5677

gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 09/08/2023 xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** ກຳລັງ ປກຊ-ປກສ... ທ່ານ ພັນເອກ ປາດຖະໜາ ບຸດຕິ ຈັກ ຮອງຫົວໜ້າຫ້ອງການກົມ ໃຫຍ່ເສນາທິການກອງທັບ, ຜູ້ປະ ສານງານວຽກງານຄຸ້ມຄອງໄພພິ ບັດຂັ້ນສູງກາງ, ຫົວໜ້າກອງເສນາ ທິການຄະນະກຳມະການຄຸ້ມຄອງ ໄພພິບັດກະຊວງປ້ອງກັນປະເທດ ໄດ້ລົງມາຊີ້ນຳກຳລັງ ປກຊ-ປກສ ໃນການຊ່ວຍເຫລືອແກ້ໄຂຜູ້ປະສົບ ໄພພິບັດດັ່ງກ່າວ ໃຫ້ສຳພາດຕໍ່ສື່ ມວນຊົນໃນວັນທີ 8 ສິງຫາ 2023 ທັບຖົມ ສູງປະມານ 4-5 ແມັດ ແລະ ມີຕົ້ນໄມ້ໃຫຍ່-ນ້ອຍ, ຫີນທັບຖົມ ເປັນຈຳນວນຫລາຍ ເຊິ່ງເປັນອຸປະ ສັກຕໍ່ການຄົ້ນຫາບວກກັບຝົນຍັງ ສືບຕໍ່ຕົກຕະຫລອດວັນ ເຮັດໃຫ້ ການຄົ້ນຫາມີຄວາມຊັກຊ້າ. ນີ້ວ່າ: ນັບແຕ່ເລີ່ມເກີດເຫດດິນ ເຈື່ອນທັບຖົມທາງ 8A ທີ່ເປັນ ເຫດກໍ່ໃຫ້ເກີດລົດຂອງປະຊາຊົນ ຖືກດິນທັບຖົມເປັນຈຳນວນຫລາຍ ກຳລັງ ປກຊ-ປກສ ຂັ້ນແຂວງ, ຂັ້ນ ເມືອງຄູນຄຳ ໄດ້ສຸມໃສ່ໃຫ້ການ ຊ່ວຍເຫລືອປະຊາຊົນ ທີ່ຕິດຄ້າງຢູ່ ບໍລິເວນດັ່ງກ່າວ ຢ່າງຮີບດ່ວນ ແລະ ສາມາດເຄື່ອນຍ້າຍເອົາຜູ້ຕິດຄ້າງ ລົງມາຢູ່ເຂດປອດໄພ ທັງໝົດແລ້ວ, ແຕ່ຍັງມີຜູ້ສູນຫາຍ 1 ຄົນ, ເປັນ ຄົນຫວຽດນາມ (ຄົນຂັບລົດບັນທຸກ ສິນຄ້າ) ເຊິ່ງ ກຳລັງ ປກຊ-ປກສ ໄດ້ນຳໃຊ້ກຳລັງ ທັງໝົດ 70 ກວ່າ ຄົນໂດຍແບ່ງກຳລັງອອກ ເປັນ 2 ຈຸເລັ່ງຊອກຄົ້ນຢ່າງເອົາຈິງເອົາຈັງ ໃນການເດີນສຳຫລວດໃນບໍລິເວນ ທີ່ລົດຕິດຄ້າງ ໃນລັດສະໝີ 1 ກິ ໂລແມັດ, ພ້ອມທັງຖາງປ່າ, ຕັດໄມ້, ຂຸດດິນອອກ ເປັນບໍລິເວນກວ້າງ (8x8 ແມັດ) ເພື່ອຄົ້ນຫາຜູ້ສູນ ຫາຍ. ສຳລັບອຸປະກອນທີ່ນຳໃຊ້ ເຂົ້າໃນການຄົ້ນຫາແມ່ນຈົກ, ຊ້ວນ, ສຽມ, ບໍ່ສາມາດນຳເອົາກົນຈັກເຂົ້າ ໄປນຳໃຊ້ໄດ້ເນື່ອງຈາກຈຸດທີ່ລົດ ຖືກດິນທັບຖົມ ຢູ່່່ຫ່າງຈາກເຂດ ທີ່ເຂົ້າເຖິງໄດ້ປະມານ 2-3 ກິ ໂລ ແມັດ, ການເຂົ້າໄປຄົ້ນຫາຕ້ອງໄດ້ ຍ່າງເຂົ້າໄປ ໃຊ້ເວລາ 2-3 ຊົ່ວໂມງ. ໃນຂະນະທີ່ຈຸດທີ່ດິນເຊາະເຈື່ອນ ພາກທຸລະກິດ... ແລະ ກໍ່ສ້າງ ຈຳກັດຜູ້ດຽວ(AIDC) ແລະ ກຸ່ມບໍລິສັດ AIF 600 ລ້ານ ກີບ; ບໍລິສັດ ຮວາລີ ບໍ່ແຮ່ ຈຳກັດ 600 ລ້ານກີບ; ທະນາຄານຮ່ວມພັດ ທະນາ (JDB), ບໍລິສັດ ຮ່ວມມືພັດ ທະນາບໍ່ແຮ່ໄຊສົມບູນ, ບໍລິສັດ ຫວຽດລົງທຶນ ແລະ ບໍລິສັດທີ່ປຶກ ສາດ້ານການລົງທຶນ ແລະ ກໍ່ສ້າງ ເຂື່ອນໄຟຟ້າ ຈຳກັດຜູ້ດຽວພາກ ສ່ວນລະ 500 ລ້ານກີບ; ບໍລິສັດ ຈົງລີລາວ 400 ລ້ານກີບ; ບໍລິສັດ ເອ ເຊຍ ຊັກຊີສ ໂຮນດິ້ງ ບໍ່ແຮ່ ຈຳກັດ ຜູ້ດຽວ, ບໍລິສັດຄຳມ່ວນອີມ ພຣອດເອັກສພຣອດ, ບໍລິສັດ ລາວກໍ່ສ້າງ ແລະ ຂຸດຄົ້ນຊັບພະຍາກອນພາກ ສ່ວນລະ 300 ລ້ານກີບ; ບໍລິສັດເບຍ ລາວ ມອບນ້ຳດື່ມມູນຄ່າ 300 ລ້ານ ກີບ; ກຸ່ມບໍລິສັດ ພອນສັກ,ບໍລິສັດ ລາດຊະວົງພຣາຊາ ແລະ ກຸ່ມບໍລິ ສັດດວງຈະເລີນພັດທະນາກໍ່ສ້າງ ຈຳກັດ ພາກສ່ວນລະ 200 ລ້ານ ກີບ; ບໍລິສັດ ແສງທະວີ ແລະ ບໍລິ ສັດ TVS ຈຳກັດຜູ້ດຽວ 200 ລ້ານກີບ ແລະ ພາກສ່ວນອື່ນໆ. ໃນໂອກາດນີ້, ທ່ານນາຍົກລັດ ຖະມົນຕີ ໄດ້ກ່າວສະແດງຄວາມ ຂອບໃຈ, ຮູ້ບຸນຄຸນ ແລະ ຊົມເຊີຍຕໍ່ ພາກສ່ວນຕ່າງໆ ທີ່ໄດ້ມີຈິດໃຈມະ ນຸດສະທໍາ, ເອື້ອເພື້ອເຜື່ອແຜ່ໃຫ້ການ ຊ່ວຍເຫລືອຕໍ່ບັນດາຜູ້ປະສົບອຸທົກ ກະໄພ ໃນຄັ້ງນີ້, ເຖິງວ່າສະພາບເສດ ຖະກິດມີຄວາມຫຍຸ້ງຍາກ ຊຶ່ງການ ຊ່ວຍ ເຫລືອດັ່ງກ່າວ ແມ່ນສອດຄ່ອງ ກັບຄວາມຮຽກຮ້ອງຕ້ອງການຂອງ ສະພາບການຕົວຈິງໃນປັດຈຸບັນ, ເປັນການເສຍສະຫລະ ເພື່ອປະກອບ ສ່ວນເຂົ້າໃນການແກ້ໄຂຜົນກະທົບ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະ ຊາຊົນຜູ້ທີ່ປະສົບໄພທໍາມະຊາດ ໃຫ້ ກັບຄືນສູ່ສະພາບປົກກະຕິໂດຍໄວ, ທັງສ່ອງແສງໃຫ້ເຫັນເຖິງຄວາມ ເປັນຫ່ວງເປັນໃຍ,ໃຫ້ກຳລັງໃຈເຊິ່ງ ກັນ ແລະ ກັນ ໃນເວລາທີ່ພົບກັບ ຄວາມຫຍຸ້ງຍາກ. ພ້ອມກັນນັ້ນ, ທ່ານ ນາຍົກລັດຖະມົນຕີ ກໍໄດ້ຢືນຢັນວ່າ ຈະນຳເອົາການຊ່ວຍເຫລືອດັ່ງກ່າວ ໄປມອບໃຫ້ພາກສ່ວນກ່ຽວຂ້ອງ ນຳ ໃຊ້ເຂົ້າໃນການຊ່ວຍເຫລືອບັນເທົາ ທຸກ ໃຫ້ແກ່ຜູ້ປະສົບໄພພິບັດດ້ວຍ ຄວາມໂປ່ງໃສ, ໃຫ້ເຖິງ ແລະ ຖືກ ເປົ້າໝາຍຢ່າງແທ້ຈິງ. ໃນໂອກາດດຽວກັນ, ທ່ານນາ ຍົກລັດຖະມົນຕີ ຍັງໄດ້ແຈ້ງໃຫ້ຊາບ ກ່ຽວກັບສະພາບຜົນກະທົບຈາກໄພ ນໍ້າຖ້ວມ ໃນປີນີ້ ແມ່ນໜັກໜ່ວງ ໂດຍ ເກີດຂຶ້ນຢູ່ຫລາຍທ້ອງຖິ່ນໃນຂອບ ເຂດທົ່ວປະເທດ ໄດ້ສ້າງຄວາມເສຍ ຫາຍຕໍ່ຊີວິດ ແລະ ຊັບສິນຂອງປະ ຊາຊົນ ເປັນຈຳນວນຫລວງຫລາຍ ຊຶ່ງລັດຖະບານ ກໍຄືບັນດາຂະແໜງ ການ,ທ້ອງຖິ່ນແລະພາກສ່ວນຕ່າງໆ ໃນທົ່ວສັງຄົມກໍໄດ້ສຸມໃສ່ໃຫ້ການ ຊ່ວຍເຫລືອ ຜູ້ປະສົບໄພພິບັດຢູ່ທ້ອງ ຖິ່ນຕ່າງໆຢ່າງວ່ອງໄວ ແລະ ທັນ ການສົມຄວນ. ນອກນັ້ນທ່ານຍັງໄດ້ ຮຽກຮ້ອງ ແລະ ສະເໜີພາກສ່ວນ ຕ່າງໆ ໂດຍສະເພາະພາກທຸລະກິດ, ຜູ້ປະກອບການຈົ່ງພ້ອມກັນໃຫ້ການ ສະໜັບສະໜູນ ແລະ ປະຕິບັດບັນ ດາມາດຕະການທີ່ລັດຖະບານວາງ ອອກ ໂດຍສະເພາະມາດຕະການ ແກ້ໄຂບັນຫາເຄັ່ງຮ້ອນໃນປັດຈຸບັນ ໃຫ້ໄດ້ຮັບຜົນເປັນຢ່າງດີພ້ອມທັງ ປະກອບສ່ວນພັດທະນາເສດຖະກິດສັງຄົມ ກໍຄື ການພັດທະນາທ້ອງຖິ່ນ ທີ່ຕົນເອງດຳເນີນທຸລະກິດໃຫ້ນັບມື້ ໄດ້ຮັບການພັດທະນາເປັນກ້າວໆ. ທ່ານ ພັນໂທ ພົມມາລາ ຄານລາວັນ ຫົວໜ້າກອງບັນຊາ ການ ປກສ ເມືອງຄູນຄຳ ໃຫ້ສຳພາດ ວ່າ: ນັບແຕ່ເກີດສະພາບດິນເຈື່ອນ ທັບຖົມທາງ 8A ກຳລັງ ປກສ ກໍ ໄດ້ຮີບຮ້ອນ ສົມທົບກັບ ກຳລັງ ປກຊ ເລັ່ງເຂົ້າໃຫ້ການຊ່ວຍເຫລືອກອບ ກູ້ເອົາຜູ້ຕິດຄ້າງລົງມາໄດ້ສຳເລັດປອດໄພ ແລະ ໄດ້ສຸມທຸກກຳລັງແຮງ ສືບຕໍ່ຄົ້ນຫາ ຜູ້ສູນຫາຍ 1 ຄົນ (ຄົນ ຫວຽດນາມ) ທີ່ຍັງບໍ່ສາມາດພົບ ເຫັນນັບແຕ່ມື້ເລີ່ມເກີດເຫດຈົນ ມາຮອດປັດຈຸບັນ. ຜ່ານການຄົ້ນ ຫາ ນັບແຕ່ວັນທີ 5 ສິງຫາເປັນຕົ້ນ ມາ ໄດ້ພົບຫລັກຖານ ກໍຄືພາດສະ ປອດ, ໂທລະສັບ ແລະ ເງິນຂອງ ຜູ້ກ່ຽວ ຢູ່ໃນລົດ ເຊິ່ງເປັນການຢືນ ຢັນວ່າຜູ້ກ່ຽວໄດ້ຖືກຜົນກະທົບຢູ່ບໍ ລິເວນດັ່ງກ່່າວແທ້, ເຖິງຢ່າງໃດກໍ ຕາມ ກຳລັງ ປກສ-ປກຊ ຈະສືບຕໍ່ ສຸມທຸກກຳລັງແຮງ ເຂົ້າໄປຄົ້ນຫາ ຜູ້ສູນຫາຍ ຈົນກວ່າຈະພົບບໍ່ວ່າຈະ ເປັນ ຫລື ເສຍຊີວິດ.

RkJQdWJsaXNoZXIy MTc3MTYxMQ==