5678

lts]v';a olh k'8A '7totrq ;ra o 8j k'xtgmfl6 odk'ra d 7q [Iv[ 40 xu ltskpg]0kmy dko.spj 8h voIa [7tot z6 h cmol6 odk'ra ddv,,6 oy f s;Pfok, pq d]tfa [s]a dl6 f;y -k-u [ -j P;-ko[a o-u -5 fmu 18 g]a j '[5 dg[u dfy og9n j vo4q ,mk' 8A dv[d6 h gvq k]q fmu j 8y f7h k' ln j ,;o-q o]k; .op5 dfu 9y 8vo 8h v'-vdI6 h Ij eIPo c]t I6 h oe.-h g8a d3o3]-u mu j ma oltw\ dq ,-q o]txtmko 8y f8k, g/Q k]t;a 'wroE4h ;, .og0f zt]y fdtly de16 j o; ln j ,;o-q ogrj u j ,7;k,I6 h dj P;da [ dq f\kpxtda ola '7q ,lt[a [xa [x5 ' dt-;' 4;m g-n j v,-b , c]t za o0tspkp ,t8y 6 0v'l6 odk'ra d ltw\mu XI 40 xu 7totrq ;ra o8j k'xtgmf l6 odk'ra d g8u [.spj 0tspkp8q ; g[p]k; -j ;pgs]n voEfn j , dksq ;gln vcdj z6 h xtlq [wroE4h ;, ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພະຫັດ 10.08.2023 ປີທີ 22 ສະບັບທີ 5.738 rda xt-k-oq xt8;y fa]k; mu,j du Pflts'k \oA pon K j  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 rvh ,doa l,5 .l9j fa 8'A xt8[y fa 2 ;k]tcs'j -kf .sgh xoa I[6 xtme ຂປລ. ໃນວັນທີ 8 ສິງຫາ 2023 ນີ້ ທີ່ຫ້ອງວ່າການສູນກາງພັກ, ສະ ຫາຍ ທອງລຸນ ສີສຸລິດ ເລຂາທິການ ໃຫຍ່ຄະນະບໍລິຫານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບຄະນະຂົນຂວາຍປະຊາ ຊົນ ສູນກາງພັກກອມມູນິດ ຫວຽດ ນາມ ນຳໂດຍ ສະຫາຍ ນາງ ບຸ່ຍທິ ຂປລ. ຕະຫລອດໄລຍະ 40 ປີ ຄະນະພົວພັນຕ່າງປະເທດສູນກາງ ພັກ ໄດ້ເຄື່ອນໄຫວໜ້າທີ່ການເມືອງ ຂປລ. ສະພາບດິນເຊາະເຈື່ອນ ທັບຖົມທາງ 8A ນັບແຕ່ ພູໄຮ ບ້ານຄູນຄຳ ເມືອງຄູນຄຳ ແຂວງ ຄຳມ່ວນ ຫາ ບ້ານໜອງກອກ ເມືອງ ຄຳເກີດ ແຂວງບໍລິຄຳໄຊ (ກິໂລ ແມັດທີ 46-65), ລວມຄວາມ ຍາວທີ່ໄດ້ຮັບຜົນກະທົບທັງໝົດ 11 ກິໂລແມັດ, ມາຮອດປັດຈຸບັນໜ່ວຍ ງານທີ່ກ່ຽວຂ້ອງໄດ້ເລັ່ງລົງມືນຳ ເອົາເຄື່ອງກົນຈັກ ແລະ ອື່ນໆ ເຂົ້າ ໄປຂຸດ, ເຈາະ ກວດເອົາດິນ ທີ່ທັບຖົມ ທາງອອກ ເພື່ອອຳນວຍຄວາມສະ ດວກໃນການສັນຈອນ ແລະ ເພື່ອ ຂປລ. ແຫລ່ງຂ່າວກະຊວງກະ ສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ: ໃນ ຕອນບ່າຍ ຂອງວັນທີ 07 ສິງຫາ 2023 ຄະນະຮັບຜິດຊອບຕິດຕາມ, ເຝົ້າລະວັງໄພພິບັດທາງທຳມະຊາດ ແລະ ການຕ້ານແລ້ງ-ຕ້ານຖ້ວມ ຊຶ່ງ ນຳໂດຍທ່ານ ວິນວິໄລ ໄຊຍະພອນ ຮອງຫົວໜ້າກົມຊົນລະປະທານ ພ້ອມດ້ວຍຄະນະວິຊາການ ແລະ ພະແນກກະສິກຳ ແລະ ປ່າໄມ້ ນະ ຂປລ.ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ(ສວ-ບກລ), ໄດ້ຈັດງານປະຖົມນິເທດ ແລະ ເປີດ ຊຸດຝຶກອົບຮົມຫລັກສູດວິຊາຊີບ ຊ່ຽວຊານບັນຊີ ຊຸດທີ 18(CPA XVIII) ຂຶ້ນໃນວັນທີ 5 ສິງຫາ 2023 ຜ່ານມານີ້, ໃຫ້ກຽດເປັນປະ ທານຂອງທ່ານນາງ ດາວອນ ທອງຈັນ ຫົວໜ້າກົມຄຸ້ມຄອງການ ບັນຊີກະຊວງການເງິນ ແລະທ່ານ ສອນໄຊ ສີລາເພັດ ປະທານສະພາ ວິຊາຊີບນັກບັນຊີ ແລະ ນັກກວດ ສອບ; ມີຮອງຫົວໜ້າສະຖາບັນ ການເງິນ-ການບັນຊີ, ຄະນະບໍລິ ຫານງານສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ, ຫົວໜ້າ-ຮອງ ຫົວໜ້າຂະແໜງ, ບັນດານັກຝຶກຮົບ ຮົມຊ່ຽວຊານນັກບັນຊີ ເຂົ້າຮ່ວມ. ໃນພິທີ ໄດ້ຮັບຟັງການນໍາສະເໜີ ສະພາບລວມຂອງສະພາວິຊາຊີບ ນັກບັນຊີ ແລະ ນັກກວດສອບ, ຂປລ. ໃນວັນທີ 9 ສິງຫາ 2023, ຄະນະພົວພັນຕ່າງປະເທດ ສູນກາງພັກ (ຄຕພ) ໄດ້ຈັດພິທີສະ ເຫລີມສະຫລອງວັນສ້າງຕັ້ງຄະ ນະພົວພັນຕ່າງປະເທດສູນກາງ ພັກຄົບຮອບ 40 ປີ (29/6/ 1983-29/6/2023), ພາຍໃຕ້ ການເປັນປະທານ ຂອງສະຫາຍ ຂປລ. ສື່ມວນຊົນລາວໃນຍຸກດີຈິ ຕອນຕ້ອງໄດ້ສືບຕໍ່ປັບປຸງຕົນເອງ ສະຫາຍ ທອງລຸນ ສີສຸລິດ (ຜູ້ທີ 6 ແຕ່ຂວາຫາຊ້າຍ) ທອງສະຫວັນ ພົມວິຫານ ກໍາມະ ການສູນກາງພັກ, ເລຂາຄະນະບໍລິ ຫານງານພັກ, ຫົວໜ້າຄະນະພົວ ມິງຮວາຍ ເລຂາທິການສູນກາງ ພັກ, ຫົວໜ້າຄະນະຂົນຂວາຍປະຊາ ຊົນ ສູນກາງພັກກອມມູນິດ ຫວຽດ ນາມ ເຂົ້າຢ້ຽມຂໍານັບ ເນື່ອງໃນໂອ ກາດທີ່ຄະນະຜູ້ແທນດັ່ງກ່າວເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນ ລະຫວ່າງວັນທີ ຫລັກສູດວິີຊາຊີບຊ່ຽວຊານບັນຊີ CPA, ລະບຽບກ່ຽວກັບການຝຶກ ງານເປັນຊ່ຽວຊານນັກບັນຊີ, ຜົນ ໄດ້ຮັບຫລັງຈາກຈົບຫລັກສູດ ແລະ ທາງເລືອກ ໃນການປະກອບອາຊີບ, ຈັນຍາບັນດ້ານວິຊາຊີບການບັນຊີ, ລະບຽບການຮຽນ-ການສອນ, ການສອບເສັງ, ນິຕິກຳກ່ຽວຂ້ອງ ກັບການປະກອບອາຊີບການບັນຊີ ແລະ ກວດສອບລວມທັງລະບຽບ ການທີ່ກ່ຽວຂ້ອງກັບການຝຶກອົບ ຮົມ ເພື່ອເຮັດໃຫ້ບັນດານັກຝຶກອົບ ຮົມໄດ້ເຂົ້າໃຈລະບຽບການຕ່າງໆ ກ່ອນເລີ່ມຝຶກອົບຮົມຢ່າງເປັນທາງ ການ ໃນວັນທີ 12 ສິງຫາ 2023 ໂດຍຈະໃຊ້ໄລຍະເວລາທັງໝົດ 3 ປີ, ມີຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດ 382 ທ່ານ. ໃນນີ້, ມີພະນັກງານຈາກ ບັນດາບໍລິສັດ ເອກະຊົນ 328 ທ່ານ, ພະນັກງານລັດຖະກອນຂອງລັດ ສະຫາຍ ທອງສະຫວັນ ພົມວິຫານ ໂດຍປະຕິບັດຕາມແນວທາງການ ຕ່າງປະເທດ ຂອງພັກຕິດພັນກັບຍຸດ ທະສາດລວມ ຂອງການພົວພັນກັບ ຕ່າງປະເທດ ເພື່ອປະຕິບັດສອງໜ້າ ທີ່ຍຸດທະສາດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ສະຫາຍ ທອງສະຫວັນ ພົມວິ ຫານ ກຳມະການສູນກາງພັກ, ເລ ຂາຄະນະພັກ,ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ ໄດ້ໃຫ້ສຳ ພາດ ຕໍ່ສື່ມວນຊົນເນື່ອງໃນໂອກາດ ສະເຫລີມສະຫລອງຄະນະພົວພັນ ຕ່າງປະເທດສູນກາງພັກ ຄົບຮອບ ຂປລ. ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດຕັ້ງການເຜີຍແຜ່ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ 6 ຂອງຄະນະບໍລິຫານງານສູນກາງ ທ່ານ ສຸວັນ ວິໄລແສງ ຢ່າງແຂງແຮງ, ຕ້ອງມີຄວາມໜັກ ແໜ້ນທາງດ້ານການເມືອງແນວ ຄິດ, ບໍ່ຄອນແຄນ, ມີນໍ້າໃຈຮັກເຊື້ອ ແພງຊາດ ຮັກບ້ານເກີດເມືອງນອນ ແລະ ຍອມເສຍສະລະເພື່ອຜົນປະ ໂຫຍດລວມຂອງຊາດແທ້. ສິ່ງສຳ ຄັນຕ້ອງຊອກຮູ້ຮໍ່າຮຽນໃຫ້ຫລາຍ ຂຶ້ນ ເພື່ອຍົກລະດັບຄວາມຮູ້, ຄວາມ ສາມາດ ແລະ ຮູ້ນຳໃຊ້ເຕັກໂນໂລ ຊີ ທີ່ທັນສະໄໝເພື່ອພັດທະນາໃຫ້ ທັນກັບສະພາບ ແລະ ຄວາມຮຽກ ຮ້ອງຕ້ອງການຂອງວຽກງານ.

lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 10/08/2023 xtgmf]k; ສະຫາຍເລຂາທິການ... 40 ປີ ຄະນະພົວພັນ... ສະຫລອງວັນສ້າງຕັ້້ງ... ຍົກລະດັບ.... ເລັ່ງບຸກເບີກດິນເຈື່ອນ... ກະຊວງ ຖວທ ເຊື່ອມຊຶມ... ພັນຕ່າງປະເທດສູນກາງພັກ, ໃຫ້ ກຽດ ເຂົ້າຮ່ວມ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ມີບັນດາສະຫາຍການນຳ ແລະ ອະດີດການນຳຄະນະພົວພັນຕ່າງ ປະເທດສູນກາງພັກ ຕະຫລອດ ຮອດພະນັກງານ-ລັດຖະກອນ ແລະ ພະນັກງານບໍານານທົ່ວ ຄຕພ ແລະ ແຂກຖືກເຊີນ. ສະຫາຍ ທອງສະຫວັນ ພົມວິຫານ ໄດ້ກ່າວທົບທວນຄືນ ມູນເຊື້ອ ຂອງຄະນະພົວພັນຕ່າງປະ ເທດສູນກາງພັກຕະຫລອດໄລຍະ 40 ປີ ຜ່ານມາ ໂດຍໄດ້ຍົກໃຫ້ເຫັນ ຄວາມເປັນມາ, ການເຕີບໃຫຍ່ຂະ ຫຍາຍຕົວ, ຜົນສຳເລັດອັນໃຫຍ່ ຫລວງ, ມູນເຊື້ອ ແລະ ບົດຮຽນອັນ ອຸດົມສົມບູນໃນ ແຕ່ລະໄລຍະຂອງ ຄະນະພົວພັນຕ່າງປະເທດສູນກາງ ພັກ ກໍຄືການປະຕິບັດໜ້າທີ່ເປັນ ເສນາທິການໃຫ້ແກ່ຄະນະບໍລິຫານ ງານສູນກາງພັກ, ກົມການເມືອງ ສູນກາງພັກ ແລະ ຄະນະເລຂາທິ ການສູນກາງພັກ ໃນການຄົ້ນຄວ້າ ແຜນຍຸດທະສາດ, ແນວທາງນະໂຍ ບາຍການຕ່າງປະເທດ ຂອງພັກ; ການຕິດຕໍ່ພົວພັນຮ່ວມມືກັບບັນດາ ພັກການເມືອງຂອງຕ່າງປະເທດ ໃນຂອບສອງຝ່າຍ ແລະ ຫລາຍ ຝ່າຍ; ຊີ້ນໍາ, ຄຸ້ມຄອງການເຄື່ອນ ໄຫວວຽກງານພົວພັນຕ່າງປະເທດ ສາຍພັກ, ການທູດປະຊາຊົນໃຫ້ມີ ຄວາມເປັນເອກະພາບຜ່ານປະຕູ ດຽວ; ຕິດຕາມ, ຊຸກຍູ້ ແລະ ກວດກາ ການປະຕິບັດແນວທາງນະໂຍບາຍ ຂອງພັກກ່ຽວກັບວຽກງານການ ພົວພັນຕ່າງປະເທດດ້ານພັກເພື່ອ ເຊີດຊູຖານະບົດບາດຂອງພັກປະ ຊາຊົນ ປະຕິວັດລາວ ກໍຄື ສປປ ລາວ ໃນເວທີສາກົນ, ຍາດແຍ່ງການສະ ໜັບສະໜູນຈາກສາກົນ, ສ້າງ ເງື່ອນໄຂອໍານວຍຄວາມສະດວກ ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ເປັນເຈົ້າການໃນການຊີ້ນໍາການ ທູດປະຊາຊົນ, ປະສານງານໃຫ້ແກ່ ບັນດາອົງການຈັດຕັ້ງພັກ, ສູນກາງ ການແນວລາວສ້າງຊາດ, ສະຫະ ພັນນັກຮົບເກົ່າ, ອົງການຈັດຕັ້ງມະ ຫາຊົນໃນການເຄື່ອນໄຫວຕ່າງ ປະເທດ ແນໃສ່ເຜີຍແຜ່ແນວທາງ ນະໂຍບາຍ ຂອງ ພັກ-ລັດ ເພື່ອການ ຮ່ວມມືພັດທະນາປະເທດຊາດບົນ ພື້ນຖານຕ່າງຝ່າຍຕ່າງມີຜົນປະ ໂຫຍດ, ປະກອບສ່ວນສ້າງສັນຕິ ພາບ, ມິດຕະພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ-ສາ ກົນ. ພ້ອມກັນນັ້ນ, ຫົວໜ້າຄະນະພົວ ພັນຕ່າງປະເທດສູນກາງພັກ ຍັງໄດ້ ລາຍງານກ່ຽວກັບໝາກຜົນການ ພົວພັນຮ່ວມມືສາຍພັກ ແລະ ລັດ, ເປີດກ້ວາງການພົວພັນກັບຕ່າງປະ ເທດ ໂດຍບໍ່ຈຳແນກລະບອບການ ເມືອງ ທີ່ແຕກຕ່າງກັນ, ຕັ້ງໜ້າເປັນ ເຈົ້າການເປີດກວ້າງການພົວພັນ ກັບບັນດາພັກການເມືອງຕ່າງປະ ເທດ ໃນຂອບສອງຝ່າຍ ແລະ ຫລາຍ ຝ່າຍ, ມາເຖິງປັດຈຸບັນພັກເຮົາ ໄດ້ ມີການພົວພັນກັບ 140 ພັກການ ເມືອງ ໃນ 83 ປະເທດທົ່ວໂລກ; ພົວ ພັນ ແລະ ເຂົ້າເປັນສະມາຊິກໃນ ຂອບການຮ່ວມມືຫລາຍຝ່າຍກັບ 3 ອົງການຈັດຕັ້ງສາກົນ (ກອງ ປະຊຸມສາກົນຂອງບັນດາພັກການ ເມືອງໃນອາຊີ (ICAPP), ກອງປະ ຊຸມສາກົນ ຂອງບັນດາພັກກອມມູ ນິດ ແລະ ກຳມະກອນສາກົນ (IMCWP), ກອງປະຊຸມເວທີປຶກສາ ຫາລືຊາວປາວໂລ), ອັນພົ້ນເດັ່ນ ແມ່ນໄດ້ຖືກຮັບເຂົ້າເປັນສະມາ ຊິກໜ່ວຍງານວິຊາການ ຂອງ IMCWP; ສ້າງຕັ້ງສະມາຄົມມິດ ຕະພາບກັບຕ່າງປະເທດທັງໝົດມີ 19 ສະມາຄົມ ແລະ 1 ຄະນະສັນຕິ ພາບ ແລະ ສາມັກຄີ ຂອງລາວກັບ ຕ່າງປະເທດ. ສໍາລັບການພົວພັນ ໃນສາຍລັດ, ສປປ ລາວ ໄດ້ສ້າງ ຕັ້ງສາຍພົວພັນການທູດກັບ 148 ປະເທດ, ມີສຳນັກງານຜູ້ຕາງໜ້າ ຂອງຕົນ ປະຈຳຢູ່ຕ່າງປະເທດ 42 ແຫ່ງ (ສະຖານເອກອັກຄະລັດຖະ ທູດ 28 ແຫ່ງ, ສຳນັກງານຜູ້ຕາງ ໜ້າຖາວອນ 3 ແຫ່ງ, ສະຖານກົງ ສຸນໃຫຍ່ 10 ແຫ່ງ ແລະ ຫ້ອງການ ກົງສຸນ 1 ແຫ່ງ). ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ເນັ້ນໃຫ້ຄະນະພົວພັນ ຕ່າງປະເທດສູນກາງພັກສືບຕໍ່ປົກ ປັກຮັກສາ, ເສີມຂະຫຍາຍມູນເຊື້ອ ແລະ ຜົນງານທີ່ຍາດມາ ໄດ້ໃນໄລ ຍະຜ່ານມາໃຫ້ແຂງແຮງກວ່າ ເກົ່າ; ສືບຕໍ່ເອົາໃຈໃສ່ສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ສະມາຊິກ ພັກ, ພະນັກງານ-ລັດຖະກອນ ກຳ ແໜ້ນແນວທາງ ຂອງພັກ-ລັດ; ລະ ບຽບກົດໝາຍ ຂອງປະເທດຊາດ; ປັບປຸງກົງຈັກການຈັດຕັ້ງຕາມທິດ ກະທັດຮັດ, ມີປະສິດທິຜົນ, ກຳນົດ ພາລະບົດບາດ, ສິດໜ້າທີ່, ຕຳ ແໜ່ງງານໃຫ້ຈະແຈ້ງ ແລະ ບັນຈຸ ຊັບຊ້ອນພະນັກງານ ໃຫ້ແທດເໝາະ ກັບໜ້າທີ່ວຽກງານ, ສ້າງພະນັກ ງານ ຄຕພ ໃຫ້ເປັນມືອາຊີບ,ເປັນ ຜູ້ຊ່ຽວຊານຊຳນານງານແຕ່ລະ ດ້ານ; ກໍານົດກົນໄກ, ລະບອບລະ ບຽບການເຄື່ອນໄຫວວຽກງານໃຫ້ ມີຄວາມໂລ່ງລ່ຽນ, ທັນສະໄໝ, ວ່ອງໄວ; ໃນນີ້, ຕ້ອງສືບຕໍ່ເປັນເຈົ້າ ການຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິ ຕ່າງໆ ຂອງ ຄະນະບໍລິຫານງານສູນ ກາງພັກ, ຂອງກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ; ເພີ່ມທະວີການນໍາພາຂອງຕົນຕໍ່ທຸກ ຂົງເຂດວຽກງານໃຫ້ແທດເຖິງ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານເປັນລະ ບຽບ, ເປັນຂໍ້ແຂ່ງຂັນ ເພື່ອໃຫ້ແຕ່ ລະກົມ ແລະ ສະມາຊິກພັກ, ພະນັກ ງານ-ລັດຖະກອນສູ້ຊົນປະຕິບັດ; ເພີ່ມຄວາມເອົາໃຈໃສ່ໃນການນຳ ພາ-ຊີ້ນຳບັນດາອົງການຈັດຕັ້ງ ມະ ຫາຊົນ ຢູ່ພາຍໃນຄະນະພົວພັນຕ່າງ ປະເທດສູນກາງພັກໃຫ້ມີການ ເຄື່ອນໄຫວທີ່ແຂງແຮງກວ່າເກົ່າ. ພິທີສະເຫລີມສະຫອງວັນສ້າງ ຕັ້ງຄະນະພົວພັນຕ່າງປະເທດສູນ ກງພັກເທື່ອນີ້, ຍັງໄດ້ຈັດວາງສະ ແດງຮູບພາບຕ່າງໆ ແລະ ສາຍວີດິ ໂອສັ້ນ ທີ່ສະແດງໃຫ້ເຫັນຜົນງານ ການເຄື່ອນໄຫວ ຂອງ ຄະນະພົວ ພັນຕ່າງປະເທດສູນກາງພັກໃນແຕ່ ລະໄລຍະຜ່ານມາ. ຂ່າວ: ກິດຕາ,ພາບ: ຂັນໄຊ 39 ທ່ານ, ສະຖາບັນການສຶກສາ 11 ທ່ານ ແລະ ພະນັກງນຂອງສະພາ ວິຊາຊີບນັກບັນຊີ ແລະ ນັກກວດ ສອບ 4 ທ່ານ. ໂອກາດນີ້, ທ່ານ ນາງ ດາວອນ ທອງຈັນ ໄດ້ມີຄໍາເຫັນສະແດງ ຄວາມຊົມເຊີຍຕໍ່ຊຸດຝຶກອົບຮົມຫລັກ ສູດວິຊາຊີບຊ່ຽວຊານບັນຊີ ຊຸດທີ 18(CPA XVIII), ສໍາລັບສະພາວິ ຊາຊີບນັກບັນຊີ ແລະ ນັກກວດ ສອບແມ່ນການຈັດຕັ້ງໜຶ່ງຂຶ້ນກັບ ກະຊວງການເງິນ, ໂດຍມີບົດບາດ ໃນການສ້າງທີ່ປຶກສາການບັນຊີ ແລະ ເຕົ້າໂຮມສະມາຊິກຂອງຕົນ, ຕໍ່ມາໄດ້ປ່ຽນຊື່ເປັນສະພາວິຊາຊີບ ນັກບັນຊີ ແລະ ນັກກວດສອບເພື່ອ ໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍ ການບັນຊີ ປີ 2013 ແລະ ກົດໝາຍ ກວດສອບອິດສະລະປີ 2014 ເຊິ່ງເປັນການປະກອບສ່ວນອັນສໍາ ຄັນ ໃນການພັດທະນາເສດຖະກິດສັງຄົມ, ເປັນການຊຸກຍູ້ນໍາພາ, ເຕົ້າ ໂຮມສະມາຊິກ ລວມທັງປົກປ້ອງ ສິດທິຜົນປະໂຫຍດອັນຊອບທຳ ຂອງນັກບັນຊີ ແລະ ນັກກວດສອບ ໃຫ້ເຄື່ອນໄຫວຖືກຕ້ອງຕາມລະ ບຽບກົດໝາຍ, ທັງເປັນການຊ່ວຍ ຊຸກຍູ້ບັນດາຫົວໜ່ວຍທຸລະກິດ, ວິ ສາຫະກິດ ທັງພາກລັດ ແລະ ເອກະ ຊົນຖືບັນຊີຢ່າງຖືກຕ້ອງຕາມລະ ບຽບກົດໝາຍ ແລະ ອື່ນໆ. ສະນັ້ນ, ການເປີດຊຸດຝຶກອົບຮົມ ຫລັກສູດວິຊາຊີບຊ່ຽວຊານນັກ ບັນຊີ ຊຸດທີ 18(CPA XVIII) ເປັນການຍົກລະດັບວິຊາຊີບການ ບັນຊີໃຫ້ມີຄຸນນະພາບ, ສ້າງຄວາມ ໜ້າເຊື່ອຖືດ້ານວິຊາຊີບດ້ວຍການ ຍົກສູງຄຸນຄ່າທາງຈັນຍາບັນ, ສ້າງ ນັກຊ່ຽວຊານບັນຊີລາວໃຫ້ເປັນທີ່ ຮັບຮູ້ໃນອາຊຽນ ແລະ ສອດຄ່ອງ ກັບມາດຕະຖານສາກົນ. 8-10 ສິງຫານີ້ ໃນໂອກາດດັ່ງກ່າວສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມ ຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ສະຫາຍ ນາງ ບຸ່ຍ ທິ ມິງ ຮ່ວາຍ ພ້ອມ ຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງ ນີ້ ຊຶ່ງເປັນການປະກອບສ່ວນເສີມ ສ້າງສາຍພົວພັນທີ່ຍິ່ງໃຫຍ່, ການ ຮ່ວມມືຮອບດ້ານ ແລະ ຄວາມສາ ມັກຄີແບບພິເສດ ລະຫວ່າງສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ລາວ-ຫວຽດນາມ ທີ່ມີມູນເຊື້ອ ມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ ເພີ່ມພູນຄູນສ້າງຍິ່ງໆຂຶ້ນ. ສະຫາຍ ເລຂາທິການໃຫຍ່ ຍັງໄດ້ອວຍພອນ ໃຫ້ຄະນະຜູ້ແທນ ຈົ່ງປະສົບຜົນສຳ ເລັດໃນການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້. ສະຫາຍ ນາງ ບຸ່ຍ ທິ ມິງ ຮ່ວາຍ ໄດ້ສະແດງຄວາມຂອບໃຈຕໍ່ສະ ຫາຍເລຂາທິການໃຫຍ່ ຄະນະບໍລິ ຫານງານສູນກາງພັກ ທີ່ໄດ້ໃຫ້ການ ຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງລາຍ ງານຈຸດປະສົງໃນການມາເຄື່ອນ ໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ໃຫ້ສະຫາຍເລ ຂາທິການໃຫຍ່ ໄດ້ຮັບຊາບຕື່ມອີກ. ຂ່າວ;ພາບ:ຂັນໄຊ 40 ປີ (29/6/-29/6/2023) ເມື່ອບໍ່ດົນມານີ້ວ່າ: ຄະນະພົວພັນ ຕ່າງປະເທດສູນກາງພັກ ໄດ້ຜ່ານ ຂະບວນວິວັດເຕີບໃຫຍ່ຂະຫຍາຍ ຕົວ 5 ໄລຍະ ຄື: ໄລຍະທີ 1 ແຕ່ປີ 1983-1993, ໄລຍະທີ 2 ແຕ່ປີ 1993- 2006, ໄລຍະທີ 3 ແຕ່ປີ 2006-2015, ໄລຍະທີ 4 ແຕ່ປີ 2015-2020 ແລະ ໄລຍະທີ 5 ແຕ່ ປີ 2021 ມາເຖິງປັດຈຸບັນ. ຄະນະ ພົວພັນຕ່າງປະເທດສູນກາງພັກ ໄດ້ກາຍເປັນເສນາທິການໃຫ້ສູນ ກາງພັກປະຊາຊົນປະຕິວັດລາວ ແລະ ໂດຍຍຶດໝັ້ນນະໂຍບາຍການ ຕ່າງປະເທດ ຂອງພັກວາງອອກໃນ ແຕ່ລະສະໄໝ, ຄະນະພົວພັນຕ່າງ ປະເທດ ໄດ້ເຄື່ອນໄຫວຕ່າງປະເທດ ສາຍພັກ ແລະ ການທູດປະຊາຊົນ ໂດຍເສີມຂະຫຍາຍສາຍພົວພັນທີ່ ເປັນມູນເຊື້ອກັບບັນດາພັກການ ເມືອງໃນພາກພື້ນຕ່າງໆ ຂອງໂລກ ບົນພື້ນຖານ 5 ຫລັກການຢູ່ຮ່ວມ ກັນໂດຍສັນຕິ, ບໍ່ຈໍາແນກລະບອບ ການເມືອງທີ່ແຕກຕ່າງກັນ, ເປີດ ກວ້າງການພົວພັນກັບບັນດາພັກ ອ້າຍນ້ອງປະເທດສັງຄົມນິຍົມ, ບັນດາພັກກອມມູນິດ, ພັກກໍາມະ ກອນ, ພັກການເມືອງທີ່ກ້າວໜ້າ, ບັນດາພັກກໍາອໍານາດ ໃນປະເທດ ຕ່າງໆ. ໃນນັ້ນ, ສືບຕໍ່ໃຫ້ບຸລິມະສິດ ໃນການພົວພັນກັບບັນດາພັກເພື່ອນ ມິດຍຸດທະສາດ ຄື: ພັກກອມມູນິດ ຫວຽດນາມ, ພັກກອມມູນິດຈີນ, ພັກ ກອມມູນິດກູບາ ແລະ ພັກແຮງງານ ເກົາຫລີ. ການພົວພັນກັບພັກສັງ ຄົມນິຍົມອ້າຍນ້ອງ, ພັກເຮົາຖືສໍາ ຄັນວຽກງານກໍ່ສ້າງພັກ-ພະນັກ ງານ, ຈັດກອງປະຊຸມສໍາມະນາທິດ ສະດີຮ່ວມກັນ. ນອກຈາກນັ້ນ, ພັກເຮົາໄດ້ເປີດ ກວ້າງການພົວພັນກັບບັນດາພັກ ກອມມູນິດ, ພັກກໍາມະກອນ, ພັກ ການເມືອງທີ່ກ້າວໜ້າ, ບັນດາພັກ ກໍາອໍານາດ, ພັກຮ່ວມລັດຖະບານ ແລະ ອົງການຈັດຕັ້ງສາກົນຢູ່ພາກ ພື້ນ ແລະ ໃນໂລກ ໂດຍຜ່ານຂອບ ການຮ່ວມມືຫລາຍຝ່າຍ ເຊັ່ນ: ກອງປະຊຸມສາກົນ ຂອງບັນດາພັກ ການເມືອງໃນອາຊີ (ICAPP); ກອງປະຊຸມສາກົນຂອງບັນດາພັກ ກອມມູນິດ ແລະ ກຳມະກອນສາກົນ (IMCWP); ກອງປະຊຸມເວທີປຶກ ສາຫາລືຊາວປາວໂລ ແລະ ກອງ ປະຊຸມຂອບຫລາຍຝ່າຍອື່ນໆ. ຄະ ນະພົວພັນຕ່າງປະເທດສູນກາງພັກ ໄດ້ເປັນໃຈກາງໃນການປະສານ ງານໃຫ້ແກ່ການເຄື່ອນໄຫວຕ່າງ ປະເທດຂອງບັນດາອົງການຈັດຕັ້ງ ມະຫາຊົນ, ສູນກາງແນວລາວສ້າງ ຊາດ, ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ສູນກາງສະຫະພັນ ແມ່ຍິງລາວ, ສູນກາງກຳມະບານ ລາວ, ສະຫະພັນນັກຮົບເກົ່າແຫ່ງ ຊາດລາວ ແລະ ບັນດາສະມາຄົມ ມິດຕະພາບລາວ ກັບຕ່າງປະເທດ, ຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ເພື່ອສ້າງສາຍພົວພັນມິດ ຕະພາບ ແລະ ການຮ່ວມມືບົນພື້ນ ຖານຕ່າງຝ່າຍຕ່າງມີຜົນປະໂຫຍດ, ປະກອບສ່ວນສ້າງສັນຕິພາບ, ສະ ຖຽນລະພາບໃນພາກພື້ນ- ສາກົນ. ການເຄື່ອນໄຫວຕ່າງປະເທດ ຂອງ ບັນດາອົງການຈັດຕັ້ງດັ່ງກ່າວ ເພື່ອ ແນໃສ່ເຜີຍແຜ່ນະໂຍບາຍຂອງ ພັກ, ລັດເຮົາ ຕໍ່ຕ່າງປະເທດ, ສ້າງ ຄວາມເຂົ້າອົກເຂົ້າໃຈ ລະຫວ່າງປະ ຊາຊາດ, ຊຸກຍູ້ ແລະ ສົ່ງເສີມການ ຮ່ວມມືທາງດ້ານເສດຖະກິດ, ການ ຄ້າ ແລະ ວັດທະນະທຳ-ສັງຄົມລະ ຫວ່າງ ສປປ ລາວ ກັບບັນດາປະ ເທດທີ່ກ່ຽວຂ້ອງ. ປັດຈຸບັນ, ພັກປະຊາຊົນປະຕິ ວັດລາວ ໄດ້ພົວພັນກັບ 140 ພັກ ການເມືອງໃນ 83 ປະເທດ ທົ່ວ ໂລກ; ໄດ້ພົວພັນ ແລະ ເຂົ້າເປັນສະ ມາຊິກໃນຂອບການຮ່ວມມືຫລາຍ ຝ່າຍກັບ 3 ອົງການຈັດຕັ້ງສາກົນ ອັນພົ້ນເດັ່ນ ແມ່ນໄດ້ເຂົ້າເປັນສະ ມາຊິກໜ່ວຍງານວິຊາການ ຂອງ IMCWP; ສ້າງຕັ້ງສະມາຄົມມິດ ຕະພາບກັບຕ່າງປະເທດທັງໝົດ 19 ສະມາຄົມ ແລະ 1 ຄະນະສັນຕິ ພາບ ແລະ ສາມັກຄີຂອງລາວກັບ ຕ່າງປະເທດ. ສ່ວນຂັ້ນແຂວງ ໃນ 18 ແຂວງ ຂອງລາວ ແມ່ນໄດ້ຈັດ ຕັ້ງບັນດາສະມາຄົມມິດຕະພາບ ລາວ-ຫວຽດນາມ ແລະ ລາວຈີນ; ນອກຈາກນັ້ນ ສະມາຄົມມິດ ຕະພາບລາວ-ກໍາປູເຈຍ ກໍໄດ້ຂະ ຫຍາຍສ້າງຕັ້ງສະມາຄົມຂັ້ນແຂວງ ຂອງຕົນຢູ່ແຂວງ ຈໍາປາສັກ ແລະ ອັດຕະປື. ສໍາລັບການພົວພັນໃນ ສາຍລັດ, ສປປ ລາວ ໄດ້ສ້າງຕັ້ງ ສາຍພົວພັນການທູດກັບ 148 ປະ ເທດ, ມີສຳນັກງານຜູ້ຕາງໜ້າຂອງ ຕົນ ປະຈຳຢູ່ຕ່າງປະເທດ 42 ແຫ່ງ (ສະຖານເອກອັກຄະລັດຖະທູດ 27 ແຫ່ງ, ສຳນັກງານຜູ້ຕາງໜ້າຖາ ວອນ 3 ແຫ່ງ, ສະຖານກົງສຸນໃຫຍ່ 10 ແຫ່ງ ແລະ ຫ້ອງການກົງສຸນ 1 ແຫ່ງ). ສະຫາຍ ທອງສະຫວັນ ພົມວິ ຫານ ຍັງໃຫ້ຮູ້ອີກວ່າ: ເພື່ອເສີມຂະ ຫຍາຍການພົວພັນຮ່ວມມືກັບຕ່າງ ປະເທດ ແລະ ຖືການທູດປ້ອງກັນ ເຫດເປັນທິດສໍາຄັນ, ຄະນະພົວພັນ ຕ່າງປະເທດສູນກາງພັກຈະສຸມໃສ່ ການເຄື່ອນໄຫວຕ່າງປະເທດດ້ານ ພັກ ແລະ ການທູດປະຊາຊົນໃນຕໍ່ ໜ້າເປັນຕົ້ນ ກຳແໜ້ນນະໂຍບາຍ ການຕ່າງປະເທດຂອງພັກ, ສືບຕໍ່ ຂະຫຍາຍການພົວພັນຮ່ວມມື ຫລາຍທິດ, ຫລາຍຝ່າຍ, ຫລາຍຮູບ ແບບ, ຫລາຍລະດັບ ລະຫວ່າງພັກ ເຮົາກັບພັກການເມືອງຕ່າງປະເທດ ບົນພື້ນຖານເຄົາລົບເອກະລາດ, ອຳນາດອະທິປະໄຕເຊິ່ງກັນ ແລະ ກັນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ; ເປັນເຈົ້າການປະຕິບັດຫລັກການ ການເຄື່ອນໄຫວຕ່າງປະເທດ ຂອງ ພັກເຮົາ ໃຫ້ສອດຄ່ອງກັບກົດ ດສະ ຫະປະຊາຊາດ ແລະ ກົດໝາຍສາກົນ ເຊັ່ນ: ການເຄົາລົບເອກະລາດ,ອະ ທິປະໄຕ ແລະ ບໍ່ແຊກແຊງເຂົ້າກິດ ຈະການພາຍໃນຂອງກັນ ແລະກັນ, ຮ່ວມມືກັນແບບສະເໝີພາບຕ່າງ ຝ່າຍຕ່າງມີຜົນປະໂຫຍດ, ສະໜັບ ສະໜູນການສ້າງ ລະບຽບການສາ ກົນໃໝ່ດ້ານການເມືອງ ແລະ ເສດ ຖະກິດທີ່ສົມເຫດສົມຜົນບົນພື້ນ ຖານຂອງສາກົນ 5 ຫລັກການ ແຫ່ງການຢູ່ຮ່ວມກັນໂດຍສັນຕິ; ສືບ ຕໍເສີມຂະຫຍາຍການພົວພັນຮ່ວມມື ກັບປະເທດຕ່າງໆ ແລະ ບັນດາພັກ ການເມືອງຕ່າງປະເທດດ້ວຍ ຫລາຍທິດ, ຫລາຍຝ່າຍ,ຫລາຍຮູບ ແບບ, ຫລາຍລະດັບ ໂດຍບໍ່ຈຳ ແນກ ລະບອບກາ ນເມືອງທີ່ແຕກຕ່າງກັນ ເພື່ອຍາດແຍ່ງການສະໜັບສະໜູນ, ທັງເປັນການສ້າງສະພາບແວດ ລ້ອມເອື້ອອໍານວຍໃຫ້ແກ່ການປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ. ການເສີມຂະຫຍາຍພົວພັນ ຮ່ວມມືກັບຕ່າງປະເທດດ້ານພັກໃນ ຂອບສອງຝ່າຍ ແລະ ຫລາຍຝ່າຍ, ການພົວພັນກັບບັນດາຂະບວນ ການກອມມູນິດ ແລະ ກຳມະກອນ ສາກົນ ແລະ ການພົວພັນການທູດ ປະຊາຊົນ ລ້ວນແຕ່ເປັນການເພີ່ມ ທະວີສາຍພົວພັນມິດຕະພາບ, ຍົກ ສູງບົດບາດຂອງ ພັກ-ລັດ ໃນເວທີ ສາກົນ, ເປັນການຍາດແຍ່ງທຶນ ຮອນ, ຍາດແຍ່ງເຕັກໂນໂລຊີ,ແລກ ປ່ຽນບົດຮຽນດ້ານທິດສະດີ ແລະ ພຶດຕິກຳ ເພື່ອນຳມາສ້າງສາພັດທະ ນາປະເທດຊາດ, ທັງເປັນການປະ ກອບສ່ວນເພື່ອສັນຕິພາບ, ສະຖຽນ ລະພາບ ໃນພາກພື້ນ-ສາກົນ. ຂ່າວ: ກິດຕາ ພັກ ສະໄໝທີ XI ແລະ ເອກະສານ ສຳຄັນຂອງພັກ ແລະ ຂອງຊາດໃຫ້ ພະນັກງານຫລັກແຫລ່ງຂຶ້ນໃນວັນ ທີ 8 ສິງຫາ 2023, ໃຫ້ກຽດເຜີຍ ແຜ່ໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະ ແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ມີຄະນະບໍລິຫານງານ ພັກ, ຄະນະໜ່ວຍພັກ, ຄະນະກົມ, ຫົວໜ້າພະແນກ, ຮອງຫົວໜ້າພະ ແນກເຂົ້າຮ່ວມ. ໂອກາດນີ້, ທ່ານ ນາງ ສວນສະ ຫວັນ ວິຍະເກດ ໄດ້ຍົກໃຫ້ເຫັນສະ ພາບການຂອງໂລກທີ່ພວມຜັນແປ ຢ່າງສັບສົນທີ່ສົ່ງຜົນສະທ້ອນຕໍ່ ສັນຕິພາບ, ສະຖຽນລະພາບ ແລະ ຄວາມ ໝັ້ນຄົງ ຢູ່ໃນພາກພື້ນ, ສາກົນ ແລະ ຕໍ່ປະເທດລາວ ໂດຍສະເພາະ ຄວາມຫຍຸ້ງຍາກດ້ານເສດຖະກິດການເງິນ ພາຍໃນປະເທດ ເຊັ່ນ: ການ ຂາດແຄນເງິນຕາຕ່າງໆປະເທດ, ເງິນເຟີ້, ບັນຫາອັດຕາແລກປ່ຽນ, ຄ່າຄອງຊີບສູງ ແລະ ປາກົດການ ຫຍໍ້ທໍ້ໃນສັງຄົມ ເຊິ່ງໄດ້ກາຍເປັນ ບົດທົດສອບຕໍ່ບົດບາດການນໍາພາ ຂອງພັກ ແລະ ການຄຸ້ມ ຄອງຂອງ ລັດ. ນອກນີ້, ຍັງໄດ້ຍົກໃຫ້ເຫັນ ການຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງ ຄົມ ແຫ່ງຊາດ ແຜນງົບປະມານແລະ ແຜນເງິນຕາ 6 ເດືອນຕົ້ນປີ ແລະ ຄາດຄະເນທິດທາງແຜນວຽກຈຸດ ສຸມ 6 ເດືອນທ້າຍປີ 2023 ຕິດພັນ ກັບການຕີລາຄາການປະຕິບັດສອງ ວາລະແຫ່ງຊາດ; ຕີລາຄາການ ເພີ່ມທະວີວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບໃນສະພາບ ການໃໝ່ ແລະ ທິດທາງແຜນການ ໃນຕໍ່ໜ້າ; ຕີລາຄາການຈັດຕັ້ງປະຕິ ບັດວຽກງານພົວພັນຄົນເຊື້ອຊາດ ລາວ ຢູ່ຕ່າງປະເທດແຕ່ໄລຍະປີ 2007-2022 ແລະ ທິດທາງແຜນ ການໃນຕໍ່ໜ້າກໍຄືການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ. ກອງປະຊຸມໄດ້ປຶກສາ ຫາລື ແລະ ໃຫ້ທິດຊີ້ນໍາການສືບຕໍ່ຍູ້ ແຮງການຜັນຂະຫຍາຍແນວທາງ ປ່ຽນແປງໃໝ່ສູ່ລວງເລິກສ້າງ ການຫັນປ່ຽນທີ່ແຂງແຮງເລິກເຊິ່ງ ແລະ ຮອບດ້ານ ໃນການນໍາພາຂອງ ພັກ; ກອງປະຊຸມໄດ້ວາງວຽກຈຸດ ສຸມ ໃນການຊີ້ນໍາ-ນໍາພາ ແຕ່ນີ້ຮອດ ກອງປະຊຸມຄົບຄະນະບໍລິຫານງານ ສູນກາງພັກ ຄັ້ງທີ 7 ສະໄໝທີ XI. ໂອກາດດຽວກັນນີ້, ທ່ານນາງ ສວນສະຫວັນ ວິຍະເກດ ຍັງໄດ້ ຫວນຄືນເຖິງຜົນງານການເຄື່ອນ ໄຫວປະຕິວັດ ແລະ ຄຸນງາມຄວາມ ດີຂອງປະທານ ສຸພານຸວົງ ເຊິ່ງຍາມ ໃດເພິ່ນກໍເປັນຜູ້ນຳທີ່ເປັນແບບ ຢ່າງ, ມີຄວາມຈົ່ງຮັກພັກດີ ຕໍ່ອຸດົມ ການປະຕິວັດຢ່າງສຸດກົກສຸດປາຍ, ສາມາດເຕົ້າໂຮມ ແລະ ນໍາພາປະຊາ ຊົນຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ ຢ່າງອົງອາດກ້າຫານ, ມີຄວາມສາ ມັກຄີຮັກແພງ ມິດສະຫາຍ, ດຳລົງ ຊີວິດຢ່າງປອດໄສຂາວສະອາດ, ມີຄວາມຮູ້ຄວາມສາມາດ, ຄວາມ ເສຍສະລະຂອງຕົນ ເພື່ອຄວາມ ເປັນເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ ແລະ ຄວາມຜາສຸກຂອງປະຊາຊົນ. ຄຸນງາມຄວາມດີ ແລະ ຄວາມເປັນ ແບບຢ່າງຂອງເພິ່ນໄດ້ກາຍເປັນ ບົດຮຽນອັນມີຄ່າທີ່ປະໄວ້ໃຫ້ຄົນ ຮຸ່ນຫລັງ, ພະນັກງານ-ລັດຖະກອນ ທຸກຄົນຕ້ອງໄດ້ຈາລຶກບຸນຄຸນ ແລະ ຮໍ່າຮຽນເອົາເປັນແບບຢ່າງ ເພື່ອປະ ຕິບັດໜ້າທີ່ປະກອບສ່ວນເຂົ້າໃນພາ ລະກິດປົກປັກຮັກສາ ແລະ ສ້າງສາ ປະເທດຊາດ ໃນໄລຍະໃໝ່. ຂ່າວ: ກິດຕາ, ພາບ: ເກດສະໜາ ກອບກູ້ເອົາລົດທີ່ຕິດຄ້າງອອກມາ ໃຫ້ໄດ້ທັງໝົດ ເຊິ່ງໄດ້ເລີມລົງມື ມາແຕ່ວັນທີ 5 ສິງຫາ ຮອດປັດຈຸບັນ ສາມາດບຸກເບີກທາງເຂົ້າໄປໄດ້ ແລ້ວ 7 ກວ່າກິໂລແມັດ ແລະ ຄາດ ວ່າອີກ10 ມື້ຂ້າງໜ້າຈະໃຫ້ສຳເລັດ ການບຸກເບີກ ແລະ ກອບກູ້ເອົາລົດ ທີ່ຕິດຄ້າງອອກມາໄດ້ທັງໝົດ. ທ່ານ ສິດອາໄພ ເຕັມສຸລິວັນ ຜູ້ຮັບຜິດຊອບວຽກງານແກ້ໄຂສຸກ ເສີນທາງເຈື່ອນເຂດພູໄຮ ໃຫ້ສຳ ພາດຕໍ່ສື່ມວນຊົນ ໃນວັນທີ 8 ສິງຫາ 2023 ນີ້ວ່າ: ນັບແຕ່ເກີດສະພາບ ດິນເຊາະເຈື່ອນທັບຖົມທາງ 8A ໃນ ວັນທີ 3 ສິງຫາ ເປັນຕົ້ນມາ, ໜ່ວຍ ງານທີ່ກ່ຽວຂ້ອງ ກໍຄື ພະແນກໂຍ ທາທິການ ແລະ ຂົນສົ່ງແຂວງ ຄຳມ່ວນ ແລະ ແຂວວງບໍລິຄຳໄຊ ໄດ້ສຸມໃສ່ລົງມືແກ້ໄຂຢ່າງຮີບດ່ວນ ໂດຍໄດ້ແບ່ງກຳລັງກົນຈັກອອກ ເປັນ 2 ເບື້ອງ, ເບື້ອງເມືອງຄູນຄຳ ແຂວງຄຳມ່ວນ ເລີ່ມແຕ່ກິໂລແມັດທີ 43 ແລະ ເບື້ອງບ້ານໜອງກອກ ເມືອງຄຳເກີດ ແຂວງບໍລິຄຳໄຊ ເລີ່ມແຕ່ກິໂລແມັດທີ 54 ໂດຍໄດ້ ນຳໃຊ້ກົນຈັກລົດຈົກ, ລົດຕັກ ແລະ ລົດໄຖ ເຂົ້າດຳເນີນການ ເຊິ່ງສາ ມາດບຸກເບີກເຂົ້າໄປໄດ້ 4,6 ກິໂລ ແມັດ (ພົບລົດຂົນສົ່ງສິນຄ້າ 1 ຄັນ ແລະ ໄດ້ນຳອອກມາແລ້ວ) ແລະ ຍັງຈະສືບຕໍ່ບຸກເບີກໃຫ້ຊອດ ກັນທັງ ສອງເບື້ອງໂດຍໄວ ເພື່ອຈະສາມາດ ກອບກູ້ເອົາລົດທີ່ຕິດຄ້າງອອກມາ ໄດ້ທັງໝົດ. ເຖິງຢ່າງໃດກໍຕາມ ໃນການຈັດ ຕັ້ງປະຕິບັດວຽກງານດັ່ງກ່່າວ, ຍັງມີຄວາມຫຍຸ້ງຍາກຫລາຍຢ່າງ ເປັນຕົ້ນ, ຝົນຍັງສືບຕໍ່ຕົກຢ່າງຕໍ່ ເນື່ອງຕະຫລອດວັນ ແລະ ດິນທີ່ ເຈື່ອນລົງມາຖົມທາງຢູ່ບາງຈຸດສູງ ເຖິງ 4-5 ແມັດ, ມີທັງກ້ອນຫີນ ໃຫຍ່-ນ້ອຍ, ຕົ້ນໄມ້ໃຫຍ່-ນ້ອຍທັບ ຖົມເປັນຈຳນວນຫລາຍ ແລະ ບໍ່ສາ ມາດນຳເອົາກົນຈັກເຂົ້າໄປໄດ້ ຫລາຍຄັນໄດ້ເນື່ອງຈາກສະພາບ ພື້ນທີ່ແຄບ, ເຮັດໃຫ້ການຈັດຕັ້ງປະ ຕິບັດວຽກງານດັ່ງກ່າວມີຄວາມ ຫຍຸ້ງຍາກພໍສົມຄວນ, ແຕ່ໜ່ວຍ ງານທີ່ກ່ຽວຂ້ອງຢືນຢັນວ່າ, ຈະສືບ ຕໍ່ຈັດຕັ້ງປະຕິວຽກງານດັ່ງກ່າວໃຫ້ ສຳເລັດຕາມເປົ້າໝາຍທີ່ວາງໄວ້ ເພື່ອອຳນວຍຄວາມສະດວກເຮັດ ໃຫ້ການສັນຈອນຢູ່ເສັ້ນທາງ 8A ກັບຄືນສູ່ສະພາບປົກກະຕິໂດຍໄວ. ຂ່າວ-ພາບ: ທະນູທອງ

xtgmf]k; 3 10/08/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj 'wl gxa ofu 9y 8vo c]t p5 8y me —ົດສະ§ໜີ ©ດຍ —‹ ຮິບໂຮມໂດຍ: ພະກາ lnj,;o-qo]k; ln[8+[5d[no.shmaop5dmaoltw\ gmnjv]tdhk; ໂດຍ: ຄ້ອງໃໝ່ rhv,daozjkozjk 7;k,mhkmkpmqflv[ ແນໃສ່ເຮັດໃຫ້ແນວທາງ ຂອງ ພັກ ແລະນະໂຍບາຍ ຂອງລັດ ລົງ ສູ່ມະຫາຊົນຢ່າງກວ້າງຂວາງ ນັ້ນ, ຂະແໜງສື່ມວນຊົນລາວ ແມ່ນພາກ ສ່ວນໜຶ່ງທີ່ສຳຄັນໃນການນຳເອົາ ວຽກງານແນວຄິດທິດສະດີຕ່າງໆ, ແນວທາງແຜນນະໂຍບາຍ ຂອງພັກ ແລະ ກົດໝາຍຂອງລັດ ມາໂຄສະ ນາເຜີຍແຜ່ເພື່ອສຶກສາອົບຮົມ, ປຸກ ລະດົມແນວຄິດຈິດໃຈ ຂອງມະຫາ ຊົນ ໃຫ້ຮັບຮູ້ເຂົ້າໃຈຢ່າງທົ່ວເຖິງ ແລະພ້ອມກັນນໍາເອົາໄປຈັດຕັ້ງປະ ຕິບັດໃຫ້ປາກົດຜົນເປັນຈິງ. ດັ່ງນັ້ນ, ສື່ມວນຊົນລາວຈຶ່ງມີບົດບາດສຳ ຄັນ ແລະຈຳເປັນຢ່າງຍິ່ງໃນການ ດຳລົງຊີວິດປະຈຳວັນ ຂອງຄົນເຮົາ ໃນສັງຄົມ. ໃນເງື່ອນໄຂເຕັກໂນໂລຊີການສື່ ໄລຍະນີ້ ຈຶ່ງໄດ້ຮິບໂຮມບັນດາ ຄໍາສັບທີ່ພະຍັນຊະນະຕົວແກນເປັນ ອັກສອນສູງ ແລະ ຕໍ່າ ມາພ້ອມກັນ ຫລໍາຄືນອີກ ແລະ ເຊື່ອວ່າຈະພໍມີປະ ໂຫຍດສໍາລັບບັນດາທ່ານທີ່ສົນໃຈ. ຫຸ່ນ: ຫຸ່ນໄລ່ກາ, ຮຸ່ນ: ຮຸ່ນຄົນ, ຫຸ່ມ: ອຸ່ມຫຸ່ມ, ຮຸ່ມ: ອຸ່ນຮຸ່ມໆ,ຫູ່: ຫົດຫູ່, ຮູ່: ຮູ່ນາ, ເຫ່: ເຫ່ໜ້າ, ເຮ່: ຫົວເຮ່ໆ, ແຫ່: ບັ້ງແຫ່,ແຫ່ແຫນ, ແຮ່: ຫີນແຮ່, ບໍ່ແຮ່, ແຫ່ງ: ແຫ່ງຫົນ, ແຮ່ງ: ແຮ່ງດີ, ແຫ່ວ: ຫຍ້າແຫ່ວ, ແຮ່ວ: ປ່າແຮ່ວ(ປ່າຊ້າບ່ອນຝັງຈູດຄົນຕາຍ), ຫົ່ມ: ຫົ່ມຜ້າ, ຮົ່ມ: ຮົ່ມໄມ້, ຄັນຮົ່ມ, ໂຫ່: ນາໂຫ່, ໄປໂຫ່ເນື້ອ, ໂຮ່: ເສືອໂຮ່ໃສ່, ຫໍ່: ຫໍ່ຕອງ, ຮໍ່: ຮັກຮໍ່, ຫ່ອງ: ໜ້າຫ່ອງ, ຮ່ອງ: ຮ່ອງນໍ້າ, ຫ່ອນ: ບໍ່ຫ່ອນເປັນ, ຮ່ອນ: ຮ່ອນເຂົ້າ,ຮ່ອນຮໍາ, ຫ່ອມ: ຫ່ອມດີ, ຮ່ອມ: ທາງຮ່ອມ, ຮ່ອມພູ, ຫ່ອຍ: ອ່ອຍຫ່ອຍ, ຮ່ອຍ: ບ້ານຮ່ອຍ, ໝາກຮ່ອຍ, ຫ່ວງ: ເປັນຫ່ວງ, ຮ່ວງ: ຮ່ວງເຊືອກ, ເຫີ່: ເຫີ່ເຫີມ, ເຮີ່: ເຮີ່ກັນ, ເຫື່ອ: ນໍ້າເຫື່ອ, ເຮື່ອ: ວັນທີ 13 ສິງຫາ ເປັນວັນ ສື່ມວນຊົນ, ຄົນທີ່ເຄີຍກີກເກືອກລີ ເລືອນໍາວຽກງານຖະແຫລງຂ່າວສື່ມວນຊົນ ກໍ່ຄືຕິດພັນວຽກງານ ໂຄສະນາແມ່ນມີຄວາມພາກພູມໃຈ ທີ່ໄດ້ປະກອບສ່ວນອາຊີບນີ້, ມັນ ເປັນໜ້າທີ່ອັນມີກຽດສູງສົ່ງບໍ່ໄດ້ ນ້ອຍໜ້າອາຊີບໃດໆ. ວັນສື່ມວນຊົນ ແລະ ການພິມຈໍາ ໜ່າຍ ປີນີ້ ຄົບຮອບ 73 ປີ, ຍິນຂ່າວ ວ່າການຈັດຕັ້ງສະເຫລີມສະຫລອງ ຈະເນັ້ນໄປໃສ່ເນື້ອໃນເປັນສໍາຄັນ ຄື ການຈັດສໍາມະນາສົນທະນາທາງວິ ຊາການ ແລະ ໂຮມຊຸມນຸມ ເພື່ອຫວນ ຄືນມູນເຊື້ອວັນສໍາຄັນນີ້ຕາມເງື່ອນ ໄຂຕົວຈິງ. ທຸກຄົນສາຍສື່ເຊື່ອວ່າ ເຖິງວ່າວຽກງານນີ້ຈະມີທັງສິ່ງອໍາ ນວຍ ແລະ ທ້າທາຍຫລາຍຢ່າງປານ ໃດ, ກອງທັບສື່ມວນຊົນລາວກໍ່ຍັງ ຍຶດໝັ້ນໃນແນວທາງຂອງພັກ-ລັດ ກໍ່ຄືອຸດົມການຂອງພັກ ຢ່າງໜັກ ແໜ້ນບໍ່ຫວັ່ນໄຫວຄອນແຄນ. ຕະຫລອດໄລຍະ 73 ປີຜ່ານມາ, ສື່ມວນຊົນລາວ ໄດ້ເຮັດສໍາເລັດໜ້າ ທີ່ການເມືອງອັນມີກຽດຂອງຕົນ, ເຕັມໄປດ້ວຍນໍ້າໃຈຮັກຊາດ, ຄວາມ ເສຍສະລະ, ມານະຈິດ, ຄວາມຮັກໃນ ປີ, ກ້າວໄປເຖິງການແຂ່ງຂັນເຮັດ ໃຫ້ຄຸນນະພາບດີຂຶ້ນ ທັງມີຫລາຍ ທາງເລືອກໃນການຊົມໃຊ້ ແລະ ນັບ ມື້ຫັນໄປສູ່ຄວາມເປັນມືອາຊີບດ້ານ ສື່ສານມວນຊົນຫລາຍຂຶ້ນ. ເຖິງວ່າ ວຽກງານສື່ມວນຊົນລາວ ໄດ້ຮັບ ການພັດທະນາ ແລະ ມີການເຄື່ອນ ໄຫວຢ່າງມີຜົນສໍາເລັດຫລາຍດ້ານ ກໍຕາມ ແຕ່ຖ້າທຽບໃສ່ຄວາມຮຽກ ຮ້ອງຕ້ອງການຂອງສັງຄົມ ໃນປັດ ຈຸບັນຍຸກແຫ່ງຂໍ້ມູນຂ່າວສານແລ້ວ ເຫັນວ່າ ສື່ມວນຊົນ ຕ້ອງໄດ້ຮັບການ ປັບປຸງ-ພັດທະນາໃຫ້ສົມຄູ່ກັບການ ພັດທະນາເສດຖະກິດ-ສັງຄົມໃຫ້ດີ ຂຶ້ນຫລາຍດ້ານໂດຍສະເພາະການ ຍົກລະດັບດ້ານການເມືອງ-ແນວຄິດ ແລະ ຍົກລະດັບວິຊາສະເພາະ ໃຫ້ພະ ນັກງານສື່ມວນຊົນໃນຂອບເຂດທົ່ວ ປະເທດ, ລົງທຶນສ້າງໂຄງລ່າງພື້ນ ຖານປະກອບອຸປະກອນເຕັກນິກທີ່ ທັນສະໄໝໃຫ້ຄົບຊຸດ, ເນື້ອໃນຍັງບໍ່ ທັນຕອບສະໜອງຊີວິດເຄື່ອນໄຫວ ຂອງທົ່ວສັງຄົມ, ໜັກໄປແຕ່ດ້ານ ຂ່າວພິທີການ, ດ້ານຮູບການຍັງ ແຫ້ງແລ້ງ, ບາງຄັ້ງການນໍາສະເໜີ ເຫດການເດັ່ນຍັງຊັກຊ້າ...ການປະ ຕິບັດນະໂຍບາຍຕໍ່ສື່ມວນຊົນຍັງບໍ່ ທັນເຮັດໄດ້ດີ. ເພາະສະນັ້ນ, ເພື່ອ ເຮັດໃຫ້ວຽກງານສື່ມວນຊົນມີ ຄວາມຮັບປະກັນ ເຄື່ອນໄຫວຮັບໃຊ້ ໜ້າທີ່ການເມືອງຂອງພັກ-ລັດ ກໍຄື ຮັບໃຊ້ໃຫ້ແກ່ທົ່ວສັງຄົມຕາມມະຕິ ຂອງກອງປະຊຸມໃຫຍ່ ຄັ້ງທີ V ຂອງ ອົງຄະນະພັກກະຊວງ ຖວທ ວາງ ອອກ ຄື: ການນໍາພາເຂັ້ມແຂງ, ການ ຄຸ້ມຄອງສັກສິດ, ຂ່າວສານທັນສະ ໄໝ, ວັດທະນະທໍາສີວິໄລ, ທ່ອງ ທ່ຽວຍືນຍົນ ຈະຕ້ອງໄດ້ສົ່ງເສີມປັບ ປຸງຢ່າງແຂງແຮງ. ສື່ມວນຊົນລາວ ຈະຕ້ອງໄດ້ສືບຕໍ່ບຸກບືນກ້າວຂຶ້ນໃຫ້ ທັນຍຸກທັນສະໄໝເທື່ອລະກ້າວ. ln[8+s]e7no 7ela[8q;cdo gxaovadlvol6' c]t 8=jk ,uw,hgvd ເຮື່ອເຮືອງ, ຫ່ຽວ: ຫ່ຽວແຫ້ງ, ຮ່ຽວ:ປ່າຮ່ຽວ, ໜັ່ນ: ສະນັ່ນ, ນັ່ນ: ນັ່ນ, ເຫັນບໍ່,ໄໜ່: ຕົວກະໄໜ່, ໄນ່: ເຂົ້າໄນ່ນໍ້າ, ເໜົ່າ: ຫົວເໜົ່າ, ເນົ່າ: ເນົ່າເໝັນ, ຜັກເນົ່າ, ໜ່າຍ: ໜ່າຍຊັງ, ນ່າຍ: ນ່ວຍນ່າຍ, ໜີ່: ຖະໜີ່, ນີ່:ນີ່, ຟັງຂ້ອຍກ່ອນ, ໜຸ່ມ: ໜຸ່ມນ້ອຍ, ນຸ່ມ: ເໜັງນຸ່ມໆ, ໜຶ່ງ: ໜຶ່ງຄົນ, ນຶ່ງ(ບໍ່ໃຊ້), ເໜ່:ສະເໜ່, ເນ່: ພຸ້ນເນ່, ວ່າເນ່, ແໜ່: ສາລະແໜ່, ແນ່: ຄັກແນ່, ແນ່ນອນ, ໜໍ່: ໜໍ່ໄມ້, ນໍ່(ບໍ່ມີ), ໜ່ວງ, ໜ່ວງໜ່ຽວ, ນ່ວງ: ເຈັບນ່ວງໆ, ໝໍ່າ: ສະໝໍ່າສະເໝີ, ມໍ່່າ: ມໍ່າເຂົ້າ, ເໝົ່າ: ຖັກເໝົ່າຄວາຍ, ເມົ່າ: ແມງເມົ່າ, ໝ່າ: ໝ່າເຂົ້າ, ມ່າ: ຄະມ່າ, ໝຸ່ຍ: ໝຸ່ຍໝ່າຍ, ມຸ່ຍ: ສີມຸ່ຍ, ໝ່ອງ: ໝ່ອງແມ່ງ, ມ່ອງ: ຫູມ່ອງ, ມ່ອງໄກ່, ໝ່ອນ(ບໍ່ໃຊ້), ມ່ອນ: ໃຊ້ມ່ອນ, ລົດມ່ອນ, ໝ່ອມ: ເຈົ້າໝ່ອມ, ຂະໝ່ອມ, ມ່ອມ: ແມງ ຍ່າມ່ອມ, ເຫຍົ່າ: (ບໍໃຊ້), ເຍົ່າ: ຂະ ເຍົ່າ, ຫຍ່າວ: (ບໍ່ໃຊ້), ຍ່າວ: ຍ່າວ ລົງ, ຫຍິ່ງ: ເຢີ້ຫຍິ່ງ, ຫຍິ່ງແຂ້ວ, ຍິ່ງ: ຍິ່ງດີ, ຍອດຍິ່ງ, ຫຍຸ່ມ: ເປັນຫຍຸ່ມ, ຍຸ່ມ:ບ້ານຍຸ່ມ, ຫຍໍ່:ຫຍອນຫຍໍ່, ຍໍ່: ຍໍ່ຄວາຍ..., ຫຍ່ອມ: ຫຍ່ອມຫຍ້າ, ຍ່ອມດີ, ຫລັ່ງ: ໄຫລຫລັ່ງ, ລັ່ງ: ລັ່ງເລ, ຫລັ່ນ: ຫລາຍຫລັ່ນ, ລັ່ນ: ລັ່ນປືນ, ຫລໍ່າ: ຂົມອໍ່າຫລໍ່າ, ລໍ່າ: ລໍ່າແລຫລິງຢ້ຽມ, ໄຫລ່: ບ່າໄຫລ່, ເຄື່ອງອາໄຫລ່, ໄລ່: ໄລ່ຕີ, ໄລ່ລຽງ, ໄມ້ໄລ່, ເຫລົ່າ: ປ່າເຫລົ່າ, ເລົ່າ: ເລົ່າ ນິທານ, ຫລ່າ: ໜ້າຫລ່າ, ເຫລືອງ ຫລ່າ, ລ່າ: ລ່າເນື້ອ, ລ່າເມືອງຂຶ້ນ, ຫລ່າງ: ໂຊກຕ່າງຫລ່າງ, ລ່າງ: ໃຕ້ ກ້ອງຕະລ່າງ, ຫລ່າຍ: ຕາຫລ່າຍ, ລ່າຍ: ຕົວະລ່າຍ, ຫົວມ່າຍລ່າຍ, ຫລິ່ນ: ໄຕ້ຫລິ່ນມາ, ລິ່ນ: ເກັດລິ່ນ, ຫລິ່ວ: ຫລິ່ວຕາ, ລິ່ວ: ລອຍລິບລິ່ວ, ຫລີ່: ກະຫລີ່(ແກງກະຫລີ່), ລີ່: ເຮັດລີ່ເອົາປາ, ຫລູ່: ໄຫລົບຫລູ່, ລູ່: ລູ່່ທ່າງ, ຫລື່ງ: ໂຕຫລື່ງ, ລື່ງ: ຮູລື່ງ, ເຫລ່: ຕາເຫລ່, ເລ່, ເລ່ກົນ, ແຫລ່: ຫລາຍແຫລ່, ແລ່: ແລ່ໄກ່, ແຫລ່ງ: ແຫລ່ງຄວາຍ, ຫລັກແຫລ່ງ, ແລ່ງ: ແລ່ງຊີ້ນ, ແລ່ງເຄິ່ງ. ເຮົາເປັນເຈົ້າຂອງພາສາຄວນ ເອົາໃຈໃສ່ເປັນພິເສດ ໃນການຂຽນ- ພິມ. ດັ່ງນັ້ນ ຈຶ່ງໄດ້ນໍາມາ ເພື່ອສຶກ ສາຮ່ວມກັນຄືດັ່ງນີ້ແລ, ພໍ້ກັນໃໝ່ ບົດຕໍ່ໄປ. ອາຊີບ...ອຸທິດໃຫ້ແກ່ພາລະກິດຕໍ່ສູ້ ປົດປ່ອຍຊາດ ແລະ ປົກປັກຮັກສາ- ພັດທະນາປະເທດຊາດ ຢ່າງເອົາການ ເອົາງານ. ບັນດາຜົນງານນັ້ນຫລວງ ຫລາຍນັບບໍ່ຖ້ວນ, ຄຽງບ່າຄຽງໄຫລ່ ບັນດາວຽກງານ ເພື່ອໜ້າທີ່ອັນສູງ ສົ່ງສໍາເລັດຜົນເປັນກ້າວໆມາ. ກ້າວສູ່ໄລຍະໃໝ່, ເຕັກໂນໂລຊີຂໍ້ ມູນຂ່າວສານ ແລະ ການສື່ສານກ້າວ ໜ້າຢ່າງກະໂດດຂັ້ນນີ້, ຜູ້ເຮັດວຽກສື່ ມວນຊົນກໍ່ຄືນັກຂ່າວ...ຍິ່ງຕ້ອງກ້າວ ໃຫ້ທັນ, ການປັບຕົວແມ່ນສໍາຄັນ ຫລາຍ, ຍ້ອນພຶດຕິກໍາ ຂອງຜູ້ ອ່ານຟັງ-ຊົມ ກໍ່ປ່ຽນ, ຜູ້ເຮັດສື່ກໍ່ຕ້ອງ ປັບຕົວ(ໃຫ້ທັນ) ນັ້ນແມ່ນສິ່ງທີ່ບໍ່ ງ່າຍດາຍປານໃດສໍາລັບບາງ ຄົນ ເພາະຈໍານວນບໍ່ໜ້ອຍຍັງລຶ້ງ ໃນ ຮູບແບບຜ່ານມາ, ຍັງບໍ່ທັນເວົ້າການ ໃຊ້ເຄື່ອງມືທັນສະໄໝ...ເຖິງຢ່າງ ໃດກໍ່ດີ ວຽກງານສື່ ຫົວໃຈຂອງມັນກໍ່ ຍັງແມ່ນ hເນື້ອໃນi, ຕິດພັນກໍ່ມີຮູບ ການ-ວິທີການ (ເຜີຍແຜ່) ທີ່ກ່ຽວ ຂ້ອງກັບອຸປະກອນ-ເຕັກນິກ. ສະນັ້ນ ການປັບຕົວກໍ່ຄືຫັນປ່ຽນໃໝ່ກໍ່ຍັງ ແມ່ນເລື່ອງ hເນື້ອໃນi ທີ່ຕ້ອງໃຫ້ ສົ່ງໄປຖືກ-ເຖິງເປົ້າໝາຍທີ່ແຕກ ຕ່າງກັນ. ດຽວນີ້ ກໍ່ມີບາງທັດສະນະ ວ່າ ຜູ້ອ່ານ-ຟັງ-ຊົມ ສະມາທິບໍ່ຍາວ (ສັ້ນ), ສະນັ້ນ ການເຮັດເນື້ອໃນ ຕ້ອງສັ້ນກະທັດຮັດ ແຕ່ໃຫ້ຮັບປະ ກັນຄວາມຖືກຕ້ອງເຊື່ອຖືໄດ້ໃຫ້ມີ ຄົບ ໃນສີ່ລັກສະນະຂອງສື່ມວນຊົນ ລາວ (ລັກສະນະຕົວຈິງ, ສຶກສາອົບ ຮົມ, ແນະນໍາ ແລະ ຕໍ່ສູ້). ໃນຫລາຍປີມານີ້, ບັນດາສື່ຫລັກ ໄດ້ເຮັດວຽກໜັກຫລາຍຂຶ້ນ, ຍ້ອນ ເຄື່ອງມືຕິດຕໍ່ ກໍ່ຄືເຕັກໂນໂລຊີຂໍ້ ມູນຂ່າວສານ-ສື່ສານນັບມື້ທັນສະ ໄໝ (ໂທລະສັບ, ຄອມພິວເຕີ, ອິນ ເຕີແນັດ...), ເກືອບວ່າທຸກຄົນ ສາ ມາດເຜີຍແຜ່ຂໍ້ມູນຂ່າວສານໄດ້, ບາງຄົນຢາກຖືຕົນເປັນນັກຂ່າວ (ອິດສະລະ-ຕາມໃຈ), ດ້ວຍເຫດ ນັ້ນໃນໂລກອອນລາຍ ຈຶ່ງມີຫລາຍ ບັນຫາທີ່ສື່ຫລັກຕ້ອງໄດ້ນໍາແກ້ ເພື່ອໃຫ້ສັງຄົມບໍ່ເກີດຄວາມສັບສົນ ໃນບັນຫານັ້ນໆ ເພາະໃນໂລກອອນ ລາຍນັ້ນ ປົນເປກັນຂ່າວຈິງ, ຂ່າວ ປອມ, ຂ່າວບຶດເບືອນ, ໃສ່ຮ້າຍປ້າຍ ສີ...ສັງຄົມເກີດຄວາມສັບສົນ, ແນວ ຄິດບໍ່ສະຫງົບ ເມື່ອຮັບຂໍ້ມູນຂ່າວ ສານໃນໂລກອອນລາຍຫລາຍເກີນ ໄປ ຖ້າຂາດສະຕິ. ບັນຫານີ້ພວມ ເປັນສິ່ງທ້າທາຍສື່ຫລັກຢ່າງໜັກ ໜ່ວງ ເພາະແຕ່ລະວັນວຽກປົກກະ ຕິກໍ່ບໍ່ພໍວ່າຈະຂາດມື, ແຕ່ກໍ່ຕ້ອງໄດ້ ເຮັດໜ້າທີ່ຕິດຕາມເກັບກໍາ ແລະ ນໍາ ພາ ຫາງສຽງສັງຄົມ, ຕອບໂຕ້ບັນ ດາຖ້ອຍທໍານອງທີ່ບິດເບືອນກໍ່ຄືບັນ ດາຂ່າວປອມ ໃສ່ຮ້າຍປ້າຍສີທີ່ມີ ຢ່າງແຜ່ຫລາຍໃນໂລກອອນລາຍ. ເລື່ອງນີ້ ສື່ມວນຊົນຕ້ອງພ້ອມກັນ ສູ້ຊົນຜ່ານຜ່າ, ສັງຄົມຍັງຄອງຄອຍ ແລະ ເຊື່ອໝັ້ນສັດທາ ໃນສື່ຫລັກ, ເຖິງແມ່ນຊຸມເພິ່ນບໍ່ອາດຮູ້ບັນດາຂໍ້ ຈໍາກັດ ແລະ ສິ່ງທ້າທາຍໃນວຽກ ງານຂອງສື່ມວນຊົນເລິກເຊິ່ງ, ແຕ່ ພວກເຮົາຕ້ອງພູມໃຈ ທີ່ໄດ້ປະກອບ ສ່ວນໃນອາຊີບສໍາຄັນນີ້. ການເຮັດ ວຽກຂອງສື່ດຽວນີ້ ເກືອບບໍ່ມີເວລາ ຈະພັກ ຄືກັນກັບຫລາຍວຽກງານ ເປັນຕົ້ນ ປກຊ-ປກສ-ແພດໝໍ... ພວກເຮົາຕ້ອງມີຄວາມພາກພູມໃຈĴ ໂອກາດວັນສື່ມວນຊົນ ຈະມາ ເຖິງ ຂໍອວຍພອນບັນດາທ່ານໃນ ສາຍອາຊີບສື່ມວນຊົນ ຈົ່ງມີສຸຂະ ພາບແຂງແຮງ, ມີຜົນສໍາເລັດໃນໜ້າ ທີ່ວຽກງານທີ່ໄດ້ຮັບມອບໝາຍ, ສູ້ ຊົນຜ່ານຜ່າ, ຮັກສາມູນເຊື້ອອັນດີ ງາມ ທີ່ສື່ມວນຊົນຄົນຖະແຫລງ ຂ່າວຮຸ່ນກ່ອນໆໄດ້ ເຮັດສໍາເລັດມາ ໃຫ້ໄດ້ຮັບການສືບທອດຕໍ່ໆໄປ ໃນ ພາລະກິດປະຕິວັດ, ໃຫ້ສົມຊື່ວ່າ ສື່ ມວນຊົນປະຕິວັດ. (ເນື່ອງໃນໂອກາດວັນສື່ມວນຊົນ-ການພິມຈໍາໜ່າຍ ຄົບຮອບ 73 ປີ 13/08/1950-13/08/2023) ສານທີ່ທັນສະໄໝ, ການເຊື່ອມໂຍງ ບໍ່ມີພົມແດນ, ການຮັບ-ສົ່ງຂໍ້ມູນ ຂ່າວສານໄດ້ຢ່າງວ່ອງໄວ ເພື່ອຕິດຕໍ່ ພົວພັນຊຶ່ງກັນ ແລະກັນ ລະຫວ່າງຄົນ ກັບຄົນຢູ່ໃນສັງຄົມ, ມັນເປັນສິ່ງທ້າ ທາຍຕໍ່ຂະແໜງສື່ມວນຊົນຫລາຍ ທີ່ສຸດ ເພື່ອປັບປຸງ, ພັດທະນາວຽກ ງານ ຂອງຕົນເອງໃຫ້ມີການພັດທະ ນາຂຶ້ນ ຕາມການຂະຫຍາຍຕົວທາງ ດ້ານວິທະຍາສາດ-ເຕັກໂນໂລຊີ, ເພື່ອ ໃຫ້ສື່ມວນຊົນກາຍເປັນພາຫານະ ເຊື່ອມໂຍງທີ່ສຳຄັນທາງດ້ານຂໍ້ມູນ ຂ່າວສານ ເຮັດໃຫ້ຄົນເຮົາສາມາດ ຮັບຮູ້ທຸກສິ່ງຢ່າງທີ່ເກີດຂຶ້ນ ແລະ ພວມເກີດຂຶ້ນ ຢູ່ໃນໂລກໄດ້ຢ່າງສະ ດວກ ແລະ ວ່ອງໄວຂຶ້ນ, ທັງເຮັດໃຫ້ ຄົນ ຢູ່ທົ່ວທຸກມຸມໂລກຫຍັບມໍ່ເຂົ້າ ຫາກັນ, ຮຽນຮູ້, ແລກປ່ຽນບົດຮຽນ ຊຶ່ງກັນ ແລະກັນ. ໃນຍຸກເສດຖະກິດ ຕະຫລາດທີ່ມີການແກ້ງແຍ່ງແຂ່ງ ຂັນກັນສູງນີ້, ສື່ມວນຊົນ ກໍ່ຍິ່ງມີບົດ ບາດສຳຄັນ ແລະ ມີຄວາມຈຳເປັນ ຢ່າງຍິ່ງໃນການໂຄສະນາ, ເຜີຍແຜ່ ແນວທາງແຜນນະໂຍບາຍຂອງ ພັກ, ກົດໝາຍ ຂອງລັດ, ທັງສົ່ງຂໍ້ ມູນຂ່າວສານໃຫ້ທົ່ວສັງຄົມໄດ້ຮັບ ຮູ້ ແລະ ເຂົ້າໃຈເຫດການຕ່າງໆທີ່ ເກີດຂຶ້ນຢ່າງວ່ອງໄວທັນໃຈ, ທັງນີ້ ກໍ່ ເພື່ອປັບຕົວໃຫ້ທັນກັບເຫດການ, ວິວັດທະນາການ ຂອງຍຸກສະໄໝໄດ້ ຢ່າງຄ່ອງແຄ້ວ. ໃນໄລຍະຜ່ານມາ, ກະຊວງຖະ ແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາ ພາວຽກງານສື່ມວນຊົນຢ່າງ ໃກ້ສິດ ໂດຍຜ່ານກົນໄກ ປະສານງານກັບ ທຸກພາກສ່ວນທີ່ກ່ຽວຂ້ອງ ເຮັດໃຫ້ ສື່ມວນຊົນປະເພດຕ່າງໆໄດ້ເຕີບ ໃຫຍ່ຂະຫຍາຍຕົວ ແລະ ພັດທະນາ ດ້ານປະລິມານ ແລະ ຄຸນນະພາບ, ມີ ບົດບາດສູງຂຶ້ນ ແລະ ໄດ້ຮັບຄວາມ ເຊື່ອຖືຈາກສັງຄົມ, ເປັນປາກກະ ບອກສຽງຂອງພັກ ແລະ ລັດ ໃນ ການໂຄສະນາເຜີຍແຜ່ແນວທາງ ນະໂຍບາຍ, ລະບຽບກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຕໍ່ພາຍໃນ ແລະ ຕ່າງປະເທດ ຢ່າງ ຖືກຕ້ອງຕາມ ກົດໜາຍ ວ່າດ້ວຍສື່ ມວນຊົນ ກໍຄືລັກສະນະ ແລະ ວິຊາ ຂອງສື່ມວນຊົນ, ທັງສຶກສາອົບຮົມ ປຸກລະດົມ ແລະ ຕໍ່ສູ້ໂດຍການສົ່ງ ຂໍ້ມູນຂ່າວສານ, ສາລະໜ້າຮູ້ ແລະ ການບັນເທີງໄປເຖິງກຸ່ມເປົ້າໜາຍ ທັງຢູາພາຍໃນ ແລະ ຕ່າງປະເທດ ໄດ້ ໂຄສະນາໃຫ້ແກ່ທຸກເຫດການສໍາ ຄັນຂອງພັກ, ຂອງຊາດ ແລະ ສາກົນ ຜ່ານຫລາຍສ່ອງທາງດ້ວຍຄວາມ ວ່ອງໄວ, ຊັດເຈນ, ທົ່ວເຖິງກວ່າ ເກົ່າ. ດ້ານເນື້ອໃນກໍ່ໄດ້ຮັບການປັບ ປຸງ ແລະ ພັດທະນາໄປສູ່ຄຸນນະພາບ ແລະ ມາດຕະຖານ ຄ່ອຍໆຫຍັບ ເຂົ້າໃກ້ກັບສື່ມວນຊົນພາກພື້ນ ແລະ ສາກົນ, ສ້າງຄວາມຮັບຮູ້ ແລະ ເຂົ້າ ໃຈຕໍ່ເຫດການ, ສະພາບການ ແລະ ການເຄື່ອນໄຫວຊີວິດການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ ໃຫ້ແກ່ທົ່ວສັງຄົມ, ຕີຖອຍເລ່ກົນມ້າງ ເມທໍາລາຍຂອງອິດທິກໍາລັງປໍລະ ປັກ ແລະ ຖ້ອຍທໍານອງໂຄສະນາ ໂຈມຕີໃສ່ຮ້າຍປ້າຍສີຂອງສື່ມວນ ຊົນຕ່າງປະເທດທີ່ບໍ່ຫວັງດີ ເປັນຕົ້ນ ກ່ຽວກັບການສ້າງເຂື່ອນໄຟຟ້າ, ສິດ ທິມະນຸດ, ສາສະໜາ, ຊົນເຜົ່າ, ການ ໃຫ້ສໍາປະທານຊັບພະຍາກອນທໍາ ມະຊາດ ແລະ ອື່ນໆ. ໃນໄລຍະຜ່ານມາ ພັກ-ລັດ ໄດ້ສຸມ ໃສ່ພັດທະນາພື້ນຖານທາງດ້ານວັດ ຖຸເຕັກນິກໃຫ້ສື່ມວນຊົນໄປສູ່ຄວາມ ທັນສະໄໝ, ໜັງສືພິມ, ວິທະຍຸ-ໂທ ລະພາບ ຄ່ອຍໆຫັນໄປສູ່ລະບົບດີຈິ ຕອນເທື່ອລະກ້າວ, ສຽງ ແລະ ພາບ ມີຄວາມຊັດເຈນຂຶ້ນກວ່າເກົ່າ, ສາ ມາດກະຈາຍສຽງ ແລະ ພາບລວມ ທັງສື່ອິນເຕີເນັດ ກວມເກືອບທຸກທະ ວີບ ເຮັດໃຫ້ຄົນເຊື້ອຊາດລາວ ໄດ້ ຮັບຂໍ້ມູນຂ່າວສານຈາກປະເທດຕົນ ຢ່າງຕໍ່ເນື່ອງ, ບຸກຄະລາກອນຂອງ ສື່ມວນຊົນກໍ່ໄດ້ຮັບການຝຶກອົບຮົມ ແລະ ກໍ່ສ້າງຢ່າງເປັນລະບົບ. ມາຮອດປັດຈຸບັນນີ້, ສື່ມວນຊົນ ລາວ ໄດ້ມີຜະລິດຕະພັນຄົບຊຸດທຸກ ປະເພດ ແລະ ມີຈໍານວນເພີ່ມຂຶ້ນທຸກໆ ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==