lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 10/08/2023 xtgmf]k; ສະຫາຍເລຂາທິການ... 40 ປີ ຄະນະພົວພັນ... ສະຫລອງວັນສ້າງຕັ້້ງ... ຍົກລະດັບ.... ເລັ່ງບຸກເບີກດິນເຈື່ອນ... ກະຊວງ ຖວທ ເຊື່ອມຊຶມ... ພັນຕ່າງປະເທດສູນກາງພັກ, ໃຫ້ ກຽດ ເຂົ້າຮ່ວມ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ມີບັນດາສະຫາຍການນຳ ແລະ ອະດີດການນຳຄະນະພົວພັນຕ່າງ ປະເທດສູນກາງພັກ ຕະຫລອດ ຮອດພະນັກງານ-ລັດຖະກອນ ແລະ ພະນັກງານບໍານານທົ່ວ ຄຕພ ແລະ ແຂກຖືກເຊີນ. ສະຫາຍ ທອງສະຫວັນ ພົມວິຫານ ໄດ້ກ່າວທົບທວນຄືນ ມູນເຊື້ອ ຂອງຄະນະພົວພັນຕ່າງປະ ເທດສູນກາງພັກຕະຫລອດໄລຍະ 40 ປີ ຜ່ານມາ ໂດຍໄດ້ຍົກໃຫ້ເຫັນ ຄວາມເປັນມາ, ການເຕີບໃຫຍ່ຂະ ຫຍາຍຕົວ, ຜົນສຳເລັດອັນໃຫຍ່ ຫລວງ, ມູນເຊື້ອ ແລະ ບົດຮຽນອັນ ອຸດົມສົມບູນໃນ ແຕ່ລະໄລຍະຂອງ ຄະນະພົວພັນຕ່າງປະເທດສູນກາງ ພັກ ກໍຄືການປະຕິບັດໜ້າທີ່ເປັນ ເສນາທິການໃຫ້ແກ່ຄະນະບໍລິຫານ ງານສູນກາງພັກ, ກົມການເມືອງ ສູນກາງພັກ ແລະ ຄະນະເລຂາທິ ການສູນກາງພັກ ໃນການຄົ້ນຄວ້າ ແຜນຍຸດທະສາດ, ແນວທາງນະໂຍ ບາຍການຕ່າງປະເທດ ຂອງພັກ; ການຕິດຕໍ່ພົວພັນຮ່ວມມືກັບບັນດາ ພັກການເມືອງຂອງຕ່າງປະເທດ ໃນຂອບສອງຝ່າຍ ແລະ ຫລາຍ ຝ່າຍ; ຊີ້ນໍາ, ຄຸ້ມຄອງການເຄື່ອນ ໄຫວວຽກງານພົວພັນຕ່າງປະເທດ ສາຍພັກ, ການທູດປະຊາຊົນໃຫ້ມີ ຄວາມເປັນເອກະພາບຜ່ານປະຕູ ດຽວ; ຕິດຕາມ, ຊຸກຍູ້ ແລະ ກວດກາ ການປະຕິບັດແນວທາງນະໂຍບາຍ ຂອງພັກກ່ຽວກັບວຽກງານການ ພົວພັນຕ່າງປະເທດດ້ານພັກເພື່ອ ເຊີດຊູຖານະບົດບາດຂອງພັກປະ ຊາຊົນ ປະຕິວັດລາວ ກໍຄື ສປປ ລາວ ໃນເວທີສາກົນ, ຍາດແຍ່ງການສະ ໜັບສະໜູນຈາກສາກົນ, ສ້າງ ເງື່ອນໄຂອໍານວຍຄວາມສະດວກ ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ເປັນເຈົ້າການໃນການຊີ້ນໍາການ ທູດປະຊາຊົນ, ປະສານງານໃຫ້ແກ່ ບັນດາອົງການຈັດຕັ້ງພັກ, ສູນກາງ ການແນວລາວສ້າງຊາດ, ສະຫະ ພັນນັກຮົບເກົ່າ, ອົງການຈັດຕັ້ງມະ ຫາຊົນໃນການເຄື່ອນໄຫວຕ່າງ ປະເທດ ແນໃສ່ເຜີຍແຜ່ແນວທາງ ນະໂຍບາຍ ຂອງ ພັກ-ລັດ ເພື່ອການ ຮ່ວມມືພັດທະນາປະເທດຊາດບົນ ພື້ນຖານຕ່າງຝ່າຍຕ່າງມີຜົນປະ ໂຫຍດ, ປະກອບສ່ວນສ້າງສັນຕິ ພາບ, ມິດຕະພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ-ສາ ກົນ. ພ້ອມກັນນັ້ນ, ຫົວໜ້າຄະນະພົວ ພັນຕ່າງປະເທດສູນກາງພັກ ຍັງໄດ້ ລາຍງານກ່ຽວກັບໝາກຜົນການ ພົວພັນຮ່ວມມືສາຍພັກ ແລະ ລັດ, ເປີດກ້ວາງການພົວພັນກັບຕ່າງປະ ເທດ ໂດຍບໍ່ຈຳແນກລະບອບການ ເມືອງ ທີ່ແຕກຕ່າງກັນ, ຕັ້ງໜ້າເປັນ ເຈົ້າການເປີດກວ້າງການພົວພັນ ກັບບັນດາພັກການເມືອງຕ່າງປະ ເທດ ໃນຂອບສອງຝ່າຍ ແລະ ຫລາຍ ຝ່າຍ, ມາເຖິງປັດຈຸບັນພັກເຮົາ ໄດ້ ມີການພົວພັນກັບ 140 ພັກການ ເມືອງ ໃນ 83 ປະເທດທົ່ວໂລກ; ພົວ ພັນ ແລະ ເຂົ້າເປັນສະມາຊິກໃນ ຂອບການຮ່ວມມືຫລາຍຝ່າຍກັບ 3 ອົງການຈັດຕັ້ງສາກົນ (ກອງ ປະຊຸມສາກົນຂອງບັນດາພັກການ ເມືອງໃນອາຊີ (ICAPP), ກອງປະ ຊຸມສາກົນ ຂອງບັນດາພັກກອມມູ ນິດ ແລະ ກຳມະກອນສາກົນ (IMCWP), ກອງປະຊຸມເວທີປຶກສາ ຫາລືຊາວປາວໂລ), ອັນພົ້ນເດັ່ນ ແມ່ນໄດ້ຖືກຮັບເຂົ້າເປັນສະມາ ຊິກໜ່ວຍງານວິຊາການ ຂອງ IMCWP; ສ້າງຕັ້ງສະມາຄົມມິດ ຕະພາບກັບຕ່າງປະເທດທັງໝົດມີ 19 ສະມາຄົມ ແລະ 1 ຄະນະສັນຕິ ພາບ ແລະ ສາມັກຄີ ຂອງລາວກັບ ຕ່າງປະເທດ. ສໍາລັບການພົວພັນ ໃນສາຍລັດ, ສປປ ລາວ ໄດ້ສ້າງ ຕັ້ງສາຍພົວພັນການທູດກັບ 148 ປະເທດ, ມີສຳນັກງານຜູ້ຕາງໜ້າ ຂອງຕົນ ປະຈຳຢູ່ຕ່າງປະເທດ 42 ແຫ່ງ (ສະຖານເອກອັກຄະລັດຖະ ທູດ 28 ແຫ່ງ, ສຳນັກງານຜູ້ຕາງ ໜ້າຖາວອນ 3 ແຫ່ງ, ສະຖານກົງ ສຸນໃຫຍ່ 10 ແຫ່ງ ແລະ ຫ້ອງການ ກົງສຸນ 1 ແຫ່ງ). ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ເນັ້ນໃຫ້ຄະນະພົວພັນ ຕ່າງປະເທດສູນກາງພັກສືບຕໍ່ປົກ ປັກຮັກສາ, ເສີມຂະຫຍາຍມູນເຊື້ອ ແລະ ຜົນງານທີ່ຍາດມາ ໄດ້ໃນໄລ ຍະຜ່ານມາໃຫ້ແຂງແຮງກວ່າ ເກົ່າ; ສືບຕໍ່ເອົາໃຈໃສ່ສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ສະມາຊິກ ພັກ, ພະນັກງານ-ລັດຖະກອນ ກຳ ແໜ້ນແນວທາງ ຂອງພັກ-ລັດ; ລະ ບຽບກົດໝາຍ ຂອງປະເທດຊາດ; ປັບປຸງກົງຈັກການຈັດຕັ້ງຕາມທິດ ກະທັດຮັດ, ມີປະສິດທິຜົນ, ກຳນົດ ພາລະບົດບາດ, ສິດໜ້າທີ່, ຕຳ ແໜ່ງງານໃຫ້ຈະແຈ້ງ ແລະ ບັນຈຸ ຊັບຊ້ອນພະນັກງານ ໃຫ້ແທດເໝາະ ກັບໜ້າທີ່ວຽກງານ, ສ້າງພະນັກ ງານ ຄຕພ ໃຫ້ເປັນມືອາຊີບ,ເປັນ ຜູ້ຊ່ຽວຊານຊຳນານງານແຕ່ລະ ດ້ານ; ກໍານົດກົນໄກ, ລະບອບລະ ບຽບການເຄື່ອນໄຫວວຽກງານໃຫ້ ມີຄວາມໂລ່ງລ່ຽນ, ທັນສະໄໝ, ວ່ອງໄວ; ໃນນີ້, ຕ້ອງສືບຕໍ່ເປັນເຈົ້າ ການຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິ ຕ່າງໆ ຂອງ ຄະນະບໍລິຫານງານສູນ ກາງພັກ, ຂອງກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ; ເພີ່ມທະວີການນໍາພາຂອງຕົນຕໍ່ທຸກ ຂົງເຂດວຽກງານໃຫ້ແທດເຖິງ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານເປັນລະ ບຽບ, ເປັນຂໍ້ແຂ່ງຂັນ ເພື່ອໃຫ້ແຕ່ ລະກົມ ແລະ ສະມາຊິກພັກ, ພະນັກ ງານ-ລັດຖະກອນສູ້ຊົນປະຕິບັດ; ເພີ່ມຄວາມເອົາໃຈໃສ່ໃນການນຳ ພາ-ຊີ້ນຳບັນດາອົງການຈັດຕັ້ງ ມະ ຫາຊົນ ຢູ່ພາຍໃນຄະນະພົວພັນຕ່າງ ປະເທດສູນກາງພັກໃຫ້ມີການ ເຄື່ອນໄຫວທີ່ແຂງແຮງກວ່າເກົ່າ. ພິທີສະເຫລີມສະຫອງວັນສ້າງ ຕັ້ງຄະນະພົວພັນຕ່າງປະເທດສູນ ກງພັກເທື່ອນີ້, ຍັງໄດ້ຈັດວາງສະ ແດງຮູບພາບຕ່າງໆ ແລະ ສາຍວີດິ ໂອສັ້ນ ທີ່ສະແດງໃຫ້ເຫັນຜົນງານ ການເຄື່ອນໄຫວ ຂອງ ຄະນະພົວ ພັນຕ່າງປະເທດສູນກາງພັກໃນແຕ່ ລະໄລຍະຜ່ານມາ. ຂ່າວ: ກິດຕາ,ພາບ: ຂັນໄຊ 39 ທ່ານ, ສະຖາບັນການສຶກສາ 11 ທ່ານ ແລະ ພະນັກງນຂອງສະພາ ວິຊາຊີບນັກບັນຊີ ແລະ ນັກກວດ ສອບ 4 ທ່ານ. ໂອກາດນີ້, ທ່ານ ນາງ ດາວອນ ທອງຈັນ ໄດ້ມີຄໍາເຫັນສະແດງ ຄວາມຊົມເຊີຍຕໍ່ຊຸດຝຶກອົບຮົມຫລັກ ສູດວິຊາຊີບຊ່ຽວຊານບັນຊີ ຊຸດທີ 18(CPA XVIII), ສໍາລັບສະພາວິ ຊາຊີບນັກບັນຊີ ແລະ ນັກກວດ ສອບແມ່ນການຈັດຕັ້ງໜຶ່ງຂຶ້ນກັບ ກະຊວງການເງິນ, ໂດຍມີບົດບາດ ໃນການສ້າງທີ່ປຶກສາການບັນຊີ ແລະ ເຕົ້າໂຮມສະມາຊິກຂອງຕົນ, ຕໍ່ມາໄດ້ປ່ຽນຊື່ເປັນສະພາວິຊາຊີບ ນັກບັນຊີ ແລະ ນັກກວດສອບເພື່ອ ໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍ ການບັນຊີ ປີ 2013 ແລະ ກົດໝາຍ ກວດສອບອິດສະລະປີ 2014 ເຊິ່ງເປັນການປະກອບສ່ວນອັນສໍາ ຄັນ ໃນການພັດທະນາເສດຖະກິດສັງຄົມ, ເປັນການຊຸກຍູ້ນໍາພາ, ເຕົ້າ ໂຮມສະມາຊິກ ລວມທັງປົກປ້ອງ ສິດທິຜົນປະໂຫຍດອັນຊອບທຳ ຂອງນັກບັນຊີ ແລະ ນັກກວດສອບ ໃຫ້ເຄື່ອນໄຫວຖືກຕ້ອງຕາມລະ ບຽບກົດໝາຍ, ທັງເປັນການຊ່ວຍ ຊຸກຍູ້ບັນດາຫົວໜ່ວຍທຸລະກິດ, ວິ ສາຫະກິດ ທັງພາກລັດ ແລະ ເອກະ ຊົນຖືບັນຊີຢ່າງຖືກຕ້ອງຕາມລະ ບຽບກົດໝາຍ ແລະ ອື່ນໆ. ສະນັ້ນ, ການເປີດຊຸດຝຶກອົບຮົມ ຫລັກສູດວິຊາຊີບຊ່ຽວຊານນັກ ບັນຊີ ຊຸດທີ 18(CPA XVIII) ເປັນການຍົກລະດັບວິຊາຊີບການ ບັນຊີໃຫ້ມີຄຸນນະພາບ, ສ້າງຄວາມ ໜ້າເຊື່ອຖືດ້ານວິຊາຊີບດ້ວຍການ ຍົກສູງຄຸນຄ່າທາງຈັນຍາບັນ, ສ້າງ ນັກຊ່ຽວຊານບັນຊີລາວໃຫ້ເປັນທີ່ ຮັບຮູ້ໃນອາຊຽນ ແລະ ສອດຄ່ອງ ກັບມາດຕະຖານສາກົນ. 8-10 ສິງຫານີ້ ໃນໂອກາດດັ່ງກ່າວສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມ ຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ສະຫາຍ ນາງ ບຸ່ຍ ທິ ມິງ ຮ່ວາຍ ພ້ອມ ຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງ ນີ້ ຊຶ່ງເປັນການປະກອບສ່ວນເສີມ ສ້າງສາຍພົວພັນທີ່ຍິ່ງໃຫຍ່, ການ ຮ່ວມມືຮອບດ້ານ ແລະ ຄວາມສາ ມັກຄີແບບພິເສດ ລະຫວ່າງສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ລາວ-ຫວຽດນາມ ທີ່ມີມູນເຊື້ອ ມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ ເພີ່ມພູນຄູນສ້າງຍິ່ງໆຂຶ້ນ. ສະຫາຍ ເລຂາທິການໃຫຍ່ ຍັງໄດ້ອວຍພອນ ໃຫ້ຄະນະຜູ້ແທນ ຈົ່ງປະສົບຜົນສຳ ເລັດໃນການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້. ສະຫາຍ ນາງ ບຸ່ຍ ທິ ມິງ ຮ່ວາຍ ໄດ້ສະແດງຄວາມຂອບໃຈຕໍ່ສະ ຫາຍເລຂາທິການໃຫຍ່ ຄະນະບໍລິ ຫານງານສູນກາງພັກ ທີ່ໄດ້ໃຫ້ການ ຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງລາຍ ງານຈຸດປະສົງໃນການມາເຄື່ອນ ໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ໃຫ້ສະຫາຍເລ ຂາທິການໃຫຍ່ ໄດ້ຮັບຊາບຕື່ມອີກ. ຂ່າວ;ພາບ:ຂັນໄຊ 40 ປີ (29/6/-29/6/2023) ເມື່ອບໍ່ດົນມານີ້ວ່າ: ຄະນະພົວພັນ ຕ່າງປະເທດສູນກາງພັກ ໄດ້ຜ່ານ ຂະບວນວິວັດເຕີບໃຫຍ່ຂະຫຍາຍ ຕົວ 5 ໄລຍະ ຄື: ໄລຍະທີ 1 ແຕ່ປີ 1983-1993, ໄລຍະທີ 2 ແຕ່ປີ 1993- 2006, ໄລຍະທີ 3 ແຕ່ປີ 2006-2015, ໄລຍະທີ 4 ແຕ່ປີ 2015-2020 ແລະ ໄລຍະທີ 5 ແຕ່ ປີ 2021 ມາເຖິງປັດຈຸບັນ. ຄະນະ ພົວພັນຕ່າງປະເທດສູນກາງພັກ ໄດ້ກາຍເປັນເສນາທິການໃຫ້ສູນ ກາງພັກປະຊາຊົນປະຕິວັດລາວ ແລະ ໂດຍຍຶດໝັ້ນນະໂຍບາຍການ ຕ່າງປະເທດ ຂອງພັກວາງອອກໃນ ແຕ່ລະສະໄໝ, ຄະນະພົວພັນຕ່າງ ປະເທດ ໄດ້ເຄື່ອນໄຫວຕ່າງປະເທດ ສາຍພັກ ແລະ ການທູດປະຊາຊົນ ໂດຍເສີມຂະຫຍາຍສາຍພົວພັນທີ່ ເປັນມູນເຊື້ອກັບບັນດາພັກການ ເມືອງໃນພາກພື້ນຕ່າງໆ ຂອງໂລກ ບົນພື້ນຖານ 5 ຫລັກການຢູ່ຮ່ວມ ກັນໂດຍສັນຕິ, ບໍ່ຈໍາແນກລະບອບ ການເມືອງທີ່ແຕກຕ່າງກັນ, ເປີດ ກວ້າງການພົວພັນກັບບັນດາພັກ ອ້າຍນ້ອງປະເທດສັງຄົມນິຍົມ, ບັນດາພັກກອມມູນິດ, ພັກກໍາມະ ກອນ, ພັກການເມືອງທີ່ກ້າວໜ້າ, ບັນດາພັກກໍາອໍານາດ ໃນປະເທດ ຕ່າງໆ. ໃນນັ້ນ, ສືບຕໍ່ໃຫ້ບຸລິມະສິດ ໃນການພົວພັນກັບບັນດາພັກເພື່ອນ ມິດຍຸດທະສາດ ຄື: ພັກກອມມູນິດ ຫວຽດນາມ, ພັກກອມມູນິດຈີນ, ພັກ ກອມມູນິດກູບາ ແລະ ພັກແຮງງານ ເກົາຫລີ. ການພົວພັນກັບພັກສັງ ຄົມນິຍົມອ້າຍນ້ອງ, ພັກເຮົາຖືສໍາ ຄັນວຽກງານກໍ່ສ້າງພັກ-ພະນັກ ງານ, ຈັດກອງປະຊຸມສໍາມະນາທິດ ສະດີຮ່ວມກັນ. ນອກຈາກນັ້ນ, ພັກເຮົາໄດ້ເປີດ ກວ້າງການພົວພັນກັບບັນດາພັກ ກອມມູນິດ, ພັກກໍາມະກອນ, ພັກ ການເມືອງທີ່ກ້າວໜ້າ, ບັນດາພັກ ກໍາອໍານາດ, ພັກຮ່ວມລັດຖະບານ ແລະ ອົງການຈັດຕັ້ງສາກົນຢູ່ພາກ ພື້ນ ແລະ ໃນໂລກ ໂດຍຜ່ານຂອບ ການຮ່ວມມືຫລາຍຝ່າຍ ເຊັ່ນ: ກອງປະຊຸມສາກົນ ຂອງບັນດາພັກ ການເມືອງໃນອາຊີ (ICAPP); ກອງປະຊຸມສາກົນຂອງບັນດາພັກ ກອມມູນິດ ແລະ ກຳມະກອນສາກົນ (IMCWP); ກອງປະຊຸມເວທີປຶກ ສາຫາລືຊາວປາວໂລ ແລະ ກອງ ປະຊຸມຂອບຫລາຍຝ່າຍອື່ນໆ. ຄະ ນະພົວພັນຕ່າງປະເທດສູນກາງພັກ ໄດ້ເປັນໃຈກາງໃນການປະສານ ງານໃຫ້ແກ່ການເຄື່ອນໄຫວຕ່າງ ປະເທດຂອງບັນດາອົງການຈັດຕັ້ງ ມະຫາຊົນ, ສູນກາງແນວລາວສ້າງ ຊາດ, ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ສູນກາງສະຫະພັນ ແມ່ຍິງລາວ, ສູນກາງກຳມະບານ ລາວ, ສະຫະພັນນັກຮົບເກົ່າແຫ່ງ ຊາດລາວ ແລະ ບັນດາສະມາຄົມ ມິດຕະພາບລາວ ກັບຕ່າງປະເທດ, ຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ເພື່ອສ້າງສາຍພົວພັນມິດ ຕະພາບ ແລະ ການຮ່ວມມືບົນພື້ນ ຖານຕ່າງຝ່າຍຕ່າງມີຜົນປະໂຫຍດ, ປະກອບສ່ວນສ້າງສັນຕິພາບ, ສະ ຖຽນລະພາບໃນພາກພື້ນ- ສາກົນ. ການເຄື່ອນໄຫວຕ່າງປະເທດ ຂອງ ບັນດາອົງການຈັດຕັ້ງດັ່ງກ່າວ ເພື່ອ ແນໃສ່ເຜີຍແຜ່ນະໂຍບາຍຂອງ ພັກ, ລັດເຮົາ ຕໍ່ຕ່າງປະເທດ, ສ້າງ ຄວາມເຂົ້າອົກເຂົ້າໃຈ ລະຫວ່າງປະ ຊາຊາດ, ຊຸກຍູ້ ແລະ ສົ່ງເສີມການ ຮ່ວມມືທາງດ້ານເສດຖະກິດ, ການ ຄ້າ ແລະ ວັດທະນະທຳ-ສັງຄົມລະ ຫວ່າງ ສປປ ລາວ ກັບບັນດາປະ ເທດທີ່ກ່ຽວຂ້ອງ. ປັດຈຸບັນ, ພັກປະຊາຊົນປະຕິ ວັດລາວ ໄດ້ພົວພັນກັບ 140 ພັກ ການເມືອງໃນ 83 ປະເທດ ທົ່ວ ໂລກ; ໄດ້ພົວພັນ ແລະ ເຂົ້າເປັນສະ ມາຊິກໃນຂອບການຮ່ວມມືຫລາຍ ຝ່າຍກັບ 3 ອົງການຈັດຕັ້ງສາກົນ ອັນພົ້ນເດັ່ນ ແມ່ນໄດ້ເຂົ້າເປັນສະ ມາຊິກໜ່ວຍງານວິຊາການ ຂອງ IMCWP; ສ້າງຕັ້ງສະມາຄົມມິດ ຕະພາບກັບຕ່າງປະເທດທັງໝົດ 19 ສະມາຄົມ ແລະ 1 ຄະນະສັນຕິ ພາບ ແລະ ສາມັກຄີຂອງລາວກັບ ຕ່າງປະເທດ. ສ່ວນຂັ້ນແຂວງ ໃນ 18 ແຂວງ ຂອງລາວ ແມ່ນໄດ້ຈັດ ຕັ້ງບັນດາສະມາຄົມມິດຕະພາບ ລາວ-ຫວຽດນາມ ແລະ ລາວຈີນ; ນອກຈາກນັ້ນ ສະມາຄົມມິດ ຕະພາບລາວ-ກໍາປູເຈຍ ກໍໄດ້ຂະ ຫຍາຍສ້າງຕັ້ງສະມາຄົມຂັ້ນແຂວງ ຂອງຕົນຢູ່ແຂວງ ຈໍາປາສັກ ແລະ ອັດຕະປື. ສໍາລັບການພົວພັນໃນ ສາຍລັດ, ສປປ ລາວ ໄດ້ສ້າງຕັ້ງ ສາຍພົວພັນການທູດກັບ 148 ປະ ເທດ, ມີສຳນັກງານຜູ້ຕາງໜ້າຂອງ ຕົນ ປະຈຳຢູ່ຕ່າງປະເທດ 42 ແຫ່ງ (ສະຖານເອກອັກຄະລັດຖະທູດ 27 ແຫ່ງ, ສຳນັກງານຜູ້ຕາງໜ້າຖາ ວອນ 3 ແຫ່ງ, ສະຖານກົງສຸນໃຫຍ່ 10 ແຫ່ງ ແລະ ຫ້ອງການກົງສຸນ 1 ແຫ່ງ). ສະຫາຍ ທອງສະຫວັນ ພົມວິ ຫານ ຍັງໃຫ້ຮູ້ອີກວ່າ: ເພື່ອເສີມຂະ ຫຍາຍການພົວພັນຮ່ວມມືກັບຕ່າງ ປະເທດ ແລະ ຖືການທູດປ້ອງກັນ ເຫດເປັນທິດສໍາຄັນ, ຄະນະພົວພັນ ຕ່າງປະເທດສູນກາງພັກຈະສຸມໃສ່ ການເຄື່ອນໄຫວຕ່າງປະເທດດ້ານ ພັກ ແລະ ການທູດປະຊາຊົນໃນຕໍ່ ໜ້າເປັນຕົ້ນ ກຳແໜ້ນນະໂຍບາຍ ການຕ່າງປະເທດຂອງພັກ, ສືບຕໍ່ ຂະຫຍາຍການພົວພັນຮ່ວມມື ຫລາຍທິດ, ຫລາຍຝ່າຍ, ຫລາຍຮູບ ແບບ, ຫລາຍລະດັບ ລະຫວ່າງພັກ ເຮົາກັບພັກການເມືອງຕ່າງປະເທດ ບົນພື້ນຖານເຄົາລົບເອກະລາດ, ອຳນາດອະທິປະໄຕເຊິ່ງກັນ ແລະ ກັນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ; ເປັນເຈົ້າການປະຕິບັດຫລັກການ ການເຄື່ອນໄຫວຕ່າງປະເທດ ຂອງ ພັກເຮົາ ໃຫ້ສອດຄ່ອງກັບກົດ ດສະ ຫະປະຊາຊາດ ແລະ ກົດໝາຍສາກົນ ເຊັ່ນ: ການເຄົາລົບເອກະລາດ,ອະ ທິປະໄຕ ແລະ ບໍ່ແຊກແຊງເຂົ້າກິດ ຈະການພາຍໃນຂອງກັນ ແລະກັນ, ຮ່ວມມືກັນແບບສະເໝີພາບຕ່າງ ຝ່າຍຕ່າງມີຜົນປະໂຫຍດ, ສະໜັບ ສະໜູນການສ້າງ ລະບຽບການສາ ກົນໃໝ່ດ້ານການເມືອງ ແລະ ເສດ ຖະກິດທີ່ສົມເຫດສົມຜົນບົນພື້ນ ຖານຂອງສາກົນ 5 ຫລັກການ ແຫ່ງການຢູ່ຮ່ວມກັນໂດຍສັນຕິ; ສືບ ຕໍເສີມຂະຫຍາຍການພົວພັນຮ່ວມມື ກັບປະເທດຕ່າງໆ ແລະ ບັນດາພັກ ການເມືອງຕ່າງປະເທດດ້ວຍ ຫລາຍທິດ, ຫລາຍຝ່າຍ,ຫລາຍຮູບ ແບບ, ຫລາຍລະດັບ ໂດຍບໍ່ຈຳ ແນກ ລະບອບກາ ນເມືອງທີ່ແຕກຕ່າງກັນ ເພື່ອຍາດແຍ່ງການສະໜັບສະໜູນ, ທັງເປັນການສ້າງສະພາບແວດ ລ້ອມເອື້ອອໍານວຍໃຫ້ແກ່ການປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ. ການເສີມຂະຫຍາຍພົວພັນ ຮ່ວມມືກັບຕ່າງປະເທດດ້ານພັກໃນ ຂອບສອງຝ່າຍ ແລະ ຫລາຍຝ່າຍ, ການພົວພັນກັບບັນດາຂະບວນ ການກອມມູນິດ ແລະ ກຳມະກອນ ສາກົນ ແລະ ການພົວພັນການທູດ ປະຊາຊົນ ລ້ວນແຕ່ເປັນການເພີ່ມ ທະວີສາຍພົວພັນມິດຕະພາບ, ຍົກ ສູງບົດບາດຂອງ ພັກ-ລັດ ໃນເວທີ ສາກົນ, ເປັນການຍາດແຍ່ງທຶນ ຮອນ, ຍາດແຍ່ງເຕັກໂນໂລຊີ,ແລກ ປ່ຽນບົດຮຽນດ້ານທິດສະດີ ແລະ ພຶດຕິກຳ ເພື່ອນຳມາສ້າງສາພັດທະ ນາປະເທດຊາດ, ທັງເປັນການປະ ກອບສ່ວນເພື່ອສັນຕິພາບ, ສະຖຽນ ລະພາບ ໃນພາກພື້ນ-ສາກົນ. ຂ່າວ: ກິດຕາ ພັກ ສະໄໝທີ XI ແລະ ເອກະສານ ສຳຄັນຂອງພັກ ແລະ ຂອງຊາດໃຫ້ ພະນັກງານຫລັກແຫລ່ງຂຶ້ນໃນວັນ ທີ 8 ສິງຫາ 2023, ໃຫ້ກຽດເຜີຍ ແຜ່ໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະ ແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ມີຄະນະບໍລິຫານງານ ພັກ, ຄະນະໜ່ວຍພັກ, ຄະນະກົມ, ຫົວໜ້າພະແນກ, ຮອງຫົວໜ້າພະ ແນກເຂົ້າຮ່ວມ. ໂອກາດນີ້, ທ່ານ ນາງ ສວນສະ ຫວັນ ວິຍະເກດ ໄດ້ຍົກໃຫ້ເຫັນສະ ພາບການຂອງໂລກທີ່ພວມຜັນແປ ຢ່າງສັບສົນທີ່ສົ່ງຜົນສະທ້ອນຕໍ່ ສັນຕິພາບ, ສະຖຽນລະພາບ ແລະ ຄວາມ ໝັ້ນຄົງ ຢູ່ໃນພາກພື້ນ, ສາກົນ ແລະ ຕໍ່ປະເທດລາວ ໂດຍສະເພາະ ຄວາມຫຍຸ້ງຍາກດ້ານເສດຖະກິດການເງິນ ພາຍໃນປະເທດ ເຊັ່ນ: ການ ຂາດແຄນເງິນຕາຕ່າງໆປະເທດ, ເງິນເຟີ້, ບັນຫາອັດຕາແລກປ່ຽນ, ຄ່າຄອງຊີບສູງ ແລະ ປາກົດການ ຫຍໍ້ທໍ້ໃນສັງຄົມ ເຊິ່ງໄດ້ກາຍເປັນ ບົດທົດສອບຕໍ່ບົດບາດການນໍາພາ ຂອງພັກ ແລະ ການຄຸ້ມ ຄອງຂອງ ລັດ. ນອກນີ້, ຍັງໄດ້ຍົກໃຫ້ເຫັນ ການຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງ ຄົມ ແຫ່ງຊາດ ແຜນງົບປະມານແລະ ແຜນເງິນຕາ 6 ເດືອນຕົ້ນປີ ແລະ ຄາດຄະເນທິດທາງແຜນວຽກຈຸດ ສຸມ 6 ເດືອນທ້າຍປີ 2023 ຕິດພັນ ກັບການຕີລາຄາການປະຕິບັດສອງ ວາລະແຫ່ງຊາດ; ຕີລາຄາການ ເພີ່ມທະວີວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບໃນສະພາບ ການໃໝ່ ແລະ ທິດທາງແຜນການ ໃນຕໍ່ໜ້າ; ຕີລາຄາການຈັດຕັ້ງປະຕິ ບັດວຽກງານພົວພັນຄົນເຊື້ອຊາດ ລາວ ຢູ່ຕ່າງປະເທດແຕ່ໄລຍະປີ 2007-2022 ແລະ ທິດທາງແຜນ ການໃນຕໍ່ໜ້າກໍຄືການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ. ກອງປະຊຸມໄດ້ປຶກສາ ຫາລື ແລະ ໃຫ້ທິດຊີ້ນໍາການສືບຕໍ່ຍູ້ ແຮງການຜັນຂະຫຍາຍແນວທາງ ປ່ຽນແປງໃໝ່ສູ່ລວງເລິກສ້າງ ການຫັນປ່ຽນທີ່ແຂງແຮງເລິກເຊິ່ງ ແລະ ຮອບດ້ານ ໃນການນໍາພາຂອງ ພັກ; ກອງປະຊຸມໄດ້ວາງວຽກຈຸດ ສຸມ ໃນການຊີ້ນໍາ-ນໍາພາ ແຕ່ນີ້ຮອດ ກອງປະຊຸມຄົບຄະນະບໍລິຫານງານ ສູນກາງພັກ ຄັ້ງທີ 7 ສະໄໝທີ XI. ໂອກາດດຽວກັນນີ້, ທ່ານນາງ ສວນສະຫວັນ ວິຍະເກດ ຍັງໄດ້ ຫວນຄືນເຖິງຜົນງານການເຄື່ອນ ໄຫວປະຕິວັດ ແລະ ຄຸນງາມຄວາມ ດີຂອງປະທານ ສຸພານຸວົງ ເຊິ່ງຍາມ ໃດເພິ່ນກໍເປັນຜູ້ນຳທີ່ເປັນແບບ ຢ່າງ, ມີຄວາມຈົ່ງຮັກພັກດີ ຕໍ່ອຸດົມ ການປະຕິວັດຢ່າງສຸດກົກສຸດປາຍ, ສາມາດເຕົ້າໂຮມ ແລະ ນໍາພາປະຊາ ຊົນຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ ຢ່າງອົງອາດກ້າຫານ, ມີຄວາມສາ ມັກຄີຮັກແພງ ມິດສະຫາຍ, ດຳລົງ ຊີວິດຢ່າງປອດໄສຂາວສະອາດ, ມີຄວາມຮູ້ຄວາມສາມາດ, ຄວາມ ເສຍສະລະຂອງຕົນ ເພື່ອຄວາມ ເປັນເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ ແລະ ຄວາມຜາສຸກຂອງປະຊາຊົນ. ຄຸນງາມຄວາມດີ ແລະ ຄວາມເປັນ ແບບຢ່າງຂອງເພິ່ນໄດ້ກາຍເປັນ ບົດຮຽນອັນມີຄ່າທີ່ປະໄວ້ໃຫ້ຄົນ ຮຸ່ນຫລັງ, ພະນັກງານ-ລັດຖະກອນ ທຸກຄົນຕ້ອງໄດ້ຈາລຶກບຸນຄຸນ ແລະ ຮໍ່າຮຽນເອົາເປັນແບບຢ່າງ ເພື່ອປະ ຕິບັດໜ້າທີ່ປະກອບສ່ວນເຂົ້າໃນພາ ລະກິດປົກປັກຮັກສາ ແລະ ສ້າງສາ ປະເທດຊາດ ໃນໄລຍະໃໝ່. ຂ່າວ: ກິດຕາ, ພາບ: ເກດສະໜາ ກອບກູ້ເອົາລົດທີ່ຕິດຄ້າງອອກມາ ໃຫ້ໄດ້ທັງໝົດ ເຊິ່ງໄດ້ເລີມລົງມື ມາແຕ່ວັນທີ 5 ສິງຫາ ຮອດປັດຈຸບັນ ສາມາດບຸກເບີກທາງເຂົ້າໄປໄດ້ ແລ້ວ 7 ກວ່າກິໂລແມັດ ແລະ ຄາດ ວ່າອີກ10 ມື້ຂ້າງໜ້າຈະໃຫ້ສຳເລັດ ການບຸກເບີກ ແລະ ກອບກູ້ເອົາລົດ ທີ່ຕິດຄ້າງອອກມາໄດ້ທັງໝົດ. ທ່ານ ສິດອາໄພ ເຕັມສຸລິວັນ ຜູ້ຮັບຜິດຊອບວຽກງານແກ້ໄຂສຸກ ເສີນທາງເຈື່ອນເຂດພູໄຮ ໃຫ້ສຳ ພາດຕໍ່ສື່ມວນຊົນ ໃນວັນທີ 8 ສິງຫາ 2023 ນີ້ວ່າ: ນັບແຕ່ເກີດສະພາບ ດິນເຊາະເຈື່ອນທັບຖົມທາງ 8A ໃນ ວັນທີ 3 ສິງຫາ ເປັນຕົ້ນມາ, ໜ່ວຍ ງານທີ່ກ່ຽວຂ້ອງ ກໍຄື ພະແນກໂຍ ທາທິການ ແລະ ຂົນສົ່ງແຂວງ ຄຳມ່ວນ ແລະ ແຂວວງບໍລິຄຳໄຊ ໄດ້ສຸມໃສ່ລົງມືແກ້ໄຂຢ່າງຮີບດ່ວນ ໂດຍໄດ້ແບ່ງກຳລັງກົນຈັກອອກ ເປັນ 2 ເບື້ອງ, ເບື້ອງເມືອງຄູນຄຳ ແຂວງຄຳມ່ວນ ເລີ່ມແຕ່ກິໂລແມັດທີ 43 ແລະ ເບື້ອງບ້ານໜອງກອກ ເມືອງຄຳເກີດ ແຂວງບໍລິຄຳໄຊ ເລີ່ມແຕ່ກິໂລແມັດທີ 54 ໂດຍໄດ້ ນຳໃຊ້ກົນຈັກລົດຈົກ, ລົດຕັກ ແລະ ລົດໄຖ ເຂົ້າດຳເນີນການ ເຊິ່ງສາ ມາດບຸກເບີກເຂົ້າໄປໄດ້ 4,6 ກິໂລ ແມັດ (ພົບລົດຂົນສົ່ງສິນຄ້າ 1 ຄັນ ແລະ ໄດ້ນຳອອກມາແລ້ວ) ແລະ ຍັງຈະສືບຕໍ່ບຸກເບີກໃຫ້ຊອດ ກັນທັງ ສອງເບື້ອງໂດຍໄວ ເພື່ອຈະສາມາດ ກອບກູ້ເອົາລົດທີ່ຕິດຄ້າງອອກມາ ໄດ້ທັງໝົດ. ເຖິງຢ່າງໃດກໍຕາມ ໃນການຈັດ ຕັ້ງປະຕິບັດວຽກງານດັ່ງກ່່າວ, ຍັງມີຄວາມຫຍຸ້ງຍາກຫລາຍຢ່າງ ເປັນຕົ້ນ, ຝົນຍັງສືບຕໍ່ຕົກຢ່າງຕໍ່ ເນື່ອງຕະຫລອດວັນ ແລະ ດິນທີ່ ເຈື່ອນລົງມາຖົມທາງຢູ່ບາງຈຸດສູງ ເຖິງ 4-5 ແມັດ, ມີທັງກ້ອນຫີນ ໃຫຍ່-ນ້ອຍ, ຕົ້ນໄມ້ໃຫຍ່-ນ້ອຍທັບ ຖົມເປັນຈຳນວນຫລາຍ ແລະ ບໍ່ສາ ມາດນຳເອົາກົນຈັກເຂົ້າໄປໄດ້ ຫລາຍຄັນໄດ້ເນື່ອງຈາກສະພາບ ພື້ນທີ່ແຄບ, ເຮັດໃຫ້ການຈັດຕັ້ງປະ ຕິບັດວຽກງານດັ່ງກ່າວມີຄວາມ ຫຍຸ້ງຍາກພໍສົມຄວນ, ແຕ່ໜ່ວຍ ງານທີ່ກ່ຽວຂ້ອງຢືນຢັນວ່າ, ຈະສືບ ຕໍ່ຈັດຕັ້ງປະຕິວຽກງານດັ່ງກ່າວໃຫ້ ສຳເລັດຕາມເປົ້າໝາຍທີ່ວາງໄວ້ ເພື່ອອຳນວຍຄວາມສະດວກເຮັດ ໃຫ້ການສັນຈອນຢູ່ເສັ້ນທາງ 8A ກັບຄືນສູ່ສະພາບປົກກະຕິໂດຍໄວ. ຂ່າວ-ພາບ: ທະນູທອງ
RkJQdWJsaXNoZXIy MTc3MTYxMQ==