rk]tdyfxt8y;af-kf xt-kmyxtw8 0v' xtmko 7ew8 luraofvo xtgmf]k; 3 17/08/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ຮິບໂຮມໂດຍ: ພະກາ dkosoa xPj of9u 8y vo .odko9afry,,u7;k,9egxao c]t mhkmhkps]kp1jk' ໂດຍ: ຄ້ອງໃໝ່ [k's]addko dko.-h vadlvol6'{8=jk ຂ່າວ: ກິດຕາ, ພາບ: ຂັນໄຊ * ເພື່ອຕອບສະໜອງຄວາມ ຮຽກຮ້ອງຕ້ອງການຂອງສັງຄົມ ໃນໄລຍະໃໝ່ ໂດຍສະເພາະໃນຍຸກ 4.0 ເປັນຍຸກທີ່ທັນສະໄໝ, ຍຸກແຫ່ງ ການເຊື່ອມໂຍງ ໃນການນໍາໃຊ້ເຕັກ ໂນໂລຊີເຂົ້າໃນການສື່ສານ. ດັ່ງ ນັ້ນ, ການຫັນປ່ຽນດີຈິຕອນ ໃນຮູບ ແບບການຈັດພິມ, ການພິມ ແລະ ການພິມຈຳໜ່າຍ ຈຶ່ງມີຄວາມຈຳ ເປັນ ແລະ ມີສິ່ງທ້າທາຍຫລາຍຢ່າງ. ທ່ານ ນາງ ຈັນເພັດ ຄຳຟອງ ຫົວໜ້າກົມວັນນະຄະດີ ແລະ ພິມຈຳ ໜ່າຍ ກະຊວງຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ ຍົກໃຫ້ເຫັນວ່າ: ປັດຈຸບັນໃນການ ນໍາໃຊ້ເຕັກໂນໂລຊີ ເຂົ້າໃນການສື່ ສານທີ່ມີການແຂ່ງຂັນໃນການບໍລິ ການຂໍ້ມູນຂ່າວສານນັບມື້ນັບຫລາຍ ຂຶ້ນ ເຮັດໃຫ້ວຽກງານການພິມຈໍາ ໜ່າຍມີສິ່ງທ້າທາຍຫລາຍຢ່າງເປັນ ຕົ້ນການຈັດພິມ, ການພິມ ແລະ ຈຳ ໜ່າຍຢູ່ລາວ ໃນຍຸກດີຈິຕອນ, ການ ຕອບສະໜອງອຸດສາຫະກຳການ ພິມໃຫ້ກ້າວໜ້າບໍ່ທັນເຂັ້ມແຂງ, ພື້ນ ຖານໂຄງລ່າງ ແລະ ລະບົບເຕັກໂນ ໂລຊີຍັງກຳຈັດ ແລະ ອື່ນໆ. ສະນັ້ນ, ເພື່ອຄຸ້ມຄອງ ແລະ ສົ່ງເສີມວຽກ ງານພິມຈຳໜ່າຍໃຫ້ມີການພັດທະ ນາກ້າວໜ້າ ແລະ ທັນສະໄໝຕອບ ສະໜອງກັບການພັດທະນາເສດຖະ ກິດ-ສັງຄົມແລະ ການເຊື່ອມໂຍງກັບ ສາກົນຕ້ອງໄດ້ສຸມໃສ່ພັດທະນາ, ບຳລຸງສ້າງວິຊາຊີບການຈັດພິມ, ການພິມ ແລະ ການຈຳໜ່າຍ, ຍົກ ລະດັບຄວາມຮູ້ດ້ານເຕັກໂນໂລຊີ, ພ້ອມທັງສົ່ງເສີມກິດຈະການໂຄສະ ນາຜະລິດຕະພັນປຶ້ມ, ສິ່ງພິມອື່ນໆ ໃຫ້ຫລາຍ, ຂະຫຍາຍຕາໜ່າງບໍລິ ການຈຳໜ່າຍທຸກຮູບແບບໃຫ້ ທົ່ວ ເຖິງໃນຂອບເຂດທົ່ວປະເທດ, ຍາດ ແຍ່ງການຊ່ວຍເຫລືອ, ການຮ່ວມມື ແລກປ່ຽນບົດຮຽນກັບບັນດາປະ ເທດ ໃນການຈັດພິມ, ການພິມ ແລະ ການຈຳໜ່າຍໃຫ້ຫລາຍຂຶ້ນ. ໂອກາດນີ້, ທ່ານ ນາງ ຈັນເພັດ ຄຳຟອງ ຍັງຮຽກຮ້ອງມາຍັງພະນັກ * ພວກເຮົາຕ່າງຮັບຮູ້ນໍາກັນວ່າ ໃນຂະບວນວິວັດແຫ່ງການຕໍ່ສູ້ກູ້ ຊາດ, ປົກປັກຮັກສາ ແລະ ສ້າງສາ ປະເທດຊາດທີ່ລໍາບາກຍາວນານ ແລະ ສະຫງ່າອົງອາດຂອງປະຊາ ຊົນເຮົານັ້ນໄດ້ສ້າງໃຫ້ມີປະທານ ໄກສອນ ພົມວິຫານ ວິລະບູລຸດ ຂອງຊາດ, ປະທານ ສຸພານຸວົງ ເຈົ້າ ຊາຍແດງ ແລະ ຜູ້ນໍາທີ່ເກັ່ງກ້າສາ ມາດຫລາຍທ່ານໃນນັ້ນມີ ປະທານ ຄໍາໄຕ ສີພັນດອນ ຜູ້ນໍາທີ່ເຄົາລົບຮັກ ຂອງພວກເຮົາ. ດ້ວຍຄວາມປິຕິ ຊົມຊື່ນເປັນຢ່າງຍິ່ງປະຊາຊົນເຜົ່າ ຕ່າງໆ ໃນທົ່ວປະເທດ ພ້ອມພາກັນ ອວຍພອນໄຊວັນເກີດ ທ່ານ ປະທານ ຄໍາໄຕ ສີພັນດອນ ມີສຸຂະພາບເຂັ້ມ ແຂງ, ມີອາຍຸໝັ້ນຍືນທ່າມກາງ ນໍ້າໃຈເຄົາລົບຮັກແພງຢ່າງເລິກ ເຊິ່ງຂອງພີ່ນ້ອງຮ່ວມຊາດໃນທົ່ວ ປະເທດ ແລະ ເພື່ອນມິດຢູ່ທຸກຫົນ ແຫ່ງໃນໂລກ. ປະທານ ຄໍາໄຕ ສີພັນດອນ ເກີດ ໃນວັນທີ 8 ກຸມພາ 1924 ທີ່ບ້ານ ຫົວໂຂງພະໃຫຍ່, ເມືອງໂຂງ, ແຂວງຈໍາປາສັກ; ເປັນບຸດຂອງພໍ່ ນີ ນີລະໄຊ ແລະ ແມ່ສາຍບົວ ນີລະໄຊ ມີ ອ້າຍເອື້ອຍນ້ອງຮ່ວມກັນ 6 ຄົນ. ເວລາຍັງນ້ອຍ, ປະທານ ຄໍາໄຕ ສີພັນດອນ ບໍ່ໄດ້ເຂົ້າຮຽນໜັງສື ຍ້ອນວ່າຢູ່ບ້ານບໍ່ມີໂຮງຮຽນຈົນ ຮອດປີ 1931 ພໍ່ເຖົ້າມະຫາແກ້ວ ທີ່ ເປັນຂ້າລາຊະການຂະແໜງການ ສຶກສາສົງຢູ່ວຽງຈັນ ໄດ້ລົງເມ່ືອ ຢາມບ້ານຢູ່ເມືອງໂຂງ, ທັງໄດ້ຊອກ ເອົາລູກຫລານຂຶ້ນໄປສອບເສັງເຂົ້າ ຮຽນຕໍ່ທີ່ວຽງຈັນ, ປະທານ ຄໍາໄຕ ສີພັນດອນ ກໍ່ເປັນຜູ້ໜຶ່ງທີ່ຖືກເລືອກ ບົດສະເໜີ (ເນື່ອງໃນໂອກາດວັນເກີດ ຄົບຮອບ100 ປີ 08 ກຸມພາ 1924-08 ກຸມພາ2024) ງານລັດຖະກອນ, ຜູ້ປະກອບການ ດ້ານການພິມຈໍາໜ່າຍທຸກທ່ານຈົ່ງ ໄດ້ພ້ອມຈິດພ້ອມໃຈກັນສືບຕໍ່ບຸກ ບືນເຮັດໃຫ້ວຽກງານການພິມຈຳ ໜ່າຍ, ວັນນະຄະດີ ແລະ ຫໍສະໝຸດ ມີຄວາມເຕີບໃຫຍ່ເຂັ້ມແຂງ, ທັນສະ ໄໝ ແລະ ແຫລມຄົມຂຶ້ນເລື້ອຍໆ ຮັບປະກັນການປະຕິບັດໜ້າທີ່ຕົ້ນຕໍ ທີ່ຈະຕ້ອງສຸມໃສ່ໃນປັດຈຸບັນ ແລະ ໃນຊຸມປີຕໍ່ໜ້າທີ່ພັກ, ລັດ ແລະ ປະ ຊາຊົນມອບໝາຍໃຫ້. ເອົາຂຶ້ນເມືອຮຽນຢູ່ວຽງຈັນ; ປະ ທານ ຄໍາໄຕ ໄດ້ເຂົ້າຮຽນຢູ່ຊັ້ນປະ ຖົມ ແລະ ຫລັງຈາກນັ້ນກໍສອບ ເສັງເຂົ້າໂຮງຮຽນມັດທະຍົມ ຫລື College PAVIE ຊຶ່ງເປັນໂຮງ ຮຽນມັດທະຍົມແຫ່ງດຽວຢູ່ປະເທດ ລາວໃນສະໄໝນັ້ນ. ຜ່ານໄລຍະ 10 ປີ ທີ່ຮຽນໜັງສື ຊັ້ນປະຖົມ ແລະ ມັດທະຍົມ College PAVIE ຢູ່ວຽງຈັນ, ນອກຈາກໄດ້ ຕັ້ງໃຈຮຽນ ແລະ ອອກແຮງງານ ຊ່ວຍຄອບຄົວຂອງພໍ່ເຖົ້າມະຫາ ແກ້ວ, ປະທານ ຄໍາໄຕ ສີພັນດອນ ຍັງໄດ້ຮັບການອົບຮົມບົ່ມສອນ ແລະ ຮຽນຮູ້ຫລາຍສິ່ງຫລາຍຢ່າງ ທີ່ເປັນປະໂຫຍດຈາກພໍ່ເຖົ້າມະຫາ ແກ້ວເປັນຕົ້ນແມ່ນ: ການປູກຝັງ ແນວຄິດຮັກຊາດ ໂດຍເລີ່ມຈາກ ການຮັກພາສາ-ວັນນະຄະດີ ແລະ ວັດທະນະທໍາອັນດີງາມທີ່ເປັນເອ ກະລັກ ຂອງຊາດກໍຄືຂອງທ້ອງຖິ່ນ; ການສ້າງຈິດສໍານຶກກ່ຽວກັບການ ຮຽນຮູ້ກັບສະພາບຕົວຈິງຕະຫລອດ ຮອດຄວາມເປັນລະບຽບຮຽບ ຮ້ອຍ, ຄວາມຖະໜອມຖ່ອມຕົວ, ການສໍາມາຄາລະວະ ແລະ ການປະ ພຶດປະຕິບັດໃຫ້ຖືກຕ້ອງຕາມຮີດ ຄອງປະເພນີ ແລະ ອື່ນໆອີກ... ທ້າຍປີ 1941 ພໍ່ເຖົ້າມະຫາແກ້ວ ໄດ້ເສຍຊີວິດກະທັນຫັນ ເຮັດໃຫ້ຊີ ວິດໃນໄວຮຽນມີບັນຫາດ້ານການ ສະໜັບສະໜູນສົ່ງເສີມ ແລະ ເຮັດ ໃຫ້ປະທານ ຄໍາໄຕ ສີພັນດອນ ຕັດ ສິນໃຈອອກໂຮງຮຽນໄປເສັງເຂົ້າ ເຮັດວຽກຢູ່ ຂະແໜງໄປສະນີ. ອັນ ນີ້ຖືເປັນຈຸດປ່ຽນອັນສໍາຄັນຈາກ ການເປັນນັກຮຽນໄປສູ່ການເປັນຂ້າ ລາຊະການ ຊຶ່ງຕໍ່ມາໄລຍະໜຶ່ງກໍ ໄດ້ຖືກເລືອກໃຫ້ໄປຮຽນຕໍ່ວິຊາ ສະເພາະ 2 ປີ ຢູ່ໄຊງ່ອນ(ພາກໃຕ້ ຫວຽດນາມ). ພາຍຫລັງຮຽນຈົບວິຊາສະເພາະ ໃນປີ 1944, ປະທານ ຄໍາໄຕ ສີພັນ ດອນ ໄດ້ກັບຄືນປະເທດ ໂດຍໄດ້ຮັບ ການແຕ່ງຕັ້ງໃຫ້ເປັນ “ນາຍສາຍ” ແລະ ໄດ້ໄປປະຈໍາການຢູ່ ແຂວງຜົ້ງ ສາລີ. * ອີງຕາມຫລັກໄວຍາກອນລາວ ກ່ຽວກັບການໃຊ້ອັກສອນສູງ ແລະ ອັກສອນຕໍ່າ ທີ່ກໍານົດໄວ້ໃນ ປຶ້ມໄວຍາກອນລາວປັດຈຸບັນ ຈັດ ພິມໂດຍກະຊວງສຶກສາທິການ ແລະ ກິລາ ປີ 2020 ໄດ້ລະບຸວ່າ: ການໃຊ້ອັກສອນສູງ ແລະ ອັກສອນ ຕໍ່າ ໝາຍເຖິງການຂຽນໃຫ້ຖືກຕາມ ຫລັກຕົວອັກສອນ. ຄໍາທີ່ມັກຫລົງ ກັນແມ່ນຄໍາທີ່ມີສຽງຄືກັນ ຫລື ຄ້າຍຄືກັນ ແຕ່ຂຽນຕ່າງກັນ ແລະ ມີຄວາມໝາຍຕ່າງກັນ ໂດຍສະ ເພາະແມ່ນອັກສອນສູງ ແລະ ອັກ ສອນຕໍ່າທີ່ມີໄມ້ເອກ... ຄືດັ່ງພວກເຮົາຮູ້ນໍາກັນ, ບັນດາ ຄໍາສັບທີ່ມີສຽງຄືກັນ ຫລື ຄ້າຍຄື ກັນແຕ່ຂຽນຕ່າງກັນ, ມີຄວາມ ໝາຍຕ່າງກັນ ໃນພາສາລາວ ມີ ຢ່າງຫລວງຫລາຍ, ໂດຍສະເພາະ ຄໍາທີ່ປະກອບສ້າງຂຶ້ນ ດ້ວຍອັກ ສອນສູງ ແລະ ອັກສອນຕໍ່າ ທີ່ມີ ສະຫລະເຄົ້າ, ວັນນະຍຸດເອກ ຫລື ໄມ້ເອກ ແລະ ຕົວສະກົດຕາຍ (ກດບ), ເປັນຕົ້ນ: ຂ່າ(ຫົວຂ່າ, ໄມ້ແຕ້ຂ່າ), ຄ່າ(ຄຸນຄ່າ, ຄ່າ ຄອງຊີບ...); ຂູ່(ຂົ່ມຂູ່...), ຄູ່ (ຄຽງຄູ່, ຄູ່ຮັກ...), ໄຂ່ (ໄຂ່ໄກ່, ໄຂ່ເປັດ...), ໄຄ່ (ຮັກໄຄ່, ໄຄ່ ໄດ້...), ໃຂ່(ໃຂ່-ແຫ້ງ), ໃຄ່ (ໃຄ່ພອງ...), ຂໍ່າ (ຂໍ່ານັບ), ຄໍ່າ (ຄໍ່າມືດ...), ຂ່າງ (ໝາກຂ່າງ), ຄ່າງ (ໂຕຄ່າງ), ຂ່າຍ (ຂ່າຍນົກ, ຕາຂ່າຍ, ເຄືອຂ່າຍ...), ຄ່າຍ (ຮູບ ຄໍານີ້ບໍ່ມີ), ຂ່າວ (ຂ່າວສານ, ຂ່າວ ຄາວ...), ຄ່າວ (ເຊືອກຄ່າວ), ແຂ່ງ (ແຂ່ງຂັນ), ແຄ່ງ (ແຄ່ງ ຂາ...), ຂິ່ງ (ປາຂິ່ງ), ຄິ່ງ (ສຽງ ຄິ່ງໆ), ຂຸ່ນ (ນໍ້າຂຸ່ນ), ຄຸ່ນ (ຄຸ່ນ ແຄ້ນ), ຂຸ່ຍ (ເປົ່າຂຸ່ຍ...), ຄຸ່ຍ (ມື່ນ ຄຸ່ຍລຸ່ຍ), ເຂັ່ນ(ເຂັ່ນຂ້າ...), ເຄັ່ນ (ເຄັ່ນແຄ້ນ), ຂົ່ມ(ຂົ່ມເຫັງ...), ໂຂ່ງ (ທ້ອງໂຂ່ງ), ໂຄ່ງ (ເສືອ ໂຄ່ງ, ໂທລະໂຄ່ງ...), ຂໍ່ (ນົກຂໍ່), ຄໍ່ (ປະຄໍ່), ສູ່ (ສູ່ກິນ, ສູ່ຂໍ...), ຊູ່ (ຊູ່ຄົນ, ຊຸມຊູ່), ແສ່ (ມີກິ່ນເໝັນ), ແຊ່(ແຊ່ນໍ້າ)... ດັ່ງນັ້ນ ຈຶ່ງນໍາມາສຶກສາຮ່ວມ ກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ. * ຜູ້ຮູ້ເພິ່ນວ່າ ມະນຸດເຮົາ ມີການ ຫັນປ່ຽນໄວໃນສະພາບແວດລ້ອມທີ່ ປ່ຽນແປງ, ໄວກວ່າສິ່ງມີຊີວິດຕ່າງໆ. ສະນັ້ນ ສັງຄົມມະນຸດຈຶ່ງໄດ້ຮັບການ ພັດທະນາຢ່າງບໍ່ຢຸດຢັ້ງ, ໄປຕາມຄວາມ ຮຽກຮ້ອງຕ້ອງການອັນພາວະວິໄສ. ເຊັ່ນດຽວກັບການສຶກສາຮໍ່າຮຽນ, ແຕ່ລະສັງຄົມແຕກຕ່າງກັນ ການພັດ ທະນາການສຶກສາ ອັນເປັນເບົ້າຫລອມ ຊັບພະຍາກອນໃນລະດັບຊັ້ນ(ວິຊາ) ແລະ ອາຊີບຕ່າງໆ ກໍ່ຈະມີຄວາມຫລາກ ຫລາຍ ໄປຕາມຄວາມຕ້ອງການຂອງ ສັງຄົມ ໃນແຕ່ລະໄລຍະ. ບໍ່ອາດຕີລວາດ ກວາດພຽງ ໃນຄວາມຕ້ອງການ. ໃນໄລຍະມໍ່ມານີ້ ມີຂ່າວກ່ຽວກັບ ການສະໝັກເສັງຄັດເລືອກເພື່ອເຂົ້າ ຮຽນມະຫາວິທະຍາໄລ ຕົວເລກຫລຸດ ລົງເລັກນ້ອຍ, ບັນຫາທີ່ຖືກຕັ້ງຂຶ້ນ ແມ່ນຕ່າງໆນາໆ. ເຖິງຢ່າງໃດກໍ່ດີໃນ ສະພາວະຄວາມເປັນຈິງ ແນ່ນອນກໍ່ ຍ່ອມມີສາເຫດຂອງມັນ, ບັນຫານີ້ຜ່ານ ມາບໍ່ຄ່ອຍມີ ຫລື ບໍ່ເປັນ, ສະນັ້ນ ຈຶ່ງບໍ່ ແປກທີ່ມີຄົນທັກທ້ວງ ແລະ ຕັ້ງບັນຫາ ຂຶ້ນມາໃນທ່າມກາງສະພາບທີ່ປະເທດ ການປະຊຸມ...ກໍ່ມີຮູບແບບໃໝ່, ບາງ ອັນມີລັກສະນະກະໂດດຂັ້ນ ນໍາຈົນຊິ ບໍ່ທັນ. ເມື່ອຄວາມຮຽກຮ້ອງຕ້ອງການ ປ່ຽນແປງໄປ ບວກໃສ່ສະພາບແວດ ລ້ອມອື່ນໆ, ຄົນກໍ່ຕ້ອງໄດ້ຫັນປ່ຽນນັ້ນ ເປັນເລື່ອງປົກກະຕິ. ເວົ້າເຖິງຈໍານວນນັກຮຽນເສັງ ເຂົ້າຮຽນມະຫາວິທະຍາໄລ ໜ້ອຍລົງ ກໍ່ບໍ່ມີແຕ່ເຮົາ, ເບິ່ງໃກ້ໆຄື ໄທ ກໍ່ຫລຸດ ລົງເຊັ່ນດຽວກັນ -ປີ 2021 ມີຜູ້ສະ ໝັກ 111.725 ຄົນ, ຈໍານວນຮັບ 143.853 ຄົນ. - ປີ 2022 ມີຜູ້ສະໝັກ 111.990 ຄົນ, ຈໍານວນຮັບ 155.424 ຄົນ. ນັ້ນ ມາຈາກຫລາຍສາເຫດ, ທັງເລື່ອງນະ ໂຍບາຍຂອງລັດທີ່ຊຸກຍູ້ການຮຽນ ວິຊາຊີບຊໍານານງານ ເພື່ອສ້າງຜູ້ປະ ກອບການໃຫ້ຫລາຍ, ທ່າອ່ຽງຂອງ ການພັດທະນາເສດຖະກິດ-ສັງຄົມ, ຈໍານວນນັກຮຽນມັດທະຍົມໃນຫລາຍ ປີກ່ອນຫລຸດລົງ, ຄວາມຕ້ອງການ ຂອງບຸກຄົນ-ສັງຄົມ ແລະ ປັດໄຈອື່ນໆ. ຢູ່ປະເທດເຮົາ ດຽວນີ້ ການຮຽນມີ ຫລາກຫລາຍທາງເລືອກ ແລະ ການ ບໍ່ເລືອກຮຽນອັນໃດອັນໜຶ່ງຫລັງຈາກ ຮຽນຈົບ ມ ຕົ້ນ, ມ ປາຍ ກໍ່ບໍ່ໝາຍວ່າ ເຂົາເຈົ້າບໍ່ມີທາງເລືອກອື່ນໃນການມີ ອາຊີບ ເພາະແຕ່ລະອາຊີບ ແມ່ນຕ້ອງ ການລະດັບການສຶກສາທີ່ແຕກຕ່າງ ກັນ, ສໍາຄັນປະການໜຶ່ງກໍ່ແມ່ນຄວາມ ສາມາດ ແລະ ພອນສະຫວັນ-ພອນ ສະແຫວງ. ໃນຫລາຍອາຊີບ ບໍ່ຈໍາເປັນ ຕ້ອງຈົບປະລິນຍາຕີ ແຕ່ກໍ່ສາມາດ ເຮັດສໍາເລັດຜົນໄດ້. ປະກົດການທີ່ ເກີດຂຶ້ນ ອາດເປັນການຊົ່ວຄາວ, ຄວາມຕ້ອງການແຕ່ລະການພັດທະ ນາບໍ່ຄືກັນ. ກໍ່ເປັນເລື່ອງທີ່ດີແລ້ວທີ່ ມາຮອດປັດຈຸບັນ ລູກຫລານ ຄົນຮຸ່ນ ໃໝ່ ໄດ້ມີຫລາຍທາງເລືອກໃນການ ສຶກສາຮໍ່າຮຽນ. ແຕ່ກ່ອນການສິດ ສອນຮໍ່າຮຽນບາງສາຂາອາຊີບ ຫລື ແມ່ນແຕ່ສາຍສາມັນ ກໍ່ຍັງໄດ້ໃຊ້ວິທີ ການຮຽນການສອນແບບເຂົ້າຈໍ້າເຂົ້າ ພວກເຮົາກໍ່ໄດ້ມີພື້ນຖານມາຮອດປັດ ຈຸບັນ. 7;k,8hv'dko wx8k,dtcl2v'dkorfa mtok ເຮົາມີຄວາມຫຍຸ້ງຍາກທາງເສດຖະ ກິດ ແລະ ມີໄພທໍາມະຊາດ. ກຸ່ມຄົນທີ່ ບໍ່ຫວັງດີຕໍ່ປະເທດເຮົາ ຍາມໃດພວກ ເຂົາກໍ່ບໍ່ຍາມຈະຍ້ອງ ຫລື ໃຫ້ແງ່ຄຶດທີ່ ດີຕໍ່ພວກເຮົາ, ນີ້ຖ້າເຂົ້າໃຈກັນສາມັກ ຄີກັນ ກໍ່ບໍ່ມີສິ່ງໃດມາມ້າງໄດ້. ການ ຂະຫຍາຍຕົວຂອງສັງຄົມ ເປັນໄປ ຕາມກົດເກນພາວະວິໄສ, ຄວາມຕ້ອງ ການ ແລະ ຄວາມສາມາດໃນການຕອບ ສະໜອງ ມັນກໍ່ມີໄລຍະສອດຄ່ອງ ແລະ ບໍ່ສອດຄ່ອງກັນ ສະນັ້ນ ຈຶ່ງຕ້ອງມີ ການດັດສົມ ທີ່ສົມເຫດສົມຜົນໃນສະ ພາວະຄວາມເປັນຈິງແຕ່ລະໄລຍະ. ຄິດເຫັນສະໄໝລາວເຮົາເປັນຫົວ ເມືອງຂຶ້ນຈັກກະພັດຕ່າງດ້າວ, ຄົນ ລາວຮູ້ໜັງສື ເກືອບວ່າໄລ່ນິ້ວມືໄດ້. ພາຍຫລັງປະເທດຊາດໄດ້ຮັບການປົດ ປ່ອຍ, ປະຊາຊົນລາວບັນດາເຜົ່າເປັນ ເຈົ້າຕົນເອງ ເປັນເຈົ້າຂອງປະເທດ ຊາດ, ພັກ-ລັດ ໄດ້ນໍາພາລົບລ້າງການ ກືກໜັງສື ໂດຍມີການການສິດສອນຮໍ່າ ຮຽນເອີ້ນວ່າ ປະຊາສຶກສາ, ປະຊາຊົນ ທັງໃນຕົວເມືອງ ແລະ ຊົນນະບົດ ໄດ້ ຮຽນໜັງສືກັນ, ຂະບວນການແມ່ນຟົດ ຟື້ນ, ບໍ່ວ່າເດັກນ້ອຍ ຫລື ຜູ້ກາຍອາຍຸ ຮຽນທີ່ບໍ່ໄດ້ໜັງສື ກໍ່ເຂົ້າຮ່ວມການບໍາ ລຸງ ຫັດຂຽນ ຫັດອ່ານ...ສ່ວນວ່າໝາກ ຜົນໄດ້ສໍ່່າໃດ ແມ່ນເລື່ອງພາວະວິໄສ, ແຕ່ອັນສໍາຄັນນັ້ນແມ່ນໄດ້ສະແດງໃຫ້ ເຫັນແຈ້ງນະໂຍບາຍຂອງພັກ-ລັດ ທີ່ຖືເອົາປະຊາຊົນເປັນກົກ ເພາະພາຍ ຫລັງປົດປ່ອຍປະເທດຊາດ, ພົນລະ ເມືອງລາວສາມລ້ານຄົນນັ້ນ ຮູ້ໜັງສື ພຽງເລັກນ້ອຍ. ສະນັ້ນ ການພັດທະນາ ປະເທດ ຕ້ອງພັດທະນາການສຶກສາ ຂອງຄົນໄປພ້ອມກັນ, ເວລານັ້ນ ຈຶ່ງມີ ນະໂຍບາຍເອົາການສຶກສາໄປກ່ອນ ກ້າວໜຶ່ງ. ການບໍາລຸງວັດທະນະທໍາ ແມ່ນມີຂະບວນຟົດຟື້ນຄຽງຄູ່ກັນກັບ ການຮຽນໃນລະບົບໂຮງຮຽນປົກກະຕິ ໂດຍສະເພາະໃນຊຸມປີ 1980-90 ພະນັກງານລັດ ກໍ່ຄືປະຊາຊົນ ຈໍານວນ ບໍ່ໜ້ອຍ ບໍ່ທັນມີລະດັບການສຶກສາຈົບ ອຸດົມ (ມ ປາຍ), ການບໍາລຸງ ວັດທະ ນະທໍາ ຈຶ່ງເຫັນວ່າຟົດຟື້ນເປັນພິເສດ ກໍ່ວ່າໄດ້. ໃນຫລາຍປີມານີ້ ຍ້ອນນະໂຍບາຍ ການສຶກສາອັນຖືກຕ້ອງຂອງພັກລັດເຮົາ ໂດຍສົມທົບຄວາມຍອດຍິ່ງ ຈາກພາຍນອກ ແລະ ອີງໃສ່ສະພາບ ເງື່ອນໄຂ-ຈຸດພິເສດຂອງປະເທດເຮົາ, ລູກຫລານປວງຊົນລາວບັນດາເຜົ່າ ໄດ້ຮັບການສຶກສາເປັນລະບົບ ແລະ ມີຜູ້ຮຽນຈົບລະດັບຊັ້ນກາງ, ຊັ້ນສູງ, ປະ ລິນຍາຕີ ໄປຫາເອກ ຫລາຍຂຶ້ນໆ. ນັ້ນ ສ່ອງແສງໃຫ້ເຫັນເຖິງຜົນສໍາເລັດ ໃນການຈັດຕັ້ງຜັນຂະຫຍາຍແນວ ທາງການສຶກສາຂອງພັກ ທີ່ແທດ ເໝາະກັບໄລຍະຂອງການພັດທະນາ. ໃນສາມສີ່ປີມານີ້, ສ່ວນໜຶ່ງກໍ່ ມາຈາກການລະບາດຂອງພະຍາດໂຄ ວິດ-19 ທີ່ແກ່ຍາວ ແລະ ຄວາມຫຍຸ້ງ ຍາກທາງເສດຖະກິດ-ໄພທໍາມະຊາດ, ການສຶກສາຮໍ່າຮຽນ ຫລັງມັດທະຍົມ ຕອນປາຍກໍ່ມີການຫັນປ່ຽນໄປໃນ ຕົວ, ຮູບແບບ-ວິທີການຮຽນແມ່ນ ຫລາກຫລາຍຂຶ້ນ ໂດຍສະເພາະມີການ ຮຽນທາງໄກ ແລະ ເປີດກວ້າງອອກ ຕ່າງປະເທດ. ນະໂຍບາຍຂອງຫລາຍ ປະເທດ ເຂົາເຈົ້າກໍ່ຫັນໄປສົ່ງເສີມການ ຮຽນວິຊາຊີບ ເພື່ອເປັນການສ້າງອາ ຊີບໃຫ້ພົນລະເມືອງຂອງຕົນ, ຫຍໍ້ເວລາ ການຮຽນ ໃຫ້ແທດເໝາະກັບສະພາບ ການພັດທະນາ. ສະພາບສັງຄົມກໍ່ປ່ຽນ ແປງໄປ ພາຍຫລັງການລະບາດຂອງ ພະຍາດໂຄວິດ-19, ການດໍາລົງຊີວິດ ແບບໃໝ່ ໄດ້ດໍາເນີນຂຶ້ນ, ບໍ່ວ່າແຕ່ການ ຮຽນ, ການຄ້າຂາຍ, ວິທີເຮັດວຽກ, ປະທານ ຄຳໄຕ ສີພັນດອນ ຮ່ວມປຶກສາຫາລືກັບບັນດາຜູ້ນຳ ກ່ຽວກັບສະພາບການໃນລາວ (ທ່ານ ໜູຮັກ ພູມສະຫວັນ, ທ່ານ ຄຳໄຕ ສີພັນດອນ, ທ່ານ ສຸພານຸວົງ ແລະ ທ່ານ ໄກສອນ ພົມວິຫານ; ນັບຈາກຊ້າຍຫາຂວາ) *** ອ່ານຕໍ່ສະບັບໜ້າ ***
RkJQdWJsaXNoZXIy MTc3MTYxMQ==