xtgmf]k; 3 15/08/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ບົດສະເໜີ ໂດຍ: ໄໝຄຳຍ້ອມສິນ lnj,;o-qo wfhltmhvo .shgsaodkorafmtokIv[fhko ໂດຍ: ຄ້ອງໃໝ່ c[[czodkooerk .ork]tdyf xt8;y fa 0v' xtmko 7ew8 lru oa fvo * ວັນສື່ມວນຊົນ ຄົບຮອບ 73 ປີ ຫາກໍ່ຜ່ານພົ້ນໄປ, ທ່າມກາງສະ ພາບທີ່ມີຄວາມຫຍຸ້ງຍາກ ແລະ ໄພນໍ້າຖ້ວມຢູ່ບາງແຂວງ, ການຈັດ ຕັ້ງສະຫລອງ ໄດ້ເນັ້ນໃສ່ເນື້ອໃນ ເປັນສໍາຄັນ ເຊິ່ງໃນຂັ້ນສູນກາງ ໄດ້ ມີການຈັດສໍາມະນາດ້ານວິຊາການ ແດ່ ແລະ ຈັດຕັ້ງໂຮມຊຸມນຸມເພື່ອ ທົບ ທວນຫວນຄືນມູນເຊື້ອແຫ່ງການ ກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍ ຕົວ. ຄະນະຈັດຕັ້ງງານກ່ຽວຂ້ອງ ຄື ກະຊວງຖະແຫລງຂ່າວ, ວັດທະນະ ທໍາ ແລະ ທ່ອງທ່ຽວ ກໍ່ຄືຜູ້ເຂົ້າຮ່ວມ ລ້ວນມີທັດສະນະວ່າເຕັມໄປດ້ວຍ ຄວາມໝາຍ ແລະ ສໍາຄັນຫລາຍ. ເວົ້າເຖິງວຽກງານຖະແຫລງ ຂ່າວ ສື່ມວນຊົນ, ຜູ້ຂຽນໄດ້ມີໂອ ກາດປະກອບສ່ວນ, ເຖິງວ່າຜົນ ງານບໍ່ຫລວງຫລາຍພາຍມາກ, ແຕ່ ຕົນເອງກໍ່ສຸດທີ່ມີຄວາມພາກພູມ ໃຈ ເພາະນອກຈາກວ່າເປັນໜ້າທີ່ພັນ ທະອັນມີກຽດສູງສົ່ງແລ້ວນັ້ນ, ສໍາ ຄັນແມ່ນ ຕົນມີຄວາມຮັກ-ມັກໃນ ອາຊີບ ການຂີດຂຽນນີ້. ເວົ້າເຖິງການຂີດຂຽນ, ໂດຍ ສ່ວນຕົວ, ເວລາຂ່າວ, ບົດ ຖືກເຜີຍ ແຜ່ອອກໄປແມ່ນຢາກໄດ້ຄໍາເຫັນ ຜູ້ອ່ານ ເພື່ອຈະຮູ້ວ່າອາຫານທີ່ເຮົາ ປຸງແຕ່ງນັ້ນ ມີຄົນຫລາຍ-ໜ້ອຍສໍ່າ ໃດກິນ, ມີຄໍາຕິຊົມ? ແຕ່ກ່ອນ ກວ່າ ຈະໄດ້ເຫັນຄວາມເຫັນສະທ້ອນກັບ ຕໍ່ບັນດາເນື້ອໃນຂອງຕົນທີ່ຂຽນ ເຜີຍແຜ່ໄປ ຕ້ອງຄອຍແລ້ວຄອຍອີກ ເພາະຊ່ອງທາງຕອບກັບຮັບຄໍາຄິດ ເຫັນຜູ້ອ່ານມີຈໍາກັດ ຄືຜ່ານ ຈມ ຈົດ ໝາຍ, ຕໍ່ມາຈຶ່ງຄ່ອຍມີໂທລະສັບ ເຂົ້າກອງບັນນາທິການ...ແຕ່ໃນ ຫລາຍປີມານີ້, ທ່າບວກຂອງສື່ໃໝ່ ອອນລາຍ ໄດ້ຊ່ວຍໃຫ້ນັກຂ່າວ, ນັກຂຽນໄດ້ຮັບຮູ້ຄວາມຕ້ອງການ ຂອງ ສັງຄົມ ຜ່ານຄໍາເຫັນຕໍ່ຂ່າວ, ບົດ...ນັ້ນໆຢ່າງໄວວາງ, ມັນໄດ້ເປັນ ທ່າແຮງໃຫ້ນັກຂ່າວ, ນັກຂຽນໄດ້ ນໍາເອົາໄປປັບປຸງວິທີຂຽນຂອງຕົນ ກໍ່ຄືພັດທະນາຕົນເອງໃຫ້ທັນກັບ ສະພາບ ກໍ່ຄືຖືກເປົ້າໝາຍຍິ່ງຂຶ້ນ. ນັກຂ່າວ, ນັກຂຽນ ຕ້ອງເປັນຄົນທີ່ ເປີດໃຈໃຫ້ກວ້າງ ເພື່ອຮັບເອົາບັນດາ ຄໍາຄິດເຫັນ, ເຖິງແມ່ນບໍ່ອາດຂຽນ ໃຫ້ທຸກຄົນຖືກໃຈ, ແຕ່ກໍ່ໃຫ້ຖືກໃຈ ຄົນຈໍານວນຫລາຍ ຫລື ເຂົ້າເປົ້າ. * ໃນບົດກ່ອນໄດ້ນຳສະເໜີໄປ ແລ້ວກ່ຽວກັບຄຸນສົມບັດ ແລະ ສິນ ທຳປະຕິວັດ ຂອງປະທານ ຄຳໄຕ ສີພັນດອນ ໃນບົດນີ້ຂໍຍົກໃຫ້ເຫັນ ໂດຍສັງເຂບ ກ່ຽວກັບຜົນງານການ ປະກອບສ່ວນຂອງປະທານ ໃນ ຂະ ບວນການປະຕິວັດ ຊາດປະຊາທິ ປະໄຕ ຈົນສາມາດຍາດໄດ້ ໄຊຊະ ນະ, ພາບແພ້ການຮຸກຮານແຊກ ແຊງຂອງພວກຈັກກະພັດລ່າເມືອງ ຂຶ້ນແບບເກົ່າ ແລະ ໃໝ່ ຢ່າງຮາບ ຄາບ. ຕາມການບອກເລົ່າຂອງ ພົນຕີ ສະໄຫວ ໄຊຍະເສນາ ອະດີດຫົວໜ້າ ຫ້ອງວ່າການກະຊວງປ້ອງກັນປະ ເທດ ທີ່ປະມວນໄວ້ໃນປຶ້ມ ປະທານ ຄຳໄຕ ສີພັນດອນ ໃນຄວາມຊົງຈຳ ຂອງຜູ້ໃກ້ຊິດ ທີ່ພິມໃນປີ 2018 ໂດຍສະຖາບັນຄົ້ນຄວ້າ ເສດຖະກິດ ແຫ່ງຊາດ ໄດ້ຍົກໃຫ້ເຫັນວ່າ: ປະ ທານ ຄຳໄຕ ສີພັນດອນ ເປັນຜູ້ທີ່ມີ ຫລັກໝັ້ນທີ່ໜັກແໜ້ນທຸ່ນທ່ຽງ, ນັບ ຖືລະບຽບກົດໝາຍຢ່າງເຂັ້ມງວດ, ມີສະຕິນັບຖືການຈັດຕັ້ງຢູ່ສະເໜີ, ປະຕິບັດໂມງເວລາຢ່າງເຄັ່ງຄັດ, ປະຕິບັດກົດລະບຽບນຸ່ງຖືຢ່າງຖືກ ຕ້ອງ, ທຸກວຽກງານນ້ອຍ ແລະ ໃຫຍ່ ແມ່ນຕ້ອງເຂົ້າແຜນໃຫ້ມີການ |kh mvj u oa ,du Pf c]t fh;p9yf.9 Iad “ ” ໃນໂອກາດວັນສື່ມວນຊົນ ຫາກໍ່ ຜ່ານພົ້ນໄປ, ຈຸດໃຫຍ່ສໍາຄັນວຽກ ງານສື່ສໍາເລັດຜົນໄດ້ ກໍ່ແມ່ນຍ້ອນ ພວກເຮົາມີແນວທາງອັນຖືກຕ້ອງ ຂອງພັກ, ພັກໄດ້ໃຫ້ການຊີ້ນໍາຢ່າງ ໃກ້ຊິດຕໍ່ວຽກງານດັ່ງກ່າວຕະ ຫລອດມາ. ທັດສະນະຂອງພັກເຮົາ ໄດ້ ກໍານົດແຈ້ງວ່າ, ສື່ມວນຊົນ ເປັນ ເຄື່ອງມືອັນແຫລມຄົມຂອງພັກ, ເປັນເວທີຂອງມະຫາຊົນ, ເປັນສາຍ ໄຍຜູກພັນມະຫາຊົນກັບພັກ; ສື່ ມວນຊົນຕ້ອງມີຫລາຍຮູບຫລາຍ ສີ ແລະ ອຸດົມຮັ່ງມີດ້ານເນື້ອໃນ... ຜູ້ຂຽນເຫັນວ່າ, ສື່ມວນຊົນມີ ຄວາມພາກພູມໃຈທີ່ເຫັນວ່າຕະ ຫລອດໄລຍະ 73 ປີຜ່ານມາ, ວຽກ ງານນີ້ໄດ້ກໍາເນີດ ແລະ ເຕີບໃຫຍ່ຂະ ຫຍາຍຕົວຜ່ານໄລຍະປະຫວັດສາດ ຍາວນານ, ປະກອບສ່ວນສໍາຄັນ ເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ ແລະ ປົກປັກຮັກສາ-ສ້າງສາພັດທະນາ ປະເທດຊາດ ຢ່າງເອົາການເອົາ ງານ, ເຕັມໄປດ້ວຍຄວາມ ເສຍສະ ລະອັນສູງສົ່ງ ບໍ່ວ່າຍາມໃດໝົດ. ຄວາມເສຍສະລະຜ່ານໄລຍະປະ ຫວັດສາດແມ່ນແຕກຕ່າງກັນໄປ, ແຕ່ສໍາຄັນອັນພື້ນຖານແມ່ນສະ ທ້ອນເຖິງຄວາມສັດຊື່ບໍລິສຸດຕໍ່ ພັກ, ຕໍ່ປະເທດຊາດ ແລະ ປະຊາຊົນ ບົນຈຸດໝາຍລວມ. ຖືໂອກາດສໍາຄັນ ຂໍສະແດງຄວາມຮູ້ບຸນຄຸນຕໍ່ພັກລັດ, ຊົມເຊີຍບັນດາມູນເຊື້ອຜົນ ງານທີ່ແຕ່ລະຮຸ່ນສື່ມວນຊົນຖະ ແຫລງຂ່າວກໍ່ຕັ້ງ, ພັດທະນາໃຫ້ເຕີບ ໃຫຍ່ຂະຫຍາຍຕົວເລື້ອຍມາ. ເຊື່ອ ໝັ້ນວ່າ ດ້ວຍມູນເຊື້ອອັນດີງາມ ຂອງສື່ວນຊົນລາວ, ພວກເຮົາຈະ ພ້ອມກັນສືບຕໍ່ມີຜົນສໍາເລັດໃນໜ້າ ທີ່ການເມືອງສໍາຄັນ ຜ່ານໄລຍະ ແຫ່ງການພັດທະນາ ໂດຍພາຍໃຕ້ ການນໍາພາຂອງພັກເຮົາ. ເຖິງຢ່າງໃດກໍ່ດີ ບໍ່ວ່າໃນໄລຍະ ນີ້ ຫລື ເວລາໃດໃນອະນາຄົດ, ຄົນ ສາຍອາຊີບສື່ມວນຊົນ ຍັງຈະຕ້ອງ ສືບຕໍ່ບືນຕົວຢ່າງບໍ່ລົດລະ ໃນການ ເຮັດໜ້າທີ່ອັນມີກຽດນີ້ໃຫ້ສາມາດ ຕອບສະໜອງກັບຄວາມຮຽກຮ້ອງ ຕ້ອງການໃນໄລຍະໃໝ່, ບັນດາເນື້ອ ໃນ ແລະ ຮູບການ-ວິທີການ ໃຫ້ສອດ ຄ່ອງຍຸກສະໄໝ, ເຂົ້າເຖິງທຸກກຸ່ມ ເປົ້າໝາຍ. ຢາກເຮັດໄດ້ຄືແນວນັ້ນ, ພວກເຮົາຕ້ອງສືບຕໍ່ຢ່າງ ແຂງແຮງ ບັນດາມູນເຊື້ອແຫ່ງຄວາມຮັກ ຄື ຮັກຊາດ, ຮັກປະຊາຊົນ, ຮັກອາຊີບ; ຮັບໃຊ້ພັກ, ຊາດ ແລະ ປະຊາຊົນ ຢ່າງບໍ່ຮູ້ອິດເມື່ອຍ ໃນການຕອບສະ ໜອງຂໍ້ມູນຂ່າວສານຢ່າງທັນການ, ຮັບປະກັນຄວາມໜ້າເຊື່ອຖືໄດ້ ໂດຍ ຍຶດໝັ້ນແນວທາງ ແລະ ລະບຽບ ກົດໝາຍ, ໃນນັ້ນ ໃຫ້ຮັບປະກັນ 4 ລັກສະນະຂອງສື່ມວນຊົນລາວ. ທຸກ ມື້ນີ້ ມີຫລາຍສິ່ງຫລາຍອັນທີ່ສື່ມວນ ຊົນພວກເຮົາຕ້ອງໄດ້ນໍາຫາ ເພື່ອອະ ທິບາຍ ໃຫ້ຄວາມກະຈ່າງແຈ້ງແກ່ ສັງຄົມ ເພາະທ່າມກາງສະພາບສື່ ສັງຄົມນັ້ນ ຍັງມີການບິດເບືອນ,ປັ່ນ ປ່ວນ, ໃສ່ຮ້າຍປ້າຍສີ ຂອງພວກ ບໍ່ຫວັງດີ ທີ່ຫວັງແບ່ງແຍກຄວາມ ສາມັກຄີພາຍໃນພວກເຮົາສື່ມວນ ຊົນ ຈໍາຕ້ອງເຮັດວຽກໜັກຂຶ້ນຕື່ມ ເພື່ອບໍ່ໃຫ້ສັງຄົມຫລົງເຊື່ອບັນດາຂໍ້ ມູນທີ່ບິດເບືອນ...ນັ້ນໆ ແລະ ອື່ນໆ. ໃນໂອກາດວັນສື່ມວນຊົນ ຍັງ ອຸ່ນໆ, ຂໍຝາກສັງຄົມ-ອົງການຈັດ ຕັ້ງ ລັດ-ເອກະຊົນ ຂັ້ນຕ່າງໆ ຈົ່ງສືບ ຕໍ່ນໍາພາ-ຊີ້ນໍາ, ປະຕິບັດນະໂຍບາຍ ອັນເໝາະສົມຕໍ່ສື່ມວນຊົນ, ສະໜັບ ສະໜູນ ຊ່ວຍເຫລືອສື່ມວນຊົນ ເພື່ອ ໃຫ້ສາມາດສືບຕໍ່ເຮັດໜ້າທີ່ຮັບໃຊ້ ພັກ-ລັດ ແລະ ທົ່ວປວງຊົນ ໄດ້ຢ່າງ ສໍາເລັດຜົນ. (ເນື່ອງໃນໂອກາດວັນເກີດຄົບຮອບ 100 ປີ, 8 ກຸມພາ 1924-8 ກຸມພາ 2024) ສຳຫລວດກວດກາຢ່າງເຂັ້ມງວດ. ໃນໄລຍະຕໍ່ສູ້ກູ້ຊາດ ປະທານ ຄຳໄຕ ສີພັນດອນ ກໍມີແນວຄິດທຸ່ນທ່ຽງ ຊີ້ນຳ-ນຳພາໄປຕາມແນວຄິດທິດ ສະດີທີ່ວາງໄວ້, ປຸກລະດົມການ ເມືອງແນວຄິດໃຫ້ ນາຍ ແລະ ພົນ ທະຫານແຕ່ລະກົມກອງໃຫ້ທຸນ ທ່ຽງ ເຊື່ອໝັ້ນຕໍ່ການນຳພາຂອງ ພັກ ເດັດຂາດມີໄຊ, ເອົາໃຈໃສ່ປຸກ ລະດົມການເມືອງແນວຄິດ, ມີສະຕິ ລະວັງຕົວຕອບຕ້ານກົນອຸບາຍມ້າງ ເພທຳລາຍຂອງສັດຕູໃນທຸກຮູບ ແບບ. ໃນສະພາບທີ່ກຳລັງປະກອບ ອາວຸດມີຄວາມອ່ອນນ້ອຍ, ການປະ ກອບ ອາວຸດຍັງບໍ່ທັນສະໄໝ ພາຍ ໃຕ້ການນຳພາຂອງ ປະທານ ຄຳໄຕ ສີພັນດອນ ເພິ່ນໄດ້ຕັດສິນໃຈກໍ່ ສ້າງເລົ່າຮົບອາກາດ ໃນປີ 1972 ໂດຍເຕົ້າໂຮມຄັດເລືອກກຳລັງທະ ຫານແຕ່ລະກົມກອງ, ແຕ່ລະເຂດ ແຂວງໄດ້ 240 ສະຫາຍ ໄປຮຽນ ຢູ່ອະດີດສະຫະພາບໂຊວຽດ ເພື່ອ ຮຽນຂັບຍົນລຳລຽງຂົນສົ່ງທັງ ໃຫຍ່ ແລະ ນ້ອຍ ທັງຍົນຂຶ້ນຊື່ ແລະ ມີປີກ, ຕະຫລອດຮອດຍົນ ສູ້ຮົບທັນ ສະໄໝ ເພື່ອຮອງຮັບການຢຶດອຳ ນາດ ແລະ ປົກປັກຮັກສາປະເທດ ຊາດ ມີໂອກາດດີ. ບັນຫານີ້ສະແດງ ໃຫ້ເຫັນເຖິງຄວາມສະຫລາດສ່ອງ ໄສຂອງປະທານ ທີ່ເພິ່ນເຫັນໄດ້ເຫດ ການສະເພາະໜ້າ ແລະ ຍາວນານ. ປະທານ ຄຳໄຕ ສີພັນດອນ ແມ່ນ ນັກຮົບປະຕິວັດທີ່ປີຊາສາມາດ ດ້ວຍນໍ້າໃຈພິລະອາດຫານ ທົນທານ ກ້າແກ່ນໜ່ຽວແໜ້ນ ທີ່ຍອມເສຍ ສະລະທຸກສິ່ງຢ່າງ ເພື່ອເອົາຊະນະ ກັບຈັກກະພັດຫົວເມືອງຂຶ້ນແບບ ເກົ່າ ແລະ ແບບໃໝ່, ເຮັດໜ້າທີ່ການ ປະຕິວັດຊາດ ປະຊາທິປະໄຕ, ນຳ ພາປະເທດຊາດກ້າວຂຶ້ນລະບອບ ໃໝ່ສັງຄົມນິຍົມຕາມທິດຊີ້ນຳຂອງ ພັກ. ໂດຍ: ມາລີດາ * ເນື່ອງໃນໂອກາດ ວັນສື່ມວນ ຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 73 ປີ ໄດ້ສະທ້ອນໃຫ້ເຫັນການເຕີບ ໃຫຍ່ຂະຫຍາຍຕົວຂອງວຽກງານສື່ ມວນຊົ ນລ າວ ຢ່າງຮອບດ້ານແຕ່ອ ະ ດີດຈົ ນເຖິງປັ ດຈຸບັນດ້ວຍປະລິມານ ແລະ ຄຸນນະພາບແຕກຕ່າງກັນໂດຍ ສະເພາະໄດ້ເຮັດສໍາເລັດໜ້າທີ່ໃນ ການໂຄສະນາເຜີຍແຜ່ແນວທາງ ນະ ໂ ຍບາຍຂ ອງພັ ກ, ກົດໝາຍຂອງ ລັດ, ສ່ອງແ ສງບັ ນຫາທີ່ເກີດຂຶ້ ນໃ ນ ສັງຄົມ ລວມເຖິງຄວາມມຸ່ງມາດ ປາດຖ ະໜາຂອງປ ະຊາຊົນລ າວບັ ນ ດາເຜົ່າໃນຂອງເຂດທົ່ວປະເທດ. ປີ 2023 ນີ້ເປັນອີກປີໜຶ່ງໄດ້ ໝູນວຽນບັນຈົບ ຄົບຮອບ 73 ປີ ຂອງສື່ມວນຊົນລາວ ເຊິ່ງເປັນໂອ ກາດດີທີ່ບັນດາຂ່າວພວກເຮົາໄດ້ ລົງສໍ າພາດ ຄໍາຄິ ດເຫັນຂ ອງປ ະຊາ ຊົນ ຕໍ່ວຽກງານສື່ ມ ວນຊົ ນ ເພື່ອນໍ າ ມາປັບປຸງແກ້ໄຂໃຫ້ວວຽກວຽກ ງານຂອງຕົນໃຫ້ມີຜົນສໍາເລັດໃຫຍ່ ຫລວງກວ່າເກົ່າ. ນາງ ມາລາວົ ງ ມະນີແສງ ເຈົ້າ ຂອງທຸລະກິດ ລີໄຊໂຄ້ອາດ-ລາວ ໃຫ້ທັດສະນະ ຕໍ່ວຽກງານສື່ມວນ ຊົນລ າວວ່າ : ແ ຕ່ອ ະດີດຈົ ນເຖິງປັ ດ ຈຸບັ ນ ເຫັນໄດ້ວ່ າວຽກງານ ສື່ມ ວນ ຊົນເປັນວຽກງານໜຶ່ງທີ່ມີຄວາມ ສໍາຄັນ ໃນການໂຄສະນາເຜີຍແຜ່ ນະໂຍບາຍຂອງພັກ-ລັດ ແລະ ລະ ບຽບກົດໝາຍໃຫ້ປະຊາຊົນໄດ້ຮັບ ຮູ້, ເຂົ້າໃຈ ແ ລະ ບໍ່ເຮັດຜິດຕໍ່ກົດລ ະ ບຽບກົດໝາຍ, ພ້ອມດ ຽວກັນນີ້ ຍັງ ສ່ອງແສງບັນຫາທີ່ເກີດໃນສັງຄົມ ເພື່ອໃຫ້ປະຊາຊົນໄດ້ຮັບຮູ້ຢ່າງທົ່ວ ເຖິງ ແຕ່ແ ນວໃ ດກໍ ດີ ປັດຈຸບັນນີ້, ສື່ ອອນລ າຍ ມີບົ ດບາດສໍ າຄັນຫລາຍ ແລະ ຫລາຍໆຄົນ ທີ່ບໍ່ແມ່ນສື່ມວນ ຊົນ ໄດ້ຕັ້ງເຟສຂ່າວ ເພື່ອນນໍາສະ ເໜີຂ່າວ ແຕ່ຫລັກການຂຽນຂ່າວ ແມ່ນເຫັນວ່າຍັງບໍ່ສອດຄ່ອງກັບ ຫລັກວິ ຊາກ ານ ແລະ ວິຊາສະເພາະ ເທົ່າທີ່ຄວນ ເປັນຕົ້ ນກ ານນໍາສະເໜີ ຫົວຂໍ້ ຂ່ ຂ່າວກັບເນື້ອໃນຍັງ ມີຄວາມ ສັບສົນ ແລະ ຍັງບໍ່ເຊື່ອມໂຍງເນື້ອ ໃນຕົວຈິງຈົນສ້ າງຄ ວາມໃຈຜິດໃຫ້ ກັບຜູ້ບໍລິໂພກຂ່າວ. ສະນັ້ນ, ເພື່ອ ແກ້ໄຂບັນຫາດັ່ງກ່າວກໍຢາກໃຫ້ ພາກສ່ວນກ່ຽວຂ້ອງ ເບິ່ງຄືນເຖິງ ບັນຫາດັ່ງກ່າວນີ້ ແມ່ນເວົ້າໂດຍ ລວມ ການບໍລິໂພກສື່ທົ່ວໄປໃນ ອອນລ າຍ ແ ຕ່ສ ະເພາະສື່ ທ າງກ ານ ຫລື ສື່ຫ ລັກ ນັ້ ນ ແ ມ່ນຢາກປ ະກອບ ຄໍາເຫັນໃ ນບ າງດ້ ານ ໂ ດຍສ ະເພາະ ແມ່ນນໍາສະເໜີຂ່າວໃນປັດຈຸບັນ ແມ່ນ ຢາກໃຫ້ກວ້າງຂວາງ ແລະ ລົງເລີກເຖິງບັນຫາທີ່ເກີດຂຶ້ນໃນ ສັງຄົມໂດຍສະເພາະບັນຫາຄວາມ ເດືອດຮ້ອນຂ ອງປ ະຊາຊົນລ າວໃ ນ ຂອບເຂດທົ່ວປະເທດນັ້ນເອງ. ພ້ອມດຽວກັນນີ້ ນາງ ວອນທອງ ຈວງມະນີ ພະນັກງານຮ້ານຕັດ ຫຍິບປະທຸມທອງ ຍັງໃຫ້ທັດສະ ນະວ່າ: ຖ້າເວົ້າວຽກງານສື່ມວນ ຊົນຂອງລາວເຮົາ ເຫັນວ່າມີການ ພັດທະນາກວ່າເມື່ອກ່ອນຫລາຍ ເພາະບັນດາສື່ຕ່າງໆກໍ່ມີການປັບ ໂຕເຂົ້າກັບຍຸກສະໄໝ ຈາກເມື່ອ ກ່ອນມີແ ຕ່ອ່ານໜັງສືພິມ, ຟັງວິທະ ຍຸແຕ່ດຽວນີ້ ໄດ້ຫັນມາບໍລິໂພກ ຂ່າວເຫດການຕ່າງໆ ຜ່ານສື່ອອນ ລາຍ ຈາກໂ ທລະສັບມື ຖື ແ ລ້ວເພາະ ວ່າວ່ອງໄວທັນເຫດການ ແຕ່ແນວ ໃດກໍດີການບໍລິໂພກສື່ ຖ້າແມ່ນ ຂ່າວເຫດການຕ່າງໆທີ່ເກີດຂຶ້ນໃນ ສັງຄົມສ່ ວນຫລາຍ ຈະປ ະກົດເຫັນ ໃນສື່ອອນລາຍກ່ອນໝູ່. ສະນັ້ນ, ຈຶ່ງ ຢາກໃຫ້ສື່ລັດນໍາສະເໜີຂ່າວເຫດ ການ, ຂ່າວສັ ງຄົມ ໃຫ້ຫ ລາກຫລາຍ ແລະ ວ່ອງໄວຂຶ້ນຕື່ມ. ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==