປັນ ຮູບປະທໍາ, ປັບປຸງ ແລະ ຂະຫຍາຍ ຖານລາຍຮັບພາຍໃນ ໃຫ້ເພີ່ມຂຶ້ນ ເທື່ອລະກ້າວ, ຮັກສາວິໄນແຜນ ການ-ການເງິນຢ່າງເຂັ້ມງວດ, ສຸມ ໃສ່ສ້າງນະໂຍບາຍພາສີ-ອາກອນ ໃຫ້ມີຄວາມຍຸຕິທໍາ ແລະ ຊຸກຍູ້ສົ່ງ ເສີມການລົງທຶນ ແລະ ການຜະລິດ ທຸລະກິດ, ປະຕິບັດລາຍຈ່າຍງົບປະ ມານຢ່າງປະຢັດມັດທະຍັດ, ມີຈຸດ ສຸມ ແລະ ສອດຄ່ອງກັບເປົ້າໝາຍ ການພັດທະນາ. ໃນນັ້ນ, ຈະສູ້ຊົນ ຮັບປະກັນຄວາມໝັ້ນຄົງດ້ານສະ ບຽງອາຫານ ຕາມຫລັກໂພຊະນາ ການ ແລະ ປະກອບສ່ວນສ້າງຄັງ ແຮເຂົ້າແຫ່ງຊາດ, ສົ່ງເສີມ ແລະ ເລືອກເຟັ້ນການຜະລິດສິນຄ້າກະສິ ກໍາ ຕາມທິດຍືນຍົງ, ສະໜອງຄວາມ ຕ້ອງການວັດຖຸດິບໃຫ້ໂຮງງານອຸດ ສາຫະກຳ ປຸງແຕ່ງພາຍໃນ ແລະ ເປັນສິນຄ້າສົ່ງອອກ, ປົກປັກຮັກສາ ແລະ ຟື້ນຟູປ່າສະຫງວນແຫ່ງຊາດ 2 ແຫ່ງ, ປ່າຜະລິດ ແລະ ປ່າປ້ອງ ກັນ ໃຫ້ຄົບຖ້ວນ ແລະ ຍືນຍົງ. ພ້ອມກັນນີ້, ຍັງຈະສືບຕໍ່ຊຸກຍູ້ບັນ ດາໂຄງການລົງທຶນຂອງລັດ ທີ່ໄດ້ ຢຸດເຊົາຊົ່ວຄາວ (ໂຄງການລົງທຶນ ກ່ອນ) ໃຫ້ໄດ້ຮັບການຈັດຕັ້ງປະຕິ ບັດສຳເລັດໂດຍໄວ, ກໍ່ສ້າງສ້ອມ ແປງບັນດາເສັ້ນທາງໃນນະຄອນ ຫລວງວຽງຈັນ ໃຫ້ຮັບປະກັນແກ່ ການສັນຈອນໄດ້ດີຕະຫລອດປີ ແລະ ສືບຕໍ່ຕິດຕາມການຂຶ້ນແຜນ ເພື່ອສ້ອມແປງເສັ້ນທາງ ເພື່ອຮັບໃຊ້ ກອງປະຊຸມອາຊຽນທີ່ ສປປ ລາວ ຈະໄດ້ຮັບກຽດເປັນເຈົ້າພາບໃນປີ 2024 ໃຫ້ໄດ້ຮັບການຈັດຕັ້ງປະ ຕິບັດ, ພ້ອມທັງ ຈະສືບຕໍ່ປະສານສົມ ທົບກັບກົມຂົວທາງຕິດຕາມ, ກວດ ກາສ້ອມແປງເສັ້ນທາງຫລວງແຫ່ງ ຊາດ ເລກທີ 13 ເໜືອ, ທາງເລກທີ 13 ໃຕ້, ເສັ້ນທາງເລກ 10 ແລະ ເສັ້ນທາງເລກ 11 ຕອນເໜືອ ໃຫ້ມີ ຄວາມຮັບປະກັນແກ່ການສັນຈອນ ໄດ້ດີຕະຫລອດປີ. ຂ່າວ: ທະນູທອງ ຂໍ້ມູນ-ພາບ: ປະຊາຊົນ xtmko[= ]y la f EDL-T g0Q k]kp'koIv']a f4t,q o8u dt-;'dkog'o dj P;da [37'dkolkplq j 'w22h kcsj '-kf y ຂປລ. ສະຖານທູດອິນເດຍ ປະ ຈຳ ສປປ ລາວ ຈັດງານສະເຫລີມ ສະຫລອງວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ອິນເດຍ ຄົບ ຮອບ 77 ປີ ໃນວັນທີ 15 ສິງຫາ 2023 ທີ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ປຣາຊານຕ໌ ອາເກີ່ ວາລ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ອິນເດຍ ປະຈໍາ ສປປ ລາວ ແລະ ຊາວອິນເດຍ ທີ່ ອາໄສຢູ່ລາວ ເຂົ້າຮ່ວມ. ໂອກາດນີ້, ທ່ານ ປຣາຊານຕ໌ ອາເກີ່ວາລ ໄດ້ອ່ານຄຳປາໄສຂອງ ປະທານາທິບໍດີ ອິນເດຍ ຕໍ່ວັນດັ່ງ ກ່າວ, ພ້ອມທັງໄດ້ກ່າວວ່າ: ການ ສະເຫລີມສະຫລອງວັນປະກາດ ເອກະລາດ ແມ່ນຄວາມຈິງທີ່ວ່າ ພວກເຮົາເປັນສ່ວນໜຶ່ງຂອງປະຊາ ທິປະໄຕ ທີ່ຍິ່ງໃຫຍ່ ເຊິ່ງແຕ່ລະຄົນ ເປັນພົນລະເມືອງເທົ່າທຽມກັນ, ມີໂອກາດເທົ່າທຽມກັນ, ສິດເທົ່າ ທຽມກັນ ແລະໜ້າທີ່ເທົ່າທຽມກັນ ຢູ່ປະເທດອິນເດຍ. ປະເທດອິນເດຍ ໄດ້ເຂົ້າສູ່ມິຕິໃໝ່ ແລະ ພວກເຮົາກ້າວໄປຂ້າງໜ້າ ເພື່ອເຮັດໃຫ້ອິນເດຍ ເປັນປະເທດ ທີ່ປະສົມປະສານ ແລະ ພັດທະນາ ພາຍໃນປີ 2047. ລິສັດ ເປັນຜູ້ລົງທຶນ 100%, ລວມ ມູນຄ່າການລົງທຶນ 3 ລ້ານໂດລາ ສະຫະລັດ. ທ່ານ ພົຈວ ສົມລິດ ດາວຮຸ່ງສຸລິ ຫົວໜ້າກົມຕຳຫລວດຄຸມຂັງ-ດັດ ສ້າງ ກ່າວໃນພິທີເຊັນສັນຍາຮ່ວມ ມືໂຄງການດັ່ງກ່າວ, ເມື່ອບໍ່ດົນນີ້ ວ່າ: ບໍລິສັດ ໄດ້ລົງສຳຫລວດເກັບ ກຳຂໍ້ມູນຢູ່ບັນຄ້າຍຄຸມຂັງ, ເຮັດ ບົດວິພາກເສດຖະກິດ-ເຕັກນິກ, ປັບ ປຸງ, ກໍ່ສ້າງສູນບັນຊາລວມ ແລະ ຫ້ອງຢ້ຽມຢາມ, ພ້ອມທັງໄດ້ຕິດຕັ້ງ ອຸປະກອນຮັບໃຊ້ໂຄງການສຳເລັດ ແລະ ໄດ້ຈັດຝຶກອົບຮົມວິທີການນຳ ໃຊ້ໂປແກຣມ ໃຫ້ພະນັກງານທີ່ມາ ຈາກຄ້າຍຄຸມຂັງແຕ່ລະພາກ ໃນ ຂອບເຂດທົ່ວປະເທດ ແລະ ໄດ້ເຮັດ ທົດລອງນຳໃຊ້ລະບົບຢ້ຽມຢາມຕົວ ຈິງ ຢູ່ຄ້າຍຄຸມຂັງຕານປ່ຽວ ແລະ ຝ່າຍຄຸມຂັງໂພນຕ້ອງ. ທ່ານ ພອນປະເສີດ ອິນທະສອນ ປະທານບໍລິສັດ ສາມເອັສ ພັດທະ ນາ ຈຳກັດ ຜູ້ດຽວ ກ່າວວ່າ: ລະບົບ ຢ້ຽມຢາມນັກໂທດແບບທັນສະໄໝ ໄດ້ພັດທະນາລະບົບຊອບແວ ດ້ວຍ ການສື່ສານຜ່ານອອນລາຍຮູບ ແບບວີດີໂອ ທີ່ມີລະບົບປ້ອງກັນ ຄວ າມປອດໄພສູງ ເຊັ່ນ: ຜ່ານຄອມ ພິວເຕີ ແລະ ສະມາດໂຟນ ໂດຍເສຍ ຄ່າທຳນຽມຜ່ານ BCELONE ເຊິ່ງຜູ້ທີ່ຕ້ອງການຢ້ຽມຢາມ ແມ່ນ ລົງທະບຽນຂໍ້ມູນສ່ວນບຸກຄົນໂດຍ ຜ່ານລະບົບທີ່ຖືກອອກແບບໄວ້ ແລ້ວ ແລະ ມີເຈົ້າໜ້າທີ່ຄວບຄຸມລະ ບົບ ເປັນຜູ້ກວດສອບ ແລະ ອະນຸມັດ ພ້ອມບັນທຶກໄວ້ເປັນຂໍ້ມູນ. ປັດຈຸບັນ, ບໍລິສັດ ມີຄວາມພ້ອມ ຫລາຍດ້ານ ໃນປະຕິບັດໂຄງການ ໃຫ້ສຳເລັດຕາມແຜນການ ເປັນຕົ້ນ ດ້ານທຶນຮອນ, ດ້ານລະບົບຈັດການ ບໍລິຫານດ້ານບຸກຄະລາກອນ ແລະ ເຕັກນິກອຸປະກອນຕ່າງໆ ເຂົ້າໃນການ ສ້າງຕັ້ງໂຄງການໃຫ້ບັນລຸຕາມ ຈຸດປະສົງເປົ້າໝາຍທີ່ກຳນົດໄວ້. ຂ່າວ: ທະນູທອງ ຂໍ້ມູນ-ພາບ: ເວບໄຊກະຊວງ ປກສ GDP ໃນແງ່ການລົງທຶນໄດ້ມີການ ລົງທຶນຈາກ ສປ ຈີນ ເປັນອັນດັບ 1 ໃນ ນວ. ໃນກອງປະຊຸມ, ຍັງໄດ້ຮັບຟັງ ການສະເໜີສະພາບລວມຂອງ ນວ ໄລຍະຜ່ານມາ ຈາກຂະແໜງການ ກ່ຽວຂ້ອງ ໂດຍສະເພາະການສະເໜີ ນະໂຍບາຍການສົ່ງເສີມ ແລະ ບັນ ຊີຮຽກການລົງທຶນ ລວມທັງນະ ໂຍບາຍທີ່ເປັນບຸລິມະສິດໃນດ້ານ ການທ່ອງທ່ຽວ ແລະ ນະໂຍບາຍ ບຸລິ ມະສິດດ້ານເຄື່ອງປະດັບວັດຖຸມີຄ່າ (ທອງຄຳ ແລະ ເພັດ) ໄດ້ມີການຕັ້ງ ຄຳຖາມເຈາະຈິ້ມ ຈາກກຸ່ມບໍລິສັດ ກຣິດຕະພົງ ແລະ ກຸ່ມນັກທຸລະກິດ ຈີນ ຈາກແຂວງ ກວາງຕຸ້ງ ສປ ຈີນ ເພື່ອແລກປ່ຽນຄວາມຮູ້ເຊິ່ງກັນ ແລະ ກັນ ກ້າວໄປສູ່ການຮ່ວມມືລົງ ທຶນນຳກັນໃນຕໍ່ໜ້າຫລາຍຂຶ້ນ. ຂ່າວ: ໜັງສືພິມວຽງຈັນໃໝ່ ແຫ່ງຊາດລາວ ຊຶ່ງມອບໂດຍ ທ່ານ ນາງ ສຸດາວີ ແກ້ວປະເສີດ ຮອງຫົວ ໜ້າກອງເລຂາ ຄະນະກຳມະການ ແມ່ນ້ຳຂອງແຫ່ງຊາດ ແລະ ກ່າວ ຮັບໂດຍ ທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດ ລາວ ໂດຍມີພະນັກງານກ່ຽວຂ້ອງ ສອງຝ່າຍເຂົ້າຮ່ວມ. ໂອກາດນີ້, ທ່ານ ພູທອນ ເມືອງ ປາກ ໄດ້ສະແດງຄວາມຍ້ອງຍໍ, ຊົມ ເຊີຍ ແລະ ຂອບໃຈຕໍ່ການຊ່ວຍ ເຫລືອຂອງຄະນະກຳມະການແມ່ ນ້ຳຂອງແຫ່ງຊາດ ໃນຄັ້ງນີ້, ທີ່ສະ ແດງເຖິງຄວາມມີນ້ຳໃຈເອື້ອເຟື້ອ ເຜື່ອແຜ່, ໃຫ້ການຊ່ວຍເຫລືອມະ ນຸດດ້ວຍກັນ. ສຳລັບເຄື່ອງຊ່ວຍ ເຫລືອທີ່ໄດ້ຮັບ ຈະນຳໄປແຈກຍາຍ ໃຫ້ປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມ ເພື່ອໃຫ້ຊີວິດການ ເປັນຢູ່ຂອງປະຊາຊົນດີຂຶ້ນ. ນັບແຕ່ທ້າຍເດືອນກໍລະກົດຫາ ຕົ້ນເດືອນສິງຫາ ໄດ້ມີຝົນຕົກໜັກ ຕິດຕໍ່ກັນຫລາຍວັນ ສົ່ງຜົນເຮັດໃຫ້ 8 ແຂວງທົ່ວປະເທດ ໄດ້ຮັບຜົນກະ ທົບຈາກໄພນ້ຳຖ້ວມ, ດິນເຈື່ອນ, ທາງຂາດ ແລະ ໄດ້ຮັບຄວາມເສຍ ຫາຍຢ່າງຫລວງຫລາຍ. ສະນັ້ນ, ຫລາຍພາກສ່ວນໃນສັງຄົມຈຶ່ງໄດ້ ປະກອບສ່ວນຊ່ວຍເຫລືອຜູ້ປະສົບ ໄພທຳມະຊາດໃນຄັ້ງນີ້ ເຊິ່ງເປັນ ການປະກອບສ່ວນສຳຄັນເຂົ້າໃນ ການຟື້ນຟູ ແລະ ບັນເທົາທຸກແກ່ປະ ຊາຊົນທີ່ໄດ້ຮັບຜົນກະທົບໃຫ້ກັບ ຄືນສູ່ສະພາບປົກກະຕິໂດຍໄວ. ຂ່າວ: ກິດຕາ ທ້ອງຖິ່ນ, ທັງເປັນການປັບປຸງຂໍ້ມູນ ປະຫວັດລັດຖະກອນໃຫ້ຖືກຕ້ອງ, ສອດຄ່ອງກັບລະບຽບການ, ຫັນ ການຄຸ້ມຄອງພະນັກງານ-ລັດຖະ ກອນຕາມກົດໝາຍ, ລະບຽບການ ແລະ ທັນສະໄໝ ເຮັດໃຫ້ການເບີກ ຈ່າຍເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍຕ່າງໆຖືກຕ້ອງ ຕາມຕົວຈິງ; ທັງເປັນບ່ອນອີງໃຫ້ ອົງການຄຸ້ມຄອງພະນັກງານ-ລັດ ຖະກອນຂອງບັນດາກະຊວງ, ອົງ ການທຽບເທົ່າກະຊວງຂັ້ນສູນ ກາງ, ຂັ້ນແຂວງ ແລະ ຂັ້ນເມືອງ ມີຄວາມສະດວກ ແລະ ພາກສ່ວນ ຕ່າງໆ ທີ່ມີສ່ວນກ່ຽວຂ້ອງລວມທັງ ຄວາມເປັນເອກະພາບໃນການຈັດ ຕັ້ງປະຕິບັດຕົວຈິງໃນຂອບເຂດ ທົ່ວປະເທດ. ຈຸດປະສົງການອອກບັດແມ່ນ ໄດ້ກຳນົດເປົ້າໝາຍ ແລະ ຫລັກ ການ, ລະບຽບການ ແລະ ມາດຕະ ການກ່ຽວກັບການອອກບັດພະນັກ ງານ-ລັດຖະກອນເຮັດໃຫ້ການຈັດ ຕັ້ງພັກ, ລັດ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນ ສູນກາງ, ທ້ອງຖິ່ນ ແລະ ພາກສ່ວນ ທີ່ກ່ຽວຂ້ອງມີບ່ອນອີງໃນການດໍາ ເນີນການຈັດຕັ້ງປະຕິບັດວຽກງານ ດັ່ງກ່າວ ໄດ້ຢ່າງຖືກຕ້ອງ ແລະ ເປັນ ລະບົບ. ສຳລັບເປົ້າໝາຍທີ່ຈະອອກ ບັດໃຫ້ແມ່ນລັດຖະກອນທີ່ມີຕຳ ແໜ່ງບໍລິຫານ, ລັດຖະກອນວິຊາ ການ ແລະ ລັດຖະກອນຊ່ວຍວຽກ ບໍລິຫານ ທີ່ປະຈຳການປົກກະຕິ. ຂໍ້ມູນ: ຂ່າວສານ ຮສສ ຂປລ.ໃນວັນທີ17ສິງຫາ2023 ນີ້, ທ່ານ ອຸ່ນທວງ ຂາວພັນ ຮອງ ລັດຖະມົນຕີ ກະຊວງຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ(ຖວທ) ໄດ້ຕ້ອນຮັບທ່ານ Zhang Xiaojun ເລຂາທິການ ໃຫຍ່ ສູນຄົ້ນຄວ້າກົດໝາຍ ຈີນອາຊຽນ ພ້ອມຄະນະໃນໂອກາດ ເດີນທາງມາຢ້ຽມ ແລະ ເຮັດວຽກຢູ່ ສປປ ລາວ. ໂອກາດນີ້, ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງ ຖວທ ໄດ້ສະແດງຄວາມຍິນດີຕ້ອນ ຮັບ ແລະ ຕີລາຄາສູງຕໍ່ການ ມາຢ້ຽມ ແລະ ເຮັດວຽກຂອງທ່ານເລຂາທິ ການໃຫຍ່ສູນຄົ້ນຄວ້າກົດໝາຍ ຈີນ-ອາຊຽນ ພ້ອມຄະນະ ໃນຄັ້ງນີ້, ຊຶ່ງເປັນໝິດໝາຍສຳຄັນໃນການ ປະກອບສ່ວນເສີມສ້າງສາຍພົວພັນ ຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ ທີ່ມີມູນເຊື້ອອັນດີງາມແລ້ວນັ້ນ ໃຫ້ ນັບມື້ເພີ່ມພູນຄູນສ້າງຍິ່ງໆຂຶ້ນ. ພ້ອມທັງໄດ້ອວຍພອນໃຫ້ຄະນະ ຜູ້ແທນຈາກສູນຄົ້ນຄວ້າກົດໝາຍ ຈີນ-ອາຊຽນ ຈົ່ງປະສົບຜົນສຳເລັດ ໃນການມາຢ້ຽມຢາມ ແລະ ເຮັດ ວຽກຢູ່ ສປປ ລາວ ໃນຄັ້ງນີ້. ໃນໂອກາດດຽວກັນ, ທ່ານ Zhang Xiaojun ກໍໄດ້ສະແດງ ຄວາມຂອບໃຈຕໍ່ທ່ານຮອງລັດຖະ ມົນຕີກະຊວງ ຖວທ ທີ່ໄດ້ໃຫ້ການ ຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງໄດ້ ແຈ້ງຈຸດປະສົງໃນການມາເຄື່ອນ ໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ເພື່ອເພີ່ມທະວີສາຍພົວ ພັນການຮ່ວມມື ລະ ຫວ່າງ ກະຊວງ ຖວທ ແລະ ສູນຄົ້ນຄວ້າກົດໝາຍ ຈີນ-ອາຊຽນ ໃນການພັດທະນາ ຊັບພະຍາກອນມະນຸດ ແລະ ການ ຮ່ວມມືດ້ານອື່ນໆ ໃນອະນາຄົດໃຫ້ ມີປະສິດທິພາບສູງຂຶ້ນ. ຂ່າວ: ວຽງສະຫວັນ, ພາບ: ຂັນໄຊ ທ່ານ ອຸ່ນທວງ ຂາວພັນ (ຂວາ) ເສດຖະກິດ ແລະ ການຄ້າ ແລະ ການ ແລກປ່ຽນໄປມາຫາສູ່ກັນ ລະຫວ່າງ ປະຊາຊົນ ຂອງຈີນ, ອາຊີໃຕ້ ແລະ ອາ ຊີ ຕາເວັນອອກສ່ຽງໃຕ້ ແລະ ພາກພື້ນ ອື່ນໆ. ພ້ອມກັນນີ້, ກໍຍັງເປັນເວທີສໍາ ຄັນ ສໍາລັບພາກລັດ ແລະ ພາກທຸລະກິດ ຂອງ ສປ ຈີນ ແລະ ບັນດາປະເທດ ຕ່າງໆທີ່ເຂົ້າຮ່ວມງານ ກໍຄືລະຫວ່າງ ບັນດາພາກສ່ວນກ່ຽວຂ້ອງຕ່າງໆ ຂອງປະເທດທີ່ເຂົ້າຮ່ວມງານ ໃນການ ປຶກສາຫາລື, ແລກປ່ຽນທັດສະນະແລະ ປະສົບການທີ່ດີຮ່ວມກັນ ເພື່ອຊອກຫາ ຊ່ອງທາງຮ່ວມມືຄ້າຂາຍນຳກັນໃນອະ ນາຄົດ. ງານວາງສະແດງດັ່ງກ່າວ, ໄດ້ ຈັດແບ່ງອອກເປັນ 15 ເຂດຫ້ອງວາງ ສະແດງປະກອບມີຫ້ອງວາງສະແດງ ດ້ານຊັບພະຍາກອນເສດຖະກິດ, ຫ້ອງ ວາງສະແດງດ້ານເສດຖະກິດທ່າເຮືອ, ຫ້ອງວາງສະແດງຂົງເຂດເສດຖະ ກິດ, ຫ້ອງວາງສະແດງເສດຖະກິດດີຈິ ຕອນ, ຫ້ອງວາງສະແດງການຜະລິດ ທັນສະໄໝ, ຫ້ອງວາງສະແດງຂອງບັນ ດາປະເທດອາຊີໃຕ້, ຫ້ອງວາງສະແດງ ອາຊີຕາເວັນອອກສ່ຽງໃຕ້, ຫ້ອງວາງ ສະແດງຂອງບັນດາປະເທດອື່ນໆ, ຫ້ອງວາງສະແດງການຮ່ວມມືພາກ ພື້ນ, ຫ້ອງວາງສະແດງດ້ານວັດທະນະ ທຳ ແລະ ພິພິທະພັນທ່ອງທ່ຽວ, ຫ້ອງ ວາງສະແດງດ້ານກະສິກໍາທັນສະໄໝ ສະເພາະເຂດພູພຽງ, ຫ້ອງວາງສະ ແດງດ້ານຢາຊີວະພາບ ແລະ ສຸຂະພາບ ທີ່ດີ ແລະ ຫ້ອງວາງສະແດງອື່ນໆ. ໃນ ນັ້ນປະກອບມີຫລາຍກວ່າ 2.000 ບໍ ລິສັດ ແລະ ບັນດາຜູ້ປະກອບການຕ່າງໆ ຈາກພາຍໃນ ສປ ຈີນ ແລະ 60 ກວ່າ ປະເທດໃນພາກພື້້ນອາຊີ ແລະ ພາກ ພື້້ນອື່ນໆເຂົ້າຮ່ວມ. ໃນໂອກາດເຂົ້າຮ່ວມງານວາງສະ ແດງໃນຄັ້ງນີ້, ທ່ານຮອງປະທານປະ ເທດ ຍັງໄດ້ຮັບກຽດໃຫ້ຂຶ້ນມີຄໍາເຫັນ ໃນພິທີເປີດງານທາງການ ໂດຍທ່ານ ໄດ້ສະແດງຄວາມຊົມເຊີຍຕໍ່ຝ່າຍ ສປ ຈີນ ໂດຍສະເພາະ ນະຄອນຄຸນໝິງ ແລະ ຄະນະຮັບຜິດຊອບຈັດງານວາງສະ ແດງໃນຄັ້ງນີ້ ທີ່ສາມາດຈັດງານໄດ້ ຢ່າງຍິ່ງໃຫຍ່, ຈົບງາມ ແລະ ມີຄວາມ ໝາຍສໍາຄັນສອດຄ່ອງກັບສະພາບເສດ ຖະກິດຂອງໂລກໃນປັດຈຸບັນ. ນອກ ນັ້ນ ທ່ານຮອງປະທານປະເທດ ຍັງໄດ້ ຕີລາຄາສູງຕໍ່ຜົນສໍາເລັດຂອງການຈັດ ຕັ້ງປະຕິບັດຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນ ທາງ ຂອງ ສປ ຈີນ ຄົບຮອບ 10 ປີ ເຊິ່ງ ສອດຄ່ອງກັບຍຸດທະສາດຂອງ ສປປ ລາວ ໃນການຫັນປະເທດທີ່ບໍ່ມີຊາຍ ແດນຕິດຈອດກັບທະເລ ມາເປັນປະ ເທດ ເຊື່ອມໂຍງ ເຊື່ອມຈອດກັບພາກພື້ນ ແລະ ຍົກໃຫ້ເຫັນເຖິງຄວາມສໍາຄັນ ຂອງການຮ່ວມກັນສ້າງເສັ້ນທາງລົດ ໄຟ ລາວ-ຈີນ ໄດ້ນຳເອົາຜົນປະໂຫຍດ ຕົວຈິງມາສູ່ປະຊາຊົນ ສອງຊາດລາວຈີນ ກໍຄື ບັນດາປະເທດໃນພາກພື້ນເຊິ່ງ ເປັນການປະກອບສ່ວນເພີ່ມທະວີການ ຮ່ວມມື ທາງດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການໄປມາຫາສູ່ລະ ຫວ່າງປະຊາຊົນໃນພາກພື້ນຢ່າງແທ້ ຈິງ. ນອກຈາກນີ້, ໃນຕອນບ່າຍວັນທີ 14 ສິງຫາ 2023, ທ່ານຮອງປະ ທານປະເທດ ແຫ່ງ ສປປ ລາວ ຍັງໄດ້ ພົບປະສອງຝ່າຍກັບ ທ່ານ ຫວັງ ໜິງ ເລຂາພັກແຂວງຢູນນານ ແລະ ວັນທີ 16 ສິງຫາ 2023 ພົບປະກັບ ທ່ານ ຫວັງອີ້ ຫົວໜ້າຫ້ອງການຄະນະກໍາມະ ການກິດຈະການຕ່າງປະເທດສູນກາງ ພັກ, ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປ ຈີນ ເຊິ່ງການພົບປະ ໃນຄັ້ງນີ້ ທັງສອງຝ່າຍໄດ້ຕີລາຄາສູງ ຕໍ່ການເປັນປະເທດເພື່ອນມິດຍຸດທະ ສາດຮອບດ້ານ ໝັ້ນຄົງຍາວນານຕາມ ທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາ ກຳລາວ-ຈີນ, ຈີນ-ລາວ ໂດຍສະເພາະ ແມ່ນການຈັດຕັ້ງປະຕິບັດ ແລະ ຜັນ ຂະຫຍາຍຜົນການພົບປະຂອງສອງເລ ຂາທິການໃຫຍ່ ລາວ-ຈີນ ໃຫ້ໄດ້ຮັບ ໝາກຜົນ ລວມທັງການຈັດຕັ້ງຜັນ ຂະຫຍາຍບັນດາເອກະສານທີ່ການນໍາ ຂັ້ນສູງຂອງທັງສອງປະເທດໄດ້ເຫັນ ດີ ແລະ ລົງນາມຮ່ວມກັນໃນໄລຍະ ຜ່ານມາ. ທ່ານຮອງປະທານປະເທດ ຍັງໄດ້ ຖືໂອກາດດັ່ງກ່າວ, ຕາງໜ້າລັດຖະ ບານແຫ່ງ ສປປ ລາວ ສະແດງຄວາມ ຂອບໃຈແຂວງຢຸນນານ ທີ່ໄດ້ໃຫ້ການ ຊຸກຍູ້ການພົວພັນຮ່ວມມືກັບບັນດາ ພາກສ່ວນກ່ຽວຂ້ອງຂອງລາວ ບໍ່ວ່າ ຈະ ກ່ອນ ຫລື ຫລັງການລະບາດພະຍາດ ໂຄວິດ-19, ພ້ອມທັງຊຸກຍູ້ສົ່ງເສີມໃຫ້ ນັກທຸລະກິດຂອງແຂວງມາລົງທຶນຢູ່ ສປປ ລາວ, ອັນພົ້ນເດັ່ນກໍແມ່ນການ ລົງທຶນກໍ່ສ້າງທາງດ່ວນວຽງຈັນ-ວັງ ວຽງ, ເຂດເສດຖະກິດກວມ ລວມ ໄຊເສດຖາ, ການລົງທຶນດ້ານກະສິກໍາ ຂອງແຂວງຢຸນນານ ຢູ່ ສປປ ລາວ ລວມທັງເຂດເສດຖະກິດ ບໍ່ເຕັນ-ບໍ່ ຫານ ແລະ ອື່ນໆ. ສ່ວນຝ່າຍຈີນ ກໍໄດ້ ສະແດງຄວາມຂອບໃຈມາຍັງພັກ ແລະ ລັດຖະບານ ສປປ ລາວ ທີ່ໄດ້ສົ່ງ ຄະນະຜູ້ແທນຂັ້ນສູງທີ່ນຳໂດຍທ່ານ ຮອງປະທານ ປະເທດ ເພື່ອເຂົ້າຮ່ວມ ງານວາງສະແດງທີ່ຄຸນໝິງ ແລະ ຄຸນໝິງມີຄວາມຍິນດີປະກອບສ່ວນ ເຂົ້າໃນການພົວພັນຮ່ວມມື ລາວ-ຈີນ ແລະ ຈັດຕັ້ງຜັນຂະຫຍາຍການຕົກລົງ ເຫັນດີຂອງການນໍາຂັ້ນສູງຂອງສອງ ຝ່າຍ; ສອງຝ່າຍມີຄວາມຍິນດີເພີ່ມທະ ວີການພົວພັນຮ່ວມມືນຳກັນ, ພ້ອມທັງ ເຫັນດີຈະສືບຕໍ່ໃຫ້ການຮ່ວມມື ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນໃນຕໍ່ໜ້າ. ຂ່າວ-ພາບ: ກຕທ
RkJQdWJsaXNoZXIy MTc3MTYxMQ==