xtgmf]k; 3 09/08/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj 'wl gxa ofu 9y 8vo c]t p5 8y me ບົດສະເໜີ rhv,dao,ult8yIa[,nda[wrry[afme,t-kf * ການຈັດຕັ້ງປະຕິບັດກິດຈະ ກໍາຮ່ວມກັນຂອງບັນດາໂຄງການ ທີ່ນອນໃນແຜນງານໜຶ່ງດຽວທີ່ ມີສ່ວນຮ່ວມຂອງຫລາຍຂະແໜງ ການ ເພື່ອປັບປຸງວຽກງານໂພຊະ ນາການຢູ່ 4 ແຂວງພາກເໜືອ ໂດຍ ໄດ້ຮັບການສະໜັບສະໜູນໂດຍ ທະນາຄານໂລກ. ໃນນັ້ນຢູ່ບ້ານ ຫ້ວຍຫລາ, ເມືອງຫລາ, ແຂວງອຸ ດົມໄຊ ກໍໄດ້ຈັດຕັ້ງປະຕິບັດແຜນ ງານດັ່ງກ່າວ ໃນ 4 ໂຄງການປະ ກອບມີ: 1) ໂຄງການກອງທຶນຫລຸດ ຜ່ອນ ຄວາມທຸກຍາກ (ທລຍ); 2) ໂຄງການຫລຸດຜ່ອນຄວາມທຸກ ຍາກ ແລະ ການຂາດສານອາຫານ ໃນເຂດຊົນ ນະບົດ; 3) ໂຄງການ ເຂົ້້າເຖິງການບໍລິການດ້ານສາທາ ລະນະສຸກ ແລະ ໂພຊະນາການ ແລະ 4) ໂຄງການຂະຫຍາຍການ ສະໜອງນໍ້າ, ສຸຂາພິບານ ແລະ ສຸ ຂະອານາໄມ. ໃນໂອກາດທີ່ ທ່ານ ນາງ ແອນ ນາ ເວລເລນສະໄຕນ (Ms. Anna Wellenstein) ຫົວໜ້າຫ້ອງ ການທະນາຄານໂລກ ເພື່ອການພັດ ທະນາແບບຍືນຍົງ ປະຈໍາພາກພື້ນ ອາຊີ ແລະ ປາຊິຟິກ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມການຈັດຕັ້ງປະຕິບັດ ກິດຈະກໍາການຢູ່ບ້ານຫ້ວຍຫລາ ທ່ານ ສົມສັກ ໄຊຍະສິດ ນາຍບ້ານ ໂດຍ: ແສງອາລຸນ ພິລາຈັນ dkoxt8y[af czo'ko|bj'fP;muj,ulj;oIj;, s]kp0tc|'dko 16jc0;'v5fq,w- ,uzqoleg]af ບ້ານຫ້ວຍຫລາ ໄດ້ລາຍງານໂດຍ ຫຍໍ້ກ່ຽວກັບສະພາບລວມຂອງ ບ້ານ ແລະ ການຈັດຕັ້ງປະຕິບັດບັນ ດາກິດຈະກໍາຂອງບັນດາໂຄງການ ໃນແຜນງານໜຶ່ງດຽວທີ່ມີສ່ວນ ຮ່ວມຂອງຫລາຍຂະແໜງການ ຢູ່ພາຍໃນບ້ານ ຊຶ່ງບ້ານຫ້ວຍຫລາ ເປັນບ້ານໜຶ່ງທີ່ນອນຢູ່ໃນກຸ່ມບ້ານ ໂພນໄຊ ຂອງເມືອງຫລາ, ແຂວງ ອຸດົມໄຊ; ມີໄລຍະທາງຫ່າງຈາກ ເທສະບານເມືອງ 7,5 ກິໂລແມັດ ແລະ ຫ່າງຈາກເທສະບານແຂວງ 21 ກິໂລແມັດ; ບ້ານໄດ້ສ້າງຕັ້ງ ຂຶ້ນໃນປີ 1964, ເປັນບ້ານຊົນເຜົ່າ ກຶມມຸ, ມີພົນລະເມືອງທັງໝົດ 367 ຄົນ (ຍິງ 207 ຄົນ), ມີ 74 ຄົວ ເຮືອນ ໃນນີ້ມີ 59 ຄົວເຮືອນທຸກ, ມີພົນລະເມືອງທຸກທັງໝົດ 290 ຄົນ (ຍິງ 142 ຄົນ); ອາຊີບສ່ວນ ໃຫຍ່ແມ່ນ ເຮັດໄຮ່, ເຮັດນາ, ເຮັດ ສວນ, ລ້ຽງສັດນ້ອຍ - ສັດໃຫຍ່, ເກັບກູ້ເຄື່ອງປ່າຂອງດົງ ແລະ ເຮັດ ບໍລິການຄ້າຂາຍຍ່ອຍ. ໃນບ້ານໄດ້ ຈັດຕັ້ງປະຕິບັດຫລາຍກິດຈະກໍາ ຂອງບັນດາໂຄງການ ໃນແຜນງານ ໜຶ່ງດຽວທີ່ມີສ່ວນຮ່ວມຂອງຫລາຍ ຂະແໜງການເປັນຕົ້ນ: ໂຄງການ ກອງທຶນຫລຸດຜ່ອນຄວາມທຸກຍາກ (ທລຍ); ໂຄງການຫລຸດຜ່ອນ ຄວາມທຸກຍາກ ແລະ ການຂາດສານ ອາຫານໃນເຂດຊົນນະບົດ; ໂຄງ ການເຂົ້້າເຖິງການບໍລິການດ້ານ ສາທາລະນະສຸກ ແລະ ໂພຊະນາ ການ ແລະ ໂຄງການຂະຫຍາຍ ການສະໜອງນໍ້າ, ສຸຂາພິບານ ແລະ ສຸຂະອານາໄມ. ໃນການຢ້ຽມຢາມ ບ້ານຫ້ວຍຫລາ ຄັ້ງນີ້ ຫົວໜ້າຫ້ອງ ການທະນາຄານໂລກປະຈຳພາກ ພື້ນອາຊີ ແລະ ປາຊີຟິກ ໄດ້ຕິດຕາມ ແມ່ນການປຸງແຕ່ງອາຫານໃຫ້ແມ່ ຍິງຖືພາ, ແມ່ລູກອ່ອນ ແລະ ເດັກ ອາຍຸ 6-23 ເດືອນ, ການຮີດນົມແບ້ ເພື່ອເອົານົມມາປຸງແຕ່ງອາຫານ ເສີມໃຫ້ເດັກ 6-23 ເດືອນ. ພ້ອມນີ້ ຄະນະທີ່ໄປຢ້ຽມຢາມ ຍັງໄດ້ຢ້ຽມ ຊົມການກໍ່ສ້າງຫ້ອງນໍ້າຂອງໂຮງ ຮຽນ ແລະ ການສາທິດການເຮັດອາ ຫານໃຫ້ສ ດລ້ຽງ ໂດຍນໍາໃຊ້ວັດຖຸ ດິບທີ່ຫາໄດ້ໃນທ້ອງຖິ່ນ ເພື່ອເປັນ ການຫລຸດຕົ້ນທຶນໃນການຊື້ອາ ຫານໃຫ້ສັດລ້ຽງ. ໃນໂອກາດນີ້, ທ່ານ ນາງ ແອນນາ ເວວເລນທຽນ ໄດ້ຍົກໃຫ້ ເຫັນວ່າ: ຜ່ານການໄດ້ມາຢ້ຽມຢາມ ພົບປະປະຊາຊົນບ້ານຫ້ວຍຫລາ ໃນຄັ້ງນີ້ ຂ້າພະເຈົ້າ ຮູ້ສຶກພາກພູມ ໃຈຫລາຍທີ່ໄດ້ເຫັນການສົ່ງເສີມ ການມີສ່ວນຮ່ວມຂອງປະຊາຊົນ ໂດຍສະເພາະ ແມ່ຍິງໄດ້ມີສ່ວນ ຮ່ວມໃນຂະບວນຕັດສິນໃຈບັນຫາ ຕ່າງໆ; ທະນາຄານໂລກ ໂດຍຜ່ານ ແຜນງານໜຶ່ງດຽວທີ່ມີສ່ວນຮ່ວມ ຂອງຫລາຍຂະແໜງການ ຍັງຈະ ສືບຕໍ່ຊ່ວຍເຫລືອໃນການພັດທະນາ ບ້ານດັ່ງກ່າວ ແລະ ບ້ານເປົ້າໝາຍ ອື່ນ ເຊັ່ນ: ການປັບປຸງຊີວິດການເປັນ ຢູ່ຂອງປະຊາຊົນ ເພື່ອເຮັດໃຫ້ເຂົາ ເຈົ້າມີຊີວິດການເປັນຢູ່ ແລະ ໂພຊະ ນາການທີ່ດີຂຶ້ນ. * ພໍກ້າວເຂົ້າເດືອນສິງຫາ ທ່ົວ ທຸກພາກຂອງປະເທດລາວ ກໍມີຝົນ ຕົກໜັກ ອັນເປັນສາເຫດເຮັດໃຫ້ປະ ລິ ມານນໍ້າ ໃນແມ່ນໍ້າຫລາຍສາຍເພີ່ມ ສູງຂຶ້ນ ແລະ ໄຫລເຂົ້າຖ້ວມບ້ານ ເຮືອນ, ເນື້ອທີ່ການຜະລິດ, ພື້ນຖານ ໂຄງລ່າງ, ເສັ້ນທາງຢູ່ຫລາຍແຂວງ ໂດຍສະເພາະແມ່ນຢູ່ເຂດພາກເໜືອ ແລະ ພາກກາງຂອງປະເທດ ຊຶ່ງໄດ້ ສ້າງຄວາມເສຍຫາຍດ້ານຊີວິດ ແລະ ຊັບສິນຂອງປະຊາຊົນ. ສະ ນັ້ນ, ຂໍໃຫ້ທຸກພາກສ່ວນໂດຍສະ ເພາະແມ່ນຄະນະກໍາມະການຄຸ້ມ ຄອງໄພພິບັດຂັ້ນແຂວງ ແລະ ນະ ຄອນຫລວງວຽງຈັນ ຈົ່ງເພີ່ມທະວີ ການເຝົ້າລະວັງ ແລະ ກະກຽມ ຄວາມພ້ອມຮັບມືກັບເຫດ ການສຸກ ເສີນທີ່ອາດເກີດຂຶ້ນ, ໂດຍຕິດຕາມ ສະພາບການປ່ຽນແປງຂອງດິນຟ້າ ອາກາດ ຈາກກົມອຸຕຸນິຍົມ ແລະ ອຸ ມະການຄຸ້ມຄອງໄພພິບັດບັນດາ ແຂວງໃນຂອບເຂດທົ່ວປະເທດ ໃຫ້ ກະກຽມຮັບມືໄພພິບັດທີ່ອາດຈະ ເກີດຂຶ້ນໃນໄລຍະເດືອນສິງຫາ 2023 ນີ້, ໂດຍໃຫ້ແຕ່ງຕັ້ງຄະນະ ຕິດຕາມລະດັບນໍ້າສາຍຕ່າງໆຢ່າງ ໃກ້ສິດ, ມີສະຕິລະວັງຕົວຕໍ່ສະພາບ ເຫດການດິນເຈື່ອນ, ນໍ້າຖ້ວມຊຸ, ນໍ້າ ຖ້ວມຍຶ່ງ ແລະ ລົມພັດແຮງ ທີ່ອາດ ຈະເກີດຂຶ້ນ ພ້ອມທັງກະກຽມ ດ້ານ ພາຫະນະ, ອຸປະກອນ, ສະຖານທີ່ ບ່ອນຫລົບໄພຊົ່ວຄາວ, ເຄື່ອງອຸປະ ໂພກ-ບໍລິໂພກ ທີ່ຈໍາເປັນຮອງຮັບ ຊ່ວຍເຫລືອ ໃນກໍລະນີສຸກເສີນ. ໃຫ້ກໍາລັງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ທີ່ເປັນຄະນະ ກໍາມະ ການຄຸ້ມຄອງໄພພິບັດ ຂັ້ນຂອງຕົນ ກະກຽມທາງດ້ານກໍາລັງພົນ, ພາ ຫະນະ ແລະ ອຸປະກອນຕ່າງໆ ທີ່ໄດ້ ຮັບການແບ່ງປັນຈາກຂັ້ນສູນກາງ ເພື່ອກຽມຄວາມພ້ອມໃຫ້ການ ກອບກູ້ ແລະ ຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບໃນກໍລະນີມີເຫດ ການສຸກເສີນໃຫ້ທັນສະພາບ ການ. ໃຫ້ອົງການປົກຄອງເມືອງ ແລະ ບ້ານ ເຂດທີ່ມີຄວາມສ່ຽງເອົາໃຈໃສ່ ປະກາດ, ແຈ້ງເຕືອນ ພໍ່ແມ່ປະຊາ ຊົນ ໃຫ້ໄດ້ຮັບຊາບຂໍ້ມູນຂ່າວສານ, ມີສະຕິລະວັງຕົວ, ກຽມພ້ອມຍົກ ຍ້າຍຜູ້ທີ່ມີຄວາມສ່ຽງ, ເກັບມ້ຽນ ສິ່ງຂອງທີ່ມີຄ່າ, ກຽມຍົກຍ້າຍສັດ ລ້ຽງ, ເພື່ອປ້ອງກັນ ແລະ ຮັບມືກັບ ເຫດການໄພພິບັດທີ່ອາດ ເກີດຂຶ້ນ ໃຫ້ທັນເວລາ. ສໍາລັບບັນດາແຂວງ ທີ່ໄດ້ຮັບ ຜົນກະທົບຈາກໄພພິບັດທີ່ເກີດຂຶ້ນ ແລ້ວ ແມ່ນໃຫ້ທາງຄະນະກໍາມະ ການຄູ້ມຄອງໄພພິບັດຂັ້ນແຂວງ ສົມທົບກັບຄະນະກໍາມະການຄຸ້ມ ຄອງໄພພິບັດທ້ອງຖິ່ນ ຂອງຕົນສຸມ ໃສຕອບໂຕ້ແກ້ໄຂສຸກເສີນດ້ານ ຕ່າງໆ, ພ້ອມທັງມີການລາຍງານ ໃຫ້ຄະນະກໍາມະການຄຸ້ມຄອງໄພພິ ບັດຂັ້ນສູນກາງ, ໂດຍຜ່ານກອງເລ ຂາຄະນະກໍາມະການຄຸ້ມຄອງໄພ ພິບັດຂັ້ນ ສູນກາງໃນແຕ່ລະໄລຍະ. ທົກກະສາດ ຜ່ານໂທລະພາບ, ວິທະ ຍຸ ແລະ ສື່ອອນລາຍທາງການອື່ນໆ, ພ້ອມທັງແຈ້ງຂໍ້ມຸນໃຫ້ອົງການປົກ ຄອງທ້ອງຖິ່ນຂັ້ນຂອງຕົນກະກຽມ ຄວາມພ້ອມຮັບມື ແລະ ຕອບໂຕ້ສຸກ ເສີນກັບໄພພິບັດທີ່ອາດຈະເກີດຂຶ້ນ ໃຫ້ວ່ອງໄວ ແລະ ທັນການ. ໃນການຮັບມື້ກັບໄພພິບັດທາງ ທຳມະຊາດ ອັນສຳຄັນແມ່ນຕ້ອງ ມີສະຕິລະວັງຕົວໃນການຕິດຕາມຂໍ້ ມູນຂ່າວ ສານທີ່ເປັນທາງການ ເທົ່າ ນັ້ນ ຊຶ່ງທາງຄະນະກໍາມະການຄຸ້ມ ຄອງໄພພິບັດຂັ້ນສູນກາງ (ຄພສ) ກໍໄດ້ອອກແຈ້ງການເຖິງຄະນະກໍາ ພາບປະກອບ ພາບປະກອບ ພາບປະກອບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==