5681

ຂປລ. ອາທິດ ຜ່ານມາ, ຢູ່ທີ່ ຫ້ອງວ່າການແຂວງຄໍາມ່ວນ ທ່ານ ນາງ ຟ່າມ ທີ່ ເຮິນ ປະທານແນວໂຮມ ປະເທດຊາດຫວຽດນາມ ແຂວງ ກວາງບິ່ງ ສສ ຫວຽດນາມ ໄດ້ ຕາງໜ້າຄະນະນໍາແຂວງ ນໍາເອົາ ເຄື່ອງຊ່ວຍເຫລືອ ມາມອບໃຫ້ກອງ ເລຂາຄະນະກໍາມະການຄຸ້ມຄອງໄພ ພິບັດຂອງ ແຂວງຄໍາມ່ວນ ເພື່ອນໍາ ໄປມອບຕໍ່ຜູ້ທີ່ປະສົບໄພນໍ້າຖ້ວມຢູ່ ບ້ານຕ່າງໆພາຍໃນແຂວງ, ຕາງໜ້າ ຮັບໂດຍ ທ່ານ ແກ້ວອຸດອນ ບຸດສິງ ຂອນ ຮອງເຈົ້າແຂວງຄໍາມ່ວນ, ປະທານຄະນະກໍາມະການໄພພິບັດ ຂັ້ນແຂວງ, ມີພາກສ່ວນກ່ຽວຂ້ອງ ສອງຝ່າຍ ເຂົ້າຮ່ວມ. ເຄື່ອງທີ່ແຂວງກວາງບິ່ງ ນໍາມາ ຊ່ວຍເຫລືອໃນຄັ້ງນີ້, ປະກອບມີ: ສະບຽງອາຫານ, ເຄື່ອງອຸປະໂພກ ແລະ ຢາປົວພະຍາດ ມູນຄ່າ 700 ລ້ານດົງ, ພ້ອມເງິນສົດ 300 ລ້ານ ດົງ. ທັງນີ້ ກໍເພື່ອເປັນກໍາລັງໃຈ ແລະ ແບ່ງເບົາຄວາມຫຍຸ້ງຍາກໃຫ້ ແກ່ປະຊາຊົນ ກໍຄືບັນດາຄອບຄົວຜູ້ທີ່ ໄດ້ຮັບຜົນກະທົບໄພພິບັດນໍ້າຖ້ວມຢູ່ ບັນດາເມືອງຂອງແຂວງຄໍາມ່ວນ ໃຫ້ຜ່ານພົ້ນໄປດ້ວຍດີ. ຂປລ. ແຫລ່ງຂ່າວຈາກ ແຂວງ ສາລະວັນ ໃຫ້ຮູ້ວ່າ: ພິທີເຊັນສັນຍາ ເຊົ່າ-ສຳປະທານ ດິນລັດ ຢູ່ເຂດບ້ານ ດົງລະອຸ ເມືອງວາປີ ເພື່ອສ້າງຕັ້ງ ໂຮງງານປຸງແຕ່ງຜົນຜະລິດກະສິ ກຳ ຄົບວົງຈອນ (ເສັ້ນໝີ່, ເຝີ, ເຂົ້າ ໜົມ, ແປ້ງນົວ ແລະ ເຄື່ອງຫຸ້ມຫໍ່ຜະ ລິດຕະພັນຈາກມັນຕົ້ນ) ໃນເນື້ອ ທີ່10 ເຮັກຕາ ຈັດຂຶ້ນໃນທ້າຍອາທິດ ຜ່ານມາ ອົງການປົກຄອງແຂວງ ລົງນາມໂດຍ ທ່ານ ໂພສີ ແກ້ວສີ ພັນດອນ ຫົວໜ້າພະແນກແຜນການ ແລະ ການລົງທຶນ, ທ່ານ ບຸນຍູ້ ຈັນທະລັງສີ ເຈົ້າເມືອງວາປີ, ທ່ານ ສີວັນພະກອນ ວົງບຸນທັນ ຮອງຫົວ ໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງ, ທ່ານ ມະໂນຫວັງ ພົມອຸດົມ ຮອງຫົວໜ້າພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມແຂວງ ແລະ ຝ່າຍບໍລິສັດ ລົງນາມໂດຍ ທ່ານ ກັນຫາ ຄໍາສິງສະຫວັດ ປະທານ ບໍລິສັດ ວັດທະນາການຄ້າຄົບວົງ ຈອນ ຂາອອກ-ຂາເຂົ້າ ຈໍາກັດຜູ້ ດຽວໂດຍມີ ທ່ານ ພູທົງ ຄໍາມະນີວົງ ຮອງເຈົ້າແຂວງສາລະວັນ, ຜູ້ຊິ້ນໍາ ຂົງເຂດເສດຖະກິດຂັ້ນແຂວງ ແລະ ຄະນະກໍາມະການຄຸ້ມຄອງການລົງ ທຶນຂັ້ນແຂວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ການສຳປະທານ ເນື້ອທີ່ດິນດັ່ງ ກ່າວ, ໂດຍແມ່ນນັກທຸລະກິດພາກ ເອກະຊົນພາຍໃນ ເປັນຜູ້ລົງທຶນ 100% ໂດຍສອງຝ່າຍ ໄດ້ກຳນົດ ແຜນດຳເນີນໂຄງການ 2 ໄລຍະຄື: ໄລຍະທີ 1 ແມ່ນໄລຍະກະກຽມໂຄງ ການເຊັ່ນ: ບຸກເບີກເນື້ອທີ່ດິນ, ກໍ່ ສ້າງພື້ນຖານໂຄງລ່າງ, ຕິດຕັ້ງເຄື່ອງ ຈັກການຜະລິດ, ທົດລອງການຜະ ລິດ ແລະ ກະກຽມອຸປະກອນເຄື່ອງ ຮັບໃຊ້ໂຄງການ ໃຊ້ເວລາ 2 ປີເລີ່ມ ແຕ່ມື້ເຊັນສັນຍາເປັນຕົ້ນໄປ ແລະ ໄລຍະທີ 2 ໄລຍະດຳເນີນໂຄງການ ເລີ່ມແຕ່ ປີ 2025 ເປັນຕົ້ນໄປ, ໄລຍະ ຂອງສັນຍາເຊົ່າ-ສຳປະທານ 30 ປີ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ, ມູນຄ່າການລົງທຶນທັງໝົດ 10 ລ້ານ ໂດລາສະຫາລັດ, ໂຄງການດັ່ງກ່າວ ເປັນການລົງທຶນໃນຮູບແບບສຳປະ ທານ ແລະ ຕ້ອງໄດ້ເສຍພັນທະໃຫ້ ລັດຈຳນວນ 200 ໂດລາສະຫະລັດ/ ເຮັກຕາ/ປີ. ໃນສັນຍາ, ສອງຝ່າຍໄດ້ສົມທົບ ກັບພະແນກການກ່ຽວຂ້ອງຂັ້ນ ແຂວງ, ເມືອງ ຫລື ຄະນະຕິດ ຕາມ ແລະ ຊຸກຍູ້ຊີ້ນໍາໂຄງການ ແຕ່ງຕັ້ງ ຄະນະຮັບຜິດຊອບເພື່ອດຳເນີນການ ສຳຫລວດ, ວັດແທກ ແລະ ອອກ ໃບນຳໃຊ້ທີ່ດິນເຂດສະຫງວນຂອງ ໂຄງການ, ພ້ອມທັງເຫັນດີມອບພັນ ທະອາກອນໃຫ້ລັດເປັນປົກກະຕິ, ຖ້າຫາກໂຮງງານດັ່ງກ່າວ ສ້າງສໍາ ເລັດຈະອໍານວຍຄວາມສະດວກ ໃຫ້ ປະຊາຊົນໄດ້ຊົມໃຊ້ຜະລິດຕະພັນ ຈາກພາຍໃນປະເທດ ເພື່ອຫລຸດ ຜ່ອນການນໍາເຂົ້າສິນຄ້າຈາກຕ່າງ ປະເທດ. ຂປລ. ແຫລ່ງຂ່າວຈາກ ແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້: ໄດ້ມີພິທີເຊັນສັນຍາສໍາປະທານ ໂຄງການພັດທະນາ ສວນສາທາ ລະນະ ໜອງຖານ ເມືອງຫ້ວຍຊາຍ ລະຫວ່າງ ອົງການປົກຄອງແຂວງ ຕ່າງໜ້າໂດຍ ທ່ານ ຈອມແພງ ວິ ໄລສານ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ກັບ ທ່ານ ຫລ້ານ້ອຍ ໄຊຍະວົງ ອໍານວຍການ ບໍລິສັດ ຫົວຂອງພັດທະນາ ອະສັງ ຫາລີມະຊັບ ຈໍາກັດຜູ້ດຽວ ໂດຍ ມີ ທ່ານ ບົວຄົງ ນາມມະວົງ ເຈົ້າ ແຂວງບໍ່ແກ້ວ, ທ່ານ ເຄືອນເພັດວົງ ຈັນ ຮອງເຈົ້າແຂວງ ຜູ້ຊີ້ນໍາໂຄງ ການຂັ້ນແຂວງ, ມີຜູ້ຕາງໜ້າຈາກ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ. ໂຄງການພັດທະນາ ສວນສາທາ ລະນະ ໜອງຖານ, ມີເນື້ອທີ່ທັງໝົດ 40 ເຮັກຕາ, ປະກອບມີ 20 ໂຊນ, ຈະໄດ້ພັດທະນາກິດຈະກໍາການ ທ່ອງທ່ຽວຂອງແຕ່ລະໂຊນ ໂດຍສະ ເພາະແມ່ນກິດຈະກໍາໂຮງແຮມ, ອາ ພາດເມັ້ນ, ຄອນໂດ, ຣີສອດ, ສູນ ການຄ້າ, ຮ້ານອາຫານ, ຮ້ານນວດສະປາ, ກິດຈະການທາງນໍ້າ ທ່າເຮືອ ນໍ້າທ່ຽວ, ສູນບໍລິການອອກກໍາລັງ ກາຍ ແລະ ກິດຈະກໍາອື່ນໆ ທີ່ແຂວງ ສົ່ງເສີມ ແລະ ລັດຖະບານອານຸຍາດ ໂດຍຮູບແບບການລົງທຶນຂອງ ຂປລ. ແຫລ່ງຂ່າວຈາກ ເມືອງ ເງິນ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ເມື່ອ ບໍ່ດົນມານີ້, ທ່ານ ບຸນລ້ຽງດວງ ສົມພອນ ຫົວໜ້າພະແນກຍຸຕິທໍາ ແຂວງໄຊຍະບູລີ ພ້ອມດ້ວຍທີມງານ ເຄື່ອນໄຫວໂຄສະນາເຜີຍແຜ່ກົດ ໝາຍ 4 ສະບັບ ໂດຍຕິດພັນກັບການ ຊຸກຍູ້ວຽກງານຍຸຕິທໍາ ຢູ່ເມືອງເງິນ ໂດຍມີ ທ່ານ ທະວີສັກ ໄຊຍະວົງ ເຈົ້າເມືອງໆເງິນ, ມີຫົວໜ້າຫ້ອງ ການ, ພະນັກງານລັດຖະກອນ, ກອງ ຮ້ອຍທະຫານຊາຍແດນ, ດ່ານສາ ກົນນໍ້າເງິນ, ລັດວິສາຫະກິດ, ນັກ ທຸລະກິດ ແລະ ນາຍບ້ານ ໃນທົ່ວ ເມືອງເຂົ້າຮ່ວມ. ກົດໝາຍທີ່ນໍາມາເຜີຍແຜ່ໃນ ຄັ້ງນີ້ ມີ 4 ກົດໜາຍຄື: ກົດໝາຍ ວ່າດ້ວຍການຟື້ນຟູ ແລະ ການລົ້ມ ລະລາຍຂອງວິສາຫະກິດ, ກົດໝາຍ ວ່າດ້ວຍການສ້າງນິຕິກໍາ, ກົດໝາຍ ວ່າດ້ວຍທະບຽນສານ, ກົດໝາຍ 07 xtgmf]k; gsfdko{dkorfaa mtok 15/08/2023 g-aolaopkg-qjk{lextmko lhk'3I''kox5'c8j' zqozt]yfdtlyde 7q[;q'9vo 16jg,nv';kxu rtcodp58ymec0;' gzupczjdqf\kp c]t -5dp6h;Pd'kop58yme 16jg,nv'g'yo g-aolaopk 37'dkorafmtokl;o lkmk]tot|v'4ko g,nv'sh;p-kp ຂ່າວ: ມະນີວັນ c0;'d;k'[yj' ,v[g7njv'-j;pgs]nv z6hxtlq[wroE4h;,16j c0;'7e,j;o ໂອກາດນີ້, ທ່ານຮອງເຈົ້າແຂວງ ຄໍາມ່ວນ ກໍຍັງໄດ້ມອບໃບຍ້ອງຍໍ ຂອງແຂວງ, ພ້ອມທັງສະແດງ ຄວາມຂອບໃຈ ແລະ ຮູ້ບຸນຄຸນມາ ຍັງຄະນະນໍາ ແຂວງກວາງບິ່ງ ທີ່ ໄດ້ໃຫ້ການຊ່ວຍເຫລືອ ເຊິ່ງສະແດງ ເຖິງຄວາມເປັນຫວ່ງເປັນໄຍຈາກ ຄະນະພັກ, ອົງການປົກຄອງ ແລະ ປະຊາຊົນແຂວງກວາງບິ່ງ ສສ ຫວຽດນາມ ທີ່ມີຕໍ່ປະຊາຊົນທີ່ໄດ້ ຮັບຜົນກະທົບໄພພິບັດນໍ້າຖ້ວມ ໃນ ຄັ້ງນີ້. ໃນວັນດຽວກັນ, ຮ້ານຈໍາໜ່າຍ ລົດໃຫຍ່ ເພັດໄຊຍະແສງ ກໍໄດ້ມອບ ເຄື່ອງບໍລິໂພກມູນຄ່າ 84 ລ້ານ ກວ່າກີບ, ພັນໂທ ລັດສະໜີ ພອນ ໄຊ ປະກອບສ່ວນເຂົ້າສານອາຫານ ແຫ້ງ ມູນຄ່າ 43 ລ້ານກີບ, ທີມ ງານ ທ້າວ ອານຸລັກ ພະໄຊຈະເລີນ ປະກອບສ່ວນເປັນເຄື່ອງບໍລິໂພກ ມູນຄ່າ 22 ລ້ານກີບ. ທ່າແຂກອອບ ໂລດ-ຮອກອອັບໄທແລນ ມອບ ເຄື່ອງບໍລິໂພກ ມູນຄ່າ 42 ລ້ານກີບ ຕື່ມອີກ. ເອກະຊົນພາຍໃນ 100% ມູນຄ່າ ການລົງທຶນທັງໝົດ 10 ລ້ານໂດລາ ສະຫະລັດ, ມູນຄ່າທຶນຈົດທະບຽນ 3 ລ້ານໂດລາສະຫະລັດ. ໂຄງການພັດທະນາສວນສາທາ ລະນະໜອງຖານ ເມືອງຫ້ວຍຊາຍ ຈະກາຍເປັນແຫລ່ງທ່ອງທ່ຽວ, ເປັນ ສະຖານທີ່ພັກຜ່ອນ, ເປັນບ່ອນອອກ ກໍາລັງກາຍ ທີ່ຕິດພັນກັບສູນການ ຄ້າ, ສວນສະໜຸກ ແລະ ກາຍເປັນ ແຫລ່ງທ່ອງທ່ຽວຂອງແຂວງທີ່ ໂດດເດັ່ນ, ທັງເປັນການດຶງດູດນັກ ທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ຽວຊົມແຂວງບໍ່ແກ້ວ ໃຫ້ຫລາຍຂຶ້ນໃນອະນາຄົດ, ທັງ ເປັນການສ້າງລາຍຮັບໃຫ້ປະຊາຊົນ ພາຍໃນແຂວງບໍ່ແກ້ວ. ໃນໂອກາດນີ້, ບໍລິສັດ ຫົວຂອງ ພັດທະນາ ອະສັງຫາລີມະຊັບ ຈໍາກັດ ຜູ້ດຽວ ຍັງໄດ້ມອບເງິນສົດ100 ລ້ານກີບ ໃຫ້ອົງການປົກຄອງ ແຂວງ ເພື່ອເປັນການປະກອບສ່ວນ ພັດທະນາແຂວງບໍ່ແກ້ວ ຕື່ມອີກ. ວ່າດ້ວຍການປະຕິບັດຄໍາຕັດສິນ ຂອງສານ ແລະ ຄໍາແນະນໍາຂອງ ລັດຖະມົນຕີກະຊວງຍຸຕິທໍາ ເລກທີ 204/ກຍ, ທັງນີ້ ກໍເພື່ອເຮັດໃຫ້ການ ຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ ມີປະສິທິພາບ ແລະ ປະສິດທິຜົນ ແນໃສ່ເຮັດໃຫ້ພະນັກງານຫລັກ ແຫລ່ງຂອງເມືອງ ແລະ ອົງການ ຈັດຕັ້ງຂອງບ້ານໃນທົ່ວເມືອງ ມີ ຄວາມຮັບຮູ້ເຂົ້າໃຈ ພ້ອມກັນມີສະຕິ ເຄົາລົບ ແລະ ປະຕິບັດກົດໝາຍຢ່າງ ເຂັ້ມງວດ. ໃນໂອກາດນີ້, ພະແນກຍຸຕິທໍາ ແຂວງ ກໍໄດ້ມອບເງິນ 15 ລ້ານ ກີບ ໃຫ້ຫ້ອງການຍຸຕິທໍາເມືອງ ເງິນເພື່ອນໍາໃຊ້ເຂົ້າໃນວຽກງານຍຸຕິ ທໍາຮາກຖານບ້ານ ປະຈໍາປີ 2023 ອີກດ້ວຍ.

RkJQdWJsaXNoZXIy MTc3MTYxMQ==