5680

xtgmf]k; 6 14/08/2023 glf4tdfy {l'a 7,q glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດາ dkooe.-hg'yo8k 8jk'xtgmf 16j lxx ]k; -;u fy {;fa mtotme ຮຽບຮຽງໂດຍ:ໄໝຄຳຍ້ອມສິນ ]t;a'K rtpkf muj,kda[]tf6/qo 7;k,gxoa ,k0v'\kdg['a da[Iuf7v'xtgrou0v']k; ຄ່າບໍລິການ, ເງິນເດືອນ ຫລື ຄ່າ ແຮງງານ ແລະ ອື່ນໆ ໃນ ສປປ ລາວ ຕ້ອງເປັນເງິນກີບ. ທຸກການກໍານົດ ໂຄງສ້າງລາຄາສິນຄ້າ ແລະ ການ ບໍລິການ ໃຫ້ຖືເອົາສະກຸນເງິນກີບ ເປັນພື້ນຖານໃນການຄິດໄລ່ໂຄງ ປະກອບລາຄາດັ່ງກ່າວ. ໂດຍແມ່ນ ທະນາຄານແຫ່ງ ສປປ ລາວ ເປັນຜູ້ ຄົ້ນຄວ້າ ແລະ ນໍາສະເໜີຕໍ່ລັດຖະ ບານ ເພື່ອກໍານົດເປົ້າໝາຍສະເພາະ ທີ່ສາມາດນໍາໃຊ້ເງິນຕາຕ່າງປະ ເທດ ຢູ່ ສປປ ລາວ ເປັນຕົ້ນ ເຂດເສດ ຖະກິດພິເສດ, ເຂດການຄ້າຊາຍ ແດນ, ຮ້ານຄ້າປອດພາສີ ລວມທັງ ການປະຕິບັດພັນທະຕໍ່ລັດຂອງຫົວ ໜ່ວຍວິສາຫະກິດທີ່ມີລາຍຮັບເປັນ ເງິນຕາຕ່າງປະເທດ. ຄ້າ, ບໍລິການ, ໜີ້ສິນ, ເງິນປັນຜົນ, ເບີກຈ່າຍເງິນເດືອນ ຫລື ຄ່າແຮງ ງານ ແລະ ປະຕິບັດພັນທະຕໍ່ລັດ ໃນ ສປປ ລາວ ຕ້ອງແລກປ່ຽນເປັນເງິນ ກີບ ຊຶ່ງການແລກປ່ຽນດັ່ງກ່າວ ຕ້ອງດໍາເນີນຢູ່ທະນາຄານທຸລະກິດ ເທົ່ານັ້ນ. ສໍາລັບລາຍຮັບງົບປະມານແຫ່ງ ລັດ ທີ່ເປັນເງິນຕາຕ່າງປະເທດ ເມື່ອ ຕ້ອງການນໍາໃຊ້ຢູ່ພາຍໃນປະເທດ ຕ້ອງຂາຍເງິນຕາຕ່າງປະເທດໃຫ້ ທະນາຄານແຫ່ງ ສປປ ລາວ ຕາມ ອັດຕາແລກປ່ຽນຂອງທະນາຄານ ແຫ່ງ ສປປ ລາວ ທ່ີປະກາດໃຊ້ໃນ ແຕ່ລະວັນ. ການກໍານົດມູນຄ່າ, ການຕິດປະ ກາດ ແລະ ໂຄສະນາລາຄາສິນຄ້າ, * ໃນມາດຕາ 9 ຂອງກົດໝາຍ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງ ປະເທດ ໄດ້ກຳນົດກ່ຽວກັບການ ນຳໃຊ້ເງິນຕາຕ່າງປະເທດ ຢູ່ ສປປ ລາວໄວ້ວ່າ:ບຸກຄົນ,ນິຕິບຸກຄົນແລະ ການຈັດຕັ້ງທີ່ຄອບຄອງເງິນຕາ ຕ່າງປະເທດ ກ່ອນຈະນໍາໃຊ້ເຂົ້າ ໃນ ການຮັບຊໍາລະ ແລະ ຊໍາລະຄ່າສິນ ພາບປະກອບ ພາບປະກອບ * ເມື່ອກ້າວເຂົ້າລະດູຝົນ ສະພາບ ອາກາດມີການປ່ຽນແປງແຕກຕ່າງ ກັນໄປໃນແຕ່ລະເຂດບາງບ່ອນກໍມີ ຝົນຕົກໜັກຕິດຕໍ່ກັນ ຫລາຍ ມື້ຈຶ່ງ ເຮັດມີນໍ້າຖ້ວມຂັງໃນບໍລິເວນກວ້າງ ຈົນເກີດຄວາມປຽກຊຸ່ມ ແລະ ມີກິນ ເໝັນ ເຊິ່ງນໍາເອົາເຊື້ອໄວຣັດ ແລະ ແບັກທີເລຍບາງຊະນິດທີ່ເປັນອັນ ຕະລາຍ ຕໍ່ສຸຂະ ພາບ ຈົນເກີດ ພະ ຍາດຕ່າງໆ ໂດຍສະເພາະ 6 ພະ ຍາດທີ່ຈະນໍາສະເໜີຕໍ່ໄປນີ້ ຄື: 1.ພະຍາດຈາກໄວຣັດ : ດ້ວຍອາ ກາດທີ່ເຢັນ ແລະ ຊຸ່ມ ເຮັດໃຫ້ເຊື້ອ ພະຍາດຈະເລີນເຕີບໂຕໄດ້ດີ ເມື່ອ ເຮົາຖືກຝົນກໍ່ຈະຕິດເຊື້ອໄດ້ງ່າຍ ສ່ວນຫລາຍກ່ຽວກັບທາງເດີນຫາຍ ໃຈເຊັ່ນ: ໄຂ້, ໄຂ້ຫວັດໃຫຍ່, ປອດ ອັກເສບ, ຫລອດລົມອັກເສບ. 2.ຄໍຕິດເຊື້ອ: ສາເຫດສ່ວນໃຫຍ່ ເກີດຈາກການຕິດເຊື້ອໄວຣັດ 80% ຫລື ອາດຈະຕິດເຊື້ອແບັກທີເລຍ ຫລື ເຊື້ອລາ ເຮັດໃຫ້ເຈັບຄໍ ມີໄຂ້ ແລະ ອາດຈະມີຂີ້ມູກນໍາ. ໃນນິ້ຄົນເຈັບ ທີ່ຕິດເຊື້ອຈາກໄວຣັດຈະບໍ່ເຈັບຄໍ ຕອນຄືນ. 3. ອາຫານເປັນພິດ: ເກີດຈາກ ການດື່ມນໍ້າ ຫື ກິນອາຫານທີ່ມີສານ ປົນເປື້ອນ ແບັກທີເລຍທີ່ຢູ່ໃນອາ ຫານ, ນໍ້າຝົນທີ່ປົນເປື້ອນສານເຄມີ, ສານພິດ ແລະ ເຊື້ອພະຍາດ ໂດຍພະ ຍາດນີ້ຈະມີອາການຖອກທ້ອງ, ຖ່າຍ ເປັນນໍ້າ, ເປັນໄຂ້ ແລະ ອ່ອນເພຍ. 4. ຜິວໜັງອັກເສບ: ແນ່ນອນ ວ່າໃນລະດູຝົນກໍ່ຕ້ອງມີບາງເທື່ອ ທີ່ເຮັດໃຫ້ເຮົາປຽກ ຫລື ຕ້ອງຍ່າງ ລຸຍນໍ້າ ເຊິ່ງອາດຈະເຮັດໃຫ້ຕິດເຊື້ອ ແບັກທີເລຍໂດຍມີອາການຄັນ, ເປັນ ຜື່ນ ຫລື ຕຸ່ມແດງ, ບາດແຜຕິດເຊື້ອ, ຕຸ່ມໜອງ ແລະ ຝີ. 5. ພະຍາດຍ່ຽວໜູ: ອາດເປັນ ພະຍາດທີ່ເປັນຄົນຫລາຍໃນລະດູ ຝົນເລີຍກໍ່ວ່າໄດ້ ເກີດຈາກເຊື້ອພະ ຍາດຂອງໜູ ອາດຈະເກີດຕິດຕໍ່ໂດຍ ກົງຖ້າວ່າມີສັດກັດ ຫລື ຕິດຕໍ່ທາງ ອ້ອມ ຈາກການທີ່ເຊື້ອພະຍາດເຂົ້າ ສູ່ບາດແຜ, ຕາ, ປາກ, ດັງ ລວມໄປ ເຖິງການກິນນໍ້າທີ່ມີເຊື້ອພະຍາດ 6.ໄຂ້ເລືອດອອກ: ເກີດຈາກເຊື້ອ ໄວຣັດເດັງກີ ໂດຍມີຍຸງລາຍເປັນພາ ຫະນໍາເຊື້ອ ມີອັນຕະລາຍ ເຖິງຊີວິດ ຖ້າວ່າຜູ້ທີ່ມີອາການຕໍ່ໄປນີ້ຄວນໄປ ຫາແພດໝໍດ່ວນ ໂດຍອາການຂອງ ພະຍາດຄື: ມີໄຂ້ສູງ, ເຈັບຫົວ, ປວດ ຕົນປວດໂຕ, ຕາແດງ ແລະ ອາດຈະ ມີເລືອດອອກຕາມຜິວໜັງ. ຈະເຫັນໄດ້ເຖິງຄວາມອັນຕະ ລາຍຂອງ 6 ພະຍາດນີ້ຕັ້ງແຕ່ໜ້ອຍ ໄປ ເຖິງເສຍຊີວິດໄດ້ເລີຍຢ່າລືມໝັ່ນ ເຮັດຄວາມສະອາດ, ລ້າງມືລ້າງຕີນ ຕະຫລອດ ລວມໄປເຖິງພັກຜ່ອນໃຫ້ ພຽງພໍ ກິນອາຫານທີ່ມີປະໂຫຍດ ແລະ ອອກກຳລັງການສະໝໍ່າສະ ເໝີເດີ. * ເປັນທີ່ຮູ້ນຳກັນແລ້ວວ່າ ຄົນ ລາວຊາວພຸດທັງຫລາຍ ເມື່ອຮອດ ວັນພະ-ວັນສິນ ຫລື ການໄປກາບ ໄຫວ້ຊັກກະລະບູຊາ ພະສົງອົງພະ ເຈົ້າ ແລະ ສິ່ງສັກສິດຕ່າງໆຢູ່ໃນວັດ ວາອາຮາມ ແລະ ບ້ານເຮືອນຂອງ ຕົນ ຕາມຄວາມເຊື່ອສັດທາ, ສິ່ງທີ່ ຂາດບໍ່ໄດ້ນັ້ນກໍຄື ດອກໄມ້ທູບທຽນ ແລະ ເຄື່ອງບູຊາຕ່າງໆ ໂດຍສະ ເພາະແມ່ນໝາກເບັງ. ເມື່ອເວົ້າເຖິງ ເຄື່ອງກາບໄຫວ້ ບູຊາ ໃນວັດວາອາຮາມ ນອກຈາກ ຈະມີດອກໄມ້ທູບທຽນ ແລ້ວຂັນ ໝາກເບັງ ກໍ່ເປັນອີກໜຶ່ງຢ່າງທີ່ຂາດ ບໍ່ໄດ້ ເຊິ່ງຈະເຮັດດ້ວຍໃບຕອງດອກ ໄມ້ຕ່າງໆເຊັ່ນ ດອກດາວເຮືອງ, ດອກຮັກ, ດອກຈຳປາ, ດອກສາມປີ ແລະ ອື່ນໆ ເຊິ່ງໝາກເບັງທີ່ຄົນ ມັກ ເຮັດນັ້ນກໍແລ້ວແຕ່ຕາມຄວາມເໝາະ ສົມ ແລະ ຕາມຄວາມສະດວກຂອງ ແຕ່ລະ ຄົນເຊັ່ນ: ໝາກເບັງ 3 ກາບ, 5 ກາບ, 9 ກາບ ແລະ 15 ກາບ ເມື່ອ ສັງເກດແລ້ວ ຈະເຫັນໄດ້ວ່າຈຸດພິ ເສດຂອງການເຮັດກາບໝາກເບັັງ ແມ່ນຈະເປັນເລກຄີກສະເໝີ. ຕາມການເລົ່າຂານກັນມາ ຂັນ ໝາກເບັງ ແມ່ນຕິດພັນກັບຊີວິດ ຄົນລາວພຸດຂອງພວກເຮົາ ມາເປັນ ໄລຍະເວລາຍາວນານ ຊຶ່ງປັດຈຸບັນ ຂັນໝາກເບັງ ແມ່ນໃຊ້ເຂົ້າໃນພິທີ ກຳຕ່າງໆເປັນຕົ້ນແມ່ນ ບູຊາພະ, ຖວາຍແດ່ພະສົງ, ເຮັດບຸນເຮືອນ ຕະຫລອດຮອດງານມຸງຄຸນຕ່າງໆ ໃນນີ້ອະນິສົງຂອງການຖວາຍຂັນ ໝາກເບັງ ຕາມຄວາມເຊື່ອຂອງ ຊາວລາວເຮົາແມ່ນຈະໄດ້ໄປເກີດ ໃນສະຫວັນສະເຫວີຍສຸກກັບປະ ສາດຄືກັນກັບຂັນໝາກເບັງນັ້ນ ເອງ. ດັ່ງນັ້ນ ການເຮັັດຂັນໝາກເບັງ ຈຶ່ງ ສາມາດເຫັນຢູ່ເປັນປະຈໍາບໍ່ວ່າ ຈະເປັນຮີດຄອງປະເພນີ ຕະຫລອດ ຮອດງານກິດຈະກໍາຕ່າງໆທາງສາ ສະໜາ ເປັນຕົ້ນກໍຄືສາສະໜາພຸດ ເວົ້າສະເພາະແມ່ນຊາວລາວເຮົານິ ຍົມໃຊ້ຊົມຊອບໃນການຜະລິດໝາກ ເບັງໃສ່ໃນງານຕ່າງໆ. ມາຮອດນີ້ຫລາຍຄົນອາດຈະ ສົງໄສວ່າເປັນຫຍັງຈຶ່ງເຫັນເພິ່ນນິ ຍົມເອົາດອກດາວເຮືອງ, ດອກມະລິ ນັ້ນກໍຍ້ອນວ່າ:ດອກດາວເຮືອງເປັນ ດອກໄມ້ມຸງຄຸນອີກຊະນິດໜຶ່ງ ຕາມ ຄວາມເຊື່ອກ່ຽວກັບການປູກດອກ ດາວເຮືອງກໍຄື ຈະຊ່ວຍນໍາເງິນທອງ ເຂົ້າມາໃນເຮືອນເພາະສີເຫລືອງ ທອງຂອງດອກດາວເຮືອງ ປຽບສະ ເໝືອນເງິນທອງ ເຕັມບ້ານເຕັມ ເຮືອນ ປຸກບໍລິເວນໜ້າບ້ານຫລືບໍລິ ເວນເຮືອນໃຫ້ອອກດອກຫລາຍໆ ຄ້າຍຄືກັບທົ່ງທອງທົ່ງຄຳ ຈະຊ່ວຍ ເຮັດໃຫ້ກິດຈະການ ຫລື ທຸລະກິດອັນ ໃດກໍຈະກ້າວໜ້າຂຶ້ນໄປເລື້ອຍໆ. ສ່ວນດອກມະລິ ເປັນອີກຕົ້ນໄມ້ໜຶ່ງ ທີ່ຄົນນິຍົມພາກັນປູກ ເພື່ອຄວາມ ເປັນສິລິມຸງຄຸນຢູ່ພາຍໃນເຮືອນ ນອກ ຈາກນີ້ດອກມະລິຍັງເປັນດອກ ໄມ້ທີ່ມີຄວາມຫອມ ແລະ ມີສີຂາວ ບໍລິສຸດ ຕາມຄວາມເຊື່ອອີກຢ່າງໜຶ່ງ ນັ້ນກໍຄືຊ່ວຍເຮັດໃຫ້ຈິດໃຈໃສບໍລິ ສຸດນັ້ນເອງ. ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==