5683

07 xtgmf]k; gsfdko{dkorfaa mtok 17/08/2023 cotoedko.-hs]adl6f -Aoxt4q, lbdlkxumu 5 lt[a[xa[x5'.\j gzupczj7elaj' cotoe0v'dt-;' xvh 'doa xtgmf.sdh ,q dv'g0frkddk' 9exklad wfhIa[g7njv'[qfvkskolaf 9kdc0;'d;k's'kp ll s;Pfok, mu ,g8t[kogpq k;t-q o]k;-tot];f g0Q kIv[ 4 mu , ]kpdkomu j lx 9u o ຂປລ. ແຫລ່ງຂ່າວຈາກ ແຂວງຈຳ ປາສັກ ໃຫ້ຮູ້ວ່າ: ພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງ ກວາງຫງາຍ ສສ ຫວຽດນາມ ໄດ້ ມອບເຄື່ອງບົດອາຫານສັດຈຳນວນ 20 ເຄື່ອງໃຫ້ພະແນກກະສິກຳ ແລະ ປ່າໄມ້ ແຂວງຈຳປາສັກ ເພື່ອປະກອບ ສ່ວນໃນການພັດທະນາວຽກງານ ກະສິກຳ ແຂວງຈຳປາສັກ, ຕາງໜ້າ ມອບໂດຍ ທ່ານ ຫງວຽນ ກວາງ ຈຸ່ງ ຮອງຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງ ກວາງຫງາຍ ສສຫວຽດນາມ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ. ໂອກາດນີ້, ທ່ານ ສົມລິດ ວິລະວົງ ຫົວໜ້າພະແນກກະສິກຳ ແລະ ປ່າ ໄມ້ແຂວງຈໍາປາສັກ ໄດ້ສະແດງ ຄວາມຂອບໃຈມາຍັງ ພະແນກກະ ສິກຳ ແລະ ພັດທະນາຊົນນະບົດ ແຂວງກວາງຫງາຍ ສສຫວຽດ ນາມ ທີ່ໃຫ້ການຊ່ວຍເຫລືອໃນ ຄັ້ງນີ້ ຊຶ່ງເປັນການຜັນຂະຫຍາຍ ແຜນການຮ່ວມມືໃນໄລຍະ 20212025 ລະຫວ່າງ ແຂວງ ກວາງ ຫງາຍ ແລະ ແຂວງຈຳປາສັກ. ໃນໄລ ຍະຜ່ານມາ 2 ພະແນກ ໄດ້ຮ່ວມກັນ ຈັດຕັ້ງປະຕິບັດ ການຝຶກອົບຮົມເຕັກ ນິກການລ້ຽງງົວ ຢູ່ແຂວງກວາງ ຫງາຍ. ໃນປີທ້າຍປີ 2021 ພະແນກ ກະສິກຳ ແລະ ພັດທະນາຊົນນະບົດ ແຂວງກວາງຫງາຍ ໄດ້ມອບແນວ ພັນງົວຊູບີ ທີ່ເປັນລູກຊອດ ໃຫ້ ພະແນກກະສິກຳ ແລະ ປ່າໄມ້ແຂວງ ຈຳປາສັກ 10 ໂຕ ພ້ອມເຄື່ອງຊ່ວຍ ເຫລືອ ແລະ ງົບປະມານຈຳນວນ ໜຶ່ງ ລວມມູນຄ່າທັງໝົດ 557 ລ້ານ ກວ່າດົງ. ຕະຫລອດໄລຍະຜ່ານມາ, ພະ ແນກກະສິກຳ ແລະ ປ່າໄມ້ແຂວງຈຳ ປາສັກ ໄດ້ແຈກຢາຍພັນງົວ ໃຫ້ຖືກ ຕາມເປົ້າໝາຍ ແລະ ຕາມກຳນົດ ເວລາ ໃນຈຳນວນ 10 ຄອບຄົວຂອງ 2 ເມືອງ ຄື: ປາກຊ່ອງ ແລະ ມູນລະ ປາໂມກ ໂດຍມີການສ້າງລະບຽບ ຂປລ. ແຫລ່ງຂ່າວຈາກ ເມືອງ ແກ່ນທ້າວ ແຂວງໄຊຍະບູລີ ໃຫ້ຮູ້ ວ່າ: ຊຸດອົບຮົມແນະນໍາການນໍາໃຊ້ ຫລັກສູດ ຊັ້ນປະຖົມສຶກສາ ປີທີ 5 ສະບັບປັບປຸງໃໝ່ ໃຫ້ແກ່ຜູ້ອໍານວຍ ການ, ຄູປະຈໍາການ ແລະ ຜູ້ເຮັດວຽກ ສຶກສານິເທດ ຢູ່ເມືອງແກ່ນທ້າວ ຈັດຂຶ້ນໃນວັນທີ 14-19 ສິງຫາ ຜ່ານມາ ໂດຍມີ ທ່ານ ສົມພອນ ຈິນ ດາວົງ ຫົວໜ້າຫ້ອງການສຶກສາ ທິການ ແລະ ກິລາເມືອງ, ທ່ານ ກິດ ຕິສັກ ຊາຍຈຸມມະນີ ຜູ້ປະສານງານ ໂຄງການປັບປຸງຄຸນນະພາບການ ສຶກສາ ແລະ ຂະຫຍາຍໂອກາດເຂົ້າ ເຖິງການສຶກສາຂັ້ນພື້ນຖານໃນ ສປປ ລາວ ຫລື ບີຄວາ, ມີຜູ້ຕາງ ໜ້າຈາກກົມສ້າງຄູ, ຄູຝຶກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທັງນີ້ກໍເພື່ອແນໃສ່ໃຫ້ສໍາມະນາ ກອນມີຄວາມຄຸ້ນເຄີຍກັບໂຄງສ້າງ, ເນື້ອໃນ ແລະ ວິທີການສິດສອນທີ່ນໍາ ໃຊ້ຫລັກສູດ ຊັ້ນປະຖົມສຶກສາ ສະ ບັບປັບປຸງໃໝ່ ປີທີ 5 ໂດຍສຸມໃສ່ 3 ວິຊາຄື: ວິຊາພາສາລາວ, ວິຊາ ພາສາອັງກິດ, ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ. ຊຸດອົບຮົມຄັ້ງນີ້, ສໍາມະນາກອນ ຈະໄດ້ລົງເລິກກ່ຽວກັບເນື້ອໃນສໍາ ຄັນຂອງວິຊາດັ່ງກ່າວ ແລະ ມີໂອ ກາດຝຶກປະຕິບັດກິດຈະກໍາຕ່າງໆ, ຈະໄດ້ລົງເລິກວິທີການວັດ ແລະ ປະ ເມີນຜົນແບບໃໝ່ ແລະ ຝຶກການນໍາ ໃຊ້ການປະເມີນ ເພື່ອປັບປຸງການ ຮຽນ ແລະ ການປະເມີນເພື່ອສະຫລຸບ ຜົນການຮຽນ ໂດຍນໍາໃຊ້ເກນຣູບ ຣິກ ເພື່ອປະເມີນການຮຽນຮູ້ຂອງ ນ້ອງນັກຮຽນ(ທັກສະການຟັງ, ເວົ້າ, ອ່ານ ແລະ ຂຽນ), ຈະໄດ້ຄົ້ນ ຄວ້າຮ່າງບົດສອນແບບໃໝ່, ຝຶກ ຊ້ອມແຕ່ງບົດສອນ ແລະ ສອນສາ ທິດທີ່ສົ່ງເສີມການຮຽນຮູ້ສໍາລັບ ເດັກທຸກຄົນ ແລະ ຈະລົງເລິກກ່ຽວ ກັບວິທີທີ່ສໍາມະນາກອນ ສາມາດ ສືບຕໍ່ຮຽນຮູ້, ພັດທະນາ ແລະຊອກ ການຊ່ວຍເຫລືອໃນການນໍາໃຊ້ ຫລັກສູດສະບັບປັບປຸງໃໝ່ໃນລະ ຫວ່າງສົກຮຽນ. ຂປລ. ແຫລ່ງຂ່າວຈາກ ແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ກອງປະຊຸມເຜີຍ ແຜ່ຄຳສັ່ງແນະນຳຂອງກະຊວງ ປ້ອງກັນປະເທດ ວ່າດ້ວຍການເຜີຍ ແຜ່ມາດຖານ ເງື່ອນໄຂຄັດເລືອກ ຜົນງານຍ້ອງຍໍ ເພື່ອຂ່ຳນັບຮັບຕ້ອນ ແລະ ສະເຫລີມສະຫລອງ ວັນສ້າງ ຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ ( 20 ມັງກອນ1949 - 20 ມັງກອນ 2024) ໃຫ້ບັນດາ ກົມກອງເຂດພາກກາງ ຈັດຂຶ້ນໃນ ວັນທີ 15 ສິງຫາ 2023 ທີ່ກອງ ບັນຊາການທະຫານແຂວງຄຳ ມ່ວນ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວັນລະວົງ ນັນທະວົງ ຫົວໜ້າກົມນະໂຍບາຍ ກົມໃຫຍ່ການເມືອງກອງທັບ, ມີ ຄະນະພັກ-ຄະນະບັນຊາ ກອງບັນ ຊາການທະຫານແຂວງຄຳມ່ວນ, ບໍລິຄຳໄຊ, ສະຫວັນນະເຂດ, ກອງ ພົນທີ 4, ກອງພັນໃຫຍ່ 644, 642, 621, ໂຮງໝໍບໍລິເວນ 109, ໂຮງງານປະສານເຫລົ່າພາກກາງ ແລະ ພະແນກການກ່ຽວຂ້ອງ ເຂົ້າຮ່ວມ. ຈຸປະສົງໃນການເຜີຍແຜ່ຄຳສັ່ງ ແນະນຳຂອງກະຊວງປ້ອງກັນປະ ເທດ ໃນຄັ້ງນີ້, ກໍເພື່ອເປັນການ ສະຫລຸບ ຕີລາຄາ, ປະເມີນຜົນການ ຈັດຕັ້ງປະຕິບັດວຽກງານແຂ່ງຂັນ ຍ້ອງຍໍຮັກຊາດ ແລະ ພັດທະນາ 5 ປີ ທົ່ວກອງທັບ, ເພື່ອຂ່ຳນັບຮັບ ຕ້ອນ ແລະ ສະເຫລີມສະຫລອງວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ເຮັດໃຫ້ການ ຄັດເລືອກຜົນງານ ຍ້ອງຍໍໃນຄັ້ງນີ້ ໄດ້ດຳເນີນໄປຢ່າຖືກຕ້ອງື ແລະ ມີ ຄຸນນະພາບສູງ ຮັບປະກັນໃຫ້ແກ່ ການຈັດຕັ້ງປະຕິບັດນະໂຍບາຍ ຍ້ອງຍໍສັນລະເສີນໃຫ້ສອດຄ່ອງ, ຖືກຕາມເປົ້າໝາຍທີ່ດີເດັ່ນ, ມີ ຜົນງານຕົວຈິງທີ່ຕິດພັນກັບການ ແຂ່ງຂັນ-ຍ້ອງຍໍ “ຮັກຊາດ ແລະ ພັດທະນາ”,ເປັນການທົບທວນ ຫວນຄືນ ຜົນງານຄຸນງາມຄວາມດີ ຂອງພະນັກງານ-ນັກຮົບ ທີ່ປະກອບ ສ່ວນເຂົ້າໃນພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ໃນໄລຍະ 5 ປີຜ່ານ ມາ ແນໃສ່ເພື່ອປຸກລະດົມຊຸກຍູ້ນ້ຳ ໃຈປະຕິວັດ, ເສີມຂະຫຍາຍຫົວຄິດ ປະດິດສ້າງ, ສະຕິປັນຍາ, ກຳລັງ ແຮງສັງລວມຂອງບຸກຄົນ ແລະ ກົມກອງລວມໝູ່ ເພື່ອພ້ອມກັນເຮັດ ສຳເລັດໜ້າທີ່ການເມືອງທີ່ ພັກ-ລັດ ມອບໝາຍໃຫ້. ໂອກາດນີ້, ສະຫາຍ ພັອ ຄຳສາຍ ເພັດນວນສີ ຄະນະປະຈຳພັກກອງ ບັນຊາການ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຄຳ ມ່ວນ ກໍໄດ້ຜ່ານຄຳສັ່ງແນະນຳຂອງ ກະຊວງປ້ອງກັນປະເທດ ສະບັບ ເລກທີ 3502/ກປທ, ລົງວັນທີ 21 ມິຖຸນາ 2023 ວ່າດ້ວຍການ ຄັດເລືອກຜົນງານ 5 ປີ (20192024) ເພື່ອຂໍ່ານັບຮັບຕ້ອນ ແລະ ສະເຫລີມສະຫລອງ ວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ75 ປີ ແລະ ຜ່ານແຈ້ງການຂອງກະຊວງ ພາຍໃນ ສະບັບເລກທີ 153/ພນ, ລົງວັນທີ 25 ພຶດສະພາ 2023 ເລື່ອງ ການຂໍລົງທະບຽນ ແລະ ຂໍອະນຸມັດ ຄາດກະເພດານ ປະເພດຍ້ອງຍໍ ຂັ້ນຕ່າງໆ ຂອງກະຊວງປ້ອງກັນ ປະເທດ. ຂ່າວ: ເກດສະໜາ ແກ້ວສຸວັນນະແສງ *ອານຸສັກ ວິໄລກຸນ ( ບ້ຽວເກດ ) ຍິງ 2 ປະຕູ, ໄຊຍະສອນ( ເສືອນ້ອຍ) ຍິງ 1 ປະຕູ ແລະ ພົງສະຫວັນ( ເບຍ ) 3 ນັກເຕະເຍົາວະຊົນລາວ ພາ U10 W.I.G NAGA ສະໂມສອນຈາກ ສປປ ລາວ ເອົາຊະນະ Boyue Youth Training ທີມຈາກ ສປ ຈີນ 4-0 ໃນຮອບ 8 ທີມສຸດທ້າຍ ຂອງການແຂ່ງຂັນບານເຕະເຍົາວະ ຊົນນາໆຊາດລາຍການ Peace Cup 2023 ໃນຮຸ່ນອານຸບໍ່ເກີນ 10 ປີ ທີ່ເສິນຢາງ ( Shenyang ) ສປ ຈີນ ໃນຕອນເຊົ້າຂອງວັນທີ 16 ສິງຫາ 2023 ທັງນີ້ ອານຸສັກ ອາຍຸ ພຽງ 8 ປີຄວ້າລາງວັນ Man of the match ໄດ້ທັງ 5 ນັດຕິດຕໍ່ກັນ. ຈາກຜົນດັ່ງກ່າວເຮັດໃຫ້ U10 W.I.G NAGA ຜ່ານເຂົ້າຮອບ 4 ທີສຸດທ້າຍໄປພົບກັບ ຕ້າຫລຽນ ສະໂມສອນເຍົາວະຊົນມະຫາເສດຖີ ຂອງ ສປ ຈີນ ໃນຕອນແລງຂອງ ມື້ນີ້ວັນທີ 16 ສິງຫາ 2023 ເວລາ ການຄຸ້ມຄອງ, ມີການຕິດຕາມຊຸກຍູ້ ການປັບປຸງພັນງົວພັນພື້ນເມືອງ ຂອງລາວ ຢ່າງເປັນປະຈຳ ເພື່ອເຮັດ ໃຫ້ງົວພັນພື້ນເມືອງມີພັດທະນາ ການທາງຂະໜາດ, ຮູບຮ່າງ, ນ້ຳ ໜັກ, ເປີເຊັນການໃຫ້ຊີ້ນ, ໃຫ້ນົມ ແລະ ໃຫ້ໂພຊະນາການທາງອາຫານ ດີຂຶ້ນເປັນກ້າວໆ. ມາຮອດປັດຈຸບັນ, ການປັບປຸງພັນງົວພັນພື້ນເມືອງໃນ ສອງເມືອງເປົ້າໝາຍ ໄດ້ຮັບໝາກ ຜົນເປັນຢ່າງດີ ມີລູກງົວທີ່ເກີດຈາກ ການປັບປຸງ 5 ໂຕ(ເມືອງປາກຊ່ອງ 4 ໂຕ, ເມືອງມູນລະປາໂມກ 1 ໂຕ). ປີ 2023 ພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງກວາງ ຫງາຍ ໄດ້ສືບຕໍ່ຈັດຕັ້ງຜັນຂະຫຍາຍ 2 ເນື້ອໃນວຽກງານຮ່ວມມືກັບ ພະແນກກະສິກຳ ແລະ ປ່າໄມ້ແຂວງ ຈຳປາສັກ ຄື: ມອບເຄື່ອງບົດອາຫານ ສັດ20ເຄື່ອງ,ພ້ອມທັງຈັດຝຶກອົບຮົມ ເຕັກນິກການລ້ຽງງົວ, ເຕັກນິກ ການປູກເຂົ້າ ເພື່ອປະກອບສ່ວນໃນ ການພັດທະນາວຽກງານກະສິກຳ, ພັດທະນາເສດຖະກິດ-ສັງຄົມຂອງ ແຂວງຈຳປາສັກ; ປະກອບສ່ວນໃນ ການສ້າງລາຍຮັບເພີ່ມໃຫ້ແກ່ຄອບ ຄົວຜູ້ລ້ຽງສັດ. 14:10 ໂມງ ສໍາລັບຜົນງານ 5 ນັດຂອງ U10 W.I.G NAGA ມີດັ່ງນີ້: 1.ຊະນະ QIN HUANGBOY 7-0 ຮອບແບ່ງກຸ່ມ 2.ຊະນະ SHENYANG LONG- XIN FC 4-0 ຮອບແບ່ງກຸ່ມ 3.ຊະນະLANGFANGQUAN- TA ທີມຈາກ ສປ ຈີນ 5-1 ຮອບ ແບ່ງກຸ່ມ 4.ຊະນະ Korea STS ທີມ ຈາກເກົາຫລີໃຕ້ 9-1 ຮອບແບ່ງກຸ່ມ 5.ຊະນະ Boyue Youth Trai- ning 4-0 ຮອບ 8 ທີມສຸດທ້າຍ ຂ່າວ: Larh Creators; ຮູບຈາກ: WIG NAGA

RkJQdWJsaXNoZXIy MTc3MTYxMQ==