ຂປລ. ແຫລ່ງຂ່າວຈາກ ແຂວງ ສາລະວັນ ໃຫ້ຮູ້ວ່າ: ກອງປະຊຸມ ສະໄໝສາມັນເທື່ອທີ 5 ຂອງສະພາ ປະຊາຊົນແຂວງ(ສພຂ) ສາລະວັນ ຊຸດທີ II ຈັດຂຶ້ນໃນທ້າຍອາທິດຜ່ານ ມາ ໂດຍການເປັນປະທານຂອງ ທ່ານ ສີເຮັງ ຫອມສົມບັດ ປະທານ ສະພາປະຊາຊົນແຂວງ, ມີທ່ານ ດາວວົງ ພອນແກ້ວ ເຈົ້າແຂວງ ສາລະວັນ, ທ່ານ ສຸບັນ ສະວະບຸດ ຄະນະປະຈໍາສະພາແຫ່ງຊາດ, ປະ ທານກໍາມາທິການວຽກງານສະມາ ຊິກສະພາແຫ່ງຊາດ, ມີບັນດາສະ ມາຊິກສະພາແຫ່ງຊາດປະຈໍາເຂດ ເລືອກຕັ້ງ 14 ແຂວງສາລະວັນ, ສະມາຊິກສະພາປະຊາຊົນແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ ເພື່ອພິຈາລະນາຮັບຮອງບັນດາເນື້ອ ໃນ 10 ວຽກ ທີ່ສຳຄັນ ເປັນຕົ້ນ ການ ຈັດຕັ້ງປະຕິບັດວຽກງານອົງການ ປົກຄອງແຂວງ, ວຽກງານຂອງ ສະພາ ແລະ ວຽກອື່ນໆ. ທັງນີ້, ກໍ ເພື່ອພິຈາລະນາຮັບຮອງເອົາບັນ ຫາສໍາຄັນພື້ນຖານຂອງແຂວງ ໃຫ້ ມີຄຸນນະພາບ, ມີປະສິດທິຜົນ ແລະ ບັນລຸຜົນຕາມແຜນການທີ່ວາງໄວ້. ທ່ານ ສີເຮັງ ຫອມສົມບັດ ໄດ້ຮຽກ ຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງສືບຕໍ່ເອົາໃຈໃສ່ສະໜອງຂໍ້ມູນ, ບັນດາເນື້ອໃນການຈັດຕັ້ງປະຕິບັດ ວຽກງານໃນແຕ່ລະຂົງເຂດ ແລະ ນໍາ ໃຊ້ສິດປະຊາທິປະໄຕ ແລະ ເຊີດຊູ ຄວາມຮັບຜິດຊອບການເມືອງຂອງ ຕົນ ໃນການຄົ້ນຄວ້າ, ປະກອບ ຂປລ. ແຫລ່ງຂ່າວຈາກ ແຂວງ ໄຊສົມບູນ ໃຫ້ຮູ້ວ່າ: ພາຍຫລັງທີ່ ມີຝົນຕົກຕິດຕໍ່ກັນຫລາຍວັນ ເຮັດ ໃຫ້ບັນດາເສັ້ນທາງເຂົ້າ-ອອກ ແຂວງໄຊສົມບູນ ມີການເປ່ເພ ແລະ ໄດ້ສ້າງຄວາມຫຍຸ້ງຍາກແກ່ການ ສັນຈອນໄປ-ມາ, ໃນທ້າຍເມື່ອບໍ່ດົນ ມານີ້ ທ່ານ ຕົ່ງມົວ ຊົວໂກ້ຮອງເຈົ້າ ແຂວງ, ປະທານຄະນະກຳມະ ການຄຸ້ມຄອງໄພພິບັດ ແຂວງໄຊ ສົມບູນ ພ້ອມຄະນະກຳມະການ ໄດ້ເຄື່ອນໄຫວຕິດຕາມ-ກວດກາ ບັນດາເສັ້ນທາງທີ່ໄດ້ຮັບຜົນກະທົບ ຈາກໄພທໍາມະຊາດ ໂດຍສະເພາະ ບັນດາເສັ້ນທາງເຂົ້າ-ອອກເທສະ ບານ ແຂວງໄຊສົມບູນ ທີ່ມີການ ເຊາະເຈື່ອນທັບຖົມ ແລະ ດິນຍຸບ ຢູ່ຫລາຍຈຸດ ເປັນຕົ້ນຈຸດພູຍ່າເຖົ້າ ໃກ້ກັບຄຸ້ມຜາແດງ ແລະ ຈຸດຜາອໍລໍ ເສັ້ນທາງລົງໄປບ້ານນໍ້າໂມ້ ເມືອງ ອະນຸວົງ ຫາ ເມືອງລ້ອງຊານ, ຈຸດ ສົ້ນບ້ານຜາສະຫງົບ ແລະ ພູກິ້ວລົມ ເສັ້ນທາງໄປບ້ານອອມ ເມືອງອະນຸ ວົງ ຫາ ເມືອງທ່າໂທມ, ເສັ້ນທາງ ໄປບ້ານອ່າວ ຫາ ເມືອງຮົ່ມ, ວັງ ນໍ້າຂຽວ ແລະ ສອງຝາກຕາຝັ່ງກັນ ເຈື່ອນແຄມນໍ້າຈັ້ງ ທີ່ມີປະລິມານນໍ້າ ເພີ່ມຂຶ້ນສູງເຕັມຕາຝັ່ງ ແລະ ກະແສ ນໍ້າ ກໍໄຫລແຮງພໍສົມຄວນ. ການເຄື່ອນໄຫວຕິດຕາມຢູ່ພາກ ສະໜາມ ຂອງທ່ານຮອງເຈົ້າແຂວງ ໃນຄັ້ງນີ້, ກໍເພື່ອລົງກວດ ກາຕົວຈິງ ຢູ່ຈຸດທີ່ມີການເປ່ເພ ແລະ ມີຄວາມ ສ່ຽງຈະເປ່ເພ ເພື່ອຈະໄດ້ຄົ້ນຄວ້າ ວາງແຜນ ກະກຽມຄວາມພ້ອມ ຮັບມືແກ້ໄຂໃຫ້ທັນກັບເຫດການ, ປັດຈຸບັນ ບັນດາເສັ້ນທາງດັ່ງກ່າວ ກໍມີພາກສ່ວນທີ່ກ່ຽວຂ້ອງປະຈໍາ ຢູ່ແຕ່ລະເສັ້ນທາງ ເພື່ອເຝົ້າລະວັງ ແກ້ໄຂສຸກເສີນ ແລະ ສ້ອມແປງ ໃຫ້ສາມາດສັນຈອນໄປມາໄດ້ເປັນ ປົກກະຕິ. ຂປລ. ແຫລ່ງຂ່າວຈາກ ແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ເມືອງແກ່ນທ້າວ ສຳເລັດການຮຽນ-ການສອນ ດົນຕີ ລາວເດີມ ພາຍຫລັງດຳເນີນມາເປັນ ເວລາ 20 ວັນ ໂດຍນັກຮຽນເຂົ້າ ຮຽນທັງໝົດ 18 ຄົນ, ຍິງ 8 ຄົນ ເຊິ່ງຄັດເລືອກມາຈາກໂຮງຮຽນ ມສ ແກ່ນທ້າວ ແລະ ໂຮງຮຽນ ມສ ເມືອງໝໍ. ໃນພິທີ, ທ່ານ ຄໍາປຸ່ນ ນວນສະ ບັບ ຮອງເຈົ້າເມືອງແກ່ນທ້າວ ໄດ້ ໃຫ້ຮູ້ວ່າ: ການຝຶກຊ້ອມດົນຕີລາວ ເດີມໃນຄັ້ງນີ້ ໄດ້ເລີ່ມມາແຕ່ວັນ ທີ 20 ກໍລະກົດ ຫາ 8 ສິງຫາ 2023 ໂດຍໄດ້ອາຈານຮັບເຊີນສອນດົນຕີ ລາວເດີມຈາກພະແນກຖະແຫລງ ຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງໄຊຍະບູລີ ເຊິ່ງໂຄງການ ຫລັກສູດການຮຽນ-ການສອນ ປະ ກອບມີ: ລະນາດເອກ, ລະນາດທຸ້ມ, ຊິ່ງ, ກອງ, ຂີມ, ຂຸ່ຍ, ຊໍ, ແຄນ, ພິນ ແລະ ຝຶກຊ້ອມເພງໃຫ້ນັກຮຽນໄດ້ 7 ເພງ ຄື: ເພງຈຳປາເມືອງລາວ, ເພງ ກິນນາລີ, ເພງພາຍເຮືອ, ເພງດອກ ໄມ້, ເພງລາວເຈົ້າຊູ້, ເພງເຕີ້ຍຂ້າມ ຂອງ ແລະ ເພງລາວເຊີ້ງ. ຜ່ານ ການຝຶກຊ້ອມເຫັນໄດ້ວ່າ ນັກຮຽນ ທຸກຄົນແມ່ນມີຄວາມຮັບຮູ້, ມີພອນ ສະຫວັນ ແລະ ມີຄວາມເອົາໃຈໃສ່ ການຮຽນເປັນຢ່າງດີ ແລະ ສາມາດ ປະເມີນຄວາມຮັບຮູ້ຂອງນັກຮຽນ ແຕ່ລະຄົນໄດ້ 80% ມີ 16 ຄົນ, ຍິງ 7 ຄົນ ແລະ ຄວາມຮັບຮູ້ໄດ້ 60% ມີ 2 ຄົນ, ຍິງ 1 ຄົນ. ພ້ອມນີ້, ຄູ-ອາ ຈານ ສາມາດປະເມີນຜູ້ທີ່ມີພອນ ສະຫວັນພົ້ນເດັ່ນກວ່າໝູ່ ຈຳນວນ5 ຂປລ. ແຫລ່ງຂ່າວຈາກ ແຂວງ ບໍລິຄຳໄຊ ໃຫ້ຮູ້ວ່າ: ຄະນະກຳມະ ການຄຸ້ມຄອງໄພພິບັດ ເມືອງປາກ ຊັນ ລົງເຄື່ອນໄຫວຕິດຕາມສະພາບ ນໍ້າຊັນ ຢູ່ເຂດບ້ານທ່າບໍ່ ແລະ ບ້ານສີ ບຸນເຮືອງ ເຊິ່ງເປັນບ້ານທີ່ຕັ້ງຢູ່ແຄມ ນໍ້າຊັນ ແລະ ມີຄວາມສ່ຽງສູງ ທີ່ຈະ ເກີດນໍ້າຖ້ວມ ເນື່ອງຈາກເປັນບ້ານ ຕັ້ງຢູ່ເຂດຕໍ່າ, ລະດັບ ນໍ້າຊັນຢູ່ໃນຂັ້ນ ເຝົ້າລະວັງ. ຕໍ່ສະພາບດັ່ງກ່າວ, ຄະນະກຳ ມະການຄຸ້ມຄອງໄພພິບັດເມືອງ ກໍ ໄດ້ແນະນຳການຈັດຕັ້ງຂອງບ້ານ ແລະ ປະຊາຊົນໃຫ້ມີສະຕິ, ກະກຽມ ຄວາມພ້ອມທາງດ້ານສະຖານ ທີ່ຫລົບໄພ ເພື່ອຍົກຍ້າຍປະຊາ ຊົນ, ກະກຽມອຸປະກອນຮັບໃຊ້ຕ່າງໆ ເພື່ອຮັບໃຊ້ໃນເວລາສຸກເສີນ, ກະ ກຽມອາຫານ, ເກັບມ້ຽນວັດຖຸອຸປະ ກອນທີ່ມີຄ່າ, ຍົກຍ້າຍປະຊາຊົນ ສັດລ້ຽງໄປຢູ່ເຂດປອດໄພ ພ້ອມນັ້ນ ກໍໃຫ້ຕິດຕາມລະດັບນໍ້າຢ່າງໃກ້ຊິດ ແລະ ຕິດຕາມຂ່າວສານຢ່າງ ຕໍ່ເນື່ອງ. ປັດຈຸບັນ, ຄະນະກຳມະການຄຸ້ມ ຄອງໄພພິບັດເມືອງປາກຊັນ ໄດ້ຈັດ ກອງປະຊຸມປຶກສາຫາລື ແລະ ແຕ່ງ ຕັ້ງອະນຸກຳມະການ ເພື່ອປະສານ ງານໃຫ້ການຊ່ວຍເຫລືອປະຊາຊົນ ຖ້າຫາກເກີດມີສະພາບນໍ້າຖ້ວມ ໂດຍມີອະນຸກຳມະການຂັ້ນເມືອງ ແລະ ຂັ້ນຮາກຖານບ້ານ ເພື່ອປະ ສານງານໃນແຕ່ລະໄລຍະ. 07 xtgmf]k; gsfdko{dkorfaa mtok 14/08/2023 Iv'g9Qkc0;'w-lq,[6o d;fdk[aofk glAomk'g0Qk{vvd gmlt[koc0;' g,nv'xkd-ao dP,rhv, Ia[,nwrry[afoE4h;, g,nv'cdjomhk; leg]afdkoIPo{dkolvofqo8u]k;gfu, lr0 lk]t;ao -5fmu II fegouo dv'xt-5,ltw\lk,aogmnjvmu 5 ຄໍາເຫັນ ຕໍ່ທຸກບັນຫາຢ່າງຖີ່ຖ້ວນ, ສ້າງສັນ, ພາວະວິໄສ, ມີເຫດມີຜົນ, ຮັດກຸມ ບົນພື້ນຖານແນວທາງນະ ໂຍບາຍຂອງພັກ, ກົດໝາຍຂອງ ລັດ ແລະ ສະພາບຄວາມເປັນຈິງ ທາງດ້ານເສດຖະກິດ-ສັງຄົມຂອງ ແຂວງເຮົາ ເພື່ອເຮັດໃຫ້ເນື້ອໃນທີ່ ນໍາມາພິຈາລະນາ, ຮັບຮອງຄັ້ງນີ້ ມີຄຸນນະພາບ ແລະ ສາມາດນໍາໄປ ຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ. ກອງປະຊຸມຄັ້ງນີ້, ຈະດຳເນີນໄປ ເປັນເວລາ 3 ວັນ ໂດຍຈະໄດ້ມີການ ລາຍງານການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ ໃນ ໄລຍະກາງສະໄໝ ແລະ ທິດທາງ ແຜນການທ້າຍສະໄໝ, ການຈັດຕັ້ງ ປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ທິດທາງ 6 ເດືອນທ້າຍປີ 2023; ການຈັດຕັ້ງປະຕິບັດວຽກ ງານວາລະແຫ່ງຊາດ ວ່າດ້ວຍການ ແກ້ໄຂບັນຫາຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນ, ການ ແກ້ໄຂບັນຫາຢາເສບຕິດ; ການ ປະຕິບັດແຜນງົບປະມານຂອງ ແຂວງ; ການປະເມີນຜົນການຈັດ ຕັ້ງປະຕິບັດນິຕິກຳໃຕ້ກົດໝາຍ 4 ສະບັບຄື: ຂໍ້ຕົກລົງກຳນົດເຂດ ປະເມີນລາຄາທີ່ດິນ, ການຄຸ້ມຄອງ ຂົນສົ່ງໂດຍສານ ແລະ ການຂົນສົ່ງ ສິນຄ້າທາງບົກ, ການຄຸ້ມຄອງຢາ ປາບສັດຕູພືດ ແລະ ຂໍ້ຕົກລົງວ່າ ດ້ວຍການຄຸ້ມຄອງຕະຫລາດວັນນັດ ຢູ່ແຂວງສາລະວັນ; ບົດລາຍງານ ຂອງອົງການໄອຍະການປະຊາຊົນ ແຂວງ, ວຽກສານປະຊາຊົນແຂວງ ໄລຍະກາງສະໄໝ; ການປະເມີນ ຜົນການປະຕິບັດໜ້າທີ່ ຂອງບຸກຄະ ລະກອນດໍາລົງຕໍາແໜ່ງ ທີ່ສະພາ ປະຊາຊົນແຂວງເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ ແລະ ບົດລາຍງານການຈັດຕັ້ງປະຕິບັດ ຂອງສະພາປະຊາຊົນແຂວງ ໄລຍະ ກາງສະໄໝຂອງແຜນການ 5 ປີ (2021-2025), ທິດທາງແຜນ ການທ້າຍສະໄໝ, ພ້ອມທັງຈະພິ ຈາລະນາການສ້າງ ແລະ ປັບປຸງນິຕິ ກໍາໃຕ້ກົດໝາຍຂອງແຂວງ 2 ສະ ບັບ ຄື: ຂໍ້ຕົກລົງວ່າດ້ວຍການຄຸ້ມ ຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດ ຢູ່ແຂວງສາລະວັນ (ສະບັບສ້າງ ໃໝ່) ແລະ ການຄຸ້ມຄອງຄຸນນະ ພາບນໍ້າດື່ມທີ່ຜະລິດຈາກໂຮງງານ ພາຍໃນແຂວງສາລະວັນ (ສະບັບ ປັບປຸງ). ຈາກນັ້ນ, ກໍຈະໄດ້ມີການ ປະກອບຄໍາຄິດເຫັນ, ເຈາະຈີ້ມບາງ ບັນຫາ ແລະ ການຊີ້ແຈ້ງຈາກອົງ ການ, ພາກສ່ວນທີ່ກ່ຽວຂ້ອງ. ຄົນ, ຍິງ 1 ຄົນ ທັງໝົດສາມາດເປັນຄູ ຝຶກໃນອະນາຄົດໄດ້. ໂອກາດນີ້, ທ່ານ ອໍາຄາ ລັດສະ ໝີ ເຈົ້າເມືອງແກ່ນທ້າວ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍ ແລະ ເນັ້ນ ໃຫ້ນ້ອງນັກຮຽນໃຫ້ເຂົ້າໃຈນໍາກັນ ວ່າ ຜົນສໍາເລັດຂອງການຝຶກຊ້ອມ ໃນຄັ້ງນີ້, ເປັນພຽງຜົນສໍາເລັດ ເບື້ອງຕົ້ນເທົ່ານັ້ນ. ສິ່ງສໍາຄັນພາຍ ຫລັງທີ່ສຳເລັດການຝຶກຊ້ອມແລ້ວ, ບັນດານ້ອງນັກຮຽນ ຈົ່ງໄດ້ສືບຕໍ່ນຳ ເອົາຄວາມຮູ້ທີ່ໄດ້ຮ່ຳຮຽນໃນຄັ້ງນີ້ ໄປພັດທະນາຕົນເອງ, ໄປຕໍ່ຍອດ, ເອົາໃຈໃສ່ຝຶກຊ້ອມໃຫ້ເປັນປົກກະຕິ, ຕໍ່ເນື່ອງ ເຮັດໃຫ້ຕົນເອງມີຄວາມ ຊຳນິຊຳນານຄ່ອງແຄ້ວ, ສາມາດ ຫລິ້ນເປັນຄະນະ, ຫລິ້ນເປັນທີມ ເປັນວົງໄດ້; ເວລາພັກ-ລັດຂັ້ນເທິງ ຫລື ທາງເມືອງ ມີຄວາມຮຽກຮ້ອງ ຕ້ອງການ ໃຫ້ສາມາດມາປະກອບ ສ່ວນຮັບໃຊ້ໃນງານຕ່າງໆ ທີ່ເມືອງ ຈັດຂຶ້ນໄດ້. ສ່ວນຄະນະຮັບຜິດຊອບ ຂັ້ນເມືອງ ໃຫ້ສືບຕໍ່ສ້າງແຜນການ ຝຶກຊ້ອມດົນຕີລາວເດີມ ຢູ່ພາຍໃນ ເມືອງໃຫ້ເປັນປົກກະຕິ, ຕໍ່ເນື່ອງ. ພ້ອມທັງປຸກລະດົມຊຸກຍູ້ໃຫ້ ຄົນຮຸ່ນໜຸ່ມ, ນັກຮຽນຈາກໂຮງ ຮຽນຕ່າງໆ ໃຫ້ຫັນມາສົນໃຈໃນ ການຝຶກຊ້ອມດົນຕີໃຫ້ຫລາຍຂຶ້ນ ກວ່າເກົ່າ ເພື່ອໃຫ້ເຂົາເຈົ້າໄດ້ມີກິດ ຈະກຳຕ່າງໆ ເພື່ອຫ່າງໄກຈາກຢາ ເສບຕິດ ໂດຍມີການຈັດຕັ້ງໃຫ້ຄະນະ ວົງດົນຕີລາວເດີມຂອງເມືອງ ແລະ ນັກຮຽນດົນຕີລາວເດີມ ຜູ້ທີ່ມີພອນ ສະຫວັນ ມາເປັນຄູຝຶກຊ່ວຍ ຫລື ຖ້າຫາກມີເງື່ອນໄຂ ກໍໃຫ້ເຊີນອາ ຈານສອນມາຈາກສູນກາງ ແລະ ພະແນກຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວແຂວງມາ ສອນອີກ; ຂະແໜງການທີ່ກ່ຽວຂ້ອງ ໂດຍສະເພາະ ຫ້ອງການຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງ ໃຫ້ສືບຕໍ່ເອົາໃຈໃສ່ຊຸກຍູ້ສົ່ງ ເສີມສິລະປະດົນຕີປະເພດຕ່າງໆ, ຊຸກ ຍູ້ການຝຶກຊ້ອມດົນຕີພື້ນເມືອງລາວ ເພື່ອເຂົ້າສະແດງໃນງານຕ່າງໆ ໃຫ້ ມີຂະບວນຟົດຟື້ນ, ມີການໂຄສະນາ ເຜີຍແຜ່ຜ່ານສື່ຕ່າງໆ ໃຫ້ສັງຄົມໄດ້ ຮັບຮູ້ຢ່າງກວ້າງຂວາງ. ພ້ອມນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ອົງການ ຈັດຕັ້ງທຸກຂັ້ນ, ທຸກພາກສ່ວນໃນ ສັງຄົມ ຊ່ວຍຊຸກຍູ້ອຸປະຖຳດ້ານວັດ ຖຸ-ປັດໄຈ, ອຸປະກອນເຄື່ອງດົນຕີ ປະເພດຕ່າງໆ, ພ້ອມທັງຊ່ວຍກັນ ສົ່ງເສີມການຂັບລຳທ້ອງຖິ່ນ, ອະນຸ ລັກຮັກສາຮີດຄອງປະເພນີ ການ ຫລິ້ນດົນຕີພື້ນເມືອງລາວ ທີ່ເປັນ ເອກະລັກຂອງຊາດ, ຂອງທ້ອງຖິ່ນ ໄວ້ໃຫ້ຍືນຍົງຕະຫລອດໄປ.
RkJQdWJsaXNoZXIy MTc3MTYxMQ==