xtgmf]k; 3 14/08/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ |a'lnry,xt-k-qo ,u[qf[kfle7aogxaodt[vdlP'vaocs],7q,0v'rad{]af ບົດສະເໜີ ln[8+[6]tot]t[v[xt-kmyxtw8 xt-k-qo .shlq,[6opyj'0Bo (ເນື່ອງໃນໂອກາດວັນສື່ມວນຊົນ-ການພິມຈໍາໜ່າຍ ຄົບຮອບ 73 ປີ 13/08/1950-13/08/2023) * ວຽກງານສື່ມວນຊົນມີບົດ ບາດສຳຄັນ ເປັນກະບອກສຽງອັນ ແຫລມຄົມ ໃຫ້ແກ່ພັກ-ລັດ, ເປັນຜູ້ ໂຄສະນາແນວທາງນະໂຍບາຍຂອງ ພັກ-ລັດໃຫ້ແກ່ປະຊາຊົນ, ສ້າງ ຄວາມຮັບຮູ້-ເຂົ້າໃຈທີ່ຖືກຕ້ອງໃຫ້ ແກ່ສັງຄົມ ໂດຍໄດ້ຮັບຄວາມເຊື່ອ ຖືໃນການສະໜອງຂໍ້ມູນຂ່າວສານ, ສາລະຄວາມຮູ້, ສາລະບັນເທີງໃຫ້ ແກ່ປະຊາຊົນໃນສັງຄົມ ພ້ອມທັງສາ ມາດເຊື່ອມຕໍ່ຂໍ້ມູນຂ່າວສານໃນ ພາກພື້ນ ແລະ ສາກົນ. ເນື່ອງໃນໂອ ກາດວັນສື່ມວນຊົນ ແລະ ການພິມ ຈຳໜ່າຍ ຄົບຮອບ 73 ປີ (13 ສິງ ຫາ 1950-13 ສິງຫາ 2023). ທ່ານ ວັນໄຊ ຕະວິນຍານ ຮອງ ຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ ຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ ໄດ້ໃຫ້ສຳພາດ ຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ສື່ ມວນຊົນເປັນຜູ້ທີ່ມີບົດບາດສຳຄັນ ເປັນນັກຮົບປະຕິວັດເປັນກະບອກ ສຽງຂອງພັກ-ລັດ ປະຕິບັດໜ້າທີ່ ໃນ ການເຜີຍແຜ່ຂໍ້ມູນຂ່າວສານຕ່າງໆ ລົງສູ່ທ້ອງຖິ່ນຮາກຖານໃຫ້ປະຊາ ຊົນໄດ້ຮັບຮູ້ເຂົ້າໃຈທົ່ວເຖິງ. ຊຶ່ງໃນ ໄລຍະປີ 2022 ຜ່ານມາ, ໜັງສືພິມ ປະຊາຊົນ ໄດ້ມີຜົນສຳເລັດໃນຫລາຍ ດ້ານ ໂດຍສະເພາະໄດ້ສຸມໃສ່ໂຄສະ ນາເຜີຍແຜ່ແນວທາງນະໂຍບາຍ ຂອງພັກ-ລັດ ໃນການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ, ເຜີຍແຜ່ມະຕິ, ຄຳ ສັ່ງຂອງພັກ-ລັດວາງອອກໃນແຕ່ ລະໄລຍະ ພ້ອມທັງໂຄສະນາເຜີຍ ແຜ່ໃນໂອກາດວັນສຳຄັນຕ່າງໆ ຂອງພັກ-ຂອງຊາດ ແລະ ຂອງສາ ກົນ, ໂຄສະນາໃຫ້ແກ່ການຈັດຕັ້ງ ປະຕິບັດວຽກງານສາມສ້າງຢູ່ໃນ ແຕ່ລະຂົງເຂດວຽກງານ ນັບແຕ່ສູນ ກາງລົງຮອດທ້ອງຖິ່ນ, ນຳເອົາເນື້ອ ໃນດັ່ງກ່າວມາຜັນຂະຫຍາຍເປັນ ຂ່າວ, ບົດນຳ, ບົດຄວາມຕ່າງໆ, ດ້ວຍການອອກຂ່າວ, ບົດນຳ, ບົດ ຄວາມຕ່າງໆອອກທາງໜັງສືພິມ, ເຟສບຸກ ແລະ ເວັບໄຊ ເພື່ອຕອບໂຕ້, ໄດ້ປັບປຸງໜ້າໜັງສືພິມ, ກໍານົດ ເປັນຄໍລໍ້າທີ່ຫລາກຫລາຍ. ເຮັດໃຫ້ ໃນ 1 ປີຜ່ານມາໜັງສືພິມປະຊາຊົນ ໄດ້ມີການໂຄສະນາອອກຂ່າວ, ບົດ ທີ່ຜະລິດເອງ ແລະ ຂ່າວກະຊວງ, ສໍານັກງານອົງການຈາກທ້ອງຖິ່ນ ສົ່ງມາປະກອບສ່ວນ, ບົດຜ່ານທາງ ໜັງສືພິມເຈ້ຍ ແລະ ໜັງສືພິມເອ ເລັກໂຕຣນິກດັ່ງນີ້: ຂ່າວມີຈຳນວນ 16.415 ຂ່າວ, ບົດມີຈຳນວນ 1.045 ບົດ, ຮູບປະກອບ 15.000 ກວ່າ ແຜ່ນ, ອອກຂ່າວຕ່າງປະເທດ 1.320 ຂ່າວ,200 ກວ່າບົດ,ຮູບປະ ກອບ 100 ກວ່າແຜ່ນ, ເຟສບຸກ ແລະ ເວັບໄຊ, ໄດ້ມີການປັບປຸງດ້ານຮູບ ການ ແລະ ເນື້ອໃນໃຫ້ມີຫລາຍຮູບ ຫລາຍມີສີສັນຂຶ້ນກວ່າເກົ່າຢ່າງປະ ຈັກຕາ, ປີ 2022 ຜ່ານມາມີຄົນເຂົ້າ ເບິ່ງເວັບໄຊ 4.436.097 ເທື່ອຄົນ ແລະ ເຟສບຸກ 17.063 ເທື່ອຄົນ. ຄຽງຄູ່ກັບຂໍ້ສະດວກຍັງມີຂໍ້ຫຍຸ້ງ ຍາກ ແລະ ຄົງຄ້າງທີ່ຈະຕ້ອງໄດ້ ພ້ອມກັນແກ້ໄຂ: 1. ຂ່າວທ້ອງຖິ່ນຍັງບໍ່ ກວ້າງຂວາງ, ຂ່າວພິທີການຫລາຍ ໂພດ, ບົດຕ່າງໆຍັງບໍ່ຫລາຍ; 2. ບາງຂ່າວຍັງອອກຊັກຊ້າບໍ່ທັນເຫດ ການ; 3. ການເຄື່ອນໄຫວຂອງນັກ ຂ່າວຍັງບໍ່ທັນກວ້າງຂວາງຍ້ອນຂາດ ງົບປະມານ; 4. ງົບປະມານບໍ່ພຽງພໍ ໃນການຈັດຕັ້ງປະຕິບັດວຽກງານ ຍ້ອນລາຍຮັບວິຊາການຈາກໂຄສະ ນາ ແລະ ຈຳໜ່າຍຫລຸດລົງຫລາຍ. ສ່ວນອັນທີ່ຍັງເປັນຂໍ້ຈຳກັດ ຫລື ສິ່ງທ້າທາຍຂອງໜັງສືພິມປະຊາ ຊົນ ແມ່ນການຕອບສະໜອງ ດ້ານ ງົບປະມານຂອງລັດໃນການປະຕິ ບັດກິດຈະກໍາ, ການສົ່ງເສີມວິຊາ ການຍັງຈໍາກັດ ແລະ ການສ້າງລາຍ ຮັບວິຊາການຂອງອົງການສື່ມວນ ຊົນແບບດັ່ງເດີມແມ່ນມີທ່າອ່ຽງ ຫລຸດລົງເລື້ອຍໆ ເນື່ອງຈາກສັງຄົມ ຫັນໄປບໍລິໂພກຂໍ້ມູນຂ່າວສານ ແລະ ໃຊ້ການບໍລິການຢູ່ສື່ອອນລາຍ; ບຸກ ຄະລາກອນຜູ້ມີຄວາມຮູ້-ຄວາມສາ ມາດ ແລະ ຄວາມເປັນມືອາຊີບຍັງ ມີຈໍານວນໜ້ອຍ; ໂຄງລ່າງພື້ນຖານ, ວັດຖຸ-ເຕັກນິກໃນຂົງເຂດວຽກງານ ສື່ມວນຊົນຍັງບໍ່ທັນເປັນລະບົບຄົບ ຊຸດ ແລະ ທັນສະໄໝ, ອຸປະກອນເຕັກ ນິກບາງດ້ານຍັງເກົ່າ ແລະ ເປ່ເພບໍ່ ສາມາດເຊື່ອມຕໍ່ກັບລະບົບໃໝ່; ເນື້ອໃນສື່ມວນຊົນບາງຄັ້ງຄາວຍັງ ບໍ່ທັນເລິກຊຶ່ງ, ແຫລມຄົມ ແລະ ບໍ່ ທັນຕອບສະໜອງໄດ້ຕາມຄວາມ ຮຽກຮ້ອງຕ້ອງການຂອງສັງຄົມ ໄດ້ເທົ່າທີ່ຄວນ. ບາງຄັ້ງຍັງຜິດພາດ ໃນການນໍາໃຊ້ຄໍາສັບພາສາເວົ້າ, ຂຽນຊອດກະຈາ ແລະ ບໍ່ຖືກຕ້ອງ ຕາມຫລັກໄວຍາກອນພາສາລາວ ໃນປັດຈຸບັນ. ດ້ານຮູບການຍັງບໍ່ທັນ ຫລາກຫລາຍຮູບແບບສີສັນ ແລະ ການຕອບໂຕ້ຖ້ອຍທໍານອງໂຈມຕີ ແລະ ຂ່າວປອມໃນບາງຄັ້ງຄາວຍັງ ບໍ່ທັນສະພາບການ; ການນໍາພາ ຫາງສຽງສັງຄົມ ແລະ ຕອບຂໍ້ຂ້ອງ ໃຈຂອງປະຊາຊົນບາງຄັ້ງຍັງບໍ່ທັນ ສະພາບການ ເນື່ອງຈາກຂະນະສື່ ອອນລາຍນັບມື້ຂະຫາຍຕົວ ແລະ ມີອິດທິພົນຕໍ່ສັງຄົມ. ທ່ານກ່າວຕື່ມວ່າ: ທິດທາງແຜນ ການພັດທະນາໜັງພິມປະຊາຊົນໃນ ຕໍ່ໜ້າ ແມ່ນຈະສືບຕໍ່ສຸມໃສ່ຍົກລະ ດັບຄວາມຮູ້, ຄວາມສາມາດດ້ານວິ ຊາການຂອງພະນັກງານນັກຂ່າວ ໃຫ້ສູງຂຶ້ນ, ສົ່ງເສີມໃຫ້ພະນັກງານ ໄປຍົກລະດັບພາສາຕ່າງປະເທດ, ປັບປຸງກົນໄກການເຮັດວຽກຂອງ ບາງພະແນກໃຫ້ມີຄວາມຄ່ອງຕົວ ຂຶ້ນກວ່າເກົ່າ, ຜະລິດຂ່າວ-ບົດໃຫ້ມີ ເນື້ອໃນສັ້ນກະທັດຮັດ, ມີຄວາມດຶງ ດູດໜ້າສົນໃຈ, ເພີ່ມບົດນໍາ, ບົດ ຄວາມໃຫ້ຫລາຍຂຶ້ນ ເພື່ອເປັນທິດ ຊີ້ນໍາໃຫ້ກັບສັງຄົມເຂົ້າໃຈຕໍ່ແນວ ທາງ, ແຜນນະໂຍບາຍຂອງພັກ ແລະ ລັດ, ປັບປຸງເວັບໄຊ, ເຟສບຸກ ໃຫ້ທັນສະໄໝຂຶ້ນ ທັງອອກຂ່າວ ຢ່າງທັນການ ເພື່ອຊີ້ແຈງອະທິບາຍ ຄວາມເປັນຈິງ ແລະ ຕອບໂຕ້ຫາງ ສຽງສັງຄົມຢ່າງທັນການ. ມາໃນຍຸກ 4.0 ຊຶ່ງເປັນຍຸກຂໍ້ມູນ ຂ່າວສານທີ່ບໍ່ມີພົມແດນ ຄົນເຮົາ ສາມາດເຂົ້າເຖິງຂໍ້ມູນຂ່າວສານ ໄດ້ຫລາຍຊ່ອງທາງ ແຕ່ລະຄົນສາ ມາດສົ່ງຂໍ້ມູນ ແລະ ຮູບພາບຕ່າງໆ ທີ່ເປັນຄວາມຈິງ ແລະ ຈໍານວນບໍ່ ໜ້ອຍບໍ່ແມ່ນຄວາມຈິງ ເພື່ອໃສ່ຮ້າຍ ປ້າຍສີການຈັດຕັ້ງພັກ-ລັດ, ອົງ ການຈັດຕັ້ງຕ່າງໆສື່ມວນຊົນ ພວກ ເຮົາຕ້ອງພ້ອມກັນປັບປຸງຕົນເອງ ໃຫ້ມີຄວາມເຂັ້ມແຂງຂຶ້ນເປັນ ກ້າວໆ ພັດທະນາສື່ອອນລາຍໃຫ້ຮັບ ປະກັນ ເຮັດໜ້າທີ່ເຜີຍແຜ່ຂໍ້ມູນຂ່າວ ສານໃຫ້ໄດ້ຢ່າງກວ້າງຂວາງ ພ້ອມ ກັນເຄື່ອນໄຫວເກັບກໍາຂໍ້ມູນຂ່າວ ສານຈາກພາກສ່ວນກ່ຽວຂ້ອງມາ ຊີ້ແຈງຢ່າງທັນການ ເພື່ອໃຫ້ສັງຄົມ ເຂົ້າໃຈຄວາມເປັນຈິງຕໍ່ເຫດການ ທີ່ເກີດຂຶ້ນ. ນໍາສະເໜີແນວທາງທີ່ ເປັນອັນລະອຽດແຕ່ລະບັນຫາ, ກົດ ໝາຍ ແລະ ມະຕິຄໍາສັ່ງຕ່າງໆອອກ ຢ່າງກວ້າງຂວາງ ທັນເຫດການ ເພື່ອໃຫ້ປະຊາຊົນໄດ້ຮັບຮູ້ເຂົ້າໃຈ ຢ່າງເລິກເຊິ່ງ. ບັນຫາສຳຄັນສື່ມວນຊົນຕ້ອງ ກໍາແໜ້ນ ແລະ ຮັບປະກັນ 4 ລັກສະ ນະນໍາໜ້າຂອງສື່ມວນຊົນລາວ ຕາມກົດໝາຍທີ່ກໍານົດໄວ້ຄື: ລັກສະ ນະຕົວຈິງ, ລັກສະນະສຶກສາອົບຮົມ, ລັກສະນະແນະນໍາ ແລະ ລັກສະນະ ຕໍ່ສູ້. ໃນນາມສື່ມວນຊົນລາວຜູ້ໜຶ່ງ ຂໍຝາກເຖິງສື່ມວນຊົນທຸກຂະແໜງ ຈົ່ງພ້ອມກັນຕັດສິນໃຈພັດທະນາ ວຽກງານຂອງພວກເຮົານັບແຕ່ ດ້ານເນື້ອໃນ ແລະ ຮູບການໃຫ້ມີ ຫລາຍຮູບຫລາຍສີສາມາດດຶງດູດ ຄວາມສົນໃຈຂອງຜູ້ອ່ານ, ຜູ້ຟັງ ແລະ ຜູ້ເບິ່ງ, ເຮັດໃຫ້ສັງຄົມມີສ່ວນ ຮ່ວມ, ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວ ສານລາຍງານຄວາມເປັນຈິງ ໃຫ້ ປະຊາຊົນເຂົ້າໃຈທຸກເຫດການທີ່ ເກີດຂຶ້ນ, ນໍາເອົາແນວທາງແຜນນະ ໂຍບາຍ-ກົດໝາຍຂອງລັດລົງເຖິງ ຮາກຖານຢູ່ເຂດຫ່າງໄກສອກຫລີກ ຢ່າງກວ້າງຂວາງຂຶ້ນກວ່າເກົ່າ. ໃນໂອກາດນີ້, ຮຽກຮ້ອງມາຍັງ ຜູ້ຕິດຕາມຂ່າວທາງສື່ອອນລາຍ ຈົ່ງມີສະຕິລະວັງຕົວຢູ່ສະເໝີ, ຂໍໃຫ້ ໄຈ້ແຍກໃຫ້ດີກ່ອນຈະສົ່ງຕໍ່ຂ່າວ, ຮູບພາບ ຫລື ຂໍ້ຄວາມຕ່າງໆໄປສູ່ບຸກ ຄົນອື່ນໃຫ້ຫັນມາຕິດຕາມອ່ານ, ຕິດ ຕາມຊົມສື່ທາງການ ເພື່ອທໍາຄວາມ ເຂົ້າໃຈກັບເຫດການຄວາມເປັນຈິງ ທີ່ເກີດຂຶ້ນ. ເນື່ອງໃນໂອກາດວັນ ສ້າງຕັ້ງສື່ມວນຊົນ ແລະ ການພິມ ຈໍາໜ່າຍ ຄົບຮອບ 73 ປີ, ວັນສ້າງ ຕັ້ງໜັງສືພິມລາວອິດສະຫລະ ກໍຄື ໜັງສືພິມປະຊາຊົນໃນປັດຈຸບັນ ຂໍ ອວຍພອນໄຊອັນປະເສີດແດ່ການ ນໍາພັກ-ລັດຈົ່ງມີສຸຂະພາບເຂັ້ມແຂງ ສືບຕໍ່ນໍາພາສື່ມວນຊົນໃຫ້ມີການ ພັດທະນາກ້າວໜ້າຂຶ້ນໄປເລື້ອຍໆ, ຂໍສະແດງຄວາມຮູ້ບຸນຄຸນຕໍ່ການນໍາ ສື່ມວນຊົນຜູ້ກໍ່ຕັ້ງທີ່ໄດ້ເສຍສະຫລະ ຊີວິດເລືອດເນື້ອຂອງຕົນ ເພື່ອພັດທະ ນາວຽກງານສື່ມວນຊົນໃຫ້ເຕີບໃຫຍ່ ເຂັ້ມແຂງຈົນມາເຖິງທຸກວັນນີ້. ພາບປະກອບ * ໂດຍຍຶດໝັ້ນຢ່າງສະເໝີຕົ້ນສະ ເໝີປາຍ ແລະ ດ້ວຍຄວາມຈົງຮັກ ພັກດີຕໍ່ອຸດົມການ ແລະ ວັດຖຸປະສົງ ອັນສູງສົ່ງ ໃນການນໍາພາປະເທດ ຊາດກ້າວເດີນສູ່ຈຸດໝາຍສັງຄົມນິ ຍົມນັ້ນ, ພັກເຮົາ ຍິ່ງຕ້ອງສືບຕໍ່ນໍາ ພາບູລະນະລະບອບປະຊາທິປະໄຕ ປະຊາຊົນໃຫ້ສົມບູນຍິ່ງຂຶ້ນ ໂດຍຖື ເອົາການເຄົາລົບ ແລະ ເສີມຂະ ຫຍາຍສິດເປັນເຈົ້າຂອງປະຊາຊົນ, ອີງໃສ່ກໍາລັງແຮງຂອງປະຊາຊົນ ເພື່ອປະຕິບັດ ແລະ ຖືການນໍາເອົາ ຜົນປະໂຫຍດ ແລະ ຄວາມສົມບູນ ພູນສຸກມາໃຫ້ປະຊາຊົນເປັນເປົ້າ ໝາຍສູງສຸດໃນທຸກການເຄື່ອນໄຫວ ຂອງຕົນ. ແຕ່ຕ້ອງເອກະພາບກັນ ວ່າ: ປະເທດຊາດພວມຢືນຢູ່ຕໍ່ໜ້າ ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ໃຈແກ້ບັນຫາດ້ານໂຄງສ້າງເສດ ຖະກິດ, ການປັບປຸງກົນໄກຄຸ້ມຄອງ ລັດໃນແຕ່ລະດ້ານ, ແກ້ບັນຫາຫຍໍ້ ທໍ້ໃນພັກ ແລະ ໃນສັງຄົມ. 3. ຕ້ອງນໍາໃຊ້ຜົນສໍາເລັດດ້ານ ວິທະຍາສາດ, ນະວັດຕະກໍາຢ່າງ ກວ້າງຂວາງ ໂດຍຕິດພັນກັບການ ພັດທະນາຊັບພະຍາກອນມະນຸດ ທີ່ ມີຄຸນນະພາບສູງ, ໂດຍສະເພາະໃນ ຂົງເຂດວິສະວະກໍາ, ຕ້ອງຫັນປ່ຽນ ຢ່າງແຂງແຮງຈາກສະພາວະທີ່ ເປັນຢູ່ໃນປັດຈຸບັນ ໂດຍຕິດພັນກັບ ການປັບປຸງບັນດາແຜນນະໂຍບາຍ ອັນເປັນພື້ນຖານກ່ຽວກັບການພັດ ທະນາຢ່າງເປັນລະບົບ, ຖືການ ຄົ້ນ ຄວ້າ, ເຜີຍແຜ່ ແລະ ນໍາໃຊ້ຜົນສໍາ ເລັດດ້ານວິທະຍາສາດ-ເຕັກໂນໂລ ຊີ ແລະ ນະວັດຕະກໍາ ອັນເໝາະສົມ ເປັນມາດຕະຖານ ແລະ ເງື່ອນໄຂທີ່ ຂາດບໍ່ໄດ້ໃນການກໍານົດແຜນຍຸດ ທະສາດພັດທະນາໃນຊຸມປີຕໍ່ໜ້າ. 4. ຕ້ອງຍົກລະດັບຄວາມເປັນ ເຈົ້າການ ເຂົ້າຮ່ວມການຕໍ່ສູ້ ເພື່ອສັນ ຕິພາບ, ຄວາມໝັ້ນຄົງ; ການຮັບມື ກັບໂລກລະບາດ, ການປ່ຽນແປງ ດິນຟ້າອາກາດ ແລະ ການແກ້ໄຂ ບັນຫາອາດຊະຍາ ກໍາຂ້າມຊາດ ຄຽງຄູ່ກັບການຮັບປະກັນເອກະ ລາດ, ອໍານາດອະທິປະໄຕ, ລະບອບ ການເມືອງ ຂອງປະເທດຊາດ; ຕ້ອງ ຮັບປະກັນ ການສົມທົບລະຫວ່າງ ການເພີ່ມທະວີຮັດແໜ້ນມິດຕະພາບ ແລະ ການຮ່ວມມືກັບບັນດາປະ ເທດ ເພື່ອນມິດຍຸດທະສາດກັບການສືບ ຕໍ່ປະຕິບັດທິດການເຊື່ອມຈອດ ແລະ ເຊື່ອມໂຍງສາກົນ, ສ້າງເງື່ອນໄຂ ຍາດແຍ່ງ, ດຶງດູດກໍາລັງແຮງດ້ານ ທຶນຮອນ, ເຕັກໂນໂລຊີ, ນະວັດຕະ ກໍາເພື່ອຂຸດຄົ້ນ ແລະ ເສີມຂະຫຍາຍ ຄວາມອາດສາມາດ ບົ່ມຊ້ອນ ແລະ ກໍາລັງແຮງຂອງຊາດ. 5. ຕ້ອງຍົກສູງຄວາມເປັນເຈົ້າ ການ ໃນການກະກຽມຄວາມພ້ອມ ດ້ານຕ່າງໆ ເພື່ອຮັບມືກັບການແຜ່ ລະບາດຂອງພະຍາດໂຄວິດ-19 ທີ່ສົ່ງຜົນກະທົບຕໍ່ການຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄືແຜນພັດທະນາເສດ ຖະກິດ-ສັງຄົມໃນຊຸມປີຕໍ່ໜ້າ. ອັນໃຫຍ່, ແຕ່ພ້ອມນັ້ນກໍມີທັງໂອ ກາດ ແລະ ຄວາມອາດສາມາດໃໝ່ ຫລາຍດ້ານທີ່ສາມາດເສີມຂະຫຍາຍ ເຂົ້າໃນການພັດທະນາ. ດ້ວຍເຫດ ນັ້ນ ພວກເຮົາຕ້ອງກໍາແໜ້ນການ ເລັ່ງທວງໃນການພັດທະນາປະເທດ ຊາດໃນຊຸມປີຕໍ່ໜ້າຄື: 1. ຕ້ອງຖືເອົາການແກ້ໄຂຄວາມ ທຸກຍາກຂອງປະຊາຊົນ ເປັນໜ້າທີ່ ຈຸດສຸມບົນພື້ນຖານການປຸກສະຕິ ຕື່ນຕົວເພິ່ງຕົນເອງ, ເປັນເຈົ້າຕົນເອງ ແລະ ບືນຕົວຂຶ້ນສ້າງຄວາມເຂັ້ມ ແຂງດ້ວຍຕົນເອງຂອງປະຊາຊົນ ແລະ ຊັ້ນຄົນຕ່າງໆໃນທົ່ວປະເທດ. 2. ຕ້ອງຕັ້ງໜ້າແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງໃນການພັດທະນາ ເສດຖະກິດ-ສັງຄົມ ທີ່ມີລັກສະນະ ຊໍາເຮື້ອໃນຜ່ານມາ ໂດຍເລີ່ມແຕ່ ການຫັນປ່ຽນດ້ານຈິນຕະນາການ ດ້ານທິດສະດີ, ຍົກລະດັບຄວາມສາ ມາດໃນການຮູ້ສະພາບການພາຍ ໃນ ແລະ ສາກົນ ຈົນເຖິງການ ຕັດສິນ ພາບປະກອບ ນອກຈາກນັ້ນຍັງໄດ້ໂຄສະນາປຸກ ລະດົມໃຫ້ແກ່ການຈັດຕັ້ງປະຕິບັດ ສອງວາລະແຫ່ງຊາດ ເພື່ອໃຫ້ເຂົ້າ ສູ່ລວງເລິກ ແລະ ໄດ້ຮັບການຈັດ ຕັ້ງປະຕິບັດຢ່າງທົ່ວເຖິງ, ເພື່ອໃຫ້ ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈເຫັນໄດ້ ຄວາມໝາຍ-ຄວາມສຳຄັນຂອງ ສອງວາລະ ດັ່ງກ່າວ, ໂຄສະນາ ເຜີຍແຜ່ການເຄື່ອນໄຫວວຽກງານ ຕ່າງໆຂອງການນຳພັກ-ລັດຢູ່ພາຍ ໃນ ແລະ ຕ່າງປະເທດ ໂດຍສະເພາະ ແມ່ນອອກຂ່າວການນຳພັກ-ລັດ ໄປຢ້ຽມຢາມປະເທດເພື່ອນມິດ ແລະ ເຂົ້າຮ່ວມກອງປະຊຸມສຳຄັນ ຕ່າງໆຢູ່ໃນເວທີພາກພື້ນ ແລະ ສາ ກົນ. ພ້ອມນັ້ນໜັງສືພິມປະຊາຊົນ ຍັງໄດ້ເອົາໃຈ ໃສ່ໂຄສະນາແກ້ໄຂ ບັນຫາຫາງສຽງສັງຄົມທີ່ອອກ ຂ່າວບໍ່ມີມູນຄວາມຈິງ ເພື່ອໃຫ້ປະ ຊາຊົນໄດ້ຫັນມາບໍລິໂພກຂ່າວຖືກ ຕ້ອງມີມູນຄວາມຈິງ ແລະ ເຂົ້າໃຈຕໍ່ ແນວທາງນະໂຍບາຍ ຂອງພັກ-ລັດ ພ້ອມທັງຕອບໂຕ້ກົນອຸບາຍຫລອກ ລວງຂອງພວກຄົນບໍ່ຫວັງດີ ທີ່ຫວັງ ໃສ່ຮ້າຍປ້າຍສີການນຳພັກ-ລັດ ຂອງພວກເຮົາ ກໍຄືຫວັງທຳລາຍລະ ບອກການເມືອງຂອງພວກເຮົາ ທ່ານ ວັນໄຊ ຕະວິນຍານ
RkJQdWJsaXNoZXIy MTc3MTYxMQ==