dt-;' Ill ,v[[a f rtoa d'ko{]a f4tdvo ';f 2 dt-;' xdl sa odko 1h P,1k,oa d3mf gxa oma oltw\ 7totde,tdkoc,j oE0v'csj '-kf ,v[g7n j v' -j ;pgs]n vxt-k-q omu j xtlq [wroE4h ;, 9a fdkoc0j '0a o]q f;y [kd0h k,xtgmf .ovk-u lq j 'glu ,dkomj v'mj P;]k; ot7vos];';P'9a o sk]n dkoIj ;, ]q 'mb oda [d5 j ,oa dm5 ]tdy f lx 9u o o; 9tl6 h -q ogIa f.sh ,6 o7j klq j 'vvd ly o7h k grj u j ,0B o[+ .sh s]5 f 18% Iv'xtmkoxtgmf leg]a fdkog0Q kIj ;, 'ko;k'ltcf'ly o7h k 9u o{vk-u .8h 7A 'mu 7 ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນສຸກ 18.08.2023 ປີທີ 22 ສະບັບທີ 5.744 rda xt-k-oq xt8;y fa]k; mu,j du Pflts'k \oA pon K j ອ່ານຕໍ່ໜ້າ 7 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 rvh ,doa l,5 .l9j fa 8'A xt8[y fa 2 ;k]tcs'j -kf .sgh xoa I[6 xtme ຂປລ. ຄະນະຊ່ຽວຊານອາ ຊຽນ-ຍີ່ປຸ່ນ ຈາກຄະນະວິທະຍາ ສາດການກິລາ ມະຫາວິທະຍາໄລ ສຸກູບະ ປະເທດຍີ່ປຸ່ນ ໄດ້ເລືອກເອົາ ສປປ ລາວ ເປັນປະເທດທຳອິດໃນ ຂົງເຂດອາຊຽນ ໃນການເກັບກຳຂໍ້ ມູນ, ສຳພາດຄູ ແລະ ນັກກິລາເພື່ອ ນຳໄປເຮັດບົດວິໄຈກ່ຽວກັບການ ພັດທະນາກິລາຄົນພິການ, ຄູພະລະ ສຶກສາ ແລະ ການມີສ່ວນຮ່ວມຂອງ -j P;-kovk-Po{pu j x5 j o g]n vd lxx ]k; gxa o[j vogda [0= ,6 o;y w9dkora fmtokdy ]k7q ory dko h ຂປລ. ວັນທີ 17 ສິງຫາ 2023 ນີ້, ຄະນະກຳມະການແມ່ນ້ຳຂອງ ແຫ່ງຊາດ ໄດ້ມອບເຄື່ອງອຸປະໂພກ ແລະ ເຄື່ອງບໍລິໂພກປະກອບມີ: ເຂົ້າສານ, ໝີ່ໄວໆ, ແຟັບຊັກເຄື່ອງ, ປ໋ອງປາ, ນ້ຳປາ, ຢາປາລາ ແລະ ຂປລ. ກະຊວງປ້ອງກັນຄວາມ ສະຫງົບ (ປກສ) ຮ່ວມມືກັບບໍລິສັດ ສາມເອັສ ພັດທະນາ ຈຳກັດ ຜູ້ດຽວ ພັດທະນາລະບົບຢ້ຽມຢາມນັກໂທດ ແບບທັນສະໄໝ (ຜ່ານທາງວິດີໂອ ອອນລາຍ) ແນໃສ່ເຮັດໃຫ້ການສື່ ສານລະຫວ່າງນັກໂທດກັບຍາດ ພີ່ນ້ອງ ໄດ້ຕິດຕໍ່ພົວພັນກັນແບບສະ ດວກສະບາຍ, ປະຢັດເວລາໃນການ ໄປມາ, ຫລຸດຜ່ອນຄ່າໃຊ້ຈ່າຍຂອງ ຍາດພີ່ນ້ອງ, ທັງຮັບປະກັນທາງ ດ້ານວິຊາສະເພາະຂອງກຳລັງ ປ້ອງກັນຄວາມສະຫງົບ ເຊິ່ງທາງບໍ ສະບູອາບນ້ຳ ລວມມູນຄ່າ ທັງໝົດ 20 ລ້ານກີບ ໃຫ້ອົງການກາແດງ ຂປລ. ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດພິທີມອບບັດພະນັກງານ-ລັດ ຖະກອນງວດ 2 ໃນວັນທີ 17 ສິງ ຫາ 2023 ໂດຍມີ ທ່ານ ຄຳໄຊ ເຊຍຢິງຢ່າງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ແລະ ທ່ານ ສິງທະວອນ ດາລາວົງ ຫົວໜ້າກົມຄຸ້ມຄອງລັດ ຖະກອນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ພ້ອມທັງແນະນຳໃຫ້ພະ ນັກງານ-ລັດຖະກອນ ຜູ້ຖື ແລະ ນຳ ໃຊ້ບັດມີຄວາມຮັບຮູ້ ແລະ ເຂົ້າໃຈ ໃນການນໍາໃຊ້ບັດໃຫ້ຖືກຕ້ອງຕາມ ລະບຽບກົດໝາຍ ແລະ ເປັນເອກະ ພາບໃນຂອບເຂດທົ່ວປະເທດ. ການອອກບັດພະນັກງານ-ລັດ ຖະກອນເປັນການຢັ້ງຢືນ ແລະ ກວດ ກາບັນຊີຈຳນວນພົນພະນັກງານລັດຖະກອນຜູ້ມີໜ້າ ຫລື ບໍ່ມີໜ້າຕົວ ຈິງ ຂອງບັນດາກະຊວງ, ອົງການ ຂັ້ນສູນກາງ ແລະ ອົງການປົກຄອງ ຂປລ. ກອງປະຊຸມພົບປະລະ ຫວ່າງນະຄອນຫລວງວຽງຈັນ (ນວ) ກັບ ບໍລິສັດກຣິດຕະພົງ ກຣຸບ ຈຳກັດ ແລະ ກຸ່ມນັກທຸລະກິດຈີນ ຈາກແຂວງກວາງຕຸ້ງ ສປ ຈີນ ເພື່ອປຶກສາຫາລືກ່ຽວກັບກາລະໂອ ກາດການລົງທຶນຢູ່ ນວ ຈັດຂຶ້ນວັນ ທີ 16 ສິງຫາ 2023 ທີ່ນະຄອນ ຫລວງວຽງຈັນ ໂດຍເປັນປະທານ ຂອງ ທ່ານ ພູຂົງ ບັນນະວົງ ຮອງ ເຈົ້າຄອງນະຄອນຫລວງວຽງຈັນ, ມີບັນດາຫົວໜ້າພະແນກການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ພູຂົງ ບັນນະວົງ ໄດ້ໃຫ້ ຮູ້ວ່າ: ການເປີດເສັ້ນທາງລົດໄຟ ລາວ-ຈີນ ແລະ ທາງດ່ວນວຽງຈັນ- ວັງວຽງ ເປັນການປະຕິບັດນະໂຍ ບາຍໜຶ່ງແລວ ໜຶ່ງເສັ້ນທາງໄດ້ເປັນ ຂີດໝາຍປະຫວັດສາດຂອງການ ພົວພັນ-ຮ່ວມມື ລະຫວ່າງສອງປະ ເທດ ລາວ-ສປ ຈີນ ໃຫ້ເຂົ້າສູ່ລວງ ເລິກ ແລະ ມີບົດບາດສໍາຄັນຕໍ່ການ ພັດທະນາເສດຖະກິດ-ສັງຄົມຂອງ ສອງປະເທດ ແລະ ໃນພູມມີພາກ. ນະຄອນຫລວງວຽງຈັນ ໃນຖານະ ເປັນນະຄອນຫລວງຂອງປະເທດ ລາວ ມີປະຊາກອນປະມານ 1,3 ລ້ານຄົນ (ລວມທັງຄົນສັນຊາດ ລາວ ແລະ ຕ່າງປະເທດ) ມີ 9 ເມືອງ ແລະ 481 ບ້ານ, ໃນປີ 2022 ເສດຖະກິດ ນວ ຂະຫຍາຍ ຕົວ ໃນລະດັບ 4,83% ສະເລ່ຍຕໍ່ ຫົວຄົນ 62,91 ລ້ານກີບ. ໃນນີ້,ຂະ ແໜງກະສິກໍາ ກວມເອົາ 13,77% ຂອງ GDP ຂະແໜງອຸດສາຫະ ກໍາການຄ້າກວມ 19,05% ແລະ ການບໍລິການກວມ 36,36 % ຂອງ ພາບປະກອບ ຂປລ. ໃນໄລຍະທ້າຍສະໄໝ ນະຄອນຫລວງວຽງຈັນ(ນວ) ຈະ ສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍ ຕົວສູງກວ່າ 2 ປີທີ່ຜ່ານມາ ແລະ ສູ້ຊົນເຮັດໃຫ້ໂຄງປະກອບເສດຖະ ກິດຫັນປ່ຽນໄປຕາມທິດທີ່ມີຄຸນນະ ພາບ ໂດຍຈະຊຸກຍູ້ສົ່ງເສີມການ ນໍາເຂົ້າ-ສົ່ງອອກສິນຄ້າໃຫ້ບັນລຸ ຕາມຄາດໝາຍ ເປັນຕົ້ນມູນຄ່າການ ສົ່ງອອກສິນຄ້າ ເພີ່ມຂຶ້ນບໍ່ໃຫ້ຫລຸດ 18% ຕໍ່ປີ, ມູນຄ່າສິນຄ້ານໍາເຂົ້າ ເພີ່ມຂຶ້ນ ບໍ່ໃຫ້ເກີນ 8% ຕໍ່ປີ. ທ່ານ ພູຂົງ ບັນນາວົງ ຮອງເຈົ້າ ຄອງ ນວ ລາຍງານໃຫ້ຮູ້ໃນກອງ ປະຊຸມສະໄໝສາມັນເທື່ອທີ 5 ຂອງ ສະພາປະຊາຊົນ ນວ ຊຸດທີ II ເມື່ອ ບໍ່ດົນນີ້ວ່າ: ສຳລັບ ທິດທາງຈຸດສຸມ ທ້າຍສະໄໝ ນວ ຈະສືບຕໍ່ປະຕິຮູບ ຂະແໜງການເງິນໃຫ້ເຂັ້ມແຂງ ແລະ ຍືນຍົງ, ຍົກສູງປະສິດທິພາບ ການຄຸ້ມຄອງລາຍຮັບ ແລະ ລາຍ ຂປລ. ໃນວັນທີ 14-17 ສິງຫາ 2023 ນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນແຫ່ງ ສປປ ລາວ ເຂົ້າຮ່ວມງານວາງສະ ແດງສິນຄ້າ ຈີນ-ອາຊີໃຕ້ ຄັ້ງທີ 7 ແລະ ງານວາງສະແດງການນຳ ເຂົ້າ-ສົ່ງອອກສິນຄ້າຈີນ(ຄຸນໝິງ) ຄັ້ງທີ 27 ພາຍໃຕ້ຫົວຂໍ້: “ສາມັກຄີ ຮ່ວມກັນ ເພື່ອພ້ອມກັນ ພັດທະນາ”. ງານວາງສະແດງດັ່ງກ່າວ, ເປັນ ເວທີໜຶ່ງທີ່ມີຄວາມສໍາຄັນໃນການ ເຄື່ອນໄຫວຮ່ວມມືວຽກງານການ ທູດຫລາຍຝ່າຍ, ການຮ່ວມມືດ້ານ
lt4kom6 f vy ogfp xt9e]k; lts]v' ;a oxtdkfgvdt]kf 7q [Iv[ 77 xu Iv']a f4t,q o8u dt-;' 4;m 8h voIa [ 7totz6 h cmo7Q o7;h kdq f\kp9u o{vk-Po lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 18/08/2023 xtgmf]k; ນະຄອນຫລວງວຽງຈັນ.. ນວ ຈະສູ້ຊົນເຮັດໃຫ້... ຄະນະກຳມະການ... ຮອງປະທານປະເທດ... ກະຊວງແຮງງານ... ກະຊວງ ປກສ ຫັນການ... ຂປລ. ໃນວັນທີ 15 ສິງຫາ 2023 ຜ່ານມາ, ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະ ຊວງການເງິນ ໄດ້ຕ້ອນຮັບທ່ານ ເສິງ ຈຸນ ປະທານບໍລິສັດ EDL-T ພ້ອມຄະນະ ເພື່ອລາຍງານຄວາມ ຄືບໜ້າການຈັດຕັ້ງປະຕິບັດໂຄງ ການ ແລະ ຂໍທິດຊີ້ນຳເພື່ອຜັນຂະ ຫຍາຍການກະກຽມຄວາມພ້ອມ ໃນການດຳເນີນການຈັດຕັ້ງປະຕິ ບັດໂຄງການສາຍສົ່ງໄຟຟ້າແຫ່ງ ຊາດ (EDL-T) ໃຫ້ສຳເລັດຕາມ ແຜນການທີ່ວາງໄວ້. ໂອກາດນີ້, ທ່ານ ພູທະນູເພັດ ໄຊສົມບັດ ໄດ້ສະແດງຄວາມຍິນ ດີຕ້ອນຮັບ ແລະ ຂອບໃຈເປັນຢ່າງ ສູງມາຍັງບໍລິສັດ EDL-T ກໍຄືຕາງ ໜ້າຈາກລັດຖະບານ ສປ ຈີນ ທີ່ ຍາມໃດກໍໃຫ້ການສະໜັບສະໜູນ ແລະ ເອົາໃຈໃສ່ໃນການຊ່ວຍແກ້ ໄຂບັນຫາເສດຖະກິດຂອງ ສປປ ລາວ ໂດຍສະເພາະແມ່ນການເລັ່ງ ລັດຂັ້ນຕອນໃນການເປັນເອກະ ພາບທາງຝ່າຍຈີນ ເພື່ອໃຫ້ສາມາດ ຈັດຕັ້ງປະຕິບັດໂຄງການໃຫ້ສຳ ເລັດຕາມແຜນການທີ່ວາງໄວ້. ລັດ ຖະບານ ກໍຄື ກະຊວງການເງິນຈະ ໄດ້ສືບຕໍ່ເຮັດວຽກຢ່າງໃກ້ຊິດຮ່ວມ ກັບ ບໍລິສັດ ໄຟຟ້າລາວ(ຟຟລ) ເພື່ອໃຫ້ສຳເລັດບັນດາເອກະສານ ທີ່ຍັງຈະຕ້ອງໄດ້ສືບຕໍ່ປຶກສາຫາ ລືຮ່ວມກັບບໍລິສັດ ຊຶ່ງບັນດາເອກະ ສານເຫລົ່ານັ້ນ ສ່ວນໃຫຍ່ກໍແມ່ນໄດ້ ສຳເລັດໂດຍພື້ນຖານແລ້ວ ແລະ ສະ ເໜີໃຫ້ບໍລິສັດ ໄດ້ໃຫ້ການສະໜັບ ສະໜູນ ແລະ ຊຸກຍູ້ເຮັດວຽກຮ່ວມ ກັບ ຟຟລ ເພື່ອໃຫ້ສາມາດສຳເລັດ ບັນດາເອກະສານທີ່ຄົງຄ້າງພາຍ ໃນເດືອນສິງຫາ 2023 ນີ້. ໂດຍປະຕິບັດຕາມການຊີ້ນໍານຳພາ ແລະ ການຮ່ວມມືທີ່ແໜ້ນ ແຟ້ນ ລະຫວ່າງສອງຊາດລາວ-ຈີນ ໂດຍສະເພາະແມ່ນການຮ່ວມມືຍຸດ ທະສາດ ເພື່ອແກ້ໄຂສະພາບເສດ ຖະກິດແຫ່ງຊາດ ຊຶ່ງພັກ-ລັດຖະ ບານ ທັງສອງຝ່າຍໄດ້ເອົາໃຈໃສ່ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ໂຄງການສາຍສົ່ງໄຟຟ້າແຫ່ງຊາດ (EDL-T) ເພື່ອນໍາໃຊ້, ບໍລິຫານ ແລະ ພັດທະນາລະບົບສາຍສົ່ງໄຟ ຟ້າ ເພື່ອແກ້ໄຂບັນຫາໜີ້ສິນຂອງລັດ ຖະບານ. ສະນັ້ນ, ລັດຖະບານ ສປປ ລາວ ຈຶ່ງໄດ້ເຊັນສັນຍາສຳປະທານ (CA) ຮ່ວມກັບບໍລິສັດ EDL-T ໃນວັນທີ 11 ມີນາ 2021 ດຳເນີນ ໂຄງການ ສາຍສົ່ງໄຟຟ້າ ແຫ່ງຊາດ, ມາຮອດປັດຈຸບັນ ແມ່ນໄດ້ຈັດຕັ້ງ ປະຕິບັດໃກ້ຈະສຳເລັດແລ້ວ. ຂ່າວ-ພາບ: ກະຊວງການເງິນ ຈ່າຍ, ນຳໃຊ້ເຄື່ອງມືທີ່ທັນສະໄໝ ເຂົ້າໃນວຽກງານການເງິນໃຫ້ເປັນ ຮູບປະທໍາ, ປັບປຸງ ແລະ ຂະຫຍາຍ ຖານລາຍຮັບພາຍໃນ ໃຫ້ເພີ່ມຂຶ້ນ ເທື່ອລະກ້າວ, ຮັກສາວິໄນແຜນ ການ-ການເງິນຢ່າງເຂັ້ມງວດ, ສຸມ ໃສ່ສ້າງນະໂຍບາຍພາສີ-ອາກອນ ໃຫ້ມີຄວາມຍຸຕິທໍາ ແລະ ຊຸກຍູ້ສົ່ງ ເສີມການລົງທຶນ ແລະ ການຜະລິດ ທຸລະກິດ, ປະຕິບັດລາຍຈ່າຍງົບປະ ມານຢ່າງປະຢັດມັດທະຍັດ, ມີຈຸດ ສຸມ ແລະ ສອດຄ່ອງກັບເປົ້າໝາຍ ການພັດທະນາ. ໃນນັ້ນ, ຈະສູ້ຊົນ ຮັບປະກັນຄວາມໝັ້ນຄົງດ້ານສະ ບຽງອາຫານ ຕາມຫລັກໂພຊະນາ ການ ແລະ ປະກອບສ່ວນສ້າງຄັງ ແຮເຂົ້າແຫ່ງຊາດ, ສົ່ງເສີມ ແລະ ເລືອກເຟັ້ນການຜະລິດສິນຄ້າກະສິ ກໍາ ຕາມທິດຍືນຍົງ, ສະໜອງຄວາມ ຕ້ອງການວັດຖຸດິບໃຫ້ໂຮງງານອຸດ ສາຫະກຳ ປຸງແຕ່ງພາຍໃນ ແລະ ເປັນສິນຄ້າສົ່ງອອກ, ປົກປັກຮັກສາ ແລະ ຟື້ນຟູປ່າສະຫງວນແຫ່ງຊາດ 2 ແຫ່ງ, ປ່າຜະລິດ ແລະ ປ່າປ້ອງ ກັນ ໃຫ້ຄົບຖ້ວນ ແລະ ຍືນຍົງ. ພ້ອມກັນນີ້, ຍັງຈະສືບຕໍ່ຊຸກຍູ້ບັນ ດາໂຄງການລົງທຶນຂອງລັດ ທີ່ໄດ້ ຢຸດເຊົາຊົ່ວຄາວ (ໂຄງການລົງທຶນ ກ່ອນ) ໃຫ້ໄດ້ຮັບການຈັດຕັ້ງປະຕິ ບັດສຳເລັດໂດຍໄວ, ກໍ່ສ້າງສ້ອມ ແປງບັນດາເສັ້ນທາງໃນນະຄອນ ຫລວງວຽງຈັນ ໃຫ້ຮັບປະກັນແກ່ ການສັນຈອນໄດ້ດີຕະຫລອດປີ ແລະ ສືບຕໍ່ຕິດຕາມການຂຶ້ນແຜນ ເພື່ອສ້ອມແປງເສັ້ນທາງ ເພື່ອຮັບໃຊ້ ກອງປະຊຸມອາຊຽນທີ່ ສປປ ລາວ ຈະໄດ້ຮັບກຽດເປັນເຈົ້າພາບໃນປີ 2024 ໃຫ້ໄດ້ຮັບການຈັດຕັ້ງປະ ຕິບັດ, ພ້ອມທັງ ຈະສືບຕໍ່ປະສານສົມ ທົບກັບກົມຂົວທາງຕິດຕາມ, ກວດ ກາສ້ອມແປງເສັ້ນທາງຫລວງແຫ່ງ ຊາດ ເລກທີ 13 ເໜືອ, ທາງເລກທີ 13 ໃຕ້, ເສັ້ນທາງເລກ 10 ແລະ ເສັ້ນທາງເລກ 11 ຕອນເໜືອ ໃຫ້ມີ ຄວາມຮັບປະກັນແກ່ການສັນຈອນ ໄດ້ດີຕະຫລອດປີ. ຂ່າວ: ທະນູທອງ ຂໍ້ມູນ-ພາບ: ປະຊາຊົນ xtmko[= ]y la f EDL-T g0Q k]kp'koIv']a f4t,q o8u dt-;'dkog'o dj P;da [37'dkolkplq j 'w22h kcsj '-kf y ຂປລ. ສະຖານທູດອິນເດຍ ປະ ຈຳ ສປປ ລາວ ຈັດງານສະເຫລີມ ສະຫລອງວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ອິນເດຍ ຄົບ ຮອບ 77 ປີ ໃນວັນທີ 15 ສິງຫາ 2023 ທີ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ປຣາຊານຕ໌ ອາເກີ່ ວາລ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ອິນເດຍ ປະຈໍາ ສປປ ລາວ ແລະ ຊາວອິນເດຍ ທີ່ ອາໄສຢູ່ລາວ ເຂົ້າຮ່ວມ. ໂອກາດນີ້, ທ່ານ ປຣາຊານຕ໌ ອາເກີ່ວາລ ໄດ້ອ່ານຄຳປາໄສຂອງ ປະທານາທິບໍດີ ອິນເດຍ ຕໍ່ວັນດັ່ງ ກ່າວ, ພ້ອມທັງໄດ້ກ່າວວ່າ: ການ ສະເຫລີມສະຫລອງວັນປະກາດ ເອກະລາດ ແມ່ນຄວາມຈິງທີ່ວ່າ ພວກເຮົາເປັນສ່ວນໜຶ່ງຂອງປະຊາ ທິປະໄຕ ທີ່ຍິ່ງໃຫຍ່ ເຊິ່ງແຕ່ລະຄົນ ເປັນພົນລະເມືອງເທົ່າທຽມກັນ, ມີໂອກາດເທົ່າທຽມກັນ, ສິດເທົ່າ ທຽມກັນ ແລະໜ້າທີ່ເທົ່າທຽມກັນ ຢູ່ປະເທດອິນເດຍ. ປະເທດອິນເດຍ ໄດ້ເຂົ້າສູ່ມິຕິໃໝ່ ແລະ ພວກເຮົາກ້າວໄປຂ້າງໜ້າ ເພື່ອເຮັດໃຫ້ອິນເດຍ ເປັນປະເທດ ທີ່ປະສົມປະສານ ແລະ ພັດທະນາ ພາຍໃນປີ 2047. ລິສັດ ເປັນຜູ້ລົງທຶນ 100%, ລວມ ມູນຄ່າການລົງທຶນ 3 ລ້ານໂດລາ ສະຫະລັດ. ທ່ານ ພົຈວ ສົມລິດ ດາວຮຸ່ງສຸລິ ຫົວໜ້າກົມຕຳຫລວດຄຸມຂັງ-ດັດ ສ້າງ ກ່າວໃນພິທີເຊັນສັນຍາຮ່ວມ ມືໂຄງການດັ່ງກ່າວ, ເມື່ອບໍ່ດົນນີ້ ວ່າ: ບໍລິສັດ ໄດ້ລົງສຳຫລວດເກັບ ກຳຂໍ້ມູນຢູ່ບັນຄ້າຍຄຸມຂັງ, ເຮັດ ບົດວິພາກເສດຖະກິດ-ເຕັກນິກ, ປັບ ປຸງ, ກໍ່ສ້າງສູນບັນຊາລວມ ແລະ ຫ້ອງຢ້ຽມຢາມ, ພ້ອມທັງໄດ້ຕິດຕັ້ງ ອຸປະກອນຮັບໃຊ້ໂຄງການສຳເລັດ ແລະ ໄດ້ຈັດຝຶກອົບຮົມວິທີການນຳ ໃຊ້ໂປແກຣມ ໃຫ້ພະນັກງານທີ່ມາ ຈາກຄ້າຍຄຸມຂັງແຕ່ລະພາກ ໃນ ຂອບເຂດທົ່ວປະເທດ ແລະ ໄດ້ເຮັດ ທົດລອງນຳໃຊ້ລະບົບຢ້ຽມຢາມຕົວ ຈິງ ຢູ່ຄ້າຍຄຸມຂັງຕານປ່ຽວ ແລະ ຝ່າຍຄຸມຂັງໂພນຕ້ອງ. ທ່ານ ພອນປະເສີດ ອິນທະສອນ ປະທານບໍລິສັດ ສາມເອັສ ພັດທະ ນາ ຈຳກັດ ຜູ້ດຽວ ກ່າວວ່າ: ລະບົບ ຢ້ຽມຢາມນັກໂທດແບບທັນສະໄໝ ໄດ້ພັດທະນາລະບົບຊອບແວ ດ້ວຍ ການສື່ສານຜ່ານອອນລາຍຮູບ ແບບວີດີໂອ ທີ່ມີລະບົບປ້ອງກັນ ຄວ າມປອດໄພສູງ ເຊັ່ນ: ຜ່ານຄອມ ພິວເຕີ ແລະ ສະມາດໂຟນ ໂດຍເສຍ ຄ່າທຳນຽມຜ່ານ BCELONE ເຊິ່ງຜູ້ທີ່ຕ້ອງການຢ້ຽມຢາມ ແມ່ນ ລົງທະບຽນຂໍ້ມູນສ່ວນບຸກຄົນໂດຍ ຜ່ານລະບົບທີ່ຖືກອອກແບບໄວ້ ແລ້ວ ແລະ ມີເຈົ້າໜ້າທີ່ຄວບຄຸມລະ ບົບ ເປັນຜູ້ກວດສອບ ແລະ ອະນຸມັດ ພ້ອມບັນທຶກໄວ້ເປັນຂໍ້ມູນ. ປັດຈຸບັນ, ບໍລິສັດ ມີຄວາມພ້ອມ ຫລາຍດ້ານ ໃນປະຕິບັດໂຄງການ ໃຫ້ສຳເລັດຕາມແຜນການ ເປັນຕົ້ນ ດ້ານທຶນຮອນ, ດ້ານລະບົບຈັດການ ບໍລິຫານດ້ານບຸກຄະລາກອນ ແລະ ເຕັກນິກອຸປະກອນຕ່າງໆ ເຂົ້າໃນການ ສ້າງຕັ້ງໂຄງການໃຫ້ບັນລຸຕາມ ຈຸດປະສົງເປົ້າໝາຍທີ່ກຳນົດໄວ້. ຂ່າວ: ທະນູທອງ ຂໍ້ມູນ-ພາບ: ເວບໄຊກະຊວງ ປກສ GDP ໃນແງ່ການລົງທຶນໄດ້ມີການ ລົງທຶນຈາກ ສປ ຈີນ ເປັນອັນດັບ 1 ໃນ ນວ. ໃນກອງປະຊຸມ, ຍັງໄດ້ຮັບຟັງ ການສະເໜີສະພາບລວມຂອງ ນວ ໄລຍະຜ່ານມາ ຈາກຂະແໜງການ ກ່ຽວຂ້ອງ ໂດຍສະເພາະການສະເໜີ ນະໂຍບາຍການສົ່ງເສີມ ແລະ ບັນ ຊີຮຽກການລົງທຶນ ລວມທັງນະ ໂຍບາຍທີ່ເປັນບຸລິມະສິດໃນດ້ານ ການທ່ອງທ່ຽວ ແລະ ນະໂຍບາຍ ບຸລິ ມະສິດດ້ານເຄື່ອງປະດັບວັດຖຸມີຄ່າ (ທອງຄຳ ແລະ ເພັດ) ໄດ້ມີການຕັ້ງ ຄຳຖາມເຈາະຈິ້ມ ຈາກກຸ່ມບໍລິສັດ ກຣິດຕະພົງ ແລະ ກຸ່ມນັກທຸລະກິດ ຈີນ ຈາກແຂວງ ກວາງຕຸ້ງ ສປ ຈີນ ເພື່ອແລກປ່ຽນຄວາມຮູ້ເຊິ່ງກັນ ແລະ ກັນ ກ້າວໄປສູ່ການຮ່ວມມືລົງ ທຶນນຳກັນໃນຕໍ່ໜ້າຫລາຍຂຶ້ນ. ຂ່າວ: ໜັງສືພິມວຽງຈັນໃໝ່ ແຫ່ງຊາດລາວ ຊຶ່ງມອບໂດຍ ທ່ານ ນາງ ສຸດາວີ ແກ້ວປະເສີດ ຮອງຫົວ ໜ້າກອງເລຂາ ຄະນະກຳມະການ ແມ່ນ້ຳຂອງແຫ່ງຊາດ ແລະ ກ່າວ ຮັບໂດຍ ທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດ ລາວ ໂດຍມີພະນັກງານກ່ຽວຂ້ອງ ສອງຝ່າຍເຂົ້າຮ່ວມ. ໂອກາດນີ້, ທ່ານ ພູທອນ ເມືອງ ປາກ ໄດ້ສະແດງຄວາມຍ້ອງຍໍ, ຊົມ ເຊີຍ ແລະ ຂອບໃຈຕໍ່ການຊ່ວຍ ເຫລືອຂອງຄະນະກຳມະການແມ່ ນ້ຳຂອງແຫ່ງຊາດ ໃນຄັ້ງນີ້, ທີ່ສະ ແດງເຖິງຄວາມມີນ້ຳໃຈເອື້ອເຟື້ອ ເຜື່ອແຜ່, ໃຫ້ການຊ່ວຍເຫລືອມະ ນຸດດ້ວຍກັນ. ສຳລັບເຄື່ອງຊ່ວຍ ເຫລືອທີ່ໄດ້ຮັບ ຈະນຳໄປແຈກຍາຍ ໃຫ້ປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມ ເພື່ອໃຫ້ຊີວິດການ ເປັນຢູ່ຂອງປະຊາຊົນດີຂຶ້ນ. ນັບແຕ່ທ້າຍເດືອນກໍລະກົດຫາ ຕົ້ນເດືອນສິງຫາ ໄດ້ມີຝົນຕົກໜັກ ຕິດຕໍ່ກັນຫລາຍວັນ ສົ່ງຜົນເຮັດໃຫ້ 8 ແຂວງທົ່ວປະເທດ ໄດ້ຮັບຜົນກະ ທົບຈາກໄພນ້ຳຖ້ວມ, ດິນເຈື່ອນ, ທາງຂາດ ແລະ ໄດ້ຮັບຄວາມເສຍ ຫາຍຢ່າງຫລວງຫລາຍ. ສະນັ້ນ, ຫລາຍພາກສ່ວນໃນສັງຄົມຈຶ່ງໄດ້ ປະກອບສ່ວນຊ່ວຍເຫລືອຜູ້ປະສົບ ໄພທຳມະຊາດໃນຄັ້ງນີ້ ເຊິ່ງເປັນ ການປະກອບສ່ວນສຳຄັນເຂົ້າໃນ ການຟື້ນຟູ ແລະ ບັນເທົາທຸກແກ່ປະ ຊາຊົນທີ່ໄດ້ຮັບຜົນກະທົບໃຫ້ກັບ ຄືນສູ່ສະພາບປົກກະຕິໂດຍໄວ. ຂ່າວ: ກິດຕາ ທ້ອງຖິ່ນ, ທັງເປັນການປັບປຸງຂໍ້ມູນ ປະຫວັດລັດຖະກອນໃຫ້ຖືກຕ້ອງ, ສອດຄ່ອງກັບລະບຽບການ, ຫັນ ການຄຸ້ມຄອງພະນັກງານ-ລັດຖະ ກອນຕາມກົດໝາຍ, ລະບຽບການ ແລະ ທັນສະໄໝ ເຮັດໃຫ້ການເບີກ ຈ່າຍເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍຕ່າງໆຖືກຕ້ອງ ຕາມຕົວຈິງ; ທັງເປັນບ່ອນອີງໃຫ້ ອົງການຄຸ້ມຄອງພະນັກງານ-ລັດ ຖະກອນຂອງບັນດາກະຊວງ, ອົງ ການທຽບເທົ່າກະຊວງຂັ້ນສູນ ກາງ, ຂັ້ນແຂວງ ແລະ ຂັ້ນເມືອງ ມີຄວາມສະດວກ ແລະ ພາກສ່ວນ ຕ່າງໆ ທີ່ມີສ່ວນກ່ຽວຂ້ອງລວມທັງ ຄວາມເປັນເອກະພາບໃນການຈັດ ຕັ້ງປະຕິບັດຕົວຈິງໃນຂອບເຂດ ທົ່ວປະເທດ. ຈຸດປະສົງການອອກບັດແມ່ນ ໄດ້ກຳນົດເປົ້າໝາຍ ແລະ ຫລັກ ການ, ລະບຽບການ ແລະ ມາດຕະ ການກ່ຽວກັບການອອກບັດພະນັກ ງານ-ລັດຖະກອນເຮັດໃຫ້ການຈັດ ຕັ້ງພັກ, ລັດ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນ ສູນກາງ, ທ້ອງຖິ່ນ ແລະ ພາກສ່ວນ ທີ່ກ່ຽວຂ້ອງມີບ່ອນອີງໃນການດໍາ ເນີນການຈັດຕັ້ງປະຕິບັດວຽກງານ ດັ່ງກ່າວ ໄດ້ຢ່າງຖືກຕ້ອງ ແລະ ເປັນ ລະບົບ. ສຳລັບເປົ້າໝາຍທີ່ຈະອອກ ບັດໃຫ້ແມ່ນລັດຖະກອນທີ່ມີຕຳ ແໜ່ງບໍລິຫານ, ລັດຖະກອນວິຊາ ການ ແລະ ລັດຖະກອນຊ່ວຍວຽກ ບໍລິຫານ ທີ່ປະຈຳການປົກກະຕິ. ຂໍ້ມູນ: ຂ່າວສານ ຮສສ ຂປລ.ໃນວັນທີ17ສິງຫາ2023 ນີ້, ທ່ານ ອຸ່ນທວງ ຂາວພັນ ຮອງ ລັດຖະມົນຕີ ກະຊວງຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ(ຖວທ) ໄດ້ຕ້ອນຮັບທ່ານ Zhang Xiaojun ເລຂາທິການ ໃຫຍ່ ສູນຄົ້ນຄວ້າກົດໝາຍ ຈີນອາຊຽນ ພ້ອມຄະນະໃນໂອກາດ ເດີນທາງມາຢ້ຽມ ແລະ ເຮັດວຽກຢູ່ ສປປ ລາວ. ໂອກາດນີ້, ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງ ຖວທ ໄດ້ສະແດງຄວາມຍິນດີຕ້ອນ ຮັບ ແລະ ຕີລາຄາສູງຕໍ່ການ ມາຢ້ຽມ ແລະ ເຮັດວຽກຂອງທ່ານເລຂາທິ ການໃຫຍ່ສູນຄົ້ນຄວ້າກົດໝາຍ ຈີນ-ອາຊຽນ ພ້ອມຄະນະ ໃນຄັ້ງນີ້, ຊຶ່ງເປັນໝິດໝາຍສຳຄັນໃນການ ປະກອບສ່ວນເສີມສ້າງສາຍພົວພັນ ຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ ທີ່ມີມູນເຊື້ອອັນດີງາມແລ້ວນັ້ນ ໃຫ້ ນັບມື້ເພີ່ມພູນຄູນສ້າງຍິ່ງໆຂຶ້ນ. ພ້ອມທັງໄດ້ອວຍພອນໃຫ້ຄະນະ ຜູ້ແທນຈາກສູນຄົ້ນຄວ້າກົດໝາຍ ຈີນ-ອາຊຽນ ຈົ່ງປະສົບຜົນສຳເລັດ ໃນການມາຢ້ຽມຢາມ ແລະ ເຮັດ ວຽກຢູ່ ສປປ ລາວ ໃນຄັ້ງນີ້. ໃນໂອກາດດຽວກັນ, ທ່ານ Zhang Xiaojun ກໍໄດ້ສະແດງ ຄວາມຂອບໃຈຕໍ່ທ່ານຮອງລັດຖະ ມົນຕີກະຊວງ ຖວທ ທີ່ໄດ້ໃຫ້ການ ຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງໄດ້ ແຈ້ງຈຸດປະສົງໃນການມາເຄື່ອນ ໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ເພື່ອເພີ່ມທະວີສາຍພົວ ພັນການຮ່ວມມື ລະ ຫວ່າງ ກະຊວງ ຖວທ ແລະ ສູນຄົ້ນຄວ້າກົດໝາຍ ຈີນ-ອາຊຽນ ໃນການພັດທະນາ ຊັບພະຍາກອນມະນຸດ ແລະ ການ ຮ່ວມມືດ້ານອື່ນໆ ໃນອະນາຄົດໃຫ້ ມີປະສິດທິພາບສູງຂຶ້ນ. ຂ່າວ: ວຽງສະຫວັນ, ພາບ: ຂັນໄຊ ທ່ານ ອຸ່ນທວງ ຂາວພັນ (ຂວາ) ເສດຖະກິດ ແລະ ການຄ້າ ແລະ ການ ແລກປ່ຽນໄປມາຫາສູ່ກັນ ລະຫວ່າງ ປະຊາຊົນ ຂອງຈີນ, ອາຊີໃຕ້ ແລະ ອາ ຊີ ຕາເວັນອອກສ່ຽງໃຕ້ ແລະ ພາກພື້ນ ອື່ນໆ. ພ້ອມກັນນີ້, ກໍຍັງເປັນເວທີສໍາ ຄັນ ສໍາລັບພາກລັດ ແລະ ພາກທຸລະກິດ ຂອງ ສປ ຈີນ ແລະ ບັນດາປະເທດ ຕ່າງໆທີ່ເຂົ້າຮ່ວມງານ ກໍຄືລະຫວ່າງ ບັນດາພາກສ່ວນກ່ຽວຂ້ອງຕ່າງໆ ຂອງປະເທດທີ່ເຂົ້າຮ່ວມງານ ໃນການ ປຶກສາຫາລື, ແລກປ່ຽນທັດສະນະແລະ ປະສົບການທີ່ດີຮ່ວມກັນ ເພື່ອຊອກຫາ ຊ່ອງທາງຮ່ວມມືຄ້າຂາຍນຳກັນໃນອະ ນາຄົດ. ງານວາງສະແດງດັ່ງກ່າວ, ໄດ້ ຈັດແບ່ງອອກເປັນ 15 ເຂດຫ້ອງວາງ ສະແດງປະກອບມີຫ້ອງວາງສະແດງ ດ້ານຊັບພະຍາກອນເສດຖະກິດ, ຫ້ອງ ວາງສະແດງດ້ານເສດຖະກິດທ່າເຮືອ, ຫ້ອງວາງສະແດງຂົງເຂດເສດຖະ ກິດ, ຫ້ອງວາງສະແດງເສດຖະກິດດີຈິ ຕອນ, ຫ້ອງວາງສະແດງການຜະລິດ ທັນສະໄໝ, ຫ້ອງວາງສະແດງຂອງບັນ ດາປະເທດອາຊີໃຕ້, ຫ້ອງວາງສະແດງ ອາຊີຕາເວັນອອກສ່ຽງໃຕ້, ຫ້ອງວາງ ສະແດງຂອງບັນດາປະເທດອື່ນໆ, ຫ້ອງວາງສະແດງການຮ່ວມມືພາກ ພື້ນ, ຫ້ອງວາງສະແດງດ້ານວັດທະນະ ທຳ ແລະ ພິພິທະພັນທ່ອງທ່ຽວ, ຫ້ອງ ວາງສະແດງດ້ານກະສິກໍາທັນສະໄໝ ສະເພາະເຂດພູພຽງ, ຫ້ອງວາງສະ ແດງດ້ານຢາຊີວະພາບ ແລະ ສຸຂະພາບ ທີ່ດີ ແລະ ຫ້ອງວາງສະແດງອື່ນໆ. ໃນ ນັ້ນປະກອບມີຫລາຍກວ່າ 2.000 ບໍ ລິສັດ ແລະ ບັນດາຜູ້ປະກອບການຕ່າງໆ ຈາກພາຍໃນ ສປ ຈີນ ແລະ 60 ກວ່າ ປະເທດໃນພາກພື້້ນອາຊີ ແລະ ພາກ ພື້້ນອື່ນໆເຂົ້າຮ່ວມ. ໃນໂອກາດເຂົ້າຮ່ວມງານວາງສະ ແດງໃນຄັ້ງນີ້, ທ່ານຮອງປະທານປະ ເທດ ຍັງໄດ້ຮັບກຽດໃຫ້ຂຶ້ນມີຄໍາເຫັນ ໃນພິທີເປີດງານທາງການ ໂດຍທ່ານ ໄດ້ສະແດງຄວາມຊົມເຊີຍຕໍ່ຝ່າຍ ສປ ຈີນ ໂດຍສະເພາະ ນະຄອນຄຸນໝິງ ແລະ ຄະນະຮັບຜິດຊອບຈັດງານວາງສະ ແດງໃນຄັ້ງນີ້ ທີ່ສາມາດຈັດງານໄດ້ ຢ່າງຍິ່ງໃຫຍ່, ຈົບງາມ ແລະ ມີຄວາມ ໝາຍສໍາຄັນສອດຄ່ອງກັບສະພາບເສດ ຖະກິດຂອງໂລກໃນປັດຈຸບັນ. ນອກ ນັ້ນ ທ່ານຮອງປະທານປະເທດ ຍັງໄດ້ ຕີລາຄາສູງຕໍ່ຜົນສໍາເລັດຂອງການຈັດ ຕັ້ງປະຕິບັດຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນ ທາງ ຂອງ ສປ ຈີນ ຄົບຮອບ 10 ປີ ເຊິ່ງ ສອດຄ່ອງກັບຍຸດທະສາດຂອງ ສປປ ລາວ ໃນການຫັນປະເທດທີ່ບໍ່ມີຊາຍ ແດນຕິດຈອດກັບທະເລ ມາເປັນປະ ເທດ ເຊື່ອມໂຍງ ເຊື່ອມຈອດກັບພາກພື້ນ ແລະ ຍົກໃຫ້ເຫັນເຖິງຄວາມສໍາຄັນ ຂອງການຮ່ວມກັນສ້າງເສັ້ນທາງລົດ ໄຟ ລາວ-ຈີນ ໄດ້ນຳເອົາຜົນປະໂຫຍດ ຕົວຈິງມາສູ່ປະຊາຊົນ ສອງຊາດລາວຈີນ ກໍຄື ບັນດາປະເທດໃນພາກພື້ນເຊິ່ງ ເປັນການປະກອບສ່ວນເພີ່ມທະວີການ ຮ່ວມມື ທາງດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການໄປມາຫາສູ່ລະ ຫວ່າງປະຊາຊົນໃນພາກພື້ນຢ່າງແທ້ ຈິງ. ນອກຈາກນີ້, ໃນຕອນບ່າຍວັນທີ 14 ສິງຫາ 2023, ທ່ານຮອງປະ ທານປະເທດ ແຫ່ງ ສປປ ລາວ ຍັງໄດ້ ພົບປະສອງຝ່າຍກັບ ທ່ານ ຫວັງ ໜິງ ເລຂາພັກແຂວງຢູນນານ ແລະ ວັນທີ 16 ສິງຫາ 2023 ພົບປະກັບ ທ່ານ ຫວັງອີ້ ຫົວໜ້າຫ້ອງການຄະນະກໍາມະ ການກິດຈະການຕ່າງປະເທດສູນກາງ ພັກ, ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປ ຈີນ ເຊິ່ງການພົບປະ ໃນຄັ້ງນີ້ ທັງສອງຝ່າຍໄດ້ຕີລາຄາສູງ ຕໍ່ການເປັນປະເທດເພື່ອນມິດຍຸດທະ ສາດຮອບດ້ານ ໝັ້ນຄົງຍາວນານຕາມ ທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາ ກຳລາວ-ຈີນ, ຈີນ-ລາວ ໂດຍສະເພາະ ແມ່ນການຈັດຕັ້ງປະຕິບັດ ແລະ ຜັນ ຂະຫຍາຍຜົນການພົບປະຂອງສອງເລ ຂາທິການໃຫຍ່ ລາວ-ຈີນ ໃຫ້ໄດ້ຮັບ ໝາກຜົນ ລວມທັງການຈັດຕັ້ງຜັນ ຂະຫຍາຍບັນດາເອກະສານທີ່ການນໍາ ຂັ້ນສູງຂອງທັງສອງປະເທດໄດ້ເຫັນ ດີ ແລະ ລົງນາມຮ່ວມກັນໃນໄລຍະ ຜ່ານມາ. ທ່ານຮອງປະທານປະເທດ ຍັງໄດ້ ຖືໂອກາດດັ່ງກ່າວ, ຕາງໜ້າລັດຖະ ບານແຫ່ງ ສປປ ລາວ ສະແດງຄວາມ ຂອບໃຈແຂວງຢຸນນານ ທີ່ໄດ້ໃຫ້ການ ຊຸກຍູ້ການພົວພັນຮ່ວມມືກັບບັນດາ ພາກສ່ວນກ່ຽວຂ້ອງຂອງລາວ ບໍ່ວ່າ ຈະ ກ່ອນ ຫລື ຫລັງການລະບາດພະຍາດ ໂຄວິດ-19, ພ້ອມທັງຊຸກຍູ້ສົ່ງເສີມໃຫ້ ນັກທຸລະກິດຂອງແຂວງມາລົງທຶນຢູ່ ສປປ ລາວ, ອັນພົ້ນເດັ່ນກໍແມ່ນການ ລົງທຶນກໍ່ສ້າງທາງດ່ວນວຽງຈັນ-ວັງ ວຽງ, ເຂດເສດຖະກິດກວມ ລວມ ໄຊເສດຖາ, ການລົງທຶນດ້ານກະສິກໍາ ຂອງແຂວງຢຸນນານ ຢູ່ ສປປ ລາວ ລວມທັງເຂດເສດຖະກິດ ບໍ່ເຕັນ-ບໍ່ ຫານ ແລະ ອື່ນໆ. ສ່ວນຝ່າຍຈີນ ກໍໄດ້ ສະແດງຄວາມຂອບໃຈມາຍັງພັກ ແລະ ລັດຖະບານ ສປປ ລາວ ທີ່ໄດ້ສົ່ງ ຄະນະຜູ້ແທນຂັ້ນສູງທີ່ນຳໂດຍທ່ານ ຮອງປະທານ ປະເທດ ເພື່ອເຂົ້າຮ່ວມ ງານວາງສະແດງທີ່ຄຸນໝິງ ແລະ ຄຸນໝິງມີຄວາມຍິນດີປະກອບສ່ວນ ເຂົ້າໃນການພົວພັນຮ່ວມມື ລາວ-ຈີນ ແລະ ຈັດຕັ້ງຜັນຂະຫຍາຍການຕົກລົງ ເຫັນດີຂອງການນໍາຂັ້ນສູງຂອງສອງ ຝ່າຍ; ສອງຝ່າຍມີຄວາມຍິນດີເພີ່ມທະ ວີການພົວພັນຮ່ວມມືນຳກັນ, ພ້ອມທັງ ເຫັນດີຈະສືບຕໍ່ໃຫ້ການຮ່ວມມື ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນໃນຕໍ່ໜ້າ. ຂ່າວ-ພາບ: ກຕທ
rk]tdyfxt8y;af-kf xt-kmyxtw8 0v' xtmko 7ew8 luraofvo xtgmf]k; 3 18/08/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ໄໝຄຳຍ້ອມສິນ ແຕ່ວ່າໃນໄລຍະແຕ່ປີ 19391945 ສົງຄາມໂລກຄັ້ງທີ II ໄດ້ ເກີດຂຶ້ນ ແລະ ແຜ່ຂະຫຍາຍກວ້າງ ອອກ, ຢູ່ທາງອາຊີກໍມີສົງຄາມຮຸກ ຮານຂອງພວກຂຸນເສິກຍີ່ປຸ່ນ; ເພາະ ສະນັ້ນ ເມື່ອມາຮອດເດືອນມີນາ 1945 ພວກຂຸນເສິກຍີ່ປຸ່ນຈຶ່ງເຂົ້າ ມາຢຶດຄອງ 3 ປະເທດອິນດູຈີນ, ທະຫານຝຣັ່ງທີ່ມີກໍາລັງອ່ອນກວ່າ ໄດ້ຍອມຈໍານົນໃຫ້ຍີ່ປຸ່ນ, ຈໍານວນ ໜຶ່ງທີ່ຢູ່ພາກເໜືອ ຂອງ ລາວ ກໍ ໂຕນໜີອອກໄປຈີນ. ປະທານ ຄໍາໄຕ ສີພັນດອນ ທີ່ຫາກໍ່ໄປເຮັດວຽກຢູ່ ແຂວງຜົ້ງສາລີ ກໍມີຄວາມສັບສົນ ຕໍ່ສະພາບການ, ຖ້າຈະກັບເມື່ອ ບ້ານກໍ່ຫຍຸ້ງຍາກ, ເສັ້ນທາງຫ່າງ ໄກ ແລະ ບໍ່ຮູ້ວ່າສະພາບການຢູ່ ທາງພາກໃຕ້ເປັນແນວໃດ; ສຸດ ທ້າຍ ເພິ່ນຈຶ່ງຕັດສິນໃຈໄປນໍາພວກ ຝຣັ່ງທີ່ຖອຍໄປຢູ່ເມືອງຄຸນໝິງ (ມົນທົນຢູນານປະເທດຈີນ). ຢູ່ ເມືອງຄຸນໝິງ ໄລຍະໜຶ່ງກໍໄດ້ຍ້າຍ ໄປເມືອງການກຸດຕາ (ປະເທດອິນ ເດຍ). ຢູ່ປະເທດອິນເດຍໄລຍະໜຶ່ງ ສົງຄາມໂລກ ຄັ້ງທີ II ໄດ້ຢຸດຕິລົງ, ຍີ່ປຸ່ນຍອມຈໍານົນຕໍ່ພັນທະມິດ ແລະ ຖອນກໍາລັງອອກຈາກອິນດູຈີນ. ຈາກນັ້ນ ປະທານ ຄໍາໄຕ ສີພັນດອນ ຈຶ່ງໄດ້ກັບຄືນປະເທດລາວ, ໂດຍຂີ່ ບົດສະເໜີ (ເນື່ອງໃນໂອກາດວັນເກີດ ຄົບຮອບ100 ປີ 08 ກຸມພາ 1924-08 ກຸມພາ2024) ເຮືອບິນແຕ່ການກຸດຕາ ມາໄຊງ່ອນ (ພາກໃຕ້ ຫວຽດນາມ) ແລະ ຂີ່ລົດ ຈາກໄຊງ່ອນມາປາກເຊ ເພື່ອສືບຕໍ່ ປະຕິບັດໜ້າທີ່ເປັນນາຍສາຍ ຊຶ່ງເວ ລານັ້ນ ຈັກກະພັດຝຣັ່ງ ໄດ້ກັບຄືນ ມາຢຶດຄອງປະເທດເຮົາເປັນເທື່ອ ທີ່ສອງ. ເວລາເຮັດໜ້າທີ່ໄປ ສະນີຢູ່ປາກ ເຊ ປະທານ ຄໍາໄຕ ສີພັນດອນ ໄດ້ ມີການລິເລີ່ມເຄື່ອນໄຫວປະຕິວັດ ດ້ວຍການເຂົ້າຮ່ວມໃນຂະບວນຊາວ ໜຸ່ມ, ຂ້າລາຊະການ ແລະ ທະຫານ. ໂດຍໄດ້ເຮັດວຽກໂຄສະນາປຸກລຸກ ຂົນຂວາຍ ສ້າງຂະບວນການຕໍ່ ຕ້ານພວກຝຣັ່ງຢູ່ເມືອງປາກເຊ; ພ້ອມກັນນັ້ນກໍຕິດຕໍ່ພົວພັນກັບການ ຈັດຕັ້ງແນວລາວອິດສະຫລະ. dkolkh '7;k,glpskpzkj olnlj 'a 7,q vvo]kp 8hv'Ia[zyf-v[8k,dqf\kp ປະທານ ຄຳໄຕ ສີພັນດອນ ໂອ້ລົມອ້າຍນ້ອງກຳລັງປະກອບອາວຸດ *** ຕໍ່ຈາກສະບັບກ່ອນ *** *** ອ່ານຕໍ່ສະບັບໜ້າ *** * ເນື່ອງໃນໂອກາດ ວັນສື່ມວນ ຊົນ ແລະ ການພິມຈຳໜ່າຍ ຄົບຮອບ 73 ປີ, ທ່ານ ໄມອອນ ທຳມະວົງ ຜູ້ ອຳນວຍການລັດວິສາຫະກິດ ໂຮງ ພິມແຫ່ງລັດ ໄດ້ໃຫ້ສຳພາດຕໍ່ສື່ ມວນຊົນ ເມື່ອບໍ່ດົນມານີ້ ໂດຍທ່ານ ໄດ້ຫວນຄືນເຖິງປະຫວັດຄວາມ ເປັນມາ ແຫ່ງການກຳເນີດເຕີບໃຫຍ່ ຂະຫຍາຍຕົວ ຂອງລັດວິສາຫະ ກິດໂຮງພິມແຫ່ງລັດ ເຊິ່ງເປັນໂຮງ ພິມແຫ່ງໜຶ່ງ ທີ່ໄດ້ຕິດພັນກັບປະ ຫວັດສາດ-ກັບການປະຕິວັດ ໄດ້ ສ້າງຕັ້ງຂຶ້ນໃນວັນທີ 13 ສິງຫາ 1950 ເຊິ່ງໃນເມື່ອກ່ອນເອີ້ນວ່າ ໂຮງພິມແນວລາວອິດສະຫລະ, ຕໍ່ ມາເປັນໂຮງພິມແນວລາວຮັກຊາດ, ມາເປັນໂຮງພິມແຫ່ງລັດ ແລະ ກ້າວ ຂຶ້ນມາເປັນ ບໍລິສັດລັດວິສາຫະກິດ ໂຮງພິມແຫ່ງລັດ ໃນປັດຈຸບັນ. ນັບແຕ່ປີ 2016-2023 ໂຮງ ພິມແຫ່ງລັດ ໄດ້ຊື້ເຄື່ອງຈັກໃໝ່ 8 ໜ່ວຍ ປະກອບມີ ຈັກພິມ, ຈັກຕັດ ທີ່ເປັນເຄື່ອງທັນສະໄໝມາຮັບໃຊ້ ບໍລິການແກ່ສັງຄົມ. ແຕ່ເນື່ອງຈາກ 73 xu 3I'ry,csj']af g8u[.spj0tspkp8q;rhv,[=]ydko ;jv'w; c]t Ia[xtdao75ootrk[ ໃນໄລຍະນີ້ ສະພາບເສດຖະກິດ ຝຶດ ເຄື່ອງເຮັດໃຫ້ບໍລິມາດພິມຫລຸດລົງ ຫລາຍ ບວກກັບອັດຕາແລກປ່ຽນ ມີການເໜັງຕີງໃນແຕ່ລະວັນ ເຮັດ ໃຫ້ການນຳເຂົ້າວັດຖຸດິບຈາກຕ່າງ ປະເທດມີລາຄາສູງ ເຮັດໃຫ້ການ ດຳເນີນທຸລະກິດ ພົບຄວາມຫຍຸ້ງ ຍາກ. ແຕ່ເຖິງແນວໃດກໍຕາມຈະພະ ຍາຍາມສູ້ຊົນເຮັດໃຫ້ດີທີ່ສຸດ ເພື່ອ ຮັກສາໂຮງພິມແຫ່ງນີ້ ໃຫ້ຍືນຍົງ ຄົງຕົວຮັກສາບົດບາດຊື່ສຽງໂຮງ ພິມເກົ່າແກ່ ທີ່ເກີດກັບການປະຕິວັດ ແຫລ່ງຂ່າວຈາກ: ໝັງສືພິມປະ ຊາຊົນ ຊາດ 73 ປີ ໄວ້ໃຫ້ໝັ້ນຄົງ ຍືນຍົງ ຕະຫລອດໄປ. ທັງນີ້ເພື່ອປະກອບ ສ່ວນ ໃນການສ້າງສາພັດທະນາປະ ເທດຊາດ ກໍຄືບໍລິການສິ່ງພິມໃຫ້ລູກ ຄ້າໄດ້ຢ່າງວ່ອງໄວ, ທັນໃຈ ແລະ ຮັບ ປະກັນໄດ້ຄຸນນະພາບ. ທ່ານ ໄມອອນ ທຳມະວົງ ກ່າວ ຕື່ມວ່າ: ສຳລັບທິດທາງແຜນການ ໃນຊຸມປີຕໍ່ໜ້າ ເຖິງຈະພົບຄວາມ ຫຍຸ້ງຍາກຫລາຍປານໃດກໍຕາມ ພວກເຮົາຈະຕ້ອງໄດ້ເອົາໃຈໃສ່ປັບ ປຸງດ້ານເຕັກນິກການພິມ ໃຫ້ມີຄວາມ ກ້າວໜ້າ-ຫັນໄປສູ່ຄວາມທັນສະ ໄໝ ເທື່ອລະກ້າວ ຕາມກົນໄກເສດ ຖະກິດຕະຫລາດ, ມີຄວາມຮັບຜິດ ຊອບຕໍ່ໜ້າທີ່ວຽກງານຕາມວິໄສ ທັດ. ພ້ອມທັງ, ຫວັງວ່າລູກຄ້າທັງ ພາກລັດ ແລະ ເອກະຊົນ ຈະໄດ້ສືບ ຕໍ່ໃຫ້ການສະໜັບສະໜູນ ເອົາສິ່ງພິມ ຕ່າງໆມາໃຫ້ພວກເຮົາບໍລິການຕໍ່ ພວກເຮົາພ້ອມແລ້ວ ທີ່ຈະໃຫ້ການ ຮ່ວມມື ຖືການບໍລິການມີຄວາມສຳ ຄັນເອົາຄຸນ ນະພາບມາກ່ອນລາຄາ. * ໃນປັດຈຸບັນ ການນຳໃຊ້ໂທລະ ສັບມືຖື ບໍ່ແມ່ນພຽງແຕ່ຊ່ອງທາງ ດຽວໃນການໂທ ຫລື ສົ່ງຂໍ້ຄວາມ ຜ່ານເຄືອຂ່າຍໂທລະສັບເທົ່ານັ້ນແຕ່ ເຮົາຍັງສາມາດໂທ ແລະ ສົ່ງຂໍ້ຄວາມ ຜ່ານເຄືອຂ່າຍສື່ສັງຄົມອອນລາຍ ຫລື ທີ່ເອີ້ນວ່າ Social Network ຊຶ່ງການນໍາໃຊ້ສື່ສັງຄົມ ອອນລາຍ ໃນການໂທ ແລະ ສົ່ງຂໍ້ຄວາມນີ້ມີ ຄວມສະດວກສະບາຍ, ວ່ອງໄວ ແລະ ທີ່ສໍາຄັນແມ່ນມີລາຄາຖືກ. ການນໍາໃຊ້ສື່ສັງຄົມອອນລາຍນັບ ມື້ນັບ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ຍັງ ມີທ່າທີເພີ່ມຂຶ້ນເລື້ອຍໆ ໂດຍສັງເກດ ຈາກສະຖິຕິການນຳໃຊ້ສື່ສັງຄົມ ອອນລາຍໃນແຕ່ລະປີສະແດງໃຫ້ ເຫັນວ່າ ສື່ສັງຄົມອອນລາຍມີຂໍ້ດີ ຢ່າງຫລວງຫລາຍ ໂດຍສະເພາະ ເປັນຊ່ອງທາງຊ່ວຍໃນການຕິດຕໍ່ ສື່ສານ ແລະ ສ້າງຄວາມສໍາພັນລະ ຫວ່າງບຸກຄົນ, ກຸ່ມຄົນ ເພຶ່ອເຜີຍແຜ່ ຂໍ້ມູນຂ່າວສານ ແລະ ສາລະຄວາມ ຮູ້, ການໂຄສະນາ ແລະ ປະຊາສໍາ ພັນທີ່ເປັນປະໂຫຍດຕໍ່ອົງການ, ທຸ ລະກິດ ແລະ ການຄ້າ ແລະ ສາມາດ ນຳໃຊ້ເປັນຊ່ອງທາງໃນການຊ່ວຍ ເຫລືອສັງຄົມ. ສື່ສັງຄົມອອນລາຍ ເປັນສັງຄົມ ທີ່ກວ້າງ ຖ້າຜູ້ໃຊ້ຂາດວິຈາລະນາ ຍານໃນການຊົມໃຊ້ອາດເຮັດໃຫ້ ຖືກບຸກຄົນ ຫລື ກຸ່ມຄົນທີ່ບໍ່ຫວັງດີ ນຳ ໃຊ້ເປັນເຄື່ອງມືເພື່ອຫລອກລວງ ເຮັດໃຫ້ເກີດຄວາມເສຍຫາຍ, ນອກ ຈາກນັ້ນຍັງມີບາງກຸ່ມຄົນໃຊ້ເພຶ່ອ ປຸກລະດົມຊວນເຊື່ອ, ສ້າງຄວາມ ຂັດແຍ່ງ ລະຫວ່າງບຸກຄົນ ຫລື ກຸ່ມ ຄົນທີ່ກະທົບເຖິງສິນທຳ, ວັດທະນະ ທຳ, ແນວທາງການເມືອງ, ເສດຖະ ກິດ-ສັງຄົມ ແລະ ສິດທິສ່ວນບຸກຄົນ, ສາມາດນຳໃຊ້ເປັນເຄື່ອງມື ໃນການ ກໍ່ອາຊະຍາກໍາ ໄດ້ຫລາຍຮູບແບບ ແລະ ຍັງສາມາດນຳໄປສູ່ການເສບ ຕິດສື່ສັງຄົມອອນລາຍໂດຍ ເຮັດໃຫ້ ເສຍເວລາ, ສຸຂະພາບ, ວຽກງານ, ແລະ ການຮຽນ. ສື່ສັງຄົມອອນລາຍ ໃນປັດຈຸບັນເປັນສິ່ງທີ່ທ້າທາຍຕໍ່ກັບ ການຄຸ້ມຄອງຂອງຂະແໜງການທີ່ ກ່ຽວຂ້ອງ. ຕໍ່ກັບການກະທຳຜິດຜ່ານສື່ສັງ ຄົມອອນລາຍ ຕາມທີ່ໄດ້ລະບຸໄວ້ໃນ ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊາຍະກໍາທາງລະບົບ ຄອມພິວເຕີ ສະບັບເລກທີ 61/ສພຊ, ລົງວັນທີ 15 ກໍລະກົດ 2016 ທາງ ຜູ້ຂຽນໄດ້ຍົກບາງມາດຕາມາໃຫ້ ເອົາຂໍ້ມູນຄອມພິວເຕີ ທີ່ມີລັກສະນະ ຊວນເຊື່ອ, ຍຸຍົງ ແລະ ສົ່ງເສີມປະ ຊາຊົນຕໍ່ຕ້ານ ລັດຖະບານ ຫລື ແບ່ງ ແຍກຄວາມສາມັກຄີ; ການໂຄສະນາ ຄ້າຂາຍຢາເສບຕິດ, ອາວຸດເສິກ, ອາວຸດເຄມີ, ຄ້າມະນຸດ, ຄ້າປະເວນີ, ຄ້າໂສເພນີ ແລະ ສິ່ງຜິດກົດໝາຍ; ການເຜີຍແຜ່ ຫລື ສົ່ງຕໍ່ຂໍ້ມູນຄອມ ພິວເຕີ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 11 ແລະ 14 ຂອງກົດ ໝາຍສະບັບນີ້ ລວມທັງ ຂໍ້ 1, 2, 3, 4 ແລະ ຂໍ້ 5 ຂອງມາດຕານີ້. ມາດຕາ 14 ການເຜີຍແຜ່ສິ່ງລາມົກຜ່ານ ລະບົບຄອມພິວເຕີ ສິ່ງລາມົກ ແມ່ນ ຂໍ້ມູນທີ່ມີເນື້ອໃນສະແດງອອກ ຢ່າງຈະແຈ້ງເປັນຕົ້ນຮູບ, ພາບເຄື່ອນ ໄຫວ, ສຽງ ແລະ ວີທີໂອ ກ່ຽວກັບ ອະໄວຍະວະເພດ ແລະ ພຶດຕິກຳທາງ ເພດຂອງຄົນ. ການເຜີຍແຜ່ສິ່ງລາ ມົກຜ່ານລະບົບຄອມພິວເຕີ ແມ່ນ ການຊື້ຂາຍ, ການແຈກຢາຍ, ການ ສົ່ງຕໍ່, ການແນະນຳ ແລະ ການເຜີຍ ແຜ່ຂໍ້ມູນຕາມທີ່ໄດ້ກຳນົດໄວ້ ໃນ ວັກທີ 1 ເທິງນີ້. ມາດຕະການທາງອາຍາ ຕໍ່ຜູ້ກະ ທຳຜິດ ແມ່ນໄດ້ລະບຸຢ່າງຊັດເຈນ ເຊັ່ນ: ການຕັດຕໍ່ເນື້ອໃນ, ຮູບ, ພາບ ເຄື່ອນໄຫວ, ສຽງ ແລະ ວີດີໂອ ໂດຍ ບໍ່ໄດ້ຮັບອະນຸຍາດ ຈະຖືກລົງໂທດ ຕັດອິດສະລະພາບ ແຕ່ສາມເດືອນ ຫາ ສອງປີ ແລະ ຈະຖືກປັບໃໝ ແຕ່ 3.000.000 ກີບ ຫາ 10.000.000 ກີບ; ການສ້າງຄວາມເສຍຫາຍຜ່ານ ສື່ສັງຄົມອອນລາຍ ຈະຖືກລົງໂທດ ຕັດອິດສະລະພາບ ແຕ່ ສາມເດືອນຫາ ສາມປີ ແລະ ປັບໃໝ ແຕ່ 4.000.000 ກີບ ຫາ 20.000.000 ກີບ; ການ ເຜີຍແຜ່ສິງລາມົກຜ່ານລະບົບຄອມ ພິວເຕີ ຈະຖືກລົງໂທດຕັດອິດສະລະ ພາບ ແຕ່ໜຶ່ງປີ ຫາ ຫ້າປີ ແລະ ຈະ ຖືກປັບໃໝແຕ່ 5.000.000 ກີບ ຫາ 30.000.000 ກີບ; ການກະທຳຜິດ ອາດສາມາດເກີດຂຶ້ນໄດ້ຕະຫລອດ ເວລາ ເພື່ອຫລີກລ່ຽງການກະທຳ ຜິດໃນການນຳໃຊ້ອິນເຕີເນັດ ຫລື ສື່ ສັງຄົມອອນລາຍໄປໃນທາງທີ່ຜິດ ເຊັ່ນວ່າ: ການນຳໃຊ້ຄຳສັບທີ່ບໍ່ສຸ ພາບເຂົ້າໃນລະບົບຄອມພິວເຕີ, ການວິຈານຜູ້ອື່ນ-ໃສ່ຮ້າຍປ້າຍສີ ໃນທາງເຊື່ອມເສຍ ຈົນເກີດຄວາມ ເສຍຫາຍ, ການເຜີຍແຜ່ສິ່ງລາມົກ ຜ່ານລະບົບຄອມພິວເຕີ ຫລື ການໂຄ ສະນາຄ້າຂາຍ ສິ່ງທີ່ຜິດກົດໝາຍ ຜ່ານສື່ສັງຄົມອອນລາຍ. ດັ່ງນັ້ນເຮົາທຸກຄົນຄວນມີສະຕິ ແລະ ນຳໃຊ້ສື່ສັງຄົມອອນລາຍຢ່າງ ຖືກຕ້ອງ ແລະ ສ້າງສັນ ເພື່ອບໍ່ໃຫ້ ເປັນໂທດແກ່ຕົນເອງເພາະຖ້າມີ ການກະທຳຜິດ ແລະ ເກີດເປັນຄະ ດີອາດສ້າງຄວາມເສຍຫາຍທາງ ດ້ານ ຊັບສິນ ຫລື ເຖິງຂັ້ນເສຍອິດສະ ລະພາບໄດ້ ແລະ ເຮົາທຸກຄົນຕ້ອງ ເປັນເຈົ້າການຊ່ວຍສຶກສາອົບຮົມ, ແນະນໍາຄອບຄົວ ແລະ ໝູ່ເພື່ອນ ໃຫ້ພິຈາລະນາການນໍາໃຊ້ສື່ສັງຄົມ ອອນລາຍຢ່າງມີສະຕິ, ຖືກຕ້ອງ ແລະ ຖີ່ຖ້ວນກ່ອນໃຊ້ສື່ສັງຄົມອອນ ລາຍ. ສື່ສັງຄົມອອນລາຍ ແມ່ນເປັນ ສິ່ງທີ່ໃກ້ຕົວ ສະນັ້ນ ທ່ານຄວນ ສຶກ ສາເພີ່ມເຕີມກ່ຽວກັບກົດໝາຍດັ່ງ ກ່າວ ເພື່ອປ້ອງກັນຕົນເອງ ແລະ ຫລີກລ່ຽງບໍ່ໃຫ້ກະທຳຜິດ. ທ່ານຜູ້ອ່ານໄດ້ຮັບຮູ້ ລວມທັງມາດ ຕາທີ່ກ່ຽວຂ້ອງເພື່ອເປັນການປ້ອງ ກັນ ການກະທຳຜິດ ຫລື ແນວທາງ ແກ້ໄຂເມື່ອເຮົາເປັນຜູ້ເສຍຫາຍ ຊຶ່ງ ມີບາງມາດຕາດັ່ງລຸ່ມນີ້: ມາດຕາ 11 ການຕັດຕໍ່ເນື້ອໃນ, ຮູບ, ພາບເຄື່ອນໄຫວ, ສຽງ ແລະ ວີດີໂອ ໂດຍບໍ່ໄດ້ຮັບອະນຸຍາດແມ່ນ ການສ້າງຂຶ້ນໃໝ່, ການເພີ່ມເຕີມ ຫລື ການດັດແປງຈາກຕົ້ນສະບັບ ດ້ວຍວິທີການທາງເອເລັກໂຕຣນິກ ຫລື ວີທີການອື່ນ ເພື່ອເຜີຍແຜ່ຜ່ານ ລະບົບຄອມພິວເຕີ ຊຶ່ງສ້າງຄວາມ ເສຍຫາຍໃຫ້ແກ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ກ່ຽວຂ້ອງ. ມາດຕາ 13 ການສ້າງຄວາມ ເສຍຫາຍຜ່ານສື່ສັງຄົມອອນລາຍ ໃນຮູບແບບຕ່າງໆເຊັ່ນ: ການນຳ ເອົາຂໍ້ມູນທີ່ມີລັກສະນະໃສ່ຮ້າຍ ປ້າຍສີ, ໝິ່ນປະໝາດ, ໃຊ້ຄຳສັບບໍ່ ສຸພາບເຂົ້າສູ່ລະບົບຄອມພິວເຕິ; ການນຳເອົາຂໍ້ມູນທີ່ມີລັກສະນະໃຊ້ ຄວາມຮຸນແຮງ, ຂໍ້ມູນເທັດ, ຂໍ້ມູນ ຫລອກລວງ, ຂໍ້ມູນທີ່ບໍ່ເປັນຄວາມ ຈິງເຂົ້າສູ່ລະບົບຄອມພິວເຕີ; ການ ນຳເອົາຂໍ້ມູນຄອມພິວເຕີ ທີ່ເປັນ ການທຳລາຍຄວາມໝັ້ນຄົງຂອງ ຊາດ, ຄວາມສະຫງົບ, ຄວາມເປັນ ລະບຽບຮຽບຮ້ອຍ ຂອງສັງຄົມ, ວັດທະນະທຳ ແລະ ຮິດຄອງປະເພ ນີອັນດີງາມຂອງຊາດ; ການນຳ
RkJQdWJsaXNoZXIy MTc3MTYxMQ==