gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 14/08/2023 xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** ]k; g0Q kIj ;,dv'xt-5 ,;Pd'ko lj ;plkvkdvo c]t vkdvo-q ,.-h mu j u vy o3fgog-p ຂປລ.ແຫລ່ງຂ່າວ ປກສ ໃຫ້ ຮູ້ວ່າ: ພິທີເຊັນບົດບັນທຶກການພົບ ປະແລກປ່ຽນລະຫວ່າງວິທະຍາ ຄານປ້ອງກັນຄວາມສະຫງົບແຫ່ງ ຊາດລາວ ແລະ ວິທະຍາຄານປ້ອງ ກັນຄວາມສະຫງົບ ປະຊາຊົນຫວຽດ ນາມ ປະຈໍາປີ 2023 ໄດ້ຈັດຂຶ້ນໃນ ວັນທີ 8 ສິງຫາ 2023 ທີ່ນະຄອນ ຫລວງວຽງຈັນ, ຝ່າຍລາວ ນໍາໂດຍ ພົຈວ ວັນສົມ ສີສົມບັດ ຜູ້ອໍານວຍ ການວິທະຍາຄານປ້ອງກັນຄວາມ ສະຫງົບແຫ່ງຊາດລາວ, ຝ່າຍ ຫວຽດນາມ ນໍາໂດຍ ພົຈວ ຮສ ຈິ໋ງ ຫງ໋ອກ ກວ່ຽນ ຜູ້ອໍານວຍການວິ ທະຍາຄານປ້ອງກັນຄວາມ ສະ ຫງົບປະຊາຊົນຫວຽດນາມ, ມີຄະ ນະອໍານວຍການ, ຄະນະ ຫ້ອງ, ຄະ ນະວິຊາ, ສູນ ພ້ອມດ້ວຍພະແນກ ການທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ. ພັທ ສູນທອນ ປຸລິມາ ຮອງຫົວ ໜ້າຫ້ອງການວິທະຍາຄານປ້ອງ ກັນຄວາມສະຫງົບແຫ່ງຊາດລາວ ໄດ້ຜ່ານບົດບັນທຶກ ການພົບປະແລກ ປ່ຽນ ລະຫວ່າງສອງວິທະຍາຄານ ປະຈໍາປີ 2023 ໂດຍອີງຕາມ ແຜນການຈັດຕັ້ງສັນຍາຮ່ວມມືລະ ຫວ່າງກະຊວງປ້ອງກັນຄວາມສະ ຫງົບລາວກັບກະຊວງຕຳຫລວດ ຫວຽດນາມ ເຊິ່ງໄດ້ລົງນາມຮ່ວມ ກັນ ໃນປີ 2023 ຢູ່ທີ່ນະຄອນຫລວງ ຮ່າໂນ້ຍ, ອີງຕາມບົດບັນທຶກຊ່ວຍ ຈຳລະຫວ່າງ ວິທະຍາຄາ ນປ້ອງ ກັນຄວາມສະຫງົບແຫ່ງຊາດລາວ ;y mtpk7koxh v'da o7;k,lts'[ ]k;{s;Pfok, grj u ,mt;u dkoIj ;,,n q ຄວາມສະຫງົບປະຊາຊົນຫວຽດ ນາມ ໂດຍແຕ່ງຕໍາລາແບບຕໍ່ຍອດ ຄວາມຮູ້ຂອງນັກສຶກສາແຕ່ລະລະ ບົບ ເຊັ່ນ: ປະລິນຍາຕີລະບົບກໍ່ສ້າງ, ປະລິນຍາຕີລະບົບຕໍ່ເນື່ອງ, ປະລິນ ຍາໂທ ແລະ ບໍາລຸງຍົກລະດັບວິຊາ ສະເພາະ. ພາຍຫລັງໄດ້ຮັບການເຫັນດີ ຈາກ ກະຊວງປ້ອງຄວາມສະຫງົບ ຫວຽດນາມແລ້ວ, ວິທະຍາຄານ ປ້ອງກັນຄວາມສະຫງົບປະຊາຊົນ ຫວຽດນາມ ພ້ອມຮັບເອົາອາຈານ ຈຳນວນ 8 ສະຫາຍ ຈາກຄະນະວິ ຊາສະເພາະພື້ນຖານສັນຕິບານ, ຄະ ນະວິຊາປ້ອງກັນພາຍໃນ, ຄະນະວິ ຊາສືບສວນ-ສອບສວນ, ຄະນະວິ ຊາປ້ອງກັນຄວາມສະຫງົບໃນຂົງ ເຂດສັງຄົມ, ຄະນະວິຊາປ້ອງກັນ ຄວາມສະຫງົບໃນຂົງເຂດການ ຕ່າງປະເທດ, ຄະນະວິຊາຄຸ້ມຄອງ ລັດກ່ຽວກັບຄວາມສະຫງົບແຫ່ງ ຊາດ, ຄະນະວິຊາເຕັກນິກຂໍ້ມູນຂ່າວ ສານ ແລະ ຫ້ອງຄຸ້ມຄອງວິທະຍາ ສາດໄປຮ່ວມສ້າງ ແລະຮຽບຮຽງ ຕໍາລາສອນດັ່ງກ່າວ ຢູ່ວິທະຍາຄານ ປ້ອງກັນຄວາມສະຫງົບປະຊາຊົນ ຫວຽດນາມ ໃນໄຕມາດ 2 ປີ 2024 ໄລຍະເວລາ 15 ວັນ ໂດຍສະເໜີ ເອົາເຂົ້າແຜນຮ່ວມມືຂອງສອງ ກະຊວງ. ຈາກນັ້ນ, ໃນພິທີກໍໄດ້ລົງນາມ ໃນບົດບັນທຶກດັ່ງກ່າວຝ່າຍລາວ ລົງນາມໂດຍ ພົຈວ ວັນສົມ ສີສົມ ບັດ ແລະ ຝ່າຍຫວຽດນາມລົງນາມ ໂດຍ ພົຈວ ຮສ ຈິ໋ງ ຫງ໋ອກ ກວ່ຽນ. ຂປລ.ເມື່ອບໍ່ດົນມານີ້, ທ່ານ ສີໄວ ວິໄລຫານ ຫົວໜ້າພະແນກແຜນການ ແລະ ຮ່ວມມືອາກອນສາກົນກົມສ່ວຍ ສາອາກອນກະຊວງການເງິນ, ພ້ອມ ດ້ວຍຄະນະໄດ້ເດີນທາງເຂົ້າຮ່ວມ ກອງປະຊຸມວຽກງານສ່ວຍສາອາ ກອນອາຊຽນ ຄັ້ງທີ 17 ແລະ ກອງປະ ຊຸມຍ່ອຍວຽກອາກອນຊົມໃຊ້ ຄັ້ງທີ 14 ຢູ່ ເມືອງຍົກ ຈາກາຕາ, ປະເທດ ອິນໂດ ເນເຊຍ. ເຂົ້າຮ່ວມກອງປະຊຸມປະກອບ ມີອົງການຮ່ວມມືເສດຖະກິດ ແລະ ການພັດທະນາ, ທະນາຄານພັດທະນາ ອາຊີ, ກອງເລຂາອາຊຽນ ແລະ ອົງການ ອານະໄມໂລກ ພ້ອມດ້ວຍບັນດາປະ ເທດສະມາຊິກອາຊຽນ ຄື: ປະເທດບຣູ ໄນ, ກໍາປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ຟິລິບປິນ, ສິງກະ ໂປ, ໄທ ແລະ ຫວຽດນາມ. ທັງ 02 ກອງປະຊຸມແມ່ນໄດ້ຈັດ ເປັນຄູ່ຂະໜານໄປພ້ອມກັນ ໃນແຕ່ລະ ຄັ້ງ. ກອງປະຊຸມວຽກງານສ່ວຍສາ ອາກອນອາຊຽນ ແມ່ນກອງປະຊຸມໜຶ່ງ ທີ່ມີຄວາມສໍາຄັນ ເປັນເວທີເພື່ອປຶກສາ ຫາລືຄວາມຄືບໜ້າບັນດາໜ້າວຽກ ກ່ຽວກັບສ່ວຍສາອາກອນຂອງປະ ເທດສະມາຊິກອາຊຽນເຊິ່ງບັນຫາໄດ້ ຍົກຂຶ້ນມາປຶກສາຫາລືໃນກອງປະຊຸມ ຄັ້ງທີ 17 ນີ້ ມີຄື: ການສ້າງມາດຕະຖານ ໃນການໃຫ້ນະໂຍບາຍຜ່ອນຜັນຂອງ ແຫລ່ງເງິນທຶນ, ການສ້າງມາດຕະ ຖານເອກະສານການຂໍນະໂຍບາຍ ຜ່ອນຜັນ ແລະ ຂໍຄືນເງິນອາກອນລະ ຫວ່າງບັນດາປະເທດສະມາຊິກອາ ຊຽນ, ການອະນຸຍາດໃຫ້ເຮັດສໍາເລັດ ຂະບວນການ ແຈ້ງ ແລະ ການຂໍຄືນ ທັງ ໝົດຜ່ານລະບົບອອນລາຍ, ການສົ່ງ ເງິນອາກອນຄືນແບບວ່ອງໄວພາຍໃນ 06 ເດືອນ ພາຍຫລັງມື້ທີ່ໄດ້ຮັບເອກະ ສານຄົບຖ້ວນ-ຖືກຕ້ອງທັງໝົດກ່ຽວ ກັບອາກອນຫັກອາກອນນະທີ່ຈ່າຍ ແລະ ທົບທວນຄວາມຄືບໜ້າຂອງການ ຈັດຕັ້ງປະຕິບັດສົນທິສັນຍາອາກອນ ຊໍ້າຊ້ອນ (DTA) ຂອງບັນດາປະເທດ ສະມາຊິກອາຊຽນ, ການແລກປ່ຽນຂໍ້ ມູນເຊິ່ງກັນ ແລະ ກັນ, ການສ້າງຂີດ ຄວາມສາມາດ, ລວມທັງການທົບທວນ ການຈັດຕັ້ງປະຕິບັດບົດຮຽນທີ່ດີທີ່ສຸດ ຂອງບັນດາປະເທດ ສະມາຊິກອາຊຽນ ຂອງ(BP2,5,7 ແລະ 10) ການຈັດ ຕັ້ງປະຕິບັດບົດຮຽນທີ່ດີທີ່ສຸດ ເພື່ອ ປັບປຸງໂຄງສ້າງການຫັກອາກອນນະ ທີ່ຈ່າຍ ໃນອາຊຽນ, ການສ້າງຄວາມ ຕື່ນຕົວພາຍໃນຂົງເຂດພູມມິພາກ ກ່ຽວກັບບັນຫາອາກອນລະຫວ່າງ ປະເທດ ກໍຄືການຄາດການໃນຈັດຕັ້ງ ປະຕິບັດເສົາຄ້ຳທີ 02 ເຊິ່ງປະກອບ ດ້ວຍການແລກປ່ຽນປະສົບການໃນ ການປັບປຸງການວິເຄາະດ້ານການເງິນ ແລະ ຄວາມໂປ່ງໄສ. ສໍາລັບກອງປະຊຸມວຽກງານອາ ກອນຊົມໃຊ້ແມ່ນກອງປະຊຸມຍ່ອຍ ຂອງວຽກງານສ່ວຍສາອາກອນ ເຊິ່ງ ຈັດຂຶ້ນ ໃນຄັ້ງນີ້ ແມ່ນຄັ້ງທີ 14 ເຊິ່ງບັນ ກັບວິທະຍາຄານປ້ອງກັນຄວາມ ສະຫງົບ ປະຊາຊົນຫວຽດນາມທີ່ ໄດ້ລົງນາມຮ່ວມກັນ ໃນຄັ້ງວັນທີ 11 ຕຸລາ 2018 ທີ່ນະຄອນຫລວງ ຮ່າໂນ້ຍ. ໃນພິທີພົບປະແລກປ່ຽນ, ຄະນະ ຜູ້ແທນທັງສອງວິທະຍາຄານ ໄດ້ ມີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ດ້ວຍບັນຍາກາດແຫ່ງ ຄວາມສາມັກຄີ ໄມຕີຈິດມິດຕະພາບ ແລະ ການຮ່ວມມືຮອບດ້ານຂອງ ສອງກໍາລັງ ຕາມແນວທາງນະໂຍ ບາຍຂອງພັກ-ລັດຖະບານ ໄດ້ກຳ ນົດ. ພ້ອມນັ້ນ, ຜູ້ອຳນວຍການທັງ ສອງວິທະຍາຄານ ໄດ້ຜັດປ່ຽນກັນ ແຈ້ງສະພາບໂດຍຫຍໍ້ກ່ຽວກັບຜົນ ງານດ້ານຕ່າງໆທີ່ 2 ວິທະຍາຄານ ຍາດມາໄດ້ ໃນໄລຍະຜ່ານມາ. 2 ຝ່າຍ ໄດ້ພ້ອມກັນຄົ້ນຄວ້າປຶກ ສາຫາລື ແລະ ແລກປ່ຽນຖອດ ຖອນບົດຮຽນ ເຊິ່ງກັນ ແລະ ກັນ ເຊິ່ງໄດ້ເຫັນດີເອກະພາບນຳກັນ ຫລາຍບັນຫາ ໂດຍສະເພາະໄດ້ເຫັນ ດີເອກະພາບຮ່ວມມືກັນສ້າງຕຳລາ ສິດສອນບາງຂະແໜງການລົງ ເລິກວິຊາສະເພາະ ເພື່ອຮັບໃຊ້ການ ສຶກສາລະດັບຕ່າງໆ ຢູ່ວິທະຍາຄານ ປ້ອງກັນຄວາມສະຫງົບແຫ່ງຊາດ ລາວ ແລະ ນັກສຶກສາລາວທີ່ກຳ ລັງສຶກສາຢູ່ວິທະຍາຄານປ້ອງກັນ ຫາໄດ້ຍົກຂຶ້ນມາປຶກສາຫາລືມີຄື: ສະ ຖານະຂອງຫົວຂໍ້ບຸລິມະສິດປະຈໍາປີ 2022, ຫົວຂໍ້ບຸລິມະສິດ ປະຈໍາປີ 2023, ສັງລວມບັນດານິຕິກໍາລະບຽບ ການຂອງອາກອນຊົມໃຊ້ທີ່ເປັນສະ ບັບພາສາອັງກິດ ເພື່ອເອົາລົງເວັບໄຊ ການຮ່ວມມືດ້ານການເງິນອາຊຽນ, ສັງລວມຂໍ້ມູນອາກອນຊົມໃຊ້ຂອງປະ ເທດອາຊຽນ ກ່ຽວກັບຢາສູບ ແລະ ເຄື່ອງດື່ມ ທີ່ມີທາດເຫລົ້າໂດຍອີງໃສ່ HS2021 ແລະ ແລກປ່ຽນບົດຮຽນ ກ່ຽວກັບ Digital Excise Stamp ໂດຍ ADB ແລະ UGM, ປັບປຸງຄວາມ ສາມາດດ້ານບຸກຄະລາກອນເພື່ອກຽມ ຄວາມພ້ອມໃນການຮັບມືກັບສິ່ງທ້າ ທາຍຂອງບັນຫາການເກັບພາສີ ແລະ ອາກອນຊົມໃຊ້. ໃນການເຂົ້າຮ່ວມທັງ 02 ກອງປະ ຊຸມ ໃນຄັ້ງນີ້, ຄະນະທີມງານຂອງກົມ ສ່ວຍສາອາກອນໄດ້ສຸມໃສ່ໃນການ ລາຍງານການຈັດຕັ້ງປະຕິບັດບັນດາ ໜ້າວຽກທີ່ຕິດພັນກັບຫົວຂໍ້ທີ່ຍົກຂຶ້ນ ໃນກອງປະຊຸມພ້ອມທັງປະກອບຄໍາ ຄິດເຫັນຢ່າງກົງໄປກົງມາ ແລະ ມີ ຄວາມຮັບຜິດຊອບສູງ ໃນແຕ່ລະຫົວຂໍ້ ເຊິ່ງໄດ້ດຳເນີນເປັນເວລາ 04 ວັນ ແຕ່ ວັນທີ 31 ກໍລະກົດ 2023 ແລະ ໄດ້ ປິດລົງຢ່າງເປັນທາງການໃນວັນທີ 03 ສິງຫາ 2023. ພ້ອມນີ້ ທ່ານ ສີໄວ ວິໄລຫານ ພ້ອມດ້ວຍຄະນະກໍໄດ້ຈັດ ກອງປະຊຸມຮ່ວມກັບກອງເລຂາອາ ຊຽນ ຂອງວັນດຽວກັນ ເພື່ອປຶກສາຫາ ລື ແລະ ຖອດຖອນບົດຮຽນກ່ຽວກັບ ການຈັດກອງປະຊຸມວຽກງານສ່ວຍ ສາອາກອນອາຊຽນ ແລະ ກອງປະຊຸມ ຍ່ອຍວຽກອາກອນຊົມໃຊ້ເຊິ່ງໃນປີ 2024 ຂະແໜງ ສ່ວຍສາອາກອນ ສປປ ລາວ ແມ່ນຈະໄດ້ຮັບກຽດເປັນເຈົ້າ ພາບ ແລະ ເປັນປະທານ ໃນກອງປະຊຸມ ວຽກງານສ່ວຍສາອາກອນອາຊຽນ ແລະ ກອງປະຊຸມວຽກອາກອນຊົມໃຊ້ ເຊິ່ງຈະຈັດຂຶ້ນຢູ່ ສປປ ລາວ. ຂ່າວ: ກະຊວງການເງິນ ສື່ມວນຊົນຕ້ອງ... ລັດ ຕ້ອງສົ່ງເສີມ.... ເຂັ້ມແຂງຮອບດ້ານໂດຍສະເພາະ ຕ້ອງມີຈັນຍາບັນ, ມີຄວາມຮັບຜິດ ຊອບ, ນຳສະເໝີຂໍ້ມູນຂ່າວສານ ຕ່າງໆ ທີ່ຖືກຕ້ອງຊັດເຈນ ແລະ ວ່ອງໄວ ໃຫ້ທັນຕາມຍຸກສະໄໝ ແລະ ທຽບເທົ່າກັບສາກົນ. ທ່ານ ວິໄລ ມະນີລັດ ໃຫ້ຮູ້ອີກ ວ່າ: ຕະຫລອດໄລຍະ 73 ປີ ຜ່ານມາ ສື່ມວນຊົນລາວ ໄດ້ມີການເຕີບ ໃຫຍ່ຂະຫຍາຍຕົວຂຶ້ນມາເລື້ອຍໆ, ໄດ້ນໍາສະເໜີຂໍ້ມູນຂ່າວສານຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ ສັງຄົມໄດ້ຮັບຮູ້ຢ່າງທົ່ວເຖິງທັງຖືກ ຕ້ອງຕາມແນວທາງນະໂຍບາຍທີ່ ພັກ, ລັດວາງອອກ. ພ້ອມນີ້, ທ່ານຍັງ ໄດ້ສະແດງຄວາມຊົມເຊີຍຕໍ່ສື່ມວນ ຊົນລາວ ທີ່ໄດ້ມີການພັດທະນາຕົນ ເອງປະກອບສ່ວນຢ່າງຕັ້ງໜ້າໂຄ ສະນາເຜີຍແຜ່ຂໍ້ມູນຂ່າວສານ ຕ່າງໆທີ່ຖືກຕ້ອງ, ຊັດເຈນ, ວ່ອງ ໄວ ແລະ ທັນເຫດການ. ໂອກາດນີ້, ທ່ານຍັງໄດ້ຝາກເຖິງຜູ້ບໍລິໂພກ ຂ່າວ ກໍຄື ປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະທດໃຫ້ມີສະຕິ ໃນການຕິດຕາມຂໍ້ມູນຂ່າວສານ ທາງສື່ອອນລາຍ, ຄວນມີພິຈາລະ ຫວ່າງພາກລັດ, ເອກະຊົນ ແລະ ຕ່າງປະເທດເພື່ອສົ່ງເສີມການລົງ ທຶນໃນວຽກງານຖະແຫລງຂ່າວ ສື່ສານມວນຊົນ ໃຫ້ກວ້າງຂວາງ, ຂະຫຍາຍຂອບເຂດ ການເຊື່ອມ ໂຍງກັບສາກົນໃຫ້ກວ້າງຂວາງຂຶ້ນ ຕື່ມ; ພັດທະນານິຕິກຳ, ກົດໝາຍສື່ ມວນຊົນໃຫ້ເໝາະສົມກັບສະພາບ ການໃນແຕ່ລະໄລຍະ. ນອກຈາກນີ້, ທ່ານ ໂພສີ ແກ້ວມະ ນີວົງ ຍັງກ່າວອີກວ່າ:ເພື່ອໃຫ້ສື່ ແບບເກົ່າສາມາດຢູ່ຮ່ວມກັບສື່ແບບ ໃໝ່ໄດ້ ເຮົາຕ້ອງໄດ້ພັດທະນາທາງ ດ້ານເນື້ອໃນ ຖ້າເນື້ອໃນດີກໍສາມາດ ໂນມນາວສັງຄົມໄດ້ດີ, ສາມາດດຶງ ດູດຜູ້ບໍລິໂພກຂໍ້ມູນຂ່າວສານໄດ້ ດີ ເຊິ່ງປັດຈຸບັນເຫັນວ່າສື່ມວນຊົນ ໄດ້ມີການພັດທະນາທາງດ້ານເນື້ອ ໃນໃຫ້ດີຂຶ້ນ, ຄົບຖ້ວນ, ວ່ອງໄວ ໂດຍ ລາຍງານໃນຫລາຍຮູບແບບເຊັ່ນ: ເຮັດເປັນຂ່າວ, ຄລິບວິດີໂອແບບ ສັ້ນໆ, ການປະກອບຮູບພາບ ແລະ ອື່ນໆ ເພື່ອເຮັດໃຫ້ຄົນເບິ່ງເຂົ້າໃຈ ງ່າຍ, ສາມາດດຶງດູດຜູ້ອ່ານ, ຜູ້ຊົມ ໄດ້ດີ ເຊິ່ງຖ້າເຮັດໄດ້ດີກໍສາມາດ ສ້າງລາຍຮັບເຂົ້າໃນອົງກອນ. ຂ່າວ: ກິດຕາ, ພາບ: ເກດສະໜາ ຄະນະຜູ້ແທນສະພາ... ຖະສະພາເພດຍິງ, ກອງປະຊຸມສະ ມາຊິກລັດຖະສະພາໜຸ່ມ, ກອງປະ ຊຸມວຽກງານການເມືອງ, ກຳມາທິ ການວຽກງານເສດຖະກິດ, ກຳມາ ທິການວຽກງານສັງຄົມ ແລະ ກຳ ມາທິການວຽກງານພາຍໃນຂອງ ໄອປາ ແລະ ຮັບຮອງເອົາມະຕິທັງ ໝົດ 30 ສະບັບ ທີ່ປີ່ນອ້ອມຫົວຂໍ້ ຂອງກອງປະຊຸມດັ່ງກ່າວ ເຊິ່ງເປັນ ສະໜັບສະໜູນ ແລະ ສົ່ງເສີມຂະ ບວນການສ້າງປະຊາຄົມອາຊຽນ ໃຫ້ມີຄວາມເຂັ້ມແຂງ ໂດຍສະເພາະ ການເພີ່ມທະວີການປົກປັກຮັກສາ ສັນຕິພາບ, ຄວາມໝັ້ນຄົງ ແລະ ສະ ຖຽນລະພາບຂອງພາກພື້ນ; ສົ່ງ ເສີມການແກ້ໄຂບັນຫາຂໍ້ຂັດແຍ້ງ ດ້ວຍການເຈລະຈາ ແລະ ສັນຕິວິທີ ຫັນເສດຖະກິດເປັນດີຈິຕອນ; ສົ່ງ ເສີມການພັດທະນາວິທະຍາສາດ- ເຕັກໂນໂລຊີ ແລະ ການນຳໃຊ້ນະວັດ ຕະກຳ ເພື່ອການຂະຫຍາຍຕົວແບບ ຍືນຍົງ; ສົ່ງເສີມການນຳໃຊ້ພະລັງ ງານສະອາດ ແລະ ການກ້າວໄປເຖິງ ການຂະຫຍາຍຕົວທາງດ້ານເສດ ຖະກິດແບບສີຂຽວ; ສົ່ງເສີມການ ສ້າງອາຊີບ ເພື່ອແກ້ໄຂບັນຫາໄພ ຫວ່າງງານ; ສົ່ງເສີມການມີສ່ວນ ຮ່ວມຂອງຊາວໜຸ່ມ, ບົດບາດຍິງຊາຍ, ຮັດແຄບຄວາມແຕກໂຕນຂອງ ການພັດທະນາລະຫວ່າງປະເທດ ສະມາຊິກອາຊຽນ ແລະ ເພີ່ມທະວີ ການເຊື່ອມໂຍງເຊື່ອມຈອດທາງ ດ້ານເສດຖະກິດ ແລະ ພື້ນຖານໂຄງ ລ່າງພາຍໃນອາຊຽນໃຫ້ຫລາຍ ຂຶ້ນ. ພ້ອມກັນນັ້ນ, ກອງປະຊຸມຍັງ ເຫັນດີ ຮັບເອົາລັດຖະສະພາ ກູບາ, ຕວັກກີ ແລະ ອາມີເນຍ ເຂົ້າເປັນປະ ເທດສັງເກດການໃໝ່ຂອງໄອປາ ລວມທັງໝົດ 23 ປະເທດ. ພາຍຫລັງ, ທ່ານ ໄຊສົມພອນ ພົມວິຫານ ຂຶ້ນກ່າວຄຳເຫັນໃນການ ຮັບໜ້າທີ່ເປັນປະທານກອງປະ ຊຸມໃນປີ 2024 ສປປ ລາວ ໄດ້ສະ ແດງຄວາມພ້ອມ ແລະ ຍິນດີຮັບເອົາ ການເປັນປະທານໄອປາຕໍ່ຈາກ ອິນໂດເນເຊຍ ແລະ ໄດ້ໃຫ້ຄຳໝັ້ນ ໝາຍວ່າ ຈະເຮັດທຸກຄວາມສາມາດ ຂອງຕົນເພື່ອປະຕິບັດໜ້າທີ່ເປັນປະ ທານໄອປາ ໃຫ້ມີຜົນສຳເລັດຢ່າງ ຈົບງາມ ແລະ ຫັວງຢ່າງຍິ່ງວ່າຈະ ໄດ້ຮັບການສະໜັບສະໜຸນ ແລະ ການຮ່ວມມືຢ່າງແໜ້ນແຟ້ນ ຈາກ ບັນດາລັດຖະສະພາສະມາຊິກໄອ ປາ, ກອງເລຂາໄອປາ, ກອງເລຂາ ອາຊຽນ, ບັນດາປະເທດສັງເກດ ການ ແລະ ບັນດາຄູ່ຮ່ວມ ພັດທະນາ ຕ່າງໆ ເປັນຢ່າງດີ ຈາກນັ້ນ, ທ່ານ ນາງ ປວນ ມະ ຫາຣານີ ປະທານສະພາຜູ້ແທນລາ ສະດອນ ແຫ່ງ ປະເທດ ອິນໂດເນ ເຊຍ, ປະທານກອງປະຊຸມໃຫຍ່ສະ ມັດຊາລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 44 ໄດ້ກ່າວຄຳເຫັນ ປິດກອງປະຊຸມ ແລະ ໄດ້ກ່າວ ມອບ ການເປັນເຈົ້າພາບຈັດກອງປະຊຸມ ໃຫຍ່ໄອປາ ຄັ້ງທີ 45 ໃຫ້ທ່ານ ໄຊສົມພອນ ພົມວິຫານ ປະທານສະ ພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍ ການມອບທຸງໄອປາ ແລະ ຄ້ອນຕີ ໃຫ້ແກ່ປະທານໄອປາຄົນຕໍ່ໄປ. *** ຕໍ່ຈາກໜ້າ 1 *** ນາເບິ່ງຂໍ້ມູນຂ່າວສານທີ່ໄດ້ຮັບ ຢ່າງລະອຽດກ່ອນທີ່ຈະກົດໄລ, ກົດ ແຊ, ບາງຂໍ້ມູນອາດບໍ່ມີມູນຄວາມ ຈິງ, ບໍ່ຖືກຕ້ອງຕາມແນວທາງທີ່ ພັກ, ລັດຖະບານວາງອອກ,ກ່ອນຈະ ກົດໄລ, ກົດແຊ ຕ້ອງຄຳນຶງເຖິງຜົນ ທີ່ຈະຕາມມາ, ທັງນີ້ກໍເພື່ອແນໃສ່ ຫລີກລ່ຽງຊຸກຍູ້ສົ່ງເສີມກຸມຄົນບໍ່ ຫວັງດີ ທີ່ສວຍໃຊ້ສື່ສັງຄົມອອນ ລາຍເປັນຊ່ອງທາງໃນການທຳ ມາຫາກິນ ຫລື ສ້າງຄວາມປັ່ນປ່ວນ, ສ້າງຄວາມບໍ່ຫງົບໃຫ້ແກ່ສັງຄົມ. ພ້ອມກັນນີ້, ທ່ານ ວິໄລ ມະນີລັດ ຍັງຮຽກຮ້ອງໃຫ້ສື່ມວນຊົນລາວ ໃນທຸກຂະແໜງການສືບຕໍ່ໂຄສະ ນາເຜີຍແຜ່ຂໍ້ມູນຂ່າວສານຕ່າງໆທີ່ ເປັນມູນຄວາມຈິງ, ບໍ່ບິດເບືອນເພື່ອ ໃຫ້ສັງຄົມໄດ້ຮັບຮູ້ຂໍ້ມູນຂ່າວສານ ຕ່າງໆຢ່າງຖືກຕ້ອງ, ຊັັດເຈນ, ສື່ ມວນຊົນລາວຕ້ອງມີຈັນຍາບັນ, ຈັນ ຍາທຳ, ຕ້ອງມີຄວາມຮັບຜິດຊອບ ສູງຕໍ່ພາລະກິດ, ຕໍ່ໜ້າທີ່ວຽກງານທີ່ ຕົນຮັບຜິດຊອບ ເພື່ອເຮັດໃຫ້ວຽກ ງານສື່ມວນຊົນດຳເນີນໄປດ້ວຍ ຄວາມຖືກຕ້ອງ, ສອດຄ່ອງຕາມ ແນວທາງນະໂຍບາຍຂອງພັກ, ລັດ ວາງອອກ. ຂ່າວ: ກິດຕາ, ພາບ: ຂັນໄຊ ມວນຊົນ ເຊິ່ງໄດ້ຮັບຮອງເອົາໃນ ແຜນພັດທະນາເສດຖະກິດ-ສັງ ຄົມຂອງກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຕ່ນີ້ ຮອດປີ 2030. ວິໄສທັດດັ່ງກ່າວ, ໄດ້ກຳນົດ ເອົາ 6 ເນື້ອໃນຄື: ຕ້ອງພັດທະນາສື່ ມວນຊົນໃຫ້ມີຄຸນນະພາບ, ທັນສະ ໄໝ, ວ່ອງໄວ, ຊັດເຈນ, ທັນເວລາ, ທັນເຫດການ ແລະ ສາມາດເຂົ້າ ເຖິງພຶ້ນທີ່ ໃນຂອບເຂດທົ່ວປະເທດ ແລະ ທົ່ວໂລກ; ຕ້ອງມີຄວາມຫລາກ ຫລາຍ, ຄົບຖ້ວນດ້ານເນື້ອໃນ, ເປັນ ແຫລ່ງສະໜອງຂໍ້ມູນຂ່າວສານ ແລະ ໃຫ້ສາລະຄວາມຮູ້ຮອບດ້ານ ໃຫ້ແກ່ພາກລັດ ແລະ ປະຊາຊົນທຸກ ຊັ້ນຄົນ; ສົ່ງເສີມຊຸກຍູ້ໃນການສ້າງ ບຸກຄະລາກອນສື່ມວນຊົນໃຫ້ມີຄຸນ ນະພາບ, ມີຄວາມໜັກແໜ້ນດ້ານ ການເມືອງ, ມີວຸດທິດ້ານສື່ສານ ມວນຊົນທີ່ກ້າວໜ້າໃຫ້ສົມຄູ່ກັບຍຸກ ສະໄໝ; ສ້າງຄວາມເຂັ້ມແຂງ ແລະ ຫັນໄປສູ່ການເພິງຕົນເອງໃນລະດັບ ທີ່ແນ່ນອນ; ສົ່ງເສີມການຮ່ວມມືລະ
RkJQdWJsaXNoZXIy MTc3MTYxMQ==