5681

xtgmf]k; 6 15/08/2023 glf4tdfy {l'a 7,q glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດາ s];'rt[k' 9tfb'f6foadmjv'mjP; .shwfh 5 ]hko7qo .oxu 2025 xa[;ymugIafryf-jk9qowfhl6fgfafma'c-[ma'd5h,7jk ໂດຍ: ເກີດຂວັນໃຈ ມາລີຈັນສີ * ​ດັ່ງທີ່​ເຮົາ​ຮູ້​ນໍາ​ກັນ​ແລ້ວ​ວ່າ ພິດຊ່າ ບໍ່ແ​ ມ່ນອ​ າຫານລ​ າວ ເ​ປັນອາ ຫານຈ​ າກຕ່າງປະເທດ ໂດຍປະເທດ​ ອີຕ​ າລີ​ ສະນັ້​ ນ, ປະຊາຊົນລາວ ເຮົາ ຈຶ່ງບໍ່ຄ່ອຍຈະຮັບຮູ້ ແລະ ບໍ່ນິຍົມກິນ ຢ່າງກວ້າງຂວາງກັບການກິນພິດ ຊ່າຕາມທໍານຽຄືກັບຊາວຕາເວັນ ຕົກພໍເທົ່າໃດ ​ແຕ່ເມື່ອສັງຄົມບ້ານ ເຮົາເປີດກວ້າງຂຶ້ນວັດທະນະທໍາ ການກິນການຢູ່ເລີ່ມເຂົ້າມາເຮັດ ໃຫ້ຄົນລາວເຮົາ ໄດ້ສໍາຜັດກັບອາ ຫານ ແລະ ວັດທະນະທໍາແຕກຕ່າງ ອອກໄປຈົນ​ກາຍ​ເປັຄວາມ​ມັກ ໂດຍສະເ​ພາະ​ແມ່ນ​ເດັກນ້ອຍ ​ແລະ​ ໄວໜຸ່ມ ​ແມ່ນ​ຈະ​ຖືກ​ໃຈ​ເປັນ​ພິ​ເສດ​ ເພາະພິດຊ່າ ​ແມ່ນ​ເຂົ້າໜົມປັງ​ອົບ​ ແຫ້ງ​ທີ່​ຕົບ​ແຕ່ງໜ້າດ້ວຍ ປູ​, ປາ, ກຸ້ງ, ຫອຍ, ຮອດດ໋ອກ, ຫົວຜັກ​ບົ່ວ​ ໃຫຍ່ ​ແລະ ອື່ນໆຕາມຄວາມ​ມັກ​ ຈຶ່ງເ​ຮັດໃ​ຫ້ທຸລະກິ​ ດ ຂາຍພິ​ ດຊ່າຂະ ຫຍາຍ​ຕົວ​ຢ່າງ​ກວ້າງຂວາງ ​ໂດຍ​ ຄົນ​ລາວ​ເອງ​ກໍ​ຫັນ​ມາຍຶດອາຊີບ ​ນີ້​ ຫລາຍ​ຂຶ້ນ ​ເພື່ອ​ຕອບ​ໂຈດຄວາມ​ ຕ້ອງການ​ຂອງ​ຜູ້​ບໍລິ​ໂພ​ກ ​ເໝືອນ ດັ່ງພິດຊ່າໄວລຸ້​ ນຂອງ ນາງ ແ​ ສງດ​ າ ລາ ເ​ພັດລໍ​ າພັ​ ນ ຈາກບ້​ ານຮ່ອງຄ້າ​ ເມືອງຈັນທະ​ບູລີ ນະຄອນຫລວງ​ ວຽງຈັນ ກໍເປັນຮ້ານໜຶ່ງທີ່ສາມາດ​ ຄອງ​ໃຈ​ຜູ້​ບໍລິ​ໂພ​ກ​ໄດ້​ເຖິງ​ຈະ​ເປີດ​ ມາ​ບໍ່​ທັນ​ຮອດປີດ້ວຍຄວາມແຊບ​ ຂອງລົດ​ຊາດ ​ແລະ ລາຄາສຸດກຸ້ມ​ ເລີ່​ມຕົ້ນ​ພຽງ 29 ພັນ​ກີບ​ຕໍ່ຖາດ​ ເທົ່າ​ນັ້ນ. ທ່ານ ນາງ ​ແສງ​ດາລາ ເພັດ​ລໍາ​ພັນ ​ເຈົ້າ​ຂອງ​ຮ້ານພິດຊ່າ​ ໄວລຸ້ນເວົ້າສູ່​ ຟັ​ ງວ່​ າ: ຈຸເ​ລີ່ມ​ ຕົ້ນທີ່ໄດ້ ມາ​ເຮັດອາຊີບຂາຍ​ຟິດຊ່າ​ນີ້ ​ແມ່ນ ລູກ​ຊາຍ​ເປັນ​ຄົນ​ທີ່​ມັກ​ກິນພິດຊ່າ ຫລາຍ ແລະ ອີງໃສ່ລາຄາ​ພິດຊ່າ ລາຄາສູ​ ງຫ​ ລາຍດັ່ງນັ້​ ນ, ຈຶ່ງຕັດສິນ​ ໃຈໄປຮ​ ຽນເ​ຮັດພິດຊ່າຈາກປ​ ະເ​ທດ​ ເພື່ອນ​ບ້ານ ​ແລ້ວນໍາ​ເອົາ​ຄວາມ ຮູ້ນໍາ​ໃຊ້​ໂຕ​ຈິງ ​ເລີ່​ມຕົ້ນ​ແມ່ນ​ມາ ຮຽນເ​ຮັດກິ​ ນເ​ອງລ​ ອງຜິ​ ດລ​ ອງຖື​ ກ​ ຫລາຍ​ຫລົບ​ຫລາຍ​ຕ່າວ ຈົນ​ກວ່າ​ ຈະໄ​ດ້​ລົດ​ຊາດ​ທີ່​ລົງໂ​ຕ ຈຶ່ງຕັ​ດສິນ​ ໃຈເປີດຮ້ານພິດຊ່າ​ໄວ​ລຸ້ນ ​ແຕ່​ຕົ້ນ ປີ​ 2023 ຜ່ານມ​ າເ​ປັນຕົ້​ ນມ​ າ ແ​ ລະ ພາຍຫລັງ​ທີ່​ເປີດ​ມາ​ຖື​ວ່າ​ໄດ້​ຂາຍດີ ເພາະພິດຊ່າ​ຂາຍ​ລາຄາ​ບໍ່​ແພງ​ລາ ຄາເ​ລີ່ມ​ ຕົ້ນພ​ ຽງ 29 ພັນກີ​ ບ​ເທົ່ານັ້​ ນ​ ເພາະ​ເນັ້ນ​ໃສ່ ​ເດັກນ້ອຍ​ທີ່ມັກ​ກິນ​ ພິດຊ່າ ​ແຕ່​ເງິນ​ບໍ່​ຫລາຍ ກໍ່ສ​ າມາດ​ ກິນໄ​ ດ້ ໂ​ ດຍຈຸ​ ດເ​ດັ່ນຂ​ ອງພິດຊ່າ​ໄວ​ ລຸ້ນແມ່ນລາຄາຖືກ, ລົດ​ຊາດແຊບ ມີ 8 ໜ້າ​ໃຫ້​ເລືອ​ກ ​ແລະ ນໍາ​ໃຊ້​ ຊິດທີ່​ມີ​ຄຸນ​ນະພາ​ບເວລາ​ກິນ​ຈະ​ມີ​ ຄວາມໜຽວນຸ່ມ, ຫອມ ບວກກັບ​ ແຜ່ນ​ແປ້ງທີ່ກອບ​ນອກ​ແຕ່ນຸ່ມ​ໃນ ເວລາ​ກິນ​ເຂົ້າກັນບອກ​ໄດ້​ເລີຍ​ ແຊບ​ຊ້ອຍຮັບຮອງ​ໄດ້​ເພາະ​ຜູ້​ຂຽນ ​ເອງ​ກໍ່ໄດ້ກິນ​ມາ​ແລ້ວ. ທ່ານ ນາງ​ ແສງດ​າລາ ​ເວົ້າ​ຕື່ມ​ວ່າ: ປັດຈຸບັນ ຮ້ານຟິ​ດຊ່າ ​ມີ 2 ສາຂາ, ສາຂາ​ ທີ 1 ຢູ່ໜ້າ​ໂຮງຮ​ ຽນກ້າວໜ້າ, ສາ ຂາ ​ທີ 2 ​ແມ່ນ ຢູ່​ບ້ານ​ຮ່ອງຄ້​ າ ​ແຕ່​ ຕໍ່​ໄປ​ອາດຈະ​ມາ​ເປີດ​ຢູ່​ສາຂາ​ທີ 2 ສາຂາ​ດຽວ ​ເພາະສາຂາ​ທີ 1 ​ໃກ້​ ຈະ​ໝົດສັນຍາ​ເຊົ້າ​ແລ້ວ ບວກ​ກັບ​ ເສດຖະກິດ​ໃນ​ປັດຈຸບັນອັດຕາເງິນ​ ເຟີ້​ສູງຄ່າ​ເຊົ່າ​ກໍ​ແພງ​ຂຶ້ນ ​ແຕ່​ການ​ ຂາຍ​ຈະ​ຂາຍ​ລາ​ສູງ​ຫລາຍ​ກໍ່​ບ່ໍ​ໄດ້ ສະ​ນັ້ນ, ຈຶ່ງ​ຕັດສິນ​ໃຈ​ເປີ​ດ​ແຕ່​ສາ ຂາ​ດຽວ ​ເພາະ​ຢູ່​ນີ້​ເປັນ​ຮ້ານ​ເຮົາ​ ເອງບໍ່​ ໄ​ ດ້ເ​ຊົ້າ​ກໍ່ພໍ່​ ຢູ່​ ໄ​ ດ້. ແ​ ຕ່ແ​ ນວໃ​ ດ​ ກໍດີ​ ກໍຢ​ າກຝ​ າກເ​ຖິງ ພັກ-ລັ​ ດ ແ​ ກ້ໄ​ຂ ​ເລື່ອງອັ​ ດຕາ​ເງິນ​ເຟີ້ ​ແລະ ຄ່າຄອງ​ ຊີບ ​ເພາະ​ສົ່ງ​ຜົນ​ກະ​ທົບ​ໂດຍກົງຕໍ່ ການປ​ ະກອບອ​ າຊີບ ແ​ ລະ ການດໍາ ລົງຊີວິດ​ຂອງ​ປະຊາຊົນ. ສໍາລັບ ທ່ານໃດທີ່ຢາກກິນພິດຊ່າແຊບໆ​ ໃນລ​ າຄາສຸ​ ດຄຸ້​ ມຮ້ານພິ​ ດຊ່າໄ​ ວລຸ້ນ ​ເປັນ​ອີ​ກຮ້ານໜຶ່ງທີ່​ຢາກ​ແນະນໍາ​ ເພາະ​ເປັນ​ຮ້ານ​ຂອງ​ຄົນ​ລາວ​ເຮົາ​ ເອງ​ແຕ່​ລົດ​ຊາດ​ແຊບ​ບໍ່ແພ້ຕົ້ນສະ ບັບ​ເລີຍ ​ໂດ​ຍຮ້ານ​ຕັ້ງ​ຢູ່​ບ້ານຮ່ອງ ຄ້າ ເ​ມືອງຈັນທະບູ​ ລີ ນະຄອນຫລວງ​ ວຽງຈັນ ຫລື ຕິດຕໍ່ສອບຖ​ າມສັ່​ ງໄ​ດ້​ ທີ່​ເບີ 020 99818133 ຫລື ​ເຟສ ບຸກ Pizza​ໄວ​ລຸ້ນ. * ແຂວງຫລວງພະບາງ ວາງວິ ໄສທັດ ແລະ ສູ້ຊົນບັນລຸເປົ້າໝາຍ ດຶງດູດນັກທ່ອງທ່ຽວໃຫ້ໄດ້ 5 ລ້ານ ຄົນພາຍໃນປີ 2025 ໂດຍອີງຕາມ ແຜນພັດທະນາການທ່ອງທ່ຽວ 5 ປີ ທີ່ມີຢູ່ແລ້ວນັບແຕ່ປີ 2020 ແລະ ສືບ ຕໍ່ຈັດຕັ້ງປະຕິບັດຢ່າງຮອບດ້ານ. ໃນໄລຍະ 2 ປີ ມາເຖິງປັດຈຸບັນ ນີ້, ຫລວງພະບາງມີນັກທ່ອງທ່ຽວ ເຂົ້າມາພຽງແຕ່ 1 ລ້ານກວ່າຄົນ ເຊິ່ງກວມເອົາພຽງ 26% ຂອງແຜນ ການ 5 ປີ ເຊິ່ງໃນໄລຍະທີ່ຜ່ານມາ ເກືອບ 60% ຂອງນັກທ່ອງທ່ຽວ ຫລວງພະບາງ ແມ່ນຊາວຕ່າງຊາດ ໃນນັ້ນມີປະມານ 653.638 ຄົນ ສ່ວນໃຫຍ່ເປັນ ນັກທ່ອງທ່ຽວຈາກ ໄທ,ຈີນ ແລະ ສະຫະລັດອາເມລິກາ ແລະ ອີກ 427.000 ກວ່າຄົນ ເປັນສັນຊາດລາວ ເຊິ່ງການທ່ອງ ທ່ຽວໃນໄລຍະທີ່ຜ່ານມາສາມາດ ສ້າງລາຍ ໄດ້ເຖິງ 500 ລ້ານໂດລາ ສະຫະລັດ. ທ່ານນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫລວງພະບາງ ໄດ້ເປີດເຜີຍຫວ່າງບໍ່ດົນມານີ້ວ່າ: ພາຍໃນປີ 2025 ຄາດຄະເນຈະ ມີນັກທ່ອງທ່ຽວເຂົ້າມາອີກ 3 ລ້ານ ຄົນ ແລະ ສາມາດສ້າງລາຍຮັບໃຫ້ ໄດ້ຢ່າງໜ້ອຍ 500 ລ້ານກວ່າໂດ ລາສະຫະລັດ. ເຖິງແນວໃດກໍດີ ເພື່ອ ບັນລຸເປົ້າໝາຍດັ່ງກ່າວອາດບໍ່ແມ່ນ ເລື່ອງງ່າຍ. ສະນັ້ນ, ອຳນາດການ ປົກຄອງແຂວງໄດ້ວາງແຜນໄວ້ວ່າ ຈະສືບຕໍ່ພັດທະນາພື້ນຖານໂຄງ ລ່າງ ແລະ ສິ່ງອຳນວຍຄວາມສະ ດວກໃຫ້ແກ່ນັກທ່ອງທ່ຽວ, ພ້ອມ ທັງຊຸກຍູ້ການລົງທຶນດ້ານທີ່ພັກ, ຮ້ານອາຫານ, ການທ່ອງທ່ຽວຮູບ ແບບກະສິກຳ ໄປຄວບຄູ່ກັນກັບໃຫ້ ປະຊາຊົນມີສ່ວນຢ່າງແທ້ຈິງ. ທ່ານນາງ ສຸດາພອນ ຍັງກ່າວ ວ່າ: ບັນຫາສໍາຄັນຕ້ອງເພີ່ມທະວີ ການຄຸ້ມຄອງສະຖານທີ່ທ່ອງທ່ຽວ, ປັບປຸງ ແລະ ສ້າງຄູ່ມືການທ່ອງ ທ່ຽວໃຫ້ດີຂຶ້ນ ເພື່ອຮອງຮັບຈໍາ ນວນນັກທ່ອງທ່ຽວທີ່ເພີ່ມຂຶ້ນ. ນອກຈາກນີ້ ອຳນາດການປົກຄອງ ແຂວງທຸກຂັ້ນຕ້ອງຈັດຕັ້ງເຄື່ອນ ໄຫວ ແລະ ສ້າງກິດຈະກໍາຕ່າງໆໃຫ້ ຮອບດ້ານ ເພື່ອວາງສະແດງວັດທະ ນະທຳທ້ອງຖິ່ນ, ພ້ອມທັງໂຄສະນາ ບັນດາສະຖານທີ່ສຳຄັນ, ຈຸດເດັ່ນ ຂອງແຂວງຜ່ານສື່ຕ່າງໆ ພ້ອມທັງ ຊອກຫາແຫລ່ງທຶນຕື່ມອີກ ເພື່ອ ພັດທະນາຫລວງພະບາງ ໃຫ້ເປັນ ແຫລ່ງທ່ອງທ່ຽວທີ່ມີຄຸນນະພາບ ສູງ ແລະ ກຸ້ມຄ່າ. ປັດຈຸບັນນີ້ ຂະແໜງການທ່ອງ ທ່ຽວ ຍັງໄດ້ຕິດຕາມຄວາມຄືບໜ້າ ຂອງການພັດທະນາ ແລະ ຈຳ ນວນນັກທ່ອງທ່ຽວ, ກວດກາລາຍ ຮັບຂອງນັກທ່ອງທ່ຽວ, ກວດກາ ລະດັບຄວາມເພິ່ງພໍໃຈຂອງນັກ ທ່ອງທ່ຽວ. ດັ່ງທີ່ຮູ້ ແຂວງພະບາງ ເປັນແຂວງໜຶ່ງ ທີ່ມີຊື່ສຽງໂດ່ງດັງ ຂອງປະເທດລາວ ແລະ ເປັນເມືອງ ທີ່ສາມາດດຶງດູດນັກທ່ອງທ່ຽວ ເປັນອັນດັບໜຶ່ງ ເນື່ອງຈາກເປັນ ເມືອງມໍລະດົກແຫ່ງທໍາອິດຂອງ ສປປ ລາວ, ມີທີ່ຕັ້ງແຄມແມ່ນ້ຳ ຂອງ ແລະ ນໍ້າຄານ, ມີວັດວາອາ ຮາມເກົ່າແກ່, ເຮືອນ-ອາຄານ ຍັງ ຮັກສາຮູບຊົງລາວໄວ້, ມີຖະໜົນ ຫົນທາງທີ່ເປັນເອກະລັກ, ມີສີສັນ ຕາມງານບຸນຕ່າງໆ ແລະ ຄວາມ ສວຍງາມຂອງທິວທັດທຳມະຊາດ. ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==