5680

okpq d]a f4t,q o8u 8y f8k,zq odtmq [ 9kdwroE4h ;,16 j g,n v'76 o7e 3I,-5 ,o5 ,;a oln j ,;o-q o c]t dkory ,9e|j kp 7q [Iv[ 73 xu 7totz6 h cmoltrkcsj '-kf]k; leg]a fdkog0Q kIj ;, dv'xt-5 ,wvxk 7A 'mu 44 mu j vy o3fgog-p zq oleg]a fdv'xt-5 ,]a f4t,q o8u vk-Po ;j kfh ;p[a osk1kgl[8y f 7A 'mu 8 mu j lxx ]k; ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 14.08.2023 ປີທີ 22 ສະບັບທີ 5.740 rda xt-k-oq xt8;y fa]k; mu,j du Pflts'k \oA pon K j  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 -,q g-pu ;oa lk,da 7xu v'fv'mq;j x;'-oq F ;oa l,j n ;o-oq c]t dkor,y 9e|kj p 7[q Iv[ 73 x u 1kj 'lf5 .9 K okpq d]a f4t,q o8u 8h voIa [7tot0q o0;kp xt-k-q o l6 odk'ra ddv,,6 oy fs;Pfok, ]a f 8h v'lq j 'glu ,dkolh k'[5 d7t]kdvo ln j ,;o-q o .sh ,u 75 ootrk[{ma oltw\ ln j ,;o-q o 8h v'ra fmtok8q ogv' .sh ma o8k,p5 d8k,ltw\ -q ,g-u p;a olk,a d7u xv'fv'mq j ;x;'-q o ;a oln j ,;o-q o c]t dkory ,9e|j kp 7q [Iv[ 73 xu ຊປລ. ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຕ້ອນຮັບຄະ ນະຂົນຂວາຍປະຊາຊົນສູນກາງພັກ ກອມມູນິດ ຫວຽດນາມ ນຳໂດຍ ນາງ ບຸ່ຍ ທິ ມິງ ຮວ່າຍ ເລຂາທິການ ສູນກາງພັກ ຫົວໜ້າຄະນະຂົນ ຂປລ. ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີ ກະຊວງຖະແຫລງ ຂ່າວວັດທະນະທຳ ແລະ ທ່ອງທ່ຽວ, ໄດ້ຂຶ້ນກ່າວໃນເວທີສຳມະນາທາງ ດ້ານວິຊາການ ໃນຫົວຂໍ້ທິດທາງ ແລະ ການພັດທະນາສື່ມວນຊົນ ເພື່ອ ໃຫ້ສື່ແບບເກົ່າ ແລະ ສື່ແບບໃໝ່ ໄດ້ຢູ່ຮ່ວມກັນທີ່ຈັດຂຶ້ນໃນວັນທີ 10 ສິງຫາ 2023. ໃນໂອກາດດັ່ງ ກ່າວ, ທ່ານໄດ້ຍົກໃຫ້ເຫັນເຖິງວິໄສ ທັດໃນການພັດທະນາວຽກງານສື່ ຂວາຍປະຊາຊົນສູນກາງພັກກອມ ມູນິດຫວຽດນາມ ໃນວັນທີ 9 ສິງຫາ 2023 ເນື່ອງໃນໂອກາດທີ່ຄະນະ ຜູ້ແທນດັ່ງກ່າວເດີນທາງມາຢ້ຽມ ຢາມ ແລະ ເຮັດວຽກຢູ່ ສປ ປ ລາວ ຂປລ. ວັນທີ 11 ສິງຫາ 2023 ນີ້, ທ່ານ ພົນຕີ ສົມວັນ ສາຍລ້ອງພາ ຫົວໜ້າຫ້ອງວ່າການກະຊວງປ້ອງ ກັນຄວາມສະຫງົບ, ປະທານກອງ ປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ກະກຽມໃຫ້ແກ່ກອງປະຊຸມລັດຖະ ມົນຕີອາຊຽນ ວ່າດ້ວຍບັນຫາຢາ ເສບຕິດ ຄັ້ງທີ 8 ໄດ້ລາຍງານຜົນ ສຳເລັດຂອງກອງປະຊຸມລັດຖະມົນ ຕີອາຊຽນວ່າດ້ວຍບັນຫາຢາເສບ ຕິດ ຄັ້ງທີ 8 ວ່າ: ກອງປະຊຸມຈັດ ຂຶ້ນໃນວັນທີ 11 ສິງຫາ 2023, ທີ່ ນະຄອນຫລວງວຽງຈັນ, ສປປລາວ ພາຍໃຕ້ການເປັນປະທານ ຂອງ * ວັນທີ 13 ສິງຫາ ເປັນວັນທີ່ມີຄວາມໝາຍສຳຄັນຍິ່ງຂອງປວງຊົນ ລາວທັງຊາດ ເພາະເປັນວັນແຫ່ງການສ້າງຕັ້ງແນວລາວຮັກຊາດ ແລະ ວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຊຶ່ງທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ພວມຈັດຕັ້ງຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ ຢ່າງມີຜົນສຳເລັດໃນທຸກຂົງເຂດວຽກງານ; ທົ່ວປວງ ຊົນເຮົາກໍ່ໄດ້ພ້ອມກັນຫວນຄືນມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຫລື ວັນສາມັກຄີປອງດອງທົ່ວປວງຊົນ, ວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 73 ປີ (13 ສິງຫາ1950-13 ສິງຫາ 2023) ດ້ວຍບັນຍາ ກາດທີ່ເຕັມໄປດ້ວຍເນື້ອໃນ ແລະ ຄວາມໝາຍຄວາມສຳຄັນອັນເລິກເຊິ່ງ ໃນຂອບເຂດທົ່ວປະເທດ. ເມື່ອຫວນຄືນກ່ອນໜ້ານີ້ 73 ປີ, ໃນວັນທີ 13 ສິງຫາ 1950, ພັກເຮົາ ໄດ້ຕົກລົງສ້າງຕັ້ງອົງການແນວລາວອິດສະຫລະ ເຊິ່ງເປັນແນວໂຮມ ແຫ່ງຊາດລາວ ທີ່ເຕົ້າໂຮມປະຊາຊົນລາວບັນດາເຜົ່າ, ທຸກຊັ້ນຄົນເຂົ້າຮ່ວມ ຂະບວນການຕໍ່ສູ້ປົດປ່ອຍປະເທດຊາດອອກຈາກແອກຄອບຄອງຂອງ ພວກລ່າເມືອງ ເພື່ອໂຄສະນາເຜີຍແຜ່ແນວທາງນະໂຍບາຍທີ່ຖືກຕ້ອງ ສ່ອງໃສຂອງພັກ ກໍ່ຄື ຂອງແນວລາວອິດສະຫລະລົງເຖິງປະຊາຊົນລາວ ທ່ານ ໂພສີ ແກ້ວມະນີວົງ ຂປລ. ເນື່ອງໃນໂອກາດເຂົ້າ ຮ່ວມໂຮມຊຸມນຸມ ວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 73 ປີ ທີ່ຈັດຂຶ້ນໃນວັນທີ 11 ສິງຫາ ຜ່ານມາ, ທ່ານ ວິໄລ ມະນີລັດ ຮອງ ຜູ້ອຳນວຍການສຳນັກຂ່າວສານ ປະເທດລາວ ໄດ້ໃຫ້ສຳພາດຕໍ່ສື່ ມວນຊົນໂດຍທ່ານໄດ້ໃຫ້ທັດສະນະ ວ່າ: ສື່ມວນຊົນລາວ ໃນຍຸກໃໝ່ຕ້ອງ ໄດ້ມີການພັດທະນາຕົນເອງທາງ ດ້ານເຕັກນິກ, ວິຊາການໃຫ້ມີຄວາມ ທ່ານ ວິໄລ ມະນີລັດ ຂປລ. ກອງປະຊຸມໃຫຍ່ສະມັດ ຊາລັດຖະສະພາ ລະຫວ່າງຊາດ ອາຊຽນ ຫລື ໄອປາ ຄັ້ງທີ 44 ໄດ້ ປິດລົງໃນ ວັນທີ 9 ສິງຫາ 2023 ຕະຫລອດໄລຍະຂອງການດຳເນີນ ກອງປະຊູມຄະນະຜູ້ແທນໄດ້ສຸມໃສ່ ຄົ້ນຄວ້າ, ປຶກສາຫາລື ແລະ ແລກ ປ່ຽນຄຳຄິດຄຳເຫັນຕໍ່ບັນດາຮ່າງ ມະຕິທີ່ສະເໜີໃນກອງປະຊຸມຄະນະ ກຳມາທິການຕ່າງໆຂອງໄອປາ, ກອງປະຊຸມຄະນະສະມາຊິກລັດ

lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 14/08/2023 xtgmf]k; ນາຍົກລັດຖະມົນຕີ ຕ້ອນຮັບ... ນາຍົກລັດຖະມົນຕີ ຕິດຕາມ... ຊົມເຊີຍ ວັນສາມັກຄີປອງ... ໂຮມຊຸມນຸມ... ຜົນສຳເລັດກອງປະຊຸມ... ຂປລ. ວັນທີ 11 ສິງຫາ 2023 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ, ພ້ອມດ້ວຍບັນດາລັດ ຖະມົນຕີຈາກຊວງທີ່ກ່ຽວຂ້ອງ ລົງ ເຄື່ອນໄຫວຕິດຕາມສະພາບຜົນ ກະທົບຈາກໄພນໍ້າຖ້ວມຢູ່ເມືອງຄູນ ຄໍາ ແຂວງຄໍາມ່ວນ ໂດຍການຕ້ອນ ຮັບຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ທ່ານ ແກ້ວ ວິໄລ ໄຊຍະບຸດ ເຈົ້າເມືອງຄູນຄໍາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ຕິດຕາມ. ໂອກາດນີ້, ທ່ານ ແກ້ວວິໄລ ໄຊຍະບຸດ ເຈົ້າເມືອງຄູນຄໍາ ໄດ້ຕາງ ໜ້າໃຫ້ແກ່ອໍານາດການປົກຄອງ ເມືອງລາຍງານສະພາບຜົນກະທົບ ແລະ ຄວາມເສຍຫາຍທີ່ເກີດຈາກໄພ ພິບັດນໍ້າຖ້ວມໃນຄັ້ງນີ້ວ່າ: ນັບແຕ່ ວັນທີ 27 ກໍລະກົດ ຫາ 3 ສິງຫາ 2023 ໄດ້ມີຝົນຕົກໜັກຕິດຕໍ່ກັນ ຫລາຍວັນເຮັດໃຫ້ລະດັບນໍ້າຫີນ ບູນ , ນໍ້າໄຮເພີ່ມຂຶ້ນສູງບວກກັບນໍ້າ ປ່າທີ່ໄຫລລົງມາຈາກຍອດພູໄຮ ແລະ ພູຜາມ່ານ ເປັນຈໍານວນຫລາຍ. ມາຮອດວັນທີ 3 ສິງຫາ 2023 ລະ ດັບນໍ້າໄດ້ເພີ່ມສູງຂຶ້ນ ແລະ ໄດ້ໄຫລ ເຂົ້າບ້ານເຮືອນ ຂອງປະຊາຊົນທີ່ຢູ່ ແຄມນໍ້າຫີນບູນ ໄຫລຖ້ວມຕາມ ເສັ້ນ ທາງ, ເຮືອນຊານ, ເລົ້າເຂົ້າ, ໄຮ່-ນາ , ຮົ້ວສວນຢ່າງໄວວາແບບ ບໍ່ເຄີຍມາກ່ອນ. ຜ່ານການເຄື່ອນໄຫວເກັບກໍາຂໍ້ ມູນຂອງກອງເລຂາຄະນະກໍາມະ ການຄຸ້ມຄອງໄພພິບັດຂັ້ນເມືອງ ສາມາດສັງລວມຜົນກະທົບ ແລະ ຄວາມເສຍຫາຍໃນທົ່ວເມືອງມີ ບ້ານທີ່ຖືກນໍ້າຖ້ວມທັງໝົດ14 ບ້ານ, 12.767 ຄົນ, ຍິງ 6.320 ຄົນ, 2.812 ຄອບຄົວ(ມີບ້ານ 9 ບ້ານທີ່ ໄດ້ຮັບຜົນເສຍຫາຍໜັກ), ເນື້ອທີ່ ກະສິກໍາຖືກນໍ້າຖ້ວມທັງໝົດ 22 ບ້ານ, 6.138 ເຮັກຕາ. ໃນນີ້, ນາປີມີ 3.924 ເຮັກຕາ, ເສຍຫາຍ 2.039 ເຮັກຕາ, ສວນມັນຕົ້ນ 1.849 ເຮັກ ຕາ, ເສຍຫາຍ 986 ເຮັກຕາ, ສວນ ກ້ວຍບໍລິສັດຖັງຄໍາ 289 ເຮັກຕາ, ສວນຢາງພາລາເສຍຫາຍ 66 ເຮັກຕາ ແລະ ເນື້ອທີ່ສວນພືດຜັກ ຕ່າງໆ 10 ເຮັກຕາ; ສັດລ້ຽງເສຍ ຫາຍທັງໝົດ 16.988 ໂຕ. ໃນນີ້, ມີຄວາຍ 384 ໂຕ, ງົວ 1.052 ໂຕ, ໝູ 301 ໂຕ, ແບ້ 328 ໂຕ ແລະ ສັດປີກ 14.925 ໂຕ , ໜອງປາຖືກ ນໍ້າຖ້ວມທັງໝົດ 284 ໜອງ; ຊັບ ສິນທີ່ເສຍຫາຍປະກອບມີ: ລົດໄຖ ນາມີ 609 ຄັນ, ໂຮງສີ ເຂົ້າ 87 ໂຮງ, ເລົ້າເຂົ້າ 56 ຫລັງ , ເຂົ້າເສຍຫາຍ 559 ໂຕນ, ເຕົາຢາສູບ 47 ເຕົາ ແລະ ເຄື່ອງໃຊ້ໄຟຟ້າຈໍານວນໜຶ່ງ. ພ້ອມນີ້, ຍັງມີອຸປະກອນການຮຽນການສອນເຊັ່ນ : ກະດານດໍາ 37 ແຜ່ນ, ປຶ້ມຄູ່ມືແບບຮຽນ 1.205 ຊຸດ ແລະ ໂຕະຕັ່ງ 168 ຊຸດ. ສ່ວນການ ຍົກຍ້າຍປະຊາຊົນທີ່ຖືກນໍ້າຖ້ວມ ໃນ 9 ບ້ານມາຢູ່ສູນຮອງຮັບຊົ່ວຄາວ ມີທັງໝົດ 2 ສູນຄື: ສູນບ້ານຄູນ ມະນີປະຊາຊົນເຂົ້າ ມາພັກຢູ່ສູນມີ 30 ຄອບຄົວ , ມີ 146 ຄົນ , ຍິງ 76 ຄົນ, ຈໍານວນຄອບຄົວທີ່ໄປຢູ່ນໍາພີ່ ນ້ອງມີ 152 ຄອບຄົວ ແລະ ຄອບຄົວ ບໍ່ອອກມາ 130 ຄອບຄົວ(ເຮືອນ ສູງ ຫລື ສອງຊັ້ນ) ແລະ ສູນບ້ານ ພູຊາດ ມີ 168 ຄອບຄົວ , ມີ 469 ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດພິທີໂຮມຊຸມນຸມ ເພື່ອຫວນຄືນມູນເຊື້ອວັນສ້າງຕັ້ງສື່ ມວນຊົນ ແລະ ການພິມຈໍາໜ່າຍຄົບ ຮອບ 73 ປີ (13/8/1950 -13/8/ 2023) ໂດຍການເປັນປະທານ ຂອງທ່ານ ວັນສີ ກົວມົວ ຮອງລັດ ຖະມົນຕີ ກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ມີ ຄະນະນຳກະຊວງ, ຫົວໜ້າກົມ, ຫົວ ພະແນກ, ຜູ້ຕາງໜ້າສື່ມວນຊົນວິທະ ຍຸ, ໂທລະພາບ, ໜັງສືພິມ, ວາລະສານ ແລະ ແຂກຖືກເຊີນເຂົ້າຮ່ວມ. ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງ ຖວທ ໄດ້ຍົກໃຫ້ເຫັນປະຫວັດ, ມູນເຊື້ອ ຂອງສື່ມວນຊົນ ແລະ ການພິມຈໍາ ໜ່າຍ 73 ປີ ແຫ່ງການເຕີບ ໃຫຍ່ຂະ ຫຍາຍຕົວຂອງການເຄື່ອນໄຫວ ວຽກງານສື່ມວນຊົນ ແລະ ການພິມ ຈໍາໜ່າຍທີ່ ຜ່ານ ມາ, ລວມທັງຜົນ ງານທີ່ພົ້ນເດັ່ນຂອງການເຄື່ອນ ໄຫວວຽກງານສື່ມວນຊົນ ແລະ ການພິມຈໍາໜ່າຍ ປະຈໍາປີ 20222023 ເຊິ່ງໃນຂົງເຂດສື່ມວນຊົນ ໄດ້ເອົາໃຈໃສ່ໂຄສະນາການຈັດຕັ້ງ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ການຈັດຕັ້ງປະ ຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ຄົນ, ຍິງ 212 ຄົນ , ຈໍານວນ ຄອບຄົວ ທີ່ໄປຢູ່ນໍາພີ່ນ້ອງ 97 ຄົນ. ມາຮອດ ປັດຈຸບັນປະຊາຊົນທີ່ເຂົ້າມາພັກຢູ່ ສູນແມ່ນໄດ້ກັບຄືນເມືອຢູ່ບ້ານໝົດ ແລ້ວ. ດ້ານການປຸກລະດົມເຄື່ອງຊ່ວຍ ເຫລືອນັບແຕ່ວັນທີ 04-10 ສິງຫາ 2023 ໄດ້ຮັບເຄື່ອງຊ່ວຍເຫລືອ ອຸປະໂພກ-ບໍລິໂພກ ລວມມູນຄ່າ 2,4 ກວ່າກີບ ແລະ ເງິນສົດທັງໝົດ 169 ລ້ານກວ່າກີບ. ຄະນະກໍາມະການ ຄຸ້ມຄອງໄພພິບັດຂັ້ນເມືອງໄດ້ຈັດ ແບ່ງເຄື່ອອຸປະໂພກ-ບໍລິໂພກທີ່ໄດ້ ຮັບຈາກສັງຄົມລົງໄປຊ່ວຍເຫລືອ ຜູ້ປະສົບໄພນໍ້າຖ້ວມໃນເບື້ອງຕົ້ນ 14 ບ້ານ, ມາຮອດປັດຈຸບັນສາມາດ ແຈກຢາຍໄດ້ສໍາເລັດ. ນອກນັ້ນ, ຍັງ ໄດ້ຮັບການປະກອບສ່ວນຊ່ວຍ ເຫລືອຈາກພາກສ່ວນຕ່າງໆທີ່ມາ ຜ່ານເມືອງແລ້ວໃຫ້ພະນັກງານ ເມືອງນໍາລົງແຈກຢາຍ ແລະ ມີຈໍາ ນວນ ໜຶ່ງກໍບໍ່ໄດ້ຜ່ານເມືອງລົງໄປ ແຈກຢາຍເອງ. ພິເສດທາງແຂວງ ແລະ ກະຊວງໄດ້ສົ່ງລົດຜະລິດນໍ້າ ສະອາດເຄື່ອນທີ່ມາຊ່ວຍຈໍານວນ 2 ຄັນ ເພື່ອບໍລິການໃຫ້ປະຊາຊົນ ແຕ່ລະບ້ານເລີ່ມແຕ່ວັນທີ 07-10 ສິງຫາ 2023 ບໍລິການໄດ້ 10 ບ້ານ (ກໍາລັງການຜະລິດ 4.000 ລິດ/ຊົ່ວໂມງ) ເຊິ່ງສາມາດແກ້ໄຂ ໄດ້ໃນເບື້ອງຕົ້ນ. ພ້ອມນີ້, ຍັງແຕ່ງຕັ້ງ ທີມງານແພດໝໍລົງເຝົ້າລະວັງ ແລະ ຮັກສາສຸຂະພາບ ເຊິ່ງມີທີມງານກູ້ ໄພເຫດການດິນເຈື່ອນ ແລະ ທີມ ງານຜົນກະທົບຈາກນໍ້າຖ້ວມມີ 6 ຈຸດ, ມາຮອດປັດຈຸບັນເຫັນວ່າບໍ່ມີ ກໍລະນີໃດທີ່ຮ້າຍແຮງເກີດຂຶ້ນມີແຕ່ ບັນຫານໍ້າຄັນກັດຕິນ, ໄຂ້ຫວັດ ແລະ ພະຍາດຖອກທ້ອງຈໍານວນໜຶ່ງ; ດ້ານສະພາບດິນເຈື່ອນຖົມທາງເລກ 8 A ຢູ່ເທິງພູໄຮ ມາຮອດວັນທີ 5 ສິງ ຫາ 2023 ກໍໄດ້ຂໍ້ມູນຈາກທິມງານ ທີ່ຂຶ້ນໄປສໍາຫລວດວ່າມີດິນເຈື່ອນ ຢູ່ 4 ຈຸດ, ພົບເຫັນຜູ້ຕົກຄ້າງທັງໝົດ 68 ຄົນ, ມີຜູ້ເສຍຫາຍ 1 ຄົນ (ໂຊ ເຟິລົດຄົນຫວຽດນາມ), ມີພາຫະ ນະລົດຕົກຄ້າງຈໍານວນ 110 ຄັນ, ໃນນີ້ຖືກດິນເຈື່ອນທັບ 6 ຄັນ , ຕົກ ເຫວ 2 ຄັນ, ສາມາດແຍກປະເພດ ລົດ ແລະ ປ້າຍທະບຽນໄດ້ເຊິ່ງມີລົດ ລາວ 49 ຄັນ, ລົດຫວຽດ 33 ຄັນ ສ່ວນທີ່ເຫລືອຍັງບໍ່ສາມາດເກັບທະ ບຽນໄດ້, ສໍາລັບຄົນທີ່ຄ້າງຢູ່ເທິງ ພູແມ່ນສາມາດຊ່ວຍເຫລືອມາໄດ້ ຢ່າງປອດໄພ . ໂອກາດນີ້, ທ່ານນາຍົກລັດຖະ ມົນຕີ ໄດ້ສະແດງຄວາມເປັນຫ່ວງ ເປັນໄຍຕໍ່ພໍ່ແມ່ປະຊາຊົນຜູ້ປະສົບ ໄພ ແລະ ໄດ້ສະແດງຄວາມຊົມເຊີຍ ມາຍັງອໍານາດການປົກຄອງແຕ່ລະ ຂັ້ນພາຍໃນແຂວງ ຕະຫລອດເຖິງ ທຸກພາກສ່ວນທີ່ໄດ້ປະກອບສ່ວນ ວັດສິ່ງຂອງ, ເຄື່ອງອຸປະໂພກ-ບໍລິ ໂພກ ແລະ ເງິນສົດຈົນສາມາດເຮັດ ໃຫ້ສາຖານະການໄດ້ຜ່ອນຄາຍລົງ. ພ້ອມນີ້, ທ່ານຍັງເນັ້ນໃຫ້ພາກສ່ວນ ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ເປັນໃຈກາງໃນການຕິດຕາມເຝົ້າ ລະວັງຜົນກະທົບທາງທໍາມະຊາດ ທີ່ອາດຈະເກີດຂຶ້ນອີກ; ໝັ່ນຕິດຕາມ ພະຍາກອນອາກາດຢ່າງໃກ້ຊິດ ແລະ ເປັນປົກກະຕິ , ຕິດຕາມຄວບ ຄຸມພະຍາດໄຂ້ຍຸງລາຍ ແລະ ພະ ຍາດຕາມລະດູການອື່ນໆທີ່ເກີດນໍາ ຄົນ, ສັດພາຍຫລັງນໍ້າບົກແຫ້ງລົງ, ກະກຽມແນວພັນພືດ-ສັດ ທົດແທນ ແລະ ອື່ນໆ. ການລົງມາເຄື່ອນໄຫວ ຄັ້ງນີ້, ທ່ານນາຍົກລັດຖະມົນຕີຍັງ ໄດ້ມອບເງິນ ເພື່ອແກ້ໄຂ ແລະ ບັນ ເທົາຜົນກະທົບນໍ້າຖ້ວມໃຫ້ແຂວງ ຄຳມ່ວນ ຈໍານວນ 150 ລ້ານກີບ ຊຶ່ງຮັບ ໂດຍທ່ານວັນໄຊ ພອງສະ ຫວັນ ເຈົ້າແຂວງຄຳມ່ວນ, ມອບໃຫ້ ເມືອງຄູນຄໍາ 100 ລ້ານກີບ ແລະ ກອງທຶນນໍ້າມັນ 50 ລ້ານກີບ, ຮັບ ໂດຍທ່ານເຈົ້າເມືອງຄູນຄໍາ. ຫລັງຈາກນັ້ນ, ທ່ານນາຍົກລັດ ຖະມົນຕີພ້ອມຄະນະກໍໄດ້ລົງໄປ ເບິ່ງຈຸດທີ່ມີດິນເຈື່ອນຖົມທາງຢູ່ ເທິງພູໄຮ, ໄປພົບປະໂອ້ລົມ ແລະ ມອບເຄື່ອງຊ່ວຍເຫລືອໃຫ້ປະຊາ ຊົນທີ່ໄດ້ຮັບຜົນກະທົບໜັກຈໍານວນ 9 ບ້ານຢູ່ສູນບ້ານຄູນມະນີ ຕື່ມອີກ. ບັນດາເຜົ່າ, ປຸກລະດົມຂົນຂວາຍໃຫ້ມີນ້ຳໃຈຮັກຊາດ, ຄຽດແຄ້ນສັດຕູ, ເຂົ້າຮ່ວມຂະບວນການປົດປ່ອຍປະເທດຊາດ. ພັກໄດ້ຕົກລົງສ້າງຕັ້ງໜັງ ສືພິມລາວອິດສະຫລະ ແລະ ໂຮງພິມລາວອິດສະຫລະຂຶ້ນ. ເມື່ອພວກເຮົາ ຫວນຄືນຫລັງກ່ອນນີ້ 73 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ແນວລາວສ້າງຊາດ ໃນປັດຈຸບັນແມ່ນຜູ້ສືບທອດ ແລະ ເສີມຂະຫຍາຍມູນ ເຊື້ອອັນສະຫງ່າລາສີຂອງແນວລາວອິດສະຫລະ, ແນວລາວຮັກຊາດ ໃນເມື່ອກ່ອນ ເຊິ່ງໄດ້ເຕົ້າໂຮມຄວາມສາມັກຄີປະຊາຊົນລາວບັນດາເຜົ່າ ເຂົ້າໃນການຕໍ່ສູ້ກູ້ຊາດໃນເມື່ອກ່ອນ ແລະ ການປະຕິບັດສອງໜ້າທີ່ແຫ່ງ ການປົກປັກຮັກສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ. ແນວລາວ ສ້າງຊາດເວລາໃດກໍ່ມີບົດບາດອັນໃຫຍ່ຫລວງໃນການປຸກລະດົມ, ຂົນ ຂວາຍ ແລະ ເຕົ້າໂຮມຄວາມສາມັກຄີຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາຂອງພັກ. ໃນໄລຍະຕໍ່ສູ້ກູ້ຊາດ ຕ້ານກັບການຮຸກຮານ ແລະ ແຊກແຊງຂອງຈັກກະພັດລ່າເມືອງຂຶ້ນ; ບົດບາດຂອງແນວລາວ ອິດສະຫລະ ກໍ່ຄື ແນວລາວສ້າງຊາດ ໄດ້ຕິດພັນກັບບົດບາດຊື່ສຽງຂອງ ບັນດາຜູ້ນໍາທີ່ເປັນຕົວແທນຈາກບັນດາຊັ້ນຄົນ, ເຜົ່າຊົນ ແລະ ພັກຝ່າຍ ການເມືອງ, ໄດ້ກາຍເປັນແຮງດຶງດູດເຕົ້າໂຮມທຸກຊັ້ນຄົນ, ເຜົ່າຊົນ,ສາ ສະໜາ, ນັບທັງຜູ້ຊົງຄຸນວຸດທິທີ່ຮັກຊາດທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມຂະບວນການຕໍ່ສູ້ປົດປ່ອຍຊາດອັນຍືດເຍື້ອຍາວນານທໍລະຫົດ ອົດທົນ. ມູນເຊື້ອ, ຄວາມສາມັກຄີປອງດອງ ແລະ ນໍ້າໃຈຕໍ່ສູ້ອາດຫານບໍ່ ຍອມຈໍານົນ ໄດ້ຮັບການເສີມຂະຫຍາຍຢ່າງແຂງແຮງສູ່ລະດັບສູງ ຈົນໃນທີ່ ສຸດກໍ່ສາມາດຍາດໄດ້ໄຊຊະນະຢ່າງສົມບູນ ແລະ ກ້າວເຖິງສະຖາປະນາ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ. ສຳລັບວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍ ຕະຫລອດໄລຍະ 73 ປີຜ່ານມາ, ໂດຍພາຍໃຕ້ການນໍາພາໂດຍກົງຂອງພັກ, ການຄຸ້ມ ຄອງຢ່າງໃກ້ຊິດຂອງລັດ, ການສະໜັບສະໜູນຂອງປະຊາຊົນບັນດາ ເຜົ່າ ແລະ ການຊ່ວຍເຫລືອຈາກປະເທດເພື່ອນມິດຍຸດທະສາດ ແລະ ອົງ ການຈັດຕັ້ງສາກົນອື່ນໆ; ຂະແໜງການຖະແຫລງຂ່າວ, ສື່ມວນຊົນ ແລະ ພິມຈຳໜ່າຍ ໄດ້ຮັບການພັດທະນາ, ມີຄວາມກ້າວໜ້າ, ເຕີບໃຫຍ່ ແລະ ເຂັ້ມແຂງຢ່າງບໍ່ຢຸດຢັ້ງ. ໃນປີຜ່ານມາ ວຽກງານຖະແຫລງຂ່າວ,ສື່ມວນ ຊົນ ແລະ ພິມຈຳໜ່າຍໄດ້ປະກອບສ່ວນສຳຄັນໃນບັນດາຜົນສຳເລັດ ຂອງການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງ ພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ໂຄສະນາຕ້ານການ ລະບາດຂອງພະຍາດໂຄວິດ-19. ອັນສຳຄັນແມ່ນການປະກອບສ່ວນ ເຂົ້າໃນການໂຄສະນາເຜີຍແຜ່ການເຄື່ອນໄຫວວຽກງານການຕ່າງປະ ເທດ, ເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະສົບຜົນສຳເລັດຢ່າງສະຫງ່າ ງາມ ເຊິ່ງໄດ້ເຮັດໃຫ້ຖານະບົດບາດ ແລະ ຊື່ສຽງຂອງ ສປປ ລາວ ພົ້ນ ເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ. ມາຮອດປັດຈຸບັນວຽກງານຖະ ແຫລງຂ່າວ, ສື່ມວນຊົນໄດ້ສືບຕໍ່ເຕີບໃຫຍ່ຂະຫຍາຍຕົວທ່າມກາງສິ່ງທ້າ ທາຍທົດຊອບນາໆປະການ. ອັນພົ້ນເດັ່ນແມ່ນໄດ້ປັບປ່ຽນຮູບແບບການ ເຜີຍແຜ່ຂໍ້ມູນຂ່າວສານຜ່ານລະບົບອອນລາຍ ເພື່ອກະຈາຍຂໍ້ມູນໃຫ້ສັງ ຄົມໄດ້ຮັບຮູ້ຢ່າງທົ່ວເຖິງທັງຮັບປະກັນໄດ້ຄວາມຖືກຕ້ອງ, ວອງໄວ ແລະ ຊັດເຈນ. ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດສະແດງ ຄວາມຊົມເຊີຍ, ຍ້ອງຍໍສັນລະເສີນຕໍ່ແນວລາວສ້າງຊາດແຕ່ລະຂັ້ນ, ພີ່ ນ້ອງລາວທຸກຊັ້ນຄົນ, ທຸກເຜົ່າຊົນ, ເພດໄວ ທັງພາຍໃນແລະ ຢູ່ຕ່າງປະເທດ ທີ່ໄດ້ພ້ອມກັນເຊີດຊູນໍ້າໃຈຮັກຊາດ, ສາມັກຄີເປັນຈິດໜຶ່ງໃຈດຽວບຸກບືນ ຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ເພື່ອເຮັດສຳເລັດໜ້າທີ່ການຈັດຕັ້ງ ປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫລັກການຂອງພັກ ເຊິ່ງໄດ້ມີຜົນສຳເລັດຢ່າງຈົບງາມເຮັດໃຫ້ບົດບາດ, ກຽດຊື່ສຽງຂອງ ປະເທດຊາດ ໄດ້ຮັບການຍົກສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ ຢ່າງບໍ່ ຢຸດຢັ້ງ. ພ້ອມທັງຊົມເຊີຍນັກຮົບຖະແຫລງຂ່າວ, ສື່ມວນຊົນ ແລະ ພິມຈຳ ໜ່າຍທຸກຖ້ວນໜ້າທີ່ໄດ້ອຸທິດເຫື່ອແຮງ, ສະຕິປັນຍາຂອງຕົນໃຫ້ແກ່ພາ ລະ ກິດທີ່ມີກຽດສະຫງ່ານີ້. ຊົມເຊີຍວັນສາມັກຄີປອງປອງທົ່ວປວງຊົນ, ວັນສື່ມວນຊົນ ແລະ ການ ພິມຈຳໜ່າຍ ຄົບຮອບ 73 ປີ ຢ່າງສຸດໃຈ ! ໃນລະຫວ່າງວັນທີ 8-10 ສິງຫາ 2023 ນີ້. ໃນໂອກາດດັ່ງກ່າວ, ທ່ານນາ ຍົກລັກຖະມົນຕີໄດ້ສະແດງຄວາມ ຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງ ຕໍ່ທ່ານ ນາງ ບຸ່ຍ ທິ ມິງ ຮວ່າຍ ພ້ອມ ຄະນະທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນເສີມ ສ້າງສາຍພົວພັນທີ່ຍິ່ງໃຫຍ່, ການ ຮ່ວມມືຮອບດ້ານ ແລະ ຄວາມສາ ມັກຄີແບບພິເສດ ລະຫວ່າງສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ລາວ-ຫວຽດນາມ ທີ່ມີມູນເຊື່ອ ມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ ແຕກດອກອອກຜົນຍິ່ງໆຂຶ້ນ, ພ້ອມ ນີ້ ທ່ານນາຍົກລັດຖະມົນຕີຍັງໄດ້ ອວຍພອນໃຫ້ຄະນະຜູ້ແທນດັ່ງກ່າວ ຈົ່ງປະສົບຜົນສຳເລັດໃນການມາ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້. ທ່ານ ນາງ ບຸ່ຍ ທິ ມິງ ຮວ່າຍ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ນາຍົກລັດຖະມົນຕີທີ່ໄດ້ໃຫ້ການ ຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງ ໄດ້ ແຈ້ງຈຸດປະສົງໃນການມາເຄື່ອນ ໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໂດຍສະເພາະຜົນຂອງ ການພົບປະສອງຝ່າຍລະຫວ່າງຄະ ນະກຳມະການສູນກາງແນວລາວ ສ້າງຊາດ ສປປ ລາວ ກັບຄະນະຂົນ ຂວາຍປະຊາຊົນສູນກາງພັກກອມ ມູນິດຫວຽດນາມ. ຂ່າວ-ພາບ: ສຳນານ ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ, ມີຜູ້ແທນເຂົ້າຮ່ວມ ຈາກປະເທດສະມາຊິກອາຊຽນ, ກອງເລຂາອາຊຽນ ແລະ ຄະນະຜູ້ ແທນປະເທດ ຕີມໍແລັດສະເຕ ໃນ ຖານະປະເທດສັງເກດການ. ກອງປະຊຸມໄດ້ຢືນຢັນຄືນຄໍາ ໝັ້ນສັນຍາຢ່າງແຂງແຮງໃນການ ແກ້ໄຂບັນຫາຢາເສບຕິດຂອງບັນ ດາລັດຖະມົນຕີອາຊຽນຮັບຜິດ ຊອບວຽກງານດັ່ງກ່າວ ເພື່ອເຮັດ ໃຫ້ອາຊຽນປອດຢາເສບຕິດ ໂດຍ ສອດຄອງກັບລະບຽບກົດໝາຍ ຂອງແຕ່ລະປະເທດສະມາຊິກອາ ຊຽນ, ກອງປະຊຸມໄດ້ຮັບຊາບເຖິງ ຜົນສໍາເລັດທີ່ສໍາຄັນໃນຄວາມພະ ຍາຍາມຮ່ວມກັນຂອງບັນດາປະ ເທດ ສະມາຊິກອາຊຽນໃນການສົ່ງ ເສີມການເຈລະຈາ ແລະ ອຳນວຍ ຄວາມສະດວກໃຫ້ມີການແລກ ປ່ຽນຂໍ້ມູນຂ່າວສານກ່ຽວກັບສະ ຖານະການບັນຫາຢາເສບຕິດຢູ່ໃນ ພາກພື້ນ ພາຍໃຕ້ຂອບກອງ ປະຊຸມ ລັດຖະມົນຕີ ແລະ ລະດັບເຈົ້າໜ້າທີ່ ອາວຸໂສອາຊຽນ ວ່າດ້ວຍບັນຫາ ຢາ ເສບຕິດ, ກອງປະຊຸມໄດ້ສະແດງ ຄວາມເປັນຫ່ວງຕໍ່ການແພ່ລະບາດ ຂອງຢາເສບຕິດຜິດກົດໝາຍທີ່ ສ້າງຜົນເສຍຫາຍຮ້າຍແຮງຕໍ່ສຸ ຂະພາບ, ຄວາມປອດໄພ, ຄວາມ ໝັ້ນຄົງ ຂອງປະຊາຊົນໃນພາກພື້ນ ແລະ ໄດ້ຮັບຊາບເຖິງສິ່ງທ້າຍທີ່ເກີດ ຂຶ້ນຈາກຢາເສບຕິດຜິດກົດໝາຍໃນ ພາກພື້ນ, ກອງປະຊຸມໄດ້ມອບໝາຍ ໃຫ້ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນວ່າດ້ວຍບັນຫາຢາເສບຕິດ (ASOD) ດໍາເນີນການທົບທວນ ຄືນຄັ້ງສຸດທ້າຍຂອງແຜນວຽກອາ ຊຽນ 2016-2025 ແລະ ສົ່ງຜົນ ໄດ້ຮັບພ້ອມຂໍ້ສະເໜີແນະນໍາຕໍ່ກອງ ປະຊຸມລັດຖະມົນຕີອາຊຽນວ່າ ດ້ວຍບັນຫາຢາເສບຕິດ ຄັ້ງທີ 9 (AMMD) ປີ 2025, ກອງປະຊຸມ ໄດ້ຮັບຮອງເອົາຖະແຫລງການ ຮ່ວມຂອງອາຊຽນ ແລະ ມອບໝາຍ ໃຫ້ ສປປ ລາວ ໄປລາຍງານຕໍ່ກອງ ປະຊຸມເຈົ້າໜ້າທີ່ລະດັບສູງຂອງຄະ ນະກໍາມະການຄວບຄຸມຢາເສບຕິດ ຢາເສບຕິດສາກົນ (CND) ຄັ້ງທີ 67 ໃນປີ 2024, ກອງປະຊຸມໄດ້ ສະແດງຄວາມຍິນດີຕໍ່ປະເທດຟີລິບ ປີນ ທີ່ຈະເປັນເຈົ້າພາບຈັດກອງ ປະຊຸມລັດຖະມົນຕີອາຊຽນວ່າ ດ້ວຍບັນຫາຢາເສບຕິດ ຄັ້ງທີ 9 (AMMD) ໃນປີ 2025. ກອງປະຊຸມໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍມາຍັງລັດຖະບານ ແລະ ກະຊວງປ້ອງກັນຄວາມສະ ຫງົບ ແຫ່ງ ສປປ ລາວ ສໍາລັບການ ເປັນເຈົ້າພາບຈັດກອງປະຊຸມລັດ ຖະມົນຕີອາຊຽນ ວ່າດ້ວຍບັນຫາຢາ ເສບຕິດ ຄັ້ງທີ 8 ປະສົບຜົນສຳເລັດ ຕາມຄາດໝາຍ. ຂ່າວ: ວຽງສະຫວັນ,ພາບ:ເກດສະໜາ ວຽກງານຈຸດສຸມຂອງລັດຖະບານ; ໄດ້ໂຄສະນາ ເພື່ອສະກັດກັ້ນການ ແພ່ລະບາດຂອງພະຍາດຕ່າງໆ ເຊັ່ນ: ໂຄວິດ-19, ພະຍາດທີ່ເກີດ ຂຶ້ນຕາມລະດູການ ແລະການປ່ຽນ ແປງຂອງດິນຟ້າອາກາດ. ນອກ ຈາກນີ້, ໂທລະພາບແຫ່ງຊາດລາວ ຍັງໄດ້ມີການປັບປຸງ, ຄ່ອຍຫັນປ່ຽນ ຈາກລະບົບອານາລ໊ອກ ເປັນລະບົບ ດີຈີຕອນ ເທື່ອລະກ້າວໃນນັ້ນ, ສະ ຖານີໂທລະພາບແຫ່ງຊາດລາວ ຊ່ອງ 3 ແມ່ນໄດ້ຫັນເປັນລະບົບທີ່ ທັນສະໄໝ (Full HD) ທັງອຸປະ ກອນ ການ ຜະ ລິດ ແລະ ເຄື່ອງສົ່ງ (ສຳລັບເຄື່ອງສົ່ງພາກພື້ນດິນເປັນ ລະ ບົບ ດີ ຈິຕອນ, ປັດ ຈຸ ບັນ ກຳ ລັງ ຂໍການອະນຸມັດຄາດວ່າຈະໄດ້ຮັບ ການຕິດ ຕັ້ງ ໃນ ໄວໆ ນີ້); ສາມາດ ຂະຫຍາຍຕາໜ່າງໂທລະໂຄ່ງລົງສູ່ ທ້ອງຖິ່ນທົ່ວປະເທດ, ສ້າງສະຖານີ ວິທະຍຸຂັ້ນແຂວງສຳເລັດ 1 ແຫ່ງ ຢູ່ແຂວງບໍ່ແກ້ວ; ໄດ້ໂຄສະນາຕອບ ໂຕ້ຂ່າວບິດເບືອນ, ການໃສ່ຮ້າຍ ປ້າຍສີຂອງກຸ່ມຄົນບໍ່ດີຢ່າງທັນ ການ. ຂະນະດຽວກັນ ກໍໄດ້ຈັດຕັ້ງ ສໍາມະນາ, ຝຶກອົບຮົມບຸກຄະລາ ກອນສື່ມວນຊົນ ກໍຄືຄະນະບັນນາ ທິການ, ນັກຂ່າວທັງຮູບແບບອອນ ລາຍ, ຮູບແບບເຊິ່ງໜ້າຢ່າງຕໍ່ເນື່ອງ ຄຽງຄູ່ກັບການຫັນຈາກລະບົບອະ ນາລັອກ ໄປສູ່ລະບົບດີຈິຕອນເທື່ອ ລະກ້າວ. ພ້ອມດຽວກັນ ກໍໄດ້ປັບ ປຸງບັນດານິຕິກໍາລຸ່ມກົດໝາຍໃຫ້ມີ ຄວາມສອດຄ່ອງກັບການພັດທະ ນາເສດຖະກິດ, ວັດທະນະທໍາ-ສັງ ຄົມໃນແຕ່ລະໄລຍະຢ່າງເປັນລະ ບົບຕໍ່ເນື່ອງ. ສຳລັບຂົງເຂດການພິມຈໍາ ໜ່າຍປັດຈຸບັນທົ່ວ ປະເທດມີໂຮງ ພິມ 79 ແຫ່ງ ແລະ ສຳນັກພິມ 17 ແຫ່ງ, ມີຮ້ານຈຳໜ່າຍປຶ້ມ-ສິ່ງພິມ ເກີດຂຶ້ນຢ່າງຫລວງຫລາຍ, ມີອົງ ການຈັດຕັ້ງທີ່ເຄື່ອນໄຫວວຽກງານ ພິມຈຳໜ່າຍ ເປັນຕົ້ນສະມາຄົມການ ພິມ, ສະມາຄົມນັກປະພັນລາວ, ສະ ໂມສອນນັກຂຽນໜຸ່ມສິນໄຊ, ສະ ໂມສອນສະແຫວງສິນ ແລະ ສະ ມາຄົມຫ້ອງສະໝຸດລາວ. ສັງລວມ ແລ້ວການຈັດພິມ ປີ 2022-2023, ສາ ມາດ ອອກ ທະ ບຽນ ພິມປຶ້ມ ໄດ້ ທັງໝົດ 583 ຫົວເລື່ອງ, ຈໍານວນ ພິມ 2.847.819 ຫົວ. ໃນນີ້, ມີ ປຶ້ມຄວາມຮູ້ທົ່ວໄປ 18 ຫົວເລື່ອງ, ຈຳນວນພິມ 17.725 ຫົວ; ປຶ້ມປັດ ຊະຍາ 13 ຫົວ ເລື່ອງ, ຈຳນວນພິມ 18.710 ຫົວ; ປຶ້ມສິນທຳ 6 ຫົວ ເລື່ອງ, ຈຳນວນພິມ 8.500 ຫົວ; ປຶ້ມສັງຄົມສາດ 49 ຫົວເລື່ອງ, ຈຳ ນວນພິມ 36.440 ຫົວ; ປຶ້ມແບບ ຮຽນພາສາຕ່າງປະ ເທດ 144 ຫົວ ເລື່ອງ ເປັນຕົ້ນ. ໃນໂອກາດນີ້,ທ່ານ ວັນສີ ກົວມົວ ໄດ້ໃຫ້ທິດຊີ້ນຳ ໂດຍເນັ້ນໃຫ້ສືບຕໍ່ ເພີ່ມທະວີວຽກງານສຶກສາອົບຮົມ ດ້ານການເມືອງ-ແນວຄິດໃຫ້ບຸກ ຄະລາກອນສື່ມວນຊົນ ແລະ ການ ພິມຈໍາໜ່າຍໃຫ້ທົ່ວເຖິງ, ແຂງແຮງ ແລະ ຮອບດ້ານ; ກໍາແໜ້ນແນວທາງ ຂອງພັກ, ນະໂຍບາຍ, ລະບຽບກົດ ໝາຍຂອງລັດ ເພື່ອຮັບປະກັນໃຫ້ ແກ່ການຮັບໃຊ້ໜ້າທີ່ການເມືອງ ຂອງຕົນສົມກັບເປັນອາວຸດອັນ ແຫລມຄົມຂອງພັກ, ເປັນນັກຮົບ ເວນຍາມປ້ອງກັນທັດສະນະ ແລະ ແນວທາງຂອງພັກ-ລັດ; ເພີ່ມທະ ວີການນໍາພາຫາງສຽງສັງຄົມກໍຄື ປະຊາຊົນໃຫ້ທົ່ວເຖິງ, ເລິກເຊິ່ງ ແລະ ເປັນລະບົບຕໍ່ເນື່ອງ; ແກ້ໄຂບັນ ຫາສິ່ງອຸດຕັນ, ການເຂົ້າເຖິງແຫລ່ງ ຂໍ້ມູນຂ່າວສານໃຫ້ດີຂຶ້ນກວ່າເກົ່າ. ພ້ອມດຽວກັນນີ້ຕ້ອງສຸມໃສ່ບັນຫາ ຕົ້ນຕໍເຊັ່ນ: ຫັນການເຄື່ອນໄຫວ ວຽກງານຖະແຫລງຂ່າວ-ສື່ມວນ ຊົນ ແລະ ການພິມຈໍາໜ່າຍໄປຕາມ ທິດຂ່າວສານທັນສະໄໝ, ວ່ອງໄວ ທັນການກາຍເປັນກະບອກສຽງ ທີ່ແຫລມຄົມຂອງພັກ, ເປັນເວທີ ແຫ່ງການສະແດງຄໍາຄິດຄໍາເຫັນ ທີ່ສ້າງສັນຂອງສັງຄົມ, ສ້າງພື້ນ ຖານນິຕິກໍາ ໃຫ້ມີການຄຸ້ມຄອງທີ່ ເຂັ້ມງວດຕາມກົດໝາຍ; ເອົາໃຈໃສ່ ສົ່ງເສີມໃຫ້ສະມາຄົມວິຊາຊີບທີ່ ກ່ຽວຂ້ອງກັບສື່ມວນຊົນ ແລະ ການ ພິມຈໍາໜ່າຍ ໄດ້ເຂົ້າຮ່ວມເຄື່ອນ ໄຫວທັງພາຍໃນ ແລະ ຕ່າງປະເທດ ແລະ ມີນະໂຍບາຍຊຸກຍູ້ພະນັກງານ ອາວຸໂສບໍານານທີ່ມີຄວາມຮູ້ ແລະ ບົດຮຽນ ໃຫ້ປະກອບສ່ວນຖ່າຍທອດ ຄວາມຮູ້ ແລະ ເຮັດວຽກຄົ້ນຄວ້າ ຜ່ານໂຄງການຕ່າງໆ, ສົ່ງເສີມຜູ້ ປະກອບການຜະລິດ ແລະ ບໍລິການ ທາງດ້ານ ຖວທ ຜ່ານນະໂຍບາຍ ແລະ ກົນໄກທີ່ສອດຄ່ອງກັບລະ ບຽບກົດໝາຍທີ່ກ່ຽວຂ້ອງ; ສ້າງລະ ບົບທີ່ຢູ່ໃນການຄຸ້ມຄອງຂອງລັດ ໃຫ້ມີຄວາມເຂັ້ມແຂງ, ສາມາດປະ ຕິບັດບົດບາດນໍາສະເໜີການຕົກລົງ ບັນຫາສໍາຄັນຕ່າງໆຂອງລັດໄດ້ ຮັບການສື່ສານຢ່າງເປັນລະບົບຕໍ່ ເນື່ອງ, ຖືກຕ້ອງ, ວ່ອງໄວ ໄປເຖິງ ທຸກເປົ້າໝາຍໃນສັງຄົມ. ນອກນັ້ນ, ກໍຕ້ອງໄດ້ສືບຕໍ່ຍົກລະດັບຂ່າວສານ ເປັນທັນສະໄໝ ຕາມທິດທາງລວມ ຂອງການພັດທະນາສື່ມວນຊົນ ແລະ ການພິມຈໍາໜ່າຍກ້າວສູ່ຄຸນ ນະພາບຕາມລັກສະນະ ແລະ ຈັນ ຍາບັນວິຊາຊີບ, ເປັນກະບອກສຽງ ອັນແຫລມຄົມຂອງພັກ-ລັດ ທັງ ລວງເລິກ ແລະ ລວງກວ້າງ, ເປັນ ເຄື່ອງມືຮັບໃຊ້ການຄຸ້ມຄອງ ແລະ ກວດກາລັດຕາມກົດໝາຍ. ຂ່າວ: ກິດຕາ,ພາບ: ຂັນໄຊ

xtgmf]k; 3 14/08/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ |a'lnry,xt-k-qo ,u[qf[kfle7aogxaodt[vdlP'vaocs],7q,0v'rad{]af ບົດສະເໜີ ln[8+[6]tot]t[v[xt-kmyxtw8 xt-k-qo .shlq,[6opyj'0Bo (ເນື່ອງໃນໂອກາດວັນສື່ມວນຊົນ-ການພິມຈໍາໜ່າຍ ຄົບຮອບ 73 ປີ 13/08/1950-13/08/2023) * ວຽກງານສື່ມວນຊົນມີບົດ ບາດສຳຄັນ ເປັນກະບອກສຽງອັນ ແຫລມຄົມ ໃຫ້ແກ່ພັກ-ລັດ, ເປັນຜູ້ ໂຄສະນາແນວທາງນະໂຍບາຍຂອງ ພັກ-ລັດໃຫ້ແກ່ປະຊາຊົນ, ສ້າງ ຄວາມຮັບຮູ້-ເຂົ້າໃຈທີ່ຖືກຕ້ອງໃຫ້ ແກ່ສັງຄົມ ໂດຍໄດ້ຮັບຄວາມເຊື່ອ ຖືໃນການສະໜອງຂໍ້ມູນຂ່າວສານ, ສາລະຄວາມຮູ້, ສາລະບັນເທີງໃຫ້ ແກ່ປະຊາຊົນໃນສັງຄົມ ພ້ອມທັງສາ ມາດເຊື່ອມຕໍ່ຂໍ້ມູນຂ່າວສານໃນ ພາກພື້ນ ແລະ ສາກົນ. ເນື່ອງໃນໂອ ກາດວັນສື່ມວນຊົນ ແລະ ການພິມ ຈຳໜ່າຍ ຄົບຮອບ 73 ປີ (13 ສິງ ຫາ 1950-13 ສິງຫາ 2023). ທ່ານ ວັນໄຊ ຕະວິນຍານ ຮອງ ຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ ຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ ໄດ້ໃຫ້ສຳພາດ ຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ສື່ ມວນຊົນເປັນຜູ້ທີ່ມີບົດບາດສຳຄັນ ເປັນນັກຮົບປະຕິວັດເປັນກະບອກ ສຽງຂອງພັກ-ລັດ ປະຕິບັດໜ້າທີ່ ໃນ ການເຜີຍແຜ່ຂໍ້ມູນຂ່າວສານຕ່າງໆ ລົງສູ່ທ້ອງຖິ່ນຮາກຖານໃຫ້ປະຊາ ຊົນໄດ້ຮັບຮູ້ເຂົ້າໃຈທົ່ວເຖິງ. ຊຶ່ງໃນ ໄລຍະປີ 2022 ຜ່ານມາ, ໜັງສືພິມ ປະຊາຊົນ ໄດ້ມີຜົນສຳເລັດໃນຫລາຍ ດ້ານ ໂດຍສະເພາະໄດ້ສຸມໃສ່ໂຄສະ ນາເຜີຍແຜ່ແນວທາງນະໂຍບາຍ ຂອງພັກ-ລັດ ໃນການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ, ເຜີຍແຜ່ມະຕິ, ຄຳ ສັ່ງຂອງພັກ-ລັດວາງອອກໃນແຕ່ ລະໄລຍະ ພ້ອມທັງໂຄສະນາເຜີຍ ແຜ່ໃນໂອກາດວັນສຳຄັນຕ່າງໆ ຂອງພັກ-ຂອງຊາດ ແລະ ຂອງສາ ກົນ, ໂຄສະນາໃຫ້ແກ່ການຈັດຕັ້ງ ປະຕິບັດວຽກງານສາມສ້າງຢູ່ໃນ ແຕ່ລະຂົງເຂດວຽກງານ ນັບແຕ່ສູນ ກາງລົງຮອດທ້ອງຖິ່ນ, ນຳເອົາເນື້ອ ໃນດັ່ງກ່າວມາຜັນຂະຫຍາຍເປັນ ຂ່າວ, ບົດນຳ, ບົດຄວາມຕ່າງໆ, ດ້ວຍການອອກຂ່າວ, ບົດນຳ, ບົດ ຄວາມຕ່າງໆອອກທາງໜັງສືພິມ, ເຟສບຸກ ແລະ ເວັບໄຊ ເພື່ອຕອບໂຕ້, ໄດ້ປັບປຸງໜ້າໜັງສືພິມ, ກໍານົດ ເປັນຄໍລໍ້າທີ່ຫລາກຫລາຍ. ເຮັດໃຫ້ ໃນ 1 ປີຜ່ານມາໜັງສືພິມປະຊາຊົນ ໄດ້ມີການໂຄສະນາອອກຂ່າວ, ບົດ ທີ່ຜະລິດເອງ ແລະ ຂ່າວກະຊວງ, ສໍານັກງານອົງການຈາກທ້ອງຖິ່ນ ສົ່ງມາປະກອບສ່ວນ, ບົດຜ່ານທາງ ໜັງສືພິມເຈ້ຍ ແລະ ໜັງສືພິມເອ ເລັກໂຕຣນິກດັ່ງນີ້: ຂ່າວມີຈຳນວນ 16.415 ຂ່າວ, ບົດມີຈຳນວນ 1.045 ບົດ, ຮູບປະກອບ 15.000 ກວ່າ ແຜ່ນ, ອອກຂ່າວຕ່າງປະເທດ 1.320 ຂ່າວ,200 ກວ່າບົດ,ຮູບປະ ກອບ 100 ກວ່າແຜ່ນ, ເຟສບຸກ ແລະ ເວັບໄຊ, ໄດ້ມີການປັບປຸງດ້ານຮູບ ການ ແລະ ເນື້ອໃນໃຫ້ມີຫລາຍຮູບ ຫລາຍມີສີສັນຂຶ້ນກວ່າເກົ່າຢ່າງປະ ຈັກຕາ, ປີ 2022 ຜ່ານມາມີຄົນເຂົ້າ ເບິ່ງເວັບໄຊ 4.436.097 ເທື່ອຄົນ ແລະ ເຟສບຸກ 17.063 ເທື່ອຄົນ. ຄຽງຄູ່ກັບຂໍ້ສະດວກຍັງມີຂໍ້ຫຍຸ້ງ ຍາກ ແລະ ຄົງຄ້າງທີ່ຈະຕ້ອງໄດ້ ພ້ອມກັນແກ້ໄຂ: 1. ຂ່າວທ້ອງຖິ່ນຍັງບໍ່ ກວ້າງຂວາງ, ຂ່າວພິທີການຫລາຍ ໂພດ, ບົດຕ່າງໆຍັງບໍ່ຫລາຍ; 2. ບາງຂ່າວຍັງອອກຊັກຊ້າບໍ່ທັນເຫດ ການ; 3. ການເຄື່ອນໄຫວຂອງນັກ ຂ່າວຍັງບໍ່ທັນກວ້າງຂວາງຍ້ອນຂາດ ງົບປະມານ; 4. ງົບປະມານບໍ່ພຽງພໍ ໃນການຈັດຕັ້ງປະຕິບັດວຽກງານ ຍ້ອນລາຍຮັບວິຊາການຈາກໂຄສະ ນາ ແລະ ຈຳໜ່າຍຫລຸດລົງຫລາຍ. ສ່ວນອັນທີ່ຍັງເປັນຂໍ້ຈຳກັດ ຫລື ສິ່ງທ້າທາຍຂອງໜັງສືພິມປະຊາ ຊົນ ແມ່ນການຕອບສະໜອງ ດ້ານ ງົບປະມານຂອງລັດໃນການປະຕິ ບັດກິດຈະກໍາ, ການສົ່ງເສີມວິຊາ ການຍັງຈໍາກັດ ແລະ ການສ້າງລາຍ ຮັບວິຊາການຂອງອົງການສື່ມວນ ຊົນແບບດັ່ງເດີມແມ່ນມີທ່າອ່ຽງ ຫລຸດລົງເລື້ອຍໆ ເນື່ອງຈາກສັງຄົມ ຫັນໄປບໍລິໂພກຂໍ້ມູນຂ່າວສານ ແລະ ໃຊ້ການບໍລິການຢູ່ສື່ອອນລາຍ; ບຸກ ຄະລາກອນຜູ້ມີຄວາມຮູ້-ຄວາມສາ ມາດ ແລະ ຄວາມເປັນມືອາຊີບຍັງ ມີຈໍານວນໜ້ອຍ; ໂຄງລ່າງພື້ນຖານ, ວັດຖຸ-ເຕັກນິກໃນຂົງເຂດວຽກງານ ສື່ມວນຊົນຍັງບໍ່ທັນເປັນລະບົບຄົບ ຊຸດ ແລະ ທັນສະໄໝ, ອຸປະກອນເຕັກ ນິກບາງດ້ານຍັງເກົ່າ ແລະ ເປ່ເພບໍ່ ສາມາດເຊື່ອມຕໍ່ກັບລະບົບໃໝ່; ເນື້ອໃນສື່ມວນຊົນບາງຄັ້ງຄາວຍັງ ບໍ່ທັນເລິກຊຶ່ງ, ແຫລມຄົມ ແລະ ບໍ່ ທັນຕອບສະໜອງໄດ້ຕາມຄວາມ ຮຽກຮ້ອງຕ້ອງການຂອງສັງຄົມ ໄດ້ເທົ່າທີ່ຄວນ. ບາງຄັ້ງຍັງຜິດພາດ ໃນການນໍາໃຊ້ຄໍາສັບພາສາເວົ້າ, ຂຽນຊອດກະຈາ ແລະ ບໍ່ຖືກຕ້ອງ ຕາມຫລັກໄວຍາກອນພາສາລາວ ໃນປັດຈຸບັນ. ດ້ານຮູບການຍັງບໍ່ທັນ ຫລາກຫລາຍຮູບແບບສີສັນ ແລະ ການຕອບໂຕ້ຖ້ອຍທໍານອງໂຈມຕີ ແລະ ຂ່າວປອມໃນບາງຄັ້ງຄາວຍັງ ບໍ່ທັນສະພາບການ; ການນໍາພາ ຫາງສຽງສັງຄົມ ແລະ ຕອບຂໍ້ຂ້ອງ ໃຈຂອງປະຊາຊົນບາງຄັ້ງຍັງບໍ່ທັນ ສະພາບການ ເນື່ອງຈາກຂະນະສື່ ອອນລາຍນັບມື້ຂະຫາຍຕົວ ແລະ ມີອິດທິພົນຕໍ່ສັງຄົມ. ທ່ານກ່າວຕື່ມວ່າ: ທິດທາງແຜນ ການພັດທະນາໜັງພິມປະຊາຊົນໃນ ຕໍ່ໜ້າ ແມ່ນຈະສືບຕໍ່ສຸມໃສ່ຍົກລະ ດັບຄວາມຮູ້, ຄວາມສາມາດດ້ານວິ ຊາການຂອງພະນັກງານນັກຂ່າວ ໃຫ້ສູງຂຶ້ນ, ສົ່ງເສີມໃຫ້ພະນັກງານ ໄປຍົກລະດັບພາສາຕ່າງປະເທດ, ປັບປຸງກົນໄກການເຮັດວຽກຂອງ ບາງພະແນກໃຫ້ມີຄວາມຄ່ອງຕົວ ຂຶ້ນກວ່າເກົ່າ, ຜະລິດຂ່າວ-ບົດໃຫ້ມີ ເນື້ອໃນສັ້ນກະທັດຮັດ, ມີຄວາມດຶງ ດູດໜ້າສົນໃຈ, ເພີ່ມບົດນໍາ, ບົດ ຄວາມໃຫ້ຫລາຍຂຶ້ນ ເພື່ອເປັນທິດ ຊີ້ນໍາໃຫ້ກັບສັງຄົມເຂົ້າໃຈຕໍ່ແນວ ທາງ, ແຜນນະໂຍບາຍຂອງພັກ ແລະ ລັດ, ປັບປຸງເວັບໄຊ, ເຟສບຸກ ໃຫ້ທັນສະໄໝຂຶ້ນ ທັງອອກຂ່າວ ຢ່າງທັນການ ເພື່ອຊີ້ແຈງອະທິບາຍ ຄວາມເປັນຈິງ ແລະ ຕອບໂຕ້ຫາງ ສຽງສັງຄົມຢ່າງທັນການ. ມາໃນຍຸກ 4.0 ຊຶ່ງເປັນຍຸກຂໍ້ມູນ ຂ່າວສານທີ່ບໍ່ມີພົມແດນ ຄົນເຮົາ ສາມາດເຂົ້າເຖິງຂໍ້ມູນຂ່າວສານ ໄດ້ຫລາຍຊ່ອງທາງ ແຕ່ລະຄົນສາ ມາດສົ່ງຂໍ້ມູນ ແລະ ຮູບພາບຕ່າງໆ ທີ່ເປັນຄວາມຈິງ ແລະ ຈໍານວນບໍ່ ໜ້ອຍບໍ່ແມ່ນຄວາມຈິງ ເພື່ອໃສ່ຮ້າຍ ປ້າຍສີການຈັດຕັ້ງພັກ-ລັດ, ອົງ ການຈັດຕັ້ງຕ່າງໆສື່ມວນຊົນ ພວກ ເຮົາຕ້ອງພ້ອມກັນປັບປຸງຕົນເອງ ໃຫ້ມີຄວາມເຂັ້ມແຂງຂຶ້ນເປັນ ກ້າວໆ ພັດທະນາສື່ອອນລາຍໃຫ້ຮັບ ປະກັນ ເຮັດໜ້າທີ່ເຜີຍແຜ່ຂໍ້ມູນຂ່າວ ສານໃຫ້ໄດ້ຢ່າງກວ້າງຂວາງ ພ້ອມ ກັນເຄື່ອນໄຫວເກັບກໍາຂໍ້ມູນຂ່າວ ສານຈາກພາກສ່ວນກ່ຽວຂ້ອງມາ ຊີ້ແຈງຢ່າງທັນການ ເພື່ອໃຫ້ສັງຄົມ ເຂົ້າໃຈຄວາມເປັນຈິງຕໍ່ເຫດການ ທີ່ເກີດຂຶ້ນ. ນໍາສະເໜີແນວທາງທີ່ ເປັນອັນລະອຽດແຕ່ລະບັນຫາ, ກົດ ໝາຍ ແລະ ມະຕິຄໍາສັ່ງຕ່າງໆອອກ ຢ່າງກວ້າງຂວາງ ທັນເຫດການ ເພື່ອໃຫ້ປະຊາຊົນໄດ້ຮັບຮູ້ເຂົ້າໃຈ ຢ່າງເລິກເຊິ່ງ. ບັນຫາສຳຄັນສື່ມວນຊົນຕ້ອງ ກໍາແໜ້ນ ແລະ ຮັບປະກັນ 4 ລັກສະ ນະນໍາໜ້າຂອງສື່ມວນຊົນລາວ ຕາມກົດໝາຍທີ່ກໍານົດໄວ້ຄື: ລັກສະ ນະຕົວຈິງ, ລັກສະນະສຶກສາອົບຮົມ, ລັກສະນະແນະນໍາ ແລະ ລັກສະນະ ຕໍ່ສູ້. ໃນນາມສື່ມວນຊົນລາວຜູ້ໜຶ່ງ ຂໍຝາກເຖິງສື່ມວນຊົນທຸກຂະແໜງ ຈົ່ງພ້ອມກັນຕັດສິນໃຈພັດທະນາ ວຽກງານຂອງພວກເຮົານັບແຕ່ ດ້ານເນື້ອໃນ ແລະ ຮູບການໃຫ້ມີ ຫລາຍຮູບຫລາຍສີສາມາດດຶງດູດ ຄວາມສົນໃຈຂອງຜູ້ອ່ານ, ຜູ້ຟັງ ແລະ ຜູ້ເບິ່ງ, ເຮັດໃຫ້ສັງຄົມມີສ່ວນ ຮ່ວມ, ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວ ສານລາຍງານຄວາມເປັນຈິງ ໃຫ້ ປະຊາຊົນເຂົ້າໃຈທຸກເຫດການທີ່ ເກີດຂຶ້ນ, ນໍາເອົາແນວທາງແຜນນະ ໂຍບາຍ-ກົດໝາຍຂອງລັດລົງເຖິງ ຮາກຖານຢູ່ເຂດຫ່າງໄກສອກຫລີກ ຢ່າງກວ້າງຂວາງຂຶ້ນກວ່າເກົ່າ. ໃນໂອກາດນີ້, ຮຽກຮ້ອງມາຍັງ ຜູ້ຕິດຕາມຂ່າວທາງສື່ອອນລາຍ ຈົ່ງມີສະຕິລະວັງຕົວຢູ່ສະເໝີ, ຂໍໃຫ້ ໄຈ້ແຍກໃຫ້ດີກ່ອນຈະສົ່ງຕໍ່ຂ່າວ, ຮູບພາບ ຫລື ຂໍ້ຄວາມຕ່າງໆໄປສູ່ບຸກ ຄົນອື່ນໃຫ້ຫັນມາຕິດຕາມອ່ານ, ຕິດ ຕາມຊົມສື່ທາງການ ເພື່ອທໍາຄວາມ ເຂົ້າໃຈກັບເຫດການຄວາມເປັນຈິງ ທີ່ເກີດຂຶ້ນ. ເນື່ອງໃນໂອກາດວັນ ສ້າງຕັ້ງສື່ມວນຊົນ ແລະ ການພິມ ຈໍາໜ່າຍ ຄົບຮອບ 73 ປີ, ວັນສ້າງ ຕັ້ງໜັງສືພິມລາວອິດສະຫລະ ກໍຄື ໜັງສືພິມປະຊາຊົນໃນປັດຈຸບັນ ຂໍ ອວຍພອນໄຊອັນປະເສີດແດ່ການ ນໍາພັກ-ລັດຈົ່ງມີສຸຂະພາບເຂັ້ມແຂງ ສືບຕໍ່ນໍາພາສື່ມວນຊົນໃຫ້ມີການ ພັດທະນາກ້າວໜ້າຂຶ້ນໄປເລື້ອຍໆ, ຂໍສະແດງຄວາມຮູ້ບຸນຄຸນຕໍ່ການນໍາ ສື່ມວນຊົນຜູ້ກໍ່ຕັ້ງທີ່ໄດ້ເສຍສະຫລະ ຊີວິດເລືອດເນື້ອຂອງຕົນ ເພື່ອພັດທະ ນາວຽກງານສື່ມວນຊົນໃຫ້ເຕີບໃຫຍ່ ເຂັ້ມແຂງຈົນມາເຖິງທຸກວັນນີ້. ພາບປະກອບ * ໂດຍຍຶດໝັ້ນຢ່າງສະເໝີຕົ້ນສະ ເໝີປາຍ ແລະ ດ້ວຍຄວາມຈົງຮັກ ພັກດີຕໍ່ອຸດົມການ ແລະ ວັດຖຸປະສົງ ອັນສູງສົ່ງ ໃນການນໍາພາປະເທດ ຊາດກ້າວເດີນສູ່ຈຸດໝາຍສັງຄົມນິ ຍົມນັ້ນ, ພັກເຮົາ ຍິ່ງຕ້ອງສືບຕໍ່ນໍາ ພາບູລະນະລະບອບປະຊາທິປະໄຕ ປະຊາຊົນໃຫ້ສົມບູນຍິ່ງຂຶ້ນ ໂດຍຖື ເອົາການເຄົາລົບ ແລະ ເສີມຂະ ຫຍາຍສິດເປັນເຈົ້າຂອງປະຊາຊົນ, ອີງໃສ່ກໍາລັງແຮງຂອງປະຊາຊົນ ເພື່ອປະຕິບັດ ແລະ ຖືການນໍາເອົາ ຜົນປະໂຫຍດ ແລະ ຄວາມສົມບູນ ພູນສຸກມາໃຫ້ປະຊາຊົນເປັນເປົ້າ ໝາຍສູງສຸດໃນທຸກການເຄື່ອນໄຫວ ຂອງຕົນ. ແຕ່ຕ້ອງເອກະພາບກັນ ວ່າ: ປະເທດຊາດພວມຢືນຢູ່ຕໍ່ໜ້າ ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ໃຈແກ້ບັນຫາດ້ານໂຄງສ້າງເສດ ຖະກິດ, ການປັບປຸງກົນໄກຄຸ້ມຄອງ ລັດໃນແຕ່ລະດ້ານ, ແກ້ບັນຫາຫຍໍ້ ທໍ້ໃນພັກ ແລະ ໃນສັງຄົມ. 3. ຕ້ອງນໍາໃຊ້ຜົນສໍາເລັດດ້ານ ວິທະຍາສາດ, ນະວັດຕະກໍາຢ່າງ ກວ້າງຂວາງ ໂດຍຕິດພັນກັບການ ພັດທະນາຊັບພະຍາກອນມະນຸດ ທີ່ ມີຄຸນນະພາບສູງ, ໂດຍສະເພາະໃນ ຂົງເຂດວິສະວະກໍາ, ຕ້ອງຫັນປ່ຽນ ຢ່າງແຂງແຮງຈາກສະພາວະທີ່ ເປັນຢູ່ໃນປັດຈຸບັນ ໂດຍຕິດພັນກັບ ການປັບປຸງບັນດາແຜນນະໂຍບາຍ ອັນເປັນພື້ນຖານກ່ຽວກັບການພັດ ທະນາຢ່າງເປັນລະບົບ, ຖືການ ຄົ້ນ ຄວ້າ, ເຜີຍແຜ່ ແລະ ນໍາໃຊ້ຜົນສໍາ ເລັດດ້ານວິທະຍາສາດ-ເຕັກໂນໂລ ຊີ ແລະ ນະວັດຕະກໍາ ອັນເໝາະສົມ ເປັນມາດຕະຖານ ແລະ ເງື່ອນໄຂທີ່ ຂາດບໍ່ໄດ້ໃນການກໍານົດແຜນຍຸດ ທະສາດພັດທະນາໃນຊຸມປີຕໍ່ໜ້າ. 4. ຕ້ອງຍົກລະດັບຄວາມເປັນ ເຈົ້າການ ເຂົ້າຮ່ວມການຕໍ່ສູ້ ເພື່ອສັນ ຕິພາບ, ຄວາມໝັ້ນຄົງ; ການຮັບມື ກັບໂລກລະບາດ, ການປ່ຽນແປງ ດິນຟ້າອາກາດ ແລະ ການແກ້ໄຂ ບັນຫາອາດຊະຍາ ກໍາຂ້າມຊາດ ຄຽງຄູ່ກັບການຮັບປະກັນເອກະ ລາດ, ອໍານາດອະທິປະໄຕ, ລະບອບ ການເມືອງ ຂອງປະເທດຊາດ; ຕ້ອງ ຮັບປະກັນ ການສົມທົບລະຫວ່າງ ການເພີ່ມທະວີຮັດແໜ້ນມິດຕະພາບ ແລະ ການຮ່ວມມືກັບບັນດາປະ ເທດ ເພື່ອນມິດຍຸດທະສາດກັບການສືບ ຕໍ່ປະຕິບັດທິດການເຊື່ອມຈອດ ແລະ ເຊື່ອມໂຍງສາກົນ, ສ້າງເງື່ອນໄຂ ຍາດແຍ່ງ, ດຶງດູດກໍາລັງແຮງດ້ານ ທຶນຮອນ, ເຕັກໂນໂລຊີ, ນະວັດຕະ ກໍາເພື່ອຂຸດຄົ້ນ ແລະ ເສີມຂະຫຍາຍ ຄວາມອາດສາມາດ ບົ່ມຊ້ອນ ແລະ ກໍາລັງແຮງຂອງຊາດ. 5. ຕ້ອງຍົກສູງຄວາມເປັນເຈົ້າ ການ ໃນການກະກຽມຄວາມພ້ອມ ດ້ານຕ່າງໆ ເພື່ອຮັບມືກັບການແຜ່ ລະບາດຂອງພະຍາດໂຄວິດ-19 ທີ່ສົ່ງຜົນກະທົບຕໍ່ການຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄືແຜນພັດທະນາເສດ ຖະກິດ-ສັງຄົມໃນຊຸມປີຕໍ່ໜ້າ. ອັນໃຫຍ່, ແຕ່ພ້ອມນັ້ນກໍມີທັງໂອ ກາດ ແລະ ຄວາມອາດສາມາດໃໝ່ ຫລາຍດ້ານທີ່ສາມາດເສີມຂະຫຍາຍ ເຂົ້າໃນການພັດທະນາ. ດ້ວຍເຫດ ນັ້ນ ພວກເຮົາຕ້ອງກໍາແໜ້ນການ ເລັ່ງທວງໃນການພັດທະນາປະເທດ ຊາດໃນຊຸມປີຕໍ່ໜ້າຄື: 1. ຕ້ອງຖືເອົາການແກ້ໄຂຄວາມ ທຸກຍາກຂອງປະຊາຊົນ ເປັນໜ້າທີ່ ຈຸດສຸມບົນພື້ນຖານການປຸກສະຕິ ຕື່ນຕົວເພິ່ງຕົນເອງ, ເປັນເຈົ້າຕົນເອງ ແລະ ບືນຕົວຂຶ້ນສ້າງຄວາມເຂັ້ມ ແຂງດ້ວຍຕົນເອງຂອງປະຊາຊົນ ແລະ ຊັ້ນຄົນຕ່າງໆໃນທົ່ວປະເທດ. 2. ຕ້ອງຕັ້ງໜ້າແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງໃນການພັດທະນາ ເສດຖະກິດ-ສັງຄົມ ທີ່ມີລັກສະນະ ຊໍາເຮື້ອໃນຜ່ານມາ ໂດຍເລີ່ມແຕ່ ການຫັນປ່ຽນດ້ານຈິນຕະນາການ ດ້ານທິດສະດີ, ຍົກລະດັບຄວາມສາ ມາດໃນການຮູ້ສະພາບການພາຍ ໃນ ແລະ ສາກົນ ຈົນເຖິງການ ຕັດສິນ ພາບປະກອບ ນອກຈາກນັ້ນຍັງໄດ້ໂຄສະນາປຸກ ລະດົມໃຫ້ແກ່ການຈັດຕັ້ງປະຕິບັດ ສອງວາລະແຫ່ງຊາດ ເພື່ອໃຫ້ເຂົ້າ ສູ່ລວງເລິກ ແລະ ໄດ້ຮັບການຈັດ ຕັ້ງປະຕິບັດຢ່າງທົ່ວເຖິງ, ເພື່ອໃຫ້ ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈເຫັນໄດ້ ຄວາມໝາຍ-ຄວາມສຳຄັນຂອງ ສອງວາລະ ດັ່ງກ່າວ, ໂຄສະນາ ເຜີຍແຜ່ການເຄື່ອນໄຫວວຽກງານ ຕ່າງໆຂອງການນຳພັກ-ລັດຢູ່ພາຍ ໃນ ແລະ ຕ່າງປະເທດ ໂດຍສະເພາະ ແມ່ນອອກຂ່າວການນຳພັກ-ລັດ ໄປຢ້ຽມຢາມປະເທດເພື່ອນມິດ ແລະ ເຂົ້າຮ່ວມກອງປະຊຸມສຳຄັນ ຕ່າງໆຢູ່ໃນເວທີພາກພື້ນ ແລະ ສາ ກົນ. ພ້ອມນັ້ນໜັງສືພິມປະຊາຊົນ ຍັງໄດ້ເອົາໃຈ ໃສ່ໂຄສະນາແກ້ໄຂ ບັນຫາຫາງສຽງສັງຄົມທີ່ອອກ ຂ່າວບໍ່ມີມູນຄວາມຈິງ ເພື່ອໃຫ້ປະ ຊາຊົນໄດ້ຫັນມາບໍລິໂພກຂ່າວຖືກ ຕ້ອງມີມູນຄວາມຈິງ ແລະ ເຂົ້າໃຈຕໍ່ ແນວທາງນະໂຍບາຍ ຂອງພັກ-ລັດ ພ້ອມທັງຕອບໂຕ້ກົນອຸບາຍຫລອກ ລວງຂອງພວກຄົນບໍ່ຫວັງດີ ທີ່ຫວັງ ໃສ່ຮ້າຍປ້າຍສີການນຳພັກ-ລັດ ຂອງພວກເຮົາ ກໍຄືຫວັງທຳລາຍລະ ບອກການເມືອງຂອງພວກເຮົາ ທ່ານ ວັນໄຊ ຕະວິນຍານ

RkJQdWJsaXNoZXIy MTc3MTYxMQ==