0t[;odko37ltok{.sh ;a d-y oda o,tgIa ' xkd,q f]6 d 9t,u 0B o.ogfn voda opkoU gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 15/08/2023 xtgmf]k; 4 3]d c]t gsfdko *** ອ່ານຕໍ່ສະບັບໜ້າ *** dkoxq fxj vpgdq ks]u [kf]h P;dkoxj Pocx'.oxts;a flkf slop gzu pczj gvdtlko c]t xtdkf rtoa d'kovvdra ddko{Ia [v5 f|6 o[eoko ຂປລ. ມະເຮັງປາກມົດລູກເປັນ ມະເຮັງຊະນິດໜຶ່ງ ທີ່ແມ່ຍິງເປັນ ຫລາຍທີ່ສຸດໃນ ສປປ ລາວ ແລະ ແມ່ ຍິງ ຫລາຍຮ້ອຍຄົນເສຍຊີວິດຍ້ອນ ເປັນມະເຮັງປາກມົດລູກເຊື້ອໄວ ຣັດທີ່ເອີ້ນວ່າ Huran Papilonu (HPV) ເຊິ່ງເປັນເຊື້ອທີ່ເກີດຂຶ້ນ ຈາກການມີເພດສຳພັນກັບຄົນຜູ້ ຖືເຊື້ອ, ເຊື້ອໄວຣັດຊະນິດນີ້ ແມ່ນພົບ ເຫັນເປັນສ່ວນຫລາຍທີ່ຄົນເຄີຍຕິດ ເຊິ່ງສ່ວນຫລາຍເຊື້ອໄວຣັດກໍຈະ ຫາຍໄປເອງ ໂດຍບໍ່ມີຜົນກະທົບ ຫຍັງຕໍ່ຜູ້ຕິດເຊື້ອ ແຕ່ເຊື້ອ HPV ບາງຊະນິດຈະຢູ່ຄ້າງດົນຫລາຍປີ ແລະ ພັດທະນາ ໄປເປັນມະເຮັງປາກ ມົດລູກ. ເດັກຍິງໄວໜຸ່ມຈະຕ້ອງໄດ້ ຮັບວັກຊິນກັນມະເຮັງປາກມົດລູກ ເພື່ອໃຫ້ການປົກປ້ອງທີ່ດີທີ່ສຸດແກ່ ເດັກຍິງ, ວັກຊິນຊະນິດນີ້ຈະ ສ້າງພູມ ຄຸ້ມກັນຕໍ່ໄວຣັດ HPV ດີທີ່ສຸດ ກ່ອນອາຍຸ 15 ປີ, ທັງເປັນວັກຊິນທີ່ມີ ຄວາມປອດໄພສູງ. ວັກຊິນຊະນິດ ນີ້ ໄດ້ຮັບການອະນຸມັດຈາກອົງການ ອະນາໄມໂລກ ແລະ ໄດ້ນຳໃຊ້ໃນ ຫລາຍໆປະເທດ ໃນທະວີບອາຊີ ແລະ ທະວີບອື່ນໆ. ໃນວັນທີ 8 ສິງຫາ 2023 ທີ່ນະ ຄອນຫລວງວຽງຈັນ, ກົມອະນາໄມ ແລະ ສົ່ງເສີມສຸຂະພາບກະຊວງສາ ທາລະນະສຸກ ໄດ້ຈັດກອງປະຊຸມຊີ້ ແຈງຂະບວນການໂຄສະນາ ແລະ ໃຫ້ວັກຊິນ ກັນມະເຮັງປາກມົດລູກ ແລະ ວັກຊິນໂຄວິດ-19 ໃນຂົງເຂດ ທົ່ວປະເທດ ເຊິ່ງຈະມີຂຶ້ນໃນເດືອນ ກັນຍາ ປີ 2023ໂດຍການເປັນປະ ທານຂອງທ່ານ ດຣ ບັນດິດ ຊຸມ ພົນພັກດີ ຫົວໜ້າສູນສຸຂະພາບ ແມ່ ແລະ ເດັກ ກະຊວງສາທາລະນະສຸກ, ມີບັນດາທ່ານແຂກທີ່ຖືກເຊີນ ແລະ ຜູ້ຕາງໜ້າອົງການສາກົນປະຈຳ ລາວ ເຂົ້າຮ່ວມ. ໂອກາດນີ້, ທ່ານ ດຣ ບັນດິດ ຊຸມພົນພັກດີ ກ່າວວ່າ: “ຂະບວນ ການ ໃຫ້ວັກຊິນຄັ້ງນີ້ ເປັນຂີດໝາຍ ອັນໜຶ່ງ ໃນການສົ່ງເສີມສຸຂະພາບ ຂອງເດັກຍິງ ແລະ ໄວໜຸ່ມ ໃນ ສປປ ລາວ, ສາມາດປ້ອງກັນເດັກຍິງ ຈາກມະເຮັງປາກມົດລູກ ແລະ ຮູ້ ສຶກພູມໃຈ ທີ່ໄດ້ເຫັນເດັກຍິງ ແລະ ໄວໜຸ່ມລາວ ໄດ້ຮັບວັກຊິນກັນມະ ເຮັງປາກມົດລູກ ໃນສາມປີຜ່ານມາ. ສະນັ້ນ ເດັກຍິງ ແລະ ໄວໜຸ່ມທຸກ ຄົນ ອາຍຸລະຫວ່າງ 10 ຫາລຸ່ມ 17 ປີ ຈະໄດ້ຮັບການປ້ອງກັນຈາກໄວຣັດ HPV ໃນຂະບວນການສັກວັກຊິນ ກັນມະເຮັງປາກມົດລູກຢູ່ໃນໂຮງ ຮຽນທຸກແຫ່ງໃນ ສປປ ລາວ ໃນ ເດືອນກັນຍາ 2023 ນີ້. ມະເຮັງ ປາກມົດລູກເປັນມະເຮັງທີ່ພົບເຫັນ ຫລາຍ ທີ່ສຸດ ເປັນອັນດັບສອງສຳລັບ ມະເຮັງທີ່ເກີດໃນແມ່ຍິງ ຢູ່ສປປ ລາວ ແລະ ມະເຮັງປາກມົດລູກ 99,7% ແມ່ນເກີດຈາກເຊື້ອໄວຣັດ HPV. ເພື່ອແກ້ໄຂບັນຫາດັ່ງກ່າວ, ລັດຖະບານແຫ່ງ ສປປ ລາວ ໄດ້ ຮັບການສະໜັບສະໜູນຈາກກອງ ທຶນກາລີ ໂດຍຜ່ານອົງການອະນາ ໄມໂລກ ແລະ ອົງການ ອຸຍນີເຊັບ ໄດ້ນຳເຂົ້າວັກຊີນກັນມະເຮັງປາກ ມົດລູກ ແລະ ໃຫ້ບໍລິການທົ່ວປະເທດ ເລີ່ມແຕ່ປີ 2020 ເຊິ່ງຄວາມຄືບ ໜ້າຂອງຂະບວນການດັ່ງກ່າວ ຄື ເດັກ ຍິງ ອາຍຸ 12-16 ຫລາຍກວ່າ 90% ໃນສປປ ລາວ ໄດ້ຮັບວັກຊິນ ກັນມະເຮັງປາກມົດລູກແລ້ວຢ່າງ ໜ້ອຍໜຶ່ງຄັ້ງ. ຫົວໜ້າສູນສຸຂະພາບ ແມ່ ແລະ ເດັກ ບອກຕື່ມວ່າ: ວັກຊິນກັນມະເຮັງ ປາກມົດລູກ ສາມາດປ້ອງກັນເດັກ ຍິງຈາກພະຍາດຮ້າຍໄດ້, ຂະນະທີ່ ການສັກວັກຊິນກັນມະເຮັງປາກມົດ ລູກ ແມ່ນໃຫ້ບໍລິການໂດຍບໍ່ເສຍ ຄ່າ ສຳລັບເດັກຍິງທຸກຄົນທີ່ມີອາຍຸ ລະຫວ່າງ 10 ຫາລຸ່ມ 17 ປີ; ວັກຊິນ ຊະນິດນີ້ປອດໄພ, ມີປະສິດທິພາບ ສູງ, ສາມາດປົກປ້ອງເດັກຍິງຈາກ ມະເຮັງປາກມົດລູກ ທີີ່ເປັນພະຍາດ ອັນຕະລາຍແກ່ຊີວິດ ແລະ ສາມາດ ສັກພ້ອມກັບວັກຊິນປ້ອງກັນໂຄ ວິດ 19 ໄດ້. ຂ່າວ-ພາບ:ວຽງສະຫວັນ sh v';j kdkol6 odk'ra d leg]a f dkopqd]tfa[myfltfudkog,nv' 0Ao8Qo -5fmu I ຂປລ. ຫ້ອງວ່າການສູນກາງພັກ ສຳເລັດການຍົກລະດັບຄວາມຮູ້ ທິດສະດີການເມືອງ ຂັ້ນຕົ້ນ ໄລຍະ 3 ເດືອນ ຊຸດທີ I ປະຈໍາປີ 2023 ໃນວັນທີ 11 ສິງຫາ 2023 ໂດຍ ການເປັນປະທານຂອງ ສະຫາຍ ຄຳຜາ ພິມມະສອນ ຮອງເລຂາຄະ ນະພັກ, ຮອງຫົວໜ້າຫ້ອງວ່າການ ສູນກາງພັກ ແລະ ສະຫາຍ ນາງ ບຸນມີ ຈຸນລະຈັກ ຮອງເລຂາຄະນະ ພັກ, ຮອງຫົວໜ້າສະຖາບັນການ ເມືອງ ແລະ ການປົກຄອງແຫ່ງຊາດ, ມີຕາງໜ້າຄະນະກົມ, ຕາງໜ້າອົງ ການຈັດຕັ້ງມະຫາຊົນ, ຄະນະຮັບ ຜິດຊອບການຮຽນ-ການສອນຈາກ ຫ້ອງວ່າການສູນກາງພັກ,ສະຖາ ບັນການເມືອງ ແລະ ການປົກຄອງ ແຫ່ງຊາດ ແລະ ນັກສຶກສາເຂົ້າຮ່ວມ. ຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນໄລຍະ 3 ເດືອນ ຊຸດທີ I ປະ ຈໍາປີ 2023 ຂອງຫ້ອງວ່າການສູນ ກາງພັກ, ໄດ້ເລີ່ມເປີດຮຽນແຕ່ວັນ ທີ 3 ພຶດສະພາ 2023 ເຖິງວັນທີ 11 ສິິງຫາ 2023 ໂດຍການປະສານ ສົມທົບລະຫວ່າງກົມຈັດຕັ້ງ ແລະ ພະນັກງານຮ່ວມກັບສະຖາບັນການ ເມືອງ ແລະ ການປົກຄອງແຫ່ງ ຊາດ, ເພື່ອຕອບສະໜອງຕາມຄວາມ ຮຽກຮ້ອງຕ້ອງການຂອງໜ້າທີ່ ການເມືອງໃນໄລຍະໃໝ່. ບັນດານັກ ສຶກສາທີ່ເຂົ້າຮຽນທິດສະດີການ ເມືອງຂັ້ນຕົ້ນຄັ້ງນີ້ຈໍານວນໜຶ່ງ ເປັນພະນັກງານນໍາພາ-ຄຸ້ມຄອງ ຮອງຫົວໜ້າພະແນກ ແລະ ຈໍານວນ ໜຶ່ງເປັນພະນັກງານວິຊາການທີ່ ເປັນສະມາຊິກພັກສົມບູນຈາກບັນ ດາກົມ ພາຍໃນຫ້ອງວ່າການສູນ ກາງພັກລວມທັງໝົດ 30 ສະຫາຍ, ຍິງ 15 ສະຫາຍ. ພາຍຫລັງຮຽນຈົບ ແຕ່ລະວິຊາ ຫລື ພາກວິຊາ, ນັກຮຽນໄດ້ຂຽນບົດ ລາຍງານສົ່ງໃຫ້ອາຈານຕາມກຳ ນົດເວລາ, ມີຄວາມເຂົ້າໃຈຕໍ່ບົດ ຮຽນຫລາຍຂຶ້ນກວ່າເກົ່າ, ເຂົ້າໃຈ ທິດສະດີ ແລະ ສົມທຽບກັບພຶດຕິ ກຳຕົວຈິງ, ສາມາດນໍາເອົາບົດຮຽນ ຄັ້ງນີ້ ໄປໝູນໃຊ້ເຂົ້າໃນວຽກງານ ຕົວຈິງ ໃນການຝຶກຝົນຫລໍ່ຫລອມ ຕົນເອງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ແບບ ແຜນການນໍາພາ-ຄຸ້ມຄອງ ແລະ ການພົວພັນປະສານງານໃນຂົງ ເຂດວຽກງານທີ່ຕົນຮັບຜິດຊອບ ຫລາຍຂຶ້ນ. ໂອກາດນີ້, ສະຫາຍ ຄຳພາ ພິມມະສອນ ໄດ້ມີຄຳເຫັນວ່າ: ການ ຈັດຕັ້ງການຮຽນທິດສະດີການ ເມືອງ ແມ່ນມີຄວາມໝາຍຄວາມສຳ ຄັນຍິ່ງ ເພື່ອໃຫ້ສະມາຊິກພັກ, ພະ ນັກງານຮັບຮູ້ກໍາແໜ້ນຫລັກມູນ ທິດສະດີມາກ-ເລນິນ, ແນວທາງ ຂອງພັກ, ມູນເຊື້ອອັນດີງານຂອງ ພັກ, ຂອງຫ້ ອງວ່ າການສູ ນກ າງພັ ກ ເພາະວ່າເປັນການສ້າງສະມາຊິກ ພັກ, ພະນັກງານນຳພາ-ຄຸ້ມຄອງ ນັບແຕ່ຂັ້ນຮອງຫົວໜ້າພະແນກ ແລະ ວິຊາການຈຳນວນໜຶ່ງ, ເພື່ອ ສ້າງພະນັກງານສືບທອດ-ປ່ຽນ ແທນໃນອະນາຄົດຂອງຫ້ອງວ່າ ການສູນກາງພັກ, ເພື່ອຮັບປະກັນ ລັກສະນະສືບທອດຕໍ່ເນື່ອງ ແລະ ຫັນເປັນໜຸ່ມເທື່ອລະກ້າວ, ເປັນ ກ້ອນກຳລັງອັນສຳຄັນຂອງຫ້ອງ ວ່າການສູນກາງພັກ, ຕ້ອງໄດ້ພະຍາ ຍາມເຮັດໃຫ້ມີບາດລ້ຽວອັນໃໝ່, ປັບທັດສະນະ, ແນວຄິດຄວາມຕື່ນ ຕົວໃຫ້ຖືກຕ້ອງ, ພ້ອມກັນປັບປຸງ ການຈັດຕັ້ງປະຕິບັດວຽກງານການ ເປັນເສນາທິການໃຫ້ໜັກແໜ້ນ, ເຂັ້ມແຂງ. ພ້ອມນີ້, ສະຫາຍຍັງເນັ້ນ ໃຫ້ຜູ້ທີ່ສຳເລັດການຮຽນໃນຄັ້ງນີ້, ເອົາໃ ຈໃ ສ່ນຳເອົາບົດຮຽນດັ່ງກ່າວ ໄປຜັນຂະຫຍາຍ ແລະ ໝູນໃຊ້ ເຂົ້າ ໃນວຽກງານຕົວຈິງ ຢູ່ກົມກອງ ຂອງຕົນ, ທັງໃຫ້ກົມກອງກ່ຽວຂ້ອງ ສືບຕໍ່ຕິດຕາມເຂົ້າສູ່ການປະຕິບັດ ວຽກງານມີການສົມທຽບໃສ່ກັບ ການປະຕິບັດວຽກງານຕົວຈິງກ່ອນ ໄລຍະທີ່ຍັງບໍ່ທັນເຂົ້າຮ່ວມຮຽນ ບໍາລຸງທິດສະດີການເມືອງຂັ້ນຕົ້ນ ເປັນແນວໃດ? ແລະ ພາຍຫລັງທີ່ ຮຽນຈົບກັບຄືນປະຈໍາການປົກກະຕິ ໃຫ້ໄດ້ມີທ່າຫັນປ່ຽນໃໝ່ທີ່ດີຂຶ້ນ ແນວໃດ. *ວັນທີ 15 ສິງຫາ 1945 ແມ່ນ ວັນປົດປ່ອຍເກົາຫລີ, ເຊິ່ງແມ່ນ ຂີດໝາຍບາດລ້ຽວການປ່ຽນແປງ ໃນປະຫວັດສາດຂອງປະຊາຊົນ ເກົາຫລີ. ຍ້ອນໄດ້ຮັບການປົດປ່ອຍ, ປະຊາຊົນເກົາຫລີ ຈຶ່ງສາມາດມີຊີ ວິດທີ່ເປັນເອກະລາດ ແລະ ມີກຽດ ສັກສີ ເປັນເຈົ້າຂອງຊະຕາກໍາ, ລັດ ແລະ ສັງຄົມຂອງຕົນເອງ. ພາຍຫລັງທີ່ໄດ້ບັນລຸເປົ້າໝາຍ ທາງປະຫວັດສາດແຫ່ງການປົດ ປ່ອຍຊາດ, ສະຫາຍ ກິມ ອິນ ຊຸງ ໄດ້ ສ້າງຕັ້ງພັກແຮງງານເກົາຫລີ ຂຶ້ນ ໃນວັນທີ 10 ຕຸລາ 1945, ສະຫາຍ ເປັນຜູ້ຈັດຕັ້ງ ແລະ ຊີ້ນໍາ-ນໍາພາ ເພື່ອຍາດເອົາໄຊຊະນະມາສູ່ປະຊາ ຊົນເກົາຫລີ. ພາຍໃຕ້ການນຳພາ ຂອງພັກແຮງງານເກົາຫລີ, ອົງ ການອຳນາດຂອງປະຊາຊົນໄດ້ຖືກ ສ້າງຕັ້ງຂຶ້ນ ແລະ ການປະຕິຮູບແບບ ປະຊາທິປະໄຕ ເຊັ່ນ: ການປະຕິຮູບ ທີ່ດິນ, ການປະຕິຮູບຂະແໜງອຸດ ສາຫະກຳຫລັກ ຫັນເປັນຂອງລັດ ແລະ ຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ກໍໄດ້ຮັບການຈັດຕັ້ງປະ ຕິບັດຢ່າງປະສົບຜົນສໍາເລັດ, ອັນ ຂປລ. ຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ (ຫສນຍ) ຈັດ ກອງປະຊຸມເຜີຍແຜ່ເອກະສານສຳ ຄັນຂອງພັກ, ຂອງຊາດ ແລະ ປະ ກາດພະນັກງານພັກການ-ຮັບອຸດ ໜູນບຳນານ ໃນວັນທີ 11 ສິງຫາ 2023 ພາຍໃຕ້ການເປັນປະທານ ຂອງ ສະຫາຍ ອາລຸນໄຊ ສູນນະ ລາດ ກຳມະການສູນກາງພັກ, ເລ ຂາຄະນະບໍລິຫານງານພັກ, ລັດຖະ ມົນຕີ, ຫົວໜ້າ ຫສນຍ, ມີບັນດາສະ ຫາຍ ກຳມະການສູນກາງພັກ, ລັດ ຖະມົນຕີປະຈຳ ສນຍ, ຄະນະ ປະຈຳ ພັກ, ຄະນະບໍລິຫານງານພັກ, ຄະນະ ພັກຮາກຖານ, ຄະນະໜ່ວຍພັກຮາກ ຖານ ແລະ ສະມາຊິກພັກທົ່ວອົງຄະ ນະພັກ ຫສນຍ ເຂົ້າຮ່ວມ. ການເຜີຍແຜ່ເຊື່ອມຊຶມເອກະ ສານສຳຄັນຂອງພັກ ແລະ ປາຖະ ກະຖາວັນສຳຄັນຂອງຊາດຄັ້ງນີ້, ເພື່ອໃຫ້ສະມາຊິກພັກ ທົ່ວອົງຄະນະ ພັກ ຫສນຍ ມີຄວາມຮັບຮູ້ ແລະເຂົ້າ ໃຈຢ່າງຖືກຕ້ອງ, ກຳແໜ້ນ ແລະ ເປັນເອກະພາບຕໍ່ເນື້ອໃນທີ່ນຳມາ ເຜີຍແຜ່ ແລະ ປາຖະກະຖາ ໃນຄັ້ງ ນີ້, ທັງສາມາດນຳໄປຈັດຕັ້ງຜັນຂະ ຫຍາຍເຂົ້າໃນວຽກງານ ແລະ ການ ດຳລົງຊີວິດຕົວຈິງໃຫ້ເກີດດອກ ອອກຜົນ ໂດຍສະເພາະ ເພື່ອຍົກສູງ ທັດສະນະຫລັກໝັ້ນ, ຄຸນທາດການ ເມືອງ ຂອງສະມາຊິກພັກ-ພະນັກ ງານໃຫ້ສືບຕໍ່ມີຄວາມໜັກແໜ້ນ, ເຂັ້ມແຂງ, ເສີມຂະຫຍາຍດ້ານດີ, ແກ້ໄຂຈຸດອ່ອນ, ມີແບບແຜນດຳລົງ ຊີວິດທີ່ປອດໃສ, ມີຄວາມສາມັກ ຄີພາຍໃນເປັນປຶກແຜ່ນ, ມີສະຕິຕໍ່ ການຈັດຕັ້ງ, ມີຄວາມເສຍສະລະ ປະ ກອບສ່ວນເຂົ້າໃນການຈັດຕັ້ງປະຕິ ບັດວຽກງານທີ່ຢູ່ໃນຄວາມຮັບຜິດ ຊອບຂອງຕົນ ໃຫ້ມີຜົນສຳເລັດ, ມີປະສິດທິພາບ ແລະ ປະສິດທິຜົນ ຢ່າງແທ້ຈິງ. ເນື້ອໃນເອກະສານທີ່ນຳມາ ເຜີຍແຜ່ ແລະ ປາຖະກະຖາໃນຄັ້ງນີ້ ປະກອບມີ: ມະຕິກອງປະຊຸມຄົບຄະ ນະບໍລິຫານງານສູນກາງພັກຄັ້ງທີ ຂັ້ນ ຫສນຍ ຄຸ້ມຄອງ ອອກພັກການຮັບອຸດໜູນບຳນານ ຈຳນວນ 6 ທ່ານ. ໃນນີ້, ຂັ້ນສູນກາງຄຸ້ມຄອງ 2 ທ່ານ ແລະ ຂັ້ນ ຫສນຍ ຄຸ້ມຄອງ 4 ທ່ານ. ໃນໂອກາດນີ້, ສະຫາຍປະ ທານກອງປະຊຸມກໍໄດ້ສັງລວມ ແລະ ເນັ້ນໜັກຄືນກ່ຽວກັບຄວາມ ສຳຄັນຂອງບັນດາເອກະສານ ແລະ ມູນເຊື້ອວັນສຳຄັນຂອງຊາດທີ່ໄດ້ ນຳມາເຜີຍແຜ່ເຊື່ອມຊຶມ ແລະ ປາ ຖະກະຖາ ໃນຄັ້ງນີ້, ພ້ອມທັງໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍບັນດາ ສະຫາຍທີ່ໄດ້ຮັບນະໂຍບາຍພັກ ການຮັບອຸດໜູນບຳນານໃນການ ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດ ຊອບສູງ, ສຸດກົກສຸດປາຍ ເຊິ່ງໄດ້ ປະກອບສ່ວນເຂົ້າໃນການປົກປັກ ຮັກສາ ແລະ ພັດທະນາປະເທດຊາດ ຕະຫລອດໄລຍະທີ່ຜ່ານມາ ໂດຍ ໄດ້ຕີລາຄາສູງຕໍ່ຜົນງານ, ຄວາມຮູ້ ຄວາມສາມາດ, ປະສົບການ, ຄວາມ ຮັບຜິດຊອບ, ຄວາມເປັນແບບ ຢ່າງ, ພ້ອມນີ້ ກໍຂໍໃຫ້ສືບຕໍ່ປະກອບ ສ່ວນເຄື່ອນໄຫວເຜີຍແຜ່ແນວທາງ ນະໂຍບາຍຂອງພັກ-ລັດ ຕາມເງື່ອນ ໄຂຄວາມສາມາດຕົວຈິງ.ນ ອກນັ້ນ, ສະຫາຍ ໄດ້ເນັ້ນໜັກໃຫ້ເອົາໃຈໃສ່ ຕື່ມບາງດ້ານ ເປັນຕົ້ນໃຫ້ຄະນະພັກ ຮາກຖານ, ຄະນະໜ່ວຍພັກນຳເອົາ ເນື້ອໃນສຳຄັນຂອງບັນດາເອກະ ສານ ກໍຄືເນື້ອໃນຈິດໃຈທີ່ໄດ້ເຜີຍແຜ່ ເຊື່ອມຊຶມໃນຄັ້ງນີ້ ສືບຕໍ່ນຳໄປຈັດ ຕັ້ງເຜີຍແຜ່ເຊື່ອມຊຶມ ໃຫ້ບັນດາສະ ມາຊິກພັກ-ພະນັກງານທີ່ຢູ່ໃນການ ຄຸ້ມຄອງຂອງຕົນໃຫ້ຮັບຮູ້, ເຂົ້າໃຈ, ກຳໄດ້ ແລະ ນຳໄປຈັດຕັ້ງປະຕິບັດ ຢ່າງຖືກຕ້ອງ ແລະ ເກີດດອກອອກ ຜົນໃນການຈັດຕັ້ງປະຕິບັດໜ້າທີ່ ວຽກງານຕົວຈິງທີ່ຕົນເອງຮັບ ຜິດຊອບ. ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ 6 ສະໄໝທີ XI; ແຈ້ງການຂອງ ຄະນະຈັດຕັ້ງສູນກາງພັກ ສະບັບ ເລກທີ 110/ຄຈສພ, ລົງວັນທີ 25 ພຶດສະພາ 2023 ກ່ຽວກັບການປະ ເມີນແຜນກຳນົດພະນັກງານນຳ ພາ-ຄຸ້ມຄອງ; ຄຳສັ່ງຂອງຄະນະເລ ຂາທິການສູນກາງພັກສະບັບເລກ ທີ 381/ຄລສພ, ລົງວັນທີ 30 ພຶດ ສະພາ 2023 ກ່ຽວກັບການຈັດ ຕັ້ງສະເຫລີມສະຫລອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1949 ຫາ 20 ມັງກອນ 2024); ປາຖະກະຖາ ວັນເກີດປະທານ ສຸພານຸວົງ ຄົບ ຮອບ 114 ປີ; ປາຖະກະຖາວັນຢຶດ ອຳນາດທົ່ວປະເທດ ວັນທີ 23 ສິງ ຫາ 1945 ຄົບຮອບ 78 ປີ ແລະ ວັນ ທີ 23 ສິງຫາ 1975 ຄົບຮອບ 48 ປີ; ປາຖະກະຖາວັນລັດຖະທຳມະ ນູນ 15 ສິງຫາ 1991 ຄົົບຮອບ 32 ປີ; ປາຖະກະຖາວັນສ້າງຕັ້ງ ອາຊຽນ ວັນທີ 8 ສິງຫາ 1967 ຄົບຮອບ 56 ປີ; ລາຍງານຜົນສຳ ເລັດການປະຕິບັດວຽກງານກາງ ສະໄໝ ແລະ ແຜນວຽກຈຸດສຸມທ້າຍ ສະໄໝ ຂອງຄະນະບໍລິ ຫານງານພັກ ຫສນຍ ແລະ ລາຍງານຜົນສຳ ເລັດກອງປະຊຸມຄົບຄະນະກາງ ສະໄໝ ຂອງຄະນະບໍລິຫານງານ ພັກ ຫສນຍ ສະໄໝທີ V. ພາຍຫລັງສຳເລັດການເຜີຍ ແຜ່ເອກະສານ ແລະ ປາຖະກະ ຖາວັນສຳຄັນດັ່ງກ່າວແລ້ວ, ກໍໄດ້ ປະກາດພະນັກງານ-ລັດຖະກອນ ຫສນຍ ຂັ້ນສູນກາງຄຸ້ມຄອງ ແລະ (ເນື່ອງໃນໂອກາດວັນຄົບຮອບ 78 ປີ ແຫ່ງການປົດປ່ອຍເກົາຫລີ, 15 ສິງຫາ 1945-15 ສິງຫາ 2023) ໄດ້ເຮັດໃຫ້ປະຊາຊົນເປັນເຈົ້າຂອງ ລັດ, ເຮັດໃຫ້ຊາວຜູ້ອອກແຮງງານ ມີສິດເປັນເຈົ້າຂອງໂຮງຈັກໂຮງ ງານ ແລະ ຊາວນາກາຍເປັນເຈົ້າ ຂອງທີ່ດິນ, ປົດປ່ອຍບັນດາແມ່ ຍິງຈາກຫ່ວງໂສ້ຂອງສັກດີນາທີ່ ແກ່ຍາວມາຫລາຍພັນປີ. ບົນພື້ນ ຖານຜົນສໍາເລັດເຫລົ່ານີ້, ສາທາ ລະນະລັດ ປະຊາຊົນ ປະຊາທິປະ ໄຕເກົາຫລີ ໄດ້ຮັບການສະຖາປະ ນາຂຶ້ນ ໃນວັນທີ 9 ກັນຍາ 1948 ແລະ ມີບົດບາດໃນເວທີສາກົນໃນ ຖານະທີ່ເປັນລັດເອກະລາດ ແລະ ມີອຳນາດອະທິປະໄຕຢ່າງສະຫງ່າ ງາມ; ນະໂຍບາຍຂອງສາທາລະ ນະລັດ ເພື່ອຮັບໃຊ້ປະຊາຊົນເຮັດ ໃຫ້ປະຊາຊົນເກົາຫລີສາມາດມີຊີ ວິດທີ່ເປັນເອກະລາດ ແລະ ມີຄວາມ ຄິດສ້າງສັນ ໃນຖານະເປັນເຈົ້າຂອງ ທີ່ແທ້ຈິງຂອງລັດ ແລະ ສັງຄົມ ແລະ ທົ່ວສັງຄົມໄດ້ກາຍເປັນຄອບຄົວ ສັງຄົມນິຍົມທີ່ມີຄວາມກົມກຽວອັນ ຍິ່ງໃຫຍ່ ເຊິ່ງປະຊາຊົນຊ່ວຍເຫລືອ ແລະ ນໍາພາເຊິ່ງກັນ ແລະ ກັນກ້າວໄປ ຂ້າງໜ້າດ້ວຍຄວາມສາມັກຄີເປັນ ຈິດໜຶ່ງໃຈດຽວຢ່າງແໜ້ນແຟ້ນ. ພາຍຫລັງປົດປ່ອຍປະເທດ, ລະ ບອບສັງຄົມນິຍົມ ເຊິ່ງເປັນສັງຄົມ ທີ່ມີປະຊາຊົນເປັນໃຈກາງ ແລະ ປະເທດສັງຄົມນິຍົມທີ່ບໍ່ຫວັ່ນໄຫວ ຕໍ່ລົມພາຍຸ ໄດ້ຮັບການສ້າງຕັ້ງຂຶ້ນ ຢູ່ ສປປ ເກົາຫລີ. ສັງຄົມນິຍົມເກົາຫລີ ໄດ້ຖືກສ້າງຕັ້ງຂຶ້ນ ໂດຍອີງຕາມອຸ ດົມການຊີ້ນຳດັ້ງເດີມຂອງຕົນເອງ ກໍຄື ແນວຄິດຈຸດເຊ ແລະ ແນວຄິດ ຊົນກຸນ ທີ່ກໍ່ສ້າງໂດຍສະຫາຍ ກິມ ອິນ ຊຸງ ແລະ ພັດທະນາໂດຍ ສະຫາຍ ກິມ ເຈິງ ອິນ ແລະ ບັນດາທິດທາງ ທິດສະດີ ແລະ ຫລັກການຊີ້ນໍາທີ່ ຊີ້ແຈງໂດຍແນວທາງເຫລົ່ານັ້ນ.
RkJQdWJsaXNoZXIy MTc3MTYxMQ==