lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 15/08/2023 xtgmf]k; ທູດລາວ ຍື່ນສານຕາຕັ້ງ... ຮອງປະທານປະເທດ... ສຳເລັດຊຸດອົບຮົມ... ບໍລິສັດ ຫຸ້ນສ່ວນການລົງທຶນ... ຜູ້ບໍລິໂພກຂ່າວຜ່ານສື່... ນັກປະພັນລາວ... ຮອງນາຍົກລັດຖະມົນຕີ... s;q |kh 7totr;q roa 8kj 'xtgmflo6 dk'rda 8h voIa [m6 fvy ogfp xt9e]k;7q o.\j ຂປລ. ໃນວັນທີ 11 ສິງຫາ 2023 ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກ ໄດ້ຕ້ອນຮັບການເຂົ້າ ຢ້ຽມຂໍ່ານັບຂອງ ທ່ານ ປຣາຊານຕ໌ ອາເກີ່ວາລ ເອກອັກຄະລັດຖະທູດວິ ສາມັນຜູ້ມີອໍານາດເຕັມຄົນໃໝ່ແຫ່ງ ສາທາລະນະລັດ ອິນເດຍ ປະຈໍາ ສປປ ລາວ. ໃນການພົບປະຄັ້ງນີ້, ທ່ານ ທອງສະຫວັນ ພົມວິຫານໄດ້ສະ ແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ປຣາຊານຕ໌ ອາເກີ່ວາລ ທີ່ໄດ້ຮັບການແຕ່ງຕັ້ງ ຈາກລັດຖະບານອິນເດຍ ໃຫ້ມາປະ ຕິບັດໜ້າທີ່ການທູດ ຢູ່ ສປປ ລາວ. ພ້ອມທັງຕີລາຄາສູງຕໍ່ສາຍພົວພັນ ມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ອິນເດຍ ຕະຫລອດ 67 ປີ ແຫ່ງການສ້າງສາຍພົວພັນການ ທູດຮ່ວມກັນຜ່ານມາ, ສະແດງ ຄວາມຂອບໃຈຢ່າງຈິງໃຈຕໍ່ການ ຊ່ວຍເຫລືອຂອງລັດຖະບານອິນ ເດຍ ໃຫ້ແກ່ ສປປ ລາວ ໂດຍສະ ເພາະການຈັດຕັ້ງປະຕິບັດບັນດາ ໂຄງການພາຍໃຕ້ຂອບການຮ່ວມ ມືແມ່ນໍ້າຂອງ-ຄົງຄາ ກໍຄື ບັນດາ ໂຄງການເຫັນຜົນໄວ ເປັນຕົ້ນສົ່ງ ເສີມການປູກຝັງ, ລ້ຽງສັດ, ການກໍ່ ສ້າງພື້ນຖານໂຄງລ່າງດ້ານການ ສຶກສາ, ສາທາລະນະສຸກ, ການສົ່ງ ເສີມການຄ້າ-ການລົງທຶນ, ການພັດ ທະນາຊົນນະບົດ, ການພັດທະນາ ຊັບພະຍາກອນມະນຸດ ແລະ ຂະ ແໜງການອື່ນໆ ອັນເປັນການປະ ກອບສ່ວນອັນສໍາຄັນ ເຂົ້າໃນການ ສ້າງສາພັດທະນາເສດຖະກິດ-ສັງ ຄົມຂອງ ສປປ ລາວ. ນອກນັ້ນ, ຍັງ ໄດ້ແຈ້ງກ່ຽວກັບທີ່ຕັ້ງ ແລະ ພາລະ ບົດບາດຂອງຄະນະພົວພັນຕ່າງປະ ເທດສູນກາງພັກ ແລະ ຍິນດີຈະ ຮ່ວມກັບທ່ານທູດອິນເດຍ ໃນການ ຊຸກ ຍູ້ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ອິນເດຍ ເປັນຕົ້ນ ການພົວພັນດ້ານພັກ, ສະມາຄົມ ມິດຕະພາບ ແລະ ອົງການຈັດຕັ້ງ ມະຫາຊົນໃຫ້ນັບມື້ໄດ້ຮັບການພັດ ທະນາຍິ່ງໆຂຶ້ນ ເພື່ອພາລະກິດແຫ່ງ ສັນຕິພາບ, ມິດຕະພາບ ແລະ ການ ຮ່ວມມືເພື່ອການພັດທະນາກໍຄືການ ນໍາເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນສອງຊາດ ລາວ-ອິນເດຍ, ອິນເດຍ-ລາວ ໃຫ້ສູງຂຶ້ນເລື້ອຍໆ. ໂອກາດນີ້, ທ່ານ ປຣາຊານຕ໌ ອາເກີ່ວາລ ກໍໄດ້ສະແດງຄວາມ ຂອບໃຈຕໍ່ການຕ້ອນຮັບອັັນອົບອຸ່ນ ແລະ ຊົມເຊີຍຕໍ່ຜົນສໍາເລັດໃນການ ຈັດຕັ້ງຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ ລາວ ແລະ ແຜນການພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ໃນໄລຍະກາງສະໄໝ. ພ້ອມທັງ ຕີລາຄາສູງຕໍ່ສາຍພົວພັນມິດຕະ ພາບ ແລະ ການຮ່ວມມືລະຫວ່າງປະ ເທດ ແລະ ໃຫ້ຄໍາໝັ້ນສັນຍາທີ່ຈະ ສືບຕໍ່ພົວພັນຮ່ວມມື ລະຫວ່າງ ສ ອິນເດຍ-ສປປ ລາວ ໃຫ້ໄດ້ຮັບ ການຂະຫຍາຍຕົວຢ່າງຕໍ່ເນື່ອງ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ອິນເດຍລາວ ແລະ ຍິນດີສືບຕໍ່ເປັນຂົວຕໍ່ ປະ ສານງານທີ່ດີໃນການຊຸກຍູ້ການ ພົວພັນຮ່ວມມືດ້ານພັກ ກໍຄືການທູດ ປະຊາຊົນ ລະຫວ່າງ ສອງປະເທດ ເພື່ອສ້າງຄວາມສາມັກຄີມິດຕະ ພາບ ແລະ ຄວາມເຂົ້າອົກເຂົ້າໃຈ ເຊິ່ງກັນ ແລະ ກັນ ລະຫວ່າງປະ ຊາຊົນສອງຊາດ ອິນເດຍ-ລາວ. ນອກຈາກງານວາງສະແດງແລ້ວ ຍັງຈະມີກິດຈະກຳສຳຄັນຕ່າງໆ ປິ່ນອ້ອມຫລາຍກວ່າ 10 ກິດຈະກໍາ ເປັນຕົ້ນ ເວທີປຶກສາຫາລືການຮ່ວມ ມື ຈີນ-ອາຊີໃຕ້ ຄັ້ງທີ 4, ເວທີປຶກ ສາຫາລືເຈົ້າແຂວງແລວເສດຖະ ກິດປະເທດອະນຸພາກພື້ນແມ່ນໍ້າ ຂອງປີ 2023, ເວທີປຶກສາຫາລື ພາກທຸລະກິດ ຈີນ-ອາຊີໃຕ້ ຄັ້ງທີ 16, ເວທີປຶກສາຫາລືດ້ານການ ຖ່າຍໂອນເຕັກໂນໂລຊີ ແລະ ການ ຮ່ວມມືດ້ານນະວັດຕະກຳ ຈີນ-ອາ ຊີໃຕ້ ຄັ້ງທີ 4, ສັບປະດາສິລະປະ ຈີນ-ອາຊີໃຕ້ ແລະ ອາຊີຕາເວັນ ອອກສ່ຽງໃຕ້ ແລະ ອື່ນໆ. ການເຂົ້າຮ່ວມງານວາງສະ ແດງໃນຄັ້ງນີ້, ສປ ຈີນ ໄດ້ໃຫ້ ຄວາມສຳຄັນແກ່ ສປປ ລາວ ໃນ ຖານະປະເທດເພື່ອນມິດ ແລະ ຖື ເປັນໂອກາດອັນດີໃຫ້ແກ່ການສົ່ງ ເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ແຂວງຢຸນນານ ກໍຄື ສປ ຈີນ ໃນຂົງເຂດເສດຖະກິດ-ການຄ້າ, ການລົງທຶນ ແລະ ອື່ນໆ ໃຫ້ເລິກ ເຊິ່ງຍິ່ງໆຂຶ້ນ. ຜ່ານມາ ສປປ ລາວ ແລະ ແຂວງຢຸນນານ ກໍມີມູນເຊື້ອ ການພົວພັນຮ່ວມມືທີ່ດີ ທາງແຂວງ ໄດ້ຊ່ວຍຊຸກຍູ້ສົ່ງເສີມໃຫ້ນັກທຸລະ ກິດຂອງແຂວງມາລົງທຶນ ຢູ່ ສປປ ລາວ ຫລາຍດ້ານເປັນຕົ້ນ ການລົງ ທຶນກໍ່ສ້າງເສັ້ນທາງດ່ວນວຽງຈັນວັງວຽງ, ເຂດເສດຖະກິດກວມ ລວມໄຊເສດຖາ, ການລົງທຶນດ້ານ ກະສິກຳຂອງແຂວງຢຸນນານ ຢູ່ ສປປ ລາວ ລວມທັງເຂດເສດຖະກິດ ບໍ່ເຕັນ-ບໍ່ຫານ ແລະ ອື່ນໆ. ນອກ ຈາກນັ້ນ, ແຂວງຢຸນນານ ຍັງໄດ້ເອົາ ໃຈໃສ່ຊ່ວຍເຫລືອການສ້າງບຸກຄະ ລາກອນໃຫ້ແກ່ ສປປ ລາວ ໂດຍສະ ໜອງທຶນການສຶກສາໃຫ້ແກ່ນັກ ສຶກສາລາວ ໄດ້ມີໂອກາດໄປສຶກສາ ຢູ່ ແຂວງຢຸນນານ ເຊິ່ງເປັນການປະ ກອບສ່ວນສຳຄັນເຂົ້າໃນການຈັດ ຕັ້ງປະຕິບັດແຜນການພັດທະນາເສດ ຖະກິດ-ສັງຄົມ ຂອງ ສປປ ລາວ. ຂ່າວ-ພາບ: ທະນູທອງ (ປກສ) ໄດ້ໃຫ້ສຳພາດຕໍ່ສື່ມວນ ຊົນເມື່ອບໍ່ດົນນີ້ວ່າ: ສື່ມວນຊົນປຽບ ເໝືອນກະບອກສຽງ, ເປັນຕົວແທນ ໃຫ້ແກ່ພັກ-ລັດ ໃນການໂຄສະນາ ຂໍ້ມູນຂ່າວສານໃຫ້ສັງຄົມໄດ້ຮັບຮູ້ ແລະ ຕີຖອຍຂໍ້ມູນທີ່ບິດເບືອນຄວາມ ເປັນຈິງທີ່ເກີດຂຶ້ນໃນສັງຄົມໄດ້ ວອງໄວ, ຊັດເຈນ ແລະ ທັນເຫດ ການ. ຕະຫລອດໄລຍະຜ່ານມາສື່ ມວນຊົນໄດ້ປະກອບສ່ວນເຄື່ອນ ໄຫວປະຕິບັດໜ້າທີ່ຂອງຕົນຢ່າງ ມີຜົນສຳເລັດຫລາຍດ້ານໂດຍສະ ເພາະການຕອບສະໜອງທາງດ້ານ ຂໍ້ມູນຂ່າວສານ ໃຫ້ສັງຄົມໄດ້ຮັບຮູ້ ກ່ຽວກັບເຫດການສຳຄັນຄ່າງໆ, ໂຄສະນາເຜີຍແຜ່ບັນດາປາກົດ ການທີ່ເກີດຂຶ້ນໃນສັງຄົມໃຫ້ທັນ ການ, ວ່ອງໄວ ແລະ ຊັດເຈນ. ສຳລັບວຽກງານສື່ມວນຊົນ ປກສ ກໍໄດ້ມີການເຄື່ອນໄຫວ, ປະຕິບັດໜ້າທີ່ວຽກງານຕາມພາ ລະບົດບາດ ແລະ ໜ້າທີ່ຂອງຕົນ ໂດຍໄດ້ເອົາໃຈໃສ່ເຄື່ອນໄຫວວຽກ ງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ກໍຄື ວຽກງານ 2 ວາລະ ແຫ່ງຊາດ ແລະ ວຽກອື່ນໆ. ພ້ອມ ນີ້, ສື່ມວນຊົນ ປກສ ຍັງເອົາໃຈໃສ່ ເຄື່ອນໄຫວວຽກງານຂອງຕົນໃນ ຂອບເຂດທົ່ວປະເທດ ໂດຍສະເພາະ ຕີຕ້ານສະພາບປາກົດການຫຍໍ້ທໍ້ ຕ່າງໆ ທີ່ເກີດຂຶ້ນໃນສັງຄົມ ແລະ ເຫດການ ທີ່ສັງຄົມໃຫ້ຄວາມສົນໃຈ ໂດຍໄດ້ເອົາຂໍ້ມູນຢ່າງລະອຽດ, ຊັດເຈນ, ຖືກຕ້ອງຈາກແຫລ່ງຂ່າວ ທີ່ມີຂໍ້ມູນຄວາມຈິງ ຫລື ແຫລ່ງຂໍ້ ມູນທາງການ ເພື່ອນຳມາສະເໜີໃຫ້ ສັງຄົມໄດ້ຮັບຮູ້ຢ່າງຖືກຕ້ອງ ແລະ ຊັດເຈນທີ່ສຸດ. ໂອກາດນີ້, ທ່ານ ພັນໂທ ສາຄອນ ແກ້ວປະເສີດ ຍັງໄດ້ຝາກເຖິງຜູ້ທີ່ ບໍລິໂພກຂ່າວສານ ຈາກແຫລ່ງຂ່າວ ຕ່າງໆຢູ່ໃນສັງຄົມປັດຈຸບັນຈົ່ງມີສະ ຕິ, ເອົາໃຈໃສ່ຕິດຕາມຈາກແຫລ່ງ ຂ່າວທີ່ເປັນທາງການ ໂດຍສະເພາະ ໜັງສືພິມ, ວິທະຍຸ, ໂທລະພາບ ແລະ ສື່ອື່ນໆ ດີກວ່າໄປບໍລິໂພກສື່ຂ່າວ ສັງຄົມອອນລາຍທົ່ວໄປທີ່ບໍ່ຮູ້ ແຫລ່ງທີ່ມາຊັດເຈນ. ຂ່າວ: ກິດຕາ, ພາບ: ຂັນໄຊ ໜ້າຈາກບັນດາພະແນກອ້ອມຂ້າງ ກົມ, ຕາງໜ້າບໍລິສັດຜູ້ພັດທະນາ ລະບົບ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ຊຸດອົບຮົມຄັ້ງນີ້, ໄດ້ດຳເນີນເປັນ ເວລາ 5 ວັນ ເປັນການຝຶກເພີ່ມເຕີມ ໃນລະບົບ Tax RIS ໄດ້ໂດຍເນັ້ນ ສຳລັບປີ 2020 ແມ່ນທ່ານ ອຸດົມ ຮອບຄອບ (ປິຕິ ທິວາຊົນ) ຊະນະເລີດ ປະເພດເລື່ອງສັ້ນທີ່ມີ ຊື່ວ່າ “ເຄິ່ງຄ່າ” ເຊິ່ງໄດ້ພັນລະນາ ເຖິງຄົນພິການຄົນໜຶ່ງທີ່ເຂົ້າໄປ ໃຊ້ບໍລິການໃນໂຮງໝໍແຫ່ງໜຶ່ງແຕ່ ລາວບໍ່ມີເງິນພຽງພໍທີ່ຈະໃຊ້ຈ່າຍ ຄ່າປິ່ນປົວ ແຕ່ລາວໄດ້ເວົ້າວ່າລາວ ເປັນຄົນພິການຂາຂາດ. ສະນັ້ນ, ລາວຈຶ່ງຂໍຈ່າຍເຄິ່ງຄ່າ ເຊິ່ງນັ້ນກໍ ເປັນທີ່ມາທີ່ເຮັດໃຫ້ບົດເລື່ອງສັ້ນ ເລື່ອງນີ້ ເປັນທີ່ຖືກອົກຖືກໃຈຂອງ ຄະນະກໍາມະການ ແລະໄດ້ຮັບລາງ ວັນຊະນະເລີດໃນປີ 2020, ປັດຈຸ ບັນປື້ມເລື່ອງນີ້, ມີຈໍາໜ່າຍຢູ່ຮ້ານ ຄ້າ, ຮ້ານຂາຍປຶ້ມທົ່ວໄປ ແລະ ຫໍສະ ໝຸດຕ່າງໆ ແລະ ປີ 2021 ແມ່ນ ທ່ານ ນາງ ທິບພະເກ ສອນດວງຈັກ ເປັນຜູ້ຊະນະເລີດປະເພດເລື່ອງຍາວ ຫລື ນະວະນິຍາຍ ທີ່ມີຊື່ວ່າ “ຮັກນີ້ ນິລັນດອນ” ທ່ານ ທອງໃບ ໂພທິສານ ຫົວ ໜ້າກົມມໍລະດົກ ກະຊວງຖະແຫລງ ຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທັງເປັນປະທານສະມາຄົມນັກປະ ພັນລາວ ໄດ້ໃຫ້ຮູ້ໃນພິທີຖະແຫລງ ຂ່າວ ຜົນການເຂົ້າຮ່ວມພິທີມອບຮັບລາງວັນດັ່ງກ່າວໃນວັນທີ 12 ສິງຫາ 2023 ຜ່ານມາວ່າ: ລາງວັນ ຊີໄຣ ເປັນລາງວັນທີ່ຊົງກຽດ ແລະ ມີຊື່ສຽງຂອງອາຊຽນກໍຄືຂອງນັກ ປະພັນ, ນັກກະວີລາວ, ລາງວັນນີ້ມີ ຄວາມໝາຍຄວາມສໍາຄັນຕໍ່ນັກປະ ພັນ-ນັກກະວີ ກໍຄືປະເທດຊາດໂດຍ ສະເພາະໃນວົງການນັກປະພັນ-ນັກ ກະວີລາວທີ່ເຕີບໃຫຍ່ເຂັ້ມແຂງ, ຄຽງບ່າຄຽງໄຫລ່ກັບບັນດາປະເທດ ໃນອາຊຽນ ທີ່ສາມາດເວົ້າຈາ, ສົນ ທະນາ, ມີການແລກປ່ຽນຄໍາຄິດຄໍາ ເຫັນ ແລະ ຖອດຖອນບົດຮຽນປະສົບ ການຕ່າງໆເຊິ່ງກັນ ແລະ ກັນໄດ້. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ເຂົ້າຮ່ວມລາງ ວັນຊີໄຣ ນັບແຕ່ປີ 1998, ມາຮອດ ປັດຈຸບັນມີນັກປະພັນ, ນັກກະວີໄດ້ ຮັບລາງວັນເຫລົ່ານີ້ແລ້ວ 24 ຄົນ. ຂ່າວ-ພາບ: ກິດຕາ ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ປີເຕີ ເຮມອນ (Peter M. Haymon), ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສະ ຫະລັດ ອາເມລິກາ ປະຈໍາ ສປປ ລາວ ໃນໂອກາດສໍາເລັດການປະຕິບັດ ໜ້າທີ່ການທູດຢູ່ ສປປ ລາວ. ໂອກາດນີ້, ທ່ານ ຮອງນາຍົກລັດ ຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດໃນການ ປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຕະຫລອດໄລຍະເວລາ 3 ປີກວ່າ ຜ່ານມາ ເຊິ່ງຄັ້ງນີ້ກໍເປັນຄັ້ງທີ 3 ຂອງທ່ານເອກອັກຄະລັດຖະທູດ ທີ່ໄດ້ມາປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ໂດຍໄດ້ປະກອບສ່ວນ ເຂົ້າໃນວຽກງານສົ່ງເສີມ ແລະ ຊຸກ ຍູ້ການພົວພັນຮ່ວມມືໃນຫລາຍໆ ດ້ານລະຫວ່າງ ສປປ ລາວ ແລະ ສະຫະລັດ ອາເມລິກາ ເປັນຕົ້ນການ ຊຸກຍູ້ ແລະ ການແລກປ່ຽນການ ຢ້ຽມຢາມ ລະຫວ່າງ ຄະນະຜູ້ແທນ ຂອງສະຫະລັດ ອາເມລິກາ ແລະ ສປປ ລາວ ໃນຫລາຍລະດັບໃນ ຫລາຍຂະແໜງການ; ການປະສານ ງານໃນການຈັດຕັ້ງປະຕິບັດບັນດາ ໂຄງການຮ່ວມມືສອງຝ່າຍໃນ ຂອບວຽກງານປາບປາມຢາເສບ ຕິດ ແລະ ການບັງຄັບໃຊ້ກົດໝາຍ, ວຽກງານເກັບກູ້ລະເບີດບໍ່ທັນແຕກ (UXO), ການຮ່ວມມືດ້ານເສດຖະ ກິດ-ການຄ້າ, ການສຶກສາ, ສາທາ ລະນະສຸກ, ໂພຊະນາການ, ວັດທະ ນະທໍາ ແລະ ອື່ນໆ. ພ້ອມນັ້ນ, ທ່ານ ເອກອັກຄະລັດຖະທູດກໍຍັງໄດ້ລະ ດົມການຊ່ວຍເຫລືອທາງດ້ານອຸປະ ກອນການແພດຕ່າງໆ ໃຫ້ແກ່ ສປປ ລາວ ໃນໄລຍະການແພ່ລະບາດ ຂອງພະຍາດໂຄວິດ-19 ແລະອື່ນໆ, ອັນເປັນການປະກອບສ່ວນໃນ ການເສີມສ້າງສາຍພົວພັນຮ່ວມມື ສອງຝ່າຍໃຫ້ມີສະພາບແບບປົກ ກະຕິ ແລະ ມີການຂະຫຍາຍຕົວ ຢ່າງຕໍ່ເນື່ອງ. ໂອກາດດຽວກັນນີ້, ທ່ານເອກ ອັກຄະລັດຖະທູດກໍໄດ້ສະແດງ ຄວາມຂອບໃຈຕໍ່ທ່ານຮອງນາຍົກ ລັດຖະມົນຕີທີ່ໄດ້ໃຫ້ການຕ້ອນຮັບ ໃນຄັ້ງນີ້ ແລະ ສະແດງຄວາມຂອບ ໃຈຕໍ່ລັດຖະບານ ສປປ ລາວ ກໍຄື ພາກສ່ວນກ່ຽວຂ້ອງທີ່ໄດ້ໃຫ້ການ ສະໜັບສະໜູນ ແລະ ການຮ່ວມມື ຕະຫລອດໄລຍະການປະຕິບັດໜ້າ ທີ່ການທູດຂອງຕົນ ຢູ່ ສປປ ລາວ ໄດ້ຮັບຜົນສໍາເລັດເປັນຢ່າງດີ, ພ້ອມທັງສະແດງຄວາມຫວັງວ່າ ລັດຖະບານ ສປປ ລາວ ຈະສືບຕໍ່ ໃຫ້ຄວາມຮ່ວມມືແກ່ທ່ານເອກອັກ ຄະລັດຖະທູດ ສະຫະລັດອາເມລິກາ ຄົນໃໝ່ ທີ່ຈະມາຮັບໜ້າທີ່ໃໝ່ ໃນຕໍ່ ໜ້າ ເພື່ອຮ່ວມກັນສືບຕໍ່ຊຸກຍູ້ ແລະ ສົ່ງເສີມການພົວພັນຮ່ວມມືລະ ຫວ່າງ ສອງປະເທດ ໃຫ້ເປັນຮູບປະ ທໍາຍິ່ງໆຂຶ້ນ. ແໜ່ງ ເປັນເອກອັກຄະລັດຖະທູດວິ ສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວຄົນໃໝ່ ປະຈຳສາທາລະນະ ລັດ ອາກຊັງຕິນ ທີ່ມີສໍານັກງານສະ ຖານທູດຕັ້ງຢູ່ນະຄອນຫລວງລາ ຮາ ວານ, ປະເທດ ສ ກູບາ. ໂອກາດດັ່ງກ່າວ, ທ່ານ ວັນທາ ແສງເມືອງ ໄດ້ສະແດງຄວາມຂອບ ໃຈຢ່າງສູງ ແລະ ເປັນກຽດຢ່າງຍິ່ງ ທີ່ທ່ານປະທານາທິບໍດີ ສ ອາກຊັງ ຕິນ ໄດ້ໃຫ້ກຽດຮັບສານຕາຕັ້ງດັ່ງ ກ່າວ ແລະ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ໃນໄລຍະການມາປະຕິບັດໜ້າທີ່ ການທູດຂອງຕົນ ຢູ່ ສ ອາກຊັງຕິນ ຈະພະຍາຍາມເຮັດສຸດຄວາມສາ ມາດຂອງຕົນ ເພື່ອຊຸກຍູ້ສົ່ງເສີມ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືທີ່ດີຂອງສອງປະເທດໃຫ້ມີ ບາດກ້າວໃໝ່ຂະຫຍາຍຕົວຂຶ້ນຕື່ມ. ພ້ອມນີ້, ທ່ານເອກອັກຄະລັດຖະທູດ ຍັງໄດ້ນຳເອົາຄວາມຢື້ຢາມຖາມ ຂ່າວອັນອົບອຸ່ນ, ຄໍາພອນໄຊອັນປະ ເສີດ ແລະ ຄວາມຮັກແພງຖານເພື່ອນ ມິດ ຈາກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ທ່ານ Alberto Ángel Fernández ແລະ ຜ່ານທ່ານໄປຍັງ ລັດຖະບານ ແລະ ປະຊາຊົນ ອາກ ຊັງຕິນ ທຸກຖ້ວນໜ້າ. ໃນໂອກາດດຽວກັນ, ທ່ານ Alberto ÁngelFernández ກໍໄດ້ສະແດງຄວາມຍີນດີຕ້ອນຮັບ ແລະ ຊົມເຊີຍ, ພ້ອມທັງຕີລາຄາສູງ ຕໍ່ທ່ານ ວັນທາ ແສງເມືອງ ໃນ ການມາດໍາລົງຕໍາແໜ່ງເປັນເອກ ອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສ ອາກຊັງຕິນ ໃນ ຄັ້ງນີ້, ພ້ອມທັງໄດ້ສະແດງຄວາມ ຫວັງວ່າທ່ານເອກອັກຄະລັດຖະ ທູດ ຈະສືບຕໍ່ຮັດແໜ້ນ ແລະ ເສີມຂະ ຫຍາຍສາຍພົວພັນອັນດີຂອງສອງ ປະເທດທີ່ມີມາແຕ່ດົນນານ. ພ້ອມ ນັ້ນ, ກໍໄດ້ສົ່ງຄຳຢື້ຢາມຖາມຂ່າວ ອັນອົບອຸ່ນ ແລະ ອວຍພອນໄຊອັນ ປະເສີດມາຍັງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ, ລັດຖະບານ ແລະ ປະຊາຊົນລາວ ທຸກທົ່ວໜ້າ, ອວຍພອນໃຫ້ທ່ານ ເອກອັກຄະລັດຖະທູດຄົນໃໝ່ ປະສົບ ຜົນສໍາເລັດໃນການປະຕິບັດໜ້າທີ່ ທາງການທູດຂອງຕົນ ປະຈໍາ ສ ອາກ ຊັງຕິນ ໃນຄັ້ງນີ້ ເພື່ອສົ່ງເສີມການ ພົວພັນຮ່ວມມືຂອງສອງປະເທດ ໃຫ້ຂະຫຍາຍຕົວໃນຕໍ່ໜ້າ. ພາຍຫລັງສໍາເລັດການຍື່ນສານ ຕາຕັ້ງ, ທ່ານ ວັນທາ ແສງເມືອງ ກໍໄດ້ເດີນທາງໄປຢ້ຽມຢາມພີ່ນ້ອງ ຊາວລາວ ແລະ ວັດລາວ ຣັດຕະນະ ຣັງສີຍະຣານ ແກ້ວສະຫວ່າງ ຢູ່ ເມືອງໂປຊາດາສ (Posadas) ແຂວງ Misiones ສ ອາກຊັງຕິນ ເພື່ອເປັນການແນະນໍາຕົວ ແລະ ພ້ອມທັງຢ້ຽມຢາມຖາມຂ່າວພີ່ ນ້ອງຊາວລາວເຮົາ ທີ່ດໍາລົງຊີວິດ ແລະ ອາໄສຢູ່ແຂວງດັ່ງກ່າວ. ຂ່າວ-ພາບ: ກຕທ ໜັກໃສ່ 2 ໂມດູນ ຄື: ລະບົບຈັດເກັບ ຄ່າທຳນຽມທາງ ແບບເອເລັກໂຕຣ ນິກ (RTMS) ໃນລະບົບດັ່ງກ່າວ ແມ່ນການຢືນຢັນຂໍ້ມູນພາຫະນະ ຈາກກອງຄຸ້ມຄອງພາຫະນະ, ເພີ່ມ ຂໍ້ມູນລົດໃໝ່, ແກ້ໄຂຂໍ້ມູນກໍລະນີ ການຊໍາລະຜິດພາດ, ຮູບແບບສະຕິກ ເກີແມ່ນມີ 2 ຮູບແບບຄື: ແບບເປັນ ເຈ້ຍສະຕິກເກີ ແລະ ແບບອີສະຕິກ ເກີ, ສາມາດຕິດຕາມພາຫະນະທີ່ ບໍ່ທັນຊໍາລະຄ່າທຳນຽມທາງ, ກວດ ສອບການຊໍາລະເປັນ ແຕ່ລະຈຸດ ໄດ້, ສະຫລຸບລາຍງານການຊໍາລະ ແລະ ສາມາດຮູ້ໄດ້ຢ່າງສະດວກ ວ່ອງໄວ ແລະ ໂປ່ງໄສ; ການຊໍາລະ ຜ່ານທະນາຄານການຄ້າຕ່າງປະ ເທດ, ທະນາຄານຮ່ວມພັດທະນາ, ພັດທະນາລາວ, ລາວ-ຫວຽດນາມ ແລະ ທະນາຄານສົ່ງເສີມກະສິກໍາ ຈໍາກັດ. ສ່ວນລະບົບຄຸ້ມຄອງເກັບລາຍ ຮັບພາສີທີ່ດິນແບບເອເລັກໂຕຣ ນິກ (LTMS) ໃນລະບົບດັ່ງກ່າວ ສາມາດບັນທຶກຂໍ້ມູນຕອນດິນເອງ ໄດ້, ແຍກປະເພດຕອນດິນ, ເຂດ ບ້ານ, ປະເພດລາຍຮັບ, ແກ້ໄຂປັບ ປຸງຂໍ້ມູນຕອນດິນ, ສະຫລຸບ, ສັງ ລວມລາຍງານເປັນເຂດບ້ານ, ຂັ້ນ ຄຸ້ມຄອງ, ອອກໃບຮັບເງິນເປັນເຈ້ຍ ແລະ ໃບບິນເອເລັກໂຕຣນິກອຳນວຍ ຄວາມສະດວກໃນການຊໍາລະຄ່າ ພາສີທີ່ດິນໄດ້ຢູ່ອົງການປົກຄອງ ບ້ານ, ເມືອງ ແລະ ສ່ວຍສາອາກອນ ປະຈໍາແຂວງ ແລະ ທະນາຄານການ ຄ້າຕ່າງປະເທດ. ໂອກາດນີ້, ທ່ານ ສຸພັນ ວິລະວົງ ໄດ້ມີຄຳເຫັນຍ້ອງຍໍຊົມເຊີຍມາຍັງ ທຸກພາກສ່ວນ ທີ່ມີຄວາມຕັດສິນໃຈ ສູງເຂົ້າຮ່ວມຝຶກອົບຮົມ, ເຊິ່ງເປັນ ການຍົກລະດັບວຽກງານວິຊາສະ ເພາະກ້າວໄປສູ່ການຫັນເປັນທັນສະ ໄໝ. ພ້ອມນີ້, ທ່ານຍັງໄດ້ເນັ້ນໃຫ້ ສໍາມະນາກອນທີ່ສໍາເລັດຊຸດຝຶກອົບ ຮົມຈົ່ງນໍາເອົາຄວາມຮູ້, ຄວາມສາ ມາດນໍາໃຊ້ເຂົ້າໃນລະບົບຄຸ້ມຄອງ ການຈັດເກັບລາຍຮັບຄ່າທຳນຽມ ທາງແບບເອເລັກໂຕຣນິກ ແລະ ລະ ບົບຄຸ້ມຄອງເກັບລາຍຮັບພາສີທີ່ ດິນແບບເອເລັກໂຕຣນິກ ແລະ ເຮັດ ສໍາເລັດຕາມໜ້າທີ່ທີ່ໄດ້ຮັບມອບ ໝາຍກາຍເປັນຜູ້ຊ່ຽວຊານຂອງ ຂະແໜງສ່ວຍສາອາກອນໃນອະ ນາຄົດ. ຂ່າວ-ພາບ: ກະຊວງການເງິນ ຂ້ອງເຂົ້າຮ່ວມ. ໂອກາດນີ້, ທ່ານນາຍົກລັດຖະ ມົນຕີ ໄດ້ສະແດງຄວາມຊົມເຊີຍ, ຂອບໃຈ ແລະ ຮູ້ບຸນຄຸນ ມາຍັງບໍລິ ສັດຫຸ້ນສ່ວນການລົງທຶນ ແລະ ພັດ ທະນາພະລັງງານ ຫວຽດ-ລາວ ທີ່ໄດ້ມີຈິດໃຈເອື້ອເຟື້ອເພື່ອແຜ່ໃຫ້ ການຊ່ວຍເຫລືອຜູ້ປະສົບອຸທົກກະ ໄພໃນຄັ້ງນີ້ ເຊິ່ງການຊ່ວຍເຫລືອ ດັ່ງກ່າວ ແມ່ນສອດຄ່ອງກັບຄວາມ ຮຽກຮ້ອງຕ້ອງການຂອງສະພາບ ການຕົວຈິງໃນປັດຈຸບັນ, ເປັນການ ເສຍສະລະ ເພື່ອປະກອບສ່ວນເຂົ້າ ໃນການແກ້ໄຂຜົນກະທົບ ແລະ ຟື້ນ ຟູຊີວິດການເປັນຢູ່ຂອງປະຊາຊົນ ຜູ້ທີ່ປະສົບໄພທໍາມະຊາດ ໃຫ້ກັບ ຄືນສູ່ສະພາບປົກກະຕິໂດຍໄວ. ພ້ອມນີ້, ຍັງເປັນການປະກອບສ່ວນ ເພີ່ມພູນຄູນສ້າງສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີ ພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວຫວຽດນາມ ໃຫ້ນັບມື້ສືບຕໍ່ເກີດ ດອກອອກຜົນ ແລະ ຈະເລີນງອກ ງາມຢ່າງບໍ່ຢຸດຢັ້ງ. ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ກໍໄດ້ສະ ແດງຄວາມຢືນຢັນວ່າ ຈະນຳເອົາ ການຊ່ວຍເຫລືອດັ່ງກ່າວ ໄປມອບ ໃຫ້ພາກສ່ວນກ່ຽວຂ້ອງນຳໃຊ້ເຂົ້າ ໃນການຊ່ວຍເຫລືອບັນເທົາທຸກ ໃຫ້ແກ່ຜູ້ປະສົບໄພພິບັດດ້ວຍຄວາມ ໂປ່ງໄສ, ທົ່ວເຖິງ ແລະ ຖືກເປົ້າໝາຍ ຢ່າງແທ້ຈິງ. ໃນໂອກາດດັ່ງກ່າວ, ທ່ານ ເລ ແທັງ ຕາວ ກໍໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍຕໍ່ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ ທີ່ໄດ້ໃຫ້ການຊ່ວຍ ເຫລືອຜູ້ປະສົບໄພຢ່າງວ່ອງໄວ ແລະ ທັນການສົມຄວນ, ທັງສະແດງເຊື່ອ ໝັ້ນວ່າ ໂດຍການນຳພາ-ຊີ້ນຳຂອງ ລັດຖະບານ ກໍຄື ອົງການປົກຄອງ ທຸກຂັ້ນຈະສາມາດການແກ້ໄຂຜົນ ກະທົບທີ່ເກີດຂຶ້ນ ໃນປີ 2023 ແລະ ຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ ໄປໄດ້ດ້ວຍດີ ຂ່າວ: ກິດຕາ, ພາບ: ເກດສະໜາ
RkJQdWJsaXNoZXIy MTc3MTYxMQ==