5683

lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 17/08/2023 xtgmf]k; ຄວາມສົນໃຈຂອງນັກຮຽນ... ເອກອັກຄະລັດຖະທູດ... ເມືອງຄູນຄຳ ໄດ້ຮັບ... 6 ເດືອນຕົ້ນປີນີ້... ທຫລ ເຜີຍແຜ່ນິຕິກຳ... ປິດການສັນຈອນ... ການບິນໄທ... ຫລາຍພາກສ່ວນ... ຂປລ. ຕາມການລາຍງານຂອງ ຄະນະກໍາມະການຄຸ້ມຄອງໄພພິບັດ ເມືອງຄູນຄໍາ ແຂວງຄໍາມ່ວນ ໃນ ວັນທີ 15 ສິງຫາ 2023 ນີ້ວ່າ: ນັບ ແຕ່ມື້ນໍ້າຖ້ວມຈົນມາຮອດປັດຈຸບັນ ເມືອງຄູນຄໍາ ຢູ່ໃນໄລຍະນໍ້າບົກ ແຫ້ງ ເຊິ່ງເຫັນວ່າ ເນື້ອທີ່ທຳການຜະ ລິດ ແລະ ຂົງເຂດອື່ນໆ ໄດ້ຮັບຜົນກະ ທົບຈາກນໍ້າຖ້ວມເສຍຫາຍຕາມ ການປະເມີນເບື້ອງຕົ້ນ 111,8 ຕື້ ກວ່າກີບ. ໃນນັ້ນ, ຂົງເຂດກະສິກໍາ ແລະ ປ່າໄມ້ ເສຍຫາຍ 104 ຕື້ກວ່າ ກີບ (ການປູກຝັງເສຍຫາຍ 92,7 ຕື້ ກວ່າກີບ, ດ້ານກົນຈັກກະສິກໍາ 619 ລ້ານກວ່າກີບ, ດ້ານການລ້ຽງສັດ ແລະ ການປະມົງ 11,3 ຕື້ກວ່າກີບ, ດ້ານຊົນລະປະທານ 160 ລ້ານກີບ; ຂົງເຂດໂຍທາທິການ ແລະ ຂົນສົ່ງ ຄາດຄະເນມູນຄ່າເສຍຫາຍ 5,7 ຕື້ ກວ່າກີບ (ລວມມີເສັ້ນທາງ 6 ເສັ້ນ, ຄວາມຍາວ 33.702 ກິໂລແມັດ); ຂົງເຂດສຶກສາທິການ ແລະ ກິລາ ເສຍຫາຍ 451 ລ້ານກວ່າກີບ; ຂົງ ເຂດອຸດສະຫະກຳ ແລະ ການຄ້າ ຄາດຄະເນມູນຄ່າເສຍຫາຍ 658 ລ້ານກີບ ແລະ ຂົງເຂດສາທາລະ ນະສຸກ ຄາດຄະເນມູນຄ່າເສຍຫາຍ 270 ລ້ານກີບ. ສໍາລັບການຊ່ວຍເຫລືອບັນເທົາ ທຸກຈາກພາກສ່ວນຕ່າງໆທັງພາກ ລັດ ແລະ ເອກະຊົນ, ບໍລິສັດ, ຫ້າງ ຮ້ານ, ມູນນິທິຕ່າງໆ ແລະ ສັງຄົມແຕ່ ວັນທີ 4 ສິງຫາ 2023 ມາຮອດ ປັດຈຸບັນ ມີມູນຄ່າທັງໝົດ 3,3 ຕື້ ກວ່າກີບ, ເງິນສົດ 296 ລ້ານກວ່າ ກີບ. ນອກຈາກນັ້ນ, ຄະນະກຳມະ ການຄຸ້ມຄອງໄພພິບັດຂັ້ນເມືອງໄດ້ ຈັດແບ່ງເຄື່ອງອຸປະໂພກ-ບໍລິໂພກ ເປັນຕົ້ນ ເຂົ້າສານ, ນໍ້າດື່ມ, ອາຫານ ແຫ້ງທີ່ພາກລັດ ແລະ ເອກະຊົນ, ບັນ ດາບໍລິສັດ, ຫ້າງຮ້ານ, ມູນນິທິ ຕ່າງໆ ໃຫ້ການຊ່ວຍເຫລືອເຊິ່ງມີເຂົ້າສານ ຈຳນວນ 32 ໂຕນ, ນໍ້າດຶ່ມ ແລະ ອາຫານແຫ້ງເປັນຈຳນວນຫລວງ ຫລາຍ ທີ່ມອບເຂົ້າສູນບໍລິຈາກຂອງ ເມືອງ ແລະ ໄດ້ລົງແຈກຢາຍໃຫ້ປະ ຊາຊົນທີ່ຢູ່ໃນສອງສູນ ແລະ 14 ບ້ານໄດ້ສຳເລັດ. ນອກນັ້ນ, ຍັງມີຫົວ ໜ່ວຍທຸລະກິດພາກເອກະຊົນ, ບຸກ ຄົນ, ນິຕິບຸກຄົນລົງມອບເຄື່ອງຊ່ວຍ ເຫລືອດ້ວຍຕົນເອງໃຫ້ປະຊົນທີ່ຖືກ ນໍ້າຖ້ວມໃນ 14 ບ້ານຕື່ມອີກ. ພ້ອມ ກັນນັ້ນ, ພະແນກສາທາ ແຂວງຄຳ ມ່ວນ ໄດ້ນຳເອົາລົດຜະລິດນໍ້າສະ ອາດຈຳນວນ 2 ຄັນ ມາຜະລິດນໍ້າ ແຈກຢາຍໃຫ້ປະຊາຊົນໄດ້ທັງໜົດ 300.000 ລິດ, ຈໍານວນ 10 ບ້ານ. ທົ່ວເມືອງຄູນຄໍາ ມີບັນດາບ້ານ ທີ່ຖືກນໍ້າຖ້ວມທັງໝົດ 14 ບ້ານ, ມີພົນລະເມືອງ 12.767 ຄົນ, ຍິງ 6.320 ຄົນ, ມີ 2.575 ຫລັງຄາ, ມີ 2.812 ຄອບຄົວ, ບ້ານທີ່ຖືກນໍ້າ ຖ້ວມໜັກກວ່າໝູ່ປະກອບມີ: ບ້ານ ກອງລໍ, ບ້ານອໍ້, ບ້ານກູບ, ນາກາຍ, ນາຄໍາ, ໂພນແຍງ, ບ້ານແກ້ງ,ມ່ວງ ນໍ້າສາງ ແລະ ບ້ານຄູນມະນີ (ຄຸ້ມ ໂພນທອງ-ໜອງຮາງເກົ່າ). ສໍາ ລັບເຫດການດິນເຊາະເຈື່ອນ ເຊິ່ງ ມີລົດຕົກຄ້າງ 110 ຄັນ, ດິນເຈື່ອນ ທັບຖົມ 6 ຄັນ, ຕົກເຫວ 5 ຄັນ ແລະ ມີຄົນຕົກຄ້າງ 68 ຄົນ ແລະ ເຈົ້າ ໜ້າທີ່ໄດ້ນຳພາ ລົງມາເຂດປອດໄພ ແລະ ໄດ້ກັບຄືນຄອບຄົວແລ້ວ, ໄດ້ ການເກັບກຳຂໍ້ມູນທະບຽນລົດທັງ ໝົດ 83 ຄັນ. ໃນນັ້ນ, ມີລົດປ້າຍລາວ 50 ຄັນ, ລົດປ້າຍຫວຽດ 33 ຄັນ (ຂໍ້ມູນລະອຽດນຳເຈົ້າໜ້າທ່ີ ປກສ ເມືອງ) ສ່ວນລົດທີ່ຍັງເຫລືອບໍ່ສາ ມາດເກັບກໍາປ້າຍໄດ້. ປັດຈຸບັນ, ມີ ຄົນມາແຈ້ງທະບຽນລົດ ຕໍ່ເຈົ້າໜ້າທີ່ ຈຳນວນຫລາຍ ແຕ່ຍັງບໍ່ທັນເຄື່ອນ ຍ້າຍລົດໄດ້ ເນື່ອງຈາກສະພາບ ເສັ້ນທາງຍັງມີຄວາມຫຍຸ້ງຍາກ. ສໍາລັບ ສາຍຕາຂ່າຍໄຟຟ້າ ແຕ່ ເມືອງຄຳເກີດ ຫາ ເມືອງຄູນຄຳ ຈຸດພຸໄຮ ເຊາະເຈື່ອນທັບ ມີປະມານ 8,10 Km (ບໍ່ສາມາດປະເມີນລາ ຄາໄດ້) ເຮັດໃຫ້ໄຟຟ້າບໍ່ສາມາດ ໃຊ້ໄດ້ໃນທົ່ວເມືອງ, ໜໍ້ນັບໄຟທີ່ເສຍ ຈາກນໍ້າຖ້ວມ 14 ບ້ານ ເສຍຫາຍ ທັງໝົດ 332 ໜ່ວຍ, ຄິດປັນມູນຄ່າ ປະມານ 106 ລ້ານກວ່າກີບ. ປັດຈຸ ບັນ, ສາມາດຊົມໃຊ້ໄຟຟ້າໄດ້ແລ້ວ ຈຳນວນ 6 ບ້ານຄື: ບ້ານຄູນຄຳ, ຄູນ ແກ້ວ, ນາຂາມ, ບ້ານກາງ, ນໍ້າສະ ນາມ ແລະ ບ້ານພູຊາດ. ພ້ອມກັນນີ້, ຄະນະກໍາມະການ ຄຸ້ມຄອງໄພພິບັດຂັ້ນເມືອງ ຍັງໄດ້ ສະເໜີຂັ້ນເທິງຊ່ວຍປຸກລະດົມເຄື່ອງ ອຸປະໂພກ-ບໍລິໂພກໃນທົ່ວສັງຄົມ ເພື່ອຊ່ວຍເຫລືອຜູ້ປະສົບໄພນໍ້າ ຖ້ວມໃນຄັ້ງນີ້ເປັນຕົ້ນ ອາຫານ, ເຂົ້າສານ, ນໍ້າດື່ມ, ຢາປົວພະຍາດ, ເຄື່ອງນຸ່ງຫົ່ມ ອື່ນໆທີ່ຈໍາເປັນ; ຊ່ວຍ ແກ້ໄຂບັນຫາການຕິດຕໍ່ສື່ສານ ໂດຍ ສະເພາະສັນຍານໂທລະສັບໃຫ້ກັບ ຄືນສູ່ສະພາບປົກກະຕິ, ເພີ່ມກົນຈັກ ໜັກ, ພ້ອມດ້ວຍວິຊາການຄົມມະ ນາຄົມມາບຸກທະລຸເສັ້ນທາງພູໄຮ ຈຸດດິນເຈື່ອນໃຫ້ນຳໃຊ້ໄດ້ໂດຍໄວ, ສະໜອງຢາປົວພະຍາດໂດຍສະ ເພາະພະຍາດຖອກທ້ອງ, ຕີນເປື່ອຍ ແລະ ຢາອື່ນໆ. ຂ່າວ-ພາບ: ແດງສະຫວັດ ແສນພານິດ ເປັນຕົ້ນ ຈຳນວນປະຊາກອນພາຍ ໃນປະເທດລາວບໍ່ຫລາຍ, ຕະຫລາດ ການຈ້າງງານພາຍໃນປະເທດມີ ຈຳນວນຈຳກັດ, ການເປີດກວ້າງ ການຮ່ວມມືກັບພາກພື້ນ ແລະ ສາ ກົນມີຫລາຍຂຶ້ນ, ນັກຮຽນຫລາຍ ຄົນມີລະດັບການສຶກສາເກັ່ງ ເຮັດ ໃຫ້ນັກຮຽນຈຳນວນໜຶ່ງສາມາດ ເສັງເອົາທຶນຂອງອົງການຈັດຕັ້ງ ສາກົນຕ່າງໆ ເພື່ອໄປສຶກສາຕໍ່ຢູ່ຕ່າງ ປະເທດ ແລະ ອື່ນໆ. ດັ່ງນັ້ນ, ຈຶ່ງ ເຮັດໃຫ້ຄວາມສົນໃຈຂອງນັກຮຽນ ໃນການເຂົ້າມາສຶກສາຢູ່ ມຊ ມີຈຳ ນວນຫລຸດລົງຫລາຍເມື່ອທຽບ ໃສ່ ຫລາຍປີຜ່ານມາ. ອີງຕາມສະຖິຕິການສອບເສັງ ເຂົ້າສຶກສາໃນ ມຊ ໃນສົກສຶກສາ 2022-2023 ຜ່ານມານີ້, ມີຜູ້ສະ ໝັກລົງທະບຽນເຂົ້າສອບເສັງທັງ ໝົດ 11.976 ຄົນ, ມີໜ້າເຂົ້າສອບ ເສັງຕົວຈິງ 10.100 ກວ່າຄົນ, ໃນ ນັ້ນຕົວເລກຂອງ ມຊ ຮັບເອົານັກສຶກ ສາເຂົ້າຮຽນ 6.990 ຄົນ. ສ່ວນສົກ ຮຽນ 2023-2024 ທີ່ມີການສອບ ເສັງໃນວັນທີ 12 ສິງຫາຜ່ານມາ,ມີ ນັກຮຽນໃຫ້ຄວາມສົນໃຈມາລົງທະ ບຽນສອບເສັງທັງໝົດ 7.441 ຄົນ, ໃນນີ້ຈະຄັດເລືອກເອົາ 6.688 ຄົນ. ຂ່າວ: ພູວັນ ນາງ ກາຕາລິນ ໂນແວັກ (H.E. Ms. Katalin Novák) ປະທານາ ທິບໍດີ ແຫ່ງ ຮົງກາລີ ເພື່ອດຳລົງຕຳ ແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາ ທາລະນະລັດ ປະຊາທິປະໄຕປະຊາ ຊົນລາວ ຄົນໃໝ່ ປະຈຳ ຮົງກາລີ ຊຶ່ງມີສຳນັກງານຕັ້ງຢູ່ນະຄອນ ບູ ດາແປສ, ປະເທດ ຮົງກາລີ. ພາຍຫລັງສຳເລັດພິທີ, ທ່ານ ເອກອັກຄະລັດຖະທູດລາວຄົນໃໝ່ ໄດ້ພົບປະໂອ້ລົມກັບທ່ານປະທາ ນາທິບໍດີ ຊຶ່ງສອງຝ່າຍໄດ້ຕີລາຄາ ສູງຕໍ່ການພົວພັນທີ່ດີລະຫວ່າງ ສປປ ລາວ ແລະ ຮົງກາລີ ທີ່ມີມາແຕ່ ດົນນານນັບແຕ່ສອງປະເທດ ໄດ້ ສ້າງຕັ້ງສາຍພົວພັນການທູດນຳ ກັນ ໃນວັນທີ 12 ກັນຍາ 1962 ເປັນ ຕົ້ນມາ ໂດຍໄດ້ເປີດສະຖານທູດ ຢ່າງເປັນທາງການເທື່ອທຳອິດ ໃນ ປີ 1987 ແລະ ປິດໃນປີ 1993 ຍ້ອນສະພາບການຂອງເສດຖະກິດ ແລະ ສະພາບການໃນເວລານັ້ນ ຊຶ່ງປິດສະຖານທູດເປັນເວລາເກືອບ 30 ປີ, ແຕ່ຍັງຮັກສາສາຍພົວພັນ ກັນປົກກະຕິ, ໄລຍະຕໍ່ມາ ຍ້ອນການ ພົວພັນຂອງສອງປະເທດມີການ ຂະຫຍາຍຕົວຫລາຍດ້ານສະຖານ ທູດ ສປປ ລາວ ຈຶ່ງໄດ້ເປີດຄືນຢ່າງ ເປັນທາງການໃນວັນທີ 3 ພະຈິກ 2022. ທ່ານເອກອັກຄະລັດຖະທູດໄດ້ ຕາງໜ້າໃຫ້ລັດຖະບານ ສປປ ລາວ ສະແດງຄວາມຂອບໃຈທ່ານປະ ທານາທິບໍດີ ນາງ ກາຕາລິນ ໂນແວັກ ກໍຄື ລັດຖະບານ ຮົງກາລີ ທີ່ໄດ້ໃຫ້ ການຮ່ວມມື, ຊ່ວຍເຫລືອໃນດ້ານ ຕ່າງໆ ເຊັ່ນ: ໂຄງການຮ່ວມມືເງິນກູ້ ຢືມເງື່ອນໄຂຜູກມັດ ບໍ່ມີດອກເບ້ຍ ຫລື Tied Aid credit ເຂົ້າໃນການ ພັດທະນາບັນດາໂຄງການຕ່າງໆ ເຊັ່ນ: ການຮ່ວມມືດ້ານໂຄງການກະ ສິກຳ, ການຮ່ວມມືດ້ານໂຄງການ ບຳບັດນ້ຳ ເປື້ອນ, ລວມທັງໂຄງການ ຮ່ວມມືດ້ານການສຶກສາ ແລະ ດ້ານ ອື່ນໆ ແລະ ຫວັງຢ່າງຍິ່ງວ່າທ່ານ ຈະສືບຕໍ່ໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນ ສປປ ລາວ ໃນຕໍ່ໜ້າ ຕື່ມອີກ. ທ່ານເອກອັກຄະລັດຖະທູດ ໄດ້ ນຳເອົາຄວາມຢື້ຢາມຖາມຂ່າວອັນ ອົບອຸ່ນ ແລະ ພອນໄຊອັນປະເສີດ ຈາກ ທ່ານ ທອງລຸນ ສີສຸລິດ ປະທານ ປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ທ່ານ ນາງ ກາຕາລິນ ໂນແວັກ ແລະ ຜ່ານທ່ານໄປຍັງລັດຖະບານ ແລະ ປະຊາຊົນ ຮົງກາລີ ທຸກທົ່ວໜ້າ. ພ້ອມນີ້, ທ່ານເອກອັກຄະລັດຖະທູດ ຍັງໄດ້ນໍາເອົາຄໍາເຊື້ອເຊີນຈາກ ທ່ານ ທອງລຸນ ສີສຸລິດ ປະທານປະ ເທດ ແຫ່ງ ສປປ ລາວ ເຖິງ ທ່ານປະ ທານາທິບໍດີ ຮົງກາລີ ເພື່ອໄປຢ້ຽມ ຢາມ ສປປ ລາວ ຢ່າງເປັນທາງ ການໃນໂອກາດທີ່ເໝາະສົມ. ໃນໂອກາດດັ່ງກ່າວ, ທ່ານ ນາງ ກາຕາລິນ ໂນແວັກ ກໍໄດ້ສະແດງ ຄວາມຍິນດີ ແລະ ຊົມເຊີຍທ່ານ ຄຳພອນ ວົງສັນຕິ ໃນການດໍາລົງ ຕໍາແໜ່ງ ເປັນເອກອັກຄະລັດຖະທູດ ສປປ ລາວ ຄົນໃໝ່ ປະຈຳ ຮົງກາລີ ແລະ ໄດ້ສະແດງຄວາມຂອບໃຈຕໍ່ ຄໍາອວຍພອນ ແລະ ການເຊື້ອເຊີນ ຈາກປະທານປະເທດ ແຫ່ງ ສປປ ລາວ ພ້ອມທັງສົ່ງຄຳຢື້ຢາມຖາມ ຂ່າວ ອັນອົບອຸ່ນ ແລະ ອວຍພອນໄຊ ອັນປະເສີດ ມາຍັງທ່ານ ທອງລຸນ ສີສຸລິດ ປະທານປະເທດ, ລັດຖະ ບານ ແລະ ປະຊາຊົນລາວທຸກທົ່ວໜ້າ ແລະ ອວຍພອນໃຫ້ທ່ານເອກອັກ ຄະລັດຖະທູດ ແຫ່ງ ສປປ ລາວ ຄົນ ໃໝ່ປະຕິບັດໜ້າທີ່ການທູດຂອງ ຕົນດ້ວຍຜົນສຳເລັດໃນການສົ່ງເສີມ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມື ລະຫວ່າງ ສອງປະເທດໃຫ້ ຂະຫຍາຍຕົວໃນຕໍ່ໜ້າ. ສູງສຸດຈະເອົາໃຈໃສ່ສືບຕໍ່ພັດທະ ນາ ກົນໄກ ແລະ ເພີ່ມຄວາມຮັບຜິດ ຊອບ ໃນການດຳເນີນຄະດີຂອງ ຕ້ອງໄດ້ປະຕິບັດຕາມລະບຽບ ແລະ ປ້າຍເຄື່ອງໝາຍຈະລາຈອນທີ່ຕິດ ຕັ້ງໄວ້ ແລະ ການລະບາຍຂອງເຈົ້າ ໜ້າທີ່ຕາມຈຸດຕ່າງໆ; ເວລາມີການ ກໍ່ສ້າງຫ້າມລົດຂົນສົ່ງສິນຄ້າ ແລະ ໂດຍສານຂະໜາດໃຫຍ່ມານຳໃຊ້ ເສັ້ນທາງນີ້, ໃຫ້ໄປນຳໃຊ້ເສັ້ນທາງ ອື່ນແທນຈົນກວ່າການກໍ່ສ້າງສຳ ເລັດ. ປັດຈຸບັນ ເນື່ອງຈາກວ່າ ສະພາບ ການສັນຈອນຖະໜົນ ໄກສອນ ພົມ ວິຫານ ໜາແໜ້ນ ແລະ ສັບສົນເປັນ ຕົ້ນ ແມ່ນເວລາເຂົ້າການ-ເລີກການ ເພື່ອຮັບປະກັນການສັນຈອນບໍ່ໃຫ້ ລົດຕິດ ແລະ ບໍ່ມີຄວາມສ່ຽງຕໍ່ການ ເກີດອຸບັດເຫດ. ວິຊາການກ່ຽວຂ້ອງ ຈຶ່ງໄດ້ຄົ້ນຄວ້າ ແລະ ເປັນເອກະພາບ ກັນໃຫ້ຍ້າຍໂຄງເຫລັກຂົວຂຶ້ນຕິດ ຕັ້ງໃສ່ໂຄງສ້າງເບຕົງໃນເວລາ ກາງຄືນທີ່ມີການສັນຈອນບໍ່ຫລາຍ. ເທດ ໃນວັນທີ 15 ສິງຫາ 2023, ທີ່ນະຄອນຫລວງວຽງຈັນ ໂດຍ ການເປັນປະທານຮ່ວມຂອງ ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າກົມຄຸ້ມຄອງເງິນຕາຕ່າງ ປະເທດ ທຫລ ແລະ ທ່ານ ວັນທອງ ສິດທິກຸນ ຮອງປະທານ ສຄອຊ, ມີບັນດາຜູ້ຕາງໜ້າຈາກພາກທຸລະ ກິດ ແລະ ພາກສ່ວນກ່ຽວຂ້ອງ ສາກົນວັດໄຕ, ນະຄອນຫລວງ ວຽງຈັນ ໂດຍຈະໃຫ້ບໍລິການ 2 ຖ້ຽວບິນ/ມື້ ຫລື 14 ທ້ຽວບິນຕໍ່ ໜຶ່ງອາທິດ, ສາມາດສັ່ງຈອງບ່ອນ ນັ່ງ ແລະ ຊື້ບັດໂດຍສານໄດ້ທີ່ຕົວ ແທນຈຳໜ່າຍບັດໂດຍສານ ຂອງ ການບິນໄທ ຫລື ເວັບໄຊ www. thaiairways.com. ທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະຣາຊະທູດ ແຫ່ງລາຊະ ອານາຈັກໄທ ປະຈຳລາວ ໄດ້ກ່າວ ວ່າ: ການເປີດຖ້ຽວບິນຄັ້ງນີ້, ເປັນ ການສຶບຕໍ່ການເດີນທາງໄປມາລະ ຫວ່າງປະເທດໃຫ້ມີຄວາມສະດວກ ສະບາຍຫລາຍຂຶ້ນ, ທັງເປັນການ ເສີມຂະຫຍາຍດ້ານເສດຖະກິດ,ວັດ ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບ ໃຈມາຍັງບັນດາບໍລິສັດ ທີ່ເຫັນໄດ້ ຄວາມສຳຄັນ ນຳເອົາເງິນມາມອບ ໃຫ້ໃນຄັ້ງນີ້ ເຊິ່ງເປັນການປະກອບ ສ່ວນອັນສຳຄັນ ເຂົ້າໃນການແກ້ໄຂ ຊີວິດການເປັນຢູ່ຂອງປະຊາຊົນ ລາວບັນດາເຜົ່າທີ່ຖືກຜົນກະທົບ ຈາກໄພນ້ຳຖ້ວມຢູ່ບັນດາເມືອງ, ແຂວງ ໃນຂອບເຂດທົ່ວປະເທດ, ພ້ອມທັງຢືນຢັນວ່າ ຈະນຳເອົາເງິນ ທີ່ໄດ້ຮັບໃນຄັ້ງນີ້, ໄປຊ່ວຍເຫລືອ ບັນດາເມືອງ ກໍຄື ປະຊາຊົນທີ່ໄດ້ຮັບ ຜົນກະທົບຈາກໄພນ້ຳຖ້ວມຢ່າງ ທົ່ວເຖິງ ເພື່ອແກ້ໄຂບັນເທົາທຸກໃຫ້ ກັບບັນດາຄອບຄົວ ທີ່ໄດ້ຮັບຜົນກະ ທົບໃຫ້ກັບຄືນສູ່ສະພາບປົກກະຕິ ໂດຍໄວ. ຂ່າວ-ພາບ: ທະນູທອງ ເຂົ້າຮ່ວມ. ທ່ານ ເພັດສະຖາພອນ ແກ້ວ ວົງວິຈິດ ໄດ້ໃຫ້ຮູ້ວ່າ: ວຽກງານ ໃນຂົງເຂດຄຸ້ມຄອງເງິນຕາຕ່າງ ປະເທດ ເຫັນວ່າມີຫລາຍບັນຫາ ທີ່ທ້າທາຍຫລາຍພໍສົມຄວນ ເປັນ ຕົ້ນ ການນໍາໃຊ້ເງິນຕາຕ່າງປະເທດ ຢູ່ພາຍໃນ, ການຄຸ້ມຄອງເງິນຕາ ຕ່າງປະເທດດ້ານການຄ້າ, ການ ລົງທຶນ, ໜີ້ສິນຕ່າງປະເທດ ແລະ ການບໍລິການເງິນຕາຕ່າງປະເທດ ທີ່ບໍ່ໄດ້ຮັບອະນຸຍາດ ເຊິ່ງທັງໝົດນີ້ ຖືເປັນບັນຫາທີ່ພວມຜະເຊີນຕ້ອງ ແກ້ໄຂຢ່າງຮີບດ່ວນ ແລະ ໃຫ້ທັນ ສະພາບການ. ພ້ອມນີ້, ທ່ານຍັງໄດ້ ເນັ້ນໜັກໃຫ້ຂະແໜງການທະນາ ຄານ ແລະ ທົ່ວສັງຄົມເອົາໃຈໃສ່ຄຸ້ມ ຄອງເງິນຕາຕ່າງປະເທດ ເຊິ່ງເປັນ ວຽກງານໜຶ່ງທີ່ມີຄວາມສຳຄັນ ຈຳເປັນຮີບດ່ວນ ແລະ ໃຫ້ປະຕິບັດ ຕາມກົດໝາຍວ່າດ້ວຍການຄຸ້ມ ຄອງເງິນຕາຕ່າງປະເທດເພື່ອນຳ ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິ ບັດເຂົ້າໃນວຽກງານຂອງຕົນໃຫ້ ປາກົດຜົນເປັນຈິງ, ພ້ອມທັງເນັ້ນ ໃຫ້ທຸກພາກສ່ວນທີ່ເຂົ້າຮ່ວມກອງ ປະຊຸມຄັ້ງນີ້, ຊ່ວຍນຳເອົາເນື້ອໃນ ຈິດໃຈຂອງນິຕິກຳຄຸ້ມຄອງເງິນຕາ ຕ່າງປະເທດໄປໂຄສະນາເຜີຍແຜ່ ເພື່ອເປັນການລະດົມໃຫ້ທົ່ວສັງຄົມ ນໍາເອົາເງິນຕາຕ່າງປະເທດຝາກ ໄວ້ກັບທະນາຄານ ແລະ ຕິດຕາມ ກວດກາທຸລະກໍາການເຄື່ອນໄຫວ ເງິນຕາຕ່າງປະເທດ ໃຫ້ສອດຄ່ອງ ຕາມກົດໝາຍ ແລະ ລະບຽບການ ກ່ຽວຂ້ອງ. ເອກະສານທີ່ນຳມາເຜີຍແຜ່ໃນ ຄັ້ງນີ້ປະກອບມີ 3 ເອກະສານສຳ ຄັນຄື: ເອກະສານເຜີຍແຜ່ນິຕິກຳ ໃນການຄຸ້ມຄອງເງິນຕາຕ່າງປະ ເທດ(ສະບັບປັບປຸງ); ຄໍາສັ່ງວ່າ ດ້ວຍການຈັດຕັ້ງປະຕິບັດການຄຸ້ມ ຄອງເງິນຕາຕ່າງປະເທດສະບັບ ເລກທີ 10/ນຍ, ລົງວັນທີ 14 ກໍລະ ກົດ 2023; ຂໍ້ຕົກລົງວ່າດ້ວຍການ ຄຸ້ມຄອງເງິນຕາຕ່າງປະເທດກ່ຽວ ກັບການນຳເຂົ້າສົ່ງອອກສິນຄ້າ ທະນະທຳ ແລະ ການທ່ອງທ່ຽວ ຂອງສອງປະເທດ ໃຫ້ໄດ້ຮັບການ ຂະຫຍາຍຕົວຍິ່ງໆຂຶ້ນ ພາຍຫລັງທີ່ ໄດ້ປິດຖ້ຽວບິນລະຫວ່າງປະເທດ ໃນໄລຍະການລະບາດຂອງພະຍາດ ໂຄວິດ-19 ໃນເດືອນມີນາ 2020 ຜ່ານມາ ໄດ້ສົ່ງຜົນກະທົບໃຫ້ການ ບິນໄທ ຢຸດໃຫ້ບໍລິການຂົນສົ່ງຜູ້ໂດຍ ສານ ແລະ ສິນຄ້າທາງອາກາດລະ ຫວ່າງ ວຽງຈັນ-ບາງກອກ, ເມື່ອ ສະຖານະການແພ່ລະບາດຂອງພະ ຍາດດັ່ງກ່າວຢຸດຕິລົງການບິນໄທ ຈຶ່ງກັບມາເປີດໃຫ້ບໍລິການອີກຄັ້ງ. ເພື່ອໃຫ້ການບໍລິຫານທຸລະກິດ ດ້ານການບິນຂອງບໍລິສັດການບິນ ໄທ ຈຳກັດ ມາຫາຊົນ ມີປະສິດທິພາບ ສູງຂຶ້ນຝ່າຍບໍລິຫານໄດ້ມີການປັບ ໂຄງສ້າງທຸລະກິດ ໂດຍຮວບຮວມ ສາຍການບິນໄທ ແລະ ໄທສະມາຍ ແນໃສ່ເຮັດໃຫ້ການບໍລິການດີຍິ່ງ ຂຶ້ນ, ສ້າງຄວາມປະທັບໃຈ ແລະ ໃຫ້ ປະສົບການ ການເດີນທາງເປັນທີ່ ໜ້າຈົດຈຳ. ຂ່າວ: ກິດຕາ ສານແຕ່ລະຂັ້ນ ໃຫ້ມີຄວາມວ່ອງ ໄວບັນລຸໄດ້ 85%, ອັດຕາຂໍອຸທອນ ບໍ່ໃຫ້ເກີນ 15% ແລະ ຫລຸດຫລາຍ ຂັ້ນຕອນທີ່ສະຫລັບສັບຊ້ອນ, ຮັບ ປະກັນຄວາມໂປ່ງໄສ, ສາມາດ ກວດກາໄດ້, ເອົາໃຈໃສ່ການພິຈາ ລະນາຕັດສິນຄະດີ ປະຕິບັດຕາມ ຫລັກການຕັດສິນຄະດີສາມຂັ້ນ ຄື: ຂັ້ນຕົ້ນ, ຂັ້ນອຸທອນ ແລະ ຂັ້ນ ລົບລ້າງ. ພ້ອມທັງ ຈະສືບຕໍ່ເພີ່ມທະ ວີໃຫ້ໂຈດ, ຈຳເລີຍ, ບຸກຄົນທີສາມ ແລະ ທະນາຍຄວາມເຂົ້າຮ່ວມໃນ ການດຳເນີນຄະດີ ເພື່ອໃຫ້ເຂົາເຈົ້າ ໄດ້ໂຕ້ແຍ້ງ, ໂຕ້ຖຽງຕາມຂະບວນ ຍຸຕິທໍາ. ພ້ອມນີ້, ຍັງຈະສືບຕໍ່ຈັດຕັ້ງ ຄະນະສານຕັດສິນຄະດີເຄື່ອນທີ່ ແລະ ຊຸກຍູ້ໃຫ້ສານຂັ້ນຕົ້ນພິຈາລະ ນາຕັດສິນຄະດີ ໂດຍຜູ້ພິພາກສາ ຜູ້ດຽວໃຫ້ຫລາຍຂຶ້ນ; ເພີ່ມທະວີ ການລົງຊຸກຍູ້, ຕິດຕາມ ແລະ ກວດ ກາການດຳເນີນຄະດີຕາມສາຍຕັ້ງ ແລະ ເຜີຍແຜ່ກ່ຽວກັບຄໍາແນະນຳ ໃນການຈັດຕັ້ງປະຕິບັດຢ່າງເປັນ ປົກກະຕິຕໍ່ເນື່ອງ ເພື່ອເຮັດໃຫ້ການ ຕັດສິນຄະດີໃນແຕ່ລະຂັ້ນຖືກຕ້ອງ ແລະ ສອດຄ່ອງກັບຄວາມເປັນຈິງ. ຂ່າວ: ທະນູທອງ ຂໍ້ມູນ-ພາບ: ເວັບໄຊກະຊວງປ້ອງກັນຄວາມສະຫງົບ ແລະ ການບໍລິການ. ທັງນີ້, ກໍເພື່ອ ແນໃສ່ເຮັດໃຫ້ບັນດາກະຊວງ, ອົງ ການ, ສັງຄົມ ໄດ້ມີຄວາມເປັນເອກະ ພາບຮັບປະກັນໃຫ້ການເຄື່ອນໄຫວ ເງິນຕາຕ່າງປະເທດສອດຄ່ອງ ຕາມກົດໝາຍ ແລະ ລະບຽບການ ກ່ຽວຂ້ອງ. ຂ່າວ: ໜັງສືພິມປະຊາຊົນ

RkJQdWJsaXNoZXIy MTc3MTYxMQ==