5680

lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 14/08/2023 xtgmf]k; ນາຍົກລັດຖະມົນຕີ ຕ້ອນຮັບ... ນາຍົກລັດຖະມົນຕີ ຕິດຕາມ... ຊົມເຊີຍ ວັນສາມັກຄີປອງ... ໂຮມຊຸມນຸມ... ຜົນສຳເລັດກອງປະຊຸມ... ຂປລ. ວັນທີ 11 ສິງຫາ 2023 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ, ພ້ອມດ້ວຍບັນດາລັດ ຖະມົນຕີຈາກຊວງທີ່ກ່ຽວຂ້ອງ ລົງ ເຄື່ອນໄຫວຕິດຕາມສະພາບຜົນ ກະທົບຈາກໄພນໍ້າຖ້ວມຢູ່ເມືອງຄູນ ຄໍາ ແຂວງຄໍາມ່ວນ ໂດຍການຕ້ອນ ຮັບຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ທ່ານ ແກ້ວ ວິໄລ ໄຊຍະບຸດ ເຈົ້າເມືອງຄູນຄໍາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ຕິດຕາມ. ໂອກາດນີ້, ທ່ານ ແກ້ວວິໄລ ໄຊຍະບຸດ ເຈົ້າເມືອງຄູນຄໍາ ໄດ້ຕາງ ໜ້າໃຫ້ແກ່ອໍານາດການປົກຄອງ ເມືອງລາຍງານສະພາບຜົນກະທົບ ແລະ ຄວາມເສຍຫາຍທີ່ເກີດຈາກໄພ ພິບັດນໍ້າຖ້ວມໃນຄັ້ງນີ້ວ່າ: ນັບແຕ່ ວັນທີ 27 ກໍລະກົດ ຫາ 3 ສິງຫາ 2023 ໄດ້ມີຝົນຕົກໜັກຕິດຕໍ່ກັນ ຫລາຍວັນເຮັດໃຫ້ລະດັບນໍ້າຫີນ ບູນ , ນໍ້າໄຮເພີ່ມຂຶ້ນສູງບວກກັບນໍ້າ ປ່າທີ່ໄຫລລົງມາຈາກຍອດພູໄຮ ແລະ ພູຜາມ່ານ ເປັນຈໍານວນຫລາຍ. ມາຮອດວັນທີ 3 ສິງຫາ 2023 ລະ ດັບນໍ້າໄດ້ເພີ່ມສູງຂຶ້ນ ແລະ ໄດ້ໄຫລ ເຂົ້າບ້ານເຮືອນ ຂອງປະຊາຊົນທີ່ຢູ່ ແຄມນໍ້າຫີນບູນ ໄຫລຖ້ວມຕາມ ເສັ້ນ ທາງ, ເຮືອນຊານ, ເລົ້າເຂົ້າ, ໄຮ່-ນາ , ຮົ້ວສວນຢ່າງໄວວາແບບ ບໍ່ເຄີຍມາກ່ອນ. ຜ່ານການເຄື່ອນໄຫວເກັບກໍາຂໍ້ ມູນຂອງກອງເລຂາຄະນະກໍາມະ ການຄຸ້ມຄອງໄພພິບັດຂັ້ນເມືອງ ສາມາດສັງລວມຜົນກະທົບ ແລະ ຄວາມເສຍຫາຍໃນທົ່ວເມືອງມີ ບ້ານທີ່ຖືກນໍ້າຖ້ວມທັງໝົດ14 ບ້ານ, 12.767 ຄົນ, ຍິງ 6.320 ຄົນ, 2.812 ຄອບຄົວ(ມີບ້ານ 9 ບ້ານທີ່ ໄດ້ຮັບຜົນເສຍຫາຍໜັກ), ເນື້ອທີ່ ກະສິກໍາຖືກນໍ້າຖ້ວມທັງໝົດ 22 ບ້ານ, 6.138 ເຮັກຕາ. ໃນນີ້, ນາປີມີ 3.924 ເຮັກຕາ, ເສຍຫາຍ 2.039 ເຮັກຕາ, ສວນມັນຕົ້ນ 1.849 ເຮັກ ຕາ, ເສຍຫາຍ 986 ເຮັກຕາ, ສວນ ກ້ວຍບໍລິສັດຖັງຄໍາ 289 ເຮັກຕາ, ສວນຢາງພາລາເສຍຫາຍ 66 ເຮັກຕາ ແລະ ເນື້ອທີ່ສວນພືດຜັກ ຕ່າງໆ 10 ເຮັກຕາ; ສັດລ້ຽງເສຍ ຫາຍທັງໝົດ 16.988 ໂຕ. ໃນນີ້, ມີຄວາຍ 384 ໂຕ, ງົວ 1.052 ໂຕ, ໝູ 301 ໂຕ, ແບ້ 328 ໂຕ ແລະ ສັດປີກ 14.925 ໂຕ , ໜອງປາຖືກ ນໍ້າຖ້ວມທັງໝົດ 284 ໜອງ; ຊັບ ສິນທີ່ເສຍຫາຍປະກອບມີ: ລົດໄຖ ນາມີ 609 ຄັນ, ໂຮງສີ ເຂົ້າ 87 ໂຮງ, ເລົ້າເຂົ້າ 56 ຫລັງ , ເຂົ້າເສຍຫາຍ 559 ໂຕນ, ເຕົາຢາສູບ 47 ເຕົາ ແລະ ເຄື່ອງໃຊ້ໄຟຟ້າຈໍານວນໜຶ່ງ. ພ້ອມນີ້, ຍັງມີອຸປະກອນການຮຽນການສອນເຊັ່ນ : ກະດານດໍາ 37 ແຜ່ນ, ປຶ້ມຄູ່ມືແບບຮຽນ 1.205 ຊຸດ ແລະ ໂຕະຕັ່ງ 168 ຊຸດ. ສ່ວນການ ຍົກຍ້າຍປະຊາຊົນທີ່ຖືກນໍ້າຖ້ວມ ໃນ 9 ບ້ານມາຢູ່ສູນຮອງຮັບຊົ່ວຄາວ ມີທັງໝົດ 2 ສູນຄື: ສູນບ້ານຄູນ ມະນີປະຊາຊົນເຂົ້າ ມາພັກຢູ່ສູນມີ 30 ຄອບຄົວ , ມີ 146 ຄົນ , ຍິງ 76 ຄົນ, ຈໍານວນຄອບຄົວທີ່ໄປຢູ່ນໍາພີ່ ນ້ອງມີ 152 ຄອບຄົວ ແລະ ຄອບຄົວ ບໍ່ອອກມາ 130 ຄອບຄົວ(ເຮືອນ ສູງ ຫລື ສອງຊັ້ນ) ແລະ ສູນບ້ານ ພູຊາດ ມີ 168 ຄອບຄົວ , ມີ 469 ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດພິທີໂຮມຊຸມນຸມ ເພື່ອຫວນຄືນມູນເຊື້ອວັນສ້າງຕັ້ງສື່ ມວນຊົນ ແລະ ການພິມຈໍາໜ່າຍຄົບ ຮອບ 73 ປີ (13/8/1950 -13/8/ 2023) ໂດຍການເປັນປະທານ ຂອງທ່ານ ວັນສີ ກົວມົວ ຮອງລັດ ຖະມົນຕີ ກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ມີ ຄະນະນຳກະຊວງ, ຫົວໜ້າກົມ, ຫົວ ພະແນກ, ຜູ້ຕາງໜ້າສື່ມວນຊົນວິທະ ຍຸ, ໂທລະພາບ, ໜັງສືພິມ, ວາລະສານ ແລະ ແຂກຖືກເຊີນເຂົ້າຮ່ວມ. ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງ ຖວທ ໄດ້ຍົກໃຫ້ເຫັນປະຫວັດ, ມູນເຊື້ອ ຂອງສື່ມວນຊົນ ແລະ ການພິມຈໍາ ໜ່າຍ 73 ປີ ແຫ່ງການເຕີບ ໃຫຍ່ຂະ ຫຍາຍຕົວຂອງການເຄື່ອນໄຫວ ວຽກງານສື່ມວນຊົນ ແລະ ການພິມ ຈໍາໜ່າຍທີ່ ຜ່ານ ມາ, ລວມທັງຜົນ ງານທີ່ພົ້ນເດັ່ນຂອງການເຄື່ອນ ໄຫວວຽກງານສື່ມວນຊົນ ແລະ ການພິມຈໍາໜ່າຍ ປະຈໍາປີ 20222023 ເຊິ່ງໃນຂົງເຂດສື່ມວນຊົນ ໄດ້ເອົາໃຈໃສ່ໂຄສະນາການຈັດຕັ້ງ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ການຈັດຕັ້ງປະ ຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ຄົນ, ຍິງ 212 ຄົນ , ຈໍານວນ ຄອບຄົວ ທີ່ໄປຢູ່ນໍາພີ່ນ້ອງ 97 ຄົນ. ມາຮອດ ປັດຈຸບັນປະຊາຊົນທີ່ເຂົ້າມາພັກຢູ່ ສູນແມ່ນໄດ້ກັບຄືນເມືອຢູ່ບ້ານໝົດ ແລ້ວ. ດ້ານການປຸກລະດົມເຄື່ອງຊ່ວຍ ເຫລືອນັບແຕ່ວັນທີ 04-10 ສິງຫາ 2023 ໄດ້ຮັບເຄື່ອງຊ່ວຍເຫລືອ ອຸປະໂພກ-ບໍລິໂພກ ລວມມູນຄ່າ 2,4 ກວ່າກີບ ແລະ ເງິນສົດທັງໝົດ 169 ລ້ານກວ່າກີບ. ຄະນະກໍາມະການ ຄຸ້ມຄອງໄພພິບັດຂັ້ນເມືອງໄດ້ຈັດ ແບ່ງເຄື່ອອຸປະໂພກ-ບໍລິໂພກທີ່ໄດ້ ຮັບຈາກສັງຄົມລົງໄປຊ່ວຍເຫລືອ ຜູ້ປະສົບໄພນໍ້າຖ້ວມໃນເບື້ອງຕົ້ນ 14 ບ້ານ, ມາຮອດປັດຈຸບັນສາມາດ ແຈກຢາຍໄດ້ສໍາເລັດ. ນອກນັ້ນ, ຍັງ ໄດ້ຮັບການປະກອບສ່ວນຊ່ວຍ ເຫລືອຈາກພາກສ່ວນຕ່າງໆທີ່ມາ ຜ່ານເມືອງແລ້ວໃຫ້ພະນັກງານ ເມືອງນໍາລົງແຈກຢາຍ ແລະ ມີຈໍາ ນວນ ໜຶ່ງກໍບໍ່ໄດ້ຜ່ານເມືອງລົງໄປ ແຈກຢາຍເອງ. ພິເສດທາງແຂວງ ແລະ ກະຊວງໄດ້ສົ່ງລົດຜະລິດນໍ້າ ສະອາດເຄື່ອນທີ່ມາຊ່ວຍຈໍານວນ 2 ຄັນ ເພື່ອບໍລິການໃຫ້ປະຊາຊົນ ແຕ່ລະບ້ານເລີ່ມແຕ່ວັນທີ 07-10 ສິງຫາ 2023 ບໍລິການໄດ້ 10 ບ້ານ (ກໍາລັງການຜະລິດ 4.000 ລິດ/ຊົ່ວໂມງ) ເຊິ່ງສາມາດແກ້ໄຂ ໄດ້ໃນເບື້ອງຕົ້ນ. ພ້ອມນີ້, ຍັງແຕ່ງຕັ້ງ ທີມງານແພດໝໍລົງເຝົ້າລະວັງ ແລະ ຮັກສາສຸຂະພາບ ເຊິ່ງມີທີມງານກູ້ ໄພເຫດການດິນເຈື່ອນ ແລະ ທີມ ງານຜົນກະທົບຈາກນໍ້າຖ້ວມມີ 6 ຈຸດ, ມາຮອດປັດຈຸບັນເຫັນວ່າບໍ່ມີ ກໍລະນີໃດທີ່ຮ້າຍແຮງເກີດຂຶ້ນມີແຕ່ ບັນຫານໍ້າຄັນກັດຕິນ, ໄຂ້ຫວັດ ແລະ ພະຍາດຖອກທ້ອງຈໍານວນໜຶ່ງ; ດ້ານສະພາບດິນເຈື່ອນຖົມທາງເລກ 8 A ຢູ່ເທິງພູໄຮ ມາຮອດວັນທີ 5 ສິງ ຫາ 2023 ກໍໄດ້ຂໍ້ມູນຈາກທິມງານ ທີ່ຂຶ້ນໄປສໍາຫລວດວ່າມີດິນເຈື່ອນ ຢູ່ 4 ຈຸດ, ພົບເຫັນຜູ້ຕົກຄ້າງທັງໝົດ 68 ຄົນ, ມີຜູ້ເສຍຫາຍ 1 ຄົນ (ໂຊ ເຟິລົດຄົນຫວຽດນາມ), ມີພາຫະ ນະລົດຕົກຄ້າງຈໍານວນ 110 ຄັນ, ໃນນີ້ຖືກດິນເຈື່ອນທັບ 6 ຄັນ , ຕົກ ເຫວ 2 ຄັນ, ສາມາດແຍກປະເພດ ລົດ ແລະ ປ້າຍທະບຽນໄດ້ເຊິ່ງມີລົດ ລາວ 49 ຄັນ, ລົດຫວຽດ 33 ຄັນ ສ່ວນທີ່ເຫລືອຍັງບໍ່ສາມາດເກັບທະ ບຽນໄດ້, ສໍາລັບຄົນທີ່ຄ້າງຢູ່ເທິງ ພູແມ່ນສາມາດຊ່ວຍເຫລືອມາໄດ້ ຢ່າງປອດໄພ . ໂອກາດນີ້, ທ່ານນາຍົກລັດຖະ ມົນຕີ ໄດ້ສະແດງຄວາມເປັນຫ່ວງ ເປັນໄຍຕໍ່ພໍ່ແມ່ປະຊາຊົນຜູ້ປະສົບ ໄພ ແລະ ໄດ້ສະແດງຄວາມຊົມເຊີຍ ມາຍັງອໍານາດການປົກຄອງແຕ່ລະ ຂັ້ນພາຍໃນແຂວງ ຕະຫລອດເຖິງ ທຸກພາກສ່ວນທີ່ໄດ້ປະກອບສ່ວນ ວັດສິ່ງຂອງ, ເຄື່ອງອຸປະໂພກ-ບໍລິ ໂພກ ແລະ ເງິນສົດຈົນສາມາດເຮັດ ໃຫ້ສາຖານະການໄດ້ຜ່ອນຄາຍລົງ. ພ້ອມນີ້, ທ່ານຍັງເນັ້ນໃຫ້ພາກສ່ວນ ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ເປັນໃຈກາງໃນການຕິດຕາມເຝົ້າ ລະວັງຜົນກະທົບທາງທໍາມະຊາດ ທີ່ອາດຈະເກີດຂຶ້ນອີກ; ໝັ່ນຕິດຕາມ ພະຍາກອນອາກາດຢ່າງໃກ້ຊິດ ແລະ ເປັນປົກກະຕິ , ຕິດຕາມຄວບ ຄຸມພະຍາດໄຂ້ຍຸງລາຍ ແລະ ພະ ຍາດຕາມລະດູການອື່ນໆທີ່ເກີດນໍາ ຄົນ, ສັດພາຍຫລັງນໍ້າບົກແຫ້ງລົງ, ກະກຽມແນວພັນພືດ-ສັດ ທົດແທນ ແລະ ອື່ນໆ. ການລົງມາເຄື່ອນໄຫວ ຄັ້ງນີ້, ທ່ານນາຍົກລັດຖະມົນຕີຍັງ ໄດ້ມອບເງິນ ເພື່ອແກ້ໄຂ ແລະ ບັນ ເທົາຜົນກະທົບນໍ້າຖ້ວມໃຫ້ແຂວງ ຄຳມ່ວນ ຈໍານວນ 150 ລ້ານກີບ ຊຶ່ງຮັບ ໂດຍທ່ານວັນໄຊ ພອງສະ ຫວັນ ເຈົ້າແຂວງຄຳມ່ວນ, ມອບໃຫ້ ເມືອງຄູນຄໍາ 100 ລ້ານກີບ ແລະ ກອງທຶນນໍ້າມັນ 50 ລ້ານກີບ, ຮັບ ໂດຍທ່ານເຈົ້າເມືອງຄູນຄໍາ. ຫລັງຈາກນັ້ນ, ທ່ານນາຍົກລັດ ຖະມົນຕີພ້ອມຄະນະກໍໄດ້ລົງໄປ ເບິ່ງຈຸດທີ່ມີດິນເຈື່ອນຖົມທາງຢູ່ ເທິງພູໄຮ, ໄປພົບປະໂອ້ລົມ ແລະ ມອບເຄື່ອງຊ່ວຍເຫລືອໃຫ້ປະຊາ ຊົນທີ່ໄດ້ຮັບຜົນກະທົບໜັກຈໍານວນ 9 ບ້ານຢູ່ສູນບ້ານຄູນມະນີ ຕື່ມອີກ. ບັນດາເຜົ່າ, ປຸກລະດົມຂົນຂວາຍໃຫ້ມີນ້ຳໃຈຮັກຊາດ, ຄຽດແຄ້ນສັດຕູ, ເຂົ້າຮ່ວມຂະບວນການປົດປ່ອຍປະເທດຊາດ. ພັກໄດ້ຕົກລົງສ້າງຕັ້ງໜັງ ສືພິມລາວອິດສະຫລະ ແລະ ໂຮງພິມລາວອິດສະຫລະຂຶ້ນ. ເມື່ອພວກເຮົາ ຫວນຄືນຫລັງກ່ອນນີ້ 73 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ແນວລາວສ້າງຊາດ ໃນປັດຈຸບັນແມ່ນຜູ້ສືບທອດ ແລະ ເສີມຂະຫຍາຍມູນ ເຊື້ອອັນສະຫງ່າລາສີຂອງແນວລາວອິດສະຫລະ, ແນວລາວຮັກຊາດ ໃນເມື່ອກ່ອນ ເຊິ່ງໄດ້ເຕົ້າໂຮມຄວາມສາມັກຄີປະຊາຊົນລາວບັນດາເຜົ່າ ເຂົ້າໃນການຕໍ່ສູ້ກູ້ຊາດໃນເມື່ອກ່ອນ ແລະ ການປະຕິບັດສອງໜ້າທີ່ແຫ່ງ ການປົກປັກຮັກສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ. ແນວລາວ ສ້າງຊາດເວລາໃດກໍ່ມີບົດບາດອັນໃຫຍ່ຫລວງໃນການປຸກລະດົມ, ຂົນ ຂວາຍ ແລະ ເຕົ້າໂຮມຄວາມສາມັກຄີຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາຂອງພັກ. ໃນໄລຍະຕໍ່ສູ້ກູ້ຊາດ ຕ້ານກັບການຮຸກຮານ ແລະ ແຊກແຊງຂອງຈັກກະພັດລ່າເມືອງຂຶ້ນ; ບົດບາດຂອງແນວລາວ ອິດສະຫລະ ກໍ່ຄື ແນວລາວສ້າງຊາດ ໄດ້ຕິດພັນກັບບົດບາດຊື່ສຽງຂອງ ບັນດາຜູ້ນໍາທີ່ເປັນຕົວແທນຈາກບັນດາຊັ້ນຄົນ, ເຜົ່າຊົນ ແລະ ພັກຝ່າຍ ການເມືອງ, ໄດ້ກາຍເປັນແຮງດຶງດູດເຕົ້າໂຮມທຸກຊັ້ນຄົນ, ເຜົ່າຊົນ,ສາ ສະໜາ, ນັບທັງຜູ້ຊົງຄຸນວຸດທິທີ່ຮັກຊາດທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມຂະບວນການຕໍ່ສູ້ປົດປ່ອຍຊາດອັນຍືດເຍື້ອຍາວນານທໍລະຫົດ ອົດທົນ. ມູນເຊື້ອ, ຄວາມສາມັກຄີປອງດອງ ແລະ ນໍ້າໃຈຕໍ່ສູ້ອາດຫານບໍ່ ຍອມຈໍານົນ ໄດ້ຮັບການເສີມຂະຫຍາຍຢ່າງແຂງແຮງສູ່ລະດັບສູງ ຈົນໃນທີ່ ສຸດກໍ່ສາມາດຍາດໄດ້ໄຊຊະນະຢ່າງສົມບູນ ແລະ ກ້າວເຖິງສະຖາປະນາ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ. ສຳລັບວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍ ຕະຫລອດໄລຍະ 73 ປີຜ່ານມາ, ໂດຍພາຍໃຕ້ການນໍາພາໂດຍກົງຂອງພັກ, ການຄຸ້ມ ຄອງຢ່າງໃກ້ຊິດຂອງລັດ, ການສະໜັບສະໜູນຂອງປະຊາຊົນບັນດາ ເຜົ່າ ແລະ ການຊ່ວຍເຫລືອຈາກປະເທດເພື່ອນມິດຍຸດທະສາດ ແລະ ອົງ ການຈັດຕັ້ງສາກົນອື່ນໆ; ຂະແໜງການຖະແຫລງຂ່າວ, ສື່ມວນຊົນ ແລະ ພິມຈຳໜ່າຍ ໄດ້ຮັບການພັດທະນາ, ມີຄວາມກ້າວໜ້າ, ເຕີບໃຫຍ່ ແລະ ເຂັ້ມແຂງຢ່າງບໍ່ຢຸດຢັ້ງ. ໃນປີຜ່ານມາ ວຽກງານຖະແຫລງຂ່າວ,ສື່ມວນ ຊົນ ແລະ ພິມຈຳໜ່າຍໄດ້ປະກອບສ່ວນສຳຄັນໃນບັນດາຜົນສຳເລັດ ຂອງການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງ ພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ໂຄສະນາຕ້ານການ ລະບາດຂອງພະຍາດໂຄວິດ-19. ອັນສຳຄັນແມ່ນການປະກອບສ່ວນ ເຂົ້າໃນການໂຄສະນາເຜີຍແຜ່ການເຄື່ອນໄຫວວຽກງານການຕ່າງປະ ເທດ, ເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະສົບຜົນສຳເລັດຢ່າງສະຫງ່າ ງາມ ເຊິ່ງໄດ້ເຮັດໃຫ້ຖານະບົດບາດ ແລະ ຊື່ສຽງຂອງ ສປປ ລາວ ພົ້ນ ເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ. ມາຮອດປັດຈຸບັນວຽກງານຖະ ແຫລງຂ່າວ, ສື່ມວນຊົນໄດ້ສືບຕໍ່ເຕີບໃຫຍ່ຂະຫຍາຍຕົວທ່າມກາງສິ່ງທ້າ ທາຍທົດຊອບນາໆປະການ. ອັນພົ້ນເດັ່ນແມ່ນໄດ້ປັບປ່ຽນຮູບແບບການ ເຜີຍແຜ່ຂໍ້ມູນຂ່າວສານຜ່ານລະບົບອອນລາຍ ເພື່ອກະຈາຍຂໍ້ມູນໃຫ້ສັງ ຄົມໄດ້ຮັບຮູ້ຢ່າງທົ່ວເຖິງທັງຮັບປະກັນໄດ້ຄວາມຖືກຕ້ອງ, ວອງໄວ ແລະ ຊັດເຈນ. ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດສະແດງ ຄວາມຊົມເຊີຍ, ຍ້ອງຍໍສັນລະເສີນຕໍ່ແນວລາວສ້າງຊາດແຕ່ລະຂັ້ນ, ພີ່ ນ້ອງລາວທຸກຊັ້ນຄົນ, ທຸກເຜົ່າຊົນ, ເພດໄວ ທັງພາຍໃນແລະ ຢູ່ຕ່າງປະເທດ ທີ່ໄດ້ພ້ອມກັນເຊີດຊູນໍ້າໃຈຮັກຊາດ, ສາມັກຄີເປັນຈິດໜຶ່ງໃຈດຽວບຸກບືນ ຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ເພື່ອເຮັດສຳເລັດໜ້າທີ່ການຈັດຕັ້ງ ປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫລັກການຂອງພັກ ເຊິ່ງໄດ້ມີຜົນສຳເລັດຢ່າງຈົບງາມເຮັດໃຫ້ບົດບາດ, ກຽດຊື່ສຽງຂອງ ປະເທດຊາດ ໄດ້ຮັບການຍົກສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ ຢ່າງບໍ່ ຢຸດຢັ້ງ. ພ້ອມທັງຊົມເຊີຍນັກຮົບຖະແຫລງຂ່າວ, ສື່ມວນຊົນ ແລະ ພິມຈຳ ໜ່າຍທຸກຖ້ວນໜ້າທີ່ໄດ້ອຸທິດເຫື່ອແຮງ, ສະຕິປັນຍາຂອງຕົນໃຫ້ແກ່ພາ ລະ ກິດທີ່ມີກຽດສະຫງ່ານີ້. ຊົມເຊີຍວັນສາມັກຄີປອງປອງທົ່ວປວງຊົນ, ວັນສື່ມວນຊົນ ແລະ ການ ພິມຈຳໜ່າຍ ຄົບຮອບ 73 ປີ ຢ່າງສຸດໃຈ ! ໃນລະຫວ່າງວັນທີ 8-10 ສິງຫາ 2023 ນີ້. ໃນໂອກາດດັ່ງກ່າວ, ທ່ານນາ ຍົກລັກຖະມົນຕີໄດ້ສະແດງຄວາມ ຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງ ຕໍ່ທ່ານ ນາງ ບຸ່ຍ ທິ ມິງ ຮວ່າຍ ພ້ອມ ຄະນະທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນເສີມ ສ້າງສາຍພົວພັນທີ່ຍິ່ງໃຫຍ່, ການ ຮ່ວມມືຮອບດ້ານ ແລະ ຄວາມສາ ມັກຄີແບບພິເສດ ລະຫວ່າງສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ລາວ-ຫວຽດນາມ ທີ່ມີມູນເຊື່ອ ມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ ແຕກດອກອອກຜົນຍິ່ງໆຂຶ້ນ, ພ້ອມ ນີ້ ທ່ານນາຍົກລັດຖະມົນຕີຍັງໄດ້ ອວຍພອນໃຫ້ຄະນະຜູ້ແທນດັ່ງກ່າວ ຈົ່ງປະສົບຜົນສຳເລັດໃນການມາ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້. ທ່ານ ນາງ ບຸ່ຍ ທິ ມິງ ຮວ່າຍ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ນາຍົກລັດຖະມົນຕີທີ່ໄດ້ໃຫ້ການ ຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງ ໄດ້ ແຈ້ງຈຸດປະສົງໃນການມາເຄື່ອນ ໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໂດຍສະເພາະຜົນຂອງ ການພົບປະສອງຝ່າຍລະຫວ່າງຄະ ນະກຳມະການສູນກາງແນວລາວ ສ້າງຊາດ ສປປ ລາວ ກັບຄະນະຂົນ ຂວາຍປະຊາຊົນສູນກາງພັກກອມ ມູນິດຫວຽດນາມ. ຂ່າວ-ພາບ: ສຳນານ ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ, ມີຜູ້ແທນເຂົ້າຮ່ວມ ຈາກປະເທດສະມາຊິກອາຊຽນ, ກອງເລຂາອາຊຽນ ແລະ ຄະນະຜູ້ ແທນປະເທດ ຕີມໍແລັດສະເຕ ໃນ ຖານະປະເທດສັງເກດການ. ກອງປະຊຸມໄດ້ຢືນຢັນຄືນຄໍາ ໝັ້ນສັນຍາຢ່າງແຂງແຮງໃນການ ແກ້ໄຂບັນຫາຢາເສບຕິດຂອງບັນ ດາລັດຖະມົນຕີອາຊຽນຮັບຜິດ ຊອບວຽກງານດັ່ງກ່າວ ເພື່ອເຮັດ ໃຫ້ອາຊຽນປອດຢາເສບຕິດ ໂດຍ ສອດຄອງກັບລະບຽບກົດໝາຍ ຂອງແຕ່ລະປະເທດສະມາຊິກອາ ຊຽນ, ກອງປະຊຸມໄດ້ຮັບຊາບເຖິງ ຜົນສໍາເລັດທີ່ສໍາຄັນໃນຄວາມພະ ຍາຍາມຮ່ວມກັນຂອງບັນດາປະ ເທດ ສະມາຊິກອາຊຽນໃນການສົ່ງ ເສີມການເຈລະຈາ ແລະ ອຳນວຍ ຄວາມສະດວກໃຫ້ມີການແລກ ປ່ຽນຂໍ້ມູນຂ່າວສານກ່ຽວກັບສະ ຖານະການບັນຫາຢາເສບຕິດຢູ່ໃນ ພາກພື້ນ ພາຍໃຕ້ຂອບກອງ ປະຊຸມ ລັດຖະມົນຕີ ແລະ ລະດັບເຈົ້າໜ້າທີ່ ອາວຸໂສອາຊຽນ ວ່າດ້ວຍບັນຫາ ຢາ ເສບຕິດ, ກອງປະຊຸມໄດ້ສະແດງ ຄວາມເປັນຫ່ວງຕໍ່ການແພ່ລະບາດ ຂອງຢາເສບຕິດຜິດກົດໝາຍທີ່ ສ້າງຜົນເສຍຫາຍຮ້າຍແຮງຕໍ່ສຸ ຂະພາບ, ຄວາມປອດໄພ, ຄວາມ ໝັ້ນຄົງ ຂອງປະຊາຊົນໃນພາກພື້ນ ແລະ ໄດ້ຮັບຊາບເຖິງສິ່ງທ້າຍທີ່ເກີດ ຂຶ້ນຈາກຢາເສບຕິດຜິດກົດໝາຍໃນ ພາກພື້ນ, ກອງປະຊຸມໄດ້ມອບໝາຍ ໃຫ້ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນວ່າດ້ວຍບັນຫາຢາເສບຕິດ (ASOD) ດໍາເນີນການທົບທວນ ຄືນຄັ້ງສຸດທ້າຍຂອງແຜນວຽກອາ ຊຽນ 2016-2025 ແລະ ສົ່ງຜົນ ໄດ້ຮັບພ້ອມຂໍ້ສະເໜີແນະນໍາຕໍ່ກອງ ປະຊຸມລັດຖະມົນຕີອາຊຽນວ່າ ດ້ວຍບັນຫາຢາເສບຕິດ ຄັ້ງທີ 9 (AMMD) ປີ 2025, ກອງປະຊຸມ ໄດ້ຮັບຮອງເອົາຖະແຫລງການ ຮ່ວມຂອງອາຊຽນ ແລະ ມອບໝາຍ ໃຫ້ ສປປ ລາວ ໄປລາຍງານຕໍ່ກອງ ປະຊຸມເຈົ້າໜ້າທີ່ລະດັບສູງຂອງຄະ ນະກໍາມະການຄວບຄຸມຢາເສບຕິດ ຢາເສບຕິດສາກົນ (CND) ຄັ້ງທີ 67 ໃນປີ 2024, ກອງປະຊຸມໄດ້ ສະແດງຄວາມຍິນດີຕໍ່ປະເທດຟີລິບ ປີນ ທີ່ຈະເປັນເຈົ້າພາບຈັດກອງ ປະຊຸມລັດຖະມົນຕີອາຊຽນວ່າ ດ້ວຍບັນຫາຢາເສບຕິດ ຄັ້ງທີ 9 (AMMD) ໃນປີ 2025. ກອງປະຊຸມໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍມາຍັງລັດຖະບານ ແລະ ກະຊວງປ້ອງກັນຄວາມສະ ຫງົບ ແຫ່ງ ສປປ ລາວ ສໍາລັບການ ເປັນເຈົ້າພາບຈັດກອງປະຊຸມລັດ ຖະມົນຕີອາຊຽນ ວ່າດ້ວຍບັນຫາຢາ ເສບຕິດ ຄັ້ງທີ 8 ປະສົບຜົນສຳເລັດ ຕາມຄາດໝາຍ. ຂ່າວ: ວຽງສະຫວັນ,ພາບ:ເກດສະໜາ ວຽກງານຈຸດສຸມຂອງລັດຖະບານ; ໄດ້ໂຄສະນາ ເພື່ອສະກັດກັ້ນການ ແພ່ລະບາດຂອງພະຍາດຕ່າງໆ ເຊັ່ນ: ໂຄວິດ-19, ພະຍາດທີ່ເກີດ ຂຶ້ນຕາມລະດູການ ແລະການປ່ຽນ ແປງຂອງດິນຟ້າອາກາດ. ນອກ ຈາກນີ້, ໂທລະພາບແຫ່ງຊາດລາວ ຍັງໄດ້ມີການປັບປຸງ, ຄ່ອຍຫັນປ່ຽນ ຈາກລະບົບອານາລ໊ອກ ເປັນລະບົບ ດີຈີຕອນ ເທື່ອລະກ້າວໃນນັ້ນ, ສະ ຖານີໂທລະພາບແຫ່ງຊາດລາວ ຊ່ອງ 3 ແມ່ນໄດ້ຫັນເປັນລະບົບທີ່ ທັນສະໄໝ (Full HD) ທັງອຸປະ ກອນ ການ ຜະ ລິດ ແລະ ເຄື່ອງສົ່ງ (ສຳລັບເຄື່ອງສົ່ງພາກພື້ນດິນເປັນ ລະ ບົບ ດີ ຈິຕອນ, ປັດ ຈຸ ບັນ ກຳ ລັງ ຂໍການອະນຸມັດຄາດວ່າຈະໄດ້ຮັບ ການຕິດ ຕັ້ງ ໃນ ໄວໆ ນີ້); ສາມາດ ຂະຫຍາຍຕາໜ່າງໂທລະໂຄ່ງລົງສູ່ ທ້ອງຖິ່ນທົ່ວປະເທດ, ສ້າງສະຖານີ ວິທະຍຸຂັ້ນແຂວງສຳເລັດ 1 ແຫ່ງ ຢູ່ແຂວງບໍ່ແກ້ວ; ໄດ້ໂຄສະນາຕອບ ໂຕ້ຂ່າວບິດເບືອນ, ການໃສ່ຮ້າຍ ປ້າຍສີຂອງກຸ່ມຄົນບໍ່ດີຢ່າງທັນ ການ. ຂະນະດຽວກັນ ກໍໄດ້ຈັດຕັ້ງ ສໍາມະນາ, ຝຶກອົບຮົມບຸກຄະລາ ກອນສື່ມວນຊົນ ກໍຄືຄະນະບັນນາ ທິການ, ນັກຂ່າວທັງຮູບແບບອອນ ລາຍ, ຮູບແບບເຊິ່ງໜ້າຢ່າງຕໍ່ເນື່ອງ ຄຽງຄູ່ກັບການຫັນຈາກລະບົບອະ ນາລັອກ ໄປສູ່ລະບົບດີຈິຕອນເທື່ອ ລະກ້າວ. ພ້ອມດຽວກັນ ກໍໄດ້ປັບ ປຸງບັນດານິຕິກໍາລຸ່ມກົດໝາຍໃຫ້ມີ ຄວາມສອດຄ່ອງກັບການພັດທະ ນາເສດຖະກິດ, ວັດທະນະທໍາ-ສັງ ຄົມໃນແຕ່ລະໄລຍະຢ່າງເປັນລະ ບົບຕໍ່ເນື່ອງ. ສຳລັບຂົງເຂດການພິມຈໍາ ໜ່າຍປັດຈຸບັນທົ່ວ ປະເທດມີໂຮງ ພິມ 79 ແຫ່ງ ແລະ ສຳນັກພິມ 17 ແຫ່ງ, ມີຮ້ານຈຳໜ່າຍປຶ້ມ-ສິ່ງພິມ ເກີດຂຶ້ນຢ່າງຫລວງຫລາຍ, ມີອົງ ການຈັດຕັ້ງທີ່ເຄື່ອນໄຫວວຽກງານ ພິມຈຳໜ່າຍ ເປັນຕົ້ນສະມາຄົມການ ພິມ, ສະມາຄົມນັກປະພັນລາວ, ສະ ໂມສອນນັກຂຽນໜຸ່ມສິນໄຊ, ສະ ໂມສອນສະແຫວງສິນ ແລະ ສະ ມາຄົມຫ້ອງສະໝຸດລາວ. ສັງລວມ ແລ້ວການຈັດພິມ ປີ 2022-2023, ສາ ມາດ ອອກ ທະ ບຽນ ພິມປຶ້ມ ໄດ້ ທັງໝົດ 583 ຫົວເລື່ອງ, ຈໍານວນ ພິມ 2.847.819 ຫົວ. ໃນນີ້, ມີ ປຶ້ມຄວາມຮູ້ທົ່ວໄປ 18 ຫົວເລື່ອງ, ຈຳນວນພິມ 17.725 ຫົວ; ປຶ້ມປັດ ຊະຍາ 13 ຫົວ ເລື່ອງ, ຈຳນວນພິມ 18.710 ຫົວ; ປຶ້ມສິນທຳ 6 ຫົວ ເລື່ອງ, ຈຳນວນພິມ 8.500 ຫົວ; ປຶ້ມສັງຄົມສາດ 49 ຫົວເລື່ອງ, ຈຳ ນວນພິມ 36.440 ຫົວ; ປຶ້ມແບບ ຮຽນພາສາຕ່າງປະ ເທດ 144 ຫົວ ເລື່ອງ ເປັນຕົ້ນ. ໃນໂອກາດນີ້,ທ່ານ ວັນສີ ກົວມົວ ໄດ້ໃຫ້ທິດຊີ້ນຳ ໂດຍເນັ້ນໃຫ້ສືບຕໍ່ ເພີ່ມທະວີວຽກງານສຶກສາອົບຮົມ ດ້ານການເມືອງ-ແນວຄິດໃຫ້ບຸກ ຄະລາກອນສື່ມວນຊົນ ແລະ ການ ພິມຈໍາໜ່າຍໃຫ້ທົ່ວເຖິງ, ແຂງແຮງ ແລະ ຮອບດ້ານ; ກໍາແໜ້ນແນວທາງ ຂອງພັກ, ນະໂຍບາຍ, ລະບຽບກົດ ໝາຍຂອງລັດ ເພື່ອຮັບປະກັນໃຫ້ ແກ່ການຮັບໃຊ້ໜ້າທີ່ການເມືອງ ຂອງຕົນສົມກັບເປັນອາວຸດອັນ ແຫລມຄົມຂອງພັກ, ເປັນນັກຮົບ ເວນຍາມປ້ອງກັນທັດສະນະ ແລະ ແນວທາງຂອງພັກ-ລັດ; ເພີ່ມທະ ວີການນໍາພາຫາງສຽງສັງຄົມກໍຄື ປະຊາຊົນໃຫ້ທົ່ວເຖິງ, ເລິກເຊິ່ງ ແລະ ເປັນລະບົບຕໍ່ເນື່ອງ; ແກ້ໄຂບັນ ຫາສິ່ງອຸດຕັນ, ການເຂົ້າເຖິງແຫລ່ງ ຂໍ້ມູນຂ່າວສານໃຫ້ດີຂຶ້ນກວ່າເກົ່າ. ພ້ອມດຽວກັນນີ້ຕ້ອງສຸມໃສ່ບັນຫາ ຕົ້ນຕໍເຊັ່ນ: ຫັນການເຄື່ອນໄຫວ ວຽກງານຖະແຫລງຂ່າວ-ສື່ມວນ ຊົນ ແລະ ການພິມຈໍາໜ່າຍໄປຕາມ ທິດຂ່າວສານທັນສະໄໝ, ວ່ອງໄວ ທັນການກາຍເປັນກະບອກສຽງ ທີ່ແຫລມຄົມຂອງພັກ, ເປັນເວທີ ແຫ່ງການສະແດງຄໍາຄິດຄໍາເຫັນ ທີ່ສ້າງສັນຂອງສັງຄົມ, ສ້າງພື້ນ ຖານນິຕິກໍາ ໃຫ້ມີການຄຸ້ມຄອງທີ່ ເຂັ້ມງວດຕາມກົດໝາຍ; ເອົາໃຈໃສ່ ສົ່ງເສີມໃຫ້ສະມາຄົມວິຊາຊີບທີ່ ກ່ຽວຂ້ອງກັບສື່ມວນຊົນ ແລະ ການ ພິມຈໍາໜ່າຍ ໄດ້ເຂົ້າຮ່ວມເຄື່ອນ ໄຫວທັງພາຍໃນ ແລະ ຕ່າງປະເທດ ແລະ ມີນະໂຍບາຍຊຸກຍູ້ພະນັກງານ ອາວຸໂສບໍານານທີ່ມີຄວາມຮູ້ ແລະ ບົດຮຽນ ໃຫ້ປະກອບສ່ວນຖ່າຍທອດ ຄວາມຮູ້ ແລະ ເຮັດວຽກຄົ້ນຄວ້າ ຜ່ານໂຄງການຕ່າງໆ, ສົ່ງເສີມຜູ້ ປະກອບການຜະລິດ ແລະ ບໍລິການ ທາງດ້ານ ຖວທ ຜ່ານນະໂຍບາຍ ແລະ ກົນໄກທີ່ສອດຄ່ອງກັບລະ ບຽບກົດໝາຍທີ່ກ່ຽວຂ້ອງ; ສ້າງລະ ບົບທີ່ຢູ່ໃນການຄຸ້ມຄອງຂອງລັດ ໃຫ້ມີຄວາມເຂັ້ມແຂງ, ສາມາດປະ ຕິບັດບົດບາດນໍາສະເໜີການຕົກລົງ ບັນຫາສໍາຄັນຕ່າງໆຂອງລັດໄດ້ ຮັບການສື່ສານຢ່າງເປັນລະບົບຕໍ່ ເນື່ອງ, ຖືກຕ້ອງ, ວ່ອງໄວ ໄປເຖິງ ທຸກເປົ້າໝາຍໃນສັງຄົມ. ນອກນັ້ນ, ກໍຕ້ອງໄດ້ສືບຕໍ່ຍົກລະດັບຂ່າວສານ ເປັນທັນສະໄໝ ຕາມທິດທາງລວມ ຂອງການພັດທະນາສື່ມວນຊົນ ແລະ ການພິມຈໍາໜ່າຍກ້າວສູ່ຄຸນ ນະພາບຕາມລັກສະນະ ແລະ ຈັນ ຍາບັນວິຊາຊີບ, ເປັນກະບອກສຽງ ອັນແຫລມຄົມຂອງພັກ-ລັດ ທັງ ລວງເລິກ ແລະ ລວງກວ້າງ, ເປັນ ເຄື່ອງມືຮັບໃຊ້ການຄຸ້ມຄອງ ແລະ ກວດກາລັດຕາມກົດໝາຍ. ຂ່າວ: ກິດຕາ,ພາບ: ຂັນໄຊ

RkJQdWJsaXNoZXIy MTc3MTYxMQ==